7377

@ 0j k; c]t gsfdko j 02/10/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຜົນສຳເລັດກອງປະຊຸມ...ົັຸ ສະຫາຍ ທອງລຸນ ສີສຸລິດ ກອງປະຊຸມສະໄໝສາມັນ...ຸັ ນາຍົກລັດຖະມົນຕີ...ົັົີ ຄະນະນຳ... ຕົ້ນຕໍຂອງກອງປະຊຸມ ຊຶ່ງແມ່ນ ການຜັນຂະຫຍາຍແນວທາງ, ແຜນ ນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ວາງອອກໃຫ້ເປັນອັນ ລະອຽດ ແລະ ເຂົ້າສູ່ຕົວຈິງ. ກອງ ປະຊຸມໄດ້ຮັບຮອງເອົາ 3 ຮ່າງມະຕິ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ແກ້ ໄຂບັນຫາການລັກລອບຂຸດຄົ້ນແຮ່ ທາດແລະ ບັນຫາລົດເຖື່ອນ, ລົດນຳ ເຂົ້າບໍ່ຖືກກົດໝາຍ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນຳ ໂດຍເນັ້ນໜັກບາງບັນຫາ ເພື່ອໃຫ້ ບັນດາສະຫາຍໃນຄະນະບໍລິຫານ ງານສູນກາງພັກ ນຳໄປຈັດຕັ້ງຜັນ ຂະຫຍາຍ ແລະ ປະຕິບັດ ໃຫ້ມີປະ ສິດທິພາບແລະປະສິດທິຜົນສູງເຊັ່ນ: ເພີ່ມທະວີການນໍາພາ-ຊີ້ນໍາແລະສຸມ ໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ (ອາວຸດເຖື່ອນ, ຢາເສບຕິດ, ບັນ ຫາສະແກມເມີ, ປຸ້ນຈີ້ຊີງຊັບ, ອຸບັດ ເຫດຕາມທ້ອງຖະໜົນ, ການຄຸ້ມ ຄອງສື່ອອນລາຍທີ່ບິດເບືອນໃຫ້ດີ ຂຶ້ນ); ສືບຕໍ່ຊີ້ນໍາການແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມ ເປັນຕົ້ນຖະໜົນຫົນທາງ, ລະບົບຊົນ ລະປະທານ, ເຂດທໍາມາຫາກິນການຜະລິດໃຫ້ກັບຄືນສູ່ສະພາບ ປົກກະຕິໃຫ້ໄວ ແລະ ໄດ້ໂດຍພື້ນ ຖານ. ພິເສດ ແມ່ນໃຫ້ຊ່ວຍຄອບ ຄົວທີ່ມີຜູ້ເສຍຊີວິດ, ຜູ້ເສຍເຮືອນຢູ່ ອາໄສ, ຜູ້ເສຍເລົ້າເຂົ້າ ແລະ ອື່ນໆ. ພ້ອມນັ້ນ, ກໍສືບຕໍ່ຊີ້ນໍາມີທິດ, ມີມາດ ຕະການອັນເໝາະສົມ ເພື່ອແກ້ໄຂ ຄວາມຄວາມຫຍຸ້ງຍາກ-ຝືດເຄືອງ, ຄ່າຄອງຊີບ, ຊີວິດການເປັນຢູ່ຂອງ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ; ເອົາໃຈໃສ່ຊີ້ນໍາການ ເກັບກ່ຽວ, ຮັກສາຜົນຜະລິດລະດູ ຝົນແລະກະກຽມໃຫ້ແກ່ການຜະລິດ ລະດູແລ້ງ, ການຊຸກຍູ້ຜະລິດເປັນ ສິນຄ້າຂອງປະຊາຊົນ ໃຫ້ແຂງ ແຮງ(ຂະແໜງການກ່ຽວຂ້ອງຕ້ອງ ລົງຊ່ວຍດ້ານເຕັກນິກ, ວິຊາການ, ແນວພັນ, ບັນຫາລາຄາ, ບັນຫາຕະ ຫລາດ); ລັດຖະບານ ກໍຄື ຄະນະ ພັກ-ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີຄວາມຮັບຜິດຊອບໃຫ້ ຫລາຍຂຶ້ນກວ່າເກົ່າ ເພື່ອຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ຕ້ອງເຮັດໃຫ້ ແຂງແຮງ, ເຂົ້າສູ່ລວງເລິກ ແລະ ຈັບຕ້ອງໃຫ້ໄດ້; ສືບຕໍ່ປັບປຸງລະ ບອບແບບແຜນວິທີເຮັດວຽກຂອງ ຄະນະພັກ ທັງສູນກາງ ແລະ ທ້ອງ ຖິ່ນ ໃຫ້ແທດເຖິງຕົວຈິງ, ປະຕິບັດ ເຂັ້ມງວດຫລັກການລວມສູນປະ ຊາທິປະໄຕ, ນຳພາເປັນໝູ່ຄະນະ, ເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເອກະພາບເປັນປຶກແຜ່ນ ທີ່ ເປັນມູນເຊື້ອອັນດີງາມຂອງພັກ ເຮົາ ໃຫ້ໜັກແໜ້ນສູ່ບາດກ້າວໃໝ່, ແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນໃຫ້ ໄດ້ຢ່າງທັນການ; ເອົາໃຈໃສ່ປ້ອງ ກັນ, ຕ້ານ ແລະ ແກ້ໄຂປະກົດການ ຫຍໍ້ທໍ້, ຄວາມບໍ່ໂປ່ງໃສ, ການຟຸມ ເຟືອຍ ທີ່ເກີດຂຶ້ນໃນກົງຈັກການຈັດ ຕັ້ງແລະຖັນແຖວພະນັກງານແຕ່ລະ ຂັ້ນ. ຖ້າບ່ອນໃດຫາກມີເຫດການ ເກີດຂຶ້ນຕ້ອງໄດ້ລົງເລິກຊີ້ນໍາ-ກວດ ກາ ແລະ ແກ້ໄຂໃຫ້ໄດ້; ຊີ້ນໍາໃຫ້ ຄະນະພັກທຸກຂັ້ນຍົກສູງຄວາມຮັບ ຜິດຊອບ ແກ້ໄຂບັນຫາລົດເຖື່ອນ, ແກ້ໄຂການລັກລອບຂຸດຄົ້ນແຮ່ ທາດ, ປ່າໄມ້ ແລະ ຊັບພະຍາກອນ ທໍາມະຊາດອື່ນໆ ໃຫ້ເຂັ້ມງວດ; ສືບ ຕໍ່ຊີ້ນໍາກະກຽມກອງປະຊຸມ ສະ ຫລຸບວຽກງານກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກ ງານ 3 ສ້າງ ຕິດພັນກັບການສະ ຫລຸບບັ້ນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ; ຊີ້ນໍາກະກຽມດໍາ ເນີນຊີວິດການເມືອງ ພາຍໃນຄະ ນະບໍລິຫານງານສູນກາງພັກ ສະ ໄໝທີ XII ປະຈຳປີ 2026. ໃນຕອນທ້າຍ, ສະຫາຍເລຂາ ທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນ ດາສະຫາຍສູນກາງພັກ ຈົ່ງພ້ອມ ກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນ ການນໍາພາ-ຊີ້ນຳ, ສໍາຫລວດ-ກວດ ກາ, ຕີລາຄາກັນຕື່ມ ໃນແຕ່ລະຂົງ ເຂດ, ຂະແໜງການ ແລະ ທ້ອງຖິ່ນ ທີ່ຕົນຮັບຜິດຊອບ ເພື່ອຍູ້ແຮງຂະ ບວນການຕົວຈິງ ໃຫ້ພົ້ນເດັ່ນຂຶ້ນ ໃນການຈັດຕັ້ງປະຕິບັດ ມະຕິກອງ ປະຊຸມໃຫຍ່ຄັ້ງທີ XI I ຂອງພັກ ດ້ວຍການຊີ້ນໍາ-ບັນຊາ ແລະ ກວດ ກາຢ່າງແທດເຖິງ, ເພີ່ມທະວີຄວາມ ຫ້າວຫັນບຸກບືນ, ຍົກສູງຄວາມຮັບ ຜິດຊອບການເມືອງ, ການເຮັດແທ້ ທໍາຈິງ ໃຫ້ສູງຂຶ້ນກວ່າເກົ່າ ບົນຈິດ ໃຈບຸກທະລຸ, ແກ້ໄຂອຸປະສັກກີດ ຂວາງ,ອັດຕັນ,ກົດໜ່ວງຕ່າງໆກ່ຽວ ກັບການບໍລິການ, ການຄຸ້ມຄອງບໍລິຫານລັດຢູ່ແຕ່ລະຂະແໜງການ, ແຕ່ລະຂັ້ນໃຫ້ມີການຫັນປ່ຽນດີຂຶ້ນ, ວ່ອງໄວຂຶ້ນ ແລະ ມີປະສິດທິຜົນ ສູງຂຶ້ນ. ພາບ: ຂັນໄຊ ພິຈາລະນາ ແລະ ຕົກລົງຫລາຍບັນ ຫາສໍາຄັນຂອງຊາດ ເປັນຕົ້ນ ພິຈາ ລະນາ, ຮັບຮອງເອົາການເລືອກຕັ້ງ ບຸກຄະລາກອນຈໍານວນໜຶ່ງ; ພິຈາ ລະນາ, ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງ ແຜນການ ປະຈໍາປີ 2027; ພິຈາ ລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາ ປີ 2026 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027; ບົດລາຍງານຜົນການກວດ ສອບບົດສະຫລຸບຂາດຕົວ ການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈໍາປີ 2025 ຂອງ ອົງການກວດສອບແຫ່ງລັດ; ພິຈາ ລະນາ, ຮັບຮອງເອົາບົດລາຍງານ ຂອງສະພາແຫ່ງຊາດ; ອົງການ ກວດກາແຫ່ງລັດ; ອົງການໄອຍະ ການປະຊາຊົນສູງສຸດ ແລະ ສານ ປະຊາຊົນສູງສຸດ ກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກ ງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ຈໍາ ນວນ 8 ສະບັບ ໃນນີ້ ກົດໝາຍສ້າງ ໃໝ່ມີ 1 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ. ສຳລັບກົດໝາຍປັບປຸງມີ 7 ສະບັບ ຄື: ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ, ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະ ຫງົບປະຊາຊົນລາວ, ກົດໝາຍວ່າ ດ້ວຍການບິນພົນລະເຮືອນ, ກົດ ໝາຍວ່າດ້ວຍການຈໍລະຈອນທາງ ບົກ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງ ໄຊເບີ ແລະ ກົດໝາຍວ່າດ້ວຍການ ຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ. ໃນໄລຍະດຳເນີນກອງປະຊຸມ ໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີ ຂອງປະຊາຊົນ ຜ່ານໂທລະສັບ ສາຍດ່ວນ ເພື່ອຮັບເອົາຄຳຄິດຄຳ ເຫັນ ແລະ ຄໍາສະເໜີໂດຍກົງຈາກ ປະຊາຊົນ ທີ່ມີຄວາມສົນໃຈ ແລະ ມີຂໍ້ສະເໜີຕໍ່ການດຳເນີນກອງປະ ຊຸມດັ່ງກ່າວ ໂດຍຜ່ານ 3 ຊ່ອງທາງ ຄື: ສາຍດ່ວນ 156 ໃນໂມງລັດຖະ ການ; ຜ່ານອີເມວ nalao.156@ [gmail.com](http://gmail. com) ແລະ ຜ່ານແອັບ ລາວນາ (Laona). ຂ່າວ: ທະນູທອງ; ພາບ: ພອນປະເສີດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມລະດັບສູງອາຊຽນວ່າດ້ວຍການ ຮ່ວມມືແກ້ໄຂຜູ້ທີ່ຫລົບໜີຄະດີອາ ຍາ ທີ່ຮ່າໂນ້ຍ ສສ ຫວຽດນາມ ໃນ ວັນທີ 30 ກັນຍາ 2026 ເພື່ອແລກ ປ່ຽນທັດສະນະ, ບົດຮຽນ, ປະສົບ ການ ແລະ ສົ່ງເສີມການຮ່ວມມືລະ ຫວ່າງປະເທດ ໃນການແກ້ໄຂຜູ້ທີ່ ຫລົບໜີຄະດີອາຍາໃນພາກພື້ນ. ໃນວາລະກອງປະຊຸມເຫັນວ່າ ການຮ່ວມມື, ການແລກປ່ຽນຂໍ້ມູນ ທີ່ຊັດເຈນ, ການພັດທະນາຂີດຄວາມ ສາມາດຂອງເຈົ້າໜ້າທີ່ຮັບຜິດຊອບ ວຽກງານດັ່ງກ່າວ, ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ໃນການແກ້ໄຂ ບັນຫາ. ພ້ອມນັ້ນ, ກອງປະຊຸມໄດ້ ຮັບຮອງໃນດ້ານຫລັກການ ແຜນ ປະຕິບັດງານຮ່ວມອາຊຽນວ່າດ້ວຍ ການຮ່ວມມືແກ້ໄຂຜູ້ທີ່ຫລົບໜີຄະດີ ອາຍາ (Endorsed in principle ASEAN Joint Plan of Action on Enhanced Cooperation in Combatt ing Cr iminal Fugitives 2026-2035) ແລະ ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມ. ໂອກາດດັ່ງກ່າວ, ທ່ານຮອງລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ແລະ ບັນດາທ່ານຫົວໜ້າ ຄະນະຜູ້ແທນຈາກບັນດາປະເທດ ສະມາຊິກອາຊຽນ ແລະ ກອງເລຂາ ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລ ມິງ ຮຸງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງ ປະຊຸມດັ່ງກ່າວ ຈະປະກອບສ່ວນ ຮັດແໜ້ນການຮ່ວມມືໃນການແກ້ ໄຂຜູ້ທີ່ຫລົບໜີຄະດີອາຍາໃນພາກ ພື້້ນ ໃຫ້ມີປະສິດທິພາບສູງຂຶ້ນ. (H.E. Dr. Neil Parsan) ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະ ຊາຊາດ ໄດ້ຮ່ວມລົງນາມໃນຖະ ແຫລງການຮ່ວມຄັ້ງນີ້ ໂດຍມີບັນ ດານັກການທູດທັງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ. ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກໄດ້ຮັບເອກະລາດຈາກປະ ເທດອັງກິດ ໃນວັນທີ 31 ສິງຫາ 1962, ມີນະຄອນຫລວງຊື່ວ່າປອກ ແດັສປາຍ (Port-d’Espagne/ Port of Spain), ມີລະບົບການ ປົກຄອງແບບລະບົບປະທານາທິ ບໍດີ (ກ່ອນປີ 1976 ແມ່ນ ກະສັດ ອັງກິດ ເປັນປະມຸກລັດຕາງໜ້າໂດຍ ຜູ້ສໍາເລັດຣາຊະການ (GovernorGeneral) ໂດຍມີ ປະທານາທິບໍດີ ເປັນປະມຸກລັດ ແລະ ມີນາຍົກລັດ ຖະມົນຕີ ເປັນຫົວໜ້າລັດຖະບານ ທີ່ມາຈາກການເລືອກຕັ້ງໃນທຸກໆ 5 ປີ; ຕຣີນິດັດ ແລະ ໂຕບາໂກ ຕັ້ງ ຢູ່ເຂດກາຣີບຽນ ຝັ່ງມະຫາສະໝຸດ ອັດລັງຕິກ ໃກ້ກັບຕອນເໜືອຂອງ ເວເນຊູເອລາ ແລະ ບໍ່ມີຊາຍແດນ ທາງບົກຕິດກັບປະເທດໃດ, ມີເນື້ອ ທີ່ທັງໝົດ 5.131 ກິໂລຕາແມັດ; ມີ ປະຊາກອນ ປະມານ 1,51 ລ້ານ ຄົນ; ພາສາທາງການ: ອັງກິດ, ນັບ ຖືສາສະໜາຄຣິສ ເປັນສ່ວນໃຫຍ່ ແລະ ສາສະໜາອື່ນໆ; ໃຊ້ສະກຸນ ເງິນ: ໂດລາຕຣີນິດັດ ແລະ ໂຕບາ ໂກ (Trinidad and Tobago Dollar/TTD). ລາຍໄດ້ສະເລ່ຍ ຕໍ່ຫົວຄົນຕໍ່ປີ ປະມານ 19.621 ໂດ ລາສະຫະລັດ (2025). ທ່າແຮງ ດ້ານເສດຖະກິດທີ່ສຳຄັນ ແມ່ນພະ ລັງງານ (ໃນປີ 2023, ຕຣິນິດັດ ຖືກຈັດຢູ່ໃນອັນດັບທີ 42 ຂອງປະ ເທດທີ່ຜະລິດກາສທໍາມະຊາດລາຍ ໃຫຍ່ຂອງໂລກ ແລະ ໃຫຍ່ທີ່ສຸດໃນ ພາກພື້ນກາຣີບຽນ, ທັງຍັງຖືກຈັດ ຢູ່ໃນອັນດັບທີ 52 ຂອງຜູ້ຜະລິດ ນໍ້າມັນລາຍໃຫຍ່ຂອງໂລກ ແລະ ເປັນອັນດັບ 2 ຢູ່ໃນພາກພຶ້ນກາຣີ ບຽນ ຖັດຈາກປະເທດກຸຍຢານ), ການສົ່ງອອກຜະລິດຕະພັນອາ ຫານ-ເຄື່ອງດື່ມ, ຊີມັງ ແລະ ອື່ນໆ. ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ໄດ້ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ໃນວັນທີ 18 ກັນຍາ 1962, ໃນຖານະທີ່ເປັນ ສະມາຊິກຂອງສະຫະປະຊາຊາດ, ຕຣີນິດັດ ແລະ ໂຕບາໂກ ໄດ້ປະ ກອບສ່ວນຢ່າງຫ້າວຫັນໃນຂົງ ເຂດຕ່າງໆຂອງ ສປຊ, ອັນພົ້ນ ເດັ່ນແມ່ນ ເຄີຍເປັນສະມາຊິກບໍ່ ຖາວອນສະພາຄວາມໝັ້ນຄົງ ສປຊ (UNSC) ໃນປີ 1980-1981 ແລະ ປັດຈຸບັນໄດ້ຖືກເລືອກຕັ້ງ ເປັນສະມາຊິກບໍ່ຖາວອນ UNSC ອີກສໍາລັບປີ 2027-2028 ຈາກ ພາກພື້ນກາຣີບຽນ. ນອກຈາກນັ້ນ, ຍັງປະກອບສ່ວນເຂົ້າໃນວຽກງານ ກອງກໍາລັງຮັກສາສັນຕິພາບ ສປຊ (PKO) ໂດຍການປະກອບບຸກ ຄະລາກອນ ເຊັ່ນ: ຕໍາຫລວດ, ຜູ້ ສັງເກດການ ແລະ ອື່ນໆ ລວມທັງ ເຄື່ອນໄຫວຢ່າງຫ້າວຫັນຢູ່ໃນອົງ ການ UNICEF, UNDP, WHO ແລະ ອື່ນໆ. ໃນປີ 2023, ທ່ານ Dennis Francis ຈາກປະເທດ ຕຣີນິດັດ ແລະ ໂຕບາໂກ ກໍໄດ້ເປັນ ປະທານສະມັດຊາໃຫຍ່ ສປຊ ສະ ໄໝທີ 78. ໃນຖານະທີ່ເປັນສະ ມາຊິກກຸ່ມປະເທດເກາະດອນນ້ອຍ (Small Island Developing States-SIDS), ຕຣີນິດັດ ຈຶ່ງໃຫ້ ຄວາມສໍາຄັນຕໍ່ວຽກງານປ່ຽນແປງ ສະພາບດິນຟ້າອາກາດ, ການຫລຸດ ຜ່ອນຄວາມສ່ຽງໄພພິບັດ ແລະ ການພັດທະນາແບບຍືນຍົງ. ໃນໂອກາດດຽວກັນ, ທັງສອງ ຝ່າຍ ຍັງໄດ້ຢືນຢັນໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ ໜ້າ, ລວມທັງການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນຂອບ ສປຊ. ສະ ນັ້ນ, ການສ້າງຕັ້ງສາຍພົວພັນການ ທູດນີ້ ເປັນການປະກອບສ່ວນໃຫ້ ແກ່ການຈັດຕັ້ງປະຕິບັດແນວທາງ ນະໂຍບາຍການຕ່າງປະເທດ “ສັນ ຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນ ສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນ ການທູດກັບຕ່າງປະເທດ ເພີ່ມຂຶ້ນ ເປັນ 155 ປະເທດ ໃນທົ່ວໂລກ. ສປປ ລາວ... ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນຄັ້ງນີ້ ຊຶ່ງຈະເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ຖານປະເທດບ້ານໃກ້ເຮືອນ ຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດ ທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ລາຊະ ອານາຈັກໄທ ໃຫ້ຈະເລີນງອກງາມ ຍິ່ງໆຂຶ້ນ. ພ້ອມກັນນັ້ນ, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ສະແດງຄວາມ ຂອບໃຈໄປຍັງລັດຖະສະພາ,ລັດຖະ ບານ ແລະ ປະຊາຊົນໄທ ທີ່ໄດ້ແບ່ງ ເບົາຄວາມທຸກໂສກ ພ້ອມທັງໄດ້ ແຕ່ງຕັ້ງຜູ້ຕາງໜ້າພິເສດຂອງລັດ ຖະບານໄທ ເດີນທາງມາເຂົ້າຮ່ວມ ພິທີຊາປານະກິດ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ນອກຈາກນີ້, ກໍ ຍັງໄດ້ສະແດງຄວາມເຫັນໃຈ ຕໍ່ ເຫດການນໍ້າຖ້ວມຢ່າງຮຸນແຮງ ຢູ່ ນະຄອນຫລວງບາງກອກ ແລະ ບັນດາແຂວງໃກ້ຄຽງ ຊຶ່ງໄດ້ສ້າງ ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນເຂດດັ່ງກ່າວ. ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ມີຄວາມປິຕິຍິນດີ ທີ່ເຫັນວ່າ ຕະຫລອດໄລຍະກວ່າ 7 ທົດສະວັດ ແຫ່ງການສ້າງຕັ້ງສາຍພົວພັນການ ທູດ ໃນໄລຍະຜ່ານມາ, ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ດັ່ງກ່າວນັ້ນ ນັບມື້ນັບໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ. ອັນພົ້ນເດັ່ນ, ປະມຸກ ລັດຂອງສອງປະເທດ, ພະບໍຣົມ ສານຸວົງ ຂອງໄທ ກໍຄື ຫົວໜ້າລັດ ຖະບານ ແລະ ການນໍາຂັ້ນສູງໃນ ລະດັບຕ່າງໆ ໄດ້ມີການແລກປ່ຽນ ການຢ້ຽມຢາມຢ່າງເປັນປົກກະຕິ. ໄທສືບຕໍ່ເປັນປະເທດຄູ່ຄ້າ ແລະ ປະ ເທດທີ່ມີການລົງທຶນລາຍໃຫຍ່ເປັນ ອັນດັບຕົ້ນໆຂອງ ສປປ ລາວ. ນອກ ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງສະແດງ ຄວາມຫວັງວ່າ ກອງປະຊຸມຄະນະ ກໍາມາທິການຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 23 ທີ່ຈະ ຈັດຂຶ້ນຢູ່ແຂວງຫລວງພະບາງ ໃນ ວັນທີ 2 ຕຸລາ 2026 ທີ່ຈະມາເຖິງ ນີ້ ຈະເປັນກົນໄກອັນສໍາຄັນໃນການ ຊ່ວຍຍູ້ແຮງການຮ່ວມມືລະຫວ່າງ ສອງປະເທດ ໃນດ້ານຕ່າງໆໃຫ້ ຂະຫຍາຍຕົວຍິ່ງຂຶ້ນ ແລະ ວາງທິດ ທາງແຜນການຮ່ວມມືທີ່ມີຜົນປະ ໂຫຍດຮ່ວມກັນໃນຕໍ່ໜ້າ. ພ້ອມທັງ ໄດ້ເນັ້ນໜັກໃຫ້ທັງສອງຝ່າຍເອົາ ໃຈໃສ່ຈັດຕັ້ງປະຕິບັດຜົນການປຶກ ສາຫາລືໃຫ້ເກີດຜົນເປັນຮູບປະທໍາ ໂດຍສະເພາະໃນຂົງເຂດການຮັກ ສາຄວາມໝັ້ນຄົງ ແລະ ຄວາມສະ ຫງົບຮຽບຮ້ອຍຕາມບໍລິເວນຊາຍ ແດນ, ການສໍາຫລວດ ແລະ ປັກ ຫລັກໝາຍຊາຍແດນ, ການຮ່ວມມື ດ້ານເສດຖະກິດ, ການຮ່ວມມືດ້ານ ການເຊື່ອມໂຍງ-ເຊື່ອມຈອດ, ການ ຮ່ວມມືດ້ານພະລັງງານ, ການຮ່ວມ ມືເພື່ອການພັດທະນາ ໃນຂະແໜງ ການສຶກສາ, ສາທາລະນະສຸກ, ກະ ສິກໍາ, ທ່ອງທ່ຽວ, ການທູດປະຊາ ຊົນ ແລະ ອື່ນໆ. ໃນຂະນະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ສີຫະສັກ ພວງ ເກດແກ້ວ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງລັດຖະບານລາວ ໃນໂອກາດເດີນທາງມາຢ້ຽມຢາມ ສປປລາວຢ່າງເປັນທາງການແລະ ເປັນປະທານຮ່ວມໃນກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລາວ-ໄທ ຄັ້ງທີ 23 ໃນຄັ້ງນີ້້, ພ້ອມທັງສະແດງຄວາມ ໝາຍໝັ້ນທີ່ຈະສືບຕໍ່ຊຸກຍູ້ພາກສ່ວນ ທີ່ກ່ຽວຂ້ອງ ເອົາໃຈໃສ່ການຈັດຕັ້ງ ປະຕິບັດບັນດາຂໍ້ຕົກລົງທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະ ກົດຜົນເປັນຮູບປະທໍາ ເພື່ອນໍາເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສອງປະເທດ. ໃນໂອກາດຢ້ຽມຢາມສປປລາວ ໃນຄັ້ງນີ້, ທ່ານ ສີຫະສັກ ພວງເກດ ແກ້ວ ຍັງໄດ້ໄປຢ້ຽຢາມບໍລິສັດ ທ່າບົກ-ທ່ານາແລ້ງ ຈໍາກັດຜູ້ດຽວ (Thanaleng Dry Port) ແລະ ຫລັງຈາກນັ້ນກໍໄດ້ເດີນທາງໄປເຂົ້າ ຮ່ວມກອງປະຊຸມຄະນະກໍາມາ ທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ທີ່ແຂວງຫລວງ ພະບາງ ດ້ວຍລົດໄຟ ລາວ-ຈີນ. ພາບ: ອ່າຍຄຳ ທຶນພາຍໃນປະເທດຄຽງຄູ່ກັບການ ຊ່ວຍເຫລືອຈາກສາກົນ; ເຂົ້າຮ່ວມ ກອງປະຊຸມຮ່ວມມືທີ່ສ້າງສັນ ເພື່ອ ການປັບປຸງໂຄງສ້າງລະບົບການ ສຶກສາ ມຸ່ງເນັ້ນໃສ່ການຍົກສູງ ບົດບາດຂອງບັນດາມູນນິທິ ແລະ ພາກເອກະຊົນ ໃນການສົ່ງເສີມ ການຮຽນຮູ້ ການຮ່ວມມືກັບ GPE ເພື່ອປັບປຸງ ແລະ ຍົກລະດັບພາບ ລັກລວມຂອງຂົງເຂດການສຶກສາ, ກອງປະຊຸມປົດລັອກອະນາຄົດ ຂອງການສຶກສາຮ່ວມກັນຖືເປັນ ເວທີສຳຄັນໃນການເຕົ້າໂຮມບັນດາ ປະເທດສະມາຊິກ GPE ເພື່ອສະ ເຫລີມສະຫລອງຜົນສຳເລັດການ ໃຫ້ຄຳໝັ້ນສັນຍາ ແລະ ການລະດົມ ທຶນເຂົ້າໃນຂົງເຂດການສຶກສາຢ່າງ ເປັນຂະບວນການຟົດຟື້ນ; ກອງ ປະຊຸມ “ການລົງທຶນໃສ່ການຮຽນ ຂັ້ນເລີ່ມຕົ້ນ ເພື່ອສ້າງອະນາຄົດ: ການກະກຽມກອງປະຊຸມສຸດຍອດ ລະດັບໂລກດ້ານງົບປະມານການ ສຶກສາ ເພື່ອການພັດທະນາເດັກ ໃນການຮຽນຂັ້ນເລີ່ມຕົ້ນ ປະຈຳປີ 2027” ເນັ້ນໜັກເຖິງຄວາມສຳ ຄັນຂອງການລົງທຶນ ແລະ ການ ເຂົ້າເຖິງໂອກາດການຮຽນຮູ້ຂອງ ເດັກນ້ອຍຕັ້ງແຕ່ຂັ້ນການສຶກສາ ກ່ອນໄວຮຽນ. ໃນໂອກາດດຽວກັນ, ທ່ານຮອງ ລັດຖະມົນຕີກະຊວງ ສສກ ພ້ອມ ດ້ວຍຄະນະ ຍັງໄດ້ພົບປະກັບບັນດາ ຄູ່ຮ່ວມພັດທະນາ ເພື່ອແລກປ່ຽນ ບົດຮຽນ ແລະ ປຶກສາຫາລືກ່ຽວກັບ ການຊຸກຍູ້ສົ່ງເສີມການຮ່ວມມືເພື່ອ ພັດທະນາ ແລະ ຍົກລະດັບຄຸນນະ ພາບຂົງເຂດການສຶກສາຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ. ຂໍ້ມູນ-ພາບ: ກະຊວງ ສສກ ຄະນະຜູ້ແທນລາວ...ູ້

RkJQdWJsaXNoZXIy MTc3MTYxMQ==