7362

11/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ຂປລ. ໃນວັນທີ8ກັນຍາ2026, ທີ່ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດ ກອງປະຊຸມປະຈຳປີກຸ່ມຊາວນາ ພາຍໃຕ້ໂຄງການສົ່ງເສີມການປູກ ເຂົ້າແບບຍືນຍົງ ບໍລິສັດ ເບຍລາວ; ໂດຍມີທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ທັງເປັນຜູ້ຊີ້ ນຳໂຄງການສົ່ງເສີມການປູກເຂົ້າ ແບບຍືນຍົງ ບໍລິສັດ ເບຍລາວ, ມີ ທ່ານ ຫລິງຫລ້ອງ ສິດທິໄຊ ຫົວໜ້າ ສູນກະສິກຳສະອາດ ແລະ ທ່ານ ດຣ. ສີວຽງແຂກ ພົມມະລາດ ຫົວ ໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດ ຖະກິດຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍກຸ່ມຊາວ ນາໃນໂຄງການ,ສະຫະກອນ,ຄູ່ຮ່ວມ ທຸລະກິດ, ບັນດາສື່ມວນຊົນພ້ອມພະ ນັກງານເບຍລາວ ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ໄດ້ມີການ ທົບທວນຄືນຄວາມຄືບໜ້າຂອງ ໂຄງການ, ການນຳສະເໜີແຜນ ພັດທະນາຕັ້ງແຕ່ການຈັດຕັ້ງກຸ່ມ [= ]y la f g[p]k; ln [8lqj 'glu ,dkox6 dg0Q kc[[pn opq ' pq d]tfa [,kf8t4kodtly demuj fu c]t dkox6 dg0Q kc[[xPdlts]a [csh ' Ij ;,da [d5j ,-k;ok c]t rkd]a f + “ໂຄງການປູກເຂົ້າຂອງບໍລິສັດ ເບຍລາວ ໄດ້ດຳເນີນມາຫລາຍປີ ແລ້ວໂດຍເນັ້ນສົ່ງເສີມຊາວນາໃຫ້ ຜະລິດເຂົ້າຕາມຫລັກກະສິກຳແບບ ຟື້ນຟູແນໃສ່ການຜະລິດທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ສຳ ລັບນະໂຍບາຍຂອງບໍລິສັດຮອດປີ 2032 ກຳນົດວັດຖຸດິບເຂົ້າຈ້າວທີ່ ນຳມາເປັນສ່ວນປະກອບໃນການ ຜະລິດເບຍ 50% ຕ້ອງມາຈາກ ແຫລ່ງກະສິກຳແບບຟື້ນຟູ ໂດຍນຳ ໃຊ້ມາດຕະຖານ GAP, ກະສິກຳ ອິນຊີ ແລະ ກະສິກໍາແບບສະອາດ ເປັນມິດຕໍ່ສິ່ງແວດລ້ອມ. ພ້ອມນີ້ ຍັງສົ່ງເສີມການປູກເຂົ້າແບບປຽກ ສະຫລັບແຫ້ງ ຊຶ່ງສາມາດຫລຸດການ ນຳໃຊ້ນ້ຳລົງ 30%ແລະ ຫລຸດການ ປ່ອຍພິດເຮືອນແກ້ວລົງ 50%.” ທ່ານ ສິດທິໄຊ ກ່າວຕື່ມວ່າ: “ປັດຈຸບັນໂຄງການໄດ້ດຳເນີນເຂົ້າ ສູ່ປີທີ 7 ໂດຍບໍລິສັດຮ່ວມກັບພາກ ລັດໃນການກຳນົດມາດຕະຖານ, ຖ່າຍທອດຄວາມຮູ້ທັງພາກທິດສະດີ ແລະ ປະຕິບັດພ້ອມອອກໃບຮັບຮອງ ໃຫ້ແກ່ຊາວນາທີ່ເຂົ້າຮ່ວມໂຄງ ການ. ນອກນັ້ນ, ບໍລິສັດຍັງເຮັດສັນ ຍາຊື້ຂາຍກັບຊາວນາໂດຍກົງ ແລະ ຊຳລະຄ່າເຂົ້າຜ່ານລະບົບທະນາ ຄານ. ໃນອະນາຄົດມີແນວທາງສົ່ງ ເສີມໃຫ້ຊາວນາເຂົ້າເຖິງແຫລ່ງທຶນ ແລະ ສາມາດກູ້ຢືມເງິນຈາກທະ ນາຄານໃນອັດຕາດອກເບ້ຍທີ່ເໝາະ ສົມ ເພື່ອຮ່ວມກັນສ້າງລະບົບການ ຜະລິດເຂົ້າທີ່ຍືນຍົງ.” ທ່ານ ບຸນສົງ ວົງປະເສີດ ຫົວໜ້າ ກຸ່ມຜະລິດເຂົ້າລຸ້ນ 3 ບ້ານນາລ້ອງ ໄດ້ໃຫ້ສຳພາດວ່າ: “ພາຍຫລັງທີ່ ເຂົ້າຮ່ວມໂຄງການສົ່ງເສີມປູກເຂົ້າ ແບບຍືນຍົງຂອງບໍລິສັດ ເບຍລາວ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ນາດີຂຶ້ນຫລາຍຍ້ອນວ່າ ມີຄວາມຮູ້ ທາງດ້ານການປູກເຂົ້າຢ່າງຖືກຕ້ອງ ຕາມເຕັກນິກຂອງກົມກະສິກຳເຮັດ ໃຫ້ຜົນຜະລິດດີ ແລະ ສາມາດຂາຍ ເຂົ້າໄດ້ຫລາຍກວ່າເກົ່າ. ເມື່ອສະມາ ຊິກຜະລິດເຂົ້າໄດ້ ແລະ ຂາຍໄດ້ ຕາມລາຄາມາດຕະຖານບວກກັບມີ ຕະຫລາດຮອງຮັບທີ່ແນ່ນອນເຮັດ ໃຫ້ສະມາຊິກພາຍໃນກຸ່ມມີລາຍໄດ້ ເພີ່ມຂຶ້ນອັນໄດ້ປ່ຽນແປງຊີວິດການ ເປັນຢູ່ຂອງແຕ່ຄອບຄົວດີຂຶ້ນເປັນ ກ້າວໆ, ບາງຄອບຄົວທີ່ລາຍຈ່າຍ ໜ້ອຍກໍຈະມີເງິນເກັບຄື ຂ້າພະເຈົ້າ ເອງເມື່ອກ່ອນບໍ່ເຄີຍຄິດວ່າຂາຍເຂົ້າ ແລ້ວຈະໄດ້ເງິນຫລາຍ. ແຕ່ພໍມາ ຢູ່ໂຄງການນີ້ ຖືວ່າເຄີຍໄດ້ນັບເງິນ 100 ລ້ານກີບຕໍ່ປີ ຈາກການຂາຍ ເຂົ້າ. ສະນັ້ນ, ຈຶ່ງເວົ້າໄດ້ວ່າການ ເຂົ້າຮ່ວມໂຄງການປູກເຂົ້າແບບ ຍືນຂອງບໍລິສັດ ເບຍລາວ ຄິດວ່າ ມາຖືກທາງແລ້ວ ແລະ ກໍ່ບໍ່ຄິດຈະ ອອກຈາກໂຄງການນີ້”. ທ່ານ ບຸນສົງ ເວົ້າເສີມວ່າ: “ປັດ ຈຸບັນການເຮັດນາແມ່ນຫັນມານໍາ ໃຊ້ເຕັກນິກປຽກສະຫລັບແຫ້ງ ຊຶ່ງ ກຸ່ມພວກເຮົາຍັງຢູ່ໃນຂັ້ນຕອນການ ຮຽນຮູ້ ແລະ ປະຕິບັດ (ຜົນສຳເລັດ ປະມານ 60-70%), ແຕ່ສິ່ງທີ່ເຫັນ ຊັດເຈນແມ່ນເຮົາເສຍຄ່ານ້ຳໜ້ອຍ ລົງເນື່ອງຈາກມີໄລຍະທີ່ປະໃຫ້ດິນ ແຫ້ງ ເຮັດໃຫ້ຮາກເຂົ້າແຂງແຮງ, ເຂົ້າແຕກກໍໄດ້ດີ, ໄດ້ຫລາຍຮວງ ແລະ ໄດ້ເມັດຫລາຍ ໂດຍຜ່ານມາ ເຮັດແບບທຳມະດາໄດ້ປະມານ 600 ກິໂລຕໍ່ໄລ່. ແຕ່ພໍມາໃຊ້ເຕັກນິກ ປຽກສະຫລັບແຫ້ງ ຜົນຜະລິດເພີ່ມ ຂຶ້ນເປັນ 700 - 750 ກິໂລ/ໄລ່ ນີ້ ແມ່ນໂຕເລກທີ່ເຫັນໄດ້ຊັດເຈນຈາກ ການນໍາໃຊ້ເຕັກນິກນີ້.” ໃນກອງປະຊຸມຄັ້ງນີ້, ຍັງໄດ້ເປີດ ໂອກາດໃຫ້ກຸ່ມຊາວນາ ແລະ ໜ່ວຍ ງານທີ່ກ່ຽວຂ້ອງ ໄດ້ຍົກບັນຫາທີ່ ໄດ້ພົບພໍ້ຜ່ານມາ ແລະ ສະເໜີແນວ ຄິດ ເພື່ອຮ່ວມກັນພັດທະນາແນວ ທາງການປະຕິບັດໃນລະດູຕໍ່ໜ້າ ແລະ ກຽມຄວາມພ້ອມສຳລັບການ ຂະຫຍາຍການຜະລິດເຂົ້າແບບຍືນ ຍົງໃນອະນາຄົດ. ໂຄງການສົ່ງເສີມການປູກເຂົ້າ ແບບຍືນຍົງ ບໍລິສັດ ເບຍລາວ ເປັນສ່ວນໜຶ່ງຂອງແນວທາງການ ພັດທະນາວັດຖຸດິບທາງກະສິກຳ ໃຫ້ມີປະສິດທິພາບ, ຫລຸດຜ່ອນຜົນ ກະທົບຕໍ່ສິ່ງແວດລ້ອມ ແລະ ສ້າງ ຄຸນຄ່າການຮ່ວມມືລະຫວ່າງພາກ ທຸລະກິດ, ຊຸມຊົນ ແລະ ລັດຖະບານ ໂດຍການເຊື່ອມໂຍງການເຮັດກະສິ ກຳທີ່ດີ(GAP) ແລະ ເຕັກນິກການ ປູກເຂົ້າແບບປຽກສະຫລັບແຫ້ງ (AWD) ເພື່ອກ້າວໄປສູ່ແນວ ທາງການເຮັດກະສິກຳແບບຟື້ນຟູ ໃນໄລຍະຍາວ (Regenerative Agriculture) ແລະ ສອດຄ່ອງ ກັບແນວທາງສ້າງສັນອະນາຄົດ (Brewing Tomorrow) ຂອງ ກຸ່ມບໍລິສັດ Carlsberg ໃນການ ພັດທະນາທຸລະກິດຄຽງຄູ່ກັບຊຸມຊົນ ແລະ ສິ່ງແວດລ້ອມ. ຊາວນາ, ການສົ່ງເສີມການປູກ ເຂົ້າອິນຊີຄວບຄູ່ກັບການນຳເອົາ ມາດຕະຖານການເຮັດກະສິກຳທີ່ ດີ (GAP) ແລະ ເຕັກນິກການ ປູກເຂົ້າແບບປຽກສະຫລັບແຫ້ງ (AWD) ມານຳໃຊ້ໃນການຜະລິດ ເຂົ້າໃນໂຄງການ. ໜຶ່ງໃນວາລະ ສຳຄັນຂອງກອງປະຊຸມຄັ້ງນີ້ ຄື ການສົ່ງເສີມເຕັກນິກການປູກເຂົ້າ ແບບປຽກສະຫລັບແຫ້ງ (AWD) ຊຶ່ງເປັນວິທີການຂັງນ້ຳໃນນາເຂົ້າ ໂດຍປ່ອຍໃຫ້ລະດັບນ້ຳຫລຸດລົງ ແລ້ວຈຶ່ງຕື່ມນ້ຳໃສ່ນາເຂົ້າເປັນ ໄລຍະ ຊຶ່ງວິທີດັ່ງກ່າວຈະຊ່ວຍໃຫ້ ຫລຸດຜ່ອນການນຳໃຊ້ນ້ຳ ແລະ ພະ ລັງງານໃນການສູບນ້ຳເພື່ອແຈກ ຢາຍ, ເພີ່ມການຖ່າຍເທອາກາດໃນ ດິນ ແລະ ຫລຸດຜ່ອນສະພາບທີ່ເອື້ອ ອຳນວຍຕໍ່ການເກີດທາດອາຍພິດ ເຮືອນແກ້ວໃນນາເຂົ້າ. ທ່ານດຣ.ສີວຽງແຂກພົມມະລາດ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດ ເສດຖະກິດຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມກ່າວວ່າ: “ເຕັກ ນິກການປູກເຂົ້າແບບປຽກສະຫລັບ ແຫ້ງ ສາມາດຊ່ວຍຫລຸດການນຳໃຊ້ ນ້ຳໄດ້ເກືອບ 50%ແລະ ຊ່ວຍຫລຸດ ການປ່ອຍອາຍພິດເຮືອນແກ້ວ ໂດຍ ບໍ່ເຮັດໃຫ້ຜົນຜະລິດແຕກຕ່າງຈາກ ວິທີການປູກແບບທົ່ວໄປ. ການເພີ່ມ ຜົນຜະລິດຍັງຂຶ້ນກັບຫລາຍປັດໄຈ ເຊັ່ນ: ການເລືອກແນວພັນ, ການໃສ່ ຝຸ່ນ, ການປ້ອງກັນພະຍາດ-ແມງໄມ້ ແລະ ວິທີການເກັບກ່ຽວ. ຂະນະ ດຽວກັນ, ຂໍ້ຈຳກັດສຳຄັນໃນການ ຂະຫຍາຍເຕັກນິກນີ້ໃນວົງກວ້າງ ແມ່ນລະບົບຊົນລະປະທານ ເນື່ອງ ຈາກການເຮັດນາປຽກສະຫລັບ ແຫ້ງຈຳເປັນຕ້ອງສາມາດຄວບຄຸມ ນ້ຳໄດ້. ປັດຈຸບັນເນື້ອທີ່ນາແຊງທີ່ ສາມາດຄວບຄຸມນ້ຳໄດ້ມີປະມານ 12-15% ເທົ່ານັ້ນ. ດັ່ງນັ້ນ ການ ພັດທະນາ ແລະ ຂະຫຍາຍລະບົບ ຊົນລະປະທານ ຈຶ່ງເປັນປັດໄຈສຳ ຄັນທີ່ສຸດເພາະວ່າຖ້າລະບົບຊົນລະ ປະທານດີການຄຸ້ມຄອງນຳໃຊ້ນ້ຳ ກໍສາມາດເຮັດໄດ້ເພາະວ່າເຮົາບໍ່ ສາມາດໃຫ້ຄອບຄົວໜຶ່ງ ຫລື ສອງ ຄອບຄົວເຮັດໄດ້ຖ້າພື້ນທີ່ນັ້ນບໍ່ເຮັດ ພ້ອມໆກັນ”. ພ້ອມດຽວກັນນັ້ນ, ທ່ານ ຫລິງ ຫລ້ອງ ສິດທິໄຊ ຫົວໜ້າສູນກະສິກຳ ສະອາດກໍ່ໄດ້ໃຫ້ຮູ້ວ່າ: “ບໍລິສັດ ເບຍ ລາວ ກໍເປັນບໍລິສັດທີ່ມີຄວາມເຂັ້ມ ແຂງໃນການຊຸກຍູ້ສົ່ງເສີມຊາວກະ ສິກອນ ຊຶ່ງເປັນປັດໄຈຫລັກທີ່ຊ່ວຍ ໃຫ້ຊາວກະສິກອນມີລາຍຮັບເພີ່ມ ແລະ ເຮັດໃຫ້ວຽກງານກະສິກຳສະ ອາດມີຄວາມຍືນຍົງ. ຕໍ່ການນຳເອົາ ມາດຕະຖານກະສິກຳທີ່ດີ ກໍຄືGAP ໃນການປູກເຂົ້າຂອງໂຄງການສົ່ງ ເສີມການປູກເຂົ້າແບບຍືນຍົງ ບໍລິ ສັດ ເບຍລາວ ນີ້ ກໍເຫັນວ່າເປັນການ ດຳເນີນງານທີ່ຖືກຕ້ອງ ເນື່ອງຈາກ ວ່າຈະເຮັດໃຫ້ການນຳເອົາເຕັກນິກ ຫລື ມາດຕະຖານຂອງກະຊວງກະສິ ກຳ ກໍຄື ກົມປູກຝັງຜັນຂະຫຍາຍລົງ ສູ່ວຽກງານຕົວຈິງ. ເພາະວ່າທາງ ກະຊວງກະສິກຳ ກໍຄື ກົມປູກຝັງ ຈະມີມະຕິຜັນຂະຫຍາຍວຽກງານ ກະສິກຳສະອາດລົງສູ່ທ້ອງຖິ່ນໃຫ້ ໄດ້1.000 ຄອບຄົວ ໃນປີ2030. ນີ້ ກໍເປັນອົງປະກອບໜຶ່ງທີ່ທາງບໍລິສັດ ເບຍລາວ ໄດ້ມີຄວາມສຳຄັນໃນ ການຊຸກຍູ້ສົ່ງເສີມຊາວກະສິກອນ ດັ່ງກ່າວໃຫ້ເກີດຜົນເປັນຈິງ ແລະ ສາມາດນຳເອົາຜົນຜະລິດຂອງ ຊາວກະສິກອນນັ້ນ ເຂົ້າມາສູ່ການ ຕະຫລາດ ເພື່ອໃຫ້ສູ່ວົງຈອນຂອງ ບໍລິສັດ”. ການຮ່ວມມືພາຍໃຕ້ໂຄງການ ໄດ້ແບ່ງບົດບາດໜ້າທີ່ລະຫວ່າງ ຫລາຍພາກສ່ວນ ໂດຍມີບໍລິສັດ ເບຍລາວ ເປັນສູນກາງໃນການສະ ໜັບສະໜູນດ້ານປະສານງານ, ການ ຝຶກອົບຮົມ, ເຕັກນິກການຜະລິດ, ການກວດສອບຄຸນນະພາບ ແລະ ການຮັບຊື້ຜົນຜະລິດ, ພ້ອມທັງພັດ ທະນາລະບົບໃຫ້ຊາວນາສາມາດ ກ້າວຂຶ້ນມາເປັນຊາວນາທີ່ທັນສະ ໄໝ ແລະ ເປັນຜູ້ສະໜອງວັດຖຸ ດິບໃຫ້ແກ່ບໍລິສັດຢ່າງເປັນລະບົບ; ພ້ອມດຽວກັນນັ້ນ ຊາວນາໃນໂຄງ ການມີໜ້າທີ່ໃນການປະຕິບັດຕາມ ມາດຕະຖານ ແລະ ສະໜອງຜົນຜະ ລິດເຂົ້າ ແລະ ພາກລັດລວມໄປເຖິງ ໜ່ວຍງານວິຊາການທີ່ກ່ຽວຂ້ອງກໍ່ ໄດ້ມີບົດບາດໃນການສະໜັບສະໜູນ ທາງດ້ານແນວພັນເຂົ້າ, ລະບົບຊົນ ລະປະທານ, ເຕັກນິກ ແລະ ການກຳ ກັບມາດຕະຖານ. ທ່ານ ສິດທິໄຊ ເກດຕະວົງ ຄະ ນະອຳນວຍການທັງເປັນຜູ້ຊີ້ນຳ ໂຄງການສົ່ງເສີມການປູກເຂົ້າແບບ ຍືນຍົງບໍລິສັດ ເບຍລາວ ກ່າວວ່າ:

RkJQdWJsaXNoZXIy MTc3MTYxMQ==