7401

05/11/2026 gsfdko c]t dkora fmtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k 78r 8h voIa [ m6 fvq flt8ik]u g0Q k1h P,ve]k Iv'sq ;|h k 7vlr 8h voIa [ 7totz6h cmo ;kltlko -y ;ln ສະຫາຍ ວັນສີ ກÊ ວÊ ວ (ຂວາ) leg]a fdkopq d]tfa [;Pd'kola '];,{ sk'lP'la '7q , .sh rtoa d'ko37ltokvq [Iq ,c0;'9exkla d ຂປລ. ໃນວັນທີ 2 ພະຈິກ 2026 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບອໍາລາຂອງ ທ່ານ ນາງ ເມ ແກນຈອນ(MFHBO+POFT)ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ອົດສະຕຣາລີ ປະ ຈຳ ສປປ ລາວ ໃນໂອກາດສໍາເລັດ ການປະຕິບັດໜ້າທີ່ການທູດ. ໂອກາດດັ່ງກ່າວ,ທ່ານບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັດ ຖະທູດອົດສະຕຣາລີ ທີ່ໄດ້ສຳເລັດ ການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ດ້ວຍ ຜົນສໍາເລັດຢ່າງຈົບງາມ ໂດຍສະ ເພາະການເປັນຂົວຕໍ່ເຊື່ອມມິດຕະ ພາບ ລາວ-ອົດສະຕຣາລີ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ລາວ, ລວມທັງການຊຸກຍູ້ລັດຖະ ບານອົດສະຕຣາລີ ໃຫ້ການຊ່ວຍ ເຫລືອ ສປປ ລາວ ດ້ານການສ້າງ ຊັບພະຍາກອນມະນຸດ, ສາທາລະ ນະສຸກ, ກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າ ພາຍຫລັງກັບຄືນປະເທດ ທ່ານເອກອັກຄະລັດຖະທູດ ຍັງຈະ ສືບຕໍ່ສະໜັບສະໜູນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືລາວ-ອົດສະຕຣາ ລີໃຫ້ນັບມື້ຂະຫຍາຍຕົວແລະມີໝາກ ຜົນຍິ່ງໆຂຶ້ນ, ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ລາວ-ອົດສະຕຣາລີ. ພ້ອມນີ້, ຍັງໄດ້ອວຍພອນໃຫ້ທ່ານເອກອັກ ຂປລ. ໃນວັນທີ2ພະຈິກ2026, ສະຫາຍ ວັນສີ ກົວມົວ ກໍາມະການ ສູນກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ຕ້ອນ ຮັບ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວ ໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ ສປປ ລາວ ໃນລະຫວ່າງ ວັນທີ 2-3 ພະຈິກ 2026 ນີ້. ໂອກາດນີ້, ສະຫາຍ ວັນສີ ກົວ ມົວ ໄດ້ສະແດງຄວາມຕ້ອນຮັບຊົມ ເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ຊ້າວ ເວີນຮຸຍ ພ້ອມຄະນະທີ່ເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນເສີມສ້າງສາຍພົວພັນ ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ ກໍຄື ສອງວາລະສານອະລຸນໃໝ່ຂອງພັກ ປະຊາຊົນປະຕິວັດລາວ ແລະ ວາລະ ສານຊິວສື ຂອງສູນກາງພັກກອມມູ ນິດຈີນ ທີ່ມີມູນເຊື້ອມາແຕ່ດົນນານ ແລ້ວນັ້ນ, ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ເນັ້ນໃຫ້ສອງວາລະສານ ແລກປ່ຽນບົດຂຽນ ແລະ ແປບົດທິດ ສະດີເຊິ່ງກັນແລະກັນໃຫ້ຫລາຍຂຶ້ນ, ຊ່ວຍຝຶກອົບຮົມຍົກລະດັບພະນັກ ງານນັກຂ່າວ ແລະ ບັນນາທິການ ຂອງອະລຸນໃໝ່, ຈັບມືກັນພັດທະນາ ສື່ດີຈິຕອນ ແລະ ການເຜີຍແຜ່ທາງ ອອນລາຍ ໃຫ້ທັນກັບຍຸກສະໄໝ. ສະຫາຍ ຊ້າວ ເວີນຮຸຍ ກໍໄດ້ສະ ແດງຄວາມຂອບໃຈຕໍ່ ສະຫາຍ ວັນສີ ກົວມົວ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງ ໃຫ້ຊາບເຖິງຈຸດປະສົງໃນການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະຜົນການເຮັດ ວຽກຮ່ວມກັບວາລະສານອະລຸນ ໃໝ່ ຊຶ່ງໄດ້ທົບທວນຄືນການພົວພັນ ຮ່ວມມືສອງຝ່າຍ, ພ້ອມທັງໄດ້ແລກ ປ່ຽນດ້ານຂໍ້ມູນ-ຂ່າວສານ, ວິທີ ການສະໜອງບົດວາລະສານ, ການ ສ້າງເພື່ອນຮ່ວມງານ ແລະ ການຊຸກ ຍູ້ສົ່ງເສີມການຂຸດຄົ້ນການສະໜອງ ແຫລ່ງບົດທາງດ້ານທິດສະດີ ແລະ ພຶດຕິກຳ, ພ້ອມນັ້ນກໍໄດ້ຄົ້ນຄວ້າ ປຶກສາຫາລືກ່ຽວກັບແຜນການຈັດ ຕັ້ງປະຕິບັດການຮ່ວມມືສອງຝ່າຍ ໃນຕໍ່ໜ້າ ແລະ ການສ້າງເງື່ອນໄຂ ຄວາມເປັນໄປໄດ້ໃນການສ້າງບົດ ບັນທຶກການຮ່ວມມືໃນຊຸມປີຕໍ່ໜ້າ ອີກດ້ວຍ. ຂ່າວ-ພາບ: ສຳນານ ຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມ ແຂງ, ປະສົບຜົນສຳເລັດໃນໜ້າທີ່ ໃໝ່ຂອງຕົນ ແລະ ເດີນທາງກັບຄືນ ປະເທດດ້ວຍຄວາມສະຫວັດດີພາບ ທຸກປະການ. ທ່ານເອກອັກຄະລັດຖະທູດ ໄດ້ ສະແດງຄວາມຂອບໃຈ ເປັນຢ່າງ ສູງຕໍ່ ທ່ານຫົວໜ້າ ຄຕພ ທີ່ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບ ແລະ ໄດ້ ໃຫ້ການສະໜັບສະໜູນຕະຫລອດ ໄລຍະການມາປະຕິບັດໜ້າທີ່ການ ທູດຢູ່ ສປປ ລາວ, ພ້ອມທັງໄດ້ໃຫ້ ຄຳໝັ້ນສັນຍາວ່າພາຍຫລັງກັບຄືນ ປະເທດແລ້ວ ຍັງຈະສືບຕໍ່ເອົາໃຈໃສ່ ຕິດຕາມ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງ ອົດສະຕຣາ ລີ-ລາວ ໃຫ້ນັບມື້ແຕກດອກອອກ ຜົນຍິ່ງໆຂຶ້ນ. ສອງຝ່າຍໄດ້ເອກະພາບກັນຕີ ລາຄາສູງຕໍ່ການພົວພັນຮ່ວມມື ລະ ຫວ່າງ ສອງປະເທດ ລາວ-ອົດສະ ຕຣາລີ ໃນໄລຍະຜ່ານມາ ແລະ ຍິນ ດີສືບຕໍ່ປະສານສົມທົບກັນ ໃນການ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ຊຸກຍູ້ ການພົວພັນຮ່ວມມື ໃນສາຍພັກ ແລະ ການທູດປະຊາຊົນ ໃນຕໍ່ໜ້າ ເພື່ອປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ລະຫວ່າງ ສອງປະ ເທດ ລາວ-ອົດສະຕຣາລີ. ຂ່າວ: ຄຕພ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມແຂວງຈໍາປາສັກ ສຳເລັດ ການຝຶກອົບຮົມສັງລວມ-ຫາງສຽງ ສັງຄົມ ປະຈໍາປີ 2026 ໃຫ້ພະນັກ ງານໂຄສະນາອົບຮົມທົ່ວແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາ ຄະນະບໍລິຫານງານພັກແຂວງຈໍາ ປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ. ໃນພິທີ, ທ່ານ ປະດິດ ວັນນະລັດ ສະໜີ ຫົວໜ້າຄະນະໂຄສະນາອົບ ຮົມແຂວງຈຳປາສັກ ໄດ້ສະຫລຸບ ການຝຶກອົບຮົມໂດຍສັງເຂບ, ໃນ ນັ້ນ, ດ້ານເນື້ອໃນເອກະສານຝຶກອົບ ຮົມປະກອບມີ 4 ບົດ ຄື: ເອກະສານ ບັນຫາພື້ນຖານກ່ຽວກັບວຽກງານ ແນວຄິດ-ຫາງສຽງສັງຄົມ, ເອກະ ສານວິທີການຕິດຕາມ, ເກັບກຳ ແລະ ການນໍາໃຊ້ສະພາບແນວຄິດຫາງສຽງສັງຄົມ ເຂົ້າໃນວຽກງານ ການເມືອງ-ແນວຄິດ, ເອກະສານ ຕາໜ່າງເພື່ອນຮ່ວມງານແລະວຽກ ງານຄົ້ນຄວ້າສັງລວມ. ຮູບແບບ ການບັນຍາຍເອກະສານ, ວິທະຍາ ກອນ ໄດ້ມີການຍົກເອົາບັນຫາຕົວ ຈິງມາປະກອບໃສ່ເອກະສານ, ສາ ມາດສົມທຽບໄດ້ບັນຫາທາງດ້ານ ທິດສະດີ ແລະ ພຶດຕິກໍາທີ່ແທດເຖິງ ຕົວຈິງ. ພ້ອມນີ້, ສໍາມະນາກອນ ຍັງ ມີຄວາມຕື່ນຕົວເອົາໃຈໃສ່ໃນການ ຮັບຟັງການບັນລະຍາຍເອກະສານ, ມີການປະກອບຄໍາເຫັນ, ກ້າຍົກເອົາ ບັນຫາຫາງສຽງສັງຄົມທີ່ເກີດຂຶ້ນ ໃນຂົງເຂດຂອງຕົນ ມາສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ບັນຍາກາດການຝຶກ ອົບຮົມຄັ້ງນີ້ ມີລັກສະນະຟົດຟື້ນ, ມີຄວາມໜັກແໜ້ນທາງດ້ານເນື້ອ ໃນ, ພ້ອມທັງມີຄວາມເຂົ້າໃຈ ກໍາ ແໜ້ນຕໍ່ຄວາມໝາຍຄວາມສໍາຄັນ ແລະ ແບບແຜນວິທີການເກັບກໍາ ແລະ ລາຍງານບັນຫາຫາງສຽງສັງ ຄົມ ເພື່ອຈະນໍາໄປຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ຄວາມ ຮັບຜິດຊອບຂອງຕົນ. ໂອກາດນີ້, ທ່ານ ອາລຸນໄຊ ສູນ ນະລາດ ໄດ້ກ່າວວ່າ: ວຽກງານຕິດ ຕາມ, ເກັບກຳສະພາບແນວຄິດຫາງສຽງສັງຄົມ ເປັນວຽກໜຶ່ງທີ່ມີ ຄວາມສໍາຄັນ ຂອງວຽກງານການ ເມືອງ-ແນວຄິດ ຊຶ່ງເປັນວຽກງານ ປະຈັນບານ ແລະ ສອດຫ້ອຍໄປໃນ ທຸກຂົງເຂດວຽກງານ, ເປັນວຽກ ວິທະຍາສາດລະອຽດອ່ອນທີ່ສຸດ ເນື່ອງຈາກມັນໄດ້ກະທົບໂດຍກົງ ໃສ່ລະບົບແນວຄິດຈິດໃຈຂອງຄົນ. ຍ້ອນແນວນັ້ນ, ພັກ-ລັດຖະບານກໍຄື ຄະນະພັກ-ອົງການປົກຄອງແຂວງ ຈຶ່ງໄດ້ເອົາໃຈໃສ່ຍົກສູງ ແລະ ຖືສໍາ ຄັນວຽກງານຕິດຕາມ, ເກັບກຳສະ ພາບແນວຄິດ-ຫາງສຽງສັງຄົມ ດ້ວຍການອະນຸມັດໃຫ້ຄະນະໂຄ ສະນາອົບຮົມແຂວງ ຈັດຊຸດອົບຮົມ ຄັ້ງນີ້ຂຶ້ນ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານ ຂອງ ບັນດາຕາໜ່າງເພື່ອນຮ່ວມງານ ໃຫ້ໄດ້ຮັບການເຄື່ອນໄຫວຢ່າງເປັນ ປົກກະຕິ, ຕໍ່ເນື່ອງ ແລະ ສາມາດ ຍາດໄດ້ຜົນສໍາເລັດເປັນທີ່ປະຈັກຕາ ຫລາຍດ້ານ ທັງເປັນການປະກອບ ສ່ວນເຮັດໃຫ້ສັງຄົມມີຄວາມສະ ຫງົບ, ມີຄວາມສາມັກຄີເປັນເອກະ ພາບ ເຮັດໃຫ້ປະເທດຊາດ ແລະ ແຂວງຈໍາປາສັກ ມີສະຖຽນລະ ພາບ, ໝັ້ນຄົງ ແລະ ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ ທັງເປັນການເພີ່ມທະວີ ຄວາມເອົາໃຈໃສ່ ຕໍ່ການຍົກລະດັບ ຄວາມຮູ້ຄວາມສາມາດຂອງບັນດາ ອົງການທີ່ເຮັດວຽກງານແນວຄິດ ເປັນຕົ້ນ ການບຳລຸງສ້າງຍົກລະດັບ ຖັນແຖວພະນັກງານໂຄສະນາອົບ ຮົມແຕ່ລະຂັ້ນ ໃຫ້ມີຄຸນນະພາບ ແລະ ຫລາຍຂຶ້ນກວ່າເກົ່າ. ຄຽງຄູ່ກັນນີ້, ການປັບປຸງການ ນໍາພາທາງດ້ານການເມືອງ-ແນວ ຄິດຂອງພັກໃນໄລຍະໃໝ່ ຕ້ອງ ເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານ ຫາງສຽງສັງຄົມ ທັງເກັບກໍາ ທັງ ແກ້ໄຂໄປພ້ອມກັນ, ເພີ່ມທະວີດ້ານ ເຕັກນິກໃນການເກັບກໍາຫາງສຽງ ຫາງສັງຄົມ, ວິທີຢາກໄດ້ຫາງສຽງ ແລະ ວິທີແກ້ໄຂຫາງສຽງ, ການ ເກັບກໍາສະພາບຫາງສຽງສັງຄົມ, ການຄາດຄະເນຫາງສຽງທີ່ອາດ ຈະເກີດຂຶ້ນ ທັງສະພາບແວດລ້ອມ ພາຍໃນ ແລະ ພາຍນອກ, ສືບຕໍ່ຮັກ ສາ, ເສີມຂະຫຍາຍມູນເຊື້ອວຽກ ງານການນໍາພາ ດ້ານການເກັບກໍາ ຫາງສຽງສັງຄົມຂອງພັກ ໃຫ້ມີ ການເຕີບໃຫຍ່ຂະຫຍາຍຕົວ ໂດຍ ການນໍາໃຊ້ພະນັກງານພື້ນຖານ ແລະຕາໜ່າງຂ່າວ, ເພີ່ມທະວີຄວາມ ເປັນແບບຢ່າງໃຫ້ແກ່ມະຫາຊົນ ທັງເວົ້າທັງເຮັດ; ຍົກສູງສະຕິຕື່ນ ຕົົວຂອງຜູ້ທີ່ເຮັດວຽກງານການ ເມືອງ-ນໍາພາແນວຄິດ ເຮັດໃຫ້ລະ ບອບປະຊາທິປະໄຕ ມີຄວາມສະ ຫງົບ, ປະຊາຊົນມີຊີວິດການເປັນ ຢູ່ດີຂຶ້ນ, ມີກົນໄກໃນການປະສານ ງານຢ່າງລະອຽດ, ເຮັດໃຫ້ວຽກ ງານຫາງສຽງສັງຄົມ ກາຍເປັນ ວຽກງານຂອງທຸກຂະແໜງການ, ຄະນະພັກ- ອົງການປົກຄອງແຕ່ລະ ຂັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີການ ນໍາພາ-ຊີ້ນຳຮອບດ້ານ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ ຜູ້ທີ່ເຂົ້າຮ່ວມຝຶກອົບຮົມວຽກງານ ສັງລວມ-ຫາງສຽງສັງຄົມຄັ້ງນີ້ ຈົ່ງນໍາເອົາບົດຮຽນຈາກຊຸດອົບຮົມ ໄປນໍາໃຊ້ໃຫ້ມີປະໂຫຍດ ແລະ ເປັນ ບ່ອນອີງອັນສໍາຄັນໃນການຈັດຕັ້ງ ປະຕິບັດວຽກງານ ຂອງບັນດາຕາ ໜ່າງເພື່ອນຮ່ວມງານທີ່ເຮັດວຽກ ງານຕິດຕາມ, ເກັບກຳສະພາບແນວ ຄິດ-ຫາງສຽງສັງຄົມ ໃນສະພາບ ເງື່ອນໄຂໃໝ່ ໃຫ້ມີປະສິດທິພາບ ແລະ ຫັນປ່ຽນໄປສູ່ຄຸນນະພາບໃໝ່ ຢ່າງຕັ້ງໜ້າ. ຂ່າວ-ພາບ: ທູນທອງໃຈ Iv']a f4t,q o8u dt-;'dko8j k'xtgmf 8h voIa [ xtmkod5j , ra omt,y foa dm5 ]tdy fpy '0v'd5j , B R I C S xt9e ia fg-p ຂປລ. ຕອນບ່າຍຂອງວັນທີ 29 ຕຸລາ 2026 ຜ່ານມາ, ທີ່ກະຊວງ ການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໃນຖາ ນະກຳມະການຜູ້ປະຈຳການ ຂອງ ຄະນະກຳມະການຊີ້ນຳລວມວຽກ ງານການທູດເສດຖະກິດຂອງສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ນາງ AOOB /FTUFSPWB ປະທານກຸ່ມພັນທະມິດ ນັກທຸລະກິດຍິງຂອງກຸ່ມ B3IC4 ປະຈຳຣັດເຊຍ (B3IC48PNBOgT BVTJOFTT AMMJBODF) ພ້ອມດ້ວຍ ຄະນະ ໃນໂອກາດເດີນທາງມາຢ້ຽມ ເຮັດວຽກ ຢູ່ ສປປ ລາວ. ຈຸດປະສົງ ຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ເພື່ອປຶກສາຫາລືກ່ຽວກັບແນວທາງ ໃນການຊຸກຍູ້ສົ່ງເສີມການຮ່ວມມື ພາກທຸລະກິດລະຫວ່າງພາກພື້ນພາຍ ໃຕ້ຂອບການຮ່ວມມື ລະຫວ່າງ ກຸ່ມ ປະເທດສະມາຊິກ B3IC4 ແລະ ອາຊຽນ ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບຜົນການພົບປະກັບທ່ານ ປະທານສະມາຄົມທຸລະກິດຍິງຂອງ ສປປ ລາວ ກ່ອນໜ້ານັ້ນ ໂດຍສະ ເພາະໃນຂົງເຂດການຮ່ວມມືທີ່ມີທ່າ ແຮງຮ່ວມກັນ ລະຫວ່າງ ກຸ່ມພັນ ທະມິດ ແລະ ເຄືອຂ່າຍນັກທຸລະກິດ ຍິງອາຊຽນ ລວມທັງສຶກສາເຖິງ ຄວາມເປັນໄປໄດ້ໃນການເປີດຫ້ອງ ການຜູ້ຕາງໜ້າກຸ່ມພັນທະມິດຂອງ ຕົນ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ຮອງ ລັດຖະມົນຕີ ໄມທອງ ທຳມະວົງສາ ໄດ້ກ່າວສະແດງຄວາມຕ້ອນຮັບ ອັນອົບອຸ່ນ ຕໍ່ທ່ານ ນາງ AOOB /FTUFSPWB ພ້ອມດ້ວຍຄະນະ ໃນ ໂອກາດເດີນທາງມາຢ້ຽມຢາມ ເຮັດ ວຽກຢູ່ ສປປ ລາວ ແລະ ມີແຜນທີ່ ເຂົ້າຮ່ວມກອງປະຊຸມພາກທຸລະກິດ ຂອງກຸ່ມ B3IC4-ອາຊຽນ ໃນ ວັນທີ 29-30 ຕຸລາ 2026 ທີ່ນະ ຄອນຫລວງບາງກອກ, ປະເທດໄທ, ພ້ອມທັງສະແດງຄວາມຂອບໃຈ ທີ່ກຸ່ມພັນທະມິດໄດ້ແຈ້ງໃຫ້ຊາບ ກ່ຽວກັບພາລະບົດບາດຂອງຕົນ. ນອກຈາກນີ້, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ການເຮັດວຽກຮ່ວມກັນ ລະຫວ່າງ ກຸ່ມພັນທະມິດນັກທຸລະກິດຍິງຂອງ ກຸ່ມ B3IC4 ແລະ ສະມາຄົມທຸລະ ກິດຍິງຂອງ ສປປ ລາວ ໂດຍສະ ເພາະທິດທາງແຜນການຮ່ວມມືກັນ ໃນຕໍ່ໜ້າ ແລະ ໄດ້ອວຍພອນໃຫ້ ທ່ານ ນາງ AOOB /FTUFSPWB ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບ ແຂງແຮງ, ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານຕະຫລອດໄລຍະ ການປະຕິບັດໜ້າທີ່ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານນາງ AOOB /FTUFSPWB ກໍໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງການ ເຄື່ອນໄຫວຂອງກຸ່ມພັນທະມິດນັກ ທຸລະກິດຍິງ ໃນໄລຍະຜ່ານມາ ນັບ ແຕ່ໄດ້ຮັບສ້າງຕັ້ງຂຶ້ນໃນໂອກາດ ກອງປະຊຸມສຸດຍອດກຸ່ມ B3IC4 ຄັ້ງທີ 12 ໃນປີ 2020 ເພື່ອເປັນກົນ ໄກສໍາຄັນໃນການພັດທະນາການ ຮ່ວມມືພາຍໃນກຸ່ມ ແລະ ສົ່ງເສີມ ການຮ່ວມມື ລະຫວ່າງ ຜູ້ປະກອບ ການເພດຍິງໃນກຸ່ມ B3IC4 ລວມ ເຖິງການພັດທະນາ ແລະ ດໍາເນີນ ໂຄງການຂໍ້ລິເລີ່ມຕ່າງໆໃນຮູບ ແບບຫລາຍຝ່າຍ, ລວມທັງແຜນ ການເປີດຫ້ອງການຜູ້ຕາງໜ້າຢູ່ ສປປ ລາວ. ປັດຈຸບັນ, ກຸ່ມພັນທະ ມິດ ໄດ້ສ້າງຕັ້ງຫ້ອງການຜູ້ຕາງ ໜ້າຢູ່ຫລາຍປະເທດ ເຊັ່ນ: ມາເລ ເຊຍ, ກາຊັກສະຖານ ແລະ ເບລາ ຣຸດຊີ. ພ້ອມກັນນີ້, ໃນຊຸມປີຜ່ານ ມາກໍໄດ້ເຄື່ອນໄຫວຢູ່ໃນເວທີພາກ ທຸລະກິດຕ່າງໆ ໂດຍສະເພາະໃນ ໄລຍະກອງປະຊຸມສຸດຍອດກຸ່ມ B3IC4 ແລະ ພົບກັບຜູ້ຕາງໜ້າ ຂອງສະຖາບັນການເງິນສາກົນ ລວມທັງການນໍາຂັ້ນສູງຂອງບັນ ດາປະເທດສະມາຊິກກຸ່ມ B3IC4.

RkJQdWJsaXNoZXIy MTc3MTYxMQ==