23/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 8kf2ko ltg|j me,t-kfcsj 'r6 rP'[= ]tg;o ໂດຍ: ສຸກກີທະວີຸ ຂປລ. ຖ້າເອີ່ຍເຖິງແຫລ່ງທ່ອງ ທ່ຽວທຳມະຊາດຂອງແຂວງຈຳ ປາສັກ ຕາດຟານ ຖືເປັນໜຶ່ງໃນສະ ຖານທີ່ທ່ອງທ່ຽວທີ່ມີສະເໜ່ ແລະ ຄວາມໂດດເດັ່ນ ຊຶ່ງຕາດແຫ່ງນີ້ຕັ້ງ ຢູ່ເຂດພູພຽງບໍລະເວນທ່າມກາງ ປ່າໄມ້ອັນຂຽວສົດງົດງາມ ແລະ ອາກາດເຢັນສະບາຍ. ດ້ວຍພູມສັນ ຂປລ. ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ຕັ້ງຢູ່ທາງພາກ ໃຕ້ຂອງຈີນ, ມີຊາຍແດນຕິດກັບ ຫວຽດນາມ ແລະ ຫັນໜ້າອອກສູ່ ອາຊຽນຜ່ານອ່າວເປີ້ຍປູ້. ດ້ວຍທີ່ຕັ້ງ ທາງພູມສາດອັນໂດດເດັ່ນ, ກວາງ ຊີ ຈຶ່ງກຳລັງມີບົດບາດເພີ່ມຂຶ້ນໃນ ການເຊື່ອມໂຍງຈີນກັບອາຊຽນ ທັງ ດ້ານການຄ້າ, ການລົງທຶນ, ການ ຂົນສົ່ງ, ໂລຈິສຕິກ, ວັດທະນະທຳ ແລະ ການທ່ອງທ່ຽວ. ກວາງຊີ ກໍ່ຕັ້ງຂຶ້ນເປັນເຂດປົກ ຄອງຕົນເອງໃນປີ 1958. ປັດຈຸບັນ ມີປະຊາກອນຫລາຍກວ່າ 57 ລ້ານ ຄົນ. ເປັນພື້ນທີ່ທີ່ມີຫລາຍຊົນເຜົ່າ ຖານອັນສວຍງາມ ແລະ ນ້ຳຕົກ ທີ່ສູງສະຫງ່າ, ຕາດຟານ ຈຶ່ງເປັນ ຈຸດໝາຍປາຍທາງທີ່ດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໃຫ້ມາສຳຜັດຄວາມງາມ ຢ່າງບໍ່ຂາດສາຍ. ຕາດຟານ ຕັ້ງ ຢູ່ເຂດບ້ານຫລັກ 38 ເມືອງປາກ ຊ່ອງ ແຂວງຈໍາປາສັກ ຫ່າງຈາກ ຕົວເມືອງປາກຊ່ອງປະມານ 12 ກິໂລແມັດ. ຕາດແຫ່ງນີ້ກຳເນີດຈາກ ສາຍຫ້ວຍບັງລຽງ ແລະ ຫ້ວຍຈິບ ທີ່ ໄຫລມາລວມກັນກ່ອນຈະໄຫລລົງ ຈາກໜ້າຜາເປັນນ້ຳຕົກສອງສາຍ. ຈຸດເດັ່ນຂອງຕາດຟານ ແມ່ນ ສາຍນ້ຳສອງສາຍທີ່ໄຫລລົງຈາກ ໜ້າຜາສູງ ແລະ ຕົກລົງສູ່ຮ່ອມພູ ເບື້ອງລຸ່ມກາຍເປັນພາບທິວທັດທີ່ ສວຍງາມ ແລະ ໜ້າປະທັບໃຈ. ສາຍນ້ຳທີ່ໄຫລລົງຈາກພູສູງປະ ສານກັບສຽງນ້ຳກະທົບຫີນ ແລະ ສາຍໝອກທີ່ລອຍປົກຄຸມຮ່ອມພູ ໄດ້ ສ້າງບັນຍາກາດອັນສົດຊື່ນ ແລະ ສະຫງົບໃຫ້ແກ່ຜູ້ມາຢ້ຽມຢາມ. ເມື່ອເດີນທາງມາເຖິງຕາດຟານ ນັກທ່ອງທ່ຽວສາມາດສຳຜັດກັບ ອາກາດເຢັນສະບາຍ ແລະ ຊົມ ທິວທັດປ່າໄມ້ອັນອຸດົມສົມບູນ. ສີ ຂຽວຂອງຕົ້ນໄມ້ໃບຫຍ້າພືດພັນ ນາໆຊະນິດປະສົມກັບສາຍໝອກ ແລະ ສາຍນ້ຳທີ່ໄຫລລົງຈາກໜ້າຜາ ກໍຍິ່ງເພີ່ມສະເໜ່ໃຫ້ແກ່ສະຖານທີ່ ແຫ່ງນີ້. ສຳລັບຈຸດຊົມທິວທັດດ້ານ ເທິງເປັນຈຸດທີ່ສາມາດແນມເຫັນ ສາຍນ້ຳຕົກໄດ້ຢ່າງຊັດເຈນຈາກ ມຸມສູງ. ພ້ອມນັ້ນ, ໃນຍາມເຊົ້າຖ້າ ສະພາບອາກາດເໝາະສົມບໍລິເວນ ນີ້ຍັງສາມາດຊົມທະເລໝອກທີ່ລອຍ ປົກຄຸມຕາມຮ່ອມພູ ແລະ ປ່າໄມ້ຢູ່ ເບື້ອງລຸ່ມສ້າງເປັນພາບທີ່ງົດງາມ ອີກຮູບແບບໜຶ່ງ. ຕາດຟານບໍ່ໄດ້ມີພຽງຈຸດຊົມນ້ຳ ຕົກແຕ່ຍັງມີກິດຈະກຳທີ່ສາມາດ ຕອບສະໜອງຄວາມສົນໃຈຂອງ ນັກທ່ອງທ່ຽວຫລາກຫລາຍຮູບ ແບບ. ໜຶ່ງໃນນັ້ນແມ່ນການຍ່າງ ປ່າ ເພື່ອສຳຫລວດທຳມະຊາດ ແລະ ສຳຜັດນ້ຳຕົກຢ່າງໃກ້ຊິດ. ເສັ້ນທາງຍ່າງປ່າມີທັງເສັ້ນທາງໄປ ຫາຈຸດດ້ານເທິງ ແລະ ເສັ້ນທາງ ໄປຫາບໍລິເວນທີ່ນ້ຳຕົກລົງສູ່ດ້ານ ລຸ່ມ. ອີກໜຶ່ງກິດຈະກຳທີ່ໂດດເດັ່ນ ແມ່ນການຂີ່ສະລິງຂ້າມຮ່ອມພູ ທ່າມກາງທິວທັດພູຜາປ່າໄມ້ ແລະ ນ້ຳຕົກ. ກິດຈະກຳນີ້ເປີດໂອກາດ ໃຫ້ຜູ້ມາຢ້ຽມຢາມໄດ້ສຳຜັດຄວາມ ຕື່ນເຕັ້ນພ້ອມຊົມທິວທັດຈາກມຸມ ສູງ. ນອກຈາກນັ້ນ, ຍັງມີກິດຈະກຳ ນັ່ງດື່ມກາເຟທ່າມກາງທຳມະຊາດ ຊຶ່ງເປັນອີກປະສົບການທີ່ສ້າງສີສັນ ໃຫ້ແກ່ການມາຢ້ຽມຢາມ. ສຳລັບ ຜູ້ຢາກໃຊ້ເວລາຢູ່ຕາດຟານຫລາຍ ກວ່າໜຶ່ງມື້ໃນບໍລິເວນໃກ້ຄຽງຍັງ ມີທີ່ພັກ ແລະ ຣີສອດໃຫ້ເລືອກ ພັກຜ່ອນ. ຕາດຟານຣີສອດ ເປັນ ທີ່ພັກທີ່ຢູ່ໃກ້ຂອບນ້ຳຕົກ ແລະ ລ້ອມ ຮອບດ້ວຍພູຜາປ່າໄມ້ ຊ່ວຍໃຫ້ຜູ້ພັກ ໄດ້ສຳຜັດບັນຍາກາດທຳມະຊາດ ຢ່າງໃກ້ຊິດ. ສ່ວນຜູ້ທີ່ນິຍົມການ ຜະຈົນໄພກໍສາມາດກຽມອຸປະກອນ ກາງເຕັ້ນ ແລະ ພັກແຮມຕາມຈຸດທີ່ ກຳນົດ ໂດຍຄວນປະຕິບັດຕາມຄຳ ແນະນຳຂອງເຈົ້າໜ້າທີ່. ນອກຈາກ ນີ້, ພາຍໃນແຫລ່ງທ່ອງທ່ຽວຍັງມີ ຮ້ານອາຫານຈຸດຊົມທິວທັດ, ຮ້ານ ຂາຍສິນຄ້າທີ່ລະນຶກ,ບ່ອນຈອດລົດ ຫ້ອງນ້ຳ, ບ່ອນຖິ້ມຂີ້ເຫຍື້ອ ພ້ອມ ທັງຕັ່ງ ແລະ ຕູບສຳລັບນັ່ງພັກຜ່ອນ. ສິ່ງອຳນວຍຄວາມສະດວກເຫລົ່າ ນີ້ຊ່ວຍໃຫ້ການມາຢ້ຽມຢາມຕາດ ຟານມີຄວາມສະດວກຫລາຍຂຶ້ນ ແລະ ເປີດໂອກາດໃຫ້ຊຸມຊົນໃນ ທ້ອງຖິ່ນມີສ່ວນຮ່ວມສ້າງລາຍໄດ້ ຈາກການທ່ອງທ່ຽວ. ຕາດຟານຈຶ່ງບໍ່ແມ່ນພຽງແຕ່ ນ້ຳຕົກສອງສາຍທີ່ໄຫລລົງຈາກ ໜ້າຜາສູງ ແຕ່ເປັນພື້ນທີ່ທີ່ລວມ ເອົາຄວາມງາມຂອງປ່າໄມ້, ພູຜາ, ສາຍນ້ຳ, ສາຍໝອກ, ວິຖີຊີວິດ ຊຸມຊົນ ແລະ ກິດຈະກຳທ່ອງທ່ຽວ ເຂົ້າໄວ້ນຳກັນ. ດ້ວຍທ່າແຮງທາງ ທຳມະຊາດ ແລະ ພູມສັນຖານທີ່ ໂດດເດັ່ນຕາດຟານ ຈຶ່ງຖືເປັນອີກ ໜຶ່ງຈຸດໝາຍປາຍທາງສຳຄັນຂອງ ການທ່ອງທ່ຽວໃນເຂດພູພຽງບໍລະ ເວນ. ການມາຢ້ຽມຢາມຕາດຟານ ບໍ່ພຽງແຕ່ໄດ້ຊົມຄວາມງາມຂອງ ນ້ຳຕົກ ແລະ ປ່າໄມ້ເທົ່ານັ້ນ ແຕ່ຍັງ ເປັນການສຳຜັດກັບຄວາມງາມອັນ ບໍລິສຸດຂອງທຳມະຊາດລາວ ແລະ ຄວາມສະຫງົບສຸກທີ່ຫາອັນປຽບໄດ້ ຍາກ. ເອົາເປັນວ່າຖ້າທ່ານໃດໄດ້ມີ ໂອກາດໄປແຂວງຈຳປາສັກ ກໍຢ່າ ລືມຢ່າພາດຫາໂອກາດໄປສຳຜັດ ບັນຍາກາດດ້ວຍຕົນທ່ານເອງ. d;k'-u glu ,[q f[kf0q ;g-nj v,8 9u o{vk-Po l6j dkog8u [38lu 0P; + ອາໄສຢູ່ຮ່ວມກັນດ້ວຍຄວາມສາ ມັກຄີກົມກຽວໂດຍມີ 12 ຊົນເຜົ່າ ພື້ນເມືອງ ເຊັ່ນ: ຈວ້າງ, ຢາວ, ມ້ຽວ ແລະ ຕົ້ງ. ໃນນັ້ນ ຊົນເຜົ່າຈວ້າງ ມີຫລາຍກວ່າ 15 ລ້ານຄົນ ຫລື ປະມານ 32,8% ຂອງປະຊາກອນ ທັງໝົດ. ຄວາມຫລາກຫລາຍນີ້ ບໍ່ພຽງແຕ່ສະທ້ອນເຖິງຮາກຖານ ທາງວັດທະນະທຳອັນເຂັ້ມແຂງ, ຍັງເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ ກວາງຊີມີຄວາມໃກ້ຊິດກັບພາກພື້ນ ອາຊຽນອີກດ້ວຍ. ໃນຊຸມປີຜ່ານມາ, ເຂດກວາງຊີ ໄດ້ເລັ່ງພັດທະນາຈາກພື້ນທີ່ຊາຍ ແດນໃຫ້ກາຍເປັນຈຸດເຊື່ອມໂຍງເຊື່ອມຈອດສຳຄັນລະຫວ່າງຈີນກັບ ອາຊຽນ. ໃນປີ 2025 ລວມຍອດ ຜະລິດຕະພັນພາຍໃນ (GDP) ປະມານ 2,63 ພັນຕື້ຢວນ, ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ປີ 2024.ໃນ ຂະນະທີ່ມູນຄ່າການຄ້າຕ່າງປະເທດ ສູງກວ່າ 800 ຕື້ຢວນ, ເພີ່ມຂຶ້ນ 8,4%, ພ້ອມນີ້ ການລົງທຶນຂອງ ເຂດກວາງຊີຢູ່ຕ່າງປະເທດ ກໍກຳລັງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມທັງ ໂຄງການໃໝ່ໆໃນປະເທດສະມາຊິກ ອາຊຽນ ແລະ ປະເທດທີ່ເຂົ້າຮ່ວມຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ຕົວເລກນີ້ ສະແດງໃຫ້ເຫັນວ່າເຂດ ກວາງຊີກຳລັງເພີ່ມບົດບາດຈາກ ການເປັນພຽງປະຕູຜ່ານໄປສູ່ການ ເປັນຖານການຜະລິດ, ການຄ້າ ແລະ ໂລຈິສຕິກ ທີ່ສຳຄັນ. ນະຄອນໜານໜິງ, ເມືອງ ຫລວງຂອງເຂດກວາງຊີ ທີ່ມີປະ ຊາກອນປະມານ 9 ລ້ານຄົນ. ໜານ ໜິງໄດ້ຮັບການຂະໜານນາມວ່າ “ເມືອງສີຂຽວ” ເພາະສະພາບແວດ ລ້ອມ ແລະ ພື້ນທີ່ປ່າໄມ້ກວມ ເກືອບເຄິ່ງໜຶ່ງຂອງເຂດດັ່ງກ່າວ. ອຸນຫະພູມສະເລ່ຍປະຈຳປີ ປະມານ 21,6 ອົງສາ ເຮັດໃຫ້ໜານໜິງ ມີພູມອາກາດທີ່ສະບາຍ ແລະ ມີ ສີຂຽວປົກຄຸມຢ່າງໂດດ ເ ດັ່ນ . ພ້ອມກັນນັ້ນ, ເມືອງຍັງກຳລັງພັດ ທະນາອຸດສາຫະກຳໃໝ່ເຊັ່ນ: ລົດ ພະລັງງານໃໝ່, ໝໍ້ໄຟ, ວັດສະ ດຸ ແລະ ການແປຮູບອາລູມິນຽມ. ໃນປີ 2025 ໜານໜິງມີຈີດີພີ (GDP) ປະມານ 621.246 ຕື້ ຢວນ ເພີ່ມຂຶ້ນ 4,7% ເມື່ອທຽບ ໃສ່ປີ 2024 ແລະ ມູນຄ່ານໍາເຂົ້າສົ່ງອອກບັນລຸ 104.437 ຕື້ຢວນ ເພີ່ມຂຶ້ນ 12,4%. ການພັດທະ ນາດັ່ງກ່າວໄດ້ສະແດງເຖິງແນວ ທາງການນຳໃຊ້ຈຸດແຂງດ້ານພູມ ສາດຄຽງຄູ່ກັບນະວັດຕະກຳ ແລະ ການພັດທະນາສີຂຽວເປັນແຮງຂັບ ເຄື່ອນທີ່ເຂັ້ມແຂງ. ຂະນະດຽວກັນ, ສື່ມວນຊົນ ກໍມີບົດບາດເພີ່ມຂຶ້ນໃນການເປັນ ຂົວເຊື່ອມ ຈີນ-ອາຊຽນ. ຜ່ານ ກິດຈະກຳລົງພື້ນທີ່, ຜູ້ແທນສື່ມວນ ຊົນຈາກປະເທດສະມາຊິກອາຊຽນ ຫລາຍກວ່າ 20 ຄົນ ໄດ້ເດີນທາງ ມາສຳຜັດສະພາບຕົວຈິງໃນ ກວາງ ຊີ ແລະ ໜານໜິງ ທັງດ້ານເສດຖະ ກິດ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ. ການແລກປ່ຽນຜ່ານ ສື່ຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການນຳ ສະເໜີີຂ່າວສານ, ແຕ່ຍັງຊ່ວຍສ້າງ ຄວາມຮູ້, ຄວາມເຂົ້າໃຈ ແລະ ສາຍ ສຳພັນລະຫວ່າງປະຊາຊົນ. ລົງມາທາງໃຕ້ຂອງກວາງຊີ, ເມືອງຊິນໂຈວ (Qinzhou) ທີ່ ຕັ້ງຢູ່ບໍລິເວນອ່າວເປີ້ຍປູ້ ແລະ ມີ ບົດບາດສຳຄັນໃນ “ແລວທາງການ ຄ້າສາກົນທາງບົກ-ທາງທະເລແຫ່ງ ໃໝ່”. ແລວທາງດັ່ງກ່າວເຊື່ອມ ພາກຕາເວັນຕົກຂອງຈີນກັບທ່າເຮືອ ທາງພາກໃຕ້ ແລະ ຕໍ່ໄປສູ່ຕະຫລາດ ສາກົນ. ແນວໃດກໍຕາມ, ເມືອງນີ້ຍັງ ມີຮາກຖານທາງປະຫວັດສາດອັນ ຍາວນານ ຊຶ່ງເຄີຍເປັນຈຸດສຳຄັນ ຂອງເສັ້ນທາງເສັ້ນໄໝທາງທະເລ ແລະ ມີຊື່ສຽງດ້ານເຄື່ອງປັ້ນດິນ ເຜົາຈົນໄດ້ຮັບການຂະໜານນາມ ວ່າເປັນ “ເມືອງຫລວງແຫ່ງເຄື່ອງ ປັ້ນພັນປີ”. ບົດບາດຂອງຊິນໂຈ່ວ ຈຶ່ງບໍ່ໄດ້ຢູ່ພຽງທີ່ທ່າເຮືອແຕ່ຢູ່ທີ່ການ ເຊື່ອມ “ທາງບົກ” ເຂົ້າກັບ “ທາງ ທະເລ”. ສິນຄ້າຈາກພາກຕາເວັນ ຕົກຂອງຈີນສາມາດເດີນທາງລົງ ສູ່ທ່າເຮືອ ແລະ ຕໍ່ໄປສູ່ຕະຫລາດ ອາຊຽນ ແລະ ຕະຫລາດອື່ນໆ. ນີ້ ແມ່ນຮູບແບບຂອງ “ເສັ້ນທາງສາຍ ໄໝໃໝ່” ທີ່ບໍ່ໄດ້ອາໄສແຕ່ເສັ້ນທາງ ໃດເສັ້ນທາງໜຶ່ງແຕ່ເປັນເຄືອຂ່າຍ ຫລາຍຮູບແບບທັງທາງລົດໄຟ, ທາງຫລວງ, ທ່າເຮືອ ແລະ ດີຈິ ຕອນທີ່ເຊື່ອມຕະຫລາດ ແລະ ຜູ້ຄົນ ເຂົ້າຫາກັນ. ສຳລັບ ສປປ ລາວ, ການພັດທະ ນາຂອງເຂດກວາງຊີ ມີຄວາມໝາຍ ສຳຄັນຢ່າງໜ້າສົນໃຈ. ລາວຕັ້ງຢູ່ ໃຈກາງຂອງແຜ່ນດິນໃຫຍ່ອາຊຽນ ແລະ ມີເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ກັບຈີນໂດຍກົງ. ດັ່ງນັ້ນ ການທີ່ເຂດກວາງຊີກຳລັງສ້າງເຄືອ ຂ່າຍການຄ້າ ແລະ ໂລຈິສຕິກກັບອາ ຊຽນ ຈຶ່ງເປັນບັນຫາທີ່ລາວຕິດຕາມ ແລະ ເພື່ອຊອກຫາໂອກາດຈາກ ເຄືອຂ່າຍນີ້. ສິນຄ້າລາວບໍ່ຈຳເປັນ ຕ້ອງສຸມໃສ່ຕະຫລາດຈີນພຽງແຕ່ ໃນດ້ານຂອງຕະຫລາດພາຍໃນຈີນ, ແຕ່ຍັງສາມາດເບິ່ງເຫັນເຄືອຂ່າຍ ຈີນ-ອາຊຽນ ແລະ ຊ່ອງທາງສູ່ຕະ ຫລາດສາກົນທີ່ກວ້າງຂວາງຂຶ້ນ. ໃນດ້ານນີ້, ບົດບາດຂອງລາວ ອາດບໍ່ໄດ້ຈຳກັດຢູ່ການເປັນປະເທດ ທາງຜ່ານແຕ່ສາມາດພັດທະນາໄປ ສູ່ການເປັນຈຸດເຊື່ອມໂຍງສິນຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ຜູ້ຄົນລະຫວ່າງຈີນກັບອາຊຽນ. ຖ້າ ຫາກເຂດກວາງຊີ ເປັນປະຕູຈາກ ຈີນສູ່ອາຊຽນ, ລາວກໍມີທີ່ຕັ້ງທີ່ ສາມາດເປັນຈຸດເຊື່ອມອີກດ້ານໜຶ່ງ ຂອງເຄືອຂ່າຍນີ້. ການພັດທະນາ ລົດໄຟ, ດ່ານຊາຍແດນ, ສາງສິນ ຄ້າ, ໂລຈິສຕິກ, ການຄ້າດີຈິຕອນ ແລະ ການອຳນວຍຄວາມສະດວກ ດ້ານພາສີ ຈຶ່ງຈະມີຄວາມສຳຄັນ ຕໍ່ການໃຊ້ປະໂຫຍດຈາກພູມສາດ ຂອງລາວ. ການພັດທະນາຂອງກວາງຊີຈຶ່ງ ສະທ້ອນໃຫ້ເຫັນວ່າການເຊື່ອມໂຍງ ຈີນ-ອາຊຽນ ໃນຍຸກໃໝ່ບໍ່ໄດ້ຈຳກັດ ພຽງການສ້າງຖະໜົນ, ລົດໄຟ ຫລື ທ່າເຮືອ, ແຕ່ເປັນການສ້າງເຄືອ ຂ່າຍຮ່ວມທີ່ຄວບຄຸມທັງການຄ້າ, ອຸດສາຫະກຳ, ໂລຈິສຕິກ, ການທ່ອງ ທ່ຽວ, ວັດທະນະທຳ, ການພັດທະ ນາສີຂຽວ ແລະ ການສື່ສານ. ຈາກ “ການເຊື່ອມສະຖານທີ່” ກໍາລັງຂະຫຍາຍໄປສູ່ “ການເຊື່ອມ ຜູ້ຄົນ” ຊຶ່ງສື່ມວນຊົນມີບົດບາດ ສຳຄັນໃນການນຳສະເໜີຂໍ້ມູນ, ສ້າງຄວາມເຂົ້າໃຈ ແລະ ເປີດມຸມ ມອງໃໝ່ໃຫ້ແກ່ປະຊາຊົນ. ສຳລັບ ລາວ, ການປະຕິສຳພັນກັບເຄືອຂ່າຍ ຈີນ-ອາຊຽນ ທີ່ກຳລັງຂະຫຍາຍຕົວ ຈຶ່ງເປັນອີກໂອກາດໜຶ່ງໃນການນຳ ໃຊ້ທີ່ຕັ້ງທາງພູມສາດໃຫ້ເກີດມູນ ຄ່າທາງເສດຖະກິດ ແລະ ສ້າງການ ເຊື່ອມໂຍງກັບພາກພື້ນໃຫ້ແໜ້ນ ແຟ້ນຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==