7381

xtgmf]k; 6 08/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ 50 -q ogzqj k.o;q '7tokpkfcsj '-kf]k; ໂດຍ: ບຸນນິກຸ ນິ ກ ຂປລ. ຊາດລາວ ເປັນຊາດໜຶ່ງທີ່ ມີປະຫວັດສາດຍາວນານ ແລະ ມີທີ່ ຕັ້ງພູມລຳເນົາຢູ່ໃນພາກພື້ນແຫລມ ອິນດູຈີນ ມາແຕ່ສະໄໝບູຮານ. ຕະ ຫລອດໄລຍະອັນຍາວນານ ປະຊາ ຊົນລາວບັນດາເຜົ່າໄດ້ຮ່ວມກັນ ສ້າງສາປະເທດຊາດ, ສ້າງສັນວັດ ທະນະທຳ, ຮີດຄອງປະເພນີ ແລະ ວິຖີຊີວິດອັນຫລາກຫລາຍຈົນກາຍ ເປັນມໍລະດົກອັນລ້ຳຄ່າຂອງຊາດ. ອີງຕາມການຄົ້ນຄວ້າດ້ານຊົນ ເຜົ່າໃນໄລຍະຜ່ານມາ ເຄີຍມີການ ຈັດແບ່ງປະຊາຊົນລາວອອກເປັນ 3 ກຸ່ມໃຫຍ່ ແລະ ມີຊື່ເອີ້ນກຸ່ມຕ່າງກັນ. ໃນ 3 ກຸ່ມໃຫຍ່ນີ້ປະກອບມີ 68 ເຜົ່າຊົນ, ແຕ່ຍ້ອນມີການສໍາຫລວດ ແລະ ສຶກສາຄົ້ນຄວ້າກ່ຽວກັບຊົນ ເຜົ່າຢູ່ໃນລາວມາຢ່າງຕໍ່ເນື່ອງ ຈຳ ນວນຊົນເຜົ່າກໍມີການປັບປ່ຽນຕາມ ຜົນການຄົ້ນຄວ້າ. ໃນປີ 1985 ມີການລະບຸຈຳນວນ 47 ຊົນເຜົ່າ ແລະ ຕໍ່ມາຜ່ານການຄົ້ນຄວ້າຈັດ ແບ່ງຊື່ເອີ້ນຊົນເຜົ່າຢ່າງເປັນລະ ບົບ, ກອງປະຊຸມຄົ້ນຄວ້າປຶກສາ ຫາລືຊື່ເອີ້ນຂອງເຜົ່າ ໃນ ສປປ ລາວ ວັນທີ 14-15 ສິງຫາ 2000 ໄດ້ກຳນົດຈຳນວນ 49 ເຜົ່າ ແລະ ມີ 4 ໝວດໃຫຍ່ ໂດຍອີງໃສ່ຄວາມ ຄ້າຍຄືກັນທາງດ້ານພາສາ. ຕໍ່ມາ ກອງປະຊຸມສະໄໝສາມັນ ເທື່ອ ທີ 6 ຂອງສະພາແຫ່ງຊາດຊຸດທີ VI ໄດ້ມີມະຕິຕົກລົງສະບັບເລກທີ 213/ສພຊ, ລົງວັນທີ 24 ພະຈິກ 2008 ກ່ຽວກັບການຮັບຮອງຮັບ ເອົາຊື່ເອີ້ນ ແລະ ຈໍານວນຊົນເຜົ່າ ຂປລ. ປັດຈຸບັນການຂາຍຜ່ານ ສື່ອອນລາຍໄດ້ຂະຫຍາຍຕົວ ແລະ ກາຍເປັນອີກໜຶ່ງຊ່ອງທາງສຳຄັນ ຂອງບັນດາຜູ້ປະກອບການຮຸ່ນໃໝ່ ທີ່ມີຄວາມກ້າຫານ, ວິໄສທັດ ແລະ ຄວາມມຸ່ງໝັ້ນ ໃນການສ້າງເສດ ຖະກິດຄອບຄົວ ໃຫ້ມີການເຕີບ ໃຫຍ່ຂະຫຍາຍຕົວຄຽງຄູ່ກັບການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອ ລະກ້າວແລະ ເມື່ອເວົ້າເຖິງນັກທຸລະ ກິດທີ່ມີຊື່ສຽງໃນໂລກອອນລາຍ ແລ້ວ ໜຶ່ງໃນບຸກຄົນທີ່ໂດດເດັ່ນ ແລະ ເປັນແຮງບັນດານໃຈໃນວົງ ການຄ້າຂາຍອອນໄລຂອງລາວ ຕ້ອງຍົກໃຫ້ ທ່ານ ນາງ ດາຫລິວ ມູນນີວົງ ຫລື ທີ່ຮູ້ຈັກກັນດີໃນນາມ “ຕ້າຂາຍຖືກ” ຈາກຈຸດເລີ່ມຕົ້ນ ນ້ອຍໆດ້ວຍຄວາມພະຍາຍາມ ແລະ ຫົວໃຈທີ່ບໍ່ຍອມແພ້, ນາງໄດ້ສ້າງ “8h k0kp4n d” oa dm5 ]tdy fI5j o.\j z6h lh k'vk-u [.sh xt-k-q o ປະກົດການໃໝ່ ໂດຍການຫັນປ່ຽນ ຮ້ານຂາຍເຄື່ອງມືສອງທຳມະດາ ໃຫ້ກາຍເປັນອານາຈັກທຸລະກິດ ອອນລາຍທີ່ເຂັ້ມແຂງ ພ້ອມທັງ ສ້າງວຽກເຮັດງານທຳ ແລະ ອາຊີບ ທີ່ໝັ້ນຄົງໃຫ້ແກ່ຄົນລາວຫລາຍ ກວ່າ 100 ຊີວິດ. ນາງ ດາຫລິວ ມູນນີວົງ ໃຫ້ຮູ້ ວ່າ: ເສັ້ນທາງທຸລະກິດນີ້ບໍ່ໄດ້ປູ ດ້ວຍກີບກຸຫລາບ ແລະ ບໍ່ໄດ້ເລີ່ມ ຕົ້ນຈາກການເປັນນັກທຸລະກິດທີ່ມີ ທຶນຮອນມະຫາສານ, ແຕ່ເລີ່ມຈາກ ການເປັນແມ່ຄ້າທຳມະດາຄົນໜຶ່ງທີ່ ເລີ່ມຕົ້ນຂາຍໂສ້ງມືສອງມາຕັ້ງແຕ່ ປີ2015 ເປັນຕົ້ນມາ ຈຶ່ງເຮັດໃຫ້ຕົນ ເອງໄດ້ສຶກສາຮຽນຮູ້ເລື່ອງຜະລິດ ຕະພັນ, ຕະຫລາດ ແລະ ການບໍລິ ການຢ່າງເລິກເຊິ່ງ ຈົນສາມາດພັດ ທະນາ ແລະ ເຕີບໃຫຍ່ຢ່າງກ້າວກະ ໂດດໃນປີ 2019 ຈາກການຂາຍ ດ້ວຍໂຕເອງຄົນດຽວ ໄດ້ກາຍມາ ເປັນການສ້າງລະບົບທຸລະກິດ ແລະ ການບໍລິຫານທີມງານຢ່າງມືອາ ຊີບ, ຖ່າຍທອດບົດຮຽນການບໍລິ ຫານ; ລະບົບແລະທີມງານຄືຫົວໃຈ ຂອງຄວາມຍືນຍົງໃນການດຳເນີນທຸ ລະກິດ, ຫົວໃຈຂອງການຂະຫຍາຍ ທຸລະກິດຈຶ່ງແມ່ນການ “ປ່ຽນຈາກ ການໃຊ້ແຮງຕົນເອງ ມາເປັນການ ສ້າງທີມ ແລະ ວາງລະບົບທີ່ຊັດ ເຈນ “ຄວາມພູມໃຈຂອງຂ້ອຍໃນ ມື້ນີ້ ບໍ່ແມ່ນພຽງແຕ່ຍອດຂາຍທີ່ ເຕີບໂຕ, ແຕ່ແມ່ນການທີ່ທຸລະກິດ ສາມາດເດີນໜ້າຕໍ່ໄດ້ດ້ວຍລະບົບ ແລະ ທີມງານທີ່ຮ່ວມແຮງຮ່ວມໃຈ ກັນ, ຍອດຂາຍອາດຈະສໍາຄັນ, ແຕ່ ລະບົບທີ່ເຮັດໃຫ້ເຮົາຂາຍໄດ້ຢ່າງ ຍືນຍົງ ແລະ ການໄດ້ສ້າງອາຊີບ ໃຫ້ຄົນລາວກວ່າ 100 ຊີວິດນັ້ນ ສຳຄັນຍິ່ງກວ່າ”. ນາງ ດາຫລິວ ເວົ້າຕື່ມວ່າ: ປັດ ຈຸບັນຄົນຮຸ່ນໃໝ່ມີສັກກະຍາພາບ ສູງ, ມີຄວາມກ້າຫານໃນການຂາຍ ແລະ ກ້າທີ່ຈະແຂ່ງຂັນ. ແນວໃດກໍ່ ຕາມ, ບັນຫາສຳຄັນແມ່ນແຫລ່ງ ທຶນ ທີ່ຍັງມີຂໍ້ຈຳກັດ. ສະນັ້ນ, ຈຶ່ງ ຝາກຂໍ້ຄິດເຖິງພາກສ່ວນກ່ຽວຂ້ອງ ຢາກໃຫ້ມີນະໂຍບາຍສົ່ງເສີມ, ສະ ໜັບສະໜູນແຫລ່ງທຶນ ແລະ ແນະ ນຳການບໍລິຫານຈັດການທີ່ດີໃຫ້ ແກ່ນັກຂາຍຮຸ່ນໃໝ່ ເພື່ອໃຫ້ອາຊີບ ນີ້ເຕີບໃຫຍ່ຂະຫຍາຍຕົວຢ່າງມີທິດ ທາງ ເພາະເຊື່ອໝັ້ນວ່າ ຖ້າມີລະບົບ ທີ່ເອື້ອອຳນວຍ, ຜູ້ປະກອບການ ລາວຈະສາມາດກ້າວໄປແຂ່ງຂັນ ໃນເວທີສາກົນໄດ້ຢ່າງແນ່ນອນ. ສຸດທ້າຍນີ້, ຂໍຂອບໃຈຢ່າງເລິກ ເຊິ່ງຕໍ່ລູກຄ້າທຸກໆທີ່ໃຫ້ການສະ ໜັບສະໜູນ ແລະ ໄວ້ວາງໃຈມາ ໂດຍຕະຫລອດເນັ້ນຢ້ຳວ່າ ທຸກໆ ການສັ່ງຊື້, ທຸກຄຳແນະນຳ ແລະ ແມ່ນແຕ່ຄຳຕຳນິຕິຊົມລ້ວນແຕ່ເປັນ ແຮງຜັກດັນອັນມີຄ່າ ທີ່ເຮັດໃຫ້ຕົນ ເອງ ແລະ ທີມງານບໍ່ຢຸດທີ່ຈະພັດທະ ນາທຸລະກິດໃຫ້ດີຂຶ້ນເລື້ອຍໆ ເພື່ອ ຮັບໃຊ້ສັງຄົມລາວຢ່າງຍືນຍົງ. ໃນ ສປປ ລາວ ວ່າ: ມີພຽງຊາດ ດຽວເອີ້ນວ່າຊາດລາວ ແລະ ມີ 49 ຊົນເຜົ່າ ຊຶ່ງບາງຊົນເຜົ່າຍັງປະ ກອບມີຫລາຍແຊງຕື່ມອີກ ໄດ້ຈັດ ຕາມ 4 ໝວດພາສາຄື: ໝວດພາສາ ລາວ-ໄຕ ມີ 8 ຊົນເຜົ່າ, ໝວດ ພາສາມອນ-ຂະແມມີ 32 ຊົນເຜົ່າ, ໝວດພາສາມົ້ງ-ອີວມຽນ ມີ 2 ຊົນເຜົ່າ ແລະ ໝວດພາສາຈີນ-ຕີ ເບດ ມີ 7 ຊົນເຜົ່າ ແລະ ໃນວັນທີ 5 ທັນວາ 2018, ກອງປະຊຸມສະພາ ແຫ່ງຊາດ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງ ຊຸດທີ VIII ໄດ້ ຕົກລົງຮັບຮອງເອົາຊົນເຜົ່າບຣູ ເຂົ້າເປັນຊົນເຜົ່າໃນລາວຕື່ມອີກຊົນ ເຜົ່າໜຶ່ງ ຊຶ່ງຈັດຢູ່ໃນໝວດພາສາ ມອນ-ຂະແມ ລວມເປັນ 33 ຊົນ ເຜົ່າ. ດັ່ງນັ້ນ, ໃນປັດຈຸບັນຊົນເຜົ່າ ໃນລາວລວມທັງໝົດມີ 50 ຊົນເຜົ່າ. ໝວດພາສາລາວ-ໄທ (ໄຕ): ເປັນກຸ່ມຊົນ ເຜົ່າທີ່ມີພາສາ ແລະ ວັດ ທະນະທຳຫລາຍດ້ານຄ້າຍຄືກັນ. ເຜົ່າລາວ-ໄທ ແມ່ນພາກສ່ວນໜຶ່ງ ຣາ, ກະຕູ, ຮາຣັກ, ໂອຍ, ກຣຽງ, ເຈັງ, ສະດາງ, ຊ່ວຍ, ຍະເຫີນ, ວະລີ, ປະໂກະ, ຂະແມ, ຕຸ້ມ, ງວນ, ມ້ອຍ, ກຣີ ແລະ ຊົນເຜົ່າບຣູ. ໝວດພາສາຈີນ-ຕີເບດ: ບັນດາ ເຜົ່າໃນໝວດພາສາຈີນ-ຕີເບດ ປະ ກອບດ້ວຍ 7 ຊົນເຜົ່າຄື: ຊົນເຜົ່າ ອາຄາ, ພູນ້ອຍ, ລາຫູ, ສີລາ, ຮາຢີ, ໂລໂລ ແລະ ຊົນເຜົ່າຫໍ້. ຊົນເຜົ່າທັງ 7 ທີ່ກ່າວມາຂ້າງ ເທິງນີ້ມາພາສາປາກເວົ້າສະເພາະ, ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ທີ່ເປັນເອກະລັກປະ ຈໍາເຜົ່າຢ່າງຫລວງຫລາຍເຜົ່າ ຕ່າງໆໃນໝວດພາສາຈີນ-ຕີເບດ ມີ ຕົ້ນກຳເນີດ ແລະ ທີ່ຢູ່ດັ້ງເດີມແມ່ນ ປະເທດຈີນ. ໝວດພາສາມົ້ງ-ອິວມຽນ: ຊົນ ເຜົ່າໃນໝວດພາສາມົ້ງ-ອິວມຽນ ປະກອບດ້ວຍ 2 ຊົນເຜົ່າຄື: ຊົນ ເຜົ່າມົ້ງ ແລະ ຊົນເຜົ່າອິວມຽນ, ແຕ່ ຊົນເຜົ່າກໍຍັງມີແຊກ ຫລື ຂະແໜງ ຍ່ອຍອອກໄປອີກເຊັ່ນ: ຊົນເຜົ່າມົ້ງ ມີ: ມົ້ງຂາວ, ມົ້ງລາຍ ແລະ ມົ້ງດໍາ; ຊົນເຜົ່າອິວມຽນມີ: ເຜົ່າອິວມຽນ, ເຜົ່າແລນແຕ, ເຜົ່າຢ້າວຂາວ ແລະ ເຜົ່າຢ້າວຜົນໄໝແດງເປັນຕົ້ນ. ເຜົ່າ ມົ້ງ ແລະ ເຜົ່າອິວມຽນມີພາສາ ປາກເວົ້າທີ່ແຕກຕ່າງກັນ ມີວັດທະ ນະທໍາ, ຮີດຄອງປະເພນີ, ຄວາມ ເຊື່ອຖື...ຊົນເຜົ່າມົ້ງໄດ້ເຄື່ອນຍ້າຍ ມາຈາກຕີເບດ, ຊີບີລີ ແລະ ມົງໂກລີ ເຂົ້າມາຈີນແລ້ວເຂົ້າມາສູ່ລາວ, ຫວຽດນາມ ແລະ ໄທ ເມື່ອປະມານ ສະຕະວັດທີ XIX. ສ່ວນຊົນເຜົ່າ ອິວມຽນ ມີຖິ່ນກໍາເນີດຢູ່ຕອນກາງ ປະເທດຈີນ ແລ້ວເຄື່ອນຍ້າຍລົງມາ ພາກໃຕ້ເຂົ້າສູ່ຫວຽດນາມ, ລາວ ແລະ ໄທ. ໂດຍລວມແລ້ວ, ຄວາມຫລາກ ຫລາຍຂອງ 4 ໝວດພາສາ ແລະ ບັນດາຊົນເຜົ່າໃນລາວ ບໍ່ແມ່ນອຸປະ ສັກ ແຕ່ເປັນຄຸນຄ່າອັນສຳຄັນຂອງ ຊາດ. ພາສາ, ຮີດຄອງ, ປະເພນີ, ສິລະປະ, ວັດທະນະທຳ ແລະ ວິຖີ ຊີວິດອັນຫລາກຫລາຍ ລ້ວນແຕ່ ເປັນສ່ວນປະກອບໃຫ້ເອກະລັກ ຂອງຊາດລາວມີຄວາມໂດດເດັ່ນ. ສະນັ້ນ ການສືບສານ, ອະນຸລັກ ແລະ ສົ່ງເສີມມໍລະດົກຂອງບັນດາ ເຜົ່າ ຈຶ່ງເປັນພາລະໜ້າທີ່ສຳຄັນ ຂອງຄົນລາວທຸກຮຸ່ນ ເພື່ອໃຫ້ຄຸນ ຄ່າອັນດີງາມເຫລົ່ານີ້ຢູ່ຄຽງຄູ່ຊາດ ລາວຕໍ່ໄປ. ຂອງເຊື້ອສາຍອາຊີໃຕ້, ບັນດາເຜົ່າ ລາວ-ໄທ ໄດ້ເຂົ້າມາຢູ່ດິນແດນ ນີ້ແຕ່ດົນນານແລ້ວ. ໄລຍະຜ່ານ ມາພວກເຮົາເຄີຍເອີ້ນວ່າ: “ລາວ ລຸ່ມ”. ມາຮອດສະຕະວັດທີ VIII ບັນດາເຜົ່າລາວ-ໄທ ໄດ້ກ້າວເຂົ້າ ສູ່ຖານະເປັນເຈົ້າປົກຄອງດິນແດນ ແຫ່ງນີ້ຢ່າງສິ້ນເຊີງ, ໂດຍແມ່ນ ຂຸນລໍ ເປັນເຈົ້າຊີວິດອົງທໍາອິດ ຂອງລາວຢູ່ເມືອງຊວາ. ໝວດນີ້ ປະກອບມີ 8 ຊົນເຜົ່າເຊັ່ນ: ເຜົ່າ ລາວ, ໄຕ, ຜູ້ໄທ, ລື້, ຍວນ, ຢັ້ງ, ແຊກ ແລະ ເຜົ່າໄທເໜືອ. ບັນດາເຜົ່າທີ່ກ່າວມາຂ້າງເທິງ ນີ້ມີພາສາປາກເວົ້າ, ຮີດຄອງປະ ເພນີ, ສິລະປະວັດທະນະທໍາ ແລະ ຄວາມເຊື້ອຖື...ທີ່ແຕກຕ່າງກັນ, ແຕ່ ກໍມີລັກສະນະທີ່ຄ້າຍຄືກັນເປັນຕົ້ນ ສາມາດເຂົ້າໃຈພາສາກັນໄດ້, ສາ ມາດຄົບຄ້າສະມາຄົມ, ສົນທະນາ ເຊິ່ງກັນ ແລະ ກັນ. ບັນດາຊົນເຜົ່າ ໃນໝວດພາສາລາວ-ໄທ ສ່ວນ ຫລາຍແມ່ນເຄື່ອນຍ້າຍມາຈາກ ແຂວງເຫງ້ອານປະເທດຫວຽດນາມ. ໝວດພາສາມອນ-ຂະແມ: ບັນດາເຜົ່າໝວດພາສາມອນ-ຂະ ແມ ເປັນອີກໜຶ່ງກຸ່ມສໍາຄັນໃນພົນ ລະເມືອງຂອງລາວເຮົາ. ໃນໄລຍະ ຜ່ານມາເຄີຍເອີ້ນເຜົ່ານີ້ວ່າ: “ລາວ ເທິງ ຫລື ລາວກາງ” ເຂົາເຈົ້າເປັນ ຄົນເດີມ ໄດ້ທໍາມາຫາກິນໃນແຜ່ນ ດິນລາວ ແລະ ຢູ່ຫລາຍແຫ່ງໃນ ເຂດອາຊີຕາເອັນອອກສ່ຽງໃຕ້ນີ້ມາ ແຕ່ດຶກດໍາບັນ. ບັນດາເຜົ່າເລົ່ານີ້ໄດ້ ສ້າງພື້ນຖານວັດທະນະທໍາອັນເກົ່າ ແກ່, ລືຊື່ ແລະ ມະຫັດສະຈັນ ເຊັ່ນ: ທາດເສົາຫີນທີ່ປາກອູແຂວງຫລວງ ພະບາງ, ວັດພູທີ່ແຂວງຈຳປາສັກ, ຈຸ່ມຫລັກຫີນ ເຂດເມືອງເປິນແຂວງ ຫົວພັນ, ໄຫຫີນຊຽງຂວາງ, ຄອງ ລາງ ແລະ ຄອງບັ້ງ. ໝວດນີ້ປະກອບມີ 33 ຊົນເຜົ່າ ຄື: ຊົນເຜົ່າ ກຶມມຸ, ໄປຣ, ຊິງມຸນ, ຜ້ອງ, ແທ່ນ, ເອິດຸ, ບິດ, ລະເມດ, ສາມຕ່າວ, ກະຕາງ, ມະກອງ, ຕຣີ, ຢຣຸ, ຕຣຽງ, ຕະໂອ້ຍ, ແຢະ, ເບີ

RkJQdWJsaXNoZXIy MTc3MTYxMQ==