xtgmf]k; 6 15/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a 7v' 14 s]a ddkoxtrb f8q o0v'7q o]k; ໂດຍ: ແສງສະຫວັນັນ ໂດຍ: ມາລີດາີດ ຂປລ. ຫັດຖະກໍາຕໍ່າແຜ່ນຂອງ ຊົນເຜົ່າກະຕູ ເປັນອີກຜະລິດຕະພັນ ໜຶ່ງ ທີ່ມີເອກະລັກໂດດເດັ່ນສະດຸດ ຕາໃນງານຜະລິດຕະພັນລາວ2026 ທີ່ຈັດຂຶ້ນຢູ່ສູນການຄ້າລາວ-ໄອເຕັກ (ຕຶກອາຄານເກົ່າ) ໃນອາທິດຜ່ານ ມາ, ດ້ວຍເອກະລັກລວດລາຍ, ສີ ສັນທີ່ສວຍງາມ, ຄວາມປານີດຂອງ ເນື້ອແພ ແລະ ການປັກມຸກປະດັບ ປະດາເປັນຮູບພາບຕ່າງໆ ທີ່ພັນລະ ນາເຖິງການດໍາລົງຊີວິດ ແລະ ຮີດ ຄອງປະເພນີອັນດີງາມຂອງຊົນ ເຜົ່ານັ້ນເອງ ຊຶ່ງເຮັດໃຫ້ຜະລິດຕະ ພັນນີ້ສ້າງຄວາມຕື່ນຕາ, ຕື່ນໃຈ ແລະ ດຶງດູດຄວາມສົນໃຈຈາກນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດຢ່າງຫລວງຫລາຍ. ແມ່ ແກັດ ປະຊາຊົນບ້ານຫ້ວຍ sa f4tde8=j kczj ogvdt]a d mk'r6 ,xa opk0v'gzq j kdt86 ຫູນ ເມືອງເລົ່າງາມ ແຂວງສາລະ ວັນ ໄດ້ໃຫ້ສຳພາດວ່າ: ການໄດ້ນໍາ ເອົາຜະລິດຕະພັນຫັດຖະກໍາຕໍ່າ ແຜ່ນ ມາຮ່ວມວາງສະແດງສິນຄ້າ ໃນຄັ້ງນີ້, ຕົນເອງຮູ້ສຶກດີໃຈຫລາຍ ເພາະເປັນໂອກາດສຳຄັນໃຫ້ສັງ ຄົມໄດ້ຮູ້ຈັກ ເຄື່ອງນຸ່ງເອກະລັກ ຂອງເຜົ່າກະຕູຫລາຍຂຶ້ນ, ເຖິງຢ່າງ ໃດກໍຕາມ, ການມາຮ່ວມງານແຕ່ ລະຄັ້ງແມ່ນຈະມີຄ່າໃຊ້ຈ່າຍທີ່ສູງ ຫລາຍ ບໍ່ວ່າຈະເປັນຄ່າເດີນທາງ, ຄ້າຢູ່, ຄ້າກິນ ແລະ ຄ່າເຊົ່າຮ້ານ ວາງສະແດງ ຊຶ່ງລວມກັນແລ້ວ ຕົກ ເປັນເງິນເກືອບ 10 ລ້ານກີບ. ແນວ ໃດກໍຕາມໄລຍະການວາງສະແດງ ເຫັນວ່າບັນຍາກາດການຊື້-ຂາຍ ໃນແຕ່ລະມື້ນັ້ນ ບາງມື້ກໍມີຄວາມ ຄືກຄັກ, ບາງມື້ກໍ່ງຽບເຫງົາ ເຮັດ ໃຫ້ລາຍຮັບບໍ່ໄດ້ຕາມຄາດໝາຍ ເມື່ອທຽບໃສ່ຕົ້ນທຶນສູງ. ພ້ອມນີ້, ເຖິງວ່າຍອດຂາຍຈະບໍ່ໄດ້ຕາມ ຄາດໝາຍ, ແຕ່ກໍຖືເປັນໂອກາດດີ ທີ່ໄດ້ເຜີຍແຜ່ຫັດຖະກໍາຕໍ່າແຜ່ນ ຂອງຊົນເຜົ່າກະຕູ ໃຫ້ສັງຄົມໄດ້ ຮູ້ຈັກຫລາຍຂຶ້ນ ແລະ ເປັນການຕໍ່ ຍອດຕະຫລາດຈໍາໜ່າຍໃນອະນາ ຄົດ ເພາະຖ້າບໍ່ໄດ້ມາງານນີ້ ຜະລິດ ຕະພັນທີ່ປະຊາຊົນຜະລິດ ກໍ່ຈະບໍ່ມີ ບ່ອນຈໍາໜ່າຍ ເຮັດໃຫ້ເຂົ້າເຈົ້າໝົດ ກໍາລັງໃຈໃນການຜະລິດ. ສະນັ້ນ, ຈຶ່ງຝາກເຖິງພັກ-ລັດ ໃຫ້ຊ່ວຍສົ່ງ ເສີມ ແລະ ສະໜັບສະໜູນດ້ານຕະ ຫລາດຈໍາໜ່າຍໃຫ້ຫລາຍຂຶ້ນ ເພື່ອ ເຮັດໃຫ້ປະຊາຊົນ ມີລາຍຮັບເພີ່ມ, ເນື່ອງຈາກວ່າການເຮັດຫັດຖະກໍາ ຕໍ່າແຜ່ນແມ່ນກິດຈະກໍາຍາມວ່າງ ຂອງແມ່ຍິງ ພາຍໃນບ້ານ ເພື່ອສ້າງ ເປັນອາຊີບເສີມໃຫ້ຄອບຄົວ. ການ ຕໍ່າຫູກທໍໄໝ ແລະ ປັກແຊ່ວໝາກ ປັດ ແມ່ນມໍລະດົກທາງພູມປັນຍາທີ່ ສືບທອດກັນມາຈາກຮຸ່ນປູ່ຍ່າຕາ ຍາຍ ຈົນມາຮອດລູກຫລານ ໄດ້ ນໍາເອົາພູມປັນຍາດັ່ງກ່າວມາສ້າງ ລາຍຮັບ, ສ້າງອາຊີບເສີມເພີ່ມຈາກ ການເຮັດໄຮ່, ເຮັດນາ. ແນວໃດກໍ ດີ, ການເຮັດອາຊີບເສີມນີ້ ມັນກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ໃຊ້ ຄວາມປານີດ, ຄວາມອົດທົນໃນການ ຕໍ່າແພ. ນອກນັ້ນແລ້ວ, ກໍຍັງມີຂັ້ນ ຕອນການປັກແຊວໝາກປັດ ທີ່ີສ່ອງ ແສງເຖິງການດໍາລົງຊີວິດ, ຮີດຄອງ ປະເພນີອັນດີງາມຂອງເຜົ່າກະຕູ. ແມ່ ແກັດ ເວົ້າຕື່ມວ່າ: ດັ່ງທີ່ເວົ້າ ໄປຂ້າງເທິງແລ້ວວ່າການເຂົ້າຮ່ວມ ງານໃນແຕ່ໃນຄັ້ງແມ່ນມີຄ່າໃຊ້ ຈ່າຍສູງຫລາຍ. ດັ່ງນັ້ນ, ຈຶ່ງຢາກ ສະເໜີໃຫ້ພັກ-ລັດ ກໍຄືພາກສ່ວນ ກ່ຽວຂ້ອງມີນະໂຍບາຍຊ່ວຍເຫລືອ ດ້ານລາຄາ ແລະ ສະຖານທີ່ຂາຍ ເຄື່ອງທີ່ເໝາະສົມ ເພື່ອໃຫ້ສອດ ຄ່ອງກັບສະພາບເສດຖະກິດໃນ ປັດຈຸບັນ ໂດຍສະເພາະແມ່ນການ ຊ່ວຍເຫລືອຜູ້ປະກອບການທີ່ເດີນ ທາງມາຈາກຕ່າງແຂວງ ທີ່ມີຄ່າ ໃຊ້ຈ່າຍຕົ້ນທຶນສູງກວ່າປົກກະຕິ. ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໄດ້ນຳສະເໜີໄປແລ້ວ ກ່ຽວກັບ ຮີດ 12 ປະເພນີອັນດີງາມ ຂອງລາວ, ມາສະບັບນີ້ສືບຕໍ່ນຳ ສະເໜີກ່ຽວກັບຄອງ 14ຫລັກການ ປະພຶດຕົນຂອງຄົນລາວ. ຄອງ 14 ເປັນຫລັກຄຳສອນ ແລະ ແນວທາງ ປະພຶດປະຕິບັດທີ່ມີມາແຕ່ບູຮານ ໂດຍມີຄອງ 14 ສຳລັບຄົນທົ່ວໄປ ແລະ ຄອງ 14 ສຳລັບພະລາຊາ ໃນ ຄະຕິຄວາມເຊື່ອສະໄໝກ່ອນ. ສຳ ລັບຄອງ 14 ຂອງຄົນໄປທົ່ວແມ່ນ ເນັ້ນໃສ່ໜ້າທີ່ຂອງສະມາຊິກໃນ ຄອບຄົວ, ຄູ່ຜົວເມຍ, ຄົນໃນຊຸມຊົນ ແລະ ການປະຕິບັດຕໍ່ວັດວາອາຮາມ ໂດຍມີຂໍ້ປະພຶດສຳຄັນດັ່ງນີ້: 1. ເມື່ອພືດໂພດເຂົ້າກ້າໝາກ ໄມ້ເປັນຮວງເປັນໝາກມາແລ້ວ ຕົນ ຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ ທານແກ່ທ່ານຜູ້ມີສິນກິນກ່ອນ ແລ້ວ ຕົນຈຶ່ງກິນພາຍລຸນ ແຕ່ປັດຈຸ ບັນບໍ່ ຄ່ອຍປະຕິບັດຕາມແລ້ວ. 2. ຢ່າໂລບລ່າຍຕາຊິງຕາຍ່ອຍ ໃຫ້ນິມົນພະສັງຄະເຈົ້າມາສູນມຸງ ຄຸນເຮືອນ ແລ້ວທຳບຸນໃສ່ບາດ ຖວາຍທານ. 9. ເມື່ອພະສົງມາບິນທະບາດ ນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ ບາດກໍຢ່າໃຫ້ຊູນບາດ ຊູນພິກຂຸສາ ມະເນນ ແລະ ຍາມໃສ່ບາດນັ້ນຢ່າ ໄດ້ໃສ່ເກີບ ກັ້ງຄັນຮົ່ມ, ບໍ່ເອົາຜ້າປົກ ຫົວ, ບໍ່ອູ້ມລູກຫລານ ແລະ ຖືສາດ ຕາວຸດຕ່າງໆ. ຢ່າຈ່າຍເງິນແດງ ຢ່າແປງເງິນ ຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າ ກ້າແຂງໃສ່ກັນ. 3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາ ຮາມແລະ ເຮືອນແຫ່ງຕົນດ້ວຍການ ປຸກຫໍບູຊາເທວະດາໃນສີ່ແຈເຮືອນ. 4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ ຊ່ວຍລ້າຕີນເສຍກ່ອນແລ້ວຈຶ່ງຂຶ້ນ. 5. ເມ່ືອເຖິງວັນສິນ 7-8-1415 ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີ ໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ ອາໄສຢູ່ທຸກເຊົ້າຄໍ່າວັນຄືນ. 6. ເມື່ອຈະເຂົ້ານອນນັ້ນໃຫ້ເອົາ ນ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍ ກ່ອນ ແລ້ວຈຶ່ງເຂົ້ານອນ ຊຶ່ງປັດຈຸ ບັນບໍ່ນິຍົມໃຊ້ແລ້ວ. 7. ເຖິງວັນສິນໃຫ້ເອົາດອກໄມ້ ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸ ໂປສົດພະສົງ ອົງຄະເຈົ້າ ໃຫ້ແຕ່ງ ຂັນດອກໄມ້ທູບທຽນໄປເຄນສັງ ຄະເຈົ້າ. 8. ເຖິງວັນສິນດັບສີນເພັງມາ 10. ເມື່ອພິກຂຸເຂົ້າປະລິວາສະ ກຳຊຳລະເນື້ອຕົວແລ້ວເວລາອອກ ປະລິວາສະກຳໃຫ້ມີຂັນດອກ ໄມ້ ທູບທຽນ ແລະ ເຄື່ອງອັດທະປະລິ ຂານໄປຖວາຍ. 11. ເມື່ອພິກຂຸສັງຄະເຈົ້າກາຍ ມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວ ຈຶ່ງຄ່ອຍເຈລະຈາ. 12. ຢ່າຢຽບເງົາເຈົ້າພິກຂຸສາ ມະເນນ. 13. ຢ່າເອົາອາຫານເງື່ອນ ຂອງຕົນກິນແລ້ວໄປທານໃຫ້ສັງ ຄະເຈົ້າ ແລະ ຢ່າເອົາໄວ້ຄອຍໃຫ້ ຜົວກິນ. 14. ຢ່າເສບກາມມະຄຸນໃນວັນ ສິນ ວັນເຂົ້າວັດສາ, ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່. ຄອງ 14 ເຫລົ່ານີ້ ເປັນຕົວຢ່າງ ຂອງຫລັກປະພຶດທີ່ເນັ້ນຄວາມກະ ຕັນຍູ, ຄວາມສຸພາບ, ຄວາມມີລະ ບຽບວິໄນ, ການເຄົາລົບຜູ້ເຖົ້າຜູ້ແກ່ ແລະ ການສືບສານປະເພນີທາງສາ ສະໜາ. co;mk'dkovvd9kdlt4kotrk[ xtgmffh vpra fmtok0v']k; dh k;0B ol6j la '7q ,oy pq , ໂດຍ: ສຈ ຟາງເວີນ ຄະນະລັດທິີ ນັ ດິ ມາກເລນິນ ມະຫາວິທະຍາໄລຊູໂຈິ ນິ ທູ ໂ ໃນການຫັນເປັນອຸດສາຫະກຳ ແລະ ກົນຈັກ, ພວກເຮົາຕ້ອງຫັນ ປ່ຽນຮູບແບບການຜະລິດຈາກ ການເພິ່ງພາແຮງງານຄົນ ແລະ ສັດ ມາເປັນການນຳໃຊ້ເຄື່ອງຈັກ, ເຕັກໂນໂລຊີ ແລະ ລະບົບດີຈິຕອນ ຢ່າງເຕັມຮູບແບບ, ຕົວຢ່າງ: ການ ນຳໃຊ້ກະສິກຳກົນຈັກ, ການໃຊ້ ໂດຣນໃນການກະສິກຳ ແລະ ການ ສ້າງໂຮງງານປຸງແຕ່ງທັນສະໄໝ ເພື່ອສ້າງມູນຄ່າເພີ່ມ ແລະ ຍົກລະ ດັບຕ່ອງໂສ້ການຜະລິດໃຫ້ມີຄວາມ ສາມາດແຂ່ງຂັນໃນລະດັບສາກົນ. ຄຽງຄູ່ກັນນັ້ນ, ການພັດທະນາ ຊັບພະຍາກອນມະນຸດກໍມີຄວາມ ສຳຄັນຢ່າງຍິ່ງ ເພາະກຳລັງການ ຜະລິດຈະທັນສະໄໝໄດ້ ກໍຕໍ່ເມື່ອມີ ຜູ້ຄວບຄຸມທີ່ຊຳນານງານ. ສະນັ້ນ, ພວກເຮົາຕ້ອງຫັນແຮງງານຂັ້ນຕົ້ນ ໄປສູ່ “ແຮງງານມີສີມື” (Skilled Labor) ຜ່ານການປະຕິຮູບການ ສຶກສາ ແລະ ອາຊີວະສຶກສາຢ່າງ ແທ້ຈິງ ເພື່ອໃຫ້ກຳລັງແຮງງານ ລາວສາມາດຄວບຄຸມເຕັກໂນໂລ ຊີສະໄໝໃໝ່ ແລະ ມີລະບຽບວິໄນ ການເຮັດວຽກຕາມມາດຕະຖານ ອຸດສາຫະກຳສາກົນ . ນອກຈາກນີ້, ຍັງຕ້ອງມີການ ປັບປຸງການພົວພັນການຜະລິດໃຫ້ ສອດຄ່ອງກັບກຳລັງການຜະລິດ ໂດຍການສ້າງຕະຫລາດແຮງງານ ແລະ ຕະຫລາດເຕັກໂນໂລຊີທີ່ທັນ ສະໄໝ, ພ້ອມທັງເປີດກວ້າງເສດ ຖະກິດຫລາຍພາກສ່ວນ ທັງລັດ, ເອກະຊົນ ແລະ ການລົງທຶນຈາກ ຕ່າງປະເທດ ເພື່ອປົດປ່ອຍພະລັງ ການຜະລິດ, ດຶງດູດທຶນຮອນ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວ ໜ້າເຂົ້າມາສູ່ປະເທດ. ເປົ້າໝາຍສູງ ສຸດແມ່ນການສ້າງເສດຖະກິດເອ ກະລາດເປັນເຈົ້າຕົນເອງເພື່ອໃຫ້ສາ ມາດເພິ່ງພາເຕົນເອງເມື່ອສິດທິພິ ເສດທາງການຄ້າ (GSP) ຫລຸດ ລົງ, ໂດຍນຳໃຊ້ໂຄງລ່າງເຊື່ອມ ຈອດເປັນຕົ້ນແມ່ນທາງລົດໄຟລາວ- ຈີນ ໃຫ້ເປັນແຮງຂັບເຄື່ອນຫລັກ ໃນການສົ່ງອອກສິນຄ້າທີ່ໄດ້ມາດ ຕະຖານ ເພື່ອສ້າງພື້ນຖານເສດຖະ ກິດທີ່ເຂັ້ມແຂງ ແລະ ໝັ້ນຄົງ. ການ ຫັນປ່ຽນເຫລົ່ານີ້ ແມ່ນກຸນແຈສຳ ຄັນທີ່ຈະຊ່ວຍໃຫ້ ສປປ ລາວ ກ້າວ ຂ້າມກັບດັກລາຍຮັບປານກາງແລະ ບັນລຸວິໄສທັດການພັດທະນາໃນ ອະນາຄົດໄດ້ຢ່າງສົມບູນ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ
RkJQdWJsaXNoZXIy MTc3MTYxMQ==