xtgmf]k; 7 30/09/2026 gsfdko{dkora fa mtok g,n v'w-pt[6 ]u lts]v';a o7q ory dkocsj '-kf c]t ;a olkdq oz6 h l6 'vkp5 c0;';P'9a o sk]n ;Pd'ko75 h ,7v'dkomj v'mj P;g0n j vooE', 1 ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊ ຍະບູລີ ຈັດພິທີຊຸມນຸມ ສະເຫລີມ ສະຫລອງ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ສູງອາຍຸ ໃນວັນທີ 28 ກັນຍາ 2026 ໂດຍມີທ່ານ ອາເມ ຊົງເຍ້ຍເລັ່ງ ຮອງປະທານ ຄະນະກຳມະການປົກຄອງແຂວງ ໄຊຍະບູລີ, ທ່ານ ຈັນເພັງ ອູ່ທອງ ຄໍາ ປະທານຄະນະກໍາມະການ ປົກຄອງເມືອງໄຊຍະບູລີ ພ້ອມ ດ້ວຍພະນັກງານອາວຸໂສ-ບໍານານ, ຜູ້ສູງອາຍຸ ແລະ ພະນັກງານຫລັກ ແຫລ່ງຂອງເມືອງເຂົ້າຮ່ວມ. ທ່ານອາເມຊົງເຍ້ຍເລັ່ງໄດ້ກ່າວ ວ່າ: ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ສູງອາຍຸ ຊຶ່ງກຳນົດ ເອົາວັນທີ 3 ທັນວາ ຂອງທຸກປີ ເປັນວັນຄົນພິການແຫ່ງຊາດ ແລະ ວັນທີ 1 ຕຸລາ ເປັນວັນສາກົນຜູ້ສູງ ອາຍຸ, ສອງວັນດັ່ງກ່າວ ແມ່ນມີ ຄວາມໝາຍ ແລະ ຄວາມສຳຄັນ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ຄະນະກຳມະ ການປົກຄອງແຂວງວຽງຈັນ ໄດ້ຈັດກອງປະຊຸມຮ່ວມກັບຄະນະ ຮັບຜິດຊອບຈັດຕັ້ງປະຕິບັດວາລະ ແຫ່ງຊາດ, ຄະນະຄຸ້ມຄອງການ ທ່ອງທ່ຽວໜ້າເຂື່ອນນໍ້າງື່ມ 1 ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນວັນທີ 28 ກັນຍາ 2026 ເພື່ອຄົ້ນຄວ້າ, ຕົກລົງ ແລະ ກໍານົດທິດທາງຍຸດທະສາດສໍາ ຄັນໃນການຂັບເຄື່ອນການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີຄວາມຍືນຍົງ ໂດຍການເປັນ ປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກ ແຂວງ, ປະທານຄະນະກຳມະການ ປົກຄອງແຂວງວຽງຈັນ ພ້ອມດ້ວຍ ບັນດາພະແນກການ, ຄະນະຊີ້ນຳ ລວມ, ຄະນະວິຊາການ ແລະ ກອງ ເລຂາ ເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດ ຄຳເຫັນ ແລະ ພິຈາລະນາຫລາຍ ວຽກງານສຳຄັນ ຊຶ່ງມີເນື້ອໃນຕົ້ນຕໍ ດັ່ງນີ້: ການຮ່າງເອກະສານຈັດຕັ້ງ ວາລະແຫ່ງຊາດ (2027-2030): ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ການ ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ໃຫ້ ພະນັກງານ ຢູ່ແຂວງສະຫວັນນະ ເຂດ ຈັດຂຶ້ນໃນວັນທີ 28 ກັນຍາ 2026 ໂດຍມີ ທ່ານ ຄຳຜຸຍ ສີບຸນ ເຮືອງ ຮອງປະທານຄະນະກຳມະ ການປົກຄອງແຂວງສະຫວັນນະ ເຂດ, ທ່ານ ບຸນເມກ ບັນນະວົງ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ, ກະຊວງຍຸຕິທຳ, ທ່ານ ນາງ ສຸກມາລາ ຈັນທະວົງ ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ພ້ອມດ້ວຍສຳມະ ນາກອນທີ່ມາຈາກພະແນກຍຸຕິທຳ ແຂວງ, ພະແນກການ, ອົງການ ທຽບເທົ່າ, ວິສາຫະກິດທັງພາກ ລັດ ແລະ ເອກະຊົນພາຍໃນແຂວງ ເຂົ້າຮ່ວມ. lh k'7;k,g0A ,c0'fh kodkocdh w00= 0a fcpj ' mk'glf4tdy f.sh rtoa d'komu j dj P;0h v' 16 j lts;a ootg0f 7e,j ;o g]a j 'cdh w07;k,m5 dpkd 3 g,n v' 14 8kcl' ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມປຶກ ສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງ ວາລະແຫ່ງຊາດ ວ່າດ້ວຍວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໄລຍະປີ 20272030 ເພື່ອກຳນົດແຜນງານ, ໂຄງການແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5.022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 28 ກັນຍາ 2026 ໂດຍມີ ທ່ານ ສົມ ສະອາດ ອຸ່ນສີດາ ປະທານຄະນະ ກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນຳໃນຄະນະ ກຳມະການປະຈຳພັກແຂວງ,ກຳມະ ການພັກແຂວງ, ພະແນກການຂັ້ນ ແຂວງ,ຄະນະປົກຄອງ3ເມືອງແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ, ໄດ້ຮັບຟັງຂໍ້ຕົກລົງ ແຕ່ງຕັ້ງຄະນະຊີ້ນຳ ແລະ ກອງ ເລຂາຊ່ວຍວຽກວາລະແຫ່ງຊາດ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງ ຄຳມ່ວນ ໄລຍະ 2027-2030, ພ້ອມທັງລາຍງານກ່ຽວກັບວ່າລະ ແຫ່ງຊາດ ດ້ານມາດຕະຖານພົ້ນ ທຸກ ແລະ ມາດຕະຖານພັດທະນາ ຕາມແຜນງານແຫ່ງຊາດ ຊຶ່ງແຜນ ປະຕິບັດງານແຫ່ງຊາດ ກຳນົດທິດ ທາງ, ຈຸດປະສົງ, ແຜນງານ, ໂຄງ ການ, ກິດຈະກຳ ແລະ ມາດຕະການ ເພື່ອຫັນຍຸດທະສາດການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກໄປສູ່ການປະຕິບັດຈິງ ໂດຍ ມີເປົ້າໝາຍແກ້ໄຂຄວາມທຸກຍາກ ຢ່າງຍືນຍົງພາຍໃນປີ 2030. ສຳລັບແຂວງຄຳມ່ວນ ໄດ້ກຳ ນົດການແກ້ໄຂຄອບຄົວທຸກຍາກ ມີ 5.022 ຄອບຄົວ ໃນ 3 ເມືອງ ທຸກຍາກ ຄື: ເມືອງບົວລະພາ, ນາ ກາຍ ແລະ ໄຊບົວທອງ, ກວມ 14 ຕາແສງ ແລະ 36 ບ້ານເປົ້າ ໝາຍ ແລະ ສ້າງເມືອງທຸກຍາກໃຫ້ ກາຍເປັນເມືອງພົ້ນທຸກ 1 ເມືອງຄື: ເມືອງໄຊບົວທອງ. ພ້ອມນັ້ນ, ກໍານົດ 4 ບ້ານເປັນ ບ້ານຕົວແບບ ໄດ້ແກ່ບ້ານໜອງມ້າ ເມືອງບົວລະພາ, ບ້ານໂພນສະຫວັນ ແລະ ບ້ານນາກະດອມ ເມືອງໄຊ ບົວທອງ ແລະ ບ້ານນາເມີຍ ເມືອງ ນາກາຍ. ແນວທາງຫລັກໃນການດຳເນີນ ງານ ແມ່ນສຸມໃສ່ການສ້າງອາຊີບ ແລະ ແຫລ່ງລາຍຮັບ, ສົ່ງເສີມການ ຜະລິດກະສິກຳ ຕິດພັນກັບການປຸງ ແຕ່ງ ແລະ ຕະຫລາດ, ສົ່ງເສີມການ ຜະລິດສະບຽງອາຫານ-ໂພຊະນາ ການ, ພັດທະນາການຜະລິດເປັນ ສິນຄ້າ, ເສີມສ້າງກຸ່ມຜະລິດ ແລະ ສະຫະກອນ, ພ້ອມພັດທະນາໂຄງ ລ່າງ ແລະ ລະບົບບໍລິການຂັ້ນພື້ນ ຖານ. ໃນໂອກາດນີ້, ທ່ານ ສົມສະອາດ ອຸ່ນສີດາ ໄດ້ເນັ້ນໃຫ້ບັນດາພະແນກ ການ, ຂະແໜງການ ແລະ 3 ເມືອງ ທຸກຍາກ ຮ່ວມກັນກໍານົດບ້ານ ແລະ ຄອບຄົວເປົ້າໝາຍ, ເກັບກໍາຂໍ້ມູນໃຫ້ ຄົບຖ້ວນ ແລະ ຈັດທຳແຜນງານໂຄງການໃຫ້ລະອຽດ ພ້ອມບົດອອກ ແບບ ແລະ ຄິດໄລ່ປະເມີນລາຄາ ເພື່ອບັນຈຸເຂົ້າໃນແຜນງົບປະມານ ວາລະແຫ່ງຊາດ ໄລຍະ 20272030. ສະເພາະແຜນງານປີ 2027 ກໍານົດໃຫ້ຮີບຮ້ອນເຮັດບົດສະເໜີ ໂຄງການ, ອອກແບບ ແລະ ປະເມີນ ລາຄາໃຫ້ສຳເລັດ ບໍ່ໃຫ້ກາຍວັນທີ 2 ຕຸລາ 2026 ເພື່ອໃຫ້ກອງເລຂາ ຂັ້ນແຂວງສັງລວມສະເໜີຕໍ່ສູນກາງ ກ່ອນນຳສະເໜີຕໍ່ກອງປະຊຸມສະພາ ແຫ່ງຊາດ ໃນວັນທີ 5 ຕຸລາ 2026 ແລະ ມອບໃຫ້ແຕ່ລະພາກສ່ວນ ສືບຕໍ່ສຳຫລວດເກັບກຳຂໍ້ມູນແລ້ວ ສ້າງບົດສະເໜີໂຄງການສຳລັບປີ 2028-2030 ໃຫ້ສອດຄ່ອງກັບ ຈຳນວນ ແລະ ສະພາບຕົວຈິງຂອງ ແຕ່ລະເປົ້າໝາຍ, ໂດຍສຸມໃສ່ການ ສ້າງອາຊີບ, ວຽກເຮັດງານທຳແລະ ລາຍຮັບທີ່ໝັ້ນຄົງໃຫ້ຄອບຄົວທຸກ ຍາກ ໂດຍສະເພາະ ຊາວໜຸ່ມ ແລະ ຍິງໜຸ່ມ ເພື່ອໃຫ້ການແກ້ໄຂຄວາມ ທຸກຍາກເກີດຜົນເປັນຮູບປະທຳ ແລະ ຍືນຍົງ. ຂ່າວ: ມະນີວັນ ໄດ້ທົບທວນ ແລະ ປະກອບຄຳເຫັນ ໃສ່ຮ່າງເອກະສານ ເພື່ອຜັນຂະ ຫຍາຍວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກ ຂອງແຂວງ ວຽງຈັນ ໃນໄລຍະ 2027-2030 ໃຫ້ມີຄວາມສອດຄ່ອງກັບເງື່ອນໄຂ, ສະພາບການຂະຫຍາຍຕົວທາງ ເສດຖະກິດ-ສັງຄົມ, ທ່າແຮງຂອງ ແຂວງ ແລະ ແນວທາງການພັດທະ ນາຂອງແຂວງ ເພື່ອມຸ່ງຫວັງຍົກ ລະດັບຊີວິດຄວາມເປັນຢູ່ຂອງປະ ຊາຊົນມີການພັດທະນາທີ່ຍືນຍົງ ແລະ ດີຂຶ້ນ. ການຄຸ້ມຄອງ ແລະ ພັດທະນາ ວຽກງານທ່ອງທ່ຽວໜ້າເຂື່ອນນໍ້າ ງື່ມ 1 ຄະນະຮັບຜິດຊອບໄດ້ລາຍ ງານຄວາມຄືບໜ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການໃນ ການຄຸ້ມຄອງ, ການໃຫ້ບໍລິການ ແລະ ສົ່ງເສີມການວຽກງານທ່ອງ ທ່ຽວ ຢູ່ເຂດໜ້າເຂື່ອນນໍ້າງື່ມ 1 ໃຫ້ ມີລະບຽບຮຽບຮ້ອຍ, ຮັບປະກັນ ຄວາມສະອາດ, ຄວາມປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ສາ ມາດດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ ຫລາຍຂຶ້ນ ເພື່ອເປັນການສ້າງລາຍ ຮັບໃຫ້ແຂວງວຽງຈັນ. ການກະກຽມຄວາມພ້ອມ ກອງ ປະຊຸມຄະນະກຳມະການປົກຄອງ ແຂວງວຽງຈັນ ຄັ້ງທີ IV: ຄະນະຮັບ ຜິດຊອບກວດກາຄືນຄວາມພ້ອມ ດ້ານເນື້ອໃນ, ວາລະ, ບົດລາຍງານ ແລະ ວຽກງານອື່ນໆ ເພື່ອຮັບປະກັນ ໃຫ້ກອງປະຊຸມຄະນະກຳມະການ ປົກຄອງແຂວງວຽງຈັນ ຄັ້ງທີ IV ທີ່ຈະມາເຖິງນີ້ດຳເນີນໄປບັນລຸຕາມ ຈຸດປະສົງທີ່ວາງໄວ້. ໃນໂອກາດນີ້, ທ່ານ ພູວົງ ບຸນຊູ ໄດ້ສະຫລຸບ ແລະ ໃຫ້ທິດຊີ້ນຳ ໂດຍ ເນັ້ນໃຫ້ທຸກພາກສ່ວນ ແລະ ຄະນະ ຮັບຜິດຊອບ ນຳເອົາຄຳຄິດຄຳເຫັນ ໃນກອງປະຊຸມຄັ້ງນີ້ ໄປປັບປຸງບັນ ດາເອກະສານຕ່າງໆຕາມຫົວຂໍ້ທີ່ ໄດ້ກຳນົດ ໃຫ້ມີຄວາມລະອຽດ, ຈະ ແຈ້ງ, ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ເພື່ອຊຸກຍູ້ໃຫ້ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງວຽງຈັນ ເວົ້າລວມໃຫ້ ມີການເຕີບໃຫຍ່ຂະຫຍາຍໂຕຢ່າງ ຕໍ່ເນື່ອງ. ທ່ານ ຄຳຜຸຍ ສີບຸນເຮືອງ ໄດ້ ກ່າວວ່າ: ວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ເປັນ ວຽກງານທີ່ສຳຄັນຂອງພັກ ແລະ ລັດຖະບານ ຊຶ່ງດຳເນີນມາແຕ່ປີ 1989 ແລະ ໄດ້ຍົກຍ້າຍມາຂຶ້ນກັບ ກະຊວງຍຸຕິທຳໃນປີ 1994 ຈົນ ເຖິງປັດຈຸບັນ, ວຽກງານດັ່ງກ່າວ ຍັງເປັນອົງປະກອບສຳຄັນໃນ ການສ້າງສະພາບແວດລ້ອມອັນ ເອື້ອອຳນວຍ ໃຫ້ແກ່ການດຳເນີນ ທຸລະກິດ ແລະ ການລົງທຶນຢູ່ ສປປ ລາວ. ການຝຶກອົບຮົມໃນຄັ້ງນີ້ ເນັ້ນ ໃຫ້ຜູ້ເຂົ້າຝຶກອົບຮົມມີຄວາມຮູ້, ຄວາມເຂົ້າໃຈແລະທັກສະທີ່ຈຳເປັນ ຕໍ່ການແກ້ໄຂຂໍ້ຂັດແຍ່ງ ພ້ອມທັງ ກະກຽມຄວາມພ້ອມໃຫ້ແກ່ຜູ້ໄກ່ ເກ່ຍແລະຜູ້ຕັດສິນທີ່ຈະໄດ້ຮັບການ ແຕ່ງຕັ້ງພາຍຫລັງສຳເລັດການຝຶກ ອົບຮົມ ຊຶ່ງເນື້ອໃນການຝຶກອົບຮົມ ຄັ້ງນີ້ ປະກອບມີ: ຄວາມສຳຄັນ ຂອງວຽກງານແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ , ຫລັກ ການພື້ນຖານ ກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງ; ຜົນປະໂຫຍດ ແລະ ຄ່າ ໃຊ້ຈ່າຍໃນການແກ້ໄຂ, ຈັນຍາບັນ ຂອງພະນັກງານ, ຜູ້ໄກ່ເກ່ຍ ແລະ ຜູ້ຕັດສິນ, ສົນທິສັນຍາສາກົນ ແລະ ລະບຽບການສາກົນບາງປະການ ທີ່ກ່ຽວຂ້ອງ; ທັກສະການແກ້ໄຂ ຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍ ແລະ ການຕັດສິນ; ການຈັດຕັ້ງປະຕິບັດ ຜົນຂອງການແກ້ໄຂ, ພ້ອມທັງບາງ ມາດຕາຂອງກົດໝາຍທີ່ກ່ຽວຂ້ອງ. ທ່ານ ຄຳຜຸຍ ສີບຸນເຮືອງ ຍັງ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ຕິດຕາມ ແລະ ອຳນວຍ ຄວາມສະດວກໃຫ້ແກ່ການຝຶກ ອົບຮົມ, ຈັດກຽມ ແລະ ແຈກຢາຍ ເອກະສານການຮຽນ, ຕິດຕາມ ການເຂົ້າຮຽນຂອງນັກຝຶກອົບຮົມ, ປະສານງານກັບວິທະຍາກອນ ໃຫ້ ດຳເນີນການຕາມວາລະທີ່ກຳນົດ ແລະ ສະຫລຸບຜົນການຝຶກອົບຮົມ ເພື່ອລາຍງານຕໍ່ຄະນະນຳພະແນກ ແລະ ກະຊວງຍຸຕິທຳ. ການຝຶກອົບຮົມຄັ້ງນີ້, ດຳເນີນ ເປັນເວລາ 5 ວັນ ຈົນຮອດວັນທີ 2 ຕຸລາ 2026 ທັງນີ້ກໍເພື່ອສ້າງ ຄວາມຮູ້, ທັກສະ ແລະ ຄວາມພ້ອມ ໃຫ້ແກ່ບຸກຄະລາກອນທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດໃຫ້ມີ ປະສິດທິພາບ. ທີ່ສຸດສຳລັບຄົນພິການ ແລະ ຜູ້ສູງ ອາຍຸຂອງ ສປປ ລາວ. ຂະບວນວິ ວັດແຫ່ງການຊ່ວຍເຫລືອ, ຟື້ນຟູ, ບຳບັດ ພັດທະນາຄົນພິການ ແລະ ຜູ້ສູງອາຍຸ, ແມ່ນໄດ້ດຳເນີນມາ ດ້ວຍດີ ແລະ ມີການພັດທະນາມາ ໂດຍຕະຫລອດນັບແຕ່ສະໄໝຕໍ່ສູ້ ປົດປ່ອຍຊາດ ປະຊາທິປະໄຕ ກໍຄື ສະໄໝປົກປັກຮັກສາ ແລະ ສ້າງສາ ພັດທະນາ. ຍາມໃດ ພັກ-ລັດ ກໍ ເປັນຫ່ວງເປັນໃຍ ຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າ ໂດຍ ສະເພາະ ຜູ້ເສຍອົງຄະ ແລະ ພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ສູງອາຍຸ ເຫັນໄດ້ຄວາມສຳຄັນຕໍ່ວຽກງານຜູ້ ພິການ ແລະ ຜູ້ສູງອາຍຸ ລັດຖະບານ ສປປ ລາວ ຈຶ່ງໄດ້ໃຫ້ສັດຕະຍາບັນ ເຂົ້າເປັນພາຄີ ຂອງສົນທິສັນຍາ ວ່າ ດ້ວຍສິດທິຂອງຄົນພິການ ໃນປີ 2009 ເພື່ອແກ້ໄຂບັນຫາ ກ່ຽວກັບ ຄວາມເປັນພິການ ທີ່ກ່ຽວພັນກັບຜູ້ ສູງອາຍຸ, ລັດຖະບານໄດ້ມີຄວາມ ພະຍາຍາມຊ່ວຍເຫລືອຕາມຄວາມ ສາມາດທາງດ້ານເສດຖະກິດ-ສັງ ຄົມ ແລະ ການຮ່ວມມືກັບສາກົນ, ຄະນະກຳມະການແຫ່ງຊາດເພື່ອ ຄົນພິການ ອັນພົ້ນເດັ່ນແມ່ນການ ສ້າງກອງທຶນໝູນວຽນ ເພື່ອພັດ ທະນາຄຸນນະພາບຊີວິດຜູ້ສູງອາຍຸ ແລະ ສົ່ງເສີມການກວດກາສຸຂະ ພາບໃຫ້ຜູ້ສູງອາຍຸໂດຍບໍ່ໄດ້ເສຍຄ່າ ໃນແຕ່ລະປີ. ນອກນີ້, ໃນແຕ່ລະປີຍັງໄດ້ສົ່ງ ເສີມໃຫ້ມີການຈັດຕັ້ງ ສະເຫລີມ ສະຫລອງ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ສູງອາຍຸ ເພື່ອເຜີຍ ແຜ່ສິດທິຂອງຄົນພິການ ແລະ ຜູ້ ສູງອາຍຸ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງມີສ່ວນຮ່ວມໃນ ການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການ. ເພື່ອ ເຮັດໃຫ້ຊີວິດການເປັນຢູ່ຂອງຄົນ ພິການ ແລະ ຜູ້ສູງອາຍຸ ໄດ້ຮັບການ ປັບປຸງດີຂຶ້ນ ເທື່ອລະກ້າວ, ສາມາດ ຊ່ວຍເຫລືອຕົນເອງໄດ້, ມີສ່ວນຮ່ວມ ໃນການພັດທະນາຄອບຄົວ ແລະ ສັງຄົມນັ້ນ ລັດຖະບານ ຈຶ່ງໄດ້ອະນຸ ມັດສ້າງຕັ້ງສະມາຄົມຄົນພິການ ແລະ ສະມາຄົມຜູ້ສູງອາຍຸຂຶ້ນ ໃນ ລະດັບສູນກາງ ແລະ ທ້ອງຖິ່ນ ບ່ອນ ມີເງື່ອນໄຂ ເພື່ອເປັນຕົວແທນໃນ ການປົກປ້ອງສິດຜົນປະໂຫຍດ ຂອງເຂົາເຈົ້າ ໄປຄຽງຄູ່ກັບດ້ານດີ, ຜົນສຳເລັດ. ໃນພິທີ ໄດ້ມີຂະບວນການຍ່າງ ເພື່ອສຸຂະພາບ ແລະ ກວດສຸຂະພາບ ໃຫ້ແກ່ຜູ້ສູງອາຍຸ ໂດຍບໍ່ໄດ້ເສຍຄ່າ ຕື່ມອີກ. ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ h
RkJQdWJsaXNoZXIy MTc3MTYxMQ==