06/11/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d © ມາÃÇ າ ຂປລ. ການພັດທະນາຊັບພະຍາ ກອນມະນຸດບໍ່ແມ່ນພຽງແຕ່ການຍົກ ລະດັບການສຶກສາ ຫລືສາທາລະນະ ສຸກເທົ່ານັ້ນ, ແຕ່ຍັງຕ້ອງສ້າງລະບົບ ນິເວດທີ່ສົ່ງເສີມນະວັດຕະກຳ ເພື່ອ ຜັນຂະຫຍາຍຄວາມຮູ້ໃຫ້ກາຍເປັນ ມູນຄ່າທາງເສດຖະກິດຢ່າງແທ້ຈິງ. ເພື່ອບັນລຸເປົ້າໝາຍນີ້, ລັດຖະບານ ຈຳເປັນຕ້ອງເພີ່ມງົບປະມານການ ວິໄຈ ແລະ ສ້າງແຮງຈູງໃຈທາງ ພາສີ ເພື່ອດຶງດູດພາກເອກະຊົນເຂົ້າ ມາລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາຫລາຍຂຶ້ນ. ພ້ອມດຽວກັນນັ້ນ, ການສ້າງ ລະບົບນິເວດນະວັດຕະກຳຕ້ອງມີ ການເຊື່ອມໂຍງຢ່າງແໜ້ນແຟ້ນ ລະຫວ່າງມະຫາວິທະຍາໄລ, ສະ ຖາບັນການສຶກສາ ແລະ ພາກ ທຸລະກິດຜ່ານສູນຝຶກອົບຮົມທຸລະ ກິດໃໝ່ ເພື່ອຫັນຜົນງານວິໄຈ ແລະ ຫົວຄິດປະດິດສ້າງມາໝູນໃຊ້ໃນ ການຜະລິດ ແລະ ການບໍລິການ ຢ່າງເປັນຮູບປະທຳ. ຄຽງຄູ່ກັບ ການສົ່ງເສີມ, ຕ້ອງມີການປົກປ້ອງ ຊັບສິນທາງປັນຍາທີ່ເຂັ້ມແຂງ ໂດຍ ການສ້າງລະບົບການຈົດທະບຽນ ສິດທິບັດທີ່ງ່າຍດາຍ, ໂປ່ງໃສ ແລະ ສອດຄ່ອງກັບມາດຕະຖານສາກົນ ເພື່ອສ້າງຄວາມໝັ້ນໃຈ ແລະ ເປັນ ແຮງຈູງໃຈໃນການສ້າງສັນຜົນ ງານໃໝ່ໆ. ການພັດທະນາຊັບພະຍາກອນ ມະນຸດບໍ່ແມ່ນວຽກງານໄລຍະສັ້ນ, ແຕ່ເປັນການລົງທຶນທີ່ຄຸ້ມຄ່າທີ່ ສຸດ. ຖ້າ ສປປ ລາວ ສາມາດ ສ້າງປະຊາກອນທີ່ມີສຸຂະພາບ ແຂງແຮງ, ມີສີມື, ມີທັກສະດີຈິຕອນ ແລະ ມີແນວຄິດປະດິດສ້າງຈະເປັນ hພະລັງອັນຍິ່ງໃຫຍ່i ທີ່ຈະນຳພາ ປະເທດກ້າວຂ້າມຈາກການເປັນ ປະເທດທີ່ເພິ່ງພາແຮງງານລາຄາ ຖືກໄປສູ່ການເປັນເສດຖະກິດທີ່ມີນະ ວັດຕະກຳ, ສ້າງມູນຄ່າເພີ່ມໄດ້ສູງ ແລະ ຂະຫຍາຍຕົວຢ່າງໝັ້ນຄົງຍືນ ຍົງໃນອະນາຄົດ. ປັບປຸງການຄຸ້ມຄອງລັດ. ການປັບປຸງການຄຸ້ມຄອງລັດ ເພື່ອຍົກລະດັບປະສິດທິພາບການ ບໍລິຫານງານ ແລະ ສົ່ງເສີມການ ພັດທະນາເສດຖະກິດ-ສັງຄົມ ໃຫ້ ມີຄວາມຍືນຍົງ ມີເນື້ອໃນສັງລວມ: 1. ການປະຕິຮູບລະບົບລັດ : ການປະຕິຮູບທີ່ແທ້ຈິງແມ່ນການ ຍົກລະດັບປະສິດທິພາບເພື່ອຮັບ ໃຊ້ປະຊາຊົນ ໂດຍມີ 4 ທິດທາງ ຫລັກ:1. ກົນໄກກະທັດຮັດ ທົບທວນ ແລະ ຕັດຂັ້ນຕອນການອະນຸມັດ ທີ່ຊ້ຳຊ້ອນ, ແບ່ງຂັ້ນຄຸ້ມຄອງໃຫ້ ຂາວແຈ້ງ ແລະ ເພີ່ມອຳນາດການ ຕັດສິນໃຈໃຫ້ທ້ອງຖິ່ນ; 2. ຫັນເປັນ ລັດຖະບານດີຈິຕອນ: ເລັ່ງການ ບໍລິການອອນລາຍ (&-TFSWJDF) ເພື່ອຫລຸດຜ່ອນການໃຊ້ເຈ້ຍ ແລະ ການພົບປະໂດຍກົງ ຊຶ່ງເປັນການ ປ້ອງກັນການສໍ້ລາດບັງຫລວງ; 3. ລະບົບຄັດເລືອກພະນັກງານ ແລະ ພັດທະນາພະນັກງານອີງໃສ່ຄວາມ ຮູ້ຄວາມສາມາດມີລະບົບວັດແທກ ຜົນງານ, ໃຫ້ລາງວັນຜູ້ເຮັດວຽກດີ ແລະ ລົງໂທດຜູ້ບົກຜ່ອງ; 4.ຄວາມ ໂປ່ງໃສ: ເປີດເຜີຍຂໍ້ມູນຂ່າວສານ ທາງການ ແລະ ເພີ່ມຄວາມເຂັ້ມ ແຂງໃຫ້ແກ່ອົງການກວດສອບ. 2. ການບໍລິຫານດີຈິຕອນ: ການສ້າງກົນໄກການບໍລິຫານໃຫ້ ທັນສະໄໝແມ່ນຫົວໃຈສຳຄັນໃນ ການຂັບເຄື່ອນປະເທດໃຫ້ກ້າວໄປ ສູ່ຍຸກດີຈິຕອນຢ່າງມີປະສິດທິພາບ. ເພື່ອບັນລຸເປົ້າໝາຍນີ້, ການພັດທະ ນາການບໍລິການລວມສູນຜ່ານການ ສ້າງ hປະຕູດຽວທາງອອນລາຍi (/BUJPOBM SFSWJDF PPSUBM) ຖື ເປັນບາດກ້າວທີ່ສຳຄັນ ເພື່ອເຊື່ອມ ຕໍ່ຖານຂໍ້ມູນຂອງທຸກຂະແໜງການ ເຂົ້າກັນ ຊຶ່ງຈະຊ່ວຍຫລຸດຜ່ອນ ຄວາມຫຍຸ້ງຍາກ, ປະຢັດເວລາ ແລະ ເພີ່ມຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນໃນການເຂົ້າເຖິງ ການບໍລິການພາກລັດ. ນອກຈາກການອຳນວຍຄວາມ ສະດວກແລ້ວ, ການບໍລິຫານທີ່ ທັນສະໄໝຕ້ອງຕັດສິນໃຈໂດຍ ອີງໃສ່ຂໍ້ມູນເປັນຫລັກ (DBUBDSJWFO DFDJTJPO MBLJOH) ໂດຍການພັດທະນາລະບົບ BJH DBUB AOBMZUJDT ເພື່ອວິເຄາະ ພຶດຕິກຳທາງເສດຖະກິດ-ສັງຄົມ ຢ່າງເລິກເຊິ່ງ ຊຶ່ງຈະເປັນພື້ນຖານ ຊ່ວຍໃຫ້ລັດຖະບານສາມາດວາງ ນະໂຍບາຍຕ່າງໆໄດ້ຢ່າງຖືກ ຕ້ອງ, ກົງເປົ້າໝາຍ ແລະ ທັນ ກັບສະຖານະການ. ໃນຍຸກທີ່ດີຈິ ຕອນມີບົດບາດສູງ, ຄວາມປອດ ໄພທາງໄຊເບີກໍເປັນສິ່ງທີ່ລະເລີຍບໍ່ ໄດ້. ສະນັ້ນ, ຈຶ່ງຕ້ອງມີການສ້າງ ສູນຮັກສາຄວາມປອດໄພທາງໄຊເບີ ແຫ່ງຊາດ ພ້ອມກັບການປະກາດໃຊ້ ກົດໝາຍປົກປ້ອງຂໍ້ມູນສ່ວນບຸກຄົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ ໃຊ້ບໍລິການ. ສຸດທ້າຍ, ປັດໄຈທີ່ຂາດບໍ່ໄດ້ຄື hຄົນi, ໂດຍຕ້ອງເລັ່ງຝຶກອົບຮົມ ພະນັກງານໃຫ້ມີທັກສະດີຈິຕອນ ແລະ ມີຄວາມຊຳນານໃນການນຳ ໃຊ້ເຕັກໂນໂລຊີເຂົ້າໃນວຽກງານ ປະຈຳວັນຢ່າງມີປະສິດທິຜົນ. ການ ປະສານງານທັງໝົດນີ້ ບໍ່ພຽງແຕ່ ຈະປັບປ່ຽນໂຄງສ້າງການບໍລິຫານ ໃຫ້ມີຄວາມໂປ່ງໃສ ແລະ ຄ່ອງ ຕົວເທົ່ານັ້ນ, ແຕ່ຍັງເປັນການສ້າງ ພື້ນຖານອັນໜັກແໜ້ນໃຫ້ແກ່ການ ພັດທະນາເສດຖະກິດດີຈິຕອນຂອງ ສປປ ລາວ ໃຫ້ເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງ. 3. ການຕ້ານການສໍ້ລາດບັງ ຫລວງ: ການສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນທຳໃນສັງຄົມຖື ເປັນພື້ນຖານອັນສຳຄັນທີ່ສຸດໃນ ການພັດທະນາປະເທດຊາດໃຫ້ກ້າວ ໄປສູ່ຄວາມຈະເລີນຮຸ່ງເຮືອງ, ໂດຍ ລັດຖະບານຕ້ອງຖືເອົາວຽກງານບູ ລິມະສິດເຫລົ່ານີ້ ເປັນກົນໄກຫລັກ ໃນການປົກຄອງ ແລະ ບໍລິຫານ ປະເທດ. ການສ້າງລະບົບກົດໝາຍທີ່ເຂັ້ມ ງວດແມ່ນຈຸດເລີ່ມຕົ້ນທີ່ຈຳເປັນ ໂດຍການປັບປຸງກົດໝາຍໃຫ້ມີບົດ ລົງໂທດທີ່ຮຸນແຮງ ແລະ ສັກສິດ, ພ້ອມທັງເພີ່ມຄວາມເປັນອິດສະລະ ໃຫ້ແກ່ອົງການກວດກາ ເພື່ອໃຫ້ ສາມາດປະຕິບັດໜ້າທີ່ໄດ້ຢ່າງຍຸຕິ ທຳ ແລະ ປາສະຈາກການແຊກ ແຊງ. ຄຽງຄູ່ກັນນັ້ນ, ການຫັນລະ ບົບການຈັດຊື້-ຈັດຈ້າງຂອງລັດ ແລະ ການເສຍພາສີ-ອາກອນໃຫ້ ເປັນລະບົບອອນລາຍທັງໝົດຈະ ເປັນການຫລຸດຜ່ອນ ແລະ ປິດຊ່ອງ ຫວ່າງການໃຫ້ສິນບົນໄດ້ຢ່າງມີປະ ສິດທິຜົນ. ນອກຈາກມາດຕະການດ້ານ ກົດໝາຍແລ້ວ, ການປູກຝັງຈັນຍາ ບັນ ແລະ ຄຸນນະທຳໃຫ້ແກ່ພະນັກ ງານ-ລັດຖະກອນ ກໍມີຄວາມສຳຄັນ ໂ ດຍຕ້ອງສ້າ ງວັດທະນະທຳ hບໍ່ຍອມຮັບi ຕໍ່ການສໍ້ລາດບັງ ຫລວງຢ່າງເດັດຂາດ, ພ້ອມທັງ ມີການປັບປຸງຄ່າຕອບແທນ ແລະ ສະຫວັດດີການໃຫ້ສົມເຫດສົມຜົນ ເພື່ອສ້າງຂວັນກຳລັງໃຈໃນການ ປະຕິບັດວຽກງານຢ່າງຊື່ສັດ. ສຸດ ທ້າຍ, ຕ້ອງເປີດໂອກາດໃຫ້ສັງຄົມມີ ສ່ວນຮ່ວມຢ່າງແທ້ຈິງ ໂດຍມີກົນໄກ ປົກປ້ອງຜູ້ແຈ້ງເບາະແສການສໍ້ ລາດບັງຫລວງ ແລະ ເປີດເຜີຍຂໍ້ມູນ ງົບປະມານຂອງລັດໃຫ້ປະຊາຊົນ ສາມາດກວດສອບໄດ້ຢ່າງໂປ່ງ ໃສການປະຕິບັດວຽກງານເຫລົ່ານີ້ ຢ່າງຕໍ່ເນື່ອງຈະຊ່ວຍສ້າງສັງຄົມທີ່ ຍຸຕິທຳ ແລະ ສ້າງຄວາມເຊື່ອໝັ້ນ ອັນໜັກແໜ້ນໃຫ້ແກ່ປະຊາຊົນ ຊຶ່ງ ເປັນປັດໄຈຊຸກຍູ້ໃຫ້ການພັດທະນາ ປະເທດລາວບັນລຸຜົນສຳເລັດຢ່າງ ຍືນຍົງ. ການເພີ່ມປະສິດທິພາບພາກລັດ. ການຫັນປ່ຽນຈາກພາກລັດທີ່ມີ ຂັ້ນຕອນຊັກຊ້າມາເປັນຜູ້ອຳນວຍ ຄວາມສະດວກທີ່ວ່ອງໄວ ແລະ ມີ ປະສິດທິພາບຖືເປັນຫົວໃຈສຳຄັນ ໃນການຂັບເຄື່ອນການພັດທະນາ ປະເທດ. ການປະຕິຮູບຂະບວນການ ເຮັດວຽກຕ້ອງເລີ່ມຈາກການຕັດ ຂັ້ນຕອນທີ່ບໍ່ຈຳເປັນອອກຢ່າງເດັດ ຂາດ ແລະ ປ່ຽນແປງວັດທະນະທຳ ການບໍລິຫານແບບແຍກສ່ວນມາ ເປັນການບໍລິຫານແບບເຊື່ອມໂຍງ ເພື່ອໃຫ້ວຽກງານມີຄວາມຄ່ອງ ຕົວ ແລະ ວ່ອງໄວຂຶ້ນ. ຄຽງຄູ່ກັນ ນັ້ນ, ການຄຸ້ມຄອງລັດຕ້ອງຫັນມາ ເນັ້ນຜົນສຳເລັດເປັນຫລັກ ໂດຍ ມີການຈັດສັນງົບປະມານຕາມຜົນ ງານຕົວຈິງ, ຫົວໜ່ວຍງານໃດທີ່ ສາມາດປະຕິບັດວຽກງານໄດ້ຢ່າງ ມີປະສິດທິພາບ ແລະ ສ້າງຜົນປະ ໂຫຍດໃຫ້ແກ່ສັງຄົມສູງຄວນໄດ້ຮັບ ການສະໜັບສະໜູນ ແລະ ຍົກຍ້ອງ ຢ່າງເໝາະສົມ. ນອກຈາກນີ້, ການເພີ່ມຊ່ອງ ທາງການສື່ສານກັບປະຊາຊົນກໍ ເປັນປັດໄຈທີ່ຂາດບໍ່ໄດ້ ເພື່ອສ້າງ ກົນໄກທີ່ສາມາດຮັບຟັງບັນຫາ ແລະ ແກ້ໄຂຄວາມເດືອດຮ້ອນຂອງ ປະຊາຊົນໄດ້ຢ່າງທັນການ. ການ ປະຕິຮູບລະບົບລັດ ບໍ່ແມ່ນວຽກງານ ໄລຍະສັ້ນ, ແຕ່ແມ່ນຂະບວນການ ພັດທະນາຢ່າງຕໍ່ເນື່ອງ. ການທີ່ລັດ ສາມາດຫັນມາເປັນຜູ້ບໍລິການທີ່ ໂປ່ງໃສ, ວ່ອງໄວ ແລະ ເຮັດວຽກ ຢ່າງມີປະສິດທິພາບຈະກາຍເປັນ ພື້ນຖານທີ່ແຂງແກ່ນທີ່ສຸດໃນການ ນຳພາ ສປປ ລາວ ໃຫ້ກ້າວຂ້າມສິ່ງ ທ້າທາຍຕ່າງໆ ແລະ ບັນລຸເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ຢ່າງໝັ້ນຄົງ ແລະ ຍືນຍົງໃນອະ ນາຄົດ. ໂດຍ: ສຈ ຟາງເວີນ ຄະນະລັດທິມາກ ເລນິນ ມະຫາວິທະຍາໄລຊູໂຈ 9 gfn vo g,n v'30' lk,kffb 'f6 foa dmj v'mj P;wfh 1 clod;j kgmnj v7q o ຂປລ. ເມືອງໂຂງ ແຂວງຈຳ ປາສັກ ເປັນໜຶ່ງໃນຈຸດປາຍທາງ ການທ່ອງທ່ຽວສຳຄັນຂອງ ສປປ ລາວ ຊຶ່ງມີທ່າແຮງທາງດ້ານທຳມະ ຊາດທີ່ເປັນເອກະລັກໂດດເດັ່ນ. ມໍລະດົກທາງປະຫວັດສາດ ແລະ ວິຖີຊີວິດອັນລຽບງ່າຍຂອງປະຊາ ຊົນແມ່ນມົນເໜ່ທີ່ດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມຢ່າງຕໍ່ເນື່ອງ. ໃນໄລຍະ 9 ເດືອນຜ່ານມາ ເມືອງ ໂຂງສາມາດຕ້ອນຮັບນັກທ່ອງທ່ຽວ co;mk' c]t ,kf8tdko grnj vvvd9kdlt4kotrk[xtgmffh vpra fmtok1j k'pn opq ' ( 8vo 3 ) ໄດ້ທັງໝົດ 114.558 ເທື່ອຄົນ. ສະນັ້ນ, ເພື່ອເຮັດໃຫ້ວຽກງານທ່ອງ ທ່ຽວມີການພັດທະນາຂຶ້ນກວ່າເກົ່າ ຊີວິດຂອງຊາວບ້ານ. ຜ່ານການ ຈັດຕັ້ງປະຕິບັດໃນໄລຍະ 9 ເດືອນ ປີ 2026 ຜ່ານມາ, ມີນັກທ່ອງ ທ່ ຽ ວ ຢ້ ຽ ມ ຢ າ ມ ເ ມື ອ ງ ໂ ຂ ງ 114.558 ເທື່ອຄົນ. ໃນນັ້ນ, ນັກ ທ່ອງທ່ຽວພາຍໃນ 53.317 ຄົນ ແລະ ຕ່າງປະເທດ 61.239 ຄົນ ຊຶ່ງເພີ່ມຂຶ້ນ 5.107 ເທື່ອຄົນ ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ. ປັດຈຸບັນ, ທົ່ວເມືອງມີສະຖານທີ່ພັກ ແຮມ 97 ແຫ່ງ; ໃນນັ້ນ ມີໂຮງແຮມ 16 ແຫ່ງ, ເຮືອນພັກ 80 ແຫ່ງ, ຣີ ສອດ 1 ແຫ່ງ, ພ້ອມມີຮ້ານອາຫານ 20 ແຫ່ງ. ນອກຈາກນີ້, ຍັງມີ ກຸ່ມບໍລິການຂົນສົ່ງນັກທ່ອງທ່ຽວ ຂອງຊາວບ້ານ ເປັນຕົ້ນແມ່ນເຮືອ ບໍລິການ 205 ລຳ, ລົດບໍລິການ ຂົນສົ່ງໃນດອນເດດ-ດອນຄອນ 18 ຄັນ ແລະ ລົດໄຟຟ້າ 10 ຄັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວ. ທ່ານ ໄພວັນ ຍັງໃຫ້ຮູ້ຕື່ມວ່າ: ຜົນສຳເລັດດັ່ງກ່າວ ສ່ວນໜຶ່ງແມ່ນ ມາຈາກການໄດ້ຮັບທຶນສະໜັບສະ ໜູນຈາກໂຄງການພັດທະນາພື້ນ ພາກສ່ວນກຽວຂ້ອງກັນພ້ອມກັນ ສືບຕໍ່ຍົກລະດັບສິ່ງອຳນວຍຄວາມ ສະດວກ ແລະ ພື້ນຖານໂຄງລ່າງ ຢ່າງຮອບດ້ານ ເພື່ອຮອງຮັບການ ຂະຫຍາຍຕົວອຸດສາຫະກຳການ ທ່ອງທ່ຽວໃນຍຸກໃໝ່. ທ່ານ ໄພວັນ ສໍຄົງສິນ ກຳມະ ການພັກເມືອງ, ຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ ເມືອງໂຂງ ໄດ້ໃຫ້ສໍາພາດວ່າ: ທົ່ວ ເມືອງມີແຫລ່ງທ່ອງທ່ຽວທັງໝົດ 41 ແຫ່ງ; ໃນນັ້ນ ເປັນແຫລ່ງທ່ອງ ທ່ຽວທຳມະຊາດ 20 ແຫ່ງ, ປະ ຫວັດສາດ 7 ແຫ່ງ ແລະ ແຫລ່ງ ທ່ອງທ່ຽວວັດທະນະທຳ 14 ແຫ່ງ. ສຳລັບແຫລ່ງທ່ອງທ່ຽວທີ່ໂດດ ເດັ່ນ ແລະ ເປັນທີ່ນິຍົມປະກອບມີ ນ້ຳຕົກຕາດຄອນພະເພັງ, ນ້ຳຕົກ ຕາດສົມພະມິດ ແລະ ແຫລ່ງທ່ອງ ທ່ຽວອື່ນໆທີ່ມີກິດຈະກຳຫລາກ ຫລາຍເປັນຕົ້ນແມ່ນຂີ່ລົດຖີບ, ລ່ອງ ເຮືອກາຍັກ, ຍ່າງຂົວອູ່, ຂີ່ສະລິງ, ຂີ່ເຮືອຊົມທິວທັດທຳມະຊາດຕາມ ເກາະດອນ ພ້ອມທັງສຳຜັດວິຖີ ຍັງຊ່ວຍສົ່ງເສີມການຄ້າຂາຍ, ສ້າງ ວຽກເຮັດງານທຳ, ກະຈາຍລາຍໄດ້ ສູ່ປະຊາຊົນທ້ອງຖິ່ນຢ່າງທົ່ວເຖິງ ແລະ ຊຸກຍູ້ໃຫ້ທຸລະກິດບໍລິການດ້ານ ການທ່ອງທ່ຽວຂະຫຍາຍຕົວຂຶ້ນ ຢ່າງຕໍ່ເນ່ືອງ. ຖານໂຄງລ່າງ ເພື່ອສົ່ງເສີມການ ທ່ອງທ່ຽວໄລຍະ 2 ຊຶ່ງໂຄງການ ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງສິ່ງ ອຳນວຍຄວາມສະດວກຕ່າງໆ ໂດຍ ສະເພາະການກໍ່ສ້າງເສັ້ນທາງຄອນ ກຣີດເຂົ້ານາກະສັງ, ທ່າເຮືອນາກະ ສັງ, ເສັ້ນທາງໃນດອນເດດ-ດອນ ຄອນ ແລະ ການປັບປຸງສະຖານທີ່ ທ່ອງທ່ຽວອື່ນໆ. ການພັດທະນາ ພື້ນຖານໂຄງລ່າງດັ່ງກ່າວ ບໍ່ພຽງ ແຕ່ຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ແລະ ການ ຄົມມະນາຄົມ-ຂົນສົ່ງເທົ່ານັ້ນ, ແຕ່
RkJQdWJsaXNoZXIy MTc3MTYxMQ==