7403

@ 0j k; c]t gsfdko 09/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສະຫລອງວັນອາຫານໂລກ... ສາກົນ ເຂົ້າຮ່ວມ. ທ່ານ ລິນຄຳ ດວງສະຫວັນ ລັດ ຖະມົນຕີ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ກ່າວວ່າ: ຄວາມທຸກ ຍາກ, ໄພອຶດຫິວ ແລະ ການຂາດໂພຊະ ນາການ ຍັງເປັນບັນຫາທີ່ທົ່ວໂລກ ໃຫ້ ຄວາມສຳຄັນ ແລະ ຮຽກຮ້ອງ ໃຫ້ມີ ການຮ່ວມມືກັນແກ້ໄຂຢ່າງຕໍ່ເນື່ອງ. ເຖິງວ່າຫລາຍປະເທດ ຈະມີຄວາມ ກ້າວໜ້າດ້ານເສດຖະກິດ ແລະ ດ້ານ ວິທະຍາສາດ ແຕ່ປະຊາຊົນຈຳນວນ ບໍ່ໜ້ອຍ ກໍຍັງປະສົບກັບຄວາມຫຍຸ້ງ ຍາກ ໃນການເຂົ້າເຖິງອາຫານທີ່ພຽງ ພໍ, ປອດໄພ ແລະ ມີຄຸນຄ່າທາງໂພຊະ ນາການ ອັນເນື່ອງມາຈາກຜົນກະທົບ ຂອງຄວາມຜັນຜວນທາງດ້ານເສດ ຖະກິດ, ສົງຄາມ ແລະ ການປ່ຽນແປງ ຂອງສະພາບດິນຟ້າອາກາດ. ສຳລັບ ສປປ ລາວ, ບັນຫາຄວາມທຸກຍາກ ແລະ ໂພຊະນາການ ກໍຍັງເປັນສິ່ງທ້າ ທາຍອັນໃຫຍ່ຫລວງ. ປັດຈຸບັນ, ປະ ເທດເຮົາຍັງມີຄອບຄົວທຸກຍາກ ກວມ ເອົາ 14,8% ຂອງຄົວເຮືອນທັງໝົດ, ອັດຕາການຂາດສານອາຫານໃນເດັກ ນ້ອຍອາຍຸຕ່ຳກວ່າ 5 ປີ ຍັງຢູ່ໃນລະ ດັບສູງ. ນອກຈາກນີ້, ປະຊາກອນລາວ ຫລາຍກວ່າ 70% ທີ່ເຮັດການກະສິ ກໍາ ຍັງຜະເຊີນກັບຄວາມສ່ຽງຈາກໄພ ພິບັດ (ໄພແຫ້ງແລ້ງ, ໄພນໍ້າຖ້ວມ) ແລະ ການເພີ່ມຂຶ້ນ ຂອງລາຄາສິນຄ້າ ແລະ ຄ່າຄອງຊີບ ຊຶ່ງລ້ວນແຕ່ເປັນສິ່ງ ທ້າທາຍ ຕໍ່ລະບົບການຜະລິດສະບຽງ ອາຫານ ແລະ ລາຍຮັບຂອງປະຊາຊົນ ໂດຍສະເພາະ ຄອບຄົວທຸກຍາກ ແລະ ກຸ່ມຄົນທີ່ມີຄວາມບອບບາງ. ຕໍ່ກັບສະພາບການດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ສູງ ໂດຍຖືເອົາກະສິກຳເປັນຂະແໜງ ບູລິມະສິດໜຶ່ງທີ່ສຳຄັນ ແລະ ກໍານົດ ເອົາວຽກງານການພັດທະນາຊົນນະ ບົດ ແລະ ຫລຸດຜ່ອນຄວາມທຸກຍາກ ເປັນວາລະແຫ່ງຊາດ. ໃນໄລຍະຜ່ານ ມາ, ຂະແໜງການໄດ້ສຸມໃສ່ການຜະ ລິດກະສິກຳເພື່ອຄ້ຳປະກັນສະບຽງອາ ຫານ ແລະ ໂພຊະນະການ ແລະ ການ ຜະລິດເປັນສິນຄ້າ ຫລຸດຜ່ອນການນຳ ເຂົ້າ ແລະ ເພື່ອປຸງແຕ່ງ-ເພີ່ມມູນຄ່າສົ່ງອອກຕາມທິດ “ສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ ຫລື ສອຈ” ຊຶ່ງສາມາດຄ້ຳປະກັນສະບຽງອາຫານ ໄດ້ໂດຍພື້ນຖານ ແລະ ການສົ່ງອອກ ມີທ່າກ້າວຂະຫຍາຍຕົວຕະຫລອດມາ. ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີ 2026, ການຜະລິດເຂົ້າ ບັນລຸໄດ້ 3,7 ລ້ານໂຕນ ເທົ່າກັບ 95% ຂອງ ແຜນການ, ພືດສະບຽງ ໄດ້ 2,4 ລ້ານ ກວ່າໂຕນ ແລະ ການຜະລິດຊີ້ນ, ໄຂ່, ປາ ປະຕິບັດໄດ້ຫລາຍກວ່າ 480.000 ໂຕນ. ພ້ອມກັນນີ້, ການຄວບຄຸມການ ນຳເຂົ້າສິນຄ້າ ທີ່ພວກເຮົາສາມາດ ຜະລິດພາຍໃນໄດ້ພຽງພໍ ໂດຍສະເພາະ 5 ລາຍການຫລັກ ຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ເຮັດໃຫ້ການນຳເຂົ້າ ສິນຄ້າກະສິກຳ ຫລຸດລົງເຫລືອ 60 ລ້ານກວ່າໂດລາສະຫະລັດ ຫລື ຫລຸດ ລົງ 34% ຖຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ແລະ ການສົ່ງອອກສິນ ຄ້າກະສິກຳ-ປ່າໄມ້ ບັນລຸໄດ້ 1.620 ລ້ານກວ່າໂດລາສະຫະລັດ(ຕົວເລກປັດ ຈຸບັນ ປະມານ 1.700-1.800 ລ້ານ ໂດລາສະຫະລັດ, ຕົວເລກແບບບໍ່ທັນ ເປັນທາງການ). ຂ່າວ: ກິດຕາ; ພາບ: ເກດສະໜາ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິ ບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ຂອງສະມາຄົມມິດຕະພາບລາວກັບ ຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ. ໃນນັ້ນ, ໄດ້ ສັງລວມຜົນງານທີ່ຍາດມາໄດ້, ຕີລາ ຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດ ທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ ວຽກງານການທູດປະຊາຊົນ ສາມາດ ປະກອບສ່ວນໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ເພື່ອສ້າງຄວາມເຂົ້າອົກ ເຂົ້າໃຈ ແລະ ການຮ່ວມມື ລະຫວ່າງ ປະຊາຊົນລາວ ກັບປະຊາຊົນບັນດາປະ ເທດຄູ່ຮ່ວມມືໃຫ້ນັບມື້ມີຄວາມແໜ້ນ ແຟ້ນຂຶ້ນກວ່າເກົ່າ. ໃນພິທີ, ສະຫາຍ ນາງ ວິໄລ ພິລາ ວົງ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານ, ຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານມະຕິຕົກລົງຂອງຄະນະເລຂາທິ ການສູນກາງພັກ ວ່າດ້ວຍການແຕ່ງ ຕັ້ງຄະນະບໍລິຫານງານສະມາຄົມມິດ ຕະພາບລາວກັບຕ່າງປະເທດ, ຄະນະ ສັນຕິພາບ ແລະ ສາມັກຄີຂອງລາວ ໂດຍແຕ່ງຕັ້ງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນ ປະທານສະມາຄົມມິດຕະພາບ ລາວຫວຽດນາມ ຂັ້ນສູນກາງ; ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກໍາ ມະການສູນກາງພັກ, ອະດີດຫົວໜ້າ ຫ້ອງວ່າການສຳນັກງານປະທານປະ ເທດ, ເປັນປະທານສະມາຄົມມິດຕະ ພາບ ລາວ-ຈີນ ຂັ້ນສູນກາງ; ສະຫາຍ ອາດສະພັງທອງ ສີພັນດອນ ກຳມະ ການສູນກາງພັກ, ເລຂາຄະນະພັກ ນະຄອນຫລວງວຽງຈັນ, ປະທານສະ ພາປະຊາຊົນນະຄອນຫລວງວຽງຈັນ ເປັນປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ; ສະຫາຍ ມອນໄຊ ລາວມົ່ວຊົງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະ ທານສະມາຄົມມິດຕະພາບລາວ-ກູບາ; ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະ ການສູນກາງພັກ, ຮອງປະທານສະພາ ແຫ່ງຊາດ ເປັນປະທານສະມາຄົມມິດ ຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ; ສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານສະມາຄົມມິດຕະພາບ ລາວ-ຣັດເຊຍ; ສະຫາຍ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານສະມາຄົມ ມິດຕະພາບ ລາວ-ສ ເກົາຫລີ; ສະຫາຍ ພຸດ ສິມມາລາວົງ ອະດີດກຳມະການ ສູນກາງພັກ, ອະດີດລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ເປັນ ປະທານສະມາຄົມມິດຕະພາບ ລາວຍີ່ປຸ່ນ; ສະຫາຍ ພູທອນ ເມືອງປາກ ອະດີດຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ອະດີດປະທານອົງການກາ ແດງແຫ່ງຊາດລາວ ເປັນປະທານສະ ມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະຫາຍ ສົມມາດ ພົນເສນາ ອະດີດກຳມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ເປັນປະ ທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ. ໃນໂອກາດທີ່ມີຄວາມໝາຍຄວາມ ສໍາຄັນນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນ ພົ້ນເດັ່ນທີ່ຄະນະບໍລິຫານງານສະມາ ຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງ ລາວຊຸດເກົ່າຍາດມາໄດ້ແລະ ເຊື່ອໝັ້ນ ວ່າ ຄະນະບໍລິຫານງານ ຊຸດໃໝ່ ຈະສືບ ຕໍ່ເຮັດສຳເລັດໜ້າທີ່ການເມືອງ, ການ ຕ່າງປະເທດ ກໍຄື ວຽກງານການທູດ ປະຊາຊົນທີ່ຂັ້ນເທິງມອບໝາຍໃຫ້ ເພື່ອ ປະກອບສ່ວນເຂົ້າໃນການຮັດແໜ້ນ ຄວາມສາມັກຄີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ປະ ຊາຊົນລາວກັບບັນດາປະເທດຄູ່ຮ່ວມມື ໃຫ້ແຕກດອກອອກຜົນ ແລະ ກ້າວສູ່ ລວງເລິກຢ່າງບໍ່ຢຸດຢັ້ງ. ຮັບຟັງການລາຍງານກ່ຽວກັບພາບ ລວມ, ຄວາມຄືບໜ້າ ແລະ ທິດທາງ ການດຳເນີນງານຂອງໂຄງການ ຊຶ່ງ ໂຄງການດັ່ງກ່າວ, ເປັນໂຄງການພະ ລັງງານແສງຕາເວັນແບບໂຄງການ ດ່ຽວ ຂະໜາດໃຫຍ່ທີ່ສຸດໃນອາຊີຕາ ເວັນອອກສ່ຽງໃຕ້ ແລະ ເປັນໂຄງການ ຜະລິດໄຟຟ້າແສງຕາເວັນເທິງພູຂະ ໜາດໃຫຍ່ແຫ່ງທຳອິດຂອງສປປລາວ ໂດຍເປີດນໍາໃຊ້ຢ່າງເປັນທາງການ ແລ້ວ ແລະ ມີກຳລັງຕິດຕັ້ງ 1.000 ເມ ກາວັດ, ຄາດວ່າຈະສາມາດຜະລິດກະ ແສໄຟຟ້າໄດ້ສະເລ່ຍປະມານ 1,65 ຕື້ກິໂລວັດໂມງຕໍ່ປີ ແລະ ຊ່ວຍຫລຸດ ຜ່ອນການປ່ອຍກາກບອນໄດອົກໄຊໄດ້ ປະມານ 1,3 ລ້ານໂຕນຕໍ່ປີ. ພ້ອມນີ້, ໃນໄລຍະດຳເນີນໂຄງ ການ ບໍລິສັດ CGN ຍັງໄດ້ຊຸກຍູ້ການ ສ້າງຕັ້ງສະຖາບັນມາດຕະຖານແຫລ່ງ ພະລັງງານສະອາດລາວ ເພື່ອສຸມໃສ່ ການຄົ້ນຄວ້າ ແລະ ພັດທະນາມາດຕະ ຖານດ້ານພະລັງງານ ໂດຍເນັ້ນການ ເຊື່ອມໂຍງດ້ານນະໂຍບາຍ, ກົດລະ ບຽບ ແລະ ມາດຕະຖານ ເພື່ອຍົກລະ ດັບຄຸນນະພາບການຮ່ວມມືດ້ານໄຟຟ້າ ລະຫວ່າງ ລາວ-ຈີນ ໃຫ້ເຂັ້ມແຂງຍິ່ງ ຂຶ້ນ. ໂຄງການນີ້ບໍ່ພຽງແຕ່ມີຄວາມ ສຳຄັນຕໍ່ການຂະຫຍາຍແຫລ່ງຜະລິດ ໄຟຟ້າສະອາດ ແລະ ການເຊື່ອມໂຍງ ລະບົບໄຟຟ້າລາວ-ຈີນ ເທົ່ານັ້ນ, ແຕ່ ຍັງມີສ່ວນຊ່ວຍສ້າງວຽກເຮັດງານ ທຳ, ກະຕຸ້ນການພັດທະນາອຸດສາຫະ ກຳທີ່ກ່ຽວຂ້ອງ ແລະ ເສີມສ້າງຄວາມ ສາມາດ ໃນການຮອງຮັບການພັດທະ ນາຂອງພາກພື້ນ, ເປັນການປະກອບ ສ່ວນສຳຄັນໃນການສົ່ງເສີມການຮ່ວມ ມືລາວ-ຈີນ ແລະ ການພັດທະນາພະ ລັງງານທີ່ສະອາດ, ປອດໄພ ແລະ ຍືນ ຍົງ. ຂ່າວ: ຄຳພັນ ແກ້ວມະນີ ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ ເດີນທາງຢ້ຽມຢາມ ສາທາລະນະລັດ ເບລາຣຸດຊີ ຢ່າງເປັນທາງການ ໃນ ວັນທີ 4-6 ພະຈິກ 2026 ທີ່ນະຄອນ ຫລວງມິນສກ໌ ຊຶ່ງເປັນການຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການ ຄັ້ງທໍາອິດ ຂອງ ທ່ານ ທອງສະຫວັນ ພົມວິຫານ ພາຍຫລັງດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ຈຸດປະສົງຂອງການຢ້ຽມຢາມ ທາງການຄັ້ງນີ້ ແມ່ນເພື່ອສືບຕໍ່ຮັດ ແໜ້ນ, ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນເປັນ ມູນເຊື້ອທີ່ດີງາມມາແຕ່ດົນນານ, ນັບ ແຕ່ສະໄໝສະຫະພາບໂຊວຽດ ກໍຄື ນັບ ແຕ່ສອງຝ່າຍ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນໃນປີ 1994 ເປັນຕົ້ນ ມາ, ສອງຝ່າຍໄດ້ປຶກສາຫາລືກັນ ໃນ ຫລາຍຂົງເຂດວຽກງານເພື່ອເປັນການ ສືບຕໍ່ຜັນຂະຫຍາຍຜົນການພົບປະ ສອງຝ່າຍຂອງສອງປະມຸກລັດ ລາວ ແລະ ເບລາຣຸດຊີ ໃນໄລຍະຜ່ານມາ ໃຫ້ມີໝາກຜົນເປັນຮູບປະທຳ. ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ມາກຊິມ ຣືເຊັນກົບ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນວັນທີ 5 ພະຈິກ 2026 ທີ່ ກະຊວງການຕ່າງ ປະເທດ ແຫ່ງ ສ ເບລາຣຸດຊີ ຊຶ່ງສອງ ຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລ ຍະຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມ ກັນ ໃນວັນທີ 7 ກຸມພາ 1994 ໂດຍ ສະເພາະທາງດ້ານການເມືອງ ທີ່ໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນ ພື້ນຖານການເຄົາລົບນັບຖື, ໄວ້ເນື້ອ ເຊື່ອໃຈ ແລະ ການສະໜັບສະໜູນ ເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ. ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການ ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນຫລາຍ ລະດັບໃຫ້ເປັນປົກກະຕິ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການ ສຶກສາ, ສາທາລະນະສຸກ, ວັດທະນະ ທໍາ, ການທ່ອງທ່ຽວແລະຂົງເຂດອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມ ສົນໃຈຮ່ວມກັນ, ລວມທັງໄດ້ກໍານົດ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ກ້າວເຂົ້າສູ່ລວງ ເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ. ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ເບລາ ຣຸດຊີ ຕໍ່ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການ ພັດທະນາຊັບພະຍາກອນມະນຸດຕັ້ງ ແຕ່ສະໄໝສະຫະພາບໂຊວຽດ ຊຶ່ງໄດ້ ກາຍເປັນກຳລັງແຮງອັນສຳຄັນໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ. ພາຍຫລັງສໍາເລັດການພົບປະຄົບ ຄະນະຢ່າງເປັນທາງການແລ້ວ, ສອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ເບລາຣຸດຊີ ໄດ້ຖະແຫລງຂ່າວຮ່ວມກັນກ່ຽວກັບ ຜົນສໍາເລັດຂອງການພົບປະສອງຝ່າຍ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການໃນ ຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມ ຂ່ຳນັບ ທ່ານ ນາງ ນາຕາເລຍ ໂກຈາ ໂນວາ (Natalia Kochanova) ປະ ທານສະພາສູງ, ສະພາແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ແລະ ທ່ານ ອີກໍ ເຊີເກ ເຢັນໂກ (Igor Sergeyenko), ປະ ທານສະພາຜູ້ແທນປະຊາຊົນ, ສະພາ ແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ແລະ ພົບປະກັບ ທ່ານ ວິກເຕີ ກາຣັນເກຍວິຈ (Viktor Karankevich) ຮອງນາ ຍົກລັດຖະມົນຕີ ແຫ່ງ ສ ເບລາຣຸດຊີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ພະລັງງານ. ນອກຈາກນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມພົບປະພາກ ທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ແລະ ຍັງໄດ້ໄປວາງພວງ ມາລາ ຢູ່ອະນຸສາວະລີໄຊຊະນະ. ໃນ ຕອນທ້າຍຂອງການຢ້ຽມຢາມ, ຍັງ ໄດ້ໄປຢ້ຽມຊົມສະຖານທີ່ທາງປະ ຫວັດສາດ ແລະ ວັດທະນະທຳທີ່ສໍາຄັນ ຂອງ ເບລາຣຸດຊີ ຈໍານວນໜຶ່ງ. ການຢ້ຽມຢາມ ສ ເບລາຣຸດ ຊີ ຢ່າງເປັນທາງການ ຂອງ ທ່ານ ທອງສະຫວັນ ພົມວິຫານ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຕາມລະດັບຄາດ ໝາຍ, ພ້ອມທັງໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ແລະ ດຳເນີນໄປຢ່າງສົມ ກຽດແຕ່ຕົ້ນຈົນຈົບ. ພ້ອມກັນນັ້ນ, ການ ເດີນທາງຢ້ຽມຢາມຄັ້ງນີ້ ຍັງໄດ້ປະ ກອບສ່ວນສຳຄັນເຂົ້າໃນການເພີ່ມພູນ ຄູນສ້າງ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອອັນ ດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງໆຂຶ້ນ. (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມ ຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນ ໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານ ມາ ທີ່ນະຄອນຫລວງເຊອູນ ສ ເກົາຫລີ ໂດຍການເປັນເຈົ້າພາບຮ່ວມຂອງ ພັກປະຊາທິປະໄຕ ແລະ ພັກພະລັງປະ ຊາຊົນ ຂອງ ສ ເກົາຫລີ, ມີຄະນະຜູ້ ແທນຈາກພັກການເມືອງ ຫລາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າ ຮ່ວມ ແລະ 3 ອົງການຈັດຕັ້ງສາກົນ ສັງເກດການ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ ແທນໄດ້ລົງເລິກແລກປ່ຽນບົດຮຽນ ກ່ຽວກັບຫົວຂໍ້ຕ່າງໆ ເປັນຕົ້ນ ການຟື້ນ ຟູສັນຕິພາບ ແລະ ສະຖຽນລະພາບ ແບບຍືນຍົງ, ການເສີມຂະຫຍາຍປະ ຊາທິປະໄຕ ແລະ ການປົກຄອງ, ການ ພັດທະນາປັນຍາປະດິດ ເພື່ອຄວາມ ຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການ ປ່ຽນແປງດິນຟ້າອາກາດ; ຍົກໃຫ້ເຫັນ ເຖິງບັນຫາຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ ການນໍາພາຂອງບັນດາພັກການເມືອງ ໃນຂະນະທີ່ໂລກກໍາລັງຜະເຊີນໜ້າກັບ ບັນຫາທ້າທ້າຍທາງດ້ານພູມສາດການ ເມືອງ, ຄວາມບໍ່ແນ່ນອນທາງດ້ານ ເສດຖະກິດ, ຄວາມແຕກແຍກທາງການ ເມືອງ ທີ່ເພີ່ມຂຶ້ນ ແລະ ຄວາມຕ້ອງ ການພັດທະນາທາງດ້ານເຕັກໂນໂລ ຊີ ທີ່ວ່ອງໄວເພື່ອຊຸກຍູ້ການເສີມຂະ ຫຍາຍການຮ່ວມມື ໃນພາກພື້ນ ແລະ ໃນໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າ ທ້າຍທີ່ມາພ້ອມການຫັນປ່ຽນດັ່ງກ່າວ. ໃນໂອກາດກອງປະຊຸມໃຫຍ່ດັ່ງ ກ່າວ, ພັກ ປປ ລາວ ໄດ້ຖືກຮັບຮອງ ເຂົ້າເປັນສະມາຊິກຄະນະປະຈໍາໄອ ແຄັບ ພາຍຫລັງທີ່ພັກ ປປ ລາວ ໄດ້ສະ ແດງເຈດຈໍານົງໃນປີ 2025. ອົງການ ICAPP ເປັນອົງການພົວພັນຫລາຍ ຝ່າຍດ້ານພັກສ້າງຕັ້ງໃນປີ 2000 ເພື່ອ ເຕົ້າໂຮມກໍາລັງແຮງຂອງບັນດາພັກ ການເມືອງໃນການຮັກສາການກໍາ ອໍານາດ, ຂະຫຍາຍບົດບາດ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງສະມາຊິກ ຊຶ່ງກວມເອົາບັນດາ ພັກການເມືອງທີ່ມີອຸດົມການຫລາກ ຫລາຍກວ່າ 350 ພັກການເມືອງ ແລະ ມີຄະນະປະຈໍາ ຈໍານວນ 25 ປະເທດ. ການເຂົ້າເປັນສະມາຊິກດັ່ງກ່າວເປັນ ການຍົກສູງບົດບາດຂອງພັກ ປປ ລາວ ໃນເວທີສາກົນ ກໍຄື ການປະຕິບັດ ໜ້າທີ່ມີສ່ວນຮ່ວມໃນການກໍານົດນະ ໂຍບາຍ, ວິໄສທັດ ແລະ ແຜນການ ເຄື່ອນໄຫວຂອງອົງການ. ພ້ອມນັ້ນ, ຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນໃນ 2 ກອງ ປະຊຸມໂດຍໄດ້ສະແດງຄວາມຂອບໃຈ ມາຍັງບັນດາພັກການເມືອງ ທີ່ໃຫ້ ການສະໜັບສະໜູນພັກ ປປ ລາວ ໃນ ການເຂົ້າເປັນສະມາຊິກຄະນະປະຈໍາ ດັ່ງກ່າວ; ຢືນຢັນຄວາມໝາຍໝັ້ນໃນ ການສຸມທຸກຄວາມພະຍາຍາມເຂົ້າໃນ ການປະຕິບັດໜ້າທີ່ຄະນະປະຈໍາ; ຍົກ ໃຫ້ເຫັນວ່າສັນຕິພາບ ແລະ ສະຖຽນ ລະພາບ ບໍ່ແມ່ນພຽງພື້ນຖານອັນຈໍາ ເປັນໃຫ້ແກ່ການພັດທະນາຂອງທຸກ ປະເທດເທົ່ານັ້ນແຕ່ຍັງເປັນພື້ນຖານ ສຳຄັນຂອງຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ ແລະ ຄວາມກ້າວໜ້າ ຂອງໂລກ. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນ ເອກະພາບຮັບຮອງເອົາຖະແຫລງການ ເຊອູນ ຊຶ່ງມີເນື້ອໃນຍົກໃຫ້ເຫັນເຖິງ ຄວາມສໍາຄັນໃນການເພີ່ມທະວີຄວາມ ສາມັກຄີ, ການຮ່ວມມື ລະຫວ່າງ ບັນດາພັກການເມືອງໃນອາຊີ ແລະ ໃນ ໂລກ; ສຸມຄວາມພະຍາຍາມຮ່ວມກັນ ໃນການຮັບມືກັບບັນດາສິ່ງທ້າທ້າຍ ຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາ. ຂ່າວ: ຄຕພ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະ ຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິ ບັດນ້ຳຖ້ວມໃນໄລຍະຜ່ານມາ ຈໍາ ນວນ 3 ຕື້ກວ່າກີບ, ຄົນໜຶ່ງໄດ້ຮັບ 1.350.000 ກີບ ໂດຍມີ ທ່ານ ລັດ ຕະນາ ໄຊຍະບັນຊາ ຮອງປະທານ ຄະນະກຳມະການປົກຄອງເມືອງຈຳ ພອນ, ທ່ານ ເກີດ ບູຕາ ຜູ້ປະສານງານ ດ້ານການກຽມຄວາມພ້ອມ ແລະ ຕອບ ໂຕ້ໄພພິບັດ ອົງການອາຫານໂລກ, ມີ ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍ ປະຊາຊົນຜູ້ໄດ້ຮັບການຊ່ວຍເຫລືອ ເຂົ້າຮ່ວມ. ທ່ານ ລະລົງກອນ ຈັນທະມາລີ ຜູ້ຮັບຜິດຊອບວຽກງານກຽມຄວາມ ພ້ອມ ແລະ ຕອບໂຕ້ໄພພິບັດ ຂອງອົງ ການອາຫານໂລກ ປະຈຳລາວ ໄດ້ໃຫ້ ສໍາພາດວ່າ: ເມືອງຈຳພອນ ແຂວງສະ ຫວັນນະເຂດ ແມ່ນເມືອງໜຶ່ງ ທີ່ໄດ້ຮັບ ການຊ່ວຍເຫລືອ ຈາກອົງການອາ ຫານໂລກ, ປະຊາຊົນຜູ້ຖືກຜົນກະທົບ ຈາກພາຍຸທີ່ພັດຜ່ານເຂົ້າມາ ສປປ ລາວ ໃນປີນີ້ເຮັດໃຫ້ນ້ຳຖ້ວມໜັກ. ດັ່ງ ນັ້ນ, ອົງການອາຫານໂລກ ຂອງພວກ ເຮົາ ຈຶ່ງໄດ້ມາຊ່ວຍເຫລືອປະຊາຊົນ ເພື່ອຊ່ວຍຟື້ນຟູພາຍຫລັງໄພນ້ຳຖ້ວມ ຊຶ່ງໄດ້ຊ່ວຍເຫລືອເປັນເງິນສົດ ຜູ້ໜຶ່ງ ໄດ້ຈໍານວນ 1.350.000 ກີບ, ພວກ ເຂົາເຈົ້າຈະນໍາໃຊ້ໃນການຟື້ນຟູຄົວ ເຮືອນ ທີ່ຖືກຜົນກະທົບຈາກໄພນ້ຳ ຖ້ວມເຊັ່ນ: ເພື່ອຊື້ອາຫານໃຫ້ລູກໄດ້ ໄປໂຮງຮຽນ, ມີອາຫານທີ່ມີໂພຊະນາ ການກິນໃຫ້ຄົບໝູ່. ແຕ່ລະຄົວເຮືອນ ຖືກຜົນກະທົບທີ່ແຕກຕ່າງກັນ. ສະນັ້ນ, ຄວາມຈຳເປັນ ຫລື ຄວາມຕ້ອງການ ໃນການໃຊ້ເງິນ ກໍຈະແຕກຕ່າງກັນ, ບາງຄອບຄົວທີ່ມີເຂົ້າກິນ ຫລື ມີສະ ບຽງອາຫານ ທີ່ຫລົງເຫລືອຢູ່ພາຍ ຫລັງນ້ຳຖ້ວມ ເຂົາເຈົ້າກໍສາມາດໃຊ້ ເງິນດັ່ງກ່າວ ຟື້ນຟູຈາກການຜະລິດກະ ສິກຳ, ຊື້ແນວພັນພືດ-ແນວພັນສັດ ຫລື ຈະເອົາໄປຊ້ອມແປງທີ່ພັກອາໄສ ແລະ ສິ່ງຈໍາເປັນ. ນອກນັ້ນ, ເຂົາເຈົ້າ ຍັງໃຊ້ເງິນດັ່ງກ່າວ ໃນການປິ່ນປົວ ພະຍາດ. ເຖິງວ່າເງິນຈຳນວນທີ່ເອົາ ຊ່ວຍບໍ່ຫລາຍ ແຕ່ກໍສາມາດຊ່ວຍໃຫ້ ຊຸມຊົນ ຫລື ຄອບຄົວທີ່ຖືກຜົນກະທົບ ໃນໄລຍະນີ້ ໄດ້ຈຳນວນໜຶ່ງ ແລະ ໃນ ອະນາຄົດອົງການອາຫານໂລກຈະໄດ້ ສືບຕໍ່ໃນການເຮັດວຽກຮ່ວມກັບຊຸມຊົນ ຮ່ວມກັບລັດຖະບານ ຂັ້ນເມືອງ-ຂັ້ນ ແຂວງ ໃນການສ້າງຄວາມອາດສາ ມາດໃຫ້ກັບຊຸມຊົນ ໃນວຽກງານກຽມ ພ້ອມ ແລະ ຕອບໂຕ້ໄພພິບັດ ເພາະວ່າ ອີງໃສ່ປະສົບການຜ່ານມາ, ອົງການ ອາຫານໂລກພວກເຮົາ ໄດ້ເຫັນຄວາມ ຈຳເປັນ, ຄວາມສຳຄັນຂອງວຽກງານ ກຽມພ້ອມ ແລະ ຕອບໂຕ້ໄພພິບັດ. ໂອກາດນີ້, ທ່ານ ລັດຕະນາ ໄຊຍະ ບັນຊາ ໄດ້ສະແດງຄວາມຂອບໃຈ ຢ່າງເລິກເຊິ່ງຕໍ່ອົງການອາຫານໂລກ (WFP) ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ທີ່ໄດ້ລົງມາມອບເງິນເພື່ອບັນ ເທົາຄວາມທຸກ ແລະ ຟື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະ ຜ່ານມາ, ສໍາລັບຢູ່ເມືອງຈໍາພອນ ໄດ້ ຮັບການຊ່ວຍເຫລືອ 4 ບ້ານ ໂດຍມີ ຈໍານວນຄອບຄົວທີ່ໄດ້ຮັບຜົນກະທົບ ປະມານ 2.000 ກວ່າຄົນ. ຂ່າວ: ວີລະວັນ ພາບ: ວິນນາລີ ມອບ-ຮັບ... ປະທານສູນກາງແນວ... ຮອງນາຍົກ... ພັກ ປປ ລາວ... ປະຊາຊົນ... ສປປ ລາວ... ງົບປະມານທີ່ມີຍຸດທະສາດໃສ່ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດສົກປີ 2027 ເພື່ອຮັບປະກັນການອອກຈາກສະຖາ ນະພາບດ້ອຍພັດທະນາຢ່າງໂລ່ງ ລ່ຽນ, ມີຄຸນນະພາບ ແລະ ຍືນຍົງ” ໂດຍຈະສຸມໃສ່ 4 ຫົວຂໍ້ ຊຶ່ງຈະມີຜູ້ ແທນລະດັບສູງຈາກສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ອົງ ການປົກຄອງທ້ອງຖິ່ນທົ່ວປະເທດ, ປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງ ທາງສັງຄົມເຂົ້າຮ່ວມ. ທ່ານ ສຸລິວັດ ສຸວັນນະຈຸມຄໍາ ໄດ້ເນັ້ນໜັກວ່າ ກອງປະຊຸມໂຕະມົນ ໃນປີນີ້ມີຄວາມໝາຍສໍາຄັນທາງປະ ຫວັດສາດ ເນື່ອງຈາກຈັດຂຶ້ນກ່ອນວັນ ທີ່ ສປປ ລາວ ຈະຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງເປັນທາງການພຽງບໍ່ ເທົ່າໃດມື້ ແລະ ເປັນປີທຳອິດຂອງການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ເຖິງວ່າໃນປີ 2026 ຈະຜະເຊີນກັບສິ່ງທ້າທາຍຈາກ ຄວາມຜັນຜວນຂອງເສດຖະກິດໂລກ ແລະ ຜົນກະທົບຈາກໄພພິບັດທາງທໍາ ມະຊາດ, ລັດຖະບານ ກໍສາມາດຮັກ ສາສະຖຽນລະພາບຂອງຄ່າເງິນກີບ ແລະ ຄວບຄຸມອັດຕາເງິນເຟີ້ໄດ້ຢ່າງ ຕັ້ງໜ້າ ຜ່ານນະໂຍບາຍເງິນຕາທີ່ຮັດ ກຸມ ແລະ ການເຊື່ອມໂຍງແຜນພັດ ທະນາເຂົ້າກັບແຜນງົບປະມານຢ່າງ ກົມກຽວ. ໂອກາດນີ້, ທ່ານ ນາງ ໄອຊານີ ເມດາກັງໂກດາ-ລາເບ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ, ພ້ອມຢືນຢນວ່າຂະບວນການ ໂຕະມົນ ແມ່ນກົນໄກອັນສຳຄັນໃນ ການປຶກສາຫາລືນະໂຍບາຍ, ລະດົມ ແຫລ່ງທຶນເພື່ອອັດຊ່ອງວ່າງດ້ານງົບ ປະມານ ແລະ ຊຸກຍູ້ການຂ້າມຜ່ານ ຢ່າງໂລ່ງລ່ຽນ, ພ້ອມທັງຕີລາຄາສູງ ຕໍ່ບົດບາດຂອງສື່ມວນຊົນໃນການເປັນ ຄູ່ຮ່ວມສຳຄັນ. ຂະບວນການໂຕະມົນ ເປັນກົນໄກ ລະດັບຊາດທີ່ສໍາຄັນຍິ່ງໃນການປຶກສາ ຫາລືນະໂຍບາຍ ແລະ ປະສານການ ຮ່ວມມືລະຫວ່າງລັດຖະບານ, ຄູ່ຮ່ວມ ພັດທະນາ ແລະ ພາກເອກະຊົນ, ເພື່ອ ນໍາໃຊ້ຊັບພະຍາກອນພາຍໃນ, ດຶງດູດ ການລົງທຶນ ແລະ ລະດົມແຫລ່ງທຶນ ເຂົ້າໃນການອັດຊ່ອງວ່າງດ້ານງົບປະ ມານ, ຮັບປະກັນການຂ້າມຜ່ານຢ່າງ ໂລ່ງລ່ຽນ, ຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ກໍຄື ຖະແຫລງ ການວຽງຈັນ ສະບັບທີ III ໃຫ້ສ້າງ ຜົນປະໂຫຍດຕົວຈິງຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພ້ອມທັງຕີລາຄາສູງຕໍ່ ບົດບາດຂອງສື່ມວນຊົນ ໃນການເປັນ ຄູ່ຮ່ວມສໍາຄັນ ເພື່ອສື່ສານໝາກຜົນ ການພັດທະນາອອກສູ່ສັງຄົມ.

RkJQdWJsaXNoZXIy MTc3MTYxMQ==