xtgmf]k; 4 06/11/2026 gsfdko c]t dkora fmtok -5 dp6h dko75h ,7v'ra d1j k'g0A ,';fIv[fh ko8+ gonj v' 8k,]t[P[dko c]t ]a dltotp5 fmtlkf0v'ra d grnj vIa [xtda oxtgmf-kf,u 7;k,lts'q [4k;vo ຂປລ. ໝາກຜົນສຳຄັນທີ່ສຸດ ຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ສະໄໝທີ XX ແມ່ນໄດ້ພິຈາລະນາ ແລະ ຮັບຮອງ hຂໍ້ຕົກລົງຂອງສູນກາງພັກກອມມູ ນິດຈີນ ກ່ຽວກັບບາງບັນຫາສຳຄັນ ໃນການຍຶດໝັ້ນຊຸກຍູ້ການຄຸ້ມຄອງ ພັກຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ ເນື່ອງi. ການບຸກທະລຸແບບສ້າງ ສັນທີ່ສຳຄັນທີ່ສຸດ ບໍ່ແມ່ນຢູ່ກັບການ ຢ້ຳຄືນເຖິງການຄຸ້ມຄອງພັກຢ່າງ ເຂັ້ມງວດຮອບດ້ານ, ແຕ່ຢູ່ກັບການ ຍົກລະດັບຍຸດທະສາດໃນ hການ ຍຶດໝັ້ນຢ່າງຕໍ່ເນື່ອງi. ເອກະສານ ທີ່ມີລັກສະນະໂຄງການສະບັບນີ້ ໄດ້ຕັ້ງຈຸດຢືນຢູ່ກັບຫົວຂໍ້ສຳຄັນ ຄື: ພັກກຳອຳນາດໄລຍະຍາວ, ຍົກລະ ດັບການຄຸ້ມຄອງພັກ ທີ່ເປັນການ ຈັດວາງໃນໄລຍະໜຶ່ງ ຂຶ້ນເປັນຍຸດ ທະສາດຍາວນານທີ່ຕ້ອງປະຕິບັດ ແຕ່ຕົ້ນຕະຫລອດປາຍ ແລະ ຕ້ອງ ດຳເນີນໄປເປັນເວລາດົນນານ. hການເຮັດໜ້າທີ່ຂອງຈີນໃຫ້ດີ, ຂໍກຸນແຈສຳຄັນຢູ່ກັບພັກ ແລະ ການ ຄຸ້ມຄອງພັກຢ່າງເຂັ້ມງວດຮອບ ດ້ານ.i ໃນປີ 2014, ໃນຖານະເປັນ ຜູ້ນຳສູງສຸດຂອງພັກກອມມູນິດ ຈີນ, ທ່ານ ສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນໄດ້ສະເໜີແຈ້ງວ່າ: hຄຸ້ມຄອງພັກຢ່າງເຂັ້ມງວດຮອບ ດ້ານi, ທັງໄດ້ຈັດຄວບຄູ່ກັບການ ສ້າງສັງຄົມອີ່ມໜຳສຳລານໃຫ້ສຳ ເລັດຢ່າງຮອບດ້ານ, ລົງເລິກການ ປະຕິຮູບຢ່າງຮອບດ້ານ ແລະ ປົກ ຄອງປະເທດຕາມກົດໝາຍຢ່າງ ຮອບດ້ານ ຊຶ່ງໄດ້ກໍ່ຕົວເປັນແຜນຍຸດ ທະສາດ hສີ່ຮອບດ້ານi. ຖ້າຫາກ ວ່າ ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານໄດ້ຕອບຄຳຖາມທີ່ວ່າ: hກ້າເຂັ້ມງວດ ຫລື ບໍ່, ສາມາດຄຸ້ມ ຄອງໄດ້ຫລືບໍ່i, ການປະຕິວັດໂດຍ ຕົນເອງໄດ້ຊີ້ແຈ້ງຊ່ອງທາງການ ປະຕິບັດຕົວຈິງທີ່ຫ້າງແຮ້ວໃສ່ຕົນ ເອງ ແລະ ຂູດກະດູກເພື່ອກຳຈັດ ສານພິດ, ຄັນຊັ້ນ hຊຸກຍູ້ການຄຸ້ມ ຄອງພັກຢ່າງເຂັ້ມງວດຮອບດ້ານ ໃຫ້ຕໍ່ເນື່ອງi ໄດ້ຜະເຊີນໜ້າໂດຍກົງ ກັບຫົວຂໍ້ຂັ້ນສຸດທ້າຍທີ່ວ່າ: hສາ ມາດເຂັ້ມງວດຕະຫລອດໄປ ຫລື ບໍ່i ພາຍໃຕ້ເງື່ອນໄຂທີ່ກຳອຳນາດ ໄລຍະຍາວ. ຄຳວ່າ: hຕໍ່ເນື່ອງi ຢູ່ ທີ່ນີ້, ບໍ່ແມ່ນວ່າຈະຊ້ຳແລ້ວຊ້ຳອີກ, ໝູນວຽນແບບກົນຈັກຢູ່ກັບທີ່, ແຕ່ ແມ່ນຍຶດໝັ້ນປະຕິບັດສິ່ງທີ່ລຳບາກ ແຕ່ຖືກຕ້ອງໃນຂະບວນການໃໝ່, ບັນລຸຄວາມຄືບໜ້າໃໝ່ແລະ ປະສິດ ທິຜົນໃໝ່ແຫ່ງການຄຸ້ມຄອງພັກ ຢ່າງຕໍ່ເນື່ອງ, ນີ້ແມ່ນຄຳຕອບໃນ ຍຸກໃໝ່ທີ່ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນ ສະໄໝ ທີ XX ວາງອອກ ບົນພື້ນຖານທີ່ ກຳນົດກົດເກນກຳອຳນາດຂອງພັກ ຮ້ອຍປີ. ແນວຄິດຫລັກແກນກາງຂອງ hການຍຶດໝັ້ນຢ່າງຕໍ່ເນື່ອງi: ການ ແກ້ໄຂບັນຫາຫຍຸ້ງຍາກຈາກຂັ້ນ ຮາກຖານທີ່ມີສະເພາະແຕ່ພັກ ແຕກ ຕ່າງຈາກມາດຕະການຄຸ້ມຄອງ ພັກລັກສະນະທີ່ເປັນໄລຍະ ແລະ ແບບລວມສູນ, hການຍຶດໝັ້ນຢ່າງ ຕໍ່ເນື່ອງi ແມ່ນການຍົກລະດັບ ຍຸດທະສາດລັກສະນະພື້ນຖານທີ່ ສຸມໃສ່ການກຳອຳນາດໄລຍະຍາວ ຂອງພັກ, ປັບປຸງຫລັກການພື້ນ ຖານທີ່ເຂັ້ມງວດ, ມາດຕະການທີ່ ເຂັ້ມງວດ ແລະ ບັນຍາກາດອັນເຄັ່ງ ຄັດໃຫ້ໝັ້ນຄົງຢ່າງຕໍ່ເນື່ອງ ດ້ວຍ ຄວາມໜັກແໜ້ນຢ່າງມີສະຕິໃນ ການດຳເນີນໄປຕະຫລອດການ, ເພື່ອແກ້ໄຂບັນຫາຫຍຸ້ງຍາກຈາກ ຂັ້ນຮາກຖານທີ່ມີສະເພາະແຕ່ພັກ. hບັນຫາຫຍຸ້ງຍາກທີ່ມີສະເພາະ ຂອງພັກi ແມ່ນຂໍ້ສະຫລຸບທິດສະດີ ໜຶ່ງທີ່ທ່ານ ສີຈິ້ນຜິງ ສະເໜີອອກ ຢ່າງມີປະດິດສ້າງ. ທ່ານເຫັນວ່າ, ສິ່ງທ້າທາຍໃຫຍ່ທີ່ສຸດໃນການກຳ ອຳນາດຂອງພັກ ບໍ່ໄດ້ຢູ່ທີ່ບັນຫາ ຄົງຄ້າງທີ່ສະສົມມາໃນໄລຍະໃດ ໜຶ່ງ, ແຕ່ຢູ່ທີ່ຄວາມຫລຸດຜ່ອນ ແລະ ປະໝາດ ພາຍຫລັງເວລາຜ່ານ ໄປດົນ; ບໍ່ໄດ້ຢູ່ທີ່ຄວາມສ່ຽງທີ່ເກີດ ຂຶ້ນກະທັນຫັນເປັນໄລຍະ, ແຕ່ຢູ່ ທີ່ການທົດສອບອັນມີລັກສະນະ ຍາວນານທີ່ສອດຫ້ອຍຕະຫລອດ ຂະບວນການ. ເມື່ອຫວນຄືນຂະບວນວິວັດປະ ຫວັດສາດຈາກຄວາມຈະເລີນຮຸ່ງ ເຮືອງສູ່ຄວາມຊຸດໂຊມຂອງບັນດາ ພັກການເມືອງໃນໂລກ, ບົດຮຽນ ທາງປະຫວັດສາດເຮັດໃຫ້ຄົນເຮົາ ມີສະຕິລະມັດລະວັງ. ພັກກອມມູນິດ ສະຫະພາບໂຊວຽດໄດ້ກຳອຳນາດ ຫລາຍກວ່າ 70 ປີ ແລະ ມີສະມາ ຊິກພັກເກືອບ 20 ລ້ານຄົນ, ໃນໄລ ຍະທ້າຍຂອງການກຳອຳນາດກໍ ຄ່ອຍໆເກີດຄວາມປະໝາດ, ອຸດົມ ການ ແລະ ຄວາມເຊື່ອໝັ້ນຈືດຈາງ ລົງ, ປະກົດການອະພິສິດເພີ່ມຂຶ້ນ, ຫ່າງເຫີນຈາກປະຊາຊົນຢ່າງໜັກ ໜ່ວງ, ໃນທີ່ສຸດກໍລົ້ມລະລາຍຢ່າງ ກະທັນຫັນ; ພັກລະບອບປະຕິວັດ ແມັກຊິກ ຫລື PRI ໄດ້ກຳອຳນາດ ເປັນເວລາ 71 ປີ, ກໍລົ້ມລະລາຍ ຍ້ອນຄວາມຂີ້ຄ້ານມັກງ່າຍແບບ ອາດຍາສິດ, ການຄຸ້ມຄອງບໍລິຫານ ທີ່ໂຍະຍານ ແລະ ການສໍ້ລາດບັງ ຫລວງທີ່ສະສົມມາດົນນານ ທີ່ເກີດ ຈາກການກຳອຳນາດຢ່າງຍາວ ນານ, ສຸດທ້າຍກໍເສຍຄວາມສັດທາ ຈາກປະຊາຊົນ. ປະຫວັດສາດເປີດເຜີຍໃຫ້ຮູ້ວ່າ: ການຢຶດອຳນາດການປົກຄອງບໍ່ ແມ່ນເລື່ອງງ່າຍດາຍ, ການກຳອຳ ນາດໄລຍະຍາວກໍຍິ່ງຍາກກວ່າ ເກົ່າ. ການລົ້ມສະຫລາຍຂອງຫລາຍ ພັກ ບໍ່ໄດ້ປະລາໄຊຍ້ອນສັດຕູພາຍ ນອກທີ່ເຂັ້ມແຂງ, ແຕ່ຖືກທຳລາຍ ຈາກຄວາມໂຍະຍານ ແລະ ຄວາມ ເສື່ອມຄຸນປ່ຽນທາດຈາກພາຍໃນ ລວມທັງການຫ່າງເຫີນຈາກປະຊາ ຊົນ. ເຖິງຈະເຄີຍມີຄວາມສະຫງ່າ ລາສີໃນອະດີດ, ແຕ່ເມື່ອລະເລີຍ ການຄຸ້ມຄອງຢ່າງເຂັ້ມງວດ ແລະ ສູນເສຍຄວາມສາມາດໃນການ ປະຕິຮູບຕົນເອງແລ້ວ, ກໍຍາກທີ່ ຈະຫລຸດພົ້ນຈາກຊາຕາກຳແຫ່ງ ຄວາມຊຸດໂຊມໄດ້. ໂດຍອີງໃສ່ບົດຮຽນທາງປະ ຫວັດສາດອັນເລິກເຊິ່ງ, ກອງປະຊຸມ ຄົບຄະນະ ຄັ້ງທີ 5 ຂອງຄະນະກຳ ມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຕີລາຄາຢ່າງມີ ສະຕິໃນ hຂໍ້ຕົກລົງi ວ່າ: ການທົດ ສອບດ້ານການກຳອຳນາດໄລຍະ ຍາວ, ການທົດສອບດ້ານການປະ ຕິຮູບ-ເປີດປະຕູສູ່ພາຍນອກ, ການ ທົດສອບດ້ານເສດຖະກິດຕະຫລາດ ແລະ ການທົດສອບດ້ານສະພາບ ແວດລ້ອມພາຍນອກຈະຄົງຕົວຢູ່ ເປັນເວລາຍາວນານ, ຄວາມອັນຕະ ລາຍຈາກຈິດໃຈທີ່ໂຍະຍານ, ຈາກ ຄວາມສາມາດບໍ່ພຽງພໍ, ຈາກການ ຫ່າງເຫີນປະຊາຊົນ ແລະ ຈາກ ຄວາມຫຍໍ້ທໍ້ ແລະ ການສໍ້ລາດບັງ ຫລວງ ຈະປະກົດຂຶ້ນຢູ່ຕໍ່ໜ້າທົ່ວພັກ ຢ່າງຊັດເຈນກວ່າເກົ່າ. ການຄຸ້ມ ຄອງພັກຢ່າງເຂັ້ມງວດຮອບດ້ານ ຕ້ອງຍຶດໝັ້ນຢ່າງຕໍ່ເນື່ອງ ແລະ ສຸມ ທຸກຄວາມພະຍາຍາມຢ່າງບໍ່ລົດລະ ເປັນເວລາຍາວນານ. ນີ້ກໍແມ່ນແກ່ນສານຫລັກທີ່ສະ ເໜີ hການຍຶດໝັ້ນຢ່າງຕໍ່ເນື່ອງi: ການຄຸ້ມຄອງພັກແມ່ນບໍ່ມີມື້ສິ້ນ ສຸດ, ບໍ່ມີໄຊຊະນະແບບຖາວອນ ແລະ ເດັດຂາດບໍ່ໃຫ້ມີຄວາມເຂົ້າ ໃຈຜິດວ່າ ມີຄວາມສະຫງົບສັນຕິ ແລ້ວເອົາອາວຸດເຂົ້າສາງແລະປ່ອຍ ມ້າເຂົ້າປ່າ. ການຄຸ້ມຄອງພັກຢ່າງ ເຂັ້ມງວດຮອບດ້ານບໍ່ແມ່ນການປັບ ປຸງແກ້ໄຂໄລຍະສັ້ນ ແລະ ການປັບ ປຸງແກ້ໄຂສະເພາະກິດແບບຂະ ບວນການ, ຫາກແມ່ນການຈັດວາງ ລະບຽບການລັກສະນະຍຸດທະສາດ ໂດຍຖອດຖອນບົດຮຽນຈາກຄວາມ ຈະເລີນຮຸ່ງເຮືອງສູ່ຄວາມຊຸດໂຊມ ຂອງບັນດາພັກການເມືອງໃນໂລກ, ເພື່ອຮັບມືກັບການທົດສອບດ້ານ ການກຳອຳນາດໄລຍະຍາວ. ມາດຕະການສຳຄັນຂອງການ ຍຶດໝັ້ນຢ່າງຕໍ່ເນື່ອງ: ບັນລຸ 3 ການ ຫັນປ່ຽນຂັ້ນພື້ນຖານ. ຂໍກຸນແຈສຳ ຄັນຂອງການກຳແໜ້ນ hການຊຸກ ຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານໃຫ້ຕໍ່ເນື່ອງi ແມ່ນການ ບັນລຸ 3 ການຫັນປ່ຽນຂັ້ນພື້ນຖານ ຊຶ່ງນີ້ກໍແມ່ນແກນກາງປະດິດສ້າງ ທີ່ເຮັດໃຫ້ການປະຕິບັດຕົວຈິງດ້ານ ການຄຸ້ມຄອງພັກຂອງພັກກອມມູ ນິດຈີນໃນຍຸກໃໝ່ ມີຄວາມແຕກ ຕ່າງກັບການປະຕິບັດຜ່ານມາ. ໜຶ່ງ,ຫັນຈາກhການປັບປຸງແບບ ລວມສູນi ໄປສູ່ hການຄຸ້ມຄອງໄລ ຍະຍາວເປັນປົກກະຕິi ຊຶ່ງໄດ້ປະ ຖິ້ມແນວຄິດການບໍລິຫານແບບຂະ ບວນການໃນໄລຍະໃດໜຶ່ງ, ຈັດຕັ້ງ ປະຕິບັດຄວາມຮຽກຮ້ອງທີ່ເຂັ້ມ ງວດເຂົ້າໃນວຽກງານປະຈຳວັນ ເພື່ອປ້ອງກັນບໍ່ໃຫ້ບັນຫາຕ່າງໆ ກັບຄືນມາຈາກແຫລ່ງກຳເນີດອີກ. ສອງ, ຫັນຈາກ hການຖືກບັງ ຄັບປະຕິບັດຍ້ອນມີບັນຫາເກີດຂຶ້ນi ໄປສູ່ hການເປັນເຈົ້າການດ້ານຍຸດ ທະສາດi. ການຄຸ້ມຄອງພັກໃນ ເມື່ອກ່ອນ ເນັ້ນໃສ່ການແກ້ໄຂບັນ ຫາດ້ານແບບແຜນ ແລະ ຈຸດອ່ອນ ດ້ານການສໍ້ລາດບັງຫລວງທີ່ເຜີຍ ອອກມາ; ສ່ວນການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ ແມ່ນເປັນເຈົ້າການຈັດວາງຍຸດທະ ສາດທີ່ປະເມີນ ແລະ ວາງແຜນຮັບ ມືຄວາມສ່ຽງໄປກ່ອນ ແລະ ປ້ອງ ກັນໄພທີ່ອາດຈະເກີດຂຶ້ນ, ເປັນເຈົ້າ ການຄາດຄະເນ ແລະ ແກ້ໄຂຄວາມ ສ່ຽງຕ່າງໆທີ່ແຝງຢູ່ໃນການກຳ ອຳນາດໄລຍະຍາວ ເຊັ່ນ: ຄວາມ ຂີ້ຄ້ານມັກງ່າຍແບບອາຍາສິດ, ການຫ່າງເຫີນຈາກປະຊາຊົນ ແລະ ຄວາມສາມາດເສື່ອມຖອຍ ເປັນ ຕົ້ນ ເພື່ອປ້ອງກັນບໍ່ໃຫ້ບັນຫານ້ອຍ ກາຍເປັນບັນຫາທີ່ໜັກໜ່ວງ ແລະ ຮັດແໜ້ນພື້ນຖານຂອງອຸດົມການ. ສາມ, ຫັນຈາກ hການບໍລິຫານ ເປັນໄລຍະi ໄປສູ່ hລະບຽບການ ທີ່ມີປະສິດທິຜົນໄລຍະຍາວi. ປັບ ປຸງບູລະນະລະບົບລະບຽບການຄຸ້ມ ຄອງພັກໃຫ້ສົມບູນຂຶ້ນ, ທຳລາຍ ຫລັກເກນທີ່ແຝງຢູ່, ແກ້ໄຂອຸປະສັກ ດ້ານລະບຽບການ, ປ່ຽນການຜູກ ມັດທີ່ເຂັ້ມງວດໃຫ້ເປັນລະບຽບ ການທີ່ຕ້ອງຈັດຕັ້ງປະຕິບັດເດັດ ຂາດ ແລະ ກາຍເປັນຄວາມຕື່ນຕົວ ຂອງສະມາຊິກພັກທຸກຄົນ, ເຮັດ ໃຫ້ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານບໍ່ຕ້ອງອາໄສການອອກ ແຮງເປັນໄລຍະ ຫລື ການຊຸກດັນ ຈາກຄົນອື່ນ, ແຕ່ອາໄສລະບົບລະ ບຽບການເພື່ອບັນລຸການດຳເນີນ ວຽກງານເປັນປົກກະຕິ ແລະ ມີປະ ສິດທິຜົນຕົວຈິງ. ການຈັດວາງຢ່າງເປັນລະບົບ ຂອງການຍຶດໝັ້ນຢ່າງຕໍ່ເນື່ອງ: ລະບົບການກໍ່ສ້າງຕົນເອງອັນຄົບ ຖ້ວນຂອງພັກກຳອຳນາດ. hການ ຍຶດໝັ້ນຢ່າງຕໍ່ເນື່ອງi ບໍ່ແມ່ນຄຳ ຂວັນເທົ່ານັ້ນ, ເພື່ອຈັດຕັ້ງປະຕິບັດ ຄວາມຮຽກຮ້ອງທາງຍຸດທະສາດ ຂອງການຄຸ້ມຄອງພັກຢ່າງເຂັ້ມ ງວດຮອບດ້ານໃຫ້ຕໍ່ເນື່ອງ, hຂໍ້ ຕົກລົງi ໄດ້ວາງແຜນຢ່າງເປັນ ລະບົບດັ່ງນີ້: ໜຶ່ງ, ຈັດເອົາ hການເສີມສ້າງ ຄວາມເປັນພັກiໄວ້ໃນຖານະທີ່ເປັນ ພື້ນຖານທີ່ສຸດ. ເວົ້າງ່າຍໆກໍຄື: ເຮັດ ໃຫ້ສະມາຊິກພັກທຸກຄົນຈົດຈຳເປົ້າ ໝາຍແຕ່ຫົວທີຢູ່ສະເໝີ ຄື: ຍຶດໝັ້ນ ອຸດົມການ, ຈົງຮັກພັກດີຕໍ່ປະເທດ ຊາດ, ເອົາໃຈໃສ່ປະຊາຊົນ, ຍຶດໝັ້ນ ການສະແຫວງຫາສັດຈະທຳຈາກ ຄວາມເປັນຈິງ, ຮັກສາຄວາມບໍລິ ສຸດຜຸດຜ່ອງແລະຄວາມເປັນທຳ, ຖື ເອົາການຝຶກຝົນຫລໍ່ຫລອມຕົນເອງ ເປັນໜ້າວຽກໃນຕະຫລອດຊີວິດ. ສອງ, ກຳແໜ້ນ hການຄຸ້ມຄອງ ພະນັກງານຢ່າງເຂັ້ມງວດi ທີ່ເປັນ ຂໍກຸນແຈສຳຄັນ. ພະນັກງານແມ່ນ ກຳລັງຫລັກແຫລ່ງຂອງການປົກ ຄອງບໍລິຫານປະເທດ, hຂໍ້ຕົກລົງi ໄດ້ກຳນົດລະບົບຕ່ອງໂສ້ທີ່ຄົບຖ້ວນ ໃນການຄັດເລືອກ ແລະ ບຳລຸງສ້າງ ພະນັກງານ ຄື: ຄັດເລືອກແນວໃດ, ບຳລຸງສ້າງແນວໃດ, ຕິດຕາມກວດ ກາແນວໃດ ແລະ ປຸກລະດົມແນວ ໃດ, ທັງກຳຈັດຜູ້ທີ່ບໍ່ປະຕິບັດໜ້າທີ່, ບໍ່ຈົງຮັກພັກດີ ແລະ ບໍ່ປອດໃສຂາວ ສະອາດອອກໄປ, ທັງປົກປ້ອງພະ ນັກງານທີ່ກ້າຮັບຜິດຊອບ ແລະ ສະແຫວງຫາຜົນງານຕົວຈິງ, ເຮັດ ໃຫ້ການຄຸ້ມຄອງຢ່າງເຂັ້ມງວດ ແລະ ຄວາມຮັກແພງຖືກປະຕິບັດ ໄປຄຽງຄູ່ກັນ. ສາມ, ປົກຄຸມທົ່ວຂົງເຂດ, ກ້າວ ໄປທ່ວງທັນກັບຍຸກສະໄໝຢ່າງໃກ້ ຊິດ. ຂອບເຂດການບໍລິຫານຂອງ ພັກກຳອຳນາດຈະບໍ່ຖືກຈຳກັດສະ ເພາະແຕ່ໃນຂົງເຂດດັ້ງເດີມອີກຕໍ່ ໄປ, ຫາກເປັນເຈົ້າການຂະຫຍາຍໄປ ປົກຄຸມຂົງເຂດຈະເລີນໃໝ່ຕ່າງໆ ເຊັ່ນ: ອົງການເສດຖະກິດໃໝ່, ອົງ ການຈັດຕັ້ງສັງຄົມໃໝ່, ກຸ່ມປະ ກອບອາຊີບໃໝ່ເປັນຕົ້ນ, ເຮັດໃຫ້ ຄວາມສາມາດການບໍລິຫານຂອງ ພັກ ທ່ວງທັນກັບຮູບແບບອຸດສາ ຫະກຳໃໝ່, ໂຄງປະກອບໃໝ່ ແລະ ການປ່ຽນແປງໃໝ່ທາງສັງຄົມ, ເພື່ອບັນລຸເປົ້າໝາຍການບໍລິຫານ ຢ່າງທົ່ວເຖິງ ແລະ ການພັດທະນາ ເປັນຢ່າງດີ. ສີ່, ເຊື່ອມໂຍງຄວາມເປັນພັກ, ແບບແຜນພັກ, ວິໄນພັກ ແລະ ການ ຕ້ານການສໍ້ລາດບັງຫລວງເຂົ້າ ກັນ, ບໍ່ພຽງແຕ່ປັບປຸງແບບແຜນ ເທົ່ານັ້ນ ຍັງກວດກາ ແລະ ສືບສວນ ການສໍ້ລາດບັງຫລວງນຳອີກ, ຍຶດ ໝັ້ນຊຸກຍູ້ວຽກງານຕາມທິດ hບໍ່ ກ້າສໍ້ລາດບັງຫລວງ, ບໍ່ສາມາດສໍ້ ລາດບັງຫລວງ ແລະ ບໍ່ຢາກສໍ້ລາດ ບັງຫລວງi ໄປພ້ອມກັນ, ກ້າວເດີນ ຕາມເສັ້ນທາງຕ້ານການສໍ້ລາດບັງ ຫລວງທີ່ມີສີສັນພິເສດຂອງຈີນ. ຫ້າ: ອີງໃສ່ລະບຽບການເພື່ອ ຮັດແໜ້ນພື້ນຖານ. ເຮັດໃຫ້ການ ຄຸ້ມຄອງພັກກ້າວໄປສູ່ການຫັນໄປ ຕາມຫລັກວິທະຍາສາດ, ຫັນເປັນ ລະບຽບການ ແລະ ເປັນລະບຽບ ແບບແຜນ. ການບໍລິຫານປະເທດຕ້ອງຄຸ້ມ ຄອງພັກໄປກ່ອນ, ການຄຸ້ມຄອງ ພັກຕ້ອງເຂັ້ມງວດ. ການມີຄວາມ ເຂັ້ມງວດເປັນໄລຍະໃດໜຶ່ງແມ່ນ ສ່ອງແສງເຖິງຄວາມອາດຫານ, ການມີຄວາມເຂັ້ມງວດຢ່າງສະ ເໝີຕົ້ນສະເໝີປາຍ ຈະສ່ອງແສງ ເຖິງຄວາມໜັກແໜ້ນ; ການປັບປຸງ ແບບລວມສູນ ພຽງແຕ່ສາມາດແກ້ ໄຂຂໍ້ຂັດແຍ່ງພົ້ນເດັ່ນໃນສະເພາະ ໜ້າເທົ່ານັ້ນ, ການຮູ້ວິທີການບໍລິ ຫານຢ່າງຖາວອນຈຶ່ງຈະເປັນກົກ ເຄົ້າຂອງການຮັດແໜ້ນພື້ນຖານ ກຳອຳນາດ. ພັກກອມມູນິດຈີນທີ່ມີ ປະຫວັດສາດມາເປັນເວລາ 105 ປີ ແລະ ມີສະມາຊິກພັກຫລາຍ ກວ່າຮ້ອຍລ້ານຄົນນັ້ນ ຍ້ອນຫຍັງ ຈຶ່ງສາມາດຜ່ານຜ່າຂະບວນວິວັດ ທະນາການຂອງຍຸກສະໄໝ ແຕ່ຍັງ ຮັກສາພະລັງຊີວິດຊີວາໄດ້ຢ່າງ ຍືນຍົງ ຄຳຕອບແມ່ນຢູ່ນຳການ hຍຶດໝັ້ນຢ່າງຕໍ່ເນື່ອງi ຄື: ດ້ວຍ ການກໍ່ສ້າງຕົນເອງ ແລະ ຝຶກຝົນ ຫລໍ່ຫລອມຕົນເອງຂອງພັກກຳ ອຳນາດຢ່າງຕໍ່ເນື່ອງ, ປົກປ້ອງຂະ ບວນການສ້າງສາຄວາມທັນສະ ໄໝແບບຈີນທີ່ເປັນການເດີນທາງ ໄກຂອງຫລາຍຮຸ່ນຄົນ. ການຍຶດ ໝັ້ນຢ່າງຕໍ່ເນື່ອງແບບນີ້ ບໍ່ພຽງແຕ່ ເປັນການຈັດວາງລະບຽບການ ລັກ ສະນະຍຸດທະສາດຂອງພັກກອມ ມູນິດຈີນ ທີ່ມີປະຫວັດຮ້ອຍກວ່າປີ ເພື່ອຮັບມືກັບການທົດສອບດ້ານ ການກຳອຳນາດໄລຍະຍາວເທົ່າ ນັ້ນ, ຍັງເປັນເຄັດລັບແກນກາງ ສຳ ລັບການຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບຖາວອນ ແລະ ປະຕິບັດແຜນທີ່ວາງອອກຈົນເຖິງ ທີ່ສຸດ.
RkJQdWJsaXNoZXIy MTc3MTYxMQ==