7366

17/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລາວ-ຣັດເຊຍ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາວ-ຫວຽດນາມ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lv[gla 'g]nj vo0A ortoa d'kowvptdkoxt-k-q o c]t z6h -j ;prtoa d'kowvptdkoxt-k-q o mqj ;xtgmf ຂປລ. ອົງການໄອຍະການປະ ຊາຊົນສູງສຸດ ເປີດສອບເສັງ ເລື່ອນ ຂັ້ນ ແລະ ປະເມີນພະນັກງານໄອຍະ ການປະຊາຊົນ ປະຈໍາປີ 2026 ໃນ ວັນທີ 15 ກັນຍາ 2026 ໂດຍການ ເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ມີຄະ ນະຮັບຜິດຊອບສອບເສັງ, ມີນັກ ສອບເສັງ, ປະເມີນພະນັກງານໄອ ຍະການປະຊາຊົນຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ທັງນີ້, ກໍເພື່ອປະ ຕິບັດຕາມກົດໝາຍ ວ່າດ້ວຍອົງ ການໄອຍະການປະຊາຊົນ ສະບັບ ປັບປຸງ ປີ 2024 ແລະ ກົດໝາຍ ວ່າດ້ວຍ ພະນັກງານໄອຍະການປະ ຊາຊົນ ສະບັບເລກທີ 80/ສພຊ, ລົງ ວັນທີ 25 ມິຖຸນາ 2025. ການສອບເສັງຄັ້ງນີ້, ປະກອບ ມີພະນັກງານວິຊາການ ທີ່ຈະກ້າວ ຂຶ້ນເປັນຜູ້ຊ່ວຍພະນັກງານໄອຍະ ການປະຊາຊົນຈໍານວນ 105 ທ່ານ, ຜູ້ຊ່ວຍພະນັກງານໄອຍະການປະຊາ ຊົນ ທີ່ຈະເລື່ອນຂັ້ນເປັນພະນັກງານ ໄອຍະການປະຊາຊົນ ຂັ້ນ III ຈໍາ ນວນ 101ທ່ານ, ພະນັກງານໄອຍະ ການປະຊາຊົນ ຂັ້ນ III ທີ່ຈະເລື່ອນ ຂັ້ນເປັນພະນັກງານໄອຍະການປະ ຊາຊົນ ຂັ້ນ II ຈໍານວນ 10 ທ່ານ ແລະການປະເມີນພະນັກງານໄອຍະ ການປະຊາຊົນ ຂັ້ນ II ທີ່ຈະເລື່ອນ ຂັ້ນເປັນພະນັກງານໄອຍະການປະ ຊາຊົນ ຂັ້ນ I ຈໍານວນ 9 ທ່ານ. ໂອກາດນີ້, ທ່ານ ລິວົງ ລາວລີ ໄດ້ເນັ້ນຫລາຍບັນຫາທີ່ສຳຄັນຕໍ່ ນັກສອບເສັງ ທີ່ໄດ້ເຂົ້າຮ່ວມການ ສອບເສັງໃນ 7 ພາກວິຊາຄື: ຄວາມ ຮູ້ທົ່ວໄປ, ການຕິດຕາມການປະຕິ ບັດກົດໝາຍ, ການຕິດຕາມກວດ ກາການດຳເນີນຄະດີອາຍາ, ການ ຕິດຕາມກວດກາດຳເນີນຄະດີແພ່ງ, ການຕິດຕາມກວດກາຄ້າຍຄຸມຂັງດັດສ້າງ, ຄອມພິວເຕີ ແລະ ພາສາ ອັງກິດ, ການສອບເສັງໃນຄັ້ງນີ້ ເລືອກເຟັ້ນໃຫ້ໄດ້ຜູ້ທີ່ມີມາດຖານທີ່ ຄົບຖ້ວນ ແລະ ຮັບປະກັນໃຫ້ໄດ້ຜູ້ ທີ່ມີຄຸນນະພາບທີ່ແທ້ຈິງ ເພື່ອກຽມ ພ້ອມຮັບໃຊ້ໜ້າທີ່ການເມືອງທີ່ຖືກ ມອບໝາຍ ແລະ ນໍາເອົາຄວາມຮູ້, ຄວາມສາມາດ ແລະ ປະສົບການ ໝູນໃຊ້ເຂົ້າໃນການຄົ້ນຄວ້າການ ແກ້ໄຂຄະດີໃຫ້ມີຄວາມໂປ່ງໃສ, ຍຸ ຕິທໍາ ໄປຄຽງຄູ່ກັບດ້ານຄຸນທາດ ການເມືອງ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານໄອຍະການປະຊາ ຊົນໃຫ້ໜັກແໜ້ນ, ປະຕິບັດໜ້າທີ່ ຕິດຕາມກວດກາການປະຕິບັດກົດ ໝາຍ, ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ເຂົ້າຮ່ວມປະຊຸມສານ ແລະ ຕາມ ການມອບໝາຍ. ທັງຮັບປະກັນ ເນື້ອໃນຄໍາຂັວນ 3 ມີ 4 ຮັບປະກັນ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພະນັກງານໄອຍະການ ປະຊາຊົນ ໂດຍສະເພາະ ໃຫ້ແກ່ ອົງການໄອຍະການປະຊາຊົນໃນ ຂອບເຂດທົ່ວປະເທດ ມີການພັດທະ ນາ ແລະ ເຕີບໃຫຍ່ເຂັ້ມແຂງ ກ້າວ ສູ່ທັນສະໄໝເທື່ອລະກ້າວ. ແລກປ່ຽນບົດຮຽນການຈັດລະຫັດ ສິນຄ້າ (ໂດຍສະເພາະຂົງເຂດ ສານເຄມີ, ຢາປົວພະຍາດ, ເຫລັກ ແລະ ອຸປະກອນກົນຈັກ), ແນະນຳ ການປັບປຸງສາລະບານສິນຄ້າ ລະບົບເອກະພາບ ຮຸ່ນປີ 2028 (HS 2028) ແລະ ການນຳ ໃຊ້ເຄື່ອງມືຄົ້ນຫາ ເພື່ອແກ້ໄຂຂໍ້ ຂັດແຍ່ງດ້ານລະຫັດສິນຄ້າ; ການ ກຳນົດມູນຄ່າແຈ້ງພາສີ ຊຶ່ງສຶກສາ ຫລັກການ ແລະ ວິທີການກຳນົດ ມູນຄ່າແຈ້ງພາສີ ສຳລັບສິນຄ້າ ສົ່ງອອກ-ນຳເຂົ້າ, ການກຳນົດມູນ ຄ່າສິນຄ້າພິເສດ, ກົນໄກການກໍາ ນົດມູນຄ່າແຈ້ງພາສີຂອງສາກົນ ແລະ ການສ້າງຖານຂໍ້ມູນ ມູນ ຄ່າແຈ້ງພາສີຂອງພາສີຫວຽດ ນາມ; ກົດລະບຽບແຫລ່ງກຳເນີດ ສິນຄ້າ (Rules of OriginC/O) ໂດຍຮຽນຮູ້ລະບົບກົດ ລະບຽບແຫລ່ງກຳເນີດສິນຄ້າ, ຍາວນານ, ຄວາມໄວ້ວາງໃຈ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດ ເຊຍ. ຝ່າຍລາວໄດ້ສະແດງຄວາມ ຂອບໃຈຕໍ່ກະຊວງຍຸຕິທຳ ແຫ່ງ ສະຫະພັນ ຣັດເຊຍ, ສະຖານທູດ ຣັດເຊຍ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍ ຣັດເຊຍ ທີ່ໄດ້ປະສານສົມທົບຢ່າງ ໃກ້ຊິດ, ຈິງໃຈ ແລະ ສ້າງສັນຕະ ຫລອດໄລຍະການຄົ້ນຄວ້າ ແລະ ກະກຽມການເຈລະຈາ. ການເຈລະຈາ ໄດ້ດໍາເນີນໄປ ດ້ວຍບັນຍາກາດມິດສະຫາຍ, ກົງ ໄປກົງມາ, ສ້າງສັນ ແລະ ບົນຈິດ ໃຈແຫ່ງຄວາມເຄົາລົບ ແລະ ຄວາມ ເຂົ້າໃຈເຊິ່ງກັນແລະ ກັນ; ສອງຝ່າຍ ໄດ້ພິຈາລະນາຮ່າງສົນທິສັນຍາ ເປັນແຕ່ລະມາດຕາ, ແລກປ່ຽນທັດ ສະນະທາງດ້ານກົດໝາຍ, ປັບປຸງ ຖ້ອຍຄຳທາງດ້ານນິຕິກຳ ແລະ ພິຈາລະນາກົນໄກການປະສານ ງານ ເພື່ອໃຫ້ເນື້ອໃນຂອງສົນທິສັນ ຍາມີຄວາມຈະແຈ້ງ, ຮັດກຸມ, ສົມ ດຸນ ແລະ ສາມາດນຳໄປຈັດຕັ້ງປະ ຕິບັດໄດ້ຢ່າງມີປະສິດທິຜົນ ຊຶ່ງ ຮ່າງສົນທິສັນຍາປະກອບດ້ວຍ 19 ມາດຕາ, ໂດຍກຳນົດຫລັກການ ແລະ ກົນໄກສຳຄັນກ່ຽວກັບພື້ນ ຖານການນຳໃຊ້ສົນທິສັນຍາ, ນິ ຍາມຂອງບຸກຄົນທີ່ໄດ້ຮັບການປົກ ປ້ອງ, ບຸກຄົນທີສາມ ແລະ ຄຳຮ້ອງ ຂໍ, ການບໍ່ແຊກແຊງກິດຈະການ ພາຍໃນ, ການພິຈາລະນາຄຳຮ້ອງ ຂໍ, ສິດຄຸ້ມກັນຂອງພະນັກງານ ຂອງລັດ, ອົງການໃຈກາງປະສານ ງານ, ການຮັກສາຄວາມລັບ, ຄ່າ ໃຊ້ຈ່າຍ, ການໃຫ້ສັດຕະຍາບັນ, ຜົນສັກສິດ ແລະ ການສິ້ນສຸດສົນທິ ສັນຍາ. ໂດຍລວມແລ້ວ, ສອງຝ່າຍ ເຫັນດີເປັນເອກະພາບກັນ ກ່ຽວກັບ ເນື້ອໃນຂອງຮ່າງສົນທິສັນຍາ ຊຶ່ງ ຈະເປັນພື້ນຖານສຳຄັນ ໃຫ້ແກ່ການ ລົງນາມ ແລະ ໃຫ້ສັດຕະຍາບັນ ໃນ ຂັ້ນຕໍ່ໄປ ຕາມກົດໝາຍ. ການຈັດຕັ້ງປະຕິບັດສັນຍາການ ຄ້າເສລີ (FTA) ແບບດັ້ງເດີມ ແລະ ແບບໃໝ່, ພ້ອມທັງວຽກງານ ການກວດກາ ແລະ ຢັ້ງຢືນແຫລ່ງ ກຳເນີດ. ພ້ອມນັ້ນ, ກໍໄດ້ແລກປ່ຽນ ບົດຮຽນຕົວຈິງ ເພື່ອເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຄົ້ນ ຄວ້າບົດຝຶກຫັດເປັນກຸ່ມ ແລະ ແລກປ່ຽນປະສົບການຕົວຈິງຈາກ ຜູ້ຕາງໜ້າດ່ານພາສີທ່າບົກທ່ານາ ແລ້ງ ແລະ ຂົວມິດຕະພາບ 1. ການຝຶກອົບຮົມ ຈະຊ່ວຍໃຫ້ ເຈົ້າໜ້າທີ່ພາສີ ສປປ ລາວ ສາມາດ ນຳເອົາບົດຮຽນ, ທັກສະ ແລະ ເຕັກນິກໄປປັບໃຊ້ເຂົ້າໃນການ ປະຕິບັດວຽກງານຕົວຈິງຢູ່ບັນດາ ດ່ານພາສີຊາຍແດນ ເພື່ອເພີ່ມປະ ສິດທິພາບ ໃນການຈັດເກັບລາຍ ຮັບເຂົ້າງົບປະມານແຫ່ງລັດ, ການ ບໍລິຫານຄວາມສ່ຽງ, ແລະ ການ ອຳນວຍຄວາມສະດວກໃຫ້ແກ່ ການຄ້າຂ້າມແດນ ໃຫ້ມີຄວາມ ໂປ່ງໃສ, ວ່ອງໄວ ແລະ ສອດຄ່ອງ ກັບມາດຕະຖານສາກົນ. ເມື່ອສົນທິສັນຍາສະບັບນີ້, ມີ ຜົນສັກສິດແລ້ວ ຈະເປັນພື້ນຖານ ທາງດ້ານກົດໝາຍອັນສຳຄັນຂອງ ສອງປະເທດ ໃນການປົກປ້ອງພົນ ລະເມືອງ ເຊິ່ງກັນ ແລະ ກັນ ຕາມທີ່ ສົນທິສັນຍາໄດ້ກຳນົດໄວ້, ພ້ອມ ທັງຈະເປັນກົນໄກທາງດ້ານກົດ ໝາຍ ກ່ຽວກັບການຮ່ວມມື ພາຍໃຕ້ ສົນທິສັນຍາວ່າດ້ວຍການສົ່ງຜູ້ ຮ້າຍຂ້າມແດນ ແລະ ສົນທິສັນຍາ ວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງກົດໝາຍໃນບັນຫາ ອາຍາລະຫວ່າງສອງປະເທດ, ເຮັດ ໃຫ້ກອບການຮ່ວມມືທາງດ້ານກົດ ໝາຍ ແລະ ຍຸຕິທຳ ລະຫວ່າງສອງ ປະເທດ ມີຄວາມຄົບຖ້ວນ, ຊັດເຈນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ. ດ້ວຍເຫດນີ້, ຜົນຂອງການເຈ ລະຈາຄັ້ງນີ້ ຈຶ່ງເປັນທັງຄວາມຄືບ ໜ້າທາງດ້ານນິຕິກຳ ແລະ ຂີດ ໝາຍສຳຄັນຂອງການຮ່ວມມືສອງ ຝ່າຍ, ປະກອບສ່ວນຮັດແໜ້ນສາຍ ພົວພັນມິດຕະພາບ ແລະ ຄວາມ ໄວ້ວາງໃຈ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ, ພ້ອມທັງ ເປີດກວ້າງການປະສານງານ ລະ ຫວ່າງ ອົງການໃຈກາງປະສານ ງານ, ອົງການອື່ນທີ່ກ່ຽວຂ້ອງໃຫ້ ມີເນື້ອໃນ, ມີກົນໄກ ແລະ ມີໝາກ ຜົນເປັນຮູບປະທຳຍິ່ງຂຶ້ນ. puj x5j o -j ;pgs]n v37'dkod+ lh k' vk7ko3I'IPo 16j c0;'sq ;ra o ຂປລ. ພິທີເຊັນສັນຍາໂຄງການ ກໍ່ສ້າງອາຄານໂຮງຮຽນມັດທະຍົມ ຕົ້ນ ບ້ານຫ້ວຍສະແລບ ເມືອງຊຳໃຕ້ ແຂວງຫົວພັນ ໃນມູນຄ່າ119.711 ໂດລາສະຫະລັດ ຊຶ່ງເປັນທຶນຊ່ວຍ ເຫລືອລ້າ ຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະຖານທູດ ຍີ່ປຸ່ນ, ຕ່າງໜ້າຝ່າຍຍີ່ປຸ່ນ ເຊັນໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະ ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຕາງໜ້າຝ່າຍລາວ ແມ່ນ ທ່ານ ມີໄຊ ພອນທະວີສຸກ ຫົວໜ້າຫ້ອງ ການສຶກສາທິການແລະກິລາ ເມືອງ ຊຳໃຕ້ ໂດຍມີທ່ານພອນສຸກອິນທະ ວົງ ປະທານຄະນະກຳມະການປົກ ຄອງແຂວງຫົວພັນ ແລະ ແຂກຖືກ ເຊີນ ເຂົ້າຮ່ວມເປັນສັກຂີພິຍານ. ການຊ່ວຍເຫລືອດັ່ງກ່າວ ເພື່ອ ພັດທະນາພື້ນຖານໂຄງລ່າງວຽກ ງານການສຶກສາ ທີ່ເຫັນວ່າຍັງຂາດ ແຄນໂຄງສ້າງພື້ນຖານດ້ານການ ສຶກສາ, ລວມທັງການສະໜັບສະ ໜູນອຸປະກອນການຮຽນ-ການ ສອນ, ຕະຫລອດຮອດການສົ່ງເສີມ ສະພາບແວດລ້ອມທີ່ປອດໄພ ແລະ ເໝາະສົມສຳລັບນັກຮຽນ. ບ້ານ ຫ້ວຍສະແລບ ເປັນບ້ານໜຶ່ງທີ່ຂຶ້ນ ກັບເມືອງຊຳໃຕ້ແຂວງຫົວພັນຫ່າງ ຈາກເທສະບານ ແຂວງ 187 ກິໂລ ແມັດ ແລະ ຫ່າງຈາກເມືອງຊຳໃຕ້ 77 ກິໂລແມັດ, ມີທັງໝົດ 5 ບ້ານທີ່ ຂຶ້ນກັບເຂດບໍລິການຂອງໂຮງຮຽນ ມ ຕົ້ນ ຫ້ວຍສະແລບ ຄື: ບ້ານຫ້ວຍ ສະແລບ, ແກ້ງໄນ່, ຍອດເຄື່ອງ, ປຸ່ງດາວ ແລະ ບ້ານຖໍ້າໝູ, ມີພົນລະ ເມືອງທັງໝົດ 1.736 ຄົນ, ຍິງ 776 ຄົນ, ມີ 263 ຄອບຄົວ ເປັນ ຄົນຊົນເຜົ່າມົ້ງທັງໝົດ, ອາຊີບຫລັກ ແມ່ນເຮັດໄຮ່ ແລະ ລ້ຽງສັດ, ໂຮງ ຮຽນຫ້ວຍສະແລບ ປະກອບມີ 4 ຂັ້ນຮຽນ ມ1-ມ4 ມີ ນັກຮຽນທັງ ໝົດ 143 ຄົນ, ຍິງ 66 ຄົນ. ພາຍຫລັງໂຄງການດັ່ງກ່າວ ກໍ່ ສ້າງສຳເລັດ ຈະກາຍເປັນສັນຍະ ລັກແຫ່ງການຮ່ວມມືອັນດີງາມ ແລະ ເປັນການປະກອບສ່ວນສຳ ຄັນ ເຂົ້າໃນການເສີມສ້າງສາຍພົວ ພັນມິດຕະພາບ ລະຫວ່າງ ລາວ ແລະ ຍີ່ປຸ່ນ. v5 fq ,w- wfh Ia [v5 xtdvo c]t g7nj v'-j ;pgs]n v grn j v2N o26 dkozt]y fdtly de ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບເຄື່ອງຊ່ວຍ ເຫລືອ ລວມມູນຄ່າທັງໝົດ 3,9 ຕື້ກວ່າກີບ ໃຫ້ແຂວງອຸດົມໄຊ ໃນ ວັນທີ 15 ກັນຍາ 2026 ແຂວງ ອຸດົມໄຊ, ຕາງໜ້າກ່າວມອບໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ແລະ ຕາງໜ້າກ່າວຮັບ ໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງອຸດົມໄຊ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ລົດສູບນ້ຳເຄື່ອນທີ່ 1 ຄັນ (ເພື່ອຮັບໃຊ້ລວມສຳລັບບັນ ດາແຂວງພາກເໜືອ), ມີແນວພັນ ເຂົ້າ 10 ໂຕນ, ເຂົ້າສານ 500 ກິ ໂລກຣາມ, ນ້ຳດື່ມ ແລະ ອາຫານ ແຫ້ງ, ວັກຊິນກັນພະຍາດສັດ, ຄອມ ພິວເຕີ ແລະ ເຄື່ອງພິມເອກະສານ ແລະ ເງິນຈຳນວນ 300 ລ້ານກີບ. ໂອກາດດັ່ງກ່າວ, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງການນຳ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ທີ່ໄດ້ໃຫ້ການຊ່ວຍເຫລືອອັນ ລ້ຳຄ່າ ແລະ ທັນການ ເພື່ອນຳໃຊ້ ເຂົ້າໃນການຟື້ນຟູການຜະລິດກະສິ ກຳ, ຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງວຽກງານແລະ ຊ່ວຍເຫລືອປະຊາຊົນ ໃຫ້ກັບຄືນສູ່ ສະພາບປົກກະຕິໂດຍໄວ. ຂ່າວ: ແສງອາທິດ

RkJQdWJsaXNoZXIy MTc3MTYxMQ==