@ 0j k; c]t gsfdko j 30/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສປປ ລາວ... ທ່ານ ວັນສີ ກົວມົວ ກະຊວງການຕ່າງປະເທດ...່ ຄືນການຮ່ວມມືໃນຊຸມປີທີ່ຜ່ານມາ, ແລກປ່ຽນຄຳຄິດຄຳເຫັນ ແລະ ກຳ ນົດທິດທາງຍຸດທະສາດຂອງການ ຮ່ວມມືໃນພາກພື້ນດ້ານຖະແຫລງ ຂ່າວ ແລະ ສື່ມວນຊົນ. ທ່ານ ວັນສີ ກົວມົວ ກຳມະການ ສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ໄດ້ເນັ້ນໜັກເຖິງ ບົດບາດສຳຄັນຂອງອະນຸກຳມະ ການຖະແຫລງຂ່າວອາຊຽນ ໃນ ການປັບປຸງວຽກງານການສື່ສານ ໃນພາກພື້ນ, ສົ່ງເສີມຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງຊາດ ອາຊຽນ ແລະ ຊຸກຍູ້ເອກະລັກລວມ ຂອງປະຊາຄົມອາຊຽນ. ເປັນຄັ້ງທໍາ ອິດຂອງ ສປປ ລາວ ຫລັງຈາກທີ່ມີ ການປັບປຸງໂຄງສ້າງອົງກອນສື່ ມວນຊົນຂອງລັດຢ່າງເປັນລະບົບ ໂດຍໄດ້ຍ້າຍສື່ຫລັກຂອງຊາດ ຊຶ່ງ ລວມມີ: ສຳນັກຂ່າວສານປະເທດ ລາວ (KPL), ໂທລະພາບແຫ່ງ ຊາດລາວ (LNTV), ວິທະຍຸແຫ່ງ ຊາດລາວ (LNR) ສື່ສິ່ງພິມຕ່າງໆ ແລະ ສື່ສິ່ງພິມພາສາຕ່າງປະເທດ ມາຢູ່ພາຍໃຕ້ການຄຸ້ມຄອງຂອງ ຄະນະໂຄສະນາອົບຮົມສູນກາງ ພັກ. ການປະຕິຮູບອົງກອນຄັ້ງສໍາ ຄັນນີ້, ມີຈຸດປະສົງເພື່ອຍົກລະດັບ ປະສິດທິພາບການດໍາເນີນງານ, ປັບໂຕເຂົ້າສູ່ຍຸກດີຈິຕອນຢ່າງຍືນ ຍົງ ແລະ ສ້າງສັນເນື້ອຫາທີ່ມີຄຸນ ນະພາບສູງເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດໃຫ້ດີຍິ່ງຂຶ້ນ. ນອກຈາກນີ້, ທ່ານຍັງໄດ້ເນັ້ນ ຢ້ຳເຖິງບົດບາດອັນສໍາຄັນຂອງອະ ນຸກໍາມະການ ASEAN-COCI ດ້ານຖະແຫລງຂ່າວ ໃນການເສີມ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ການສື່ສານໃນລະດັບພາກພື້ນ, ສົ່ງ ເສີມຄວາມເຂົ້າໃຈອັນດີລະຫວ່າງ ປະເທດສະມາຊິກ ແລະ ຮ່ວມກັນ ພັດທະນາອັດຕະລັກຂອງປະຊາຄົມ ອາຊຽນໃຫ້ແໜ້ນແຟ້ນ. ທ່ານ ນາງ ມາໄລວຽງ ວົງຈັນ ດີ ຫົວໜ້າອະນຸກໍາມະການວຽກ ງານຖະແຫລງຂ່າວ ສປປ ລາວ ຮອງອໍານວຍການໃຫຍ່ ໂທລະພາບ ແຫ່ງຊາດລາວ ໄດ້ກ່າວໃນນາມ ເປັນປະທານກອງປະຊຸມ ໂດຍໄດ້ ກ່າວເຖິງທິດທາງແລະຄວາມຮ່ວມ ມືດ້ານສື່ມວນຊົນໃນຍຸກໃໝ່ວ່າ: “ໃນຍຸກແຫ່ງການຫັນເປັນດີຈິຕອນ ຢ່າງໄວວາ, ຄະນະອະນຸກໍາມະການ ດ້ານຖະແຫລງຂ່າວໄດ້ກາຍເປັນ ເວທີຍຸດທະສາດສໍາຄັນ ສໍາລັບປະ ເທດສະມາຊິກອາຊຽນ ໃນການ ສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ ໃຫ້ເລິກເຊິ່ງ, ເສີມສ້າງພະລັງສຽງ ຂອງພາກພື້ນໃຫ້ເຂັ້ມແຂງ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໆ ໂດຍສະເພາະການແກ້ໄຂບັນຫາ ຂໍ້ມູນຂ່າວປອມ (Fake News) ແລະ ສື່ສັງເຄາະ (Synthetic Media). ການຫາຂໍ້ມູນແບບສ້າງ ສັນ ແລະ ຄວາມຮ່ວມມືທີ່ເປັນຮູບ ປະທໍາ, ພວກເຮົາຈະສາມາດຮ່ວມ ກັນສ້າງປະຊາຄົມອາຊຽນທີ່ມີຂໍ້ ມູນຂ່າວສານຄົບຖ້ວນ, ເຊື່ອມໂຍງ ເຊິ່ງກັນ ແລະ ກັນ ແລະ ພ້ອມຮັບມື ກັບທຸກຄວາມປ່ຽນແປງຢ່າງຍືນຍົງ. ການຈັດກອງປະຊຸມຄັ້ງນີ້, ຖື ເປັນກົນໄກສໍາຄັນໃນການຂັບເຄື່ອນ ແຜນງານອາຊຽນ ວ່າດ້ວຍຂໍ້ມູນ ຂ່າວສານ ແລະ ສື່ມວນຊົນ ປີ 2026-2035 (ASEANWork Plan for Information and Media 2026–2035) ໂດຍມຸ່ງ ເນັ້ນການເຊື່ອມໂຍງລະບົບສື່ມວນ ຊົນໃນພາກພື້ນ, ເພີ່ມພູນທັກສະ ຄວາມຮູ້ເທົ່າທັນດີຈິຕອນ (Digital Literacy) ແລະ ວາງຮາກຖານ ດ້ານສື່ອາຊຽນ ໃຫ້ມີຄວາມຕໍ່ເນື່ອງ ແລະ ມີວິໄສທັດຍາວໄກ. ໃນວາລະການປະຊຸມ, ຄະນະ ຜູ້ແທນຈະໄດ້ຮ່ວມກັນທົບທວນ ຄວາມຄືບໜ້າຂອງໂຄງການຕ່າງໆ, ພິຈາລະນາຂໍ້ສະເໜີໂຄງການໃໝ່ ທີ່ຈະຂໍຮັບການສະໜັບສະໜູນ ຈາກກອງທຶນວັດທະນະທໍາອາຊຽນ (ACF) ສໍາລັບງົບປະມານ ປິ 2027 ລວມເຖິງການຫາລືຄວາມ ຮ່ວມມືກັບປະເທດຄູ່ເຈລະຈາ (ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ຣັດເຊຍ ແລະ ນອກແວ). ນອກຈາກນີ້, ກອງປະຊຸມ ຈະ ຮ່ວມກັນກຽມຄວາມພ້ອມສໍາລັບ ການຈັດສໍາມະນາຫລາຍພາກສ່ວນ ຂອງອາຊຽນ ວ່າດ້ວຍການແກ້ໄຂ ບັນຫາຂໍ້ມູນຂ່າວປອມ ແລະ ການ ຄຸ້ມຄອງສື່ສັງຄົມ ໃນວັນທີ 4-5 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ ປະເທດກໍາປູເຈຍ, ພ້ອມ ທັງຫາລືການກຽມກອງປະຊຸມSCI ຄັ້ງທີ 28 ຊຶ່ງປະເທດມາເລເຊຍ ຈະ ເປັນເຈົ້າພາບໃນລໍາດັບຕໍ່ໄປ. ກະຊວງການຕ່າງປະເທດ ເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນເຖິງ ຜົນງານ, ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ຜູ້ນຳທີ່ແສນ ເຄົາລົບຮັກຂອງຊາດລາວ ໃນພາ ລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄື ການປະຕິບັດ 2 ໜ້າທີ່ຍຸດທະສາດ ການປົກປັກຮັກສາແລະສ້າງສາພັດ ທະນາປະເທດຊາດ. ພ້ອມທັງຍົກ ໃຫ້ເຫັນການເສີມຂະຫຍາຍວັນເຊັນ ສົນທິສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ນັບມື້ນັບເລິກ ເຊິ່ງຍິ່ງຂຶ້ນ, ພ້ອມນີ້ຍັງໄດ້ຍົກໃຫ້ ເຫັນຄໍາຂວັນປຸກລະດົມ ຄື: ຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ຢ່າງສຸດໃຈ, ຊົມ ເຊີຍວັນປະກາດໃຊ້ລັດຖະທໍາມະ ນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ຢ່າງສຸດໃຈ ແລະ ຊົມເຊີຍ ວັນການ ທູດລາວຄົບຮອບ 81 ປີ. ທັງນີ້, ກໍເພື່ອເປັນການໂຄສະນາສຶກສາ ອົບຮົມ ໃຫ້ບັນດາພະນັກງານ-ລັດ ຖະກອນ ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ ກັບມູນເຊື້ອອັນດີງາມຂອງ ປະທານ ສຸພານຸວົງ ແລະ ຍົກສູງສະຕິ, ເສີມ ຂະຫຍາຍມູນເຊື້ອຮັກຊາດ, ຮັກ ລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີ ສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍ ມ້າງເພຂອງອິດທິກຳລັງປໍລະປັກ ແລະ ເປັນການສະແດງຄວາມກະ ຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ ແລະ ລັດ ຖະບານຮຸ່ນກໍ່ຕັ້ງ ຍ້ອນມີເພິ່ນໃນມື້ ນັ້ນຈຶ່ງມີພວກເຮົາໃນມື້ນີ້. ໂອກາດນີ້, ສະຫາຍ ໄມທອງ ທຳມະວົງສາ ຍັງເນັ້ນໃຫ້ພະນັກ ງານ, ສະມາຊິກພັກ, ພ້ອມກັນ ຮໍ່າ ຮຽນເອົາຄຸນສົມບັດ, ສິນທໍາປະຕິ ບັດອັນສູງສົ່ງ ໂດຍສະເພາະແມ່ນ ຈິດໃຈຮັກຊາດອັນສູງສົ່ງ, ຍອມ ເສຍສະລະທຸກສິ່ງທຸກຢ່າງເພື່ອ ປະເທດຊາດ ແລະ ປະຊາຊົນຂອງ ປະທານ ສຸພານຸວົງ, ທັງພ້ອມສ້າງ ຄວາມເຂົ້າໃຈ ແລະ ຮັບຮູ້ເຖິງແນວ ທາງນະໂຍບາຍການຕ່າງປະເທດ ຂອງປະເທດເຮົາໃນແຕ່ລະໄລຍະ, ຮ່ວມກັນເປັນເຈົ້າການເຂົ້າຮ່ວມ ໃນການເສີມຂະຫຍາຍສາຍພົວພັນ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ ຢ່າງສຸດໃຈ, ຊົມເຊີຍວັນປະກາດໃຊ້ ລັດຖະທໍາມະນູນແຫ່ງ ສປປ ລາວ ຢ່າງສຸດໃຈ. ສະຫາຍ ໄມທອງ ທຳມະວົງ ສາ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະນຳ, ຄະນະກົມ, ສະມາຊິກ ພັກ, ພະນັກງານ-ລັດຖະກອນທັງ ໝົດ ຂອງກະຊວງການຕ່າງປະເທດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອ ອັນດີງາມຂອງພັກເປັນຕົ້ນບົດຮຽນ ການນໍາພາຂອງພັກ, ພ້ອມນັ້ນ ກໍ ພ້ອມກັນຖອດຖອນບົດຮຽນຈາກ ບັນດາຂໍ້ຂາດຕົກບົກພ່ອງໃນໄລຍະ ຜ່ານມາ ເພື່ອປັບປຸງປ່ຽນແປງການ ນໍາພາຂອງພັກໃນໄລຍະໃໝ່ໃຫ້ ສອດຄ່ອງ, ພ້ອມກັນສ້າງພັກໃຫ້ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຮັກສາບົດບາດກໍາອຳນາດຂອງ ພັກແລະ ນໍາພາວຽກງານການຕ່າງ ປະເທດ ໄປສູ່ຈຸດໝາຍ. ຂ່າວ: ກຕທ ຟີລິບປິນ ຊຶ່ງເປັນເວທີສຳຄັນໃນ ການປຶກສາຫາລືທາງດ້ານຍຸດທະ ສາດ ເພື່ອໃຫ້ບັນດາປະເທດສະມາ ຊິກອາຊຽນ ສາມາດຕອບສະໜອງ ແລະ ຮັບມືກັບສິ່ງທ້າທາຍ ກໍຄື ກາ ລະໂອກາດໃໝ່ໆ ທີ່ສົ່ງຜົນກະທົບຕໍ່ ຂະແໜງການທ່ອງທ່ຽວຂອງພາກ ພື້ນໄດ້ຢ່າງທັນການ. ໃນກອງປະຊຸມ, ບັນດາລັດຖະ ມົນຕີທ່ອງທ່ຽວອາຊຽນ ໄດ້ຮັບຮູ້ ເຖິງຄວາມສຳຄັນຂອງຂະແໜງ ການທ່ອງທ່ຽວ ໃນຖານະເປັນກຳ ລັງຂັບເຄື່ອນ ທີ່ສຳຄັນຕໍ່ການເຕີບ ໂຕທາງເສດຖະກິດ, ການສ້າງວຽກ ເຮັດງານທໍາ ແລະ ການເຊື່ອມໂຍງ ລະຫວ່າງປະຊາຊົນໃນພາກພື້ນ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງ ຄວາມເປັນຫ່ວງຕໍ່ກັບຜົນກະທົບ ຈາກປັດໄຈພາຍນອກ ເຊັ່ນ: ຄວາມ ເຄັ່ງຕຶງໃນຕາເວັນອອກກາງ ແລະ ຄວາມຜັນຜວນຂອງຕະຫລາດພະ ລັງງານໂລກ ຊຶ່ງສົ່ງຜົນກະທົບໂດຍ ກົງຕໍ່ຄ່າຂົນສົ່ງ, ລາຄານ້ຳມັນເຊື້ອ ໄຟການບິນ ແລະ ຄວາມສາມາດໃນ ການແຂ່ງຂັນຂອງຈຸດໝາຍປາຍ ທາງການທ່ອງທ່ຽວ. ເພື່ອແກ້ໄຂ ບັນຫານີ້, ກອງປະຊຸມໄດ້ຕົກລົງທີ່ ຈະເພີ່ມທະວີການຮ່ວມມືເພື່ອຊຸກຍູ້ ການເດີນທາງພາຍໃນພາກພື້ນອາ ຊຽນໃຫ້ຫລາຍຂຶ້ນ ແລະ ສຸມໃສ່ ການລົງທຶນດ້ານການຕະຫລາດ ໄປສູ່ຈຸດໝາຍປາຍທາງການທ່ອງ ທ່ຽວເມືອງຮອງ ເພື່ອຫລຸດຜ່ອນ ຜົນກະທົບຈາກການຫລຸດລົງຂອງ ນັກທ່ອງທ່ຽວໄລຍະໄກ. ກອງປະຊຸມ ຍັງໄດ້ເຫັນດີໃຫ້ມີ ການທົບທວນ ແລະ ປັບປຸງຂໍ້ຕົກລົງ ການທ່ອງທ່ຽວອາຊຽນ ທີ່ເຄີຍຮັບ ຮອງມາແຕ່ປີ 2002 ໃຫ້ສອດຄ່ອງ ກັບສະພາບການປ່ຽນແປງໃໝ່, ລວມທັງຄວາມກ້າວໜ້າດ້ານດີຈິ ຕອນ, ຄວາມຍືນຍົງ, ການເຊື່ອມ ໂຍງ ແລະ ຄວາມຕ້ອງການໃໝ່ໆ ຂອງນັກທ່ອງທ່ຽວ ໂດຍໄດ້ມອບ ໝາຍໃຫ້ອົງການທ່ອງທ່ຽວແຫ່ງ ຊາດອາຊຽນ (NTOs) ສືບຕໍ່ຈັດ ຕັ້ງປະຕິບັດວຽກງານນີ້. ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວ ກັບການສ້າງເອກະສານການລົງ ທຶນດ້ານການທ່ອງທ່ຽວແບບຍືນ ຍົງແລະທົນທານຂອງອາຊຽນໂດຍ ໄດ້ຮັບການສະໜັບສະໜູນຈາກທະ ນາຄານພັດທະນາອາຊີ (ADB) ເພື່ອສ້າງເອກະສານດັ່ງກ່າວນີ້ ເປັນ ເຄື່ອງມືດຶງດູດການລົງທຶນດ້ານ ການທ່ອງທ່ຽວອາຊຽນ. ກອງປະຊຸມໄດ້ຊົມເຊີຍ ແລະ ສະ ໜັບສະໜູນຂໍ້ລິເລີ່ມຂອງປະເທດ ຟີລິບປິນ ໃນການສ້າງລະບົບຖານ ຂໍ້ມູນ ແລະ ການວິເຄາະການທ່ອງ ທ່ຽວລະດັບພາກພື້ນ. ໂຄງການນີ້ ຈະຊ່ວຍສ້າງກະດານສະແດງຂໍ້ມູນ Dashboard ເພື່ອຕິດຕາມຕົວຊີ້ ວັດການທ່ອງທ່ຽວ, ພ້ອມທັງສ້າງ ບົດລາຍງານການວິເຄາະທີ່ຊ່ວຍ ໃຫ້ການວາງນະໂຍບາຍຕ່າງໆອີງ ໃສ່ຂໍ້ມູນຕົວຈິງ ແລະ ມີຄວາມຊັດ ເຈນຫລາຍຂຶ້ນ. ຄຽງຄູ່ກັບກອງປະຊຸມວົງແຄບ ດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມສໍາມະນາການລົງ ທຶນດ້ານການທ່ອງທ່ຽວອາຊຽນ ຊຶ່ງຈັດໂດຍປະເທດເຈົ້າພາບຮ່ວມ ກັບ ADB ເພື່ອເປັນເວທີຈັບຄູ່ ການລົງທຶນ ແລະ ນຳສະເໜີໂຄງ ການທ່ອງທ່ຽວທີ່ມີຄວາມພ້ອມ ສຳລັບການລົງທຶນໃຫ້ແກ່ພາກສ່ວນ ຕ່າງໆ. ໃນໂອກາດນີ້, ທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມຄຸ້ມຄອງ ການທ່ອງທ່ຽວ ກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ ໄດ້ຂຶ້ນ ນຳສະເໜີທ່າແຮງ ແລະ ໂຄງການ ພັດທະນາສະຖານທີ່ທ່ອງທ່ຽວ ຂອງ ສປປ ລາວ ໃຫ້ນັກລົງທຶນ, ອົງການຈັດຕັ້ງສາກົນໄດ້ຮັບຊາບ, ຊຶ່ງໄດ້ນໍາສະເໜີ 2 ຈຸດໝາຍປາຍ ທາງການທ່ອງທ່ຽວ ທີ່ມີທ່າແຮງ ໃນການຊຸກຍູ້ສົ່ງເສີມການລົງທຶນ ຂອງພາກລັດ, ທຸລະກິດ, ອົງການ ຈັດຕັ້ງສາກົນ ແລະ ປະຊາຊົນທ້ອງ ຖິ່ນ ເຊັ່ນ: ເມືອງເຟືອງ ແຂວງວຽງ ຈັນ ແລະ ເມືອງປະທຸມພອນ ແຂວງ ຈໍາປາສັກ. ໃນຕອນທ້າຍຂອງກອງປະຊຸມ, ບັນດາລັດຖະມົນຕີທ່ອງທ່ຽວອາ ຊຽນ ໄດ້ຮ່ວມກັນຮັບຮອງເອົາຖະ ແຫລງການຮ່ວມ ໂດຍໄດ້ຢືນຢັນ ຄືນເຖິງຄວາມມຸ່ງໝັ້ນໃນການຈັດ ຕັ້ງປະຕິບັດແຜນຍຸດທະສາດການ ທ່ອງທ່ຽວອາຊຽນ 2026-2030 ໃຫ້ເກີດຜົນເປັນຮູບປະທຳ. ຄະນະຜູ້ແທນລາວູ້ ລາວ-ຫວຽດນາມ... ພາກພື້ນອາຊີ (Asia GEF-9 Planning Workshop) ຢູ່ນະ ຄອນຫລວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ໄຊນະຄອນ ອິນ ທະວົງ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ມີຫົວ ໜ້າພະແນກຝ່າຍພັດທະນາໂຄງ ການ, ຜູ້ຈັດການຝ່າຍງານປະຕິບັດ ງານ ແລະ ນະໂຍບາຍ, ອົງການຈັດ ຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄຊນະຄອນ ອິນທະວົງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງ ແຜນງານຮອບວຽນທີ 9 ຂອງ ກອງທຶນສິ່ງແວດລ້ອມໂລກ ປະຈຳ ພາກພື້ນອາຊີ ຊຶ່ງຫລັງຈາກທີ່ບັນ ດາປະເທດຜູ້ໃຫ້ທຶນ ໄດ້ໃຫ້ສັນຍາ ລະດົມທຶນຈຳນວນ 3,9 ຕື້ໂດລາ ສະຫະລັດ ສໍາລັບຮອບວຽນທີ 9 ສະແດງໃຫ້ເຫັນເຖິງຄວາມເຊື່ອ ໝັ້ນຕໍ່ການຮ່ວມມືຫລາຍຝ່າຍເພື່ອ ສິ່ງແວດລ້ອມໂລກ. ພ້ອມກັນນີ້, ຍັງໄດ້ມີການກຳນົດທິດທາງ ແລະ ບຸລິມະສິດຂອງ ສປປ ລາວ ພາຍໃຕ້ ແຜນງານຮອບວຽນທີ 9 ຂອງ ກອງທຶນສິ່ງແວດລ້ອມໂລກ ປະຈຳ ພາກພື້ນອາຊີ ໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10, ແຜນງານປັບ ຕົວຕໍ່ການປ່ຽນແປງດິນຟ້າອາກາດ (NAP) ແລະ ແຜນຍຸດທະສາດ ຄວາມຫລາກຫລາຍທາງດ້ານຊີວະ ນາໆພັນ ໂດຍສຸມໃສ່ຂົງເຂດປ່າ ໄມ້ທີ່ເປັນມິດກັບທຳມະຊາດ, ການ ກະສິກຳທົນທານຕໍ່ດິນຟ້າອາກາດ, ຄວາມໝັ້ນຄົງດ້ານນໍ້າ, ພະລັງງານ ແລະ ອາຫານໃນລຸ່ມແມ່ນໍ້າຂອງ ຕະຫລອດຈົນເຖິງການຄຸ້ມຄອງ ສິ່ງເສດເຫລືອອັນຕະລາຍຢ່າງຖືກ ຕ້ອງຕາມຫລັກສິ່ງແວດລ້ອມ. ກອງປະຊຸມໃນຄັ້ງນີ້, ຈະເປັນ ເວທີສຳຄັນໃນການປຶກສາຫາລື ກ່ຽວກັບທິດທາງນະໂຍບາຍ, ແຜນ ງານລວມ, ການເງິນແບບປະສົມ ປະສານ (Blended Finance) ແລະ ການວາງແຜນງານກຸ່ມປະ ເທດ ເພື່ອແລກປ່ຽນບົດຮຽນ ແລະ ສ້າງຄວາມເຂັ້ມແຂງໃນການຈັດ ຕັ້ງປະຕິບັດຕົວຈິງໃຫ້ບັນລຸຜົນສຳ ເລັດຢ່າງເປັນຮູບປະທຳ. ຂ່າວ-ພາບ: ອະພິເດດ ແສງດາລາ ແຮງງານ ຫວຽດນາມ-ລາວ ຄັ້ງທີ 9 (ເດືອນພະຈິກ 2025) ປະກົດ ຜົນເປັນຮູບປະທໍາ ໂດຍສະເພາະ ການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມືໃນຂົງເຂດແຮງງານ ແລະ ບຸກຄົນທີ່ມີຄຸນງາມຄວາມດີ ລະຫວ່າງສອງກະຊວງໃຫ້ມີປະສິດ ທິຜົນສູງສຸດ. ພ້ອມນີ້, ທ່ານ ກາວ ຮຸຍ ຍັງໄດ້ຢືນຢັນວ່າ: ກະຊວງ ພາຍໃນ ຫວຽດນາມ ພ້ອມແລ້ວ ທີ່ຈະແບ່ງປັນປະສົບການໃນການ ພັດທະນາສະຖາບັນ, ນະໂຍບາຍ, ປະສົບການການປະຕິຮູບຂັ້ນຕອນ ບໍລິຫານ, ຂະບວນການຫັນເປັນດີ ຈິຕອນ ແລະ ການຟື້ນຟູສຸຂະພາບ ສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ ການປະຕິວັດ. ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າ ຜ່ານການແລກ ປ່ຽນຄັ້ງນີ້, ຈະຊ່ວຍກຳນົດກິດຈະ ກຳບຸລິມະສິດທີ່ສຳຄັນໃນຕໍ່ໜ້າ, ຮັບປະກັນໃຫ້ການຮ່ວມມືມີຄວາມ ເລິກເຊິ່ງ, ມີເນື້ອໃນຄົບຖ້ວນ, ຕອບ ສະໜອງຄວາມຕ້ອງການຂອງ ການພັດທະນາເສດຖະກິດ-ສັງຄົມ ແລະ ສອດຄ່ອງກັບສາຍພົວພັນ ມິດຕະພາບ ອັນເຂັ້ມແຂງຂອງສອງ ປະເທດ. ໃນວາລະດຳເນີນກອງປະຊຸມ, ຄະນະວິຊາການຂອງທັງສອງຝ່າຍ ໄດ້ປະກອບຄໍາເຫັນແລກປ່ຽນຢ່າງ ກົງໄປກົງມາ ແລະ ເປັນປະໂຫຍດ ໂດຍສຸມໃສ່ 4 ບັນຫາຫລັກທີ່ສໍາ ຄັນຄື: ທົບທວນການຄຸ້ມຄອງແຮງ ງານຕ່າງປະເທດ, ສະພາບການ ຈັດຕັ້ງປະຕິບັດ ແລະ ການບັງຄັບ ໃຊ້ສົນທິສັນຍາສາກົນທີ່ກ່ຽວຂ້ອງ ຂອງທັງສອງປະເທດ; ກົນໄກສະ ເພາະໃນການແລກປ່ຽນຂໍ້ມູນ ແລະ ຕົກລົງເຫັນດີກ່ຽວກັບກົນໄກສະ ເພາະສໍາລັບໂຄງການສຳຄັນໃນ ລາວ ທີ່ນຳໃຊ້ແຮງງານຫວຽດ ນາມ; ການແບ່ງປັນປະສົບການຕົວ ຈິງ: ແລກປ່ຽນການປະຕິຮູບຂັ້ນ ຕອນການບໍລິຫານໃນການອອກ ໃບອະນຸຍາດ ແລະ ການຄຸ້ມຄອງ ແຮງງານຕ່າງປະເທດ, ພ້ອມທັງ ກົນໄກສົ່ງເສີມຕະຫລາດແຮງງານ, ຄວາມປອດໄພແລະສຸຂະພາບແຮງ ງານ ແລະ ອື່ນໆ; ການຫັນເປັນດີຈິ ຕອນ ຊຶ່ງນະໂຍບາຍການພັດທະນາ ຕະຫລາດແຮງງານ ໃນການເພີ່ມ ທະວີແກ້ໄຂສຳລັບການປ່ຽນຂໍ້ມູນ ແຮງງານເປັນດີຈິຕອນ ແລະ ການ ເຊື່ອມໂຍງຂໍ້ມູນ ເພື່ອສ້າງ ແລະ ດຳ ເນີນງານລະບົບຂໍ້ມູນຂ່າວສານ ຕະ ຫລາດແຮງງານທີ່ທັນສະໄໝກັບ ຂະແໜງການອື່ນນຳອີກ. ຂໍ້ມູນ-ພາບ: ຂ່າວສານ ຮສສ ແວດລ້ອມ ຕະຫລອດຮອດແຈ້ງ ການຂອງຫ້ອງວ່າການປົກຄອງ ນວ ມາຈັດຕັ້ງປະຕິບັດ, ພ້ອມຈັດ ກອງປະຊຸມເຜີຍແຜ່ມາດຕະການ ຜ່ອນຜັນການເຄື່ອນຍ້າຍໝູໃຫ້ແກ່ ຜູ້ປະກອບການ ແລະ ພາກສ່ວນ ກ່ຽວຂ້ອງ. ສຳລັບມາດຕະການ ດ້ານການປ້ອງກັນແລະຄວບຄຸມພະ ຍາດ ໄດ້ກຳນົດພື້ນທີ່ເປັນ 3 ເຂດ ຄື: ເຂດແດງ ແມ່ນເຂດລະບາດ, ເຂດ ເຫລືອງ ແມ່ນເຂດເຝົ້າລະວັງຢ່າງ ເຂັ້ມງວດ ແລະ ເຂດຂຽວ ແມ່ນເຂດ ທີ່ບໍ່ມີການລະບາດ. ສຳລັບການ ເຄື່ອນຍ້າຍໝູຈາກເຂດຂຽວ ຈະ ຕ້ອງຜ່ານການກວດກາຕາມຫລັກ ວິຊາການ, ໃນນັ້ນ ໝູທີ່ມີນ້ຳໜັກ ເກີນ 100 ກິໂລກຣາມ ທີ່ຈະເຄື່ອນ ຍ້າຍເຂົ້າໂຮງງານຂ້າສັດ ຈະຕ້ອງ ກວດເລືອດເພື່ອຢັ້ງຢືນວ່າບໍ່ຕິດ ເຊື້ອ ກ່ອນຈະອະນຸຍາດໃຫ້ເຄື່ອນ ຍ້າຍ. ພ້ອມທັງກຳນົດເສັ້ນທາງ ເຄື່ອນຍ້າຍໄປຍັງໂຮງງານຂ້າສັດ ທີ່ໄດ້ຮັບອະນຸຍາດແລະທີ່ໄດ້ຮັບອະ ນຸຍາດ ແລະ ມີມາດຕະຖານ. ພາຍ ໃນໂຮງງານຂ້າສັດ ຕ້ອງມີການ ເຂັ້ມງວດກວດກາສັດ ແລະ ຊີ້ນ ທັງ ກ່ອນແລະຫລັງການຂ້າ,ພ້ອມກວດ ກາດ້ານສຸຂະອະນາໄມ. ສ່ວນການ ນຳຊີ້ນໝູໄປຈຳໜ່າຍຕາມຕະຫລາດ ຈະຕ້ອງມີໃບນຳສົ່ງ ແລະ ເອກະ ສານຄົບຖ້ວນ ໂດຍກຳນົດແຫລ່ງ ທີ່ມາ, ເສັ້ນທາງ ແລະ ຕະຫລາດ ປາຍທາງຢ່າງຈະແຈ້ງ. ພ້ອມນີ້ ຈະປະສານກັບບັນດາເມືອງ ເພື່ອ ກວດກາແຫລ່ງທີ່ມາຂອງຊີ້ນໝູ ທີ່ ນຳໄປຈຳໜ່າຍໃນຕະຫລາດ, ໂດຍ ຜູ້ຄ້າຕ້ອງມີໃບນຳສົ່ງ ແລະ ເອກະ ສານຄົບຖ້ວນ. ກໍລະນີພົບຜູ້ລະ ເມີດມາດຕະການ ຈະຖືກດຳເນີນ ຕາມມາດຕະການທີ່ກຳນົດ, ລວມ ເຖິງມາດຕະການທາງແພ່ງ ແລະ ອາຍາ ໃນກໍລະນີຮ້າຍແຮງ. ທ່ານ ແສງເພັດ ຈັນທະເສນ ໄດ້ ກ່າວອີກວ່າ: ພະຍາດອະຫິວາໝູ ອາຟຣິກາ ເປັນພະຍາດຮ້າຍແຮງ ສຳລັບໝູ, ສ້າງຜົນກະທົບຕໍ່ຜູ້ປະ ກອບການລ້ຽງໝູ, ແຕ່ພະຍາດນີ້ ບໍ່ຕິດຈາກໝູໄປຫາຄົນ. ດັ່ງນັ້ນ, ການຜ່ອນຜັນການເຄື່ອນຍ້າຍໝູ ມີເປົ້າໝາຍສົ່ງເສີມໃຫ້ຕະຫລາດ ມີຊີ້ນ ແລະ ສະບຽງອາຫານຢ່າງ ພຽງພໍ, ຂະນະທີ່ມາດຕະການຄວບ ຄຸມຍັງຄົງເຂັ້ມງວດ. ສຳລັບແຜນການໃນຕໍ່ໜ້າ, ຂະ ແໜງລ້ຽງສັດ ນວ ຈະສືບຕໍ່ເຂັ້ມ ງວດການເຄື່ອນຍ້າຍສັດ ເນື່ອງ ຈາກເປັນໜຶ່ງໃນປັດໄຈສ່ຽງຕໍ່ການ ແພ່ລະບາດ, ພ້ອມທັງກວດກາ ແລະ ສະກັດກັ້ນການລັກລອບນຳເຂົ້າຊີ້ນ ໝູ ຫລື ຊິ້ນສ່ວນຈາກໝູຈາກບ່ອນ ອື່ນ ເຂົ້າສູ່ເຂດລະບາດ. ພ້ອມກັນ ນີ້, ຈະກວດກາການຂ້າສັດທີ່ບໍ່ໄດ້ ມາດຕະຖານ ແລະ ການລັກລອບ ຈຳໜ່າຍຊີ້ນຕາມແຄມທາງ ແລະ ຈຸດຕ່າງໆ. ຂ່າວ-ພາບ: ທະນູທອງ ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫລວງວຽງ ຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ ດົນມານີ້ວ່າ: ສະພາບການລະບາດ ຂອງພະຍາດອະຫິວາໝູອາຟຣິກາ ໃນ ນວ ໄດ້ເກີດຂຶ້ນ ຢູ່ 2 ຈຸດ ຄື: ຢູ່ ເມືອງສັງທອງ2ບ້ານແລະຢູ່ເມືອງ ນາຊາຍທອງ 1 ຈຸດ ໂດຍເລີ່ມພົບ ການລະບາດແຕ່ວັນທີ 4 ກັນຍາ 2026 ເປັນຕົ້ນມາ. ມາຮອດປັດຈຸ ບັນ, ສາມາດຄວບຄຸມການລະບາດ ໄດ້ແລ້ວ (ການລະບາດບໍ່ແຜ່ລາມ ອອກເປັນວົງກວ້າງ, ຍັງຢູ່ໃນຈຸດ ລະບາດເດີມ). ສຳລັບມາດຕະການ ຄວບຄຸມ, ຂະແໜງລ້ຽງສັດ ໄດ້ປະ ສານຂໍຄຳເຫັນຈາກຂັ້ນເທິງ ແລະ ນຳເອົາແຈ້ງການຂອງສຳນັກງານ ນາຍົກ, ກະຊວງກະສິກຳ ແລະ ສິ່ງ ເຜີຍແຜ່...ີ່ ນວ... ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==