ອ້າງຕໍ່ ຂ ວ່າຊັບປອດພັນທະ ຫລື ສາມາດໂອນໃຫ້ໄດ້ແນ່ນອນ. ຂ ຈຶ່ງມອບເງິນ. 9) ນາຍໜ້າ ຫລື ຜູ້ຮັບມອບ ໝາຍສ້າງລາຄາປອມ ເພື່ອເອົາເງິນ ສ່ວນເກີນ. ກ ມອບໝາຍໃຫ້ ຂ ຊື້ລົດໃຫ້. ລາຄາຈິງແມ່ນ 200 ລ້ານກີບ, ແຕ່ ຂ ສ້າງໃບສະເໜີລາຄາປອມ ວ່າ 300 ລ້ານກີບ. ກ ເຊື່ອ ແລະ ມອບ 300 ລ້ານກີບໃຫ້ ຂ; ຂ ນຳ 200 ລ້ານໄປຊື້ລົດ ແລະ ເອົາ 100 ລ້ານໄວ້ເອງ. 3.2 ກໍລະນີສຶກສາທີ່ບໍ່ເປັນ ຄະດີອາຍາ ໃນສະຖານການສໍ້ໂກງ ຊັບ ແລະ ເປັນຄະດີແພ່ງ. 1) ກູ້ຢືມເງິນຈິງ ແຕ່ຕໍ່ມາ ບໍ່ ສາມາດຊຳລະ. ກ ກູ້ເງິນຈາກ ຂ ເພື່ອນຳໄປດຳ ເນີນທຸລະກິດ. ໃນເວລາກູ້ ກ ມີທຸ ລະກິດຈິງ, ມີລາຍຮັບ ແລະ ມີເຈດ ຕະນາຊຳລະ. ກ ເຄີຍຊຳລະບາງ ສ່ວນ, ແຕ່ຕໍ່ມາທຸລະກິດຂາດທຶນ ຈຶ່ງບໍ່ສາມາດຊຳລະຄົບຖ້ວນ. 2) ຊື້ສິນຄ້າເປັນໜີ້ ແຕ່ຕໍ່ມາ ຂາດສະພາບການຄ່ອງຕົວທາງ ດ້ານທຸລະກິດ. ກ ແລະ ຂ ຄ້າຂາຍກັນມາດົນ ນານ ໂດຍ ຂ ສົ່ງສິນຄ້າໃຫ້ ກ ແລະ ກ ຊຳລະພາຍໃນ 30 ວັນ. ກ ເຄີຍ ຊຳລະຕາມກຳນົດຫລາຍຄັ້ງ. ຕໍ່ມາ ການຂາຍສິນຄ້າເຄື່ອງຂອງ ຂອງ ກ ຕົກຕ່ຳ ແລະ ບໍ່ສາມາດຊຳລະ ຄ່າສິນຄ້າ ງວດຫລ້າສຸດ. xtgmf]k; 6 26/10/2026 glf4tdy f{la '7q , ***ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d rtpkfwvwdj c,j ospa 'L ໂດຍ: ລູກສາວຫລ້າູ ກ້ າ 3vdkf c]t lyj 'mh kmkp .odkovvd9kd lt4kotrk[xtgmffh vpra fmtok 0v' lxx ]k; ໂດຍ: ສຈ ຟາງເວີນ ຄະນະລັດທິີ ນັ ດິ ມາກເລນິນ ມະຫາວິທະຍາໄລຊູໂຈິ ນິ ທູ ໂ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ dkol= h 3d'-a [s]a ddko.odko9ecod ]ts;j k' 7tfu vkpk c]t 7tfu crj ' c]t zq omk'crj '0v'dkodtmezy f ຫລັກການບໍ່ຄົບອົງປະກອບ ຂອງການກະທຳຜິດ-ຄະດີແພ່ງ. ການທີ່ບຸກຄົນໜຶ່ງ ຮັບຊັບຂອງ ຜູ້ອື່ນແລ້ວ ຕໍ່ມາບໍ່ສົ່ງຄືນ, ບໍ່ຊຳລະ ໜີ້ ຫລື ບໍ່ປະຕິບັດສັນຍາ ບໍ່ໄດ້ໝາຍ ຄວາມໂດຍອັດຕະໂນມັດວ່າ ເປັນ ການສໍ້ໂກງຊັບ. ຖ້າບໍ່ຄົບອົງປະ ກອບຂອງການສໍ້ໂກງຊັບ ແລະ ຂໍ້ ຂັດແຍ່ງ ມີພຽງບັນຫາສິດ ແລະ ພັນທະ ກໍຢູ່ໃນຂອບເຂດທາງແພ່ງ. 1) ບໍ່ມີພຶດຕິກຳຫລອກລວງ ໃນເວລາໄດ້ຮັບຊັບ. ຖ້າຄູ່ກໍລະນີ ເຮັດສັນຍາ ດ້ວຍ ຄວາມຈິງໃຈ, ຂໍ້ມູນທີ່ໃຫ້ກັນເປັນ ຈິງແລະການມອບຊັບເກີດຈາກສັນ ຍາທີ່ແທ້ຈິງ ແຕ່ຕໍ່ມາມີການບໍ່ປະ ຕິບັດພັນທະ ກໍບໍ່ຄົບດ້ານພາວະວິ ໄສຂອງການສໍ້ໂກງ. ຕົວຢ່າງ 11: ກ ກູ້ຢືມເງິນຈາກ ຂ 200 ລ້ານກີບ. ໃນກໍລະນີນີ້ ມີສັນ ຍາກູ້ຢືມຈິງ, ແຕ່ບໍ່ມີຊັບຄ້ຳປະກັນ. ໃນເວລາກູ້ຢືມ ກ ມີທຸລະກິດຈິງ ແລະ ມີລາຍຮັບພຽງພໍ. ຕໍ່ມາ ທຸລະ ກິດຂາດທຶນ ຈຶ່ງບໍ່ສາມາດຊຳລະ ໄດ້. ການບໍ່ມີຊັບຄ້ຳປະກັນ ບໍ່ແມ່ນ ຫລັກຖານວ່າກສໍ້ໂກງ,ຖ້າວ່າບໍ່ພົບ ການຫລອກລວງໃນເວລາກູ້ຢືມ. 2)ຜູ້ກະທຳຜິດມີເຈດຕະນາປະ ຕິບັດພັນທະແທ້ ໃນເວລາຮັບຊັບ. ຖ້າວ່າ ໃນເວລາຮັບຊັບຜູ້ຮັບຊັບ ມີເຈດຕະນາຈະປະຕິບັດ ຕາມສັນ ຍາແທ້ ແຕ່ພາຍຫລັງເກີດບັນຫາ ຈຶ່ງບໍ່ສາມາດປະຕິບັດໄດ້ ກໍຂາດອົງ ປະກອບດ້ານອັດຕະວິໄສ. ຕົວຢ່າງ 12: ກ ຮັບເງິນຈາກ ຂ ເພື່ອສັ່ງຊື້ສິນຄ້າ. ກ ໄດ້ສັ່ງຊື້ຈິງ, ຈ່າຍເງິນມັດຈຳຈິງ ແລະ ມີເອກະ ສານການຄ້າ. ຕໍ່ມາຜູ້ສະໜອງບໍ່ສົ່ງ ສິນຄ້າ ຫລື ທຸລະກິດລົ້ມ. ກໍລະນີນີ້ ຜົນສຸດທ້າຍຄື ຂ ບໍ່ໄດ້ຮັບສິນຄ້າ, ແຕ່ຜົນນັ້ນ ບໍ່ພຽງພໍທີ່ຈະພິສູດການ ສໍ້ໂກງ. 3) ການມອບຊັບເກີດຈາກສັນ ຍາ ບໍ່ແມ່ນຈາກການຫລັງເຊື່ອຕໍ່ ການຫລອກລວງ. ຖ້າຜູ້ຖືກເສຍຫາຍມອບຊັບ ເພາະ ວ່າມີສັນຍາທີ່ແທ້ຈິງແລະບໍ່ມີຂໍ້ຕົວະ ອັນໃດ ເປັນສາເຫດໃຫ້ມອບຊັບ ກໍຂາດສາຍສຳພັນ ຫລອກລວງ- ຫລົງເຊື່ອ-ມອບຊັບ. ຕົວຢ່າງ 13: ກ ແລະ ຂ ຊື້ຂາຍ ສິນຄ້າກັນມາຫລາຍປີ. ຂ ສົ່ງສິນ ຄ້າໃຫ້ ກ ໂດຍໃຫ້ຈ່າຍພາຍຫລັງ 30 ວັນ. ກ ຮັບສິນຄ້າແລ້ວ ແຕ່ຕໍ່ ມາຂາດສະພາບຄ່ອງຕົວ ຈຶ່ງບໍ່ສາ ມາດຈ່າຍໄດ້ຕາມການຕົກລົງກັນ. ຖ້າບໍ່ພົບວ່າ ກ ຫລອກລວງ ຂ ຕັ້ງ ແຕ່ກ່ອນຮັບສິນຄ້າບັນຫາແມ່ນການ ບໍ່ປະຕິບັດພັນທະ ໃນການຊຳລະ. 4) ມີຊັບຄ້ຳປະກັນຈິງ ແລະ ມີ ເຈດຕະນາຄ້ຳປະກັນຈິງ. ການມີຊັບຄ້ຳປະກັນຈິງ ບໍ່ໄດ້ ເຮັດໃຫ້ຄະດີເປັນແພ່ງ ໂດຍອັດຕະ ໂນມັດ, ແຕ່ອາດເປັນຫລັກຖານປະ ກອບວ່າ ຜູ້ກູ້ມີເຈດຕະນາຈິງໃຈ. ຕົວຢ່າງ 14: ກ ນໍາໃບຕາດິນ ຈິງ ຂອງຕົນມາຄ້ໍ້າປະກັນ, ບອກສະ ພາບຂອງທີ່ດິນ ຕາມຄວາມເປັນ ຈິງ, ບໍ່ປິດບັງພັນທະ ແລະ ເຄີຍຊຳ ລະໜີ້ສິນບາງສ່ວນແລ້ວ. ຕໍ່ມາ ຈຶ່ງ ຂາດຄວາມສາມາດ ໃນການຊຳ ລະ. ຂໍ້ເທັດຈິງແບບນີ້ ມີນ້ຳໜັກຊີ້ ໄປຫາສາຍພົວພັນທາງແພ່ງ. 5) ການຊຳລະ ຫລື ການປະ ຕິບັດພັນທະບາງສ່ວນ ເປັນຫລັກ ຖານປະກອບ. ຖ້າວ່າຜູ້ຮັບຊັບໄດ້ລົງມືປະຕິບັດ ສັນຍາຕົວຈິງ ກໍເປັນຂໍ້ປະກອບສໍາ ຄັນ ໃນການພິຈາລະນາເຈດຕະນາ. ຕົວຢ່າງ 15: ກ ກູ້ຢືມເງິນ ຈໍາ ນວນ 300 ລ້ານກີບ, ຊຳລະຄືນ ແລ້ວ 150 ລ້ານກີບ, ແຕ່ຕໍ່ມາ ບໍ່ສາ ມາດຈ່າຍສ່ວນທີ່ຍັງເຫລືອ. ການ ຊຳລະຜ່ານມາ ບໍ່ໄດ້ຕັດຄະດີອາຍາ ຢ່າງສິ້ນເຊີງ, ແຕ່ເປັນຫລັກຖານປະ ກອບສຳຄັນວ່າ ໃນເວລາຮັບເງິນ ອາດມີເຈດຕະນາ ໃນການຊຳລະ ແທ້ຈິງ. 6) ພຶດຕິກຳພາຍຫລັງຢ່າງ ດຽວບໍ່ພຽງພໍ. ການຫລົບໜ້າ, ບໍ່ຮັບໂທລະສັບ, ບໍ່ຊຳລະໜີ້ ຫລື ບໍ່ສົ່ງຊັບຄືນ ເປັນ ພຽງພຶດຕິກໍາ ທີ່ເກີດຂຶ້ນ ພາຍຫລັງ. ຕ້ອງນຳໄປປະກອບກັບຂໍ້ເທັດຈິງ ກ່ອນ ແລະ ໃນເວລາ ໄດ້ຮັບຊັບ. ຕົວຢ່າງ 16: ກ ກູ້ຢືມເງິນຈາກ ຂ ໂດຍສຸດຈະລິດ, ແຕ່ຕໍ່ມາບໍ່ມີເງິນ ຊຳລະ ແລະ ຢ້ານ ຂ ຈຶ່ງບໍ່ຮັບໂທ ລະສັບ. ພຶດຕິກໍານີ້ ອາດບໍ່ເໝາະສົມ ແຕ່ບໍ່ສາມາດຍ້ອນກັບໄປສ້າງເຈດ ຕະນາສໍ້ໂກງໃນເວລາກູ້ຖ້າບໍ່ມີຫລັກ ຖານອື່ນ. ກໍລະນີສຶກສາ ທີ່ເປັນຄະດີອາຍາ ໃນສະຖານການສໍ້ໂກງຊັບ 1) ມີສັນຍາແຕ່ໃຊ້ສັນຍາເປັນ ວິທີຫລອກລວງ ໃຫ້ມອບຊັບ. ກ ເຮັດສັນຍາຊື້ສິນຄ້າຈາກ ຂ ໂດຍຕົກລົງວ່າຈະຊຳລະລາຄາພາຍ ໃນ 30 ວັນ, ແຕ່ກ່ອນຮັບສິນຄ້າ ກ ບໍ່ມີເຈດຕະນາຈະຊຳລະລາຄາຢູ່ ແລ້ວ ແລະ ມີແຜນຈະນຳສິນຄ້າໄປ ຂາຍຕໍ່ ເພື່ອເອົາເງິນໄປໃຊ້ຢ່າງອື່ນ. ຂ ເຊື່ອວ່າ ກ ຈະຊຳລະຕາມສັນຍາ ຈຶ່ງມອບສິນຄ້າໃຫ້. 2) ໃຊ້ເອກະສານປອມ ຫລື ຊັບຄ້ຳປະກັນບໍ່ແທ້ຈິງ. ກ ຂໍກູ້ຢືມເງິນຈາກ ຂ ແລະ ນຳ ໃບຕາດິນມາສະແດງວ່າ ເປັນຊັບ ຄ້ຳປະກັນ. ກ ຮູ້ຢູ່ແລ້ວວ່າ ໃບຕາ ດິນນັ້ນປອມ, ບໍ່ແມ່ນຂອງຕົນ ຫລື ບໍ່ສາມາດນຳມາຄ້ຳປະກັນໄດ້. ຂ ເຊື່ອວ່າ ມີຫລັກປະກັນຈິງ ຈຶ່ງປ່ອຍ ເງິນໃຫ້. 3) ອ້າງຕົນເອງ ເປັນເຈົ້າຂອງ ຫລື ຜູ້ມີສິດຂາຍຊັບ ທັງທີ່ບໍ່ມີສິດ. ກ ນຳເຮືອນ ຫລື ຊັບຂອງ ຄ ມາ ສະເໜີຂາຍໃຫ້ ຂ ໂດຍອ້າງວ່າ ເປັນ ຊັບຂອງຕົນ ຫລື ຕົນໄດ້ຮັບມອບ ໝາຍໃຫ້ຂາຍ. ກ ອາດສະແດງໜັງ ສືມອບໝາຍປອມ ຫລື ເອກະສານ ປອມປະກອບ. ຂ ເຊື່ອ ແລະ ມອບ ເງິນມັດຈຳ. 4) ຮັບເງິນໄປຊື້ຊັບໃຫ້ຜູ້ອື່ນ ແຕ່ຕັ້ງໃຈຈະຊື້ໃຫ້ຕົນຕັ້ງແຕ່ຕົ້ນ. ກ ມອບເງິນໃຫ້ ຂ ໂດຍຕົກລົງ ວ່າ ໃຫ້ ຂ ຊື້ຊັບໃຫ້ ກ. ແຕ່ກ່ອນຮັບ ເງິນ ຂ ມີແຜນຢູ່ແລ້ວວ່າ ຈະນຳ ເງິນຂອງ ກ ໄປຊື້ຊັບໃນນາມຕົນ. ຂ ຈຶ່ງບອກ ກ ວ່າ “ຈະຊື້ໃຫ້” ເພື່ອໃຫ້ ກ ມອບເງິນ. ຕໍ່ມາ ຂ ເຮັດສັນຍາຊື້ ຂາຍກັບ ຄ ໃນນາມຂອງຕົນ ແລະ ໄດ້ກຳມະສິດໃນຊັບ. 5) ສ້າງຫລັກຖານການຈ່າຍ ເງິນປອມ ເພື່ອຮັບຊັບ. ກ ຕົກລົງຊື້ສິນຄ້າຈາກ ຂ. ກ່ອນ ຮັບສິນຄ້າ ກ ສ້າງຫລັກຖານການ ໂອນເງິນປອມໃຫ້ເບິ່ງຄືວ່າ ໄດ້ຈ່າຍ ລາຄາແລ້ວ. ຂ ເຊື່ອຫລັກຖານນັ້ນ ຈຶ່ງມອບສິນຄ້າໃຫ້. 6) ສ້າງໂຄງການ ຫລື ທຸລະ ກິດປອມ ເພື່ອຮັບເງິນລົງທຶນ. ກ ອ້າງຕໍ່ ຂ ແລະ ຄ ວ່າ ຕົນມີ ໂຄງການທຸລະກິດ, ມີໃບອະນຸຍາດ, ມີສັນຍາຮັບຊື້ ແລະ ຈະໄດ້ຜົນຕອບ ແທນສູງ. ແຕ່ໂຄງການບໍ່ມີຢູ່ຈິງ ຫລື ເອກະສານ ທີ່ນຳມາສະແດງ ເປັນປອມ. ຂ ແລະ ຄ ເຊື່ອ ແລະ ມອບເງິນລົງທຶນ. 7) ຮັບເງິນມັດຈຳຈາກຫລາຍ ຄົນສຳລັບຊັບອັນດຽວ. ກ ຮັບເງິນມັດຈຳຈາກ ຂ ສຳ ລັບລົດຄັນໜຶ່ງ ແລະ ຕົກລົງຈະມອບ ລົດໃຫ້ ຂ. ຫລັງຈາກນັ້ນ ກ ຍັງປະ ກາດຂາຍລົດຄັນດຽວກັນໃຫ້ ຄ ແລະ ງ, ປິດບັງວ່າ ມີຂໍ້ຕົກລົງກັບ ຂ ແລ້ວ ແລະ ຮັບມັດຈຳຈາກທຸກຄົນ. 8) ປິດບັງສະຖານະສຳຄັນ ຂອງຊັບ ເພື່ອໃຫ້ອີກຝ່າຍມອບເງິນ. ກ ຮູ້ວ່າ ຊັບຂອງຕົນຖືກນຳໄປ ຄ້ຳປະກັນ, ຂາຍ, ມີຂໍ້ພິພາດ ຫລື ມີ ຂໍ້ຈຳກັດທີ່ສຳຄັນ ແຕ່ປິດບັງ ແລະ ຂປລ. ພະຍາດໄອໄກ່ ແມ່ນພະ ຍາດຊະນິດໜຶ່ງທີ່ເກີດຈາກການຕິດ ເຊື້ອຈຸລິນຊີ ທີ່ເຮັດໃຫ້ໄອແກ່ຍາວ ດົນກວ່າ 3 ເດືອນ ແລະ ໄອຕິດໆ ກັນເປັນຮູດ.ພະຍາດນີ້ແຜ່ກະຈາຍ ຜ່ານລະອອງຝອຍຈາກການໄອ ຫລື ຈາມຂອງຜູ້ຕິດເຊື້ອ. ພະຍາດ ນີ້ສາມາດເກີດໄດ້ກັບຄົນທຸກໄວ ແຕ່ມີຄວາມອັນຕະລາຍເປັນພິເສດ ຕໍ່ເດັກອ່ອນ ໂດຍສະເພາະເດັກອາຍຸ ຕ່ຳກວ່າ 6 ເດືອນ. ອາການສຳຄັນຂອງພະຍາດໄອ ໄກ່: ໄລຍະທຳອິດມີອາການຄ້າຍ ໄຂ້ຫວັດ ເຊັ່ນ: ນ້ຳມູກໄຫລ, ຈາມ ແລະ ໄອເລັກນ້ອຍ; ຫລັງຈາກ ປະມານ 1-2 ອາທິດ ອາດເລີ່ມໄອ ຮຸນແຮງເປັນຊຸດໆ, ໄອຕິດຕໍ່ກັນຈົນ ຫາຍໃຈຍາກ; ຫລັງໄອອາດມີສຽງ ສູດຫາຍໃຈສູງ, ຮາກ ຫລື ເມື່ອຍ ຫລາຍ ແລະ ອາການໄອອາດດົນ ຫລາຍອາທິດ ຫລື ຫລາຍເດືອນ. ໃນເດັກອ່ອນ ບາງຄົນອາດບໍ່ໄອ ຫລາຍ ແຕ່ມີອາການຢຸດຫາຍໃຈ ຫລື ປາກຂຽວຄ້ຳໄດ້. ວິທີປ້ອງກັນ ແລະ ປິ່ນປົວ: ສັກວັກຊິນ, ພາເດັກໄປຮັບວັກຊິນ ປ້ອງກັນໄອໄກ່ຕາມກຳນົດຂອງ ສາທາລະນະສຸກ, ຖ້າສົງໄສວ່າເປັນ ໄອໄກ່ ຄວນໄປກວດໂດຍໄວ ເພາະ ອາດຈຳເປັນຕ້ອງໃຊ້ຢາຕ້ານເຊື້ອ. ຫລຸດການແຜ່ເຊື້ອ: ປິດປາກເວລາ ໄອ, ລ້າງມືເລື້ອຍໆ ແລະ ຫລີກ ລ່ຽງການໃກ້ຊິດກັບເດັກອ່ອນ. ຂປລ. ການກ້າວອອກຈາກສະ ຖານະພາບປະເທດດ້ອຍພັດທະນາ (LDC)ເປັນຂີດໝາຍທີ່ສຳຄັນ,ແຕ່ ກໍມາພ້ອມກັບສິ່ງທ້າທາຍອັນໃຫຍ່ ຫລວງທີ່ຮຽກຮ້ອງໃຫ້ມີການປັບ ຕົວ ແລະ ບໍລິຫານເສດຖະກິດຢ່າງ ມີວິໄນ ໂດຍມີ 4 ສິ່ງທ້າທາຍຫລັກ: 1. ບັນຫາໜີ້ສາທາລະນະ ແລະ ຄວາມຍືນຍົງທາງການເງິນ. ການສະສົມໜີ້ສິນຕ່າງປະເທດ ທີ່ເກີດຈາກການລົງທຶນໃນພື້ນຖານ ໂຄງລ່າງຂະໜາດໃຫຍ່ໃນໄລຍະຜ່ານ ມາ ຖືເປັນສິ່ງທ້າທາຍທີ່ຮີບດ່ວນ ຂອງ ສປປ ລາວ, ໂດຍສະເພາະໃນ ສະພາບການທີ່ການອ່ອນຄ່າຂອງ ເງິນກີບໄດ້ເຮັດໃຫ້ມູນຄ່າໜີ້ສິນ ໃນຮູບເງິນກີບເພີ່ມສູງຂຶ້ນຢ່າງ ຫລວງຫລາຍ ຊຶ່ງສົ່ງຜົນກະທົບ ໂດຍກົງຕໍ່ດຸນງົບປະມານ ແລະ ບີບ ບັງຄັບໃຫ້ມີການຈຳກັດການຈັດ ສັນງົບປະມານໃນຂະແໜງການສັງ ຄົມທີ່ສຳຄັນ ເປັນຕົ້ນແມ່ນການສຶກ ສາແລະສາທາລະນະສຸກ. ເພື່ອຜ່ານ ຜ່າສິ່ງທ້າທາຍດັ່ງກ່າວ, ຈຶ່ງຮຽກ ຮ້ອງໃຫ້ມີມາດຕະການແກ້ໄຂຢ່າງ ຮອບດ້ານ ໂດຍເລີ່ມຈາກການຮັກ ສາວິໄນທາງການເງິນທີ່ເຂັ້ມງວດ, ການດຳເນີນການປັບໂຄງສ້າງໜີ້ ສິນ ໃຫ້ມີຄວາມເໝາະສົມ, ການຫັນ ການເກັບລາຍຮັບເຂົ້າສູ່ລະບົບດີຈິ ຕອນເພື່ອອັດຕັນການຮົ່ວໄຫລ, ພ້ອມ ທັງເລັ່ງປັບປຸງປະສິດທິພາບການ ດຳເນີນງານຂອງລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ເພື່ອສ້າງພື້ນຖານເສດຖະກິດທີ່ໝັ້ນ ຄົງໃນໄລຍະຍາວ . 2. ຄວາມຜັນຜວນຂອງເສດຖະ ກິດໂລກ (“ລົມພາຍຸ” ພາຍນອກ). ໃນສະພາບການທີ່ເສດຖະກິດ ລາວມີການເຊື່ອມໂຍງກັບສາກົນ ຢ່າງເລິກເຊິ່ງ, ປັດໄຈຜັນຜວນຈາກ ພາຍນອກຈຶ່ງມີຜົນກະທົບໂດຍກົງ ຕໍ່ສະຖຽນລະພາບພາຍໃນປະເທດ, ໂດຍສະເພາະການນຳເຂົ້າສິນຄ້າ ແລະ ພະລັງງານທີ່ມີລາຄາສູງຂຶ້ນໃນ ຕະຫລາດໂລກ ຊຶ່ງໄດ້ຊຸກຍູ້ໃຫ້ເກີດ ພາວະເງິນເຟີ້ ແລະ ສົ່ງຜົນກະທົບ ໂດຍກົງຕໍ່ກຳລັງຊື້ຂອງປະຊາຊົນ. ຄຽງຄູ່ກັນນັ້ນ, ການປັບປ່ຽນນະໂຍ ບາຍການເງິນຂອງບັນດາປະເທດ ມະຫາອຳນາດລວມທັງຄວາມບໍ່ແນ່ ນອນທາງດ້ານພູມສາດການເມືອງ ຂອງໂລກ ຍັງໄດ້ສ້າງຄວາມສ່ຽງ ແລະ ເຮັດໃຫ້ການວາງແຜນພັດທະ ນາເສດຖະກິດໄລຍະຍາວຂອງປະ ເທດເຮົາມີຄວາມຫຍຸ້ງຍາກ ແລະ ມີ ຄວາມທ້າທາຍສູງຂຶ້ນ, ຮຽກຮ້ອງ ໃຫ້ມີການປັບຕົວ ແລະ ວາງຍຸດທະ ສາດການບໍລິຫານເສດຖະກິດທີ່ ຮອບຄອບ ແລະ ຍືດຍຸ່ນກວ່າເກົ່າ . 3. ຜະລິດຕະພາບແຮງງານຕໍ່າ. ຜະລິດຕະພາບແຮງງານທີ່ຍັງ ຢູ່ໃນເກນຕໍ່າເມື່ອທຽບໃສ່ພາກພື້ນ ຖືເປັນອຸປະສັກສຳຄັນຕໍ່ຂີດຄວາມ ສາມາດໃນການແຂ່ງຂັນຂອງ ສປປ ລາວ ຊຶ່ງສາເຫດຫລັກຍັງມາ ຈາກການຂາດແຄນທັກສະທີ່ຈຳ ເປັນ ເນື່ອງຈາກຍັງມີຊ່ອງວ່າງລະ ຫວ່າງຫລັກສູດການສຶກສາທີ່ມີຢູ່ ໃນປັດຈຸບັນ ກັບຄວາມຕ້ອງການຕົວ ຈິງຂອງຕະຫລາດແຮງງານ, ໂດຍ ສະເພາະໃນຂະແໜງອຸດສາຫະກຳ ແລະ ເຕັກໂນໂລຊີທີ່ກຳລັງມີການຂະ ຫຍາຍຕົວ. ເພື່ອແກ້ໄຂບັນຫາດັ່ງກ່າວ ຢ່າງມີປະສິດທິຜົນ, ພວກເຮົາຈຳ ເປັນຕ້ອງ “ລົງທຶນໃສ່ຄົນ” ຢ່າງ ຈິງຈັງ ໂດຍການສົ່ງເສີມການຝຶກ ອົບຮົມແບບຕໍ່ເນື່ອງ (Upskilling/ Reskilling) ເພື່ອຍົກລະດັບຄວາມ ຮູ້ຄວາມສາມາດຂອງແຮງງານໃຫ້ ທັນກັບຍຸກສະໄໝ, ພ້ອມທັງສົ່ງເສີມ ການນຳໃຊ້ເຕັກໂນໂລຊີເຂົ້າໃນຂະ ແໜງວິສາຫະກິດຂະໜາດນ້ອຍແລະ ກາງ (SMEs) ເພື່ອຍົກລະດັບ ຜົນຜະລິດລວມໃຫ້ສູງຂຶ້ນ ຊຶ່ງເປັນ ກຸນແຈສຳຄັນໃນການສ້າງພື້ນຖານ ແຮງງານທີ່ມີຄຸນນະພາບ ແລະ ເພີ່ມຄວາມສາມາດໃນການແຂ່ງ ຂັນຂອງປະເທດໃຫ້ທຽບເທົ່າກັບ ລະດັບສາກົນ. 4. ການແຂ່ງຂັນໃນຕະຫລາດ ສາກົນ (“ສະໜາມຮົບ” ໃໝ່). ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ (LDC) ໄດ້ນຳມາເຊິ່ງຄວາມທ້າ ທາຍໃໝ່, ໂດຍສະເພາະການສູນ ເສຍສິດທິພິເສດທາງພາສີ ທີ່ເຮັດ ໃຫ້ການແຂ່ງຂັນໃນເວທີສາກົນມີ ຄວາມເຂັ້ມງວດຂຶ້ນ. ເພື່ອຕອບໂຈດ ດັ່ງກ່າວ, ສິນຄ້າລາວຈຳເປັນຕ້ອງ ໄດ້ຮັບການຢັ້ງຢືນມາດຕະຖານ ສາກົນ ເພື່ອເຂົ້າເຖິງຕະຫລາດທີ່ມີ ກຳລັງຊື້ສູງ, ຄຽງຄູ່ກັບການຫັນ ປ່ຽນຍຸດທະສາດຈາກການສົ່ງ ອອກວັດຖຸດິບ ໄປສູ່ການຜະລິດ ສິນຄ້າທີ່ມີແບຣນ (Brand) ແລະ ມີການປຸງແຕ່ງສູງ ເພື່ອເພີ່ມມູນ ຄ່າ, ພ້ອມທັງເລັ່ງຫລຸດຜ່ອນຕົ້ນທຶນ ດ້ານໂລຈິສຕິກໃຫ້ຕ່ຳລົງ . ສິ່ງທ້າທາຍເຫລົ່ານີ້ ຖືເປັນ “ການທົດສອບຄວາມພ້ອມ” ທີ່ສຳ ຄັນຂອງ ສປປ ລາວ ບົນເສັ້ນທາງ ການພັດທະນາທີ່ຍືນຍົງ, ເພາະ ການພົ້ນຈາກສະຖານະ LDC ບໍ່ ແມ່ນຈຸດໝາຍປາຍທາງສຸດທ້າຍ, ຫາກແຕ່ແມ່ນຈຸດເລີ່ມຕົ້ນຂອງການ ແຂ່ງຂັນທີ່ແທ້ຈິງ. ຫາກລັດຖະບານ ສາມາດວາງນະໂຍບາຍທີ່ສົ່ງເສີມ ການຜະລິດພາຍໃນຢ່າງແທ້ຈິງ, ຮັກສາສະຖຽນລະພາບດ້ານເງິນ ຕາໃຫ້ໝັ້ນຄົງ ແລະ ຍົກລະດັບຄຸນ ນະພາບຊັບພະຍາກອນມະນຸດໄດ້ ຢ່າງເປັນຮູບປະທຳ, ສປປ ລາວ ກໍ ຈະສາມາດສ້າງຖານະທີ່ເຂັ້ມແຂງ ແລະ ກາຍເປັນຜູ້ຫລິ້ນທີ່ສຳຄັນໃນ ຕ່ອງໂສ້ການຜະລິດຂອງໂລກໄດ້ ຢ່າງໝັ້ນຄົງ ແລະ ຍືນຍົງ .
RkJQdWJsaXNoZXIy MTc3MTYxMQ==