xtgmf]k; 7 16/09/2026 gsfdko{dkora fa mtok c0;';P'9a o lts]5 [;Pd'ko9a f8A ' c]t dkoxq d7v' w]pt 5 xu ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບວຽກງານຈັດຕັ້ງ ແລະ ການ ປົກຄອງ ໄລຍະ 5 ປີ (20212025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງ ວຽງຈັນ ຈັດຂຶ້ນໃນວັນທີ 14 ກັນຍາ 2026 ໂດຍການເປັນປະທານ ຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກ ແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ມີບັນດາຄະນະພັກ ຮາກຖານ, ໜ່ວຍພັກຮາກຖານ ແລະ ພະນັກງານຫລັກແຫລ່ງພາຍໃນ ແຂວງເຂົ້າຮ່ວມ. ທ່ານ ຄຳເພັດ ຈັນສົມພູ ຫົວໜ້າ ຄະນະຈັດຕັ້ງແຂວງວຽງຈັນ ໄດ້ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກ, ຄະນະນຳຂັ້ນຕ່າງໆ ຂອງແຂວງວຽງຈັນ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດ ວຽກງານຈັດຕັ້ງ ແລະ ການປົກ ຄອງ ຕາມແນວທາງ, ມະຕິ, ຄຳສັ່ງ ແລະ ນະໂຍບາຍຂອງພັກ ສາມາດ ບັນລຸຜົນສຳເລັດຫລາຍດ້ານເປັນຕົ້ນ ໄດ້ເອົາໃຈໃສ່ກໍ່ສ້າງພັກທາງດ້ານ ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ສົ່ງເສີມ ການສຶກສາອົບຮົມ, ເຜີຍແຜ່ແນວ ທາງ ແລະ ມະຕິຂອງພັກ, ສ້າງ ຄວາມເຂົ້າໃຈເອກະພາບໃນບັນດາ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກ ເມືອງ ພ້ອມດ້ວຍຄະນະກຳມະການ ໄພພິບັດຂັ້ນເມືອງ ລົງຕິດຕາມ ສະພາບນໍ້າຖ້ວມຢູ່ເຂດຕາແສງ ແດນສະຫວັນ ເມືອງ ເ ຊໂປນ ແຂວງສະຫວັນນະເຂດ ໃນວັນທີ 13 ກັນຍາ 2026 ທີ່ຜ່ານມາ ຊຶ່ງ ມີບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານ ມະຫາດ, ກະຕູບນ້ອຍ, ກະຕູບໃຫຍ່, ບ້ານແດນສະຫວັນ ແລະ ບ້ານຫ້ວຍ ສານ, ມີຄອບຄົວ 190 ຄອບຄົວ, ພົນລະເມືອງ 950 ຄົນ ໄດ້ຮັບຜົນ ກະທົບ ແລະ ໄດ້ຍົກຍ້າຍໄປຢູ່ສູນ ພັກເຊົາຊົ່ວຄາວຈໍານວນ 104 ຄອບ ຄົວ, ມີ 520 ຄົນ ໂດຍນຳໃຊ້ໂຮງ ຮຽນປະຖົມ ແລະ ຕັ້ງຕູບຢູ່ພື້ນທີ່ ສູງ. ສ່ວນຊັບສິນໄດ້ຖືກຜົນກະທົບ ແມ່ນລົດໃຫຍ່ 1 ຄັນ, ເນື້ອທີ່ການ ຜະລິດ 142 ເຮັກຕາ ກວມເອົາ 9 ບ້ານ ໃນນີ້, ປະກອບມີ: ສວນ ກ້ວຍ 85 ເຮັກຕາ, ສວນມັນຕົ້ນ 32,5 ເຮັກຕາ, ເນື້ອທີ່ເຂົ້ານາ 24,4 ເຮັກຕາ ແລະ ໜອງປາ 14 ໜອງ, ສຸກສາລາ 1 ແຫ່ງ ຄື: ສຸກສາລາກະຕູບ, ເສັ້ນທາງ ຄົມມະນາຄົມ 5 ເສັ້ນຄື: ເສັ້ນທາງ ເລກ 9, ຖືກນໍ້າຖ້ວມຂົວທາງເວັ້ນ ຢູ່ຫ້ວຍປະຊວນ ບ້ານດົງສະຫວັນ (ພາຫະນະບໍ່ສາມາດສັນຈອນໄດ້), ເສັ້ນທາງເລກທີPR6306 ບ້ານດົງ ສະຫວັນຫາລະໂກ ແລະ ເສັ້ນທາງ PR6307 ບ້ານດົງຫາເມືອງນອງ ຖືກນໍ້າຖ້ວມຂັງ, ເສັ້ນທາງເລກທີ RR6774 ບ້ານດົງຫາກະຕູບມະຫາດ ຖືກນໍ້າຖ້ວມຫລາຍຈຸດບໍ່ ສາມາດສັນຈອນໄປ-ມາໄດ້ ແລະ ເສັ້ນທາງຢູ່ບ້ານເຊໂປນເກົ່າຖືກ ຖ້ວມ 2 ຈຸດ ບໍ່ສາມາດສັນຈອນ ໄປ-ມາໄດ້, ດ້ານລະບົບໄຟຟ້າໄດ້ ງົດຈ່າຍກະແສໄຟຟ້າຊົ່ວຄາວເຂດ ກະຕູບ-ມະຫາດຈຳນວນ 6 ບ້ານ, ບາງສ່ວນຂອງເຂດບ້ານແດນ ສະຫວັນ ແລະ ບ້ານຫ້ວຍສານ. ເພື່ອຮັບປະກັນຄວາມປອດໄພ ແລະ ພາຍຫລັງລະດັບນໍ້າຫລຸດລົງ ພາກສ່ວນກ່ຽວຂ້ອງຈະໄດ້ເຂົ້າໄປ ກວດກາຕື່ມອີກ ເພື່ອຈະສາມາດ ປ່ອຍກະແສໄຟຟ້າໃຫ້ປະຊາຊົນ ຊົມໃຊ້ໄດ້ປົກກະຕິ. ນອກຈາກນີ້, ທາງເມືອງຍັງໄດ້ມອບເຄື່ອງຊ່ວຍ ເຫລືອບັນເທົາທຸກຈຳນວນໜຶ່ງ ໃຫ້ ຄະນະພັກຄະນະປົກຄອງຕາແສງ ເພື່ອນຳໄປແຈກຢາຍໃຫ້ພໍ່ແມ່ປະ ຊາຊົນທີ່ຖືກຜົນກະທົບຈາກໄພນ້ຳ ຖ້ວມໃນຄັ້ງນີ້. 8kcl'mq j ;c0;'7e,j ;o 8h v'ra fmtokIv[fh ko c]t pq d]tfa [-u ;y fdkogxa o16 j 0v'xt-k-q o dkooeg,n v'g-3xo 8y f8k,ltrk[oE4h ;,16 j g0f8kcl'cfolts;a o ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາ ມ່ວນ ໄດ້ໂອ້ລົມຄະນະກຳມະການ ປົກຄອງຕາແສງ ໃນ 44 ຕາແສງ ທົ່ວແຂວງຄໍາມ່ວນ ວັນທີ 14 ກັນຍາ 2026 ໂດຍໄດ້ເນັ້ນໃຫ້ຄະ ນະກຳມະການປົກຄອງຕາແສງ ສືບຕໍ່ປະສານສົມທົບກັບຂະແໜງ ການທີ່ກ່ຽວຂ້ອງຂອງເມືອງ ເພື່ອ ປັບປຸງການຈັດຕັ້ງຕາແສງໃຫ້ ພຽງພໍ ແລະ ມີຄວາມເຂັ້ມແຂງ, ເປັນເຈົ້າການນຳພາປະຊາຊົນແກ້ ໄຂຄວາມທຸກຍາກ, ມີແຜນຊ່ວຍ ເຫລືອບັນດາຄອບຄົວທຸກຍາກ ໃຫ້ ກາຍເປັນຄອບຄົວພັດທະນາ ແລະ ຄອບຄົວຕົວແບບ ດ້ານການຜະລິດ, ການເຮັດອຸດສາຫະກຳປຸງແຕ່ງ ແລະ ສົ່ງເສີມອາຊີບທີ່ໝັ້ນຄົງ, ຈັດຕັ້ງປະຕິບັດໂຄງການຕົວຈິງທີ່ va f8txn {ot7vofk|a ' pq dl6 'xtly fmy zq odkoIj ;,,n fh kodko8j k'xtgmf ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ຄະນະນຳພະແນກການ ຕ່າງປະເທດແຂວງອັດຕະປື ແຫ່ງ ສປປ ລາວ ນຳໂດຍ ທ່ານ ຄຳພັນ ແກ້ວມະນີ ກໍາມະການພັກແຂວງ, ຫົວໜ້າພະແນກການຕ່າງປະເທດ ແຂວງ ພ້ອມຄະນະ ໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ປຶກສາ ຫາລືແນວທາງຮ່ວມມື ກັບພະແນກ ການຕ່າງປະເທດ ນະຄອນດາໜັງ ສສ ຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຊວັນ ບິ່ງ ຫົວໜ້າພະແນກ ການຕ່າງປະເທດນະຄອນດານັງ ພ້ອມຄະນະ ໃຫ້ການຕ້ອນຮັບ. ການພົບປະຄັ້ງນີ້, ເນັ້ນໃສ່ການ ເສີມສ້າງກົນໄກປະສານງານ ແລະ ຍົກສູງປະສິດທິຜົນການຮ່ວມມື ດ້ານການຕ່າງປະເທດ ໂດຍສອງ ຝ່າຍໄດ້ແລກປ່ຽນຂໍ້ມູນ, ບົດຮຽນ ແລະ ປະສົບການດ້ານການຈັດຕັ້ງ ວຽກງານການຕ່າງປະເທດ, ການ ປະສານງານກັບບັນດາພາກສ່ວນ, ການເປັນເສນາທິການໃຫ້ແກ່ການ ນຳຂັ້ນແຂວງ-ນະຄອນ ຕະຫລອດ ເຖິງການຂະຫຍາຍການພົວພັນ ແລະ ດຳເນີນການຮ່ວມມືກັບຄູ່ ປະຊາຊົນສາມາດເຮັດໄດ້, ສົ່ງເສີມ ການຜະລິດ, ປູກໄມ້ໃຫ້ໝາກ, ໄມ້ ອຸດສາຫະກຳ ໂດຍອີງໃສ່ເງື່ອນໄຂ ຕົວຈິງ ແລະ ສ້າງຕະຫລາດຮອງ ຮັບສິນຄ້າໃນທ້ອງຖິ່ນ. ພ້ອມນີ້, ໃຫ້ຊຸກຍູ້, ສົ່ງເສີມ ແລະ ຮັບປະກັນໃຫ້ລູກຫລານໃນເກນ ອາຍຸໄດ້ເຂົ້າໂຮງຮຽນ ຢ່າງເປັນ ປົກກະຕິ, ໃຫ້ມີການກຳນົດລະບຽບ ການແບ່ງຂັ້ນຄຸ້ມຄອງ ລາຍຮັບລາຍຈ່າຍ ຢູ່ຂັ້ນຕາແສງ ໃຫ້ຊັດເຈນ ແລະ ສອດຄ່ອງກັບຄວາມເປັນຈິງ, ສືບຕໍ່ຫັນມະຕິຕ່າງໆຂອງພັກລົງສູ່ ບ້ານ ແລະ ຕາແສງ ໃຫ້ມີຜົນສຳເລັດ ເປັນຮູບປະທຳ. ທ່ານ ໄຊຊະນະ ໂຄດພູທອນ ກ່າວຕື່ມວ່າ: ການສ້າງຕັ້ງຕາແສງ ບໍ່ແມ່ນການສ້າງຕັ້ງຂຶ້ນໃໝ່ ແຕ່ເປັນ ການປັບປຸງຄືນ ເພື່ອໃຫ້ສອດຄ່ອງ ກັບໄລຍະໃໝ່, ເປັນການຜັນຂະ ຫຍາຍແນວທາງຍຸດທະສາດ ໃນ ໄລຍະໃໝ່ຂອງພັກ ຈາກທິດສະດີ ໃຫ້ເຂົ້າສູ່ພຶດຕິກຳຕົວຈິງ, ແມ່ນ ຄວາມຮຽກຮ້ອງຕ້ອງການອັນຈໍາ ເປັນໃນການພັດທະນາເສດຖະກິດສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ສະນັ້ນ, ຄະນະກຳມະການ ປົກຄອງຕາແສງ ຈົ່ງສືບຕໍ່ເອົາໃຈ ໃສ່ປະຕິບັດໜ້າທີ່ວຽກງານຈຸດສຸມ ທີ່ສຳຄັນ ເປັນຕົ້ນ ໃຫ້ເອົາໃຈໃສ່ ສຶກສາອົບຮົມປະຊາຊົນທຸກເຜົ່າ ໃຫ້ ມີຄວາມສາມັກຄີປອງດອງ, ພ້ອມ ທັງຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອວັດທະນະທຳອັນດີງາມ ພາຍໃຕ້ລະບຽບກົດໝາຍ, ເອົາໃຈ ໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເຮັດໃຫ້ທົ່ວຕາ ແສງ ມີຄວາມສະຫງົບໜັກແໜ້ນ, ຕ້ານທຸກກົນອຸບາຍທີ່ຫວັງມ້າງເພ ຄວາມສາມັກຄີ, ພ້ອມທັງກໍ່ສ້າງຕາ ແສງໃຫ້ເປັນເຂດທີ່ປອດໄພ ແລະ ໜ້າຢູ່. ສະມາຊິກພັກ ແລະ ພະນັກງານ. ການປັບປຸງກົງຈັກພັກ ແລະ ລັດ ໄດ້ດຳເນີນການຍຸບ-ໂຮມ ບາງກົງ ຈັກ ເພື່ອຫລຸດຜ່ອນຄວາມຊ້ຳຊ້ອນ, ຮັບປະກັນການນຳພາລວມສູນ ແລະ ເຮັດໃຫ້ກົງຈັກການຈັດຕັ້ງມີຄວາມ ເຂັ້ມແຂງ. ປັດຈຸບັນ ທົ່ວແຂວງມີ 11 ອົງຄະນະພັກເມືອງ ແລະ 2 ຄະ ນະພັກກອງບັນຊາການປກຊ-ປກສ, ມີ 1.394 ຮາກຖານພັກ ແລະ 1.291 ໜ່ວຍພັກ, ເພີ່ມຂຶ້ນ 27 ໜ່ວຍພັກ ທຽບໃສ່ປີ 2021. ສຳລັບ ວຽກງານຂະຫຍາຍພັກ ໄດ້ເປີດ ຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ ກ້າວໜ້າ 674 ສະຫາຍ, ຍິງ 176 ສະຫາຍ, ຈັດຮຽນກົດລະບຽບພັກ ໃຫ້ເປົ້າໝາຍກຽມເຂົ້າພັກ 747 ສະຫາຍ, ຍິງ 227 ສະຫາຍ. ສາ ມາດຮັບມະຫາຊົນຜູ້ກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ 3.430 ສະຫາຍ, ຍິງ 1.226 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນ ເປັນສະມາຊິກພັກສົມບູນ 2.990 ສະຫາຍ, ຍິງ 1.086 ສະຫາຍ. ສ່ວນວຽກງານພະນັກງານ-ລັດ ຖະກອນ ໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ, ປັບປຸງການຈັດ ວາງພະນັກງານ ໃຫ້ເໝາະສົມກັບ ຕຳແໜ່ງງານ, ດຳເນີນການປະເມີນ ຜົນການປະຕິບັດງານປະຈຳປີ ແລະ ຍົກສູງຄຸນນະພາບພະນັກງານ. ດ້ານການປົກຄອງ ໄດ້ເອົາໃຈໃສ່ ປັບປຸງກົງຈັກການບໍລິຫານ, ສ້າງ ຄວາມສາມັກຄີພາຍໃນຄະນະພັກ ແລະ ອົງການປົກຄອງ, ພ້ອມທັງ ສົ່ງເສີມການນຳພາ-ຊີ້ນຳ ໃຫ້ສອດ ຄ່ອງກັບພາລະບົດບາດ ແລະ ໜ້າທີ່ ຂອງແຕ່ລະຂັ້ນ. ກອງປະຊຸມຄັ້ງນີ້, ໄດ້ກຳນົດ ທິດທາງສືບຕໍ່ວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີຕໍ່ໜ້າ ໂດຍສຸມໃສ່ສືບຕໍ່ກໍ່ສ້າງພັກໃຫ້ເຂັ້ມ ແຂງ ທາງດ້ານການເມືອງ, ແນວ ຄິດ, ການຈັດຕັ້ງ ແລະ ແບບແຜນ ວິທີນຳພາ; ຍົກສູງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ວິໄນຂອງ ສະມາຊິກພັກ, ປັບປຸງກົງຈັກການ ຈັດຕັ້ງພັກ ແລະ ລັດ ໃຫ້ກະທັດຮັດ, ສົມເຫດສົມຜົນ, ຫລຸດຜ່ອນຄວາມ ຊ້ຳຊ້ອນ ແລະ ຍົກສູງປະສິດທິຜົນ ການນຳພາ-ບໍລິຫານ, ເອົາໃຈໃສ່ ວຽກງານພະນັກງານ-ລັດຖະກອນ, ສ້າງແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ ໄລຍະ 2026-2030, ສ້າງແຜນຄາດຄະເນບຳລຸງ-ກໍ່ສ້າງ ພະນັກງານ, ຈັດວາງພະນັກງານໃຫ້ ຖືກຕ້ອງ ເໝາະສົມກັບຕຳແໜ່ງງານ ແລະ ຕິດຕາມປະເມີນຜົນຢ່າງເປັນ ປົກກະຕິ, ສືບຕໍ່ປັບປຸງວຽກງານ ການປົກຄອງ, ເສີມສ້າງລະບອບ ປະຊາທິປະໄຕ, ຍົກສູງຄວາມ ຮັບຜິດຊອບ, ຄວາມໂປ່ງໃສ ແລະ ວິໄນໃນການບໍລິຫານງານ, ສົ່ງເສີມ ການສ້າງແຂວງໃຫ້ເປັນຫົວໜ່ວຍ ຍຸດທະສາດ, ສືບຕໍ່ຕິດຕາມບັນດາ ຕົວຊີ້ບອກທີ່ຍັງບໍ່ບັນລຸ ແລະ ຜັນ ຂະຫຍາຍໃຫ້ບັນລຸຕາມແຜນການ, ປັບປຸງການປະສານງານລະຫວ່າງ ຄະນະພັກ, ອົງການປົກຄອງ ແລະ ຂະແໜງການຕ່າງໆໃຫ້ກົມກຽວ, ສາມັກຄີ ແລະ ມີປະສິດທິຜົນ. ພ້ອມນີ້, ກອງປະຊຸມຍັງໄດ້ມີ ການປຶກສາຫາລື, ປະກອບຄຳ ຄິດເຫັນຕໍ່ຮ່າງບົດສະຫລຸບ ແລະ ທິດທາງແຜນການ, ເພື່ອປັບປຸງເນື້ອ ໃນໃຫ້ຄົບຖ້ວນ ແລະ ເໝາະສົມກັບ ສະພາບຕົວຈິງ ພ້ອມທັງເນັ້ນໃຫ້ ບັນດາຂະແໜງການ, ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຜັນຂະຫຍາຍ ມະຕິກອງປະຊຸມໃຫ້ເປັນແຜນງານ ແລະ ໂຄງການລະອຽດ, ຈັດຕັ້ງປະ ຕິບັດດ້ວຍຄວາມຮັບຜິດຊອບສູງ. ຮ່ວມງານສຳຄັນຂອງແຕ່ລະຝ່າຍ ພ້ອມທັງເສີມສ້າງການຮ່ວມມື ລະ ຫວ່າງຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ເພື່ອສ້າງຊ່ອງທາງ ໃໝ່ໃນການຮ່ວມມື. ພິເສດ, ສອງ ຝ່າຍເຫັນດີສືບຕໍ່ຮ່ວມກັນໂຄສະນາ ເຜີຍແຜ່ທ່າແຮງ, ຈຸດແຂງ ແລະ ໂອກາດການລົງທຶນຂອງແຕ່ລະ ຝ່າຍ ເພື່ອດຶງດູດນັກລົງທຶນ, ຂະ ຫຍາຍການຄ້າ-ການລົງທຶນ, ສົ່ງ ເສີມການທ່ອງທ່ຽວ ແລະ ສ້າງ ໂອກາດໃໝ່ໃນການຮ່ວມມືດ້ານ ເສດຖະກິດ-ສັງຄົມ. ນອກຈາກ ນັ້ນ, ສອງຝ່າຍຍັງເຫັນດີເພີ່ມທະ ວີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ແລະ ບົດຮຽນ ໃນບັນ ດາຂົງເຂດທີ່ຕ່າງຝ່າຍມີຈຸດແຂງ ພ້ອມທັງພິຈາລະນາຈັດກິດຈະກຳ, ສຳມະນາແລະກອງປະຊຸມຮ່ວມກັນ ຕາມຄວາມເໝາະສົມ ເພື່ອຍົກສູງ ທັກສະ, ຄວາມຮູ້ ແລະ ຄວາມສາ ມາດໃນການດຳເນີນວຽກງານ ຮ່ວມກັນ. ແຂວງອັດຕະປື ຍັງໄດ້ສະເໜີ ໃຫ້ສອງຝ່າຍມີການພົບປະ ປະເມີນ ແລະ ຕີລາຄາຜົນການຜັນຂະຫຍາຍ ບົດບັນທຶກຊ່ວຍຈຳ ແລະ ຜົນການ ຮ່ວມມືໃນແຕ່ລະໄລຍະ ໂດຍສາ ມາດຈັດການພົບປະ ປະເມີນຮ່ວມ ກັນ 2 ປີຕໍ່ຄັ້ງ ຕາມຄວາມເໝາະສົມ. ການປະເມີນດັ່ງກ່າວ ຈະເປັນກົນໄກ ສຳຄັນໃນການກຳນົດທິດທາງ, ກວດຄືນຜົນສຳເລັດ, ແກ້ໄຂຂໍ້ ຈຳກັດ ແລະ ກຳນົດແຜນຮ່ວມມືໃນ ໄລຍະຕໍ່ໄປ. ການພົບປະໃນຄັ້ງນີ້, ຖືເປັນ ບາດກ້າວສຳຄັນໃນການສືບຕໍ່ສ້າງ ແລະ ພັດທະນາກົນໄກການປະສານ ງານລະຫວ່າງ ແຂວງອັດຕະປື ແລະ ນະຄອນດາໜັງ ໃຫ້ມີຄວາມໃກ້ຊິດ, ຄ່ອງຕົວ ແລະ ເປັນຮູບປະທຳຫລາຍ ຂຶ້ນ, ສ້າງພື້ນຖານໃຫ້ການຮ່ວມມື ສາມາດຂະຫຍາຍໄປສູ່ຂົງເຂດ ໃໝ່ໆ ແລະ ເກີດຜົນປະໂຫຍດຮ່ວມ ກັນຢ່າງຍືນຍົງ. ພ້ອມກັນນັ້ນ, ຍັງ ເປັນການສືບຕໍ່ສ້າງຄວາມແໜ້ນ ແຟ້ນ ໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ລາວ- ຫວຽດນາມ ໃຫ້ໝັ້ນຄົງ, ເລິກເຊິ່ງ, ຍາວນານແລະກ້າວໜ້າສູ່ລະດັບໃໝ່. ຂ່າວ: ມະນີວອນ ຮ່ວມມືຕ່າງປະເທດ. ສອງຝ່າຍໄດ້ ເນັ້ນວ່າ: ການຮ່ວມມືຄວນຫັນຈາກ ການແລກປ່ຽນທົ່ວໄປ ໄປສູ່ການ ຮ່ວມມືທີ່ມີເນື້ອໃນ ແລະ ຜົນສຳເລັດ ເປັນຮູບປະທຳ, ໂດຍເອົາໃຈໃສ່ຜັນ ຂະຫຍາຍບັນດາເນື້ອໃນຕາມບົດ ບັນທຶກ ທີ່ຜູ້ນຳສອງຝ່າຍໄດ້ລົງນາມ ໄວ້ ໃຫ້ເກີດຜົນຢ່າງແທ້ຈິງ. ພ້ອມນີ້, ແຂວງອັດຕະປື ໄດ້ ສະເໜີໃຫ້ສອງຝ່າຍສືບຕໍ່ປະສານ ງານຢ່າງໃກ້ຊິດ, ເພີ່ມທະວີການ ແລກ ປ່ຽນຄະນະຜູ້ແທນ, ການຢ້ຽມ ຢາມ, ການພົບປະ ແລະ ການເຂົ້າ
RkJQdWJsaXNoZXIy MTc3MTYxMQ==