@ 0j k; c]t gsfdko 06/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງບັນຊາການ... ສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ທ່ານ ທອງສະ ຫວັນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ທ່ານ ນາງ ວຽງເງິນ ໄຂຄໍາພິທູນ ພັນລະຍາປະທານສູນ ກາງແນວລາວສ້າງຊາດ ເນື່ອງໃນໂອ ກາດວັນສ້າງຕັ້ງກໍາລັງປ້ອງກັນສູນ ກາງ ຄົບຮອບ 65 ປີ (11 ພະຈິກ 1961-11 ພະຈິກ 2026). ໃນໂອກາດນີ້, ທ່ານ ພົຈວ ບຸນທົງ ສີດາວົງ ໄດ້ລາຍງານການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ຂອງກອງບັນ ຊາການປ້ອງກັນສູນກາງ ຕະຫລອດ ໄລຍະຜ່ານມາ ໃຫ້ບັນດາທ່ານຜູ້ນໍາໄດ້ ຮັບຊາບ. ພ້ອມກັນນີ້, ກໍໄດ້ກ່າວຢ້ຽມ ຢາມຖາມຂ່າວ ແລະ ອວຍພອນໄຊອັນ ປະເສີດ ມາຍັງບັນດາທ່ານການນໍາ ພັກ-ລັດ ຈົ່ງມີສຸຂະພາບພະລານາໄມ ສົມບູນ, ມີຄວາມຜາສຸກ ໃນຊີວິດສ່ວນ ຕົວແລະ ຄອບຄົວ. ການເຂົ້າອວຍພອນ ຄັ້ງນີ້, ເພື່ອເປັນການສະແດງຄວາມຮູ້ ບຸນຄຸນຕໍ່ບັນດາການນໍາ ທີ່ໄດ້ທຸ້ມເທ ເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້- ຄວາມສາມາດເຂົ້າໃນການນໍາພາ-ຊີ້ ນຳພັດທະນາປະເທດຊາດ ໃຫ້ມີຄວາມ ຈະເລີນຮຸ່ງເຮືອງສີວິໄລ. ໃນໂອກາດດັ່ງກ່າວ, ບັນດາການ ນໍາພັກ-ລັດ ກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈ ພ້ອມທັງຍ້ອງຍໍຊົມເຊີຍ ຜົນສໍາເລັດທີ່ກໍາລັງປ້ອງກັນສູນກາງ ຍາດມາໄດ້ຕະຫລອດໄລຍະຜ່ານມາ ແລະ ຄະນະນໍາກອງບັນຊາການ, ຕະ ຫລອດຮອດ ນາຍ ແລະ ພົນຕໍາຫລວດ ທົ່ວກໍາລັງປ້ອງກັນສູນກາງ ທຸກສະ ຫາຍ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ ປະຕິບັດໜ້າທີ່ການເມືອງ ທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີຜົນ ສໍາເລັດ. ຂ່າວ: ຄຳໂຖ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊ້ວນ ຖັງ ກໍາມະ ການກົມການເມືອງສູນກາງພັກ ສະ ໄໝທີ XIII, ປະທານສະພາທິດສະດີ ສູນກາງພັກກອມມູນິດຫວຽດນາມ ໃນ ໂອກາດເຂົ້າຮ່ວມກອງປະຊຸມສໍາມະ ນາທິດສະດີສອງພັກລາວ-ຫວຽດນາມ ຄັ້ງທີ XIII ທີ່ຝ່າຍລາວເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງວັນທີ 5-8 ພະ ຈິກ 2026 ຢູ່ແຂວງອຸດົມໄຊ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຕ້ອນ ຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ ແທນຂັ້ນສູງສະພາທິດສະດີສູນກາງ ພັກກອມມູນິດຫວຽດນາມ ຊຶ່ງເປັນ ການປະກອບສ່ວນສໍາຄັນ ໃນການສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິ ເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງ ແກ່ນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ກໍໄດ້ ຊົມເຊີຍຜົນສໍາເລັດຂອງການຈັດກອງ ປະຊຸມສໍາມະນາທິດສະດີ ລະຫວ່າງ ສອງພັກລາວ-ຫວຽດນາມ ໃນໄລຍະ ຜ່ານມາ ຊຶ່ງເປັນພື້ນຖານທີ່ສໍາຄັນ ໃຫ້ ແກ່ການສະໜອງຂໍ້ມູນດ້ານທິດສະດີ- ພຶດຕິກໍາ ໃຫ້ແກ່ການບູລະນະແນວທາງ ນະໂຍບາຍຂອງພັກໃນແຕ່ລະໄລຍະ. ໃນໂອກາດດຽວກັນ, ສະຫາຍ ຫົວ ໜ້າຄະນະຜູ້ແທນສະພາທິດສະດີສູນ ກາງພັກກອມມູນິດຫວຽດນາມ ກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຂອງ ທ່ານ ຣຸດສຕໍາ ມິນນິຄານົບ ພ້ອມດ້ວຍຄະນະ ແລະ ສະແດງຄວາມ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນ ທາງມາຢ້ຽມຢາມເຮັດວຽກໃນຄັ້ງນີ້ ເປັນການເລີ່ມຕົ້ນແລະຈະປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄື ການ ພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕາຕາຣສະຖານ ໃນໄລຍະໃໝ່ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມ ກັນນີ້, ທ່ານນາຍົກລັດຖະມົນຕີ ກໍສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນ ຈົບງາມໃນການເປັນເຈົ້າພາບຈັດກອງ ປະຊຸມສາກົນທີ່ສຳຄັນ ເປັນຕົ້ນ ກອງ ປະຊຸມສຸດຍອດ BRICS ໃນປີ 2024 ກໍຄື ກອງປະຊຸມສຸດຍອດ ສະເຫລີມສະ ຫລອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນເດືອນມິຖຸນາ 2026 ຜ່ານມາ ທີ່ກາຊານ ຊຶ່ງການນໍາຂັ້ນສູງ ຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມ. ໃນຂະນະດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ ກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບ ອຸ່ນຂອງລັດຖະບານລາວ ໃນໂອກາດ ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້້, ພ້ອມທັງສະແດງ ຄວາມໝາຍໝັ້ນທີ່ຈະສືບຕໍ່ຊຸກຍູ້ສົ່ງ ເສີມ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄື ການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ຕາຕາຣ ສະຖານ, ສ ຣັດເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ນາຍົກລັດຖະມົນຕີ... ພ້ອມກັນນັ້ນ, ສອງຝ່າຍໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນ ວ່າ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ທີ່ເປັນມູນເຊື້ອ ກໍຄື ການເປັນຄູ່ ຮ່ວມມືຍຸດທະສາດໃນພາກພື້ນອິນໂດ ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຕະຫລອດໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງ ເລິກຢ່າງບໍ່ຢຸດຢັ້ງ ບົນພື້ນຖານແຫ່ງ ຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອ ເຊື່ອໃຈໃນລະດັບສູງ. ໃນໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ກໍໄດ້ແຈ້ງໃຫ້ຄະນະຜູ້ແທນຝ່າຍ ຕາຕາຣສະຖານຊາບ ກ່ຽວກັບນະໂຍ ບາຍບູລິມະສິດຕໍ່ຜູ້ລົງທຶນ ໃນເຂດເສດ ຖະກິດພິເສດ ແລະ ນິຄົມອຸດສາຫະກໍາ ຕ່າງໆ ຢູ່ ສປປ ລາວ, ພ້ອມທັງໄດ້ຕາງ ໜ້າລັດຖະບານ ແຫ່ງ ສປປ ລາວ ເຊື້ອ ເຊີນບັນດາວິສາຫະກິດຂອງ ສາທາລະ ນະລັດ ຕາຕາຣສະຖານ ເຂົ້າມາສຶກສາ ຄວາມເປັນໄປໄດ້ ໃນການລົງທຶນ ຢູ່ ສປປ ລາວ ໃນຂົງເຂດຕ່າງໆ ທີ່ທັງ ສອງຝ່າຍມີທ່າແຮງ ແລະ ສົນໃຈຮ່ວມ ກັນ. ນອກຈາກນັ້ນ, ທ່ານຍັງໄດ້ສະເໜີ ໃຫ້ສອງຝ່າຍຊຸກຍູ້ສົ່ງເສີມການຮ່ວມມື ດ້ານການທ່ອງທ່ຽວ ແລະ ການໄປມາ ຫາສູ່ ລະຫວ່າງ ປະຊາຊົນ ຊຶ່ງຈະປູພື້ນ ຖານໃຫ້ແກ່ການຮ່ວມມືໃນຂົງເຂດອື່ນໆ ໃນຕໍ່ໜ້າ. ທ່ານນາຍົກລັດຖະມົນຕີ ໄດ້ ອວຍພອນໃຫ້ການເດີນທາງມາຢ້ຽມ ຢາມເຮັດວຽກ ທີ່ນະຄອນຫລວງວຽງ ຈັນ, ສປປ ລາວ ຂອງ ທ່ານ ຣຸດສຕໍາ ມິນນິຄານົບແລະຄະນະໃນຄັ້ງນີ້ປະສົບ ຜົນສຳເລັດຢ່າງຈົບງາມ. ໃນວັນດຽວກັນ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນ ຮັບ ແລະ ພົບປະກັບ ທ່ານ ຣຸດສຕໍາ ມິນນິຄານົບທ່ານ ຣຸດສຕໍາ ມິນນິຄານົບ ເຊັນດຽວກັນ. ໃນໂອກາດນີ້ກໍໄດ້ໄປ ຢ້ຽມຢາມສະຖານທີ່ສໍາຄັນຕ່າງໆ ເປັນ ຕົ້ນ ບໍລິສັດທ່າບົກ-ທ່ານາແລ້ງ ຈໍາກັດ ຜູ້ດຽວ, ເຂດເສດຖະກິດພິເສດກວມ ລວມໄຊເສດຖາ ແລະ ພິພິທະພັນສີລະ ປະລາວ. ພາບ: ທະນູທອງ ທ່ານ ສັນຕິພາບ ພົມວິຫານ (ຂວາ) ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດ ກາລະນານ. ສະຫາຍສອນໄຊສີພັນດອນ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງ ສະຫາຍເລຂາທິການ ໃຫຍ່ ໂຕເລິມ, ພ້ອມທັງໄດ້ລາຍງານ ຜົນການເຂົ້າຮ່ວມກອງປະຊຸມພົບປະ ສອງຝ່າຍກັບ ສະຫາຍ ເຈີນ ແທັງ ເໝີ້ນ ພ້ອມຄະນະ ໂດຍພ້ອມກັນຕີລາຄາຄືນ ການພົວພັນຮ່ວມມື ລະຫວ່າງ ສອງ ອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະການ ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ຂອງສອງສະພາແຫ່ງຊາດ ທີ່ເຊັນກັນ ກ່ອນນີ້ເກືອບ 5 ປີ, ພ້ອມກັນປຶກສາ ຫາລືທິດທາງແຜນການຮ່ວມມືໃນຕໍ່ ໜ້າ ໂດຍສະເພາະແມ່ນການສ້າງກິດ ຈະກໍາ ເພື່ອສະເຫລີມສະຫລອງປີສາ ມັກຄີມິດຕະພາບລາວ-ຫວຽດນາມ ຄົບຮອບ 65 ປີ, ການພົວພັນການທູດ ແລະ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ໃນປີ2027, ຮ່ວມກັນປຶກສາຫາລື ເພື່ອ ປັບປຸງບາງເນື້ອໃນຂອງບົດບັນທຶກ ການຮ່ວມມື ລະຫວ່າງ ສອງສະພາ ແຫ່ງຊາດ ແລະ ສອງຫ້ອງວ່າການສະ ພາແຫ່ງຊາດ ທີ່ຈະໝົດອາຍຸລົງ ໃນປີ 2027 ທີ່ຈະມາເຖິງ. ພ້ອມນີ້, ຍັງໄດ້ ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໂດຍສັງເຂບ ໂດຍສະເພາະໃນ 9 ເດືອນຕົ້ນປີ 2026, ການເຕີບໂຕເສດ ຖະກິດ (GDP) ບັນລຸໄດ້ 4,8%ຄາດ ຄະເນທ້າຍປີ 2026 ແມ່ນ 5,1% ສາ ມາດຮັກສາໄດ້ສະຖຽນລະພາບດ້ານ ເງິນຕາ, ການປະຕິບັດບັນດາຄາດໝາຍ ດ້ານວັດທະນະທຳ-ສັງຄົມ, ການພັດ ທະນາຊົນນະບົດແລະແກ້ໄຂຄວາມທຸກ ຍາກ (ມີຄວາມຄືບໜ້າພໍສົມຄວນ); ພວມສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ, ແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030) ແລະ ພວມສຸມ ໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໄລຍະ 2027-2023. ຕາງໜ້າສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ແລະ ຊາບຊຶ້ງໃຈເປັນຢ່າງຍິ່ງ ຕໍ່ການ ນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ ທີ່ໄດ້ສົ່ງສານສະແດງຄວາມເສົ້າ ສະຫລົດໃຈ ແລະ ແບ່ງເບົາຄວາມທຸກ ໂສກ, ຄວາມອາໄລອາວອນຕໍ່ການ ຈາກໄປຂອງອະດີດປະທານສະພາ ແຫ່ງຊາດ ໄຊສົມພອນ ພົມວິຫານ, ພ້ອມທັງສົ່ງຄະນະຜູ້ແທນຂັ້ນສູງຂອງ ພັກ-ລັດຫວຽດນາມ ມາຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບລະ ດັບຊາດຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການ ເມືອງສູນກາງພັກ, ອະດີດປະທານ ສະພາແຫ່ງຊາດ ແລະ ຖືໂອກາດນີ້, ນໍາ ເອົາຄວາມຢື້ຢາມຖາມຂ່າວອັນອົບ ອຸ່ນ ແລະ ພອນໄຊອັນປະເສີດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ມາຍັງສະຫາຍ ພ້ອມດ້ວຍບັນດາ ສະຫາຍການນໍາພັກ-ລັດ ຂອງ ສສ ຫວຽດນາມ. ປະທານສະພາແຫ່ງຊາດລາວ... ຜູ້ປະຈຳການ... ທີ່ໄດ້ໃຫ້ການຕ້ອນຮັບທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບອັນດູດດື່ມ, ສະ ໜິດສະໜົມຖານສະຫາຍອ້າຍນ້ອງ, ພ້ອມທັງໄດ້ລາຍງານກ່ຽວກັບຜົນສຳ ເລັດຂອງການເຮັດວຽກ ແລະ ການ ແລກປ່ຽນບົດຮຽນ ທາງດ້ານທິດສະດີ- ພຶດຕິກໍາຕົວຈິງ ລະຫວ່າງສອງສະພາ ທິດສະດີສູນກາງພັກ ຫວຽດນາມລາວ ທີ່ໄດ້ພົວພັນຮ່ວມມືການຄົ້ນຄວ້າ ທິດສະດີທີ່ມີຜົນສໍາເລັດໃນຫລາຍດ້ານ ເພື່ອເປັນການເພີ່ມພູນຄູນສ້າງຄັງສາງ ທາງດ້ານທິດສະດີີ ແລະ ພຶດຕິກຳຂອງ ພັກໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ. ຂ່າວ: ສະພາທິດສະດີສູນກາງພັກ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ເມແກນ ຈອນ ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ ວຽກງານການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ສີໃສ ລືເດດ ມູນສອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານເອກອັກຄະ ລັດຖະທູດ ທີ່ໄດ້ສໍາເລັດການປະຕິບັດ ໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ມີການເຄື່ອນ ໄຫວຢ່າງຫ້າວຫັນ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ອົດສະຕຣາລີ ໃຫ້ນັບມື້ນັບແໜ້ນ ແຟ້ນ ແລະ ມີການຂະຫຍາຍຕົວຍິ່ງໆ ຂຶ້ນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ. ພ້ອມນີ້, ຍັງໄດ້ສະ ແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນ ຂອງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ມີຕໍ່ລັດ ຖະບານ ແລະ ປະຊາຊົນລາວ ບັນດາ ເຜົ່າ ໃນໄລຍະຜ່ານມາ ກໍຄືປັດຈຸບັນອັນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການ ສ້າງສາພັດທະນາເສດຖະກິດ-ສັງຄົມ ສປປ ລາວ. ທ່ານ ນາງ ເມແກນ ຈອນ ກໍໄດ້ສະ ແດງຄວາມຂອບໃຈເປັນຢ່າງສູງທີ່ມີ ໂອກາດເຂົ້າຢ້ຽມຂ່ຳນັບອໍາລາ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະ ການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະຈັດ ຕັ້ງສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນ ແລະ ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ ພັກແລະ ລັດຖະບານ ສປປ ລາວ ທີ່ໄດ້ອໍານວຍຄວາມສະ ດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນ ສໍາເລັດຢ່າງຈົບງາມ. ພ້ອມນີ້, ຍັງໄດ້ ຢືນຢັນວ່າ ເຖິງວ່າຈະສິ້ນສຸດການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ ກໍ ຕາມ, ແຕ່ກໍຍັງຈະສືບຕໍ່ເຮັດສຸດຄວາມ ສາມາດໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ທີ່ດີເປັນຕົ້ນ ການຊ່ວຍເຫລືອໃນດ້ານ ຕ່າງໆ, ການຝຶກອົບຮົມພາສາອັງກິດ ແລະ ການເສີມສ້າງຂີດຄວາມສາມາດ ດ້ານວິຊາການ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ. ຂ່າວ-ພາບ: ພູວອນ ອານຸວົງ ຫົວໜ້າຄະນະ... ລັດຖະບານລາວ... ພະລັງງານລົມສະຫວັນ 1 ແລະ ໂຄງ ການພະລັງງານລົມເຊກອງ ລວມທັງ ໂຄງການອື່ນໆທີ່ມີທ່າແຮງ ແລະ ມີ ຄວາມເໝາະສົມທາງດ້ານເສດຖະ ກິດ-ເຕັກນິກ ໂດຍເປົ້າໝາຍສົ່ງອອກ ໄຟຟ້າໄປ ສສ ຫວຽດນາມ. ປັດຈຸບັນ ມີໂຄງການທີ່ໄດ້ເຊັນສັນ ຍາສຳປະທານກັບລັດຖະບານລາວ, ໄດ້ ຮັບການຮັບຮອງການນຳເຂົ້າໄຟຟ້າ ຈາກຝ່າຍຫວຽດນາມ ແລະ ໄດ້ເຊັນສັນ ຍາຊື້-ຂາຍໄຟຟ້າແລ້ວ 47 ໂຄງການ ມີກໍາລັງຕິດຕັ້ງລວມ 8.260 MW. ໃນນັ້ນ, ມີ 13 ໂຄງການ ກໍາລັງຕິດຕັ້ງ ລວມ 2.763 MW ທີ່ສຳເລັດ, ການ ກໍ່ສ້າງ ແລະ ດຳເນີນງານແລ້ວ ສ່ວນ ໂຄງການທີ່ເຫລືອກຳລັງຢູ່ໃນໄລຍະ ກໍ່ສ້າງ ແລະ ຄາດວ່າຈະສຳເລັດກ່ອນ ປີ 2030. ສໍາລັບໂຄງການໄຟຟ້າພະລັງງານ ລົມ ມອນຊູນວິນພາວເວີ ທີ່ມີກຳລັງຕິດ ຕັ້ງ 600 ເມກາວັດ (MW) ຢູ່ເມືອງ ດາກຈຶງ ແຂວງເຊກອງ, ສົ່ງອອກໄຟ ຟ້າໄປຍັງ ສສ ຫວຽດນາມ ຖືເປັນໂຄງ ການພະລັງງານລົມ ຂ້າມແດນຂະໜາດ ໃຫຍ່ ຊ່ວຍເພີ່ມທາງເລືອກດ້ານແຫລ່ງ ພະລັງງານແລະສ້າງຄວາມສົມດຸນໃຫ້ ແກ່ລະບົບໄຟຟ້າຂອງລາວ ເນື່ອງຈາກ ກະແສລົມໃນເຂດດັ່ງກ່າວ ມີຄວາມ ແຮງໃນລະດູແລ້ງ ຊຶ່ງສາມາດຊ່ວຍ ເສີມກຳລັງການຜະລິດໃນໄລຍະທີ່ພະ ລັງງານນ້ຳມີຂໍ້ຈຳກັດ. ໂຄງການໄຟຟ້າ ພະລັງງານລົມ ມອນຊູນວິນພາວເວີ ເປັນໂຄງການພະລັງງານລົມແຫ່ງທໍາ ອິດ ທີ່ຊ່ວຍໃຫ້ ສປປ ລາວ ມີຄວາມ ຫລາກຫລາຍທາງດ້ານພະລັງງານ ຫລາຍຂຶ້ນ. ເພື່ອຮັບປະກັບຄວາມສົມດຸນ ລະ ຫວ່າງ ການພັດທະນາພະລັງງານໝູນ ວຽນກັບການປົກປັກຮັກສາສິ່ງແວດ ລ້ອມ ແລະ ຜົນກະທົບຕໍ່ຊຸມຊົນ, ລັດຖະ ບານ ໄດ້ຮ່ວມມືກັບທະນາຄານພັດທະ ນາອາຊີ (ADB) ແລະ ຜູ້ພັດທະນາ ໂຄງການຢ່າງໃກ້ຊິດ ໃນການຈັດຕັ້ງ ປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ, ການຊົດເຊີຍ, ການຕິດ ຕາມຜົນກະທົບຕໍ່ຊີວະນາໆພັນ ລວມ ທັງການຮັບຟັງຄຳຄິດເຫັນຈາກປະຊາ ຊົນ ເພື່ອດຳເນີນໄປຄວບຄູ່ກັບການ ຮັກສາສິ່ງແວດລ້ອມ ແລະ ສ້າງຜົນ ປະໂຫຍດໃຫ້ແກ່ປະຊາຊົນ. ຂ່າວ-ພາບ: ທະນູທອງ ຮອງນາຍົກລັດຖະມົນຕີ... ແນວຊາຍແດນ ແລະ ຄຸ້ມຄອງອາວຸດ ຕາມລະບຽບກົດໝາຍ, ສ້າງພັກ ແລະ ພັດທະນາພະນັກງານສືບທອດໃຫ້ມີ ຄຸນນະພາບ, ສ້າງສອງກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມ ແຂງ ແລະ ນຳພາການພັດທະນາເສດ ຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ໂອກາດນີ້, ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ຜູ້ປະ ຈຳການເລຂາພັກແຂວງ ກໍໄດ້ລາຍ ງານສະພາບລວມ ຜົນການນຳພາ-ຊີ້ ນຳວຽກງານຮອບດ້ານໃນໄລຍະ 9 ເດືອນແລະທິດທາງແຜນການ3ເດືອນ ທ້າຍປີ 2026 ຊຶ່ງເນື້ອໃນລາຍງານ ກວມເອົາວຽກງານການເມືອງ-ແນວ ຄິດ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການແກ້ໄຂບັນຫາ ສັງຄົມ ເຊັ່ນ: ຢາເສບຕິດ, ອາຊະຍາກຳ ທາງອິນເຕີເນັດ ແລະ ການລັກລອບ ຂຸດຄົ້ນແຮ່ທາດ, ພ້ອມທັງຜົນການ ພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຄືບໜ້າການຊົດເຊີຍຜົນກະທົບ ໃຫ້ປະຊາຊົນຜູ້ປະສົບໄພພິບັດຢູ່ເມືອງ ສະໜາມໄຊ. ໃນໂອກາດດຽວກັນນີ້, ທ່ານພົນເອກ ຄຳລຽງ ອຸທະໄກສອນ ຍັງໄດ້ຕາງໜ້າ ໃຫ້ບັນດາບໍລິສັດທີ່ດຳເນີນກິດຈະການ ຢູ່ແຂວງອັດຕະປື ມອບເງິນອຸປະຖຳ ໃຫ້ແຂວງ ລວມມູນຄ່າ 700 ລ້ານກີບ. ໃນນັ້ນ, ບໍລິສັດ ພົງຊັບທະວີ ຈຳກັດຜູ້ ດຽວມອບ500ລ້ານກີບ, ບໍລິສັດບຸຜາ ພັດທະນາກໍ່ສ້າງ ຈຳກັດ ມອບ 100 ສສກ... ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ໄດ້ກ່າວວ່າ: ການປະ ກາດນໍາໃຊ້ແຜນປະຕິບັດງານ 5 ປີນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ທີ່ເຂັ້ມແຂງໃນການສົ່ງເສີມຄວາມ ສະເໝີພາບທາງເພດ ແລະ ການປົກ ປ້ອງສິດ ແລະ ສະຫວັດດີພາບຂອງ ແມ່ຍິງ ແລະ ເດັກນ້ອຍໃນທົ່ວຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ປະເມີນຄວາມຄືບ ໜ້າ, ຜົນສຳເລັດ ແລະ ບັນດາຂໍ້ຫຍຸ້ງ ຍາກໃນການດຳເນີນງານຂອງໂຄງ ການ, ປຶກສາຫາລືແລກປ່ຽນຄຳຄິດ ເຫັນກ່ຽວກັບບັນຫາຂໍ້ຄົງຄ້າງ ແລະ ອຸ ປະສັກໃນການດຳເນີນງານ ເພື່ອຮ່ວມ ກັນຊອກຫາວິທີແກ້ໄຂໃຫ້ທັນເວລາ ແລະ ມີປະສິດທິຜົນ, ຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດແຜນວຽກໃນໄລ ຍະ 6 ເດືອນທ້າຍປີ 2026 ໃຫ້ສອດ ຄ່ອງກັບແຜນການ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້ ໂດຍເລັ່ງໃສ່ການ ດຳເນີນງານຕາມອົງປະກອບຂອງ ໂຄງການ ໂດຍສະເພາະວຽກງານຂຶ້ນ ທະບຽນສັງຄົມ, ການເບີກຈ່າຍເງິນອຸດ ໜູນແບບມີເງື່ອນໄຂ (CCT), ການ ສົ່ງເສີມຊີວິດການເປັນຢູ່, ການພັດທະ ນາລະບົບຖານຂໍ້ມູນແລະການຕິດຕາມ ປະເມີນຜົນ, ເສີມສ້າງການປະສານ ງານ ແລະ ຄວາມຮ່ວມມື ແຕ່ລະພາກ ສ່ວນນັບແຕ່ຂັ້ນສູນກາງ ຈົນເຖິງທ້ອງ ຖິ່ນ ລວມເຖິງພາກສ່ວນທະນາຄານ ພັດທະນາອາຊີ (ADB), ຜູ້ໃຫ້ທຶນ FCDO ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມເປັນເອກະພາບ ແລະ ປະ ສານສົມທົບກັນຢ່າງໃກ້ຊິດ, ພ້ອມທັງ ກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ ສາມາດບັນລຸເປົ້າໝາຍທາງດ້ານການ ຫລຸດຜ່ອນຄວາມທຸກຍາກ, ຍົກສູງຄຸນ ນະພາບຊີວິດການເປັນຢູ່, ສົ່ງເສີມ ການປັບຕົວຕໍ່ການປ່ຽນແປງດິນຟ້າ ອາກາດ ແລະ ພັດທະນາຊົນນະບົດ ຢ່າງຍືນຍົງ. ທົບທວນຄວາມຄືບໜ້າ... ລ້ານກີບ ແລະ ບໍລິສັດ ສີສະເກດ ກໍ່ສ້າງ ຄົບວົງຈອນ ມອບ 100 ລ້ານກີບ. ຂ່າວ: ວິໄລສັກ ແກ້ວຫລວງໂຄດ ຜ່ານການທົບທວນ ແລະ ຕິດຕາມ ການຈັດຕັ້ງປະຕິບັດໂຄງການ ເຫັນວ່າ ມີຄວາມຄືບໜ້າໃນຫລາຍດ້ານ ທັງ ວຽກງານຈັດຊື້-ຈັດຈ້າງ, ວຽກການ ເງິນ, ການຂຶ້ນທະບຽນສັງຄົມໃນ 16 ເມືອງ ຂອງ 4 ແຂວງເປົ້າໝາຍ ແລະ ການທົດລອງເບີກຈ່າຍເງິນ CCT ຄັ້ງ ທຳອິດ ໃຫ້ຜູ້ຮັບຜົນປະໂຫຍດ 24 ຄົນ, ພ້ອມທັງກະກຽມກິດຈະກຳສົ່ງເສີມຊີ ວິດການເປັນຢູ່, ພັດທະນາລະບົບຂໍ້ມູນ ແລະ ວຽກງານໂພຊະນາການ. ແຕ່ຍັງ ມີສິ່ງທ້າທາຍທາງດ້ານຂັ້ນຕອນວຽກ ງານການເງິນ, ການຈັດຊື້-ຈັດຈ້າງ, ການຂຶ້ນທະບຽນຜູ້ຮັບຜົນປະໂຫຍດ ແລະ ຂີດຄວາມສາມາດຂອງພະນັກ ງານ. ສະນັ້ນ, ຈຶ່ງໃຫ້ທຸກພາກສ່ວນເລັ່ງ ແກ້ໄຂຂໍ້ຄົງຄ້າງ, ເລັ່ງລັດການເບີກ ຈ່າຍCCT,ການທົດລອງສົ່ງເສີມຊີວິດ ການເປັນຢູ່ເພື່ອພົ້ນທຸກ, ການເຊື່ອມ ສານຂໍ້ມູນ, ການຕິດຕາມປະເມີນຜົນ ແລະ ວຽກງານຂ້າມຂະແໜງການ ໂດຍອາໄສການປະສານງານຢ່າງໃກ້ ຊິດລະຫວ່າງຂັ້ນສູນກາງ, ທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ເພື່ອໃຫ້ໂຄງ ການບັນລຸຄາດໝາຍ ແລະ ເກີດປະ ໂຫຍດແທ້ຈິງຕໍ່ປະຊາຊົນ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ນັບແຕ່ປີ 2026-2030 ຈະຮ່ວມມືກັນ ເພື່ອເສີມສ້າງນະໂຍບາຍ, ຍົກລະດັບ ຄວາມຮັບຮູ້, ສ້າງຄວາມສາມາດ ແລະ ປັບປຸງການປະສານງານ ເພື່ອໃຫ້ເດັກ ຍິງ, ເດັກຊາຍ, ຜູ້ຍິງ ແລະ ຜູ້ຊາຍທຸກ ຄົນສາມາດຮຽນຮູ້, ເຂົ້າຮ່ວມ ແລະ ຈະ ເລີນຮຸ່ງເຮືອງໃນສະພາບແວດລ້ອມທີ່ ປອດໄພ ແລະ ຍຸຕິທຳ. ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາ ລີ ປະຈຳລາວ ໄດ້ຢືນຢັນຄຳໝັ້ນສັນ ຍາຂອງອົດສະຕຣາລີ ໃນການສະໜັບ ສະໜູນຄວາມສະເໝີພາບລະຫວ່າງ ຍິງ-ຊາຍແລະການສຶກສາແບບມີສ່ວນ ຮ່ວມໃນສປປລາວ. ລັດຖະບານອົດສະ ຕຣາລີ ມີຄວາມພູມໃຈທີ່ໄດ້ຢູ່ຄຽງ ຂ້າງ ກະຊວງສຶກສາທິການ ແລະ ກິລາ ໃນຖານະເປັນຄູ່ຮ່ວມພັດທະນາ ທີ່ເຊື່ອ ຖືໄດ້ໃນການສົ່ງເສີມຄວາມສະເໝີ ພາບຍິງ-ຊາຍແລະການປົກປ້ອງສິດທິ ແລະ ສະຫວັດດີພາບຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ, ແຜນດຳເນີນ ງານ 5 ປີນີ້ ໄດ້ຖືເອົາຊຸມຊົນເປັນໃຈ ກາງ, ຈະຊ່ວຍສ້າງສະພາບແວດລ້ອມ ການຮຽນຮູ້ທີ່ປອດໄພ ແລະ ມີສ່ວນ ຮ່ວມຫລາຍຂຶ້ນ, ເສີມສ້າງໂອກາດສຳ ລັບເດັກຍິງ ແລະ ແມ່ຍິງ ແລະ ສະໜັບ ສະໜູນເດັກນ້ອຍທຸກຄວາມສາມາດ ແລະ ຊົນເຜົ່າໃຫ້ບັນລຸທ່າແຮງຢ່າງ ເຕັມທີ່. ແຜນປະຕິບັດງານດັ່ງກ່າວ, ສະ ທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມ ກັນຕໍ່ຍຸດທະສາດຄວາມສະເໝີພາບ ຍິງ-ຊາຍຂອງປະເທດອົດສະຕຣາລີ ແລະ ສະແດງໃຫ້ເຫັນເຖິງສິ່ງທີ່ສາ ມາດບັນລຸໄດ້ຜ່ານການຮ່ວມມືທີ່ເຂັ້ມ ແຂງ, ເຄົາລົບນັບຖື ແລະ ປະຕິບັດໄດ້ ຈິງລະຫວ່າງລັດຖະບານອົດສະຕຣາ ລີ ແລະ ກະຊວງສຶກສາທິການ ແລະ ກິລາ.
RkJQdWJsaXNoZXIy MTc3MTYxMQ==