02/10/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປະເມີນການຈັດຕັ້ງ...ີັັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮອງລັດຖະມົນຕີ...ັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ g8u I;k fy ocfocsj 'g7nj v'xA ofy ogzq klu 0k; ໃນໄລຍະຜ່ານມາ ໄດ້ມີການອອກ ລັດຖະບັນຍັດວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ແລະ ວັດຖຸ ມີຄ່າ ສະບັບເລກທີ 01/ສປປ, ລົງ ວັນທີ 09 ສິງຫາ 2002 ແລະ ປັບປຸງໃນປີ 2008. ຕໍ່ມາໄດ້ຍົກ ລະດັບລັດຖະບັນຍັດດັ່ງກ່າວຂຶ້ນ ເປັນກົດໝາຍ ຄື: ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປີ 2014 ແລະ ໄດ້ປັບປຸງ ໃນປີ 2022. ສະນັ້ນ, ເພື່ອຈັດຕັ້ງ ປະຕິບັດກົດໝາຍສະບັບດັ່ງກ່າວ ໃຫ້ມີປະສິດພາບ ແລະ ປະສິດທິຜົນ ສູນມີພະນັກງານລັດຖະກອນທັງ ໝົດ 17 ທ່ານ, ຍິງ 7 ທ່ານ ແລະ ໄດ້ສຸມໃສ່ 4 ຂະແໜງຫລັກ ຄື: ຂະ ແໜງບໍລິຫານ ແລະ ແຜນການ, ຂະ ໃນປີ 2023, ລັດຖະບານ ຈຶ່ງໄດ້ອະ ນຸມັດສ້າງກົມຄຸ້ມຄອງເງິນຕາຕ່າງ ປະເທດ ເພື່ອເຮັດໜ້າທີ່ເປັນເສນາ ທິການ ໃນການຄົ້ນຄວ້ານະໂຍ ບາຍ, ນິຕິກໍາ, ຄົ້ນຄວ້າອະນຸຍາດ ກ່ຽວກັບການນໍາໃຊ້ ແລະ ການດໍາ ເນີນທຸລະກໍາກ່ຽວກັບເງິນຕາຕ່າງ ປະເທດ, ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ເງິນຕາຕ່າງປະເທດ, ພ້ອມທັງໄດ້ ຄົ້ນຄວ້າຜັນຂະຫຍາຍນິຕິກໍາໃຕ້ ກົດໝາຍ ໃຫ້ເປັນອັນລະອຽດແຕ່ ລະວຽກງານ ຈຳນວນ 28 ສະບັບ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຮັບຟັງ, ທໍາຄວາມ ເຂົ້າໃຈ, ມີການປະກອບຄໍາຄິດຄໍາ ເຫັນ ແລະ ສົນທະນາແລກປ່ຽນປຶກ ສາຫາລືບັນຫາຕ່າງໆ ແລະ ເຮັດໃຫ້ ກອງປະຊຸມບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ຫ້ອງການ ທຫລ ແໜງປູກຝັງ,ຂະແໜງລ້ຽງສັດແລະ ຂະແໜງວິໄຈພືດ. ຄຽງຄູ່ກັນນັ້ນ, ຍັງໄດ້ດຳເນີນວຽກງານຝຶກອົບຮົມ, ຖ່າຍທອດເຕັກນິກ ແລະ ສົ່ງເສີມ ການຮ່ວມມືທັງພາຍໃນ ແລະ ສາ ກົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ ແກ່ກະສິກອນ ແລະ ກຸ່ມຜູ້ຜະລິດ ໃນແຂວງພາກເໜືອ ແລະ ພາກ ກາງຈຳນວນໜຶ່ງ. ໂອກາດນີ້, ທ່ານໄຊນະຄອນອິນ ທະວົງ ໄດ້ມີຄຳເຫັນຊີ້ນຳ ໂດຍເນັ້ນ ໃຫ້ຄະນະນຳ ແລະ ພະນັກງານວິຊາການຂອງສູນ ສືບຕໍ່ເອົາໃຈ ໃສ່ປະຕິບັດໜ້າທີ່ການເມືອງຂອງ ປະສິດທິພາບໃນການປະຕິບັດໜ້າ ທີ່ພາຍໃນສູນໃຫ້ດີຂຶ້ນກວ່າເກົ່າ. ພ້ອມກັນນີ້, ທ່ານຮອງລັດຖະ ມົນຕີ ພ້ອມຄະນະ ກໍໄດ້ຢ້ຽມຊົມ ຫ້ອງວິໄຈ ເພື່ອຕິດຕາມແຜນການ ເຄື່ອນໄຫວ ແລະ ການຝຶກອົບຮົມ ວິໄຈສານພິດຕົກຄ້າງດ້ວຍເຕັກນິກ GC-MS ຢ່າງໃກ້ຊິດ ຊຶ່ງຈັດຂຶ້ນ ສຳລັບພະນັກງານ-ວິຊາການຈາກ ສູນສາທິດ ແລະ ບໍລິການເຕັກນິກ ກະສິກຳຮ່ວມມືລາວ-ຈີນ ແລະ ສູນ ປ້ອງກັນພືດ. ນອກຈາກນີ້, ຍັງໄດ້ ໄປຢ້ຽມຊົມຈຸດຕ່າງໆພາຍໃນສູນ ເປັນຕົ້ນ ຕິດຕາມເຕັກນິກການປູກ ພືດໃນເຮືອນຮົ່ມ ແລະ ສ່ວນສາທິດ ເຊັ່ນ: ການປູກຜັກປອດສານພິດ ແລະ ພືດຜັກຕາມລະດູການ, ຢ້ຽມ ຊົມເຂດສາທິດການລ້ຽງງົວ, ໝູ, ແບ້, ແກະ, ໜອງປາ ແລະ ສັດປີກ, ພ້ອມທັງຕິດຕາມກົນໄກການບໍລິ ການວິໄຈ ແລະ ການຖ່າຍທອດເຕັກ ນິກວິຊາການກະສິກຳຕົວຈິງ ຕື່ມອີກ. ຂ່າວ-ພາບ: ອະພິເດດ ແສງດາລາ ຕົນຢ່າງໜັກແໜ້ນ; ຮຽກຮ້ອງໃຫ້ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດຂອງພະ ນັກງານ-ວິຊາການ ໃຫ້ກາຍເປັນ ຜູ້ຊຳນານງານຢ່າງແທ້ຈິງ; ພ້ອມ ທັງແນະນຳໃຫ້ມີການຂຶ້ນແຜນງົບ ປະມານຢ່າງເປັນລະບົບ ເພື່ອຈັດ ຕັ້ງການຝຶກອົບຮົມ ແລະ ຖ່າຍທອດ ເຕັກນິກວິຊາການດ້ານການປູກຝັງ ແລະ ລ້ຽງສັດ ໃຫ້ແກ່ພະນັກງານ ແລະ ກະສິກອນ. ທັງນີ້, ກໍເພື່ອໃຫ້ ເຂົາເຈົ້າສາມາດນຳໄປໝູນໃຊ້ເຂົ້າ ໃນການຜະລິດຕົວຈິງຢ່າງກວ້າງ ຂວາງ ແລະ ຫັນໄປສູ່ການກຸ້ມຕົນ ເອງໄດ້ຫລາຍຂຶ້ນ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ມອບ ອຸປະກອນໄອທີ ປະກອບມີ: ຄອມ ພິວເຕີ ແລະ ເຄື່ອງພິມ (Printer) ຈຳນວນ 1 ຊຸດ, ພ້ອມດ້ວຍເງິນຊຸກ ຍູ້ຈຳນວນໜຶ່ງໃຫ້ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມື ລາວ-ຈີນ ເພື່ອເປັນທຶນຮອນ ແລະ ອຸປະກອນຮັບໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານວິຊາສະເພາະ, ປັບ ປຸງວຽກງານບໍລິຫານ ແລະ ຍົກສູງ ຂປລ.ໃນທ່າມກາງສາຍພູສູງ ແລະ ປ່າໄມ້ຂຽວສົດງົດງາມຂອງ ແຂວງຟູຈ້ຽນ, ມີເມືອງໜຶ່ງທີ່ໄດ້ນຳ ເອົາດິນຈາກທຳມະຊາດມາສ້າງ ເປັນງານສິລະປະ ແລະ ສົ່ງຕໍ່ຊື່ ສຽງໄປຫລາຍພາກພື້ນຂອງໂລກ. ນັ້ນຄື “ເຕີຮວາ”(Dehua) ເມືອງ ເກົ່າແກ່ອາຍຸນັບພັນປີ ທີ່ໂດດເດັ່ນ ດ້ານການຜະລິດເຄື່ອງປັ້ນດິນເຜົາ ສີຂາວ ແລະ ໄດ້ຮັບການຂະໜານ ນາມວ່າ: “ນະຄອນເຄື່ອງປັ້ນດິນ ເຜົາໂລກ”. ເຄື່ອງປັ້ນເຕີຮວາ ມີເອກະລັກ ຢູ່ທີ່ສີຂາວນວນ ພື້ນຂອງເຄື່ອງ ປັ້ນທີ່ຂາວນວນ ແລະ ຄ້າຍຄືຫຍົກ ແລະ ງາຊ້າງ. ດ້ວຍຄຸນລັກສະນະ ດັ່ງກ່າວຜົນງານຈາກ ເຕີຮວາ ຈຶ່ງ ເປັນທີ່ຮູ້ຈັກໃນນາມ “ງາຊ້າງສີ ຂາວ” ແລະ “ສີຂາວຈີນ”. ຄວາມ ງາມຂອງເຄື່ອງປັ້ນເຫລົ່ານີ້ບໍ່ໄດ້ ເກີດຈາກຮູບຮ່າງພຽງຢ່າງດຽວ, ແຕ່ເປັນຜົນຈາກວັດຖຸດິບ, ຂະບວນ ການຜະລິດ, ຄວາມຮ້ອນຈາກເຕົາ ເຜົາ ແລະ ສີມືຂອງຊ່າງທີ່ສືບ ທອດກັນມາຫລາຍຮຸ່ນຄົນ. ນອກ ຈາກຊື່ສຽງດ້ານເຄື່ອງປັ້ນແລ້ວ, ເຕີຮວາ ຍັງມີທຳມະຊາດອັນອຸດົມ ສົມບູນ. ພູຕ້າຍຢຸນ (Daiyun Mountains) ມີຄວາມສູງເຖິງ 1.856 ແມັດ ແລະ ໄດ້ຮັບສາຍ ຍາວ່າ: “ຫລັງຄາຂອງຟູຈ້ຽນຕອນ ກາງ”, ມີປ່າໄມ້ປົກຄຸມຫລາຍກວ່າ 79% ຂອງພື້ນທີ່ ແລະ ເປັນແຫລ່ງ ນ້ຳສຳຄັນຂອງແມ່ນ້ຳໝິນຈຽງ ແລະ ຈິນຈຽງ. ເມື່ອເຂົ້າໄປໃນໂຮງງານ, ຫ້ອງ ສະແດງ ແລະ ຫ້ອງເຮັດວຽກຂອງ ຊ່າງສີມື, ຈະເຫັນວ່າ ເຄື່ອງປັ້ນ ເຕີຮວາ ບໍ່ແມ່ນພຽງສິນຄ້າ, ແຕ່ ເປັນພາສາໜຶ່ງຂອງສິລະປະ ແລະ ວັດທະນະທຳ. ສິລະປະການແກະ ສະຫລັກເຄື່ອງປັ້ນມີຮາກຖານອັນ ຍາວນານ, ໂດຍສະເພາະຜົນງານ ຂອງ ເຫີເຈົາຈົງ (HeChaozong) ຊ່າງສິລະປະຄົນສຳຄັນໃນສະໄໝ ລາຊະວົງໝິງ ທີ່ມີຊື່ສຽງຈາກຮູບ ປັ້ນອັນອ່ອນຊ້ອຍ, ລະອຽດປານີດ ແລະ ສື່ອາລົມຄວາມງາມໄດ້ຢ່າງ ເລິກເຊິ່ງ. ມໍລະດົກແຫ່ງນີ້ບໍ່ໄດ້ຢຸດຢູ່ກັບ ອະດີດ, ຊ່າງສີມືລຸ້ນໃໝ່ຍັງສືບຕໍ່ ຮັກສາເຕັກນິກດັ້ງເດີມພ້ອມນຳເອົາ ເຕັກໂນໂລຊີ, ການອອກແບບສະ ໄໝໃໝ່ ແລະ ແນວຄິດສ້າງສັນເຂົ້າ ມາປະສົມປະສານ. ການສືບຕໍ່ໃນ ຮູບແບບນີ້ ຊ່ວຍໃຫ້ມໍລະດົກເຄື່ອງ ປັ້ນເຕີຮວາຍັງຄົງມີບົດບາດໃນຍຸກ ສະໄໝໃໝ່. ສື່ມວນຊົນຈາກອາຊຽນຫລາຍ ກວ່າ 20 ຄົນ ທີ່ເຂົ້າຮ່ວມ “ໂຄງ ການຝຶກອົບຮົມສື່ມວນຊົນອາຊຽນ ທີ່ຈີນຜ່ານແຂວງຟູຈ້ຽນ” ໄດ້ເດີນ ທາງໄປຢ້ຽມຢາມເຕີຮວາ ໃນລະ ຫວ່າງວັນທີ 14-29 ກັນຍາ 2026 ທີ່ຜ່ານມາ. ການຢ້ຽມຢາມຄັ້ງນີ້, ບໍ່ພຽງແຕ່ເປັນການສຳຜັດບ່ອນ ຜະລິດເຄື່ອງປັ້ນທີ່ມີຊື່ສຽງ, ແຕ່ ຍັງເປັນໂອກາດໃນການເຫັນຄວາມ ສຳພັນລະຫວ່າງ ທຳມະຊາດ, ວັດ ທະນະທຳ, ປະຫວັດສາດ ແລະ ສີມື ຂອງມະນຸດ. ສິ່ງທີ່ປະທັບໃຈທີ່ສຸດ ອາດບໍ່ແມ່ນຄວາມຂາວຂອງເຄື່ອງ ປັ້ນ ຫລື ຄວາມປານີດຂອງຮູບປັ້ນ ແຕ່ແມ່ນຄວາມຮູ້ສຶກວ່າ ກຳລັງໄດ້ ສຳຜັດກັບບາງສິ່ງທີ່ເກົ່າແກ່ ແຕ່ຍັງ ມີຊີວິດຢູ່. ເບື້ອງໜ້າອາດເປັນພຽງ ເຄື່ອງປັ້ນດິນເຜົາສີຂາວທີ່ເບິ່ງບາງ ແລະ ອ່ອນໂຍນ, ແຕ່ເບື້ອງຫລັງ ຂອງມັນກັບເຕັມໄປດ້ວຍພູເຂົາ, ແຮ່ທາດ, ໄຟ, ຄວາມອົດທົນ ແລະ ສອງມືຂອງຊ່າງສີມືທີ່ສືບຕໍ່ກັນມາ ຫລາຍຮຸ່ນ. ສິ່ງເຫລົ່ານີ້ລວມກັນ ເປັນເລື່ອງລາວຂອງເຕີຮວາ ທີ່ສືບ ຕໍ່ຖືກເລົ່າຂານຜ່ານຜົນງານເຄື່ອງ ປັ້ນແຕ່ລະອັນ. ເຕີຮວາ ຈຶ່ງເປັນຫລາຍກວ່າ “ເມືອງເຄື່ອງປັ້ນ”. ທຳມະຊາດ ມອບວັດຖຸດິບ, ປະຫວັດສາດມອບ ຮາກເຫງົ້າ, ຊ່າງສີມືມອບຈິດວິນ ຍານ ແລະ ຍຸກສະໄໝໃໝ່ມອບອະ ນາຄົດ. ຄວາມຂາວຂອງເຄື່ອງປັ້ນ ເຕີຮວາ ຈຶ່ງບໍ່ແມ່ນພຽງສີຂອງ ວັດຖຸ, ແຕ່ເປັນພາບສະທ້ອນເຖິງ ດິນແດນແຫ່ງໜຶ່ງ ທີ່ສືບທອດສິລະ ປະ, ວັດທະນະທຳ ແລະ ສີມືຈາກ ອະດີດສູ່ປັດຈຸບັນ. ໂດຍ:ສຸກທະວີ
RkJQdWJsaXNoZXIy MTc3MTYxMQ==