@ 0j k; c]t gsfdko 05/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສະພາແຫ່ງຊາດ... ສະຫາຍ ສອນໄຊ ສີພັນດອນ (ຜູ້ທີ 11 ນັບຈາກຂວາຫາຊ້າຍ) ຈົດໝາຍ... ຢ້ຽມຢາມ ສສ ຫວຽດນາມ ຢ່າງ ເປັນທາງການ ຊຶ່ງເປັນການຢ້ຽມ ຢາມຕ່າງປະເທດຄັ້ງທໍາອິດ ພາຍ ຫລັງໄດ້ຮັບເລືອກຕັ້ງເປັນປະທານ ສະພາແຫ່ງຊາດລາວ ຊຸດທີ X. ໃນພິທີພົບປະ, ສະຫາຍປະທານ ສະພາແຫ່ງຊາດລາວ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສົມກຽດ, ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ອັນໃຫຍ່ຫລວງຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມ ມູນິດຫວຽດນາມ ຊຶ່ງມີສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ ນໍາໜ້າ ໂດຍເສດຖະກິດໃນ 9 ເດືອນ ຕົ້ນປີ 2026 ສາມາດຂະຫຍາຍຕົວ ສູງເຖິງ 9,01%. ພ້ອມກັນນີ້, ຍັງ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໂດຍເນັ້ນໃຫ້ເຫັນວ່າ ເຖິງຈະມີສິ່ງທ້າທາຍຈາກຜົນກະ ທົບທົ່ວໂລກ, ແຕ່ ສປປ ລາວ ຍັງຮັກ ສາສະຖຽນລະພາບທາງດ້ານການ ເມືອງ, ເສດຖະກິດ 9 ເດືອນຕົ້ນປີ 2026 ເຕີບໂຕ 4,8%, ພ້ອມທັງ ໄດ້ລົງເລິກການປັບປຸງກົງຈັກການ ຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິພາບ ສູງຂຶ້ນ. ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລາວ-ຫວຽດນາມ, ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ ລວງເລິກ; ພ້ອມທັງທົບທວນການ ຮ່ວມມືຂອງສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ເປັນຕົ້ນການແລກ ປ່ຽນຄະນະຜູ້ແທນທຸກຂັ້ນ, ການ ສ້າງປຶ້ມປະຫວັດສາດ “50 ປີ ແຫ່ງ ການພົວພັນລະຫວ່າງສະພາແຫ່ງ ຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ” ແລະ ການສະໜັບສະ ໜູນເຊິ່ງກັນ ແລະ ກັນ ໃນເວທີລັດ ຖະສະພາພາກພື້ນ ແລະ ສາກົນ. ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃຫ້ ເປັນຮູບປະທຳຍິ່ງຂຶ້ນ, ສະຫາຍປະ ທານສະພາແຫ່ງຊາດລາວ ໄດ້ສະ ເໜີເນື້ອໃນສຳຄັນສຳລັບທິດທາງ ການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ ສົ່ງເສີມການພົບປະແລກປ່ຽນລະ ຫວ່າງສະພາປະຊາຊົນຂັ້ນແຂວງທີ່ ມີຊາຍແດນຕິດຈອດກັນ ແລະ ຄົ້ນ ຄວ້າປັບປຸງບົດບັນທຶກການຮ່ວມມື (MOU) ລະຫວ່າງສອງສະພາ ແຫ່ງຊາດ ທີ່ຈະສິ້ນສຸດລົງໃນປີ 2027; ກະກຽມສະເຫລີມສະຫລອງ ປີສາມັກຄີມິດຕະພາບ 2027 ວາງ ແຜນຈັດກິດຈະກຳຮ່ວມກັນ ເພື່ອສະ ເຫລີມສະຫລອງ 65 ປີ ວັນສ້າງ ຕັ້ງສາຍພົວພັນການທູດ ແລະ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ; ການຕິດຕາມກວດກາໂຄງ ການຍຸດທະສາດ, ສະເໜີໃຫ້ສອງ ສະພາແຫ່ງຊາດຕິດຕາມກວດກາ ແລະ ຊຸກຍູ້ໂຄງການເຊື່ອມຕໍ່ພື້ນຖານ ໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸ່ງອາງ ແລະ ທ່າເຮືອຫວຸ່ງອາງ ໃຫ້ປີ2027 ເປັນ ປີແຫ່ງການຕິດຕາມກວດກາ ການ ຈັດຕັ້ງປະຕິບັດໂຄງການເຊື່ອມຕໍ່ ພື້ນຖານໂຄງລ່າງດ້ານການຄົມມະ ນາຄົມ; ການສະໜັບສະໜູນບົດ ຮຽນຈາກຝ່າຍຫວຽດນາມ ກ່ຽວ ກັບການຄຸ້ມຄອງວຽກງານທ້ອງ ຖິ່ນ,ການນຳໃຊ້ປັນຍາປະດິດ(AI) ເຂົ້າໃນວຽກງານກົດໝາຍ ແລະ ການຫັນເປັນດີຈິຕອນຂອງສະພາ ແຫ່ງຊາດ. ໂອກາດດຽວກັນນີ້, ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຈາກ ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີມາ ໂດຍຕະຫລອດ, ພ້ອມທັງເຊື້ອເຊີນ ສະຫາຍ ເຈີນ ແທັງ ເໝີ້ນ ພ້ອມດ້ວຍ ຄະນະໄປຢ້ຽມຢາມສປປລາວຢ່າງ ເປັນທາງການ ໃນເວລາທີ່ເໝາະສົມ. ຂ່າວ-ພາບ: ສພຊ ໂດຍສະເພາະແມ່ນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການສຶກສາ ແລະ ການສ້າງຂີດຄວາມສາມາດ. ຂ້າພະເຈົ້າຫວັງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອຊຸກຍູ້ຜົນປະ ໂຫຍດຮ່ວມກັນ ໃນການສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃຫ້ມີສະ ຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ. ຂ້າພະເຈົ້າຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດ ໃນການປະຕິບັດ ໜ້າທີ່ໃໝ່ ແລະ ຫວັງວ່າຈະໄດ້ພົບປະ ກັບທ່ານໃນກອງປະຊຸມສຸດຍອດ ອາຊີຕາເວັນອອກ ທີ່ຈະຈັດຂຶ້ນໃນໄວໆນີ້ທີ່ມະນິລາ. ແລະ 2 ອົງກອນນາໆຊາດ ລວມ ເຖິງສວນຂອງໜ່ວຍງານໄທ 16 ສວນ. ສຳລັບສວນຂອງປະເທດ ລາວ ໄດ້ຈັດ 1 ສວນ (ສວນພຶກສາ ສາດ) ຊຶ່ງສິ່ງທີ່ນໍາໄປວາງສະແດງ ຂອງລາວປະກອບມີ: ຮູບພາບຈໍາ ລອງ ພະທາດຫລວງວຽງຈັນ, ທົ່ງ ໄຫຫີນ, ປະຕູໄຊ, ແຄນລາວ, ຜະ ລິດຕະພັນເຂົ້າ, ກາເຟ, ຊາ ແລະ ຫັດຖະກໍາແພໄໝຂອງຊົນເຜົ່າໃນ ລາວ ແລະ ອື່ນໆ ຊຶ່ງໄດ້ສ້າງຄວາມ ດຶງດູດໃຈໃຫ້ແກ່ຜູ້ມາທ່ຽວຊົມງານ. ພ້ອມນີ້, ຍັງໄດ້ຈັດສະແດງພັນໄມ້ ຫລາຍກວ່າ 50 ສວນ, ມີໄມ້ດອກ, ໄມ້ປະດັບໝູນວຽນຫລາຍກວ່າ 1 ສປປ ລາວ... ລ້ານຕົ້ນ, ຈັດສະແດງນະວັດຕະກໍາ ກະສິກໍາ, ສິລະປະວັດທະນະທໍາທີ່ ຫລາກຫລາຍ ແລະ ກິດຈະກໍາກວ່າ 200 ລາຍການ ຕະຫລອດໄລຍະເວ ລາ 134 ວັນ (ນັບຕັ້ງແຕ່ວັນທີ 1 ພະຈິກ 2026-14 ມີນາ 2027). ໂອກາດນີ້, ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ ໄດ້ກ່າວ ວ່າ: ງານນີ້ເປັນຂົວເຊື່ອມພາກອີ ສານສູ່ເວທີໂລກ, ສົ່ງເສີມກະສິກໍາ ສີຂຽວ, ເສດຖະກິດBCG(ເສດຖະ ກິດຊີວະພາບ, ເສດຖະກິດໝູນວຽນ ແລະ ເສດຖະກິດສີຂຽວ), ຍົກລະ ດັບກະສິກໍາ, ການທ່ອງທ່ຽວ ແລະ ສ້າງລາຍໄດ້ໝູນວຽນ, ຄາດວ່າ ຫລາຍກວ່າ 20.000 ລ້ານບາດ, ກາຍເປັນໂອກາດໃຫ້ກະສິກອນ ແລະ ຜູ້ປະກອບການຈາກທົ່ວໂລກ ໄດ້ແລກປ່ຽນຄວາມຮູ້ ແລະ ຕໍ່ຍອດ ນະວັດຕະກໍາ ເພື່ອການດໍາລົງຊີວິດ ຢ່າງຍືນຍົງ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ ຮ່ວມມື ຂອງສອງຊາດ, ສອງກອງ ທັບ ລາວ-ມຽນມາ ໃຫ້ນັບມື້ເຕີບ ໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ທັງສະ ແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ພົນເອກ ແຢ ວິນ ອູ ທີ່ໄດ້ຮັບ ຕໍາແໜ່ງເປັນຜູ້ບັນຊາການທະຫານ ສູງສຸດຄົນໃໝ່ ແຫ່ງ ສສ ມຽນມາ ແລະ ສະເໜີໃຫ້ສອງກອງທັບລາວມຽນມາ ສືບຕໍ່ປະສານສົມທົບກັນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ ຕ່າງໆ ເປັນຕົ້ນການລັກລອບເຂົ້າ ເມືອງຜິດກົດໝາຍ, ອາຊະຍາກໍາ ຂ້າມຊາດ, ອາຊະຍາກໍາທາງໂທລະ ຄົມມະນາຄົມ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ລວມທັງ ການນຳໃຊ້ແຮງງານທີ່ບໍ່ຖືກຕ້ອງ ຕາມບໍລິເວນຊາຍແດນ ລາວ-ມຽນ ມາ ໂດຍຜ່ານກົນໄກທີ່ສອງຝ່າຍມີ ຮ່ວມກັນໃຫ້ໄດ້ຮັບຜົນດີ. ທ່ານ ພົນເອກ ແຢ ວິນ ອູ ໄດ້ສະ ແດງຄວາມຂອບໃຈ ຕໍ່ທ່ານນາຍົກ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ແລະ ສະໜັບສະໜູນ ຊ່ວຍເຫລືອ ສສ ມຽນມາ ຕະຫລອດ ໄລຍະຜ່ານມາ, ພ້ອມທັງສະເໜີ ຝ່າຍ ສປປ ລາວ ສືບຕໍ່ໃຫ້ການສະ ໜັບສະໜູນຊ່ວຍເຫລືອສສມຽນມາ ໃນເວທີພາກພື້ນ ແລະ ສາກົນ ກໍຄື ຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ການທູດຢູ່ລາວ. ທ່ານ ຄໍາພັນ ເຜີຍຍະວົງ ໄດ້ ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານນາງ ເມ ແກນ ຈອນ ທີ່ສຳເລັດການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ ຄັ້ງນີ້ ຊຶ່ງຕະຫລອດໃນໄລຍະການ ປະຕິບັດໜ້າທີ່ ທ່ານທູດໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າເຂົ້າໃນການປະກອບ ສ່ວນ ເສີມສ້າງການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ-ອົດສະຕຣາ ລີ ທີ່ມີມູນເຊື້ອມາແຕ່ຍາວນານນັ້ນ ໃຫ້ນັບມື້ເພີ່ມພູນແຕກດອກອອກ ຜົນຍິ່ງໆຂຶ້ນ, ພ້ອມນີ້ທ່ານຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍ ຄວາມສະຫວັດດີພາບ ແລະ ປະສົບ ຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດ ຂອງທ່ານ. ໂອກາດດັ່ງກ່າວ, ທ່ານທູດກໍ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຄໍາພັນ ເຜີຍຍະວົງ ທີ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນ ແລະ ສະແດງ ຄວາມຂອບໃຈຕໍ່ການຈັດຕັ້ງທຸກ ພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ ການຮ່ວມມື ແລະ ອຳນວຍຄວາມ ສະດວກທຸກຢ່າງ ຕະຫລອດໃນໄລ ຍະການປະຕິບັດໜ້າທີ່ ຈົນໄດ້ຮັບ ຜົນສຳເລັດໃນຄັ້ງນີ້. ພ້ອມທັງໄດ້ໃຫ້ ຄຳໝັ້ນສັນຍາວ່າ ພາຍຫລັງກັບຄືນ ປະເທດແລ້ວ ຍັງຈະສືບຕໍ່ເອົາໃຈ ໃສ່ຕິດຕາມ ແລະ ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ລະຫວ່າງ ອົດສະ ຕຣາລີ-ລາວ ໃຫ້ນັບມື້ແໜນແຟ້ນ ຍິ່ງໆຂຶ້ນ. ຂ່າວ: ຍຸພິນທອງ ຄຸ້ມຄອງ, ຕິດຕາມ ແລະ ບໍາລຸງຮັກ ສາຊັບສິນຂອງລັດ ໃຫ້ມີປະສິດທິ ພາບ, ໂປ່ງໃສ,ປະຢັດແລະມີປະສິດ ທິຜົນ. ພ້ອມກັນນັ້ນ, ຍັງເປັນການ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ,ການຮ່ວມມືຮອບດ້ານແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ, ການຮ່ວມ ມືອັນໃກ້ຊິດລະຫວ່າງສອງກະຊວງ ການເງິນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວ, ບໍ່ພຽງແຕ່ເປັນ ການແລກປ່ຽນດ້ານວິຊາການເທົ່າ ນັ້ນ, ແຕ່ຍັງເປັນຂີດໝາຍສຳຄັນໃນ ການກະກຽມ ແລະ ຜັນຂະຫຍາຍ ແຜນງານຮ່ວມມືໄລຍະຍາວ ລະ ຫວ່າງບັນດາກົມທີ່ກ່ຽວຂ້ອງໃຫ້ມີ ຄວາມໜັກແໜ້ນ, ທັນສະໄໝ ແລະ ຕອບສະໜອງໄດ້ກັບຄວາມຮຽກ ຮ້ອງຕ້ອງການໃນຍຸກການຫັນເປັນ ດີຈິຕອນ ແລະ ການພັດທະນາເສດ ຖະກິດ-ສັງຄົມ ໃນໄລຍະໃໝ່. ໃນຕອນທ້າຍຂອງກອງປະຊຸມ, ຄະນະວິຊາການທັງສອງປະເທດ ໄດ້ ສົນທະນາປະກອບຄໍາຄິດເຫັນຮ່ວມ ກັນກ່ຽວກັບແຜນການຮ່ວມມືສອງ ຝ່າຍໃນປີ 2027, ພ້ອມທັງກະກຽມ ເນື້ອໃນໄປສູ່ການຮ່າງແລະລົງນາມ ໃນບົດບັນທຶກຊ່ວຍຈໍາ (MOU)ເພື່ອ ເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານການ ຄຸ້ມຄອງຊັບສິນແຫ່ງລັດຂອງສອງ ປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຍິ່ງໆຂຶ້ນ. ລາວ-ຫວຽດນາມ... ແຂວງອຸດົມໄຊ, ທ່ານ ໄກເພັດ ອິນ ພູວຽງ ເລຂາພັກເມືອງນາໝໍ້ ພ້ອມ ດ້ວຍພະແນກສຶກສາທິການ ແລະ ກິລາ ເມືອງນາໝໍ້ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງໂຮງຮຽນອະ ນຸບານແລະປະຖົມສຶກສາບ້ານກູລົງ ປະກອບມີ: ອາຄານຮຽນ 1 ຫລັງ, ມີ6ຫ້ອງຮຽນ, 1ຫ້ອງການຄູພ້ອມ ປະກອບເຟີນີເຈີຄົບຊຸດ ໂດຍມີມູນ ຄ່າ 138.000 ໂດລາສະຫະລັດ. ໃນໄລຍະຜ່ານມາ, ລັດຖະບານແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍ ເຫລືອແຂວງອຸດົມໄຊ ເປັນຕົ້ນ ການ ກໍ່ສ້າງພື້ນຖານໂຄງລ່າງດ້ານການ ສຶກສາ ແລະ ສິ່ງອຳນວຍຄວາມ ສະດວກຕ່າງໆຢູ່ເມືອງນາໝໍ້ ຢ່າງ ຕໍ່ເນື່ອງ ນັບແຕ່ປີ 2011 ເປັນຕົ້ນ ມາ ລວມມີ: ໂຄງການກໍ່ສ້າງໂຮງ ຮຽນຫລາຍແຫ່ງ ຊຶ່ງການຊ່ວຍ ເຫລືອຢ່າງຕໍ່ເນື່ອງດັ່ງກ່າວ ໄດ້ປະ ກອບສ່ວນສຳຄັນເຂົ້າໃນການສ້າງ ຄວາມເຂັ້ມແຂງທາງດ້ານບຸກຄະ ລາກອນຄູ-ອາຈານ, ເຮັດໃຫ້ມາດ ຕະຖານການຮຽນ-ການສອນດີຂຶ້ນ ກວ່າເກົ່າ ແລະ ສົ່ງເສີມການສ້າງ ສາພັດທະນາຊັບພະຍາກອນມະນຸດ ຂອງແຂວງອຸດົມໄຊ ໃຫ້ມີຄວາມ ພ້ອມໃນການພັດທະນາປະເທດ ຊາດ ໃນອະນາຄົດ. ຂ່າວ: ແສງອາທິດ ລັດຖະບານຍີ່ປຸ່ນ... ນາຍົກລັດຖະມົນຕີ... ຫົວໜ້າ ຄອສພ... ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອ ກາດ ສຳເລັດການປະຕິບັດໜ້າທີ່ ກົມໃຫຍ່... ຮັບຮູ້-ເຂົ້າໃຈແນວທາງການຕ່າງ ປະເທດຂອງພັກ ໃນແຕ່ລະໄລຍະ ພ້ອມກັນເປັນເຈົ້າການເສີມຂະ ຫຍາຍມູນເຊື້ອຮັກຊາດ. ໂອກາດນີ້, ທ່ານ ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳ ຫລວດ ປກສ ໄດ້ຍົກໃຫ້ເຫັນປະ ຫວັດຄວາມເປັນມາຂອງວັນປະ ກາດເອກະລາດ ຕະຫລອດ 81 ປີ ຜ່ານມາ ຊຶ່ງເປັນເຫດການປະຫວັດ ສາດສໍາຄັນຂອງຊາດລາວເຮົາ, ເປັນຂີດໝາຍອັນສໍາຄັນ ແຫ່ງການ ຕໍ່ສູ້ປົດປ່ອຍຊາດຕ້ານພວກຈັກກະ ພັດ ແລະ ພວກລ່າເມືອງຂຶ້ນ ເພື່ອ ຍາດເອົາເອກະລາດຂອງຊາດລາວ, ທັງເປັນການປະກາດໃຫ້ໂລກຮັບຮູ້ ເຖິງອະທິປະໄຕ, ຜືນແຜ່ນດິນຂອງ ຊາດລາວ, ຄວາມຜູກພັນ, ຄວາມ ສາມັກຄີ, ຢາດເຫື່ອແຮງງານຂອງ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ ຮ່ວມມືກັນຕໍ່ສູ້ຢ່າງບໍ່ຍອມຈໍານົນ ແລະ ເປັນການຄືນກຽດສັກສີ, ອິດ ສະລະພາບໃຫ້ແກ່ຄົນລາວ ທີ່ເຄີຍ ຖືກກົດຂີ່ຂູດຮີດຈາກຈັກກະພັດຕ່າງ ດ້າວ ແລະ ໄດ້ກາຍເປັນຂີດໝາຍສໍາ ຄັນໃຫ້ແກ່ການສະຖາປະນາສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ພ້ອມນີ້, ທ່ານ ພົຈວ ບຸນຫລວງ ວິໄລສຸກ ຮອງຫົວໜ້າກົມໃຫຍ່ຕຳ ຫລວດ ກໍໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍ, ຄວາມສຳຄັນຂອງວັນສ້າງ ຕັ້ງການທູດລາວ ຕະຫລອດໄລຍະ 81 ປີຜ່ານມາ ໃນການປະຕິບັດ ນະໂນບາຍແນວທາງການຕ່າງປະ ເທດຂອງ ສປປ ລາວ, ຜົນສໍາເລັດ ໃນການເປີດກວ້າງການພົວພັນກັບ ສາກົນ ແລະ ບົດຮຽນທີ່ຖອດຖອນ ໄດ້ຈາກການເຄື່ອນໄຫວວຽກງານ ການຕ່າງປະເທດຂອງ ສປປ ລາວ ໂດຍສະເພາະການສ້າງຕັ້ງການທູດ ລາວ ຊຶ່ງເປັນກົນໄກສຳຄັນໃນການ ດຳເນີນສາຍພົວພັນກັບນາໆປະ ເທດ, ປົກປັກຮັກສາຜົນປະໂຫຍດ ແຫ່ງຊາດ ແລະ ສົ່ງເສີມຄວາມ ຮ່ວມມືກັບສາກົນ. ຂໍ້ມູນ-ພາບ: ປກສ
RkJQdWJsaXNoZXIy MTc3MTYxMQ==