7392.17

26/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ສຸວັນໂນ ທະລັງສີຸັັີ ໂດຍ: ພຸດທະສິນ ວົງວິໄລທອງຸ ດິ ນົ ງິ ໄ 0= h ]y g]u j ,fh kodko[= ]y sko3]d0v'9u o rkps]a ' 1 xu ma fltot c]t dkoxtdv[lj ;o0v' lxx ]k; g,n v'30' l5 ,.lj -5 dp6 h dkozt]y fgxa oly o7h k c]t ra fmtokrN o4ko37']j k' *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ ສະຖາບັນການຕ່າງປະເທດ (IFA), ັ່ ກະຊວງການຕ່າງປະເທດ, ສປປ ລາວ່ ຂປລ. ປະຊາຄົມໂລກກຳລັງຜະ ເຊີນໜ້າກັບການຜັນແປໄປຢ່າງໄວ ວາ ແລະ ສະຫລັບສັບຊ້ອນ ໂດຍ ຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວ ທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະ ນາ, ວິວັດທະນາການຢ່າງໄວວາ ດ້ານເຕັກໂນໂລຊີ ແລະ ບັນຫາຂ້າມ ຊາດທີ່ນັບມື້ນັບເກີນຂອບເຂດຂີດ ຄວາມສາມາດຂອງປະເທດໃດປະ ເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ ໂດຍລໍາພັງ. ຈາກປັດໄຈເຫລົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນພິຈາ ລະນາຄືນໃໝ່ ກ່ຽວກັບວິທີທີ່ລະບົບ ສາກົນ ຈະສາມາດຮັກສາປະສິດທິ ຜົນ, ແບບກວມລວມ ແລະ ມີຄວາມ ສາມາດຕອບສະໜອງຕໍ່ສະພາບ ແວດລ້ອມສາກົນທີ່ກຳລັງຜັນແປ. ພາຍໃຕ້ສະພາບການດັ່ງກ່າວ, ຂໍ້ລິເລີ່ມດ້ານການບໍລິຫານໂລກ ຫລືGGI (Global Governance Initiative) ຂອງຈີນ ໄດ້ປະກົດ ຂຶ້ນ. ຂໍ້ລິເລີ່ມນີ້ຖືກສະເໜີໂດຍທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໃນເດືອນກັນຍາ 2025 ແລະ ເປັນການພັດທະນາຕໍ່ຍອດແນວ ທາງຂອງຈີນຕໍ່ການຮ່ວມມືສາກົນ, ພາຍຫລັງຂໍ້ລິເລີ່ມການພັດທະນາ ໂລກ (GDI), ຂໍ້ລິເລີ່ມຄວາມໝັ້ນ ຄົງໂລກ (GSI) ແລະ ຂໍ້ລິເລີ່ມອາ ລິຍະທຳໂລກ (GCI). ໃນຂະນະ ທີ່ຂໍ້ລິເລີ່ມເຫລົ່ານັ້ນ ສຸມໃສ່ຂົງເຂດ ການພັດທະນາ, ຄວາມໝັ້ນຄົງ ແລະ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງ ອາລິຍະທຳ, ຂໍ້ ລິເລີ່ມ GGI ໄດ້ແກ້ໄຂບັນຫາທີ່ ກວ້າງຂວາງກວ່ານັ້ນຂອງການ ຮ່ວມມືສາກົນ ແລະ ສະຖາບັນພະ ຫຸພາຄີ ຈະສາມາດປັບຕົວໃຫ້ແທດ ເໝາະຕໍ່ກັບສິ່ງທ້າທາຍໃນປັດຈຸບັນ ໄດ້ແນວໃດ ແລະ ບັນດາປະເທດກຳ ລັງພັດທະນາ ຈະສາມາດເຂົ້າມາ ມີບົດບາດຢ່າງຫ້າວຫັນຫລາຍຂຶ້ນ ໃນຂະບວນການດັ່ງກ່າວໄດ້ແນວ ໃດ. ພາຍຫລັງຜ່ານໄປ 1 ປີ, ຄວາມ ສຳຄັນຂອງ GGI ບໍ່ພຽງແຕ່ແມ່ນ ຫລັກການທີ່ໄດ້ວາງອອກເທົ່ານັ້ນ, ແຕ່ມັນກໍາລັງຖືກຜັນຂະຫຍາຍໄປ ສູ່ການຮ່ວມມື, ໂຄງຮ່າງສະຖາບັນ ແລະ ຜົນໄດ້ຮັບຕົວຈິງ. ຈາກຫລັກການສູ່ການປະຕິບັດັ ກູ່ ກິ ບັດ ຂໍ້ລິເລີ່ມ GGI ຖືກສ້າງຂຶ້ນບົນ ພື້ນຖານ 5 ຫລັກການສໍາຄັນຄື: ຄວາມສະເໝີພາບດ້ານອະທິປະໄຕ, ຫລັກນິຕິທໍາສາກົນ, ລະບົບຫລາຍ ຝ່າຍ, ແນວທາງທີ່ຖືເອົາປະຊາຊົນ ເປັນໃຈກາງ ແລະ ການລົງມືປະຕິ ບັດຕົວຈິງ. ໂດຍລວມແລ້ວ, ຫລັກ ການເຫລົ່ານີ້ໄດ້ປະກອບເຂົ້າກັນ ເປັນຂອບການເຮັດວຽກ ເພື່ອແກ້ໄຂ ການເປັນຕົວແທນ, ການມີສ່ວນຮ່ວມ, ຄວາມເປັນທຳແລະ ປະສິດທິຜົນໃນ ການບໍລິຫານໂລກ. ໃນນີ້, ຄວາມສະ ເໝີພາບດ້ານອະທິປະໄຕ ເນັ້ນໜັກ ເຖິງສິດທິທີ່ເທົ່າທຽມກັນຂອງທຸກ ປະເທດໂດຍບໍ່ຈຳແນກຂະໜາດຫລື ລະດັບການພັດທະນາ ໃນການເຂົ້າ ຮ່ວມວຽກງານສາກົນ. ໃນຂະນະທີ່ ຫລັກນິຕິທໍາສາກົນ ໄດ້ວາງກົດບັດ ສະຫະປະຊາຊາດ ແລະ ກົດໝາຍ ສາກົນ ເປັນສູນກາງຂອງການພົວ ພັນສາກົນ. ສ່ວນລະບົບຫລາຍຝ່າຍ ເນັ້ນໃສ່ການປຶກສາຫາລື, ການຮ່ວມ ມືແລະບົດບາດຂອງອົງການສະຫະ ປະຊາຊາດ (ສປຊ). ສໍາລັບແນວ ທາງທີ່ຖືເອົາປະຊາຊົນເປັນໃຈກາງ ແມ່ນການເຊື່ອມໂຍງຮ່ວມມືສາກົນ ເຂົ້າກັບການພັດທະນາ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນ. ສໍາລັບ ຫລັກການສຸດທ້າຍຂອງ GGI ທີ່ ເປັນການລົງມືປະຕິບັດຕົວຈິງ ແມ່ນ ການເອົາໃຈໃສ່ຕໍ່ການຈັດຕັ້ງປະຕິ ບັດ ແລະ ຜົນໄດ້ຮັບໃຫ້ເປັນຮູບປະ ທຳ. ຈີນໄດ້ສະເໜີຫລັກການເຫລົ່ານີ້ ເພື່ອເປັນການຕອບສະໜອງຕໍ່ກັບ ສິ່ງທີ່ຕົນອະທິບາຍວ່າເປັນ “ການ ຂາດແຄນດ້ານການບໍລິຫານ” (Governance Deficit) ທີ່ນັບ ມື້ນັບເພີ່ມຂຶ້ນ ໃນສະພາບແວດລ້ອມ ສາກົນທີ່ເຕັມໄປດ້ວຍລັດທິຝ່າຍ ດຽວ, ການແບ່ງຂົ້ວ ແລະ ສິ່ງທ້າ ທາຍສາກົນທີ່ນັບມື້ນັບສັບສົນ. ໃນຫລາຍຂໍ້ຂອງຫລັກການ ເຫລົ່ານີ້ ເປັນຕົ້ນແມ່ນຄວາມສະເໝີ ພາບດ້ານອະທິປະໄຕ, ກົດໝາຍສາ ກົນ ແລະ ລະບົບຫລາຍຝ່າຍ ແມ່ນ ໄດ້ຖືກບັນຈຸໄວ້ຢູ່ເແລ້ວໃນຈຸດປະ ສົງ ແລະ ຫລັກການຂອງ ສປຊ. ສະ ນັ້ນ, ຄຳຖາມທີ່ສຳຄັນກວ່ານັ້ນຄື: GGI ຈະສາມາດປະກອບສ່ວນ ເຂົ້າໃນການປັບປຸງການຈັດຕັ້ງປະ ຕິບັດ, ຄວາມເປັນຕົວແທນ ແລະ ປະ ສິດທິຜົນຂອງກົນໄກຫລາຍຝ່າຍທີ່ ມີຢູ່ແລ້ວໄດ້ແນວໃດ?. ສິ່ງນີ້ບໍ່ຈຳ ເປັນຕ້ອງໝາຍເຖິງການປ່ຽນແທນ ສະຖາບັນດັ້ງເດີມທີ່ມີຢູ່ແລ້ວ, ແຕ່ ເປັນການປະກອບສ່ວນທີ່ອາດຈະຢູ່ ໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກທີ່ມີຢູ່ແລ້ວ ພ້ອມທັງ ພັດທະນາຮູບແບບການຮ່ວມມືເພີ່ມ ເຕີມຕໍ່ກັບສິ່ງທ້າທາຍໃໝ່ໆມີຄວາມ ຮຽກຮ້ອງຕ້ອງການ. ຕະຫລອດ 1 ປີຜ່ານມາ, GGI ໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມ ຈາກປະຊາຄົມໂລກເປັນຈໍານວນ ຫລວງຫລາຍ. ອີງຕາມກະຊວງ ການຕ່າງປະເທດແຫ່ງສປຈີນ, ປະ ມານ 160 ປະເທດ ແລະ ອົງການ ຈັດຕັ້ງສາກົນ ໄດ້ສະແດງການສະ ໜັບສະໜູນ ຫລື ມີທ່າທີ່ຕອບຮັບໃນ ທິດທາງບວກຕໍ່ຂໍ້ລິເລີ່ມດັ່ງກ່າວ, ໃນນັ້ນ ຫລາຍກວ່າ 60 ປະເທດ ໄດ້ເຂົ້າຮ່ວມ “ກຸ່ມເພື່ອນມິດຂອງ ການບໍລິຫານໂລກ” (Group of FriendsofGlobal Governance). ກຸ່ມດັ່ງກ່າວໄດ້ມີການສ້າງຕັ້ງຂຶ້ນຢູ່ ນະຄອນນິວຢອກ, ເຊີແນວ ແລະ ວຽນນາ ຊຶ່ງສ້າງເປັນເວທີເພີ່ມເຕີ່ມ ສຳລັບການປຶກສາຫາລືພາຍໃນ ຂອບຫລາຍຝ່າຍທີ່ມີຢູ່ແລ້ວ. ຕົວ ເລກເຫລົ່ານັ້ນ ໄດ້ສະແດງໃຫ້ເຫັນ ຄວາມສົນໃຈຂອງສາກົນໃນລະດັບ ສູງ, ແຕ່ການເຂົ້າຮ່ວມ GGI ບໍ່ໄດ້ ໝາຍຄວາມວ່າທຸກປະເທດຈະມີຄໍາ ເຫັນ ຫລື ເຂົ້າໃຈຕໍ່ຂໍ້ລິເລີ່ມດັ່ງກ່າວ ຄືກັນ. ແຕ່ລະປະເທດເຂົ້າຮ່ວມຂໍ້ລິ ເລີ່ມນີ້ ຈາກຜົນປະໂຫຍດ ແລະ ບຸລິ ມະສິດດ້ານການເມືອງ, ເສດຖະກິດ ແລະ ການພັດທະນາທີ່ແຕກຕ່າງ ກັນ. ສະນັ້ນ, ການປຶກສາຫາລືຢ່າງ ຕໍ່ເນື່ອງຈຶ່ງມີຄວາມສຳຄັນເພື່ອເຮັດ ໃຫ້ປະເທດຕ່າງໆສາມາດແລກປ່ຽນ ທັດສະນະ, ເຂົ້າໃຈຈຸດຢືນຂອງກັນ ແລະ ກັນ ແລະ ຊອກຫາຈຸດຮ່ວມທີ່ ສາມາດຮ່ວມມືກັນໄດ້. ຈີນ ຍັງໄດ້ສົ່ງເສີມການປຶກສາ ຫາລືກ່ຽວກັບການບໍລິຫານໂລກ ຜ່ານເວທີສໍາຄັນຕ່າງໆ ເຊັ່ນ: ກຸ່ມ BRICS ແລະ ອົງການຮ່ວມມືຊຽງ ໄຮ້ (SCO), ໂດຍເນັ້ນໜັກໃສ່ ການຍົກສູງກະບອກສຽງ (Voice) ແລະ ບົດບາດຂອງບັນດາປະເທດ ໃນໂລກໃຕ້ (Global South) ຫລື ກຸ່ມປະເທດກໍາລັງພັດທະນາ. ໃນຂະນະດຽວກັນ, ສາຍພົວພັນລະ ຫວ່າງ GGI ກັບບັນດາສະຖາບັນ ພະຫຸພາຄີທີ່ມີຢູ່ແລ້ວ, ໂດຍສະເພາະ ອົງການ ສປຊ, ຈະຍັງຄົງເປັນສິ່ງ ສຳຄັນທີ່ຕ້ອງພິຈາລະນາ ເມື່ອຂໍ້ລິ ເລີ່ມນີ້ພວມຂະຫຍາຍຕົວ. ຈີນໄດ້ ເນັ້ນວ່າ GGI ຍຶດໝັ້ນຈຸດປະສົງ ແລະ ຫລັກການຂອງກົດບັດອົງ ການ ສປຊ ແລະ ມຸ່ງຫວັງທີ່ຈະເສີມ ສ້າງບົດບາດຂອງອົງການດັ່ງກ່າວ ໃຫ້ເຂັ້ມແຂງຂຶ້ນ. ໃນໄລຍະໜຶ່ງປີທຳອິດນີ້, ຍັງໄດ້ ເຫັນເຖິງຄວາມພະຍາຍາມໃນ ການຜັນຂະຫຍາຍຫລັກການຂອງ GGI ໄປສູ່ກົນໄກທີ່ເປັນຮູບປະທໍາ. ຈີນ ໄດ້ຍົກໃຫ້ເຫັນການຮ່ວມມືໃນ ຫລາຍຂົງເຂດ ລວມທັງການໄກ ເກ່ຍຂໍ້ພິພາດສາກົນ, ຂໍ້ມູນຂ່າວ ສານ, ແລະ ປັນຍາປະດິດ (AI), ໂດຍໄດ້ສ້າງຕັ້ງອົງການໄກ່ເກ່ຍສາ ກົນ(IOMed), ອົງການຂໍ້ມູນໂລກ (World Data Organization) ແລະ ອົງການຮ່ວມມືດ້ານປັນຍາ ປະດິດໂລກ (WAICO). ຄວາມ ຄືບໜ້າເຫລົ່ານີ້ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມທີ່ຈະກ້າວຈາກ ຫລັກການໃນລະດັບກວ້າງ ໄປສູ່ ການຮ່ວມມືດ້ານສະຖາບັນ ແລະ ການຮ່ວມມືໃນພາກປະຕິບັດຕົວ ຈິງ. ເຖິງຢ່າງໃດກໍດີ, ປະສິດທິຜົນ ໃນໄລຍະຍາວຂອງກົນໄກເຫລົ່າ ນີ້ ຈະຂຶ້ນກັບຂີດຄວາມສາມາດ ຂອງສະຖາບັນ, ກົດລະບຽບ, ຊັບ ພະຍາກອນ ແລະ ການຈັດຕັ້ງປະຕິ ບັດ. ດັ່ງນັ້ນ, ໃນໄລຍະຕໍ່ໄປ ຈຶ່ງຈໍາ ເປັນຕ້ອງໃຫ້ຄວາມສົນໃຈ ບໍ່ພຽງ ແຕ່ຕໍ່ຂອບເຂດການເຂົ້າຮ່ວມຈາກ ນາໆປະເທດ, ແຕ່ຍັງຕ້ອງຄຳນຶງ ເຖິງຄວາມສໍາຄັນຂອງລະດັບການ ຮ່ວມມື ສາມາດສ້າງຜົນໄດ້ຮັບຕົວ ຈິງໃນຂົງເຂດທີ່ທຸກຝ່າຍມີຜົນປະ ໂຫຍດຮ່ວມກັນ. ຂໍ້ລິເລີ່ມ GGI ຍັງໄດ້ກາຍມາ ເປັນສ່ວນໜຶ່ງຂອງການວາງແຜນ ນະໂຍບາຍໂດຍລວມຂອງຈີນ. ບົດ ລາຍງານວຽກງານລັດຖະບານ ປີ 2026 ໄດ້ຢືນຢັນຄືນເຖິງການສືບ ຕໍ່ຊຸກຍູ້ ແລະ ບົດບາດຂອງຂໍ້ລິເລີ່ມ ດັ່ງກ່າວ ໃນການປະຕິຮູບ ແລະ ພັດ ທະນາລະບົບການບໍລິຫານໂລກ. ແຜນພັດທະນາ 5 ປີ ຄັ້ງທີ 15 (2026-2030) ໄດ້ວາງຂອບນະ ໂຍບາຍໄລຍະຍາວຊຶ່ງຈະເປັນບ່ອນ ອີງໃຫ້ຂໍ້ລິເລີ່ມນີ້ສາມາດພັດທະນາ ຈາກຫລັກການຊີ້ນຳ ໄປສູ່ແຜນ ງານທີ່ຕໍ່ເນື່ອງ, ການຮ່ວມມືດ້ານ ສະຖາບັນ ແລະ ໝາກຜົນຕົວຈິງ. ຂປລ. ໄລຍະຜ່ານມາ, ອົງການ ປົກຄອງເມືອງໂຂງ ແຂວງຈຳ ປາສັກ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມະຕິ 04/ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ ໂດຍໄດ້ ສຸມໃສ່ 3 ວຽກງານຈຸດສຸມ ເພື່ອ ສ້າງຄວາມເຂັ້ມແຂງພາຍໃນໃຫ້ ກຸ້ມຕົນເອງ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນຊຸກ ຍູ້ດ້ານການຜະລິດແລະກຸ່ມການຜະ ລິດເປັນສິນຄ້າ, ການພັດທະນາພື້ນ ຖານໂຄງລ່າງ ແລະ ຄົມມະນາຄົມ, ການສົ່ງເສີມຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ. ທ່ານ ພອນໄຊ ສັກປະສິດ ຫົວ ໜ້າຫ້ອງວ່າການເມືອງໂຂງ ໄດ້ ລາຍງານໃນກອງປະຊຸມຄົບຄະນະ ບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝທີ IX ເມື່ອບໍ່ດົນມານີ້ວ່າ: ເມືອງໂຂງ ໄດ້ເອົາໃຈໃສ່ຊຸກຍູ້ ການຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງໃຫ້ແກ່ການບໍລິໂພກ ພາຍໃນເມືອງໃຫ້ພຽງພໍ. ປັດຈຸບັນ, ທົ່ວເມືອງໄດ້ສ້າງຕັ້ງກຸ່ມຜະລິດ ທັງໝົດ 33 ກຸ່ມ ແລະ ຮັບຮອງຢ່າງ ເປັນທາງການແລ້ວ 4 ກຸ່ມ ຄື: ກຸ່ມ ປູກພືດຜັກຄົບວົງຈອນ ບ້ານທ່າຄໍ້, ມີສະມາຊິກ 132 ຄົນ, ກຸ່ມລ້ຽງໝູ ບ້ານບຸ່ນນ້ອຍມີສະມາຊິກ124ຄົນ, ກຸ່ມປູກຢາສູບ ບ້ານດອນໂລງ ມີສະ ມາຊິກ 134 ຄົນ, ກຸ່ມຜະລິດເຟີນິ ເຈີແບບຄອບຄົວ ບ້ານຂີ້ນາກ ມີສະ ມາຊິກ 46 ຄົນ. ພ້ອມນັ້ນ, ຍັງຊຸກຍູ້ ສົ່ງເສີມກຸ່ມປູກເຂົ້າແນວພັນຈຳ ນວນ 5 ບ້ານ (ບ້ານກະດັນ, ຫ້ວຍ, ນາ, ຫົວລົບປາກດີ ແລະ ບ້ານທ່າ ໝາກເຫບ), ສ້າງຕັ້ງກຸ່ມປູກພືດຜັກເຮືອນຮົ່ມ 1 ກຸ່ມ ຢູ່ບ້ານດອນ ຫວດ ມີ 8 ຫລັງ, ມີ 9 ຄອບຄົວ, ສາ ມາດປູກຜັກໄດ້ 2 ລະດູ, ມີລາຍຮັບ ສະເລ່ຍ 37 ລ້ານກີບຕໍ່ຄອບຄົວ); ສົ່ງເສີມການລ້ຽງສັດແບບເປັນ ຟາມ 9 ຟາມ (ຟາມລ້ຽງໝູຊີພີ 1 ຟາມ, ຟາມລ້ຽງຂະໜາດນ້ອຍ 5 ຟາມ ແລະ ຟາມລ້ຽງງົວ 3 ຟາມ) ພ້ອມທັງສົ່ງເສີມການລ້ຽງປານິນ ກະຊັງ ຢູ່ບ້ານຫີນສິ່ວ ແລະ ບ້ານ ດົງ (2 ຄອບຄົວ, ມີ 90 ກະຊັງ, ຜະລິດປານິນໄດ້ 63 ໂຕນ, ຄິດເປັນ ມູນຄ່າ 3,46 ຕື້ກີບ) ແລະ ສະຖານີ ເພາະພັນປາ ບ້ານນາ ສາມາດຜະ ລິດລູກປານິນ ເພື່ອຈຳໜ່າຍພາຍ ໃນ ແລະ ສົ່ງຂາຍຕ່າງເມືອງ-ຕ່າງ ແຂວງ ໄດ້ 1 ລ້ານໂຕ. ດ້ານການພັດທະນາພື້ນຖານ ໂຄງລ່າງ ແລະ ຄົມມະນາຄົມ: ເພື່ອ ເຊື່ອມຈອດການສັນຈອນໃຫ້ສະ ດວກສະບາຍ, ວຽກງານພັດທະນາ ພື້ນຖານໂຄງລ່າງ ກໍຖືກຈັດຕັ້ງປະ ຕິບັດຢ່າງຕັ້ງໜ້າ ເຊັ່ນ: ສ້ອມແປງຍົກລະດັບເສັ້ນທາງດິນແດງ ບ້ານ ໂພນວິໄຊ ຍາວ 7,5 ກິໂລແມັດ, ກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານ ພຽງດີ ຍາວ 2,55 ກິໂລແມັດ ມູນຄ່າ 4,9 ຕື້ກີບ ສໍາເລັດປູຢາງ ຊັ້ນ 1, ບ້ານພຽງດີ ຫາບ້ານນາ ກະສັງ ຍາວ 2,1 ກິໂລແມັດ ມູນ ຄ່າ 4,6 ຕື້ກີບ, ປະຕິບັດໄດ້ 80% ສໍາເລັດ ປູຢາງຊັ້ນ 1 ໄດ້ 50%; ກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານ ໂສດ-ນາປາກຽບ ຍາວ 35,5 ກິໂລແມັດ ມູນຄ່າ 115 ຕື້ກີບ, ປະ ຕິບັດໄດ້ 18,91%; ສໍາເລັດການ ສ້ອມແປງທາງດິນແດງ ບ້ານຫົວ ດອນຊ້າງໄພ ແລະ ບ້ານຫາງດອນ ຊ້າງໄພ ມູນຄ່າ 250 ລ້ານກີບ. ພິເສດ, ໂຄງການກໍ່ສ້າງທາງເບ ຕົງ ບ້ານເມືອງແສນ ຫາ ບ້ານກາງ ໂຂງ ຍາວ 8,1 ກິໂລແມັດ, ປະຕິ ບັດໃນໄລຍະທີ 1 ຍາວ 300 ແມັດ, ກວ້າງ 6 ແມັດ, ໜາ 20 ຊັງຕີແມັດ ມູນຄ່າ 1,38 ຕື້ກີບ ແລະ ທາງ ເບຕົງແຕ່ບ້ານຫົວໂຂງ-ບ້ານດົງ ຍາວ 3,1 ກິໂລແມັດ, ປະຕິບັດໄດ້ 30%, ທາງເບຕົງແຕ່ຫົວຂົວບ້ານ ຫ້ວຍ-ວັດບ້ານຫ້ວຍ ຍາວ 500 ແມັດ, ປະຕິບັດໃນໄລຍະທີ 1 ໄດ້ 50% ຂອງມູນຄ່າ ຊຶ່ງລ້ວນແຕ່ ເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການຄົມມະນາຄົມຂອງເມືອງ. ທ່ານ ພອນໄຊ ສັກປະສິດ ກ່າວ ຕື່ມວ່າ: ສ່ວນດ້ານການສົ່ງເສີມຜູ້ ປະກອບການ ແລະ ວິສາຫະກິດ ຂະໜາດນ້ອຍ (SME): ເມືອງ ໂຂງ ຍັງໄດ້ສົ່ງເສີມວິສາຫະກິດ ຂະໜາດນ້ອຍ ໃຫ້ມີຄວາມເຂັ້ມ ແຂງ ເພື່ອສ້າງເປັນເສດຖະກິດ ປາຍແຫລມຂອງເມືອງ, ຜ່ານມາ ສາມາດສ້າງຜົນຜະລິດທີ່ໂດດ ເດັ່ນ ເຊັ່ນ: ການຜະລິດເສັ້ນເຝີ ໄດ້ 1,9 ລ້ານກິໂລກຣາມ (ມູນຄ່າ 53,20 ຕື້ກີບ), ການຜະລິດນ້ຳ ຕານກ້ອນ ໄດ້ 19.000 ກິໂລ ກຣາມ (ມູນຄ່າ 950 ລ້ານກີບ), ສະຫະກອນຜະລິດເຫລົ້າຂາວ ໄດ້ 1.315.000 ຂວດ (ມູນຄ່າ 18,75 ຕື້ກີບ), ສະຫະກອນຈັກ ສານໄມ້ປ່ອງ ບ້ານໂພນສະອາດ ຜະ ລິດໄດ້9ລາຍການ(ກະບຸງ, ກະຕ່າ ໜ້ອຍ, ກະຕ່າໃຫຍ່, ຫວດ, ໂອ- ຂັນ, ໂຄມໄຟ ແລະ ກະຕຸ້ມໃສ່ໄກ່, ມູນຄ່າ 937,08 ລ້ານກີບ) ແລະ ກຸ່ມປຸງແຕ່ງປາ ພັດທະນາຊຸມຊົນ ດອນເຊໂຮງ ຜະລິດໄດ້ 6.950 ກິໂລກຣາມ (ມູນຄ່າ 253 ລ້ານ ກີບ). ພ້ອມນັ້ນ, ຍັງໄດ້ເອົາໃຈ ໃສ່ຊຸກຍູ້ຜູ້ປະກອບການປັບປຸງ ມາດຕະຖານການບໍລິການສະຖານ ທີ່ທ່ອງທ່ຽວ ເຊັ່ນ: ເຮືອນພັກ ແລະ ຮ້ານອາຫານ ໃຫ້ມີຄວາມ ສະອາດສວຍງາມ ເພື່ອດຶງດູດນັກ ທ່ອງທ່ຽວຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==