xtgmf]k; 7 17/09/2026 gsfdko{dkora fa mtok v5 fq ,w- c]t fPo[Po sk]n dkoIj ;,,n fh kodkomj v'mj P; ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ການພົບປະ ແລກປ່ຽນບົດຮຽນ ແລະ ປຶກສາ ຫາລື ຮ່ວມກັນລະຫວ່າງ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງອຸດົມໄຊ ສປປ ລາວ ແລະ ຂະແໜງການທ່ອງທ່ຽວ ແຂວງ ດຽນບຽນ ສສ ຫວຽດນາມ ໃນ ການຮ່ວມມື ດ້ານການທ່ອງທ່ຽວ ກ່ຽວກັບການຮ່ວມມື ພັດທະນາ ແລະ ເຊື່ອມໂຍງ ເສັ້ນທາງການ ທ່ອງທ່ຽວສອງແຂວງ ຈັດຂຶ້ນ ເມື່ອບຊ່ດົນມານີ້ ທີ່ແຂວງອຸດົມ ໄຊ ໂດຍມີທ່ານ ສຸຫວັດ ມະຫາ ວົງສະນັ່ນ ຮອງປະທານຄະນະ ກຳມະການປົກຄອງ ແຂວງອຸດົມ ໄຊ, ທ່ານ ນາງ ອຳໄພວອນ ປັນຍາ ລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງອຸດົມ ໄຊ, ທ່ານ ນາງ ກາວ ທິຕວຽດລານ ຄະນະປະຈຳພັກແຂວງ, ຮອງ ປະທານ ຜູ້ປະຈຳການ ສະພາປະ ຊາຊົນ ແຂວງດຽນບຽນ ພ້ອມດ້ວຍ ຄະນະເຂົ້າຮ່ວມ. ການແລກປ່ຽນບົດຮຽນ ແລະ ປຶກສາຫາລືຮ່ວມກັນ ເພື່ອພັດທະນາ ແລະ ຍົກລະດັບວຽກງານການ ບໍລິການ ທາງດ້ານການທ່ອງທ່ຽວ ຂອງສອງແຂວງ ໃຫ້ນັບມື້ນັບມີ ບາດກ້າວທີ່ດີຂຶ້ນ ສາມາດຕອບ ສະໜອງຄວາມຕ້ອງການໃຫ້ແກ່ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍການເຊື່ອມຈອດ, ເຊື່ອມໂຍງ ເຊິ່ງກັນ ແລະ ກັນ ພ້ອມ ທັງສາມາດເຊື່ອມຕໍ່ໄປຫາປະເທດ ໃກ້ຄຽງໄດ້, ຂະຫຍາຍຕາໜ່າງ ການບໍລິການ ການທ່ອງທ່ຽວ ໃຫ້ກວ້າງຂວາງ ດ້ວຍການສ້າງ ບັນດາພື້ນຖານໂຄ່ງລາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ ຫລາຍຂຶ້ນ ໂດຍແນໃສ່ໃນການ ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາ ທ່ອງທ່ຽວ ຢູ່ພາຍໃນແຂວງອຸດົມ ໄຊ ແລະ ແຂວງດຽນບຽນ ໃຫ້ນັບ ມື້ນັບເພີ່ມຂຶ້ນ ໃນນີ້, ທັງສອງຝ່າຍ ໄດ້ມີຄຳຄິດເຫັນ ແລະ ນຳສະເໜີ ແນວຄວາມຄິດ, ຮູບແບບ, ວິທີ ການຂອງຕົນເອງ ໃນການຮ່ວມມື ພັດທະນາ ແລະ ເຊື່ອມໂຍງການ ທ່ອງທ່ຽວເຊິ່ງກັນ ແລະ ກັນ ເປັນຕົ້ນ ຮ່ວມມືກັນປັບປຸງການຄຸ້ມ ຄອງພາຫະນະການທ່ອງທ່ຽວ, ເສັ້ນທາງການສັນຈອນໃຫ້ມີຄວາມ ສະດວກ-ສະບາຍ ແລະ ຮັບປະກັນ ຄວາມປອດໄພ, ສ້າງສາຍການ ທ່ອງທ່ຽວໃຫ້ເປັນລະບົບ ແລະ ປົກກະຕິຕໍ່ເນື່ອງ, ໂຄສະນາ , ເຜີຍແຜ່ຂໍ້ມູນຂ່າວສານ ບັນດາ ກິດຈະກຳການທ່ອງທ່ຽວ ຜ່ານ ທຸກຊ່ອງທາງໂດຍສະເພາະທາງ ອອນລາຍ, ເວບໄຊ, ຊຸກຍູ້ສົ່ງເສີມ ນັກລົງທຶນປັບປຸງຍົກລະດັບການ ບໍລິການໃຫ້ມີຄຸນນະພາບ ເປັນຕົ້ນ ສະຖານທີ່ພັກເຊົາ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ສ້າງໃຫ້ມີ ກິດຈະກຳ ແລະ ພົບປະ ແລກປ່ຽນ ທາງດ້ານສິລະປະ, ວັດທະນະທຳ, ຮີດຄອງປະເພນີ ແລະ ອື່ນໆ ລະ ຫວ່າງສອງແຂວງ, ພັດທະນາ ກິດຈະກຳການທ່ອງທ່ຽວ ໃຫ້ມີ ຄວາມຫລາກຫລາຍ, ຝຶກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານລັດ, ຜູ້ປະກອບ ການ ແລະ ວິຊາການກ່ຽວກັບການ ບໍລິການນັກທ່ອງທ່ຽວ ໃຫ້ເປັນ ລະບົບຕໍ່ເນື່ອງ ແລະ ພຽງພໍ. ການແລກປ່ຽນບົດຮຽນ ແລະ ປຶກສາຫາລື ເປັນບາດກ້າວສຳ ຄັນ ທີ່ຈະເຮັດໃຫ້ວຽກງານການ ທ່ອງທ່ຽວ ຂອງສອງແຂວງ ດຽນ ບຽນ-ອຸດົມໄຊ ມີໃບໜ້າໃໝ່, ໄດ້ຮັບ ການປັບປຸງ, ແກ້ໄຂ ແລະ ພັດທະ ນາຢ່າງຕໍ່ເນື່ອງ. ຂ່າວ-ພາບ: ຄານມະນີ ຮຽນດໍຈັນ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ມາຮອດ ວັນທີ 14 ກັນຍາ 2026, ແຂວງ ຫລວງພະບາງ ກວດພົບກໍລະນີ ສົງໄສ ວ່າເປັນພະຍາດອະຫິວາໝູ ອາຟຣິກາ ໃນ 3 ເມືອງ ລວມມີ 7 ບ້ານ, 125 ຄອບຄົວ, ພົບເຫັນໝູ ຕາຍເບື້ອງຕົ້ນ 700 ກວ່າໂຕ, ສ້າງ ຄວາມເສຍຫາຍຫລາຍກວ່າ 1,13 ຕື້ກີບ ໃນນັ້ນ, ກວດພົບ ຢູ່ເມືອງວຽງ ຄຳ ມີ 3 ບ້ານ, 52 ຄອບຄົວ, ມີໝູ ຕາຍ 276 ໂຕ, ມູນຄ່າເສຍຫາຍ ຫລາຍກວ່າ 550 ລ້ານກີບ, ເມືອງ ນານ ມີ 2 ບ້ານ 36 ຄອບຄົວ, ມີໝູ ຕາຍ 78 ໂຕ ມູນຄ່າເສຍຫາຍ 156 ລ້ານກີບ, ເມືອງຈອມເພັດ ມີ 2 ບ້ານ 40 ຄອບຄົວ ມີໝູຕາຍ 355 ໂຕ ມູນ ຄ່າເສຍຫາຍ 422 ລ້ານກີບ ແລະ ໃນວັນທີ 15 ກັນຍາ 2026 ນີ້ ໄດ້ ຮັບການລາຍງານໃໝ່ເກີດຂຶ້ນໃນ ບາງຟາມຢູ່ເມືອງປາກອູ ມີໝູຕາຍ xt-k-q o 968 7q ;gIn vo mu j 4n dzq odtmq [9kdla og0n j vo w22h kg-xPo{g-oEoh vpc8d wfh Ia [g'o-q fg-u p]kpdkol5 fmh kp s];'rt[k' g]a j 'ltda fdA odkog7n j voph kp\6 s]a 'rq [\6 8kp 1.000 38 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພໍ່ແມ່ປະຊາຊົນ ທີ່ ໄດ້ຮັບຜົນກະທົບໜັກ ຈາກເຫດການ ສັນເຂື່ອນໄຟຟ້າ D ເຊປຽນ-ເຊນ້ຳ ນ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ທັງໝົດ 968 ຄົວເຮືອນ ໃນ 6 ບ້ານ ແລະ 1 ຄຸ້ມ ໄດ້ຮັບເງິນ ຊົດເຊີຍລາຍການທີ 6 ຊຶ່ງເປັນ ລາຍການສຸດທ້າຍຢ່າງທົ່ວເຖິງ. ພິທີມອບຮັບຈັດຂຶ້ນ ໃນວັນທີ 14 ກັນຍາ 2026 ທີ່ບ້ານສະໝອງໃໝ່ ປີນດົງ ເມືອງສະໜາມໄຊ ແຂວງ ອັດຕະປື ຕາງໜ້າມອບໂດຍ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງອັດຕະປື. ໂອກາດນີ້, ຍັງໄດ້ພົບປະໂອ້ລົມ ພໍ່ແມ່ປະຊາຊົນ ບ້ານສະໝອງໃໝ່ ປີນດົງ ເມືອງສະໜາມໄຊ ແຂວງ ອັດຕະປື ໂດຍເນັ້ນໃຫ້ພໍ່ແມ່ປະຊາ ຊົນທຸກຄົນຈົ່ງເຊື່ອໝັ້ນວ່າ “ພັກ ແລະ ລັດຖະບານ, ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະ ປື ບໍ່ເຄີຍປະລະ ຫລື ປະປ່ອຍພໍ່ແມ່ ປະຊາຊົນຈັກວິນາທີດຽວ”. ນັບ ຕັ້ງແຕ່ມື້ເກີດເຫດເບື້ອງຕົ້ນຈົນເຖິງ ປັດຈຸບັນ, ພາກລັດໄດ້ທຸ້ມເທທຸກ ກຳລັງແຮງ ແລະ ສະຕິປັນຍາເຂົ້າ ໃນການແກ້ໄຂບັນຫາໃນແຕ່ລະ ໄລຍະຢ່າງເປັນຂັ້ນຕອນ ແລະ ໃນ ມື້ນີ້ ພາກລັດ ແລະ ບໍລິສັດ PNPC ໄດ້ບັນລຸຂໍ້ຕົກລົງຮ່ວມກັນຢ່າງ ສົມບູນໃນການຊຳລະເງິນຊົດເຊີຍ ລາຍການທີ 6 ຊຶ່ງເປັນລາຍການ ສຸດທ້າຍ ຈະຖືກນຳໄປເບີກຈ່າຍ ໂດຍກົງ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ ໄດ້ຮັບຜົນກະທົບໜັກຢ່າງທົ່ວເຖິງ. ອຸບັດເຫດຄູກັນນ້ຳ D ຂອງ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳ ຕົກ ເຊປຽນ-ເຊນ້ຳນ້ອຍ ແຕກ gzu pczj dq f]t[P[ra d .sh rtoa d'ko s]a dcs]j 'mq j ;c0;'lts;a ootg0f ພັງໃນຄັ້ງນັ້ນ, ມັນແມ່ນໄພພິບັດ ຄັ້ງໃຫຍ່ທີ່ບໍ່ມີໃຜຄາດຄິດ ແລະ ບໍ່ມີໃຜຢາກໃຫ້ເກີດຂຶ້ນ. ມັນໄດ້ສ້າງ ຄວາມສູນເສຍ ແລະ ຄວາມເຈັບ ປວດຢ່າງແສນສາຫັດໃຫ້ແກ່ຊີວິດ, ຊັບສິນ, ເຮືອນຊານ, ທີ່ດິນທຳ ມາຫາກິນ ແລະ ສັດລ້ຽງຂອງພໍ່ແມ່ ປະຊາຊົນໃນ 6 ບ້ານ ແລະ 1 ຄຸ້ມ ຂອງພວກເຮົາຢ່າງໜັກໜ່ວງທີ່ສຸດ, ຄວາມທຸກຍາກລຳບາກໃນຄ່ຳຄືນ ນັ້ນ ແລະ ຄວາມເປັນຫ່ວງເປັນໃຍ ໃນອະນາຄົດ ໄດ້ກາຍເປັນບາດແຜ ທາງໃຈຂອງພວກເຮົາທຸກຄົນ, ຄວາມເອົາໃຈໃສ່ ແລະ ຄວາມພະ ຍາຍາມໃນການແກ້ໄຂບັນຫາແຕ່ ລະໄລຍະຂອງພາກ-ລັດ, ແຕ່ໃນ ທ່າມກາງຄວາມທຸກຍາກ ແລະ ວິກິດການດັ່ງກ່າວ, ຂ້າພະເຈົ້າ ໃນ ນາມຕາງໜ້າໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະ ປື, ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຢ່າງສຸດຊຶ້ງ ມາຍັງ ພໍ່ແມ່ປະຊາຊົນທຸກໆທ່ານ ທີ່ໄດ້ມີ ຄວາມອົດທົນ, ເສຍສະຫລະ, ໃຫ້ ຄວາມຮ່ວມມື ແລະ ເຊື່ອໝັ້ນຕໍ່ການ ນຳພາຂອງພັກ ແລະ ລັດຖະບານ ຕະຫລອດໄລຍະເວລາແຫ່ງຄວາມ ຍາກລຳບາກຜ່ານມາ, ຄວາມສາ ມັກຄີຂອງພວກເຮົາໃນມື້ນີ້ ຈະເປັນ ແຮງຜັກດັນໃຫ້ເມືອງສະໜາມໄຊ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ. ເຫດການສັນເຂື່ອນໄຟຟ້າ D ເຊປຽນ-ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍລະກົດ ປີ 2018 ຊຶ່ງເປັນ ເຫດການທີ່ຮ້າຍແຮງທີ່ສຸດ ຊຶ່ງພັກ ແລະ ລັດຖະບານ ໄດ້ຈັດເຫດການ ໃນຄັ້ງນັ້ນເປັນເຫດການລະດັບຊາດ ຊຶ່ງບໍ່ເຄີຍມີມາກ່ອນ, ມາຮອດປັດ ຈຸບັນກໍເປັນໄລຍະ8ປີ.ໃນຕະຫລອດ ໄລຍະ 8 ປີຜ່ານມານັ້ນ, ສູນກາງ ພັກ-ລັດຖະບານ, ອົງການປົກຄອງ ທ້ອງຖິ່ນຂອງແຂວງ ແລະ ເມືອງ ແມ່ນມີຄວາມເປັນຫ່ວງເປັນໃຍຕໍ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ. ສະນັ້ນ, ຈຶ່ງໄດ້ມີການສົບທົບຮ່ວມ ກັບບໍລິສັດພັດທະນາໂຄງການ (SK & PNPC) ໄດ້ມີຄວາມ ພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍ ເຫລືອເບິ່ງແຍງຊີວິດການເປັນຢູ່ ຂອງປະຊາຊົນຜູ້ປະສົບໄພ ເຊັ່ນ: ການຊົດເຊີຍປະເພດພາຫະນະ, ເຄື່ອງຮັບໃຊ້ຄົວເຮືອນ, ວິສາຫະກິດ ຄົວເຮືອນ, ສັດລ້ຽງ, ສະບຽງ ອາຫານ, ເຄື່ອງຮັບໃຊ້ວຽກງານ ກະສິກຳ, ນອກນັ້ນຍັງມີອີກຫລາຍ ລາຍການຊົດເຊີຍ ເຊັ່ນ: ວຽກສັງຄົມ ສົງເຄາະ, ວຽກຟື້ນຟູທີ່ຢູ່ອາໄສ ແລະ ວຽກຟື້ນຟູດ້ານພື້ນຖານໂຄງ ລ່າງ ແລະ ການຈັດສັນເນື້ອທີ່ການ ຜະລິດ (5 ລາຍການໃຫຍ່) ແລະ ມາຮອດປັດຈຸບັນແມ່ນຈະໄດ້ເບີກ ຈ່າຍເງິນຊົດເຊີຍ ຊຶ່ງເປັນລາຍການ ທີ 6 ແລະ ເປັນລາຍການສຸດທ້າຍ ໃຫ້ປະຊາຊົນໃນ 6 ບ້ານ 1 ຄຸ້ມ ທີ່ໄດ້ ຮັບຜົນກະທົບໜັກດັ່ງກ່າວ. ຂ່າວ: ວິໄລສັກ ແກ້ວຫລວງໂຄດ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ ລະຫວ່າງວັນທີ 14-16 ກັນຍາ 2026 ແຂວງສະຫວັນນະເຂດ ເຜີຍແຜ່ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ສະຫລຸບວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງສະຫວັນ ນະເຂດ ຄັ້ງທີ VIII ໄລຍະ 5 ປີ (2021-2026) ແລະ ທິດທາງ ແຜນການ5ປີ2026-2030ໃຫ້ພະ ນັກງານການນຳ ແລະ ພະນັກງານ ຫລັກແຫລ່ງ ສະມາຊິກພັກພາຍໃນ ແຂວງສະຫວັນນະເຂດ. ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໄດ້ຍົກໃຫ້ ເຫັນເນື້ອໃນພື້ນຖານກ່ຽວກັບພັກ, ຫລັກການ ແລະ ລະບົບສາຍໃຍ ການຈັດຕັ້ງຂອງພັກ, ການຈັດຕັ້ງ ພັກຂັ້ນສູນກາງ, ການຈັດຕັ້ງພັກຢູ່ ນະຄອນຫລວງ, ແຂວງ, ເມືອງ, ນະຄອນ, ການຈັດຕັ້ງພັກຢູ່ຂັ້ນ ຮາກຖານ, ພັກນຳພາວຽກງານພະ ນັກງານ, ພັກນຳພາລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສາກົນ, ພັກນຳພາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບປະຊາຊົນ, ໃຫ້ຮູ້ ວຽກການເງິນພັກ, ການຄຸ້ມຄອງ ແລະ ການນຳໃຊ້ເງິນຂອງພັກ. ພ້ອມນີ້, ຍັງໄດ້ເຜີຍແຜ່ເຊື່ອມຊຶມ ຄຳແນະນຳ ກ່ຽວກັບການຈັດຕັ້ງ ປະຕິບັດກົດລະບຽບຂອງພັກປະ ຊາຊົນປະຕິວັດລາວ ສະໄໝທີ XII, ມະຕິຂອງກົມການເມືອງສູນກາງ ພັກ ວ່າດ້ວຍການສ້າງແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ (ສະ ບັບປັບປຸງ) ແລະ ມະຕິຕົກລົງ ວ່າດ້ວຍການເພີ່ມທະວີວຽກງານ ແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ (ສະ ບັບປັບປຸງ) ຕື່ມອີກ. ໂອກາດດຽວກັນ, ສະຫາຍ ຄຳ ວິໄສ ຜຸຍຍະວົງ ຄະນະປະຈຳພັກ ແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ສະຫລຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021226) ແລະ ທິດທາງແຜນການໃນ ອີກ 5 ປີຕໍ່ໜ້າ ໂດຍຍົກໃຫ້ເຫັນເຖິງ ການກໍ່ສ້າງພັກດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນວິທີນຳພາ ເຫັນໄດ້ ວ່າຄະນະບໍລິຫານງານພັກແຂວງ ຍຶດໝັ້ນລັດທິມາກ-ເລນິນ, ແນວ ຄິດ ປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານສຶກສາອົບຮົມໃຫ້ ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມ ຈົ່ງຮັກພັກດີຕໍ່ການຈັດຕັ້ງພັກ-ລັດ ກໍຄືຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ, ຄະນະພັກແຕ່ລະ ຂັ້ນໄດ້ຖືສຳຄັນວຽກງານເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາ ເອກະສານ ກ່ຽວກັບແນວທາງ ນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ ໃຫ້ຖັນແຖວສະມາ ຊິກພັກ, ພະນັກງານ-ລັດຖະກອນ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດລະບຽບພັກສະໄໝ ທີ XI ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IV ແລະ ມະຕິ ກອງປະຊຸມວຽກງານຈັດຕັ້ງທົ່ວ ປະເທດ ຄັ້ງທີ XI. ແລ້ວ 100 ກວ່າໂຕ, ລວມແລ້ວມີ ໝູຕາຍເກືອບ 1.000 ໂຕ. ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫລວງພະ ບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 15 ກັນຍາ 2026 ນີ້ວ່າ: ປັດຈຸບັນຄະນະນຳພະແນກ ໄດ້ເລັ່ງ ຊີ້ນຳວິຊາການໃຫ້ສົມທົບກັບທຸກ ພາກສ່ວນ ເພື່ອສະກັດກັ້ນ ການ ເຄື່ອນຍ້າຍໝູນັບທັງພາຍໃນ ແລະ ຕ່າງແຂວງ-ຕ່າງປະເທດ, ທັງໄດ້ ເລັ່ງທຳລາຍໝູທີ່ຕາຍ ເພື່ອບໍ່ໃຫ້ ນຳມາຂາຍແລະບໍລິໂພກໃນສັງຄົມ, ພ້ອມນັ້ນ ໄດ້ສົ່ງຊິ້ນສ່ວນໝູຕາຍໄປ ວິໄຈເພື່ອກວດກາເຊື້ອພະຍາດ, ທັງ ໄດ້ຊີ້ນຳໃຫ້ບັນດາໂຮງຂ້າສັດ ໄດ້ ຈັດຕັ້ງການກວດກາຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການນຳສັດທີ່ຕາຍມາ ຄົວ ໂດຍສະເພາະ ໝູທີ່ມີອາການ, ເພື່ອຮັບປະກັນບໍ່ໃຫ້ເກີດການແຜ່ ລະບາດເປັນວົງກວ້າງ. ທ່ານ ສົມແວວເພັດ ດວງປະສິດ ກ່າວຕື່ມວ່າ: ໃນໄລຍະນີ້, ຮຽກຮ້ອງ ໃຫ້ທຸກຄົນທົ່ວສັງຄົມ ຈົ່ງເປັນ ເຈົ້າການຊ່ວຍກັນໃນການສະກັດ ກັ້ນ ການເຄື່ອນຍ້າຍໝູ, ຫລີກລ່ຽງ ການບໍລິໂພກຊີ້ນໝູ ເຖິງວ່າພະຍາດ ອະຫິວາໝູອາຟຣິກາ ຈະບໍ່ມີຜົນ ກະທົບໂດຍກົງຕໍ່ຄົນກໍຕາມ. ສ່ວນ ກະສິກອນຜູ້ລ້ຽງໝູ ຕ້ອງເອົາໃຈ ໃສ່ເປັນພິເສດ ເປັນຕົ້ນຊີດຢາຂ້າ ເຊື້ອເປັນປະຈຳ ກໍລະນີພົບເຫັນໝູ ຕາຍ ຫລື ມີອາການ ໃຫ້ຮີບຮ້ອນ ລາຍງານຕໍ່ເຈົ້າໜ້າທີ່ຂະແໜງລ້ຽງ ສັດ ຂອງແຂວງ, ເມືອງ-ນະຄອນ ຢ່າງຮີບດ່ວນ ເພື່ອດຳເນີນການທຳ ລາຍ ແລະ ຂ້າເຊື້ອໃຫ້ຖືກວິທີ, ຫາກ ບໍ່ມີການທຳລາຍຢ່າງຖືກຕ້ອງ ຈະ ເຮັດໃຫ້ເກີດການລະບາດໄດ້ງ່າຍ ເນື່ອງຈາກເຊື້ອພະຍາດອະຫິວາໝູ ອາຟຣິກາ ມີອັດຕາການແຜ່ເຊື້ອໃນ ວົງລັດສະໝີ 25 ກິໂລແມັດ. ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດຕິດເຊື້ອຮ້າຍແຮງທີ່ ເກີດກັບໝູບ້ານ ແລະ ໝູປ່າ ໂດຍມີ ສາເຫດຈາກເຊື້ອໄວຣັສ, ສາມາດ ລະບາດໄດ້ຢ່າງວ່ອງໄວ ແລະ ສ້າງ ຄວາມເສຍຫາຍຢ່າງຫລວງຫລາຍ ຕໍ່ການລ້ຽງໝູ ແລະ ອຸດສາຫະກຳ ການຜະລິດສັດ. ສຳລັບໝູທີ່ຕິດ ເຊື້ອອາດມີໄຂ້ສູງ, ບໍ່ກິນອາຫານ, ອ່ອນເພຍ, ຜິວໜັງອອກສີແດງ ຫລື ສີຄ້ຳ, ມີອາການຫາຍໃຈຍາກ, ຖອກທ້ອງ ແລະ ອາດຕາຍໄດ້ຢ່າງ ວ່ອງໄວ, ສາມາດແຜ່ຈາກໝູທີ່ຕິດ ເຊື້ອສູ່ໝູຕົວອື່ນ ໂດຍຜ່ານການ ສຳຜັດ, ເລືອດ, ຊາກສັດ ແລະ ອຸ ປະກອນທີ່ປົນເປື້ອນ, ປັດຈຸບັນບໍ່ທັນ ມີຢາປີ່ນປົວ, ມີພຽງວິທີປ້ອງກັນ ຕາມຫລັກການສຸຂະອະນາໄມ ແລະ ຈຳກັດການເຄື່ອນຍ້າຍ, ການເຂົ້າ ອອກຂອງຄົນໃນສະຖານທີ່ລ້ຽງສັດ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ y
RkJQdWJsaXNoZXIy MTc3MTYxMQ==