7398.1

ຂປລ. ພິທີເປີດຊຸດຝຶກອົບຮົມ ການນຳໃຊ້ປັນຍາປະດິດ (AI) ດ້ານສື່ພາບ ແລະ ສຽງລຸ່ມແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ທີ່ວິທະຍາໄລ ເຕັກນິກ-ວິຊາຊີບມິດຕະພາບວຽງ ຈັນ-ຮ່າໂນ້ຍ, ນະຄອນຫລວງວຽງ ຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບົວໄລພານຸວົງຫົວໜ້າກົມໂຄສະນາ pq d]tfa [7;k,I6h dkooe.-h xa opkxtfy f fh kolnj rk[ c]t lP' c,j oE0v'{c,j oE]h ko-h k' ຂປລ. ສະຖານທູດຕວັກກີປະຈໍາ ລາວ ຈັດງານລ້ຽງ ເພື່ອສະເຫລີມ ສະຫລອງວັນ ຄົບຮອບ 103 ປີ ແຫ່ງການສະຖາປະນາ ສາທາລະ ນະລັດ ຕວັກກີ ໃນອາທິດຜ່ານມາ ຂປລ. ສູນກາງສະຫະພັນກໍາ ມະບານລາວ ສົມທົບກັບຄະນະໂຄ ສະນາອົບຮົມສູນກາງພັກ ຈັດພິທີ ປິດຊຸດອົບຮົມບໍາລຸງຍົກລະດັບທິດ ສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ lt4kom6 f8;a ddu xt9e]k; lts]v';a o-kf 7q [Iv[ 103 xu sk]n ;Pd'ko dkom6 fglf4tdy f mu ,[kog8tgpq k;t-q o I5j ovkp5 [+ gdu o 10 xu gfu omk'Ij ;,c0j '0a o]kpdkoly 'dk7a [ 2026 muj ly 'dt3x ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 02.11.2026 ປີທີ 25 ສະບັບທີ 6.554 gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 z6h cmo]k;g0Q kIj ;,dv'xt-5 ,]a f4t,q o8u dtly de c]t xj kw,h vk-Po 7A 'mu 48 c]t dv'xt-5 ,xyj ovh v,  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ສະຫາຍ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ຊ້າຍ) ສະຫາຍ ທອງສະລິດ ມັງໜໍ່ເມກ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ( ຜູ້ທີ 3 ນັບຈາກຊ້າຍຫາຂວາ ) 7Q o7;h k{xb dlksk]n Ij k'dq f\kp ;j kfh ;pcI''ko lt[a [xa [x5 ' ຂປລ. ໃນວັນທີ30 ຕຸລາ 2026, ກົມເສດຖະກິດ, ກະຊວງການຕ່າງປະ ເທດ ໃນນາມກອງເລຂາຂອງຄະນະ ກໍາມະການຊີ້ນໍາລວມ ເພື່ອຈັດຕັ້ງ ປະຕິບັດວຽກງານການທູດເສດຖະ ກິດຂອງ ສປປ ລາວ ຈັດກອງປະຊຸມ ປຶກສາຫາລືກ່ຽວກັບວຽກງານການ ທູດເສດຖະກິດຮ່ວມກັບບັນດາຂະ ແໜງການຂັ້ນສູນກາງ ແລະ ພາກ ທຸລະກິດໂດຍການເປັນປະທານ ຂອງທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ມີຜູ້ເຂົ້າຮ່ວມ ຈາກຂະແໜງການກ່ຽວຂ້ອງ ແລະ ຕາງໜ້າພາກທຸລະກິດເຂົ້າຮ່ວມ. ຂປລ. ເມື່ອບໍ່ດົນມານີ້, ກະ ຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະຫລຸບ ວຽກງານຈັດຕັ້ງໃນໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງ ແຜນການໄລຍະ 5 ປີຕໍ່ໜ້າ ໂດຍ ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາ ຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີຮອງເລຂາ ຄະນະບໍລິຫານງານພັກກະຊວງ, ຕາງໜ້າຄະນະຈັດຕັ້ງສູນກາງ ພັກ, ຄະນະປະຈໍາພັກກະຊວງ, ຂປລ. ໃນລະຫວ່າງວັນທີ 2831 ຕຸລາ 2026 ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ນຳພາຄະນະຜູ້ແທນຈາກສປປລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 48 (48th AMAF), ກອງປະຊຸມ ລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນບວກ 3 (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 26 (26th AMAF Plus Three) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ ປະເທດສິງກະໂປ. ການເຂົ້າຮ່ວມ ໃນຄັ້ງນີ້, ຖືເປັນບາດກ້າວສຳຄັນໃນ ການຊຸກຍູ້ວິໄສທັດລວມຂອງພາກ leg]a fpq d]tfa [my fltfu {co;mk'0v'ra d 7A 'mu I .sh rtoa d'kol6 odk'ltstra ode,t[ko]k; lh k'7;k,g0A ,c0'.sh rtoa d'ko Ia [zy f-v[;Pd;a fmtotme{la '7q , c]t -q ogzqj k c9h 'dko0v'dt-;' dko8j k'xtgmf csj ' lxx ]k; ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມ ສາທາລະນະລັດ ເບລາຣຸດຊີ ຢ່າງເປັນທາງການໃນວັນທີ 4-6 ພະຈິກ 2026 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ເບລາຣຸດຊີ. 3m]tg]dltcf'7;k,glQ klts]q f.9  ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 30 ຕຸລາ 2026, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງທ່ານ ນາງ ທະກະອິຈິ ຊານະເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ຕໍ່ກັບ ການຈາກໄປຂອງທ່ານ ຟຸກຸດະ ຢາສຸໂອະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າມີຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງທ່ານ ຟຸກຸດະ ຢາສຸໂອະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 22 ຕຸລາ 2026 ຜ່ານມາ. ທ່ານ ຟຸກຸດະ ຢາສຸໂອະ ເປັນຜູ້ນໍາທີ່ມີວິໄສທັດກວ້າງໄກ, ນໍາພາ-ຊີ້ ນໍາ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມທະວີຮັດແໜ້ນການ ພົວພັນ ແລະ ການຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ກໍຄື ອາຊຽນ ແລະ ຍີ່ປຸ່ນ, ອັນໄດ້ກາຍເປັນພື້ນຖານທີ່ສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການ ພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ກໍຄື ການຮ່ວມມືໃນພາກພື້ນ ອາຊຽນ ໃນປັດຈຸບັນ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, lld lts]5 [;Pd'ko9a f8A ' 5 xu zj ko,k c]t ;k'my fmk'czodko 5 xu 8|h + k ຄະນະບໍລິຫານງານພັກກະຊວງ, ເລຂາ-ຮອງເລຂາຄະນະພັກຮາກ ຖານ, ເລຂາ-ຮອງເລຂາໜ່ວຍພັກ ຮາກຖານ, ພ້ອມດ້ວຍຫົວໜ້າ-ຮອງ ພື້ນ ເພື່ອຫັນປ່ຽນລະບົບກະສິກຳອາຫານໃຫ້ມີຄວາມທົນທານ, ຍືນ ຍົງ ແລະ ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ. ກອງປະຊຸມລັດຖະມົນຕີກະສິກຳ ຂປລ. ກອງປະຊຸມສ້າງຄວາມ ເຂັ້ມແຂງໃຫ້ແກ່ພະນັກງານ-ລັດ  ອ່ານຕໍ່ໜ້າ 4 le,tokpq dl6 '7;k,lk,kf fh kodkogzu pczj lnj lkdq o ຖະກອນທີ່ຮັບຜິດຊອບວຽກງານ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງກ່ຽວກັບວາລະ ແຫ່ງຊາດວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຈັດຂຶ້ນໃນວັນທີ 29-30 ຕຸລາ 2026 ຢູ່ແຂວງວຽງຈັນ ໂດຍ ການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກໍາມະ ການສູນກາງພັກ, ປະທານກຳມາ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 02/11/2026 xtgmf]k; ໂທລະເລກ... ສະຖານທູດຕວັກກີ... ສສກ ສະຫລຸບວຽກງານ... ສໍາເລັດຍົກລະດັບທິດສະດີ... ຜູ້ແທນລາວເຂົ້າຮ່ວມ... ຍົກລະດັບຄວາມຮູ້ການນຳໃຊ້... ຂ້າພະເຈົ້າຂໍສົ່ງຄວາມໄວ້ອາໄລ ຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມ ໂສກເສົ້າມາຍັງທ່ານ ແລະ ຜ່ານ ທ່ານໄປຍັງລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ໂດຍສະເພາະຄອບຄົວ ຂອງທ່ານ ຟຸກຸດະ ຢາສຸໂອະ ໃນໂອ ກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງທ່ານ ຟຸກຸດະ ຢາສຸໂອະ ຈົ່ງໄປສູ່ສຸຂະຕິ ເທີ້ນ. ຫົວໜ້າຫ້ອງການ, ກົມ, ສູນ, ສະຖາ ບັນ, ສໍານັກພິມ, ລັດວິສາຫະກິດ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ, ມະຫາ ວິທະຍາໄລ, ວິທະຍາໄລ, ໂຮງຮຽນ ແລະ ພະນັກງານຫລັກແຫລ່ງເຂົ້າ ຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບ ທາງໄກ. ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທີ່ມີຄວາມໝາຍສໍາ ຄັນຢ່າງຍິ່ງໃຫ້ແກ່ການຕີລາຄາຜົນ ສໍາເລັດໄລຍະ 5 ປີຜ່ານມາ ແລະ ວາງຄາດໝາຍຈຸດສຸມຕໍ່ໜ້າ ເພື່ອ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈເລິກ ເຊິ່ງຕໍ່ເນື້ອໃນຈິດໃຈ ແລະ ຜົນສໍາ ເລັດຂອງວຽກງານຈັດຕັ້ງ ກໍຄື ແນວທາງການເມືອງ ແລະ ການ ຈັດຕັ້ງທີ່ໄດ້ກຳນົດອອກໃນກອງ ປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງຈະແຈ້ງ; ທັງເປັນການເຊື່ອມ ຊຶມກໍາແໜ້ນເນື້ອໃນມະຕິຕ່າງໆ ຂອງພັກ ກ່ຽວກັບວຽກງານຈັດຕັ້ງ, ພັກ-ພະນັກງານໃນການນໍາພາ-ຊີ້ ນໍາການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ; ສ້າງ ໃຫ້ໄດ້ແຜນດໍາເນີນງານ, ແຜນປະ ຕິບັດງານ, ມີກົນໄກ, ລະບອບແບບ ແຜນທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ. ພ້ອມກັນນັ້ນ, ກໍ ໃຫ້ມີຄວາມເປັນເອກະພາບສູງ ຢູ່ ພາຍໃນ ແລະ ມີຄວາມຕັດສິນໃຈ ອັນເດັດດ່ຽວ, ກ້າຫານປະດິດສ້າງ, ກ້າຮັບຜິດຊອບ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນກອງ ປະຊຸມດັ່ງກ່າວ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຢ່າງແທ້ຈິງ. ນອກນີ້, ຍັງແມ່ນການປະຕິບັດທິດ ນໍາຍຸດທະສາດກ່ຽວກັບການສ້າງ ຄວາມເຂັ້ມແຂງ-ຄວາມໝັ້ນຄົງໃຫ້ ແກ່ການຈັດຕັ້ງພັກ-ພະນັກງານທຸກ ຂັ້ນໃນການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ໂດຍຕິດພັນກັບການເສີມຂະ ຫຍາຍພາລະບົດບາດ ແລະ ໜ້າທີ່ ຂອງຕົນ. ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຂະ ແໜງການໜຶ່ງທີ່ໃຫຍ່. ສະນັ້ນ, ວຽກງານຈັດຕັ້ງ, ພັກ-ພະນັກງານ ຍິ່ງມີຄວາມຈໍາເປັນ ແລະ ພາວະ ວິໄສຂອງຄະນະພັກ, ຄະນະນໍາ, ຜູ້ ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ຕ້ອງມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ຈັດຕັ້ງປະຕິ ບັດໄປໃນລວງດຽວກັນ ເພື່ອຍົກ ສູງຄວາມສາມາດນໍາພາຮອບດ້ານ ຂອງຄະນະພັກທຸກຂັ້ນ, ປັບປຸງລະ ບົບການສຶກສາ, ວິທະຍາສາດ ແລະ ການກິລາໃຫ້ຫັນປ່ຽນຢ່າງແຂງ ແຮງ ແລະ ມີຄຸນນະພາບສູງຂຶ້ນ ຮັບໃຊ້ພາລະກິດຂອງພັກ ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ແລະ ປ່າໄມ້ ອາຊຽນ ຄັ້ງທີ 48 ໄດ້ ເນັ້ນໜັກເຖິງຄວາມສໍາຄັນຂອງ ຂະແໜງກະສິກຳ ແລະ ປ່າໄມ້ ພາຍໃຕ້ວິໄສທັດປະຊາຄົມອາຊຽນ 2045 ໂດຍພິຈາລະນາຮັບຮອງ ເອົາເອກະສານສຳຄັນກ່ຽວກັບວຽກ ງານສະບຽງອາຫານ, ກະສິກຳ, ລ້ຽງສັດ ແລະ ປ່າໄມ້ ຂອງອາ ຊຽນ ຈຳນວນ 25 ສະບັບ ຊຶ່ງໄດ້ ກໍານົດ 6 ຂົງເຂດບຸລິມະສິດຄື: ການຜະລິດແບບຍືນຍົງ ແລະ ຟື້ນ ຟູ ຊຶ່ງເນັ້ນໃສ່ການຟື້ນຟູສຸຂະພາບ ຂອງດິນ, ເພີ່ມປະສິດທິພາບການ ໃຊ້ນ້ຳ ແລະ ທາດອາຫານ, ເສີມ ສ້າງຄວາມຫລາກຫລາຍທາງຊີ ວະພາບ ແລະ ຊ່ວຍໃຫ້ຜູ້ຜະລິດສາ ມາດຮັກສາຜົນຜະລິດ ພ້ອມທັງ ມີລາຍໄດ້ທີ່ໝັ້ນຄົງ; ການຫລຸດ ຜ່ອນອາຍເຮືອນແກ້ວ ແລະ ສ້າງ ຄວາມທົນທານຕໍ່ການປ່ຽນແປງ ດິນຟ້າອາກາດ ໂດຍສົ່ງເສີມການ ເຮັດກະສິກໍາທີ່ປ່ອຍທາດອາຍກາກ ບອນຕໍ່າ ເຊັ່ນ: ການປູກເຂົ້າແບບ ປະຢັດນໍ້າ, ການຄຸ້ມຄອງສິ່ງເສດ ເຫລືອຈາກການຜະລິດກະສິກຳ ແລະ ເຟືອງ ເພື່ອຫລຸດການເຜົາ ໄໝ້ ແລະ ບັນຫາໝອກຄວັນຂ້າມ ຊາຍແດນລວມທັງການສ້າງລະບົບ ເຕືອນໄພລ່ວງໜ້າ; ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພ ຊະນາການທີ່ເນັ້ນຮັບປະກັນການ ເຂົ້າເຖິງອາຫານທີ່ປອດໄພ, ລາຄາ ສົມເຫດສົມຜົນ ແລະ ມີໂພຊະນາ ການພ້ອມທັງຫລຸດຜ່ອນການສູນ ເສຍ ແລະ ສິ່ງເສດເຫລືອອາຫານ, ເພີ່ມຄັງສະບຽງອາຫານ ແລະ ການ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ຝຸ່ນ ແລະ ປັດໄຈການຜະລິດ; ການ ຄ້າ ແລະ ການເຊື່ອມຈອດຕະຫລາດ ເພື່ອຮັກສາການເຄື່ອນຍ້າຍສິນຄ້າທີ່ ຈໍາເປັນໃຫ້ລຽບງ່າຍ ໂດຍບໍ່ມີການ ແກ່ພະນັກງານພາຍໃນສູນກາງ ສະຫະພັນກໍາມະບານລາວ ໃນວັນທີ 29 ຕຸລາ 2026 ໂດຍການເປັນ ປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ, ຮອງປະທານສູນກາງສະຫະພັນ ກໍາມະບານລາວ, ມີຜູ້ຕາງໜ້າກົມ ຈາກສູນກາງສະຫະພັນກໍາມະບານ ລາວ ແລະ ຫົວໜ້າກົມອົບຮົມ, ຫົວ ໜ້າພະແນກອົບຮົມພະນັກງານ ແລະ ສະມາຊິກພັກ ຈາກຄະນະໂຄ ສະນາອົບຮົມສູນກາງພັກ, ຄະນະ ຮັບຜິດຊອບຊຸດຝຶກອົບຮົບ ແລະ ນັກ ຝຶກອົບຮົມ ເຂົ້າຮ່ວມ. ໃນພິທີສະຫາຍນາງອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາ ອົບຮົມ ໄດ້ຜ່ານບົດສະຫລຸບຜົນການ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະ ມົນຕີກະຊວງເຕັກໂນໂລຊີແລະການ ສື່ສານ, ທ່ານ ຄຳພອຍ ວັນນະສານ ປະທານສູນກາງສະຫະພັນກຳມະ ບານລາວ,ທ່ານໄມທອງທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີທູຕານຸທູດ, ຕາງໜ້າ ອົງການຈັດຕັ້ງສາກົນປະຈຳລາວ, ພ້ອມດ້ວຍແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ໂອຢາ ຢາຊາ (Oya Yasar) ເອກອັກ ຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມພະ ຍາຍາມຢ່າງຕໍ່ເນື່ອງຂອງລັດຖະ ບານຕວັກກີ ໃນການເສີມຂະຫຍາຍ ການຮ່ວມມືໃນຫລາຍຂົງເຂດກັບ ສປປ ລາວ ໂດຍສະເພາະໃນຂົງເຂດ ການສຶກສາ, ສາທາລະນະສຸກ ແລະ ມໍລະດົກທາງວັດທະນະທຳ. ນອກ ຈາກນີ້, ຍັງໄດ້ຍົກໃຫ້ເຫັນຄໍາໝັ້ນ ສັນຍາຂອງຕວັກກີ ທີ່ຈະແກ້ໄຂສິ່ງ ທ້າທາຍຂອງປະເທດດ້ອຍພັດທະ ນາ ກໍຄື ການສະໜັບສະໜູນທີ່ສະເໝີ ຕົ້ນສະເໝີປາຍ ແລະ ການປະກອບ ສ່ວນທີ່ຫ້າວຫັນຂອງປະເທດຕວັກກີ ຕໍ່ການຮ່ວມມືໃຕ້-ໃຕ້. ພ້ອມນີ້, ໃນພິທີຍັງໄດ້ສາຍ ວິດີໂອຄຳປາໄສພິເສດຂອງທ່ານ ເຣເຊບ ຕາຍິບ ເອີໂດກັນ ປະທານາ ທິບໍດີ ແຫ່ງ ສາທາລະນະລັດຕວັກກີ ຊຶ່ງສະທ້ອນໃຫ້ເຫັນເຖິງການເດີນ ທາງຕະຫລອດໄລຍະ 103 ປີ ອັນ ໂດດເດັ່ນຂອງສາທາລະນະລັດ ຕວັກກີນັບຕັ້ງແຕ່ສ້າງຕັ້ງໃນວັນທີ29 ຕຸລາ 1923.ທ່ານປະທານາທິບໍດີ ໄດ້ຍົກໃຫ້ເຫັນວ່າປະເທດຕວັກກີ ພວມກ້າວສູ່ອະນາຄົດທີ່ຈະເລີນຮຸ່ງ ເຮືອງຍິ່ງຂຶ້ນຢ່າງໝັ້ນໃຈດ້ວຍການ ຂະຫຍາຍຂີດຄວາມສາມາດດ້ານ ການປ້ອງກັນຊາດພາຍໃນປະເທດ, ການພັດທະນາເຕັກໂນໂລຊີຂອງ ຕົນເອງ, ການປັບປຸງພື້ນຖານໂຄງ ລ່າງດ້ານການຂົນສົ່ງໃຫ້ທັນສະໄໝ ແລະ ການສ້າງຄວາມເຂັ້ມແຂງໃຫ້ ແກ່ຄວາມໝັ້ນຄົງດ້ານການສະ ໜອງພະລັງງານ. ພ້ອມນີ້, ທ່ານຍັງ ໄດ້ເນັ້ນໜັກວ່າຜົນສຳເລັດເຫລົ່ານີ້ ເຮັດໃຫ້ປະເທດຊາດໄດ້ຮັບຄວາມ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນລາຕີ ຄຳວານວົງສາ ຜູ້ອຳນວຍການໃຫຍ່ໂທລະພາບ ແຫ່ງຊາດລາວ, ທ່ານ ຫວາງ ໝິນ ຮອງຫົວໜ້າກົມວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງຢູນນານ ພ້ອມດ້ວຍສຳມະນາກອນຈາກຄະ ນະໂຄສະນາຈັດຕັ້ງສູນກາງພັກ, ໂທລະພາບແຫ່ງຊາດລາວ, ສະມາ ຄົມຜູ້ປະກອບການໄວໜຸ່ມລາວ ແລະ ຂົງເຂດສື່ມວນຊົນອິດສະລະ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ເນັ້ນໃສ່ ການປະຍຸກໃຊ້ເຕັກໂນໂລຊີການ ສ້າງເນື້ອຫາດ້ວຍປັນຍາປະດິດ (AIGC) ໃນການສ້າງສື່ດ້ານພາບ ແລະ ສຽງ ໂດຍໃຊ້ຮູບແບບການ ສອນແບບ “ການສອນທິດສະດີ + ການຝຶກປະຕິບັດຕົວຈິງ + ການ ສົນທະນາຕົວຢ່າງສຶກສາ” ໂດຍ ການເຊີນຊ່ຽວຊານຈີນມາຮ່ວມ ສົນທະນາ. ເນື້ອໃນຫລັກສູດຂອງ ການຝຶກອົບຮົມປະກອບມີຫົວຂໍ້ ຕ່າງໆເຊັ່ນ: ລະບົບຕົວແທນປັນຍາ ປະດິດ (AI Agent), ການສ້າງ ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຮັບຟັງການເຜີຍແຜ່ເຊື່ອມຊຶມບົດ ໂອ້ລົມຂອງສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII; ຜ່ານຮ່າງ ບົດສະຫລຸບວຽກງານຈັດຕັ້ງ ຕະຫລອດໄລຍະ 5 ປີ ຜ່ານມາ (2021-2025) ແລະ ທິດທາງ ແຜນການ 5 ປີຕໍ່ໜ້າ (20262030) ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ; ຮັບຟັງ ມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII; ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍາ ນົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ, ລົງ ວັນທີ 24 ກໍລະກົດ 2026; ຮັບ ຟັງຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 557/ ຄຈສພ, ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ແລະ ມະຕິຕົກລົງຂອງກົມການເມືອງ ສູນກາງພັກ ວ່າດ້ວຍການເພີ່ມທະ ວີວຽກງານແຂ່ງຂັນຍ້ອງຍໍ ສະບັບ ເລກທີ 61/ກມສພ ລົງວັນທີ 18 ມິຖຸນາ 2026 ຕື່ມອີກ. ຂ່າວ: ບຸນທະວີ; ພາບ: ສົງການ ກີດຂວາງທາງການຄ້າທີ່ບໍ່ຈຳເປັນ, ສົ່ງເສີມການຫັນເປັນດີຈິຕອນຜ່ານ ລະບົບ e-Phyto ແລະ ໃບຢັ້ງຢືນ ດີຈິຕອນທີ່ເຊື່ອມໂຍງກັນໄດ້ ເພື່ອ ຫລຸດຕົ້ນທຶນການຄ້າ ແລະ ເພີ່ມ ຄວາມໂປ່ງໃສ; ການເປັນຄູ່ຮ່ວມ ມືລະຫວ່າງລັດ-ເອກະຊົນ ແລະ ນະ ວັດຕະກຳດີຈິຕອນຜ່ານການຊຸກຍູ້ ການລົງທຶນຮ່ວມກັນລະຫວ່າງ ພາກລັດ, ເອກະຊົນ, ສະຖາບັນ ການເງິນ ແລະ ຄູ່ຮ່ວມພັດທະນາ ພ້ອມທັງນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ; ການຄຸ້ມຄອງປ່າໄມ້ ແບບຍືນຍົງ ເພື່ອສົ່ງເສີມການປົກ ປັກຮັກສາລະບົບນິເວດ, ການຟື້ນ ຟູປ່າ ແລະ ການຜັນຂະຫຍາຍໂຄງ ການປູກຕົ້ນໄມ້ 1 ຕື້ຕົ້ນຂອງອາ ຊຽນ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຮອງເອົາຂໍ້ລິເລີ່ມຕ່າງໆ ເຊັ່ນ: ຖະແຫລງການ ແລະ ແຜນ ປະຕິບັດງານກ່ຽວກັບລະບົບກະ ສິກຳຟື້ນຟູ, ໂຄງການປະກັນໄພ ກະສິກຳ (SEADRIF-RAISE), ຕະຫລອດເຖິງແນວຄວາມຄິດກ່ຽວ ກັບສັນຍາຄວາມຢືດຢຸ່ນດ້ານສະ ບຽງອາຫານຮອດປີ 2045. ສຳລັບກອງປະຊຸມອາຊຽນບວກ 3 ໄດ້ຮັບຮອງເອົາແຜນຍຸດທະສາດ ການຮ່ວມມືໃນຂະແໜງສະບຽງ ອາຫານ, ກະສິກຳ ແລະ ປ່າໄມ້ ອາ ຊຽນ ບວກ3 ສົກປີ 2026-2035 ຊຶ່ງແຜນຍຸດທະສາດດັ່ງກ່າວ ແມ່ນ ສືບຕໍ່ປັບປຸງວຽກງານຄວາມທົນ ທານຕໍ່ການປ່ຽນແປງຂອງສະພາບ ດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ການຫັນເປັນດີຈິຕອນໃນຂະ ແໜງກະສິກໍາ ແລະ ອາຫານ. ໃນ ນັ້ນ, ວຽກງານຄັງແຮເຂົ້າສຸກເສີນ ອາຊຽນບວກ 3 (APTERR) ຖື ເອົາເປັນບຸລິມະສິດເນື່ອງຈາກເປັນ ວຽກງານການຮັບປະກັນຄວາມ ໝັ້ນຄົງດ້ານສະບຽງອາຫານຂອງ ພາກພື້ນ ຫລື ເປັນຄັງແຮເຂົ້າສຸກ ເສີນອາຊຽນໃນເວລາເກີດໄພພິ ບັດ ຊຶ່ງກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ສປປ ລາວ ເປັນຈຸດປະ ສານງານຫລັກໃນການປະສານ ງານຂອບການຊ່ວຍເຫລືອດັ່ງກ່າວ. ສຳລັບປີ 2026 ສປປ ລາວ ໄດ້ຮັບ ເຂົ້າຈໍານວນ 1.600 ໂຕນ ເພື່ອເກັບ ຮັກສາໄວ້ເປັນຄັງສໍາຮອງສຸກເສີນ ເພື່ອແຈກຢາຍໃຫ້ແກ່ຜູ້ໄດ້ຮັບຜົນ ກະທົບໃນເວລາເກີດໄພພິບັດ. ຜົນໄດ້ຮັບຈາກກອງປະຊຸມດັ່ງ ກ່າວ, ຖືເປັນໂອກາດອັນສຳຄັນ ທີ່ ສປປ ລາວ ຈະສາມາດນໍາມາຕໍ່ ຍອດ ແລະ ຈັດຕັ້ງປະຕິບັດ ເພື່ອ ສ້າງຜົນປະໂຫຍດໃຫ້ແກ່ປະເທດ ຊາດ ໂດຍຜ່ານການເຊື່ອມໂຍງ ນະໂຍບາຍພາກພື້ນເຂົ້າສູ່ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຈະຊ່ວຍໃຫ້ກະສິກອນລາວສາ ມາດເຂົ້າເຖິງການຟື້ນຟູສຸຂະພາບ ດິນ, ການຫລຸດຕົ້ນທຶນການຜະລິດ ດ້ວຍການໃຊ້ຝຸ່ນຊີວະພາບ ແລະ ການຄຸ້ມຄອງສິ່ງເສດເຫລືອຈາກ ການຜະລິດກະສິກຳ ເພື່ອຫລຸດຜ່ອນ ບັນຫາໝອກຄວັນ ແລະ ການຈູດສິ່ງ ເສດເຫລືອຈາກກະສິກຳ. ນອກຈາກ ນີ້, ສປປ ລາວ ຍັງສາມາດນຳເອົາ ມາດຕະຖານການຄ້າ, ລະບົບໃບ ຢັ້ງຢືນດີຈິຕອນ (e-Phyto) ແລະ ຂອບການຮ່ວມມືຕ່າງໆມາເປັນ ຊ່ອງທາງໃນການຍົກລະດັບມາດ ຕະຖານສິນຄ້າກະສິກຳຂອງລາວ ໃຫ້ສາມາດສົ່ງອອກໄປຕະຫລາດ ອາຊຽນ ແລະ ສາກົນ ໄດ້ຢ່າງສະ ດວກຍິ່ງຂຶ້ນ, ພ້ອມທັງດຶງດູດການ ລົງທຶນ ແລະ ການສະໜັບສະໜູນ ດ້ານການເງິນສີຂຽວຈາກຄູ່ຮ່ວມ ພັດທະນາສາກົນ ເພື່ອເນັ້ນໃສ່ການ ພັດທະນາການຄຸ້ມຄອງປ່າໄມ້, ປົກປ້ອງລະບົບນິເວດ ແລະ ຍົກ ລະດັບຊີວິດການເປັນຢູ່ຂອງຊຸມ ຊົນທ້ອງຖິ່ນ ພ້ອມທັງໃຊ້ກົນໄກປະ ກັນໄພກະສິກຳ ເພື່ອປົກປ້ອງຊາວ ກະສິກອນລາວຈາກຜົນກະທົບຂອງ ໄພພິບັດທາງທຳມະຊາດຢ່າງມີປະ ສິດທິພາບ. ກອງປະຊຸມໃນຄັ້ງນີ້, ເຫັນວ່າ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມເຈລະຈາໄດ້ມີ ຄວາມເປັນເອກະພາບສູງ ແລະ ໃຫ້ຄວາມສຳຄັນທີ່ສຸດຕໍ່ກັບການ ພັດທະນາວຽກງານດ້ານສະບຽງ ອາຫານ, ການຜະລິດກະສິກຳ ແລະ ປ່າໄມ້ ແຕ່ນີ້ຮອດປີ 2045 ແລະ ໃນ ອະນາຄົດ. ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ ເຄົາລົບ ແລະ ມີອິດທິພົນຫລາຍຂຶ້ນ. ທ່ານປະທານາທິບໍດີ ໄດ້ຮຽກ ຮ້ອງໃຫ້ປະຊາຊົນຕວັກກີ ສາມັກຄີ ກັນບົນພື້ນຖານຄ່ານິຍົມແຫ່ງຊາດ ຮ່ວມກັນ ເພື່ອຫັນວິໄສທັດ “ສະຕະ ວັດຕວັກກີ(TurkiyeCentury)” ໃຫ້ກາຍເປັນຈິງ. ການສະເຫລີມສະຫລອງດັ່ງ ກ່າວ, ຍັງເປັນການຢັ້ງຢືນເຖິງມິດ ຕະພາບອັນຍາວນານ ແລະ ການ ຮ່ວມມືສອງຝ່າຍທີ່ກຳລັງຂະຫຍາຍ ຕົວລະຫວ່າງສອງປະເທດ ລາວ- ຕວັກກີ ຕື່ມອີກ. ບໍາລຸງຍົກລະດັບທິດສະດີ-ແນວ ທາງຂອງພັກ ໂດຍໄດ້ຍົກໃຫ້ເຫັນ ສະພາບລວມການຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນ ໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກອົບຮົມ ເນື້ອໃນ, ດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບ ປຸງແກ້ໄຂໃນສະເພາະໜ້າ ແລະ ບົດ ຮຽນທີ່ຖອດຖອນໄດ້. ສະຫາຍ ວັນສີ ກົວມົວ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາຕໍ່ຜົນສໍາເລັດຕະຫລອດໄລ ຍະການຄົ້ນຄວ້າຮໍ່າຮຽນ, ພ້ອມ ທັງໄດ້ເນັ້ນບາງບັນຫາສໍາຄັນເປັນ ຕົ້ນສືບຕໍ່ຄົ້ນຄວ້າ, ກຳແໜ້ນ ແລະ ເຊື່ອມຊຶມເນື້ອໃນບົດຮຽນທີ່ໄດ້ ຮໍ່າຮຽນມາຢ່າງເລິກເຊິ່ງ ເພື່ອ ນຳໄປຈັດຕັ້ງຜັນຂະຫຍາຍເປັນ ແຜນງານ, ໂຄງການຕົວຈິງຢູ່ກົມ ກອງຂອງຕົນ, ເຮັດໃຫ້ການປະຕິ ບັດໜ້າທີ່ເປັນເສນາທິການໃຫ້ຄະ ນະພັກ ກໍຄື ການປະຕິບັດໜ້າທີ່ການ ເມືອງໄດ້ຮັບຜົນດີກວ່າເກົ່າ; ເປັນ ເຈົ້າການຕິດຕາມ ແລະ ກຳແໜ້ນສະ ພາບແນວຄິດ, ທ່າອ່ຽງຫາງສຽງ ສັງຄົມຂອງພະນັກງານ, ສະມາຊິກ ກຳມະບານ ແລະ ຜູ້ອອກແຮງງານ ຢ່າງເປັນປົກກະຕິ ເພື່ອຄົ້ນຄວ້າ ວິທີຕອບແກ້, ອະທິບາຍຊີ້ແຈງ ຢ່າງມີເຫດມີຜົນ, ທັນເວລາ ແລະ ຖືກຕ້ອງຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ເປັນ ແບບຢ່າງໃນການສ້າງຂະບວນ ການດ້ານຕ່າງໆ ເພື່ອສູ້ຊົນຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກ ສູນກາງສະຫະພັນກຳ ມະບານລາວໃຫ້ປະກົດຜົນເປັນຈິງ; ເປັນເຈົ້າການປັບປຸງແບບແຜນວິທີ ເຮັດວຽກ ແລະ ຍົກສູງຄຸນນະພາບ ຂອງວຽກງານ ໂດຍຫັນທິດທາງ ແຜນການຂອງຄະນະພັກແຕ່ລະຂັ້ນ ໃຫ້ເປັນໂຄງການລະອຽດ, ແທດ ເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະໄລຍະ ແລະ ຈັດຕັ້ງປະ ຕິບັດໃຫ້ມີປະສິດທິຜົນ; ຕ້ອງຝຶກ ຝົນຫລໍ່ຫລອມ ແລະ ປັບປຸງຕົນເອງ ໃຫ້ດີຂຶ້ນກວ່າເກົ່າທັງດ້ານວິທີຄິດ, ການເບິ່ງບັນຫາ ແລະ ການແກ້ ໄຂບັນຫາ; ເປັນແບບຢ່າງອັນດີ ງາມໃນການຮັກສາຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນໃຫ້ສົມກັບເປັນພະ ນັກງານ, ສະມາຊິກພັກຢູ່ສູນກາງ ສະຫະພັນກຳມະບານລາວ. ໃນໂອກາດນີ້, ສະຫາຍ ວິໄລ ວົງຂະເສີມ ໄດ້ກ່າວປິດຊຸດອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວ ທາງຂອງພັກ ແລະ ຍັງໄດ້ໂອ້ລົມ ຕໍ່ນັກສໍາມະນາກອນ ກໍຄື ໃຫ້ຜູ້ເຂົ້າ ຮ່ວມສືບຕໍ່ຄົ້ນຄວ້າບົດຮຽນໃຫ້ ເລິກເຊິ່ງ ແລະ ນໍາໄປຈັດຕັ້ງຜັນຂະ ຫຍາຍໃຫ້ຖືກຕ້ອງສອດຄ່ອງກັບ ເງື່ອນໄຂຕົວຈິງ ແລະ ນໍາໄປໝູນໃຊ້ ເຂົ້າໃນການປະຕິບັດວຽກງານໃນ ຄວາມຮັບຜິດຊອບຂອງຕົນໃຫ້ສູງ ຂຶ້ນຕື່ມອີກ. ຂາວ-ພາບ: ພະແນກອົບຮົມພະນັກ ງານ ແລະ ສະມາຊິກພັກ ຄອສພ ຮູບພາບດ້ວຍ AI, ການສ້າງວິດີໂອ ດ້ວຍ AI ແລະ ອື່ນໆ. ແນໃສ່ເພື່ອ ຊ່ວຍໃຫ້ຜູ້ຊ່ຽວຊານດ້ານສື່ມວນຊົນ ຂອງລາວ ຍົກລະດັບດ້ານຂີດຄວາມ ສາມາດໃນການສ້າງສັນດ້ານດີຈິ ຕອນ, ເສີມສ້າງການຮ່ວມມືແລກ ປ່ຽນການສ້າງສື່ດ້ານສຽງ ແລະ ພາບລະຫວ່າງ ລາວ-ຈີນ ແລະ ຊຸກ ຍູ້ການຫັນເປັນດີຈິຕອນຂອງອຸດ ສາຫະກຳສື່ດ້ານສຽງ ແລະ ພາບ ໃນພາກພື້ນອີກດ້ວຍ. ທ່ານ ຫວາງ ໝິນ ໄດ້ກ່າວວ່າ: ແຜນການຮຽນຮູ້ດ້ານ AI ດ້ານສື່ ພາບ ແລະ ສຽງ ລຸ່ມແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ແມ່ນມາດຕະການ ສຳຄັນໃນການຈັດຕັ້ງປະຕິບັດ ກົນໄກການຮ່ວມມືລຸ່ມແມ່ນ້ຳຂອງແມ່ນໍ້າລ້ານຊ້າງ ແລະ ເສີມສ້າງ ການຮ່ວມມືແລກປ່ຽນການສ້າງ ສື່ດ້ານພາບ ແລະ ສຽງ ລະຫວ່າງ ລາວ-ຈີນ ຊຶ່ງປັນຍາປະດິດກຳລັງ ປ່ຽນແປງວິທີການຜະລິດ ແລະ ການເຜີຍແຜ່ເນື້ອຫາສື່ດ້ານພາບ ແລະ ສຽງ ຢ່າງເລິກເຊິ່ງ. ພ້ອມທັງ, ຫວັງວ່າສຳມະນາກອນທີ່ເຂົ້າຮ່ວມ ຈະສາມາດຮຽນຮູ້ທັກສະການ ສ້າງສື່ດ້ານພາບ ແລະ ສຽງ ດ້ວຍ AIGC ແລະ ນຳໄປປະຍຸກໃຊ້ເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ຕົວຈິງ. ກົມສື່ວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງຢູນນານ ມີຄວາມຍິນດີທີ່ຈະຂະຫຍາຍການ ຮ່ວມມືທີ່ເປັນຮູບປະທຳກັບຝ່າຍ ລາວໃນຂົງເຂດຕ່າງໆເຊັ່ນ: ການ ສ້າງເນື້ອຫາ, ການຝຶກອົບຮົມດ້ານ ເຕັກນິກ ແລະ ການພັດທະນາບຸກ ຄະລາກອນ. ໂອກາດນີ້, ທ່ານ ວັນລາຕີ ຄຳວານວົງສາ ໄດ້ສະແດງຄວາມ ຂອບໃຈຕໍ່ຝ່າຍຈີນ ທີ່ສ້າງໂອກາດ ໃນການຮຽນຮູ້ໃຫ້ແກ່ບຸກຄະລາ ກອນດ້ານສື່ມວນຊົນຂອງລາວ. ປັນຍາປະດິດມີບົດບາດສຳຄັນໃນ ການເພີ່ມປະສິດທິພາບໃນການ ສ້າງສັນສື່ ແລະ ຄວາມສາມາດປະ ດິດສ້າງຂອງສື່ມວນຊົນສະຖານີ ໂທລະພາບແຫ່ງຊາດລາວ ກຳລັງ ສົ່ງເສີມການຫັນເປັນດີຈິຕອນຢ່າງ ຕັ້ງໜ້າ. ຫວັງວ່າສຳມະນາກອນທີ່ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ຈະ ຖືເອົາໂອກາດນີ້ຮຽນຮູ້ ແລະ ນຳ ເອົາສິ່ງທີ່ໄດ້ຮຽນຮູ້ໄປໝູນໃຊ້ເຂົ້າ ໃນການເຮັດວຽກຕົວຈິງຢ່າງເປັນ ຮູບປະທຳ.

02/11/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະບັບໜ້າ ຕໍ່ຈາກສະບັບກ່ອນ ໂດຍ ສຸວັນໂນ ທະລັງສີ 9 gfn vo glf4tdy f c0;'va f8txn 0tspkp8q ; 4,3% ໂດຍ: ພອນປະເສີດ ຂປລ. ໃນໄລຍະ 9 ເດືອນ ຜ່ານ ມາ, ເສດຖະກິດແຂວງອັດຕະປື ສືບ ຕໍ່ຂະຫຍາຍຕົວ ສະເລ່ຍ 4,3 , ມີ ມູນຄ່າລວມ 5.271 ຕື້ກີບ ເທົ່າກັບ 67 ຂອງແຜນການປີ, ຂະນະ ທີ່ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຕໍ່ຫົວຄົນບັນລຸ 29,55 ລ້ານກີບ. ທ່ານ ວົງມາດ ແສນດາລາ ຮອງ ຫົວໜ້າພະແນກການເງິນ ແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມ ຄະນະກຳມະການປົກຄອງແຂວງ ປະຈຳເດືອນຕຸລາ ນີ້ວ່າ: ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມໃນໄລຍະ9 ເດືອນແມ່ນ ດຳເນີນໄປທ່າມກາງສະພາບການ ໂລກ ແລະ ພາກພື້ນທີ່ມີຄວາມທ້າ ທາຍ ໂດຍສະເພາະຄວາມຂັດແຍ່ງ ທາງການຄ້າ, ສະຖານະການບໍ່ສະ ຫງົບໃນຕາເວັນອອກກາງ ແລະ ບັນຫາລາຄານ້ຳມັນເຊື້ອໄຟ ຊຶ່ງສົ່ງ ຜົນກະທົບຕໍ່ເສດຖະກິດໂລກ. ແນວ ໃດກໍຕາມ, ດ້ວຍການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງ ແລະ ການຜັນຂະຫຍາຍນິຕິກຳສຳຄັນ ຂອງສູນກາງ ແລະ ຂອງແຂວງ ເຮັດໃຫ້ເສດຖະກິດ-ສັງຄົມ ຍັງສາ ມາດສືບຕໍ່ຂະຫຍາຍຕົວໄດ້. ສຳລັບການຂະຫຍາຍຕົວຕາມ ຂະແໜງການ ເປັນຕົ້ນ ຂະແໜງກະ ສິກຳຂະຫຍາຍຕົວ 4,9 , ກວມ ເອົາ 51 ຂອງ GDP, ຂະແໜງ ອຸດສາຫະກຳຂະຫຍາຍຕົວ 4,2 , ກວມເອົາ 29 , ຂະແໜງບໍລິການ ຂະຫຍາຍຕົວ 3,7 , ກວມເອົາ 17 ແລະ ພາສີ-ອາກອນສຸດທິຂະ ຫຍາຍຕົວ 5,8 , ກວມເອົາ 3 ຂອງ GDP. ຂະແໜງການສຳຄັນ ທີ່ຊຸກຍູ້ເສດຖະກິດ ປະກອບມີ: ການ ປູກຝັງ, ລ້ຽງສັດ, ປະມົງ, ອຸດສາ ຫະກຳປຸງແຕ່ງ, ການຜະລິດໄຟຟ້າ, ການຂາຍຍົກ-ຂາຍຍ່ອຍ ແລະ ການ ສ້ອມແປງພາຫະນະ. ດ້ານການເງິນ, ແຂວງອັດຕະປື ຈັດເກັບລາຍຮັບງົບປະມານໄດ້ 1.702,68 ຕື້ກີບ, ເທົ່າກັບ 96 ຂອງແຜນການ ແລະ ເພີ່ມຂຶ້ນ 471,71 ຕື້ກີບ ຫລື 48 ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນລາຍຈ່າຍງົບປະມານປະຕິບັດ ໄດ້ 474,46 ຕື້ກີບ, ເທົ່າກັບ 43 ຂອງແຜນການ ແລະ ຫລຸດລົງ 45,78 ຕື້ກີບ ຫລື 8,8 ທຽບ ໃສ່ປີຜ່ານມາ. ຂະນະທີ່ດູນງົບປະ ມານ ເກີນດູນ 1.228,22 ຕື້ກີບ ກວມເອົາ 15,6 ຂອງ GDP. ສ່ວນການລົງທຶນລວມທົ່ວສັງຄົມ ປະຕິບັດໄດ້ 1.954 ຕື້ກີບ, ເທົ່າກັບ 58 ຂອງແຜນການທີ່ສະພາ ກຳນົດໄວ້ 3.329 ຕື້ກີບ. ຂປລ. ຈາກພະນັກງານປະຈຳ ສູ່ ການເປັນຊາວກະສິກອນເຕັມຕົວ ດ້ວຍ ຄວາມມຸ່ງໝັ້ນຢາກຢູ່ໃກ້ຊິດ ແລະ ເບິ່ງ ແຍງຄອບຄົວ ທ້າວ ບຸນທະໜອມ ວັງ ມະນີ ຢູ່ບ້ານຫາດແຮ່ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຫັນມາປະກອບອາ ຊີບກະສິກຳເປັນຫລັກໂດຍເນັ້ນປູກພືດ ໄລຍະສັ້ນ ໝູນວຽນຕາມລະດູການ ພ້ອມນຳໃຊ້ເຕັກນິກການຜະລິດທີ່ຊ່ວຍ ຫລຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍ ຮ້ອຍລ້ານກີບຕໍ່ປີ. ທ້າວ ບຸນທະໜອມ ຫວັງມະນີ ໃຫ້ ຮູ້ວ່າ: ກ່ອນໜ້ານີ້ ຕົນເອງເຄີຍເຮັດ ວຽກປະຈຳ ແຕ່ພາຍຫລັງແມ່ເຖົ້າເສຍ ຊີວິດ ຈຶ່ງເກີດຄວາມເປັນຫ່ວງພໍ່ເຖົ້າທີ່ ບໍ່ມີຄົນຢູ່ເບິ່ງແຍງໃກ້ຊິດ ຈຶ່ງຕັດສິນໃຈ ອອກຈາກວຽກປະຈຳ ແລະ ກັບມາຢູ່ ກັບຄອບຄົວ ພ້ອມທັງສືບຕໍ່ອາຊີບກະ ສິກຳປູກຝັງທີ່ຄອບຄົວເຄີຍເຮັດມາ. ຈາກການປູກພືດເພື່ອລ້ຽງຊີບ ຕົນ ຄ່ອຍໆພັດທະນາວິທີການຜະລິດ ແລະ ວາງແຜນປູກພືດໄລຍະສັ້ນຫລາຍ ຊະນິດເຊັ່ນ:ໝາກແຕງ,ໝາກຖົ່ວ,ໝາກ ສາລີ, ໝາກໂມ, ໝາກຟັກ (ໝາກອຶ) ແລະ ໝາກຮຸ່ງ ເພື່ອໃຫ້ມີຜົນຜະລິດ ຈຳໜ່າຍຕາມລະດູການ. ສຳລັບການ ເຮັດກະສິກຳບໍ່ແມ່ນພຽງແຕ່ການສ້າງ ລາຍຮັບ ແຕ່ຍັງເປັນວິທີໜຶ່ງທີ່ຊ່ວຍໃຫ້ ໄດ້ຢູ່ໃກ້ຊິດກັບຄອບຄົວ ແລະ ມີເວລາ ເບິ່ງແຍງພໍ່ແມ່. ໃນບັນດາພືດທີ່ປູກ ໝາກແຕງ 7v[7q ;8q ;c[[ x6 drn f\6 o;Po lh k']kpIa [ 200-400 ]h kodu [8+ xu ແມ່ນພືດຫລັກທີ່ໃຫ້ຄວາມສຳຄັນ ໂດຍ ເລີ່ມຈາກການກະກຽມດິນໃຫ້ເໝາະ ສົມ ດ້ວຍການໄຖດິນປະມານ 2 ເທື່ອ ແລ້ວຕາກດິນໃຫ້ແຫ້ງ ເພື່ອຊ່ວຍຫລຸດ ບັນຫາຈາກເຊື້ອພະຍາດ ແລະ ເຊື້ອລາ ໃນດິນ. ຫລັງຈາກນັ້ນຈຶ່ງໃສ່ປຸÐ ຍ ແລະ ປູຜ້າຢາງຄຸມໜ້າດິນ ເພື່ອຫລຸດການ ເກີດຫຍ້າ ແລະ ວັດສະພືດ ຊ່ວຍໃຫ້ ການດູແລຮັກສາສະດວກຂຶ້ນ. ນອກນີ້, ຍັງນຳໃຊ້ລະບົບນ້ຳຢອດ ເພື່ອສົ່ງນ້ຳໄປ ຫາຮາກພືດໂດຍກົງ ຊ່ວຍຫລຸດເວລາ ໃນການຫົດນ້ຳແລະສະດວກຕໍ່ການໃຫ້ ປຸÐ ຍຜ່ານລະບົບນ້ຳ. ສຳລັບການປູກ ແມ່ນຈະຢອດເມັດໝາກແຕງລົງດິນ ໂດຍທົ່ວໄປປະມານ 2-3 ມື້ ເມັດກໍຈະ ເລີ່ມງອກ. ຈາກນັ້ນ ຈຶ່ງໃຫ້ນ້ຳຕາມ ຄວາມຊຸ່ມຂອງດິນ ແລະ ຄວາມຕ້ອງ ການຂອງຕົ້ນພືດ ພ້ອມທັງໃຫ້ປຸÐ ຍອິນຊີ ປະສົມກັບປຸÐ ຍທົ່ວໄປຜ່ານລະບົບນ້ຳ ຢອດ ເພື່ອຊ່ວຍໃຫ້ພືດໄດ້ຮັບນ້ຳ ແລະ ສານອາຫານຢ່າງສະໝ່ຳສະເໝີ. ການ ນຳໃຊ້ເຕັກນິກ ແລະ ວິທີການຜະລິດ ແບບນີ້ຊ່ວຍໃຫ້ການເຮັດສວນສະດວກ ຂຶ້ນແຕ່ການປູກພືດໃຫ້ໄດ້ຜົນດີຍັງຕ້ອງ ອາໄສການສັງເກດຕົ້ນພືດ, ການໃຫ້ນ້ຳ ແລະ ປຸÐ ຍຢ່າງເໝາະສົມ ລວມທັງການ ປ້ອງກັນແມງໄມ້ ແລະ ພະຍາດພືດ. ຈຸດເດັ່ນອີກຢ່າງໜຶ່ງຂອງການເຮັດ ກະສິກຳ ແມ່ນການວາງແຜນປູກພືດ ໄລຍະສັ້ນໝູນວຽນກັນ. ໝາກແຕງ ສາມາດປູກໄດ້ປະມານ 3-4 ຮອບຕໍ່ປີ ໂດຍສະຫລັບກັບການປູກໝາກໂມ, ໝາກຖົ່ວ, ສາລີ ແລະ ໝາກຟັກ ຕາມ ຄວາມເໝາະສົມຂອງແຕ່ລະ ລະດູການ. ການປູກພືດຫລາຍຊະນິດ ແລະ ໝູນ ວຽນຕາມແຜນ ຊ່ວຍໃຫ້ຄອບຄົວມີ ໂອກາດເກັບກ່ຽວແລະຈຳໜ່າຍຜົນຜະ ລິດໃນຫລາຍຊ່ວງຂອງປີ ເປັນການ ສ້າງລາຍຮັບໃຫ້ມີຄວາມຕໍ່ເນື່ອງຕະ ຫລອດປີ. ຈາກການຜະລິດກະສິກຳ ຢ່າງຕໍ່ເນື່ອງ ສາມາດສ້າງລາຍຮັບໄດ້ ປະມານ 200 ລ້ານກີບ ຫາ 400 ລ້ານ ກີບຕໍ່ປີ. ສຳລັບການຈຳໜ່າຍຜົນຜະ ລິດ ແມ່ນຂາຍໃຫ້ພໍ່ຄ້າແມ່ຄ້າທົ່ວໄປ ຊາວບ້ານໃນຊຸມຊົນ ແລະ ພໍ່ຄ້າຈາກ ເມືອງທ່າແຂກ. ທ້າວ ບຸນທະໜອມ ໃຫ້ຮູ້ຕື່ມວ່າ: ສໍາລັບສິ່ງທ້າທາຍໃນການປູກພືດກະ ສິກຳ ບັນຫາທຳອິດແມ່ນແມງໄມ້ ແລະ ສັດຕູພືດທີ່ອາດສ້າງຄວາມເສຍຫາຍ ໃຫ້ແກ່ຕົ້ນພືດ ສົ່ງຜົນຕໍ່ປະລິມານ ແລະ ຄຸນນະພາບຜົນຜະລິດ. ນອກນີ້ ລາຄາ ປຸÐ ຍ ແລະ ສະພາບອາກາດທີ່ປ່ຽນແປງ ກໍມີຜົນຕໍ່ຕົ້ນທຶນ ແລະ ການເຕີບໂຕ ບຸນທະໜອມ ເຫັນວ່າ ການເຮັດກະສິ ກຳໃຫ້ປະສົບຜົນສຳເລັດ ຕ້ອງມີຄວາມ ດຸໝັ່ນຂະຫຍັນພຽນ ແລະ ອົດທົນ ເພາະ ເປັນອາຊີບທີ່ຕ້ອງເຮັດວຽກກາງແຈ້ງ ຜະເຊີນທັງແດດ, ຝົນ ແລະ ສະພາບອາ ກາດທີ່ປ່ຽນແປງ. ພ້ອມກັນນີ້, ຊາວກະ ສິກອນຕ້ອງຫັນມາໃສ່ໃຈການຮຽນຮູ້ ເຕັກນິກໃໝ່ໆ ແລະ ປັບປຸງວິທີການຜະ ລິດຂອງຕົນຢູ່ສະເໝີ ເພື່ອຫລຸດຕົ້ນທຶນ ເພີ່ມປະສິດທິພາບການຜະລິດ ແລະ ຫລຸດຜົນເສຍຫາຍທີ່ອາດເກີດຂຶ້ນ. ສິ່ງ ສຳຄັນອີກປະການໜຶ່ງ ແມ່ນການວາງ ແຜນປູກພືດໝູນວຽນໃຫ້ເໝາະສົມກັບ ແຕ່ລະ ລະດູການ ແລະ ສະພາບຕະ ຫລາດ ເພື່ອໃຫ້ມີຜົນຜະລິດອອກຈຳ ໜ່າຍຢ່າງຕໍ່ເນື່ອງ ບໍ່ໃຫ້ລາຍຮັບຂາດ ຊ່ວງ ແລະ ຊ່ວຍກະຈາຍຄວາມສ່ຽງ ຈາກການປູກພືດຊະນິດດຽວ. ບົດສະເໜີ ໂດຍ: ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໃນໄລຍະປີ 1986-1995, ເປັນ ໄລຍະຂອງການ“ເປີດປະຕູ” ແລະ ຟື້ນ ຟູສາຍພົວພັນກັບສາກົນ. ທ່າມກາງສະ ພາບການພາຍໃນ ແລະ ສາກົນທີ່ຜັນ ແປໃນໄລຍະທ້າຍຂອງສົງຄາມເຢັນ, ສປປ ລາວ ໄດ້ເປີດກວ້າງສາຍພົວພັນ, ຟື້ນຟູຄວາມສຳພັນກັບຫລາຍປະເທດ, ຂະຫຍາຍເຄືອຂ່າຍການທູດ ແລະ ເຂົ້າ ຮ່ວມໃນກົນໄກສາກົນຫລາຍຂຶ້ນ. ການ ລະດົມການຊ່ວຍເຫລືອແລະ ຍາດແຍ່ງ ເອົາການຮ່ວມມືດ້ານຕ່າງໆ ຈາກບັນ ດາປະເທດເພື່ອນມິດ ກໍໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການສ້າງສາ ພັດທະນາປະເທດຊາດ. ນັບຕັ້ງແຕ່ປີ 1996-2005, ການທູດລາວໄດ້ກ້າວ ເຂົ້າສູ່ການເຊື່ອມໂຍງກັບພາກພື້ນຢ່າງ ສົມບູນ. ເຫດການສໍາຄັນຄື ການເຂົ້າ ເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997. ນັບຕັ້ງແຕ່ນັ້ນເປັນຕົ້ນ ມາ, ອາຊຽນໄດ້ກາຍເປັນເວທີສຳຄັນ ທີ່ຊ່ວຍໃຫ້ ສປປ ລາວ ມີບົດບາດ, ມີ ສິດ, ມີສຽງ ແລະ ມີສ່ວນຮ່ວມໃນການ ສ້າງກົດລະບຽບ ແລະ ກົນໄກຮ່ວມມື ຂອງພາກພື້ນ. ການເຂົ້າສູ່ອາຊຽນ ຈຶ່ງ ບໍ່ແມ່ນພຽງເປັນການຂະຫຍາຍສະມາ ຊິກອີກໜຶ່ງປະເທດ, ແຕ່ເປັນການເປີດ ຂອບເຂດໃໝ່ໃຫ້ກັບການທູດລາວ. ສຳ ລັບປະເທດນ້ອຍ, ການມີບ່ອນຢືນຢູ່ໃນ ເວທີພາກພື້ນໝາຍເຖິງການມີສ່ວນ ຮ່ວມໃນການກຳນົດວາລະ, ສະແດງ ຈຸດຢືນ ແລະ ປົກປ້ອງຜົນປະໂຫຍດ. ໃນໄລຍະປີ 2006-2015, ການທູດ ໄດ້ເຂົ້າສູ່ຍຸກແຫ່ງການເຊື່ອມໂຍງດ້ານ ເສດຖະກິດທີ່ມີບົດບາດສູງເດັ່ນຂຶ້ນ. ແນວຄິດຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ໄປສູ່ປະເທດແຫ່ງການ ເຊື່ອມໂຍງ-ເຊື່ອມຈອດ ຊຶ່ງນີ້ໄດ້ສະ ແດງເຖິງຄວາມພະຍາຍາມປ່ຽນຂໍ້ຈຳ ກັດດ້ານພູມສາດໃຫ້ກາຍເປັນໂອກາດ. ຖະໜົນຫົນທາງ, ພະລັງງານ, ການ ຂົນສົ່ງ ແລະ ພື້ນຖານໂຄງລ່າງຕ່າງໆ ຈຶ່ງກາຍເປັນພາກສ່ວນສຳຄັນຂອງ ການທູດເສດຖະກິດ. ວິວັດທະນາການຂອງ “ຈິນຕະນາ ການໃໝ່” ຍັງສະແດງອອກຢ່າງຈະ ແຈ້ງຜ່ານການທູດເສດຖະກິດ ແລະ ການດຶງດູດການລົງທຶນ. ໃນໄລຍະເລີ່ມ ຕົ້ນ(ປີ1988-1990),ສປປລາວສາ ມາດອະນຸມັດໂຄງການລົງທຶນໄດ້ 63 ໂຄງການ ລວມມູນຄ່າປະມານ 100 ລ້ານໂດລາສະຫະລັດ. ຕໍ່ມາ, ການລົງ ທຶນໄດ້ຂະຫຍາຍຕົວຕາມລໍາດັບ ໂດຍ dkom6 f]k;.ow]pt.\j 40 xu csj '9y o8tokdko.\j l6 j dkom6 fgrn j vdkora fmtok ໃນໄລຍະປີ 2021-2025 ສາມາດ ບັນລຸໄດ້ 16 ຕື້ໂດລາ. ຕົວເລກດັ່ງກ່າວ ສະແດງໃຫ້ເຫັນວ່າ ການທູດເສດຖະ ກິດໄດ້ຄ່ອຍໆກາຍເປັນອົງປະກອບສໍາ ຄັນຂອງການທູດລາວ ໂດຍມີພາລະ ບົດບາດໃນການດຶງດູດທຶນ, ຂະຫຍາຍ ການຮ່ວມມືທາງເສດຖະກິດ ແລະ ສະ ໜັບສະໜູນການພັດທະນາປະເທດ. ໃນ ຂະນະດຽວກັນ, ຂະແໜງການລົງທຶນ ກໍໄດ້ຂະຫຍາຍຈາກພະລັງງານ, ບໍ່ແຮ່ ແລະ ກະສິກໍາ ໄປສູ່ຂະແໜງອຸດສາຫະ ກໍາ, ການຜະລິດ, ການປຸງແຕ່ງ, ການ ຂົນສົ່ງ-ໂລຈິສຕິກ, ໂທລະຄົມ, ການ ເງິນ ແລະ ການທ່ອງທ່ຽວ. ໃນນີ້, ການສ້າງຕັ້ງເຂດເສດຖະ ກິດພິເສດ ກໍເປັນອີກຕົວຢ່າງໜຶ່ງທີ່ສະ ແດງໃຫ້ເຫັນກ່ຽວກັບການຫັນແນວ ຄິດດ້ານການທູດໃຫ້ເປັນໂອກາດເພື່ອ ການພັດທະນາ. ລັດຖະບານ ໄດ້ມີນະ ໂຍບາຍສ້າງຕັ້ງເຂດເສດຖະກິດພິເສດ ເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດເປັນຕ່ອງ ໂສ້ ແລະ ການສ້າງເມືອງໃໝ່. ມາຮອດ ປັດຈຸບັນ, ລາວໄດ້ອະນຸມັດ21 ເຂດທົ່ວ ປະເທດ, ສາມາດດຶງດູດ 2.041 ບໍລິ ສັດເຂົ້າມາລົງທຶນ, ມີທຶນຈົດທະບຽນ ປະມານ 41 ຕື້ກວ່າໂດລາ ແລະ ມີແຜນ ການລົງທຶນກວ່າ 86 ຕື້ໂດລາ. ນອກ ຈາກນັ້ນ, ຍັງມີຫົວໜ່ວຍທຸລະກິດຂະ ໜາດນ້ອຍ-ກາງ ເຂົ້າມາລົງທຶນໃນຂະ ແໜງການຄ້າ ແລະ ການບໍລິການເຖິງ 3.996ຫ້າງຮ້ານຊຶ່ງໄດ້ຊຸກຍູ້ການສ້າງ ວຽກເຮັດງານທຳຫລາຍກວ່າ90.000 ຕຳແໜ່ງ. ຕົວເລກນີ້ກໍໄດ້ຊີ້ໃຫ້ເຫັນເຖິງ ຜົນສໍາເລັດອີກດ້ານໜຶ່ງຂອງການທູດ ເສດຖະກິດ: ການທູດບໍ່ຄວນວັດແທກ ພຽງຈຳນວນສາຍພົວພັນຫລືຈຳນວນ ໂຄງການ, ແຕ່ຍັງຕ້ອງເບິ່ງວ່າສາຍພົວ ພັນແລະການຮ່ວມມືເຫລົ່ານັ້ນສາມາດ ສ້າງວຽກງານ, ນຳເອົາທຶນ ແລະ ເຕັກ ໂນໂລຊີເຂົ້າມາ, ພັດທະນາທັກສະ ແລະ ສ້າງມູນຄ່າໃຫ້ແກ່ພາຍໃນປະເທດໄດ້ ຫລາຍປານໃດ. ນັບແຕ່ປີ 2016 ຈົນເຖິງປັດຈຸບັນ, ການທູດລາວ ໄດ້ເຄື່ອນໄຫວທ່າມກາງ ສະພາບແວດລ້ອມສາກົນທີ່ມີຄວາມ ສັບສົນ ແລະ ຜັນແປຫລາຍຂຶ້ນ. ການ ແຂ່ງຂັນລະຫວ່າງມະຫາອຳນາດ, ຄວາມບໍ່ແນ່ນອນທາງພູມສາດການ ເມືອງ, ວິກິດການຫລາຍຮູບແບບ, ການຮັບມືກັບການປ່ຽນແປງດິນຟ້າ ອາກາດ ແລະ ຄວາມກ້າວໜ້າທາງດີຈິ ຕອນ ລ້ວນແຕ່ເປັນປັດໄຈທີ່ກຳນົດໃຫ້ ການທູດຕ້ອງປັບຕົວ ແລະ ປັບປ່ຽນ ວິທີການເຄື່ອນໄຫວຢ່າງຕໍ່ເນື່ອງ. ດ້ວຍເຫດນີ້, ການທູດດີຈິຕອນ, ການ ທູດສີຂຽວ ແລະ ການທູດປະຊາຊົນ ຈຶ່ງ ມີບົດບາດພົ້ນເດັ່ນຂຶ້ນໃນການຂະຫຍາຍ ສາຍພົວພັນ, ສົ່ງເສີມການຮ່ວມມື ແລະ ຮັບມືກັບສິ່ງທ້າທາຍຮ່ວມກັນ. ເມື່ອທົບທວນຕະຫລອດ 4 ທົດສະວັດ, ຈະເຫັນໄດ້ວ່າ ການທູດລາວໄດ້ຄ່ອຍໆ ຂະຫຍາຍຈາກການເນັ້ນໃສ່ການຮັກ ສາສັນຕິພາບ ແລະ ຄວາມໝັ້ນຄົງ ໄປສູ່ ການມີບົດບາດຫລາຍດ້ານຍິ່ງຂຶ້ນ ໂດຍສຸມໃສ່ການນຳໃຊ້ສາຍພົວພັນສາ ກົນ ແລະ ການຮ່ວມມືພາຍນອກ ເພື່ອ ສະໜັບສະໜູນການພັດທະນາພາຍໃນ. ເຖິງຢ່າງໃດກໍດີ, ການປັບປ່ຽນດັ່ງກ່າວ ບໍ່ໄດ້ໝາຍເຖິງການປະຖິ້ມຫລັກການ ທີ່ຢຶດຖືມາແຕ່ເດີມ. ຄວາມເປັນເອກະ ລາດ, ອະທິປະໄຕ, ສັນຕິພາບ, ການ ບໍ່ແຊກແຊງກິດຈະການພາຍໃນ ແລະ ການຍຶດໝັ້ນຜົນປະໂຫຍດແຫ່ງຊາດ ຍັງຄົງເປັນຫລັກການພື້ນຖານທີ່ຊີ້ນຳ ການດຳເນີນນະໂຍບາຍຕ່າງປະເທດ ຂອງລາວ. ຜົນສຳເລັດອີກດ້ານໜຶ່ງຂອງວຽກ ງານການທູດກໍຄືສປປລາວໄດ້ຄ່ອຍໆ ຂະຫຍາຍສາຍພົວພັນສາກົນນັບມື້ນັບ ເພິ່ມຂຶ້ນຕະຫລອດມາ ຊຶ່ງໃນປັດຈຸບັນ ສປປ ລາວ ມີສາຍພົວພັນການທູດກັບ 155 ປະເທດ ແລະ ມີສາຍພົວພັນກັບ 145 ພັກການເມືອງຈາກ 83 ປະເທດ. ຕົວເລກເຫລົ່ານີ້ ບໍ່ພຽງແຕ່ໝາຍເຖິງ ຂອບເຂດຂອງສາຍພົວພັນທີ່ຂະຫຍາຍ ກວ້າງຂຶ້ນ, ແຕ່ຍັງສະແດງເຖິງຊ່ອງ ທາງ ແລະ ທາງເລືອກທີ່ຫລາກຫລາຍ ສຳລັບການດຳເນີນນະໂຍບາຍຕ່າງປະ ເທດ. ໃນຂະນະດຽວກັນ, ການມີສ່ວນ ຮ່ວມຢ່າງຫ້າວຫັນໃນອາຊຽນ ແລະ ກົນໄກຮ່ວມມືອະນຸພາກພື້ນຕ່າງໆ ໄດ້ ຊ່ວຍເສີມສ້າງບົດບາດຂອງລາວ ກໍຄື ເພີ່ມໂອກາດໃນການຮ່ວມມືກັບຄູ່ເຈ ລະຈາສາກົນ. ຄຽງຄູ່ກັນນັ້ນ, ການທູດ ເສດຖະກິດກໍໄດ້ມີສ່ວນສຳຄັນໃນການ ລະດົມທຶນ, ດຶງດູດເຕັກໂນໂລຊີ ແລະ ຂະຫຍາຍການຮ່ວມມືເພື່ອສະໜັບສະ ໜູນໂຄງການພັດທະນາສຳຄັນຂອງ ປະເທດ. ໂຄງການລົດໄຟ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນ ທາງ” ຂອງ ສປ ຈີນ ເປັນຕົວຢ່າງໜຶ່ງ ຂອງການນຳໃຊ້ສາຍພົວພັນສາກົນ ເພື່ອສ້າງໂອກາດດ້ານການເຊື່ອມໂຍງ, ການຄ້າ ແລະ ການພັດທະນາ. ຜົນງານ ເຫລົ່ານີ້ຊີ້ໃຫ້ເຫັນວ່າ ຄຸນຄ່າຂອງການ ທູດບໍ່ໄດ້ຢູ່ພຽງແຕ່ການສ້າງ ແລະ ຮັກ ສາສາຍພົວພັນ, ແຕ່ຍັງຂຶ້ນກັບຄວາມ ອາດສາມາດໃນການປ່ຽນສາຍພົວພັນ ເຫລົ່ານັ້ນ ໃຫ້ເປັນຜົນປະໂຫຍດທີ່ຈັບ ຕ້ອງໄດ້ສຳລັບປະເທດ ແລະ ປະຊາຊົນ ລາວບັນດາເຜົ່າ. ສະນັ້ນ, ການຕີລາຄາ ຜົນງານຂອງການທູດ ຈຶ່ງບໍ່ຄວນຈຳ ກັດຢູ່ພຽງຄຳຖາມວ່າ“ລາວມີສາຍພົວ ພັນຫລາຍປານໃດ ”, ແຕ່ຄວນພິຈາ ລະນາຕໍ່ໄປວ່າ “ສາຍພົວພັນເຫລົ່າ ນັ້ນສາມາດສ້າງຜົນປະໂຫຍດແທ້ຈິງ ອັນໃດໃຫ້ແກ່ປະເທດຊາດ ແລະ ປະຊາ ຊົນລາວບັນດາເຜົ່າ ”. ຂອງພືດ, ອີກບັນຫາໜຶ່ງທີ່ຕ້ອງຮັບມື ແມ່ນລາຄາຜົນຜະລິດທີ່ບໍ່ແນ່ນອນ. ບາງຊ່ວງລາຄາສູງ ແຕ່ບາງຊ່ວງລາ ຄາຕົກຕ່ຳ ຫລື ມີຜົນຜະລິດອອກສູ່ຕະ ຫລາດຫລາຍຈົນລົ້ນຕະຫລາດ. ສະ ພາບດັ່ງກ່າວອາດເຮັດໃຫ້ລາຍຮັບຂອງ ຊາວກະສິກອນຜັນຜວນ ເຖິງແມ່ນຈະ ຜະລິດໄດ້ຫລາຍກໍຕາມ. ດັ່ງນັ້ນ ນອກ ຈາກການຜະລິດໃຫ້ໄດ້ຜົນດີແລ້ວ, ການຕິດຕາມລາຄາຕະຫລາດ, ການ ວາງແຜນເວລາປູກ ແລະ ການຊອກ ຫາຊ່ອງທາງຈຳໜ່າຍທີ່ເໝາະສົມ ຈຶ່ງເປັນສິ່ງສຳຄັນທີ່ຊ່ວຍຫລຸດຄວາມ ສ່ຽງໃນການປະກອບອາຊີບ. ຈາກປະສົບການທີ່ຜ່ານມາ ທ້າວ

RkJQdWJsaXNoZXIy MTc3MTYxMQ==