@ 0j k; c]t gsfdko j 10/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຄະນະຜູ້ແທນພັກ...ູ້ັ ສະພາທິດສະດີ...ິີ ສູນກາງພັກ, ມີຮອງປະທານ, ຫົວ ໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນ ກາງພັກ ເຂົ້າຮ່ວມ. ໄລຍະ 5 ປີຜ່ານມາ, ສະພາທິດ ສະດີສູນກາງພັກ ໄດ້ມີຜົນສຳເລັດ ໃນການປະຕິບັດບົດບາດໃຫ້ຄຳ ປຶກສາແກ່ສູນກາງໄດ້ເປັນຢ່າງດີ ສະແດງອອກພົ້ນເດັ່ນໃນຫລາຍ ດ້ານ ເປັນຕົ້ນ ສະພາທິດສະດີໄດ້ ອອກນິຕິກຳສະເພາະ ແລະ ໄດ້ມີ ການປະຕິບັດຢ່າງເຂັ້ມງວດ; ເອົາ ຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າໃນ ລະດັບຕ່າງໆ ແລະ ມີຜະລິດຕະພັນ ອອກມາຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ; ການຈັດສຳມະນາຮ່ວມກັບສອງ ພັກ, ກັບບັນດາພັກການເມືອງ ອ້າຍນ້ອງ ແມ່ນໄດ້ຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບ, ໝາກ ຜົນຂອງການຈັດສຳມະນາທິດສະ ດີ ແມ່ນໄດ້ສະຫລຸບສັງຮວມ ແລະ ລາຍງານສະໜອງຂໍ້ມູນໃຫ້ສູນ ກາງພັກໃນບັນຫາຕ່າງໆ ປະຕິບັດ ໄດ້ເປັນປົກກະຕິ; ການຄົ້ນຄວ້າທິດ ສະດີການເມືອງ, ແນວຄິດທິດສະດີ ຂອງພັກ ແມ່ນໄດ້ສຳເລັດໃນຫລາຍ ຂົງເຂດ ເປັນຕົ້ນ ການປະກອບສ່ວນ ໃນການຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ; ການຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ, ການ ຄົ້ນຄວ້າໂຄງການການເມືອງ, ການ ຈັດຕັ້ງສະຫລຸບ 40 ປີປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກ, ການຄົ້ນຄວ້າສ້າງບັນດາປະ ຖົມປັດໄຈຕາມເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ, ການຄົ້ນຄວ້າວິທະ ຍາສາດຮັບໃຊ້ວັນສຳຄັນຂອງພັກ ຂອງຊາດ ແລະ ການຄົ້ນຄວ້າຫົວຂໍ້ ລະດັບຊາດ ທີ່ສູນກາງມອບໝາຍ ໃຫ້ ໄດ້ຮັບການຈັດຕັ້ງປະຕິບັດ ໄດ້ ຮັບໝາກຜົນຢ່າງຈົບງາມ. ໃນໂອກາດນີ້, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານສະພາທິດສະດີສູນ ກາງພັກ ສະບັບເລກທີ 66/ກມສພ, ລົງວັນທີ 17 ສິງຫາ 2026 ໂດຍ ໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການ ເມືອງສູນກາງພັກ, ປະທານແນວ ລາວສ້າງຊາດ ເປັນປະທານສະພາ ທິດສະດີສູນກາງພັກ; ແຕ່ງຕັ້ງ ສະ ຫາຍຄໍາພັນ ເຜີຍຍະວົງກຳມະການ ກົມການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ; ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ລີເບີ ລີບົວປາວ ກຳມະການສູນ ກາງພັກ, ຫົວໜ້າສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງ ຊາດ ແລະ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນ ກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເປັນຮອງ ປະທານສະພາທິດສະດີສູນກາງ ພັກ. ນອກຈາກນັ້ນ, ຍັງໄດ້ຜ່ານມະ ຕິຕົກລົງວ່າດ້ວຍການແຕ່ງຕັ້ງຫົວ ໜ້າຄະນະກໍາມະການດ້ານຕ່າງໆ ສະບັບເລກທີ 180/ຄລສພ, ລົງ ວັນທີ 17 ສິງຫາ 2026, ແຕ່ງຕັ້ງ ຫົວໜ້າຄະນະກໍາມະການດ້ານ ຕ່າງໆ ຈໍານວນ 4 ສະຫາຍ ແລະ ແຕ່ງຕັ້ງສະມາຊິກສະພາທິດສະດີ ສູນກາງພັກ ຈໍານວນ 30 ສະຫາຍ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍ້ອງຍໍຊົມເຊີຍຕໍ່ ຜົນງານ ແລະ ການປະກອບ ສ່ວນ ຂອງສະມາຊິກສະພາທິດສະດີສູນ ກາງພັກຊຸດຜ່ານມາ ແລະ ເນັ້ນໃຫ້ ບັນດາສະຫາຍທີ່ໄດ້ຮັບການແຕ່ງ ຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິ ບັດໜ້າທີ່ວຽກງານ ທີ່ສະພາທິດສະ ດີສູນກາງພັກມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ ແລະ ໃຫ້ມີ ຜົນສໍາເລັດໃໝ່, ຜົນງານໃໝ່ຍິ່ງ ໃຫຍ່ກວ່າເກົ່າ, ປະກອບສ່ວນເຂົ້າ ໃນການຄົ້ນຄວ້າທິດສະດີການ ເມືອງ, ແນວຄິດທິດສະດີຂອງພັກ ແລະ ວິທະຍາສາດສັງຄົມ ໃຫ້ມີ ຄຸນນະພາບ ແລະ ສະໜອງຂໍ້ມູນ ໃຫ້ສູນກາງພັກໃນວຽກງານຕ່າງໆ ທີ່ອຸດົມສົມບູນ ແລະ ທັນເວລາ. ຂ່າວ: ສະພາທິດສະດີສູນກາງ ທ້າທາຍສົມຄວນ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານການຄ້າ, ບັນຫາຄວາມບໍ່ສະຫງົບຢູ່ຕາເວັນ ອອກກາງ ທີ່ກະທົບໃສ່ເສດຖະກິດ ພາຍໃນຂອງປະເທດເຮົາ ເປັນຕົ້ນ ການສະໜອງນໍ້າມັນເຊື້ອໄຟບໍ່ພຽງ ພໍ, ລາຄານໍ້າມັນເຊື້ອໄຟ, ລາຄາ ສິນຄ້າ, ຄ່າຄອງຊີບສູງຂຶ້ນ ແລະ ໄພທໍາມະຊາດຕ່າງໆ ແຕ່ພາຍໃຕ້ ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງ ສູງກາງພັກ ການພັດທະນາເສດ ຖະກິດ-ສັງຄົມຍັງສືບຕໍ່ດໍາເນີນໄປ ຢ່າງຕໍ່ເນື່ອງ, ສາມາດບັນລຸຄາດ ໝາຍທີ່ວາງອອກໄດ້ຫລາຍດ້ານ; ກອງປະຊຸມໄດ້ເຫັນດີເປັນເອກະ ພາບວາງທິດທາງວຽກງານຈຸດ ສຸມ ໃນການນຳພາ-ຊີ້ນຳຂອງກົມ ການເມືອງ ແລະ ຄະນະເລຂາທິ ການສູນກາງພັກ ໃນໄລຍະ 6 ເດືອນ ທ້າຍປີ 2026. ສຳລັບທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນ ທ້າຍປີ 2026 ແມ່ນສ້າງ ຄວາມເຂັ້ມແຂງ ໃຫ້ຄັງສຳຮອງ ເງິນຕາຕ່າງປະເທດ, ສ້າງຖານ ລາຍຮັບໃໝ່; ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ຍູ້ ແຮງຂະບວນການຜະລິດເປັນສິນ ຄ້າ; ຫັນການຈັດເກັບລາຍຮັບ-ຄຸ້ມ ຄອງລາຍຈ່າຍງົບປະມານ ເຂົ້າສູ່ ລະບຽບການ ແລະ ເປັນທັນສະໄໝ; ສ້າງເສດຖະກິດປາຍແຫລມ, ເສີມ ຂະຫຍາຍທ່າແຮງຂອງບັນດາພາກ ສ່ວນເສດຖະກິດ; ສືບຕໍ່ປະຕິຮູບລັດ ວິສາຫະກິດ, ປັບປຸງພື້ນຖານໂຄງ ລ່າງ, ຖະໜົນຫົນທາງ, ແກ້ໄຂການ ປະລະການຮຽນ, ຂາດແຄນຄູສອນ, ບັນຫາແຮງງານ, ການບໍລິການ ດ້ານສາທາລະນະສຸກ, ປະກົດການ ຫຍໍ້ທໍ້ໃນສັງຄົມ ແລະ ການສ້າງ ແຜນຮັບມືໄພພິບັດທີ່ອາດຈະເກີດ ຂຶ້ນ. ນອກຈາກນີ້, ຍັງຍົກໃຫ້ເຫັນ ເຖິງວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກງານພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຊຶ່ງຄະນະ ບໍລິຫານງານສູນກາງພັກ ໄດ້ຕີລາ ຄາວ່າ ມາຮອດປັດຈຸບັນນີ້, ຮາກ ຖານການເມືອງໄດ້ຮັບການປັບ ປຸງ ແລະ ມີຄວາມໜັກແໜ້ນ-ເຂັ້ມ ແຂງເທື່ອລະກ້າວ, ຊົນນະບົດໄດ້ ຮັບການພັດທະນາດີຂຶ້ນ; ຄວາມ ທຸກຍາກໄດ້ຮັບການແກ້ໄຂ, ຄອບ ຄົວທຸກຍາກຫລຸດລົງ, ຄອບຄົວ ແລະ ບ້ານພັດທະນາເພີ່ມຂຶ້ນ; ການແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ມີຄວາມ ຈະແຈ້ງຂຶ້ນກວ່າເກົ່າ; ສືບຕໍ່ຊີ້ນຳ ບັນຫາຕ່າງໆ ໃຫ້ໄດ້ຮັບການແກ້ໄຂ ແລະ ຕົກໄປເປັນກ້າວໆ ເປັນຕົ້ນ ແມ່ນບັນຫາຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ, ຮັບປະກັນ ບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນໃຫ້ສະຫງົບ ແລະ ບໍ່ສົ່ງຜົນກະທົບຫລາຍຕໍ່ເສດ ຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ; ສຸມໃສ່ແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ຢາ ເສບຕິດ, ລັກລອບຂຸດຄົ້ນແຮ່ທາດ ແລະ ຊັບພະຍາກອນທຳມະຊາດ, ການຄ້າ-ຂາຍອາວຸດ, ກຸ່ມແກ້ງສະ ແກມເມີ, ຄໍເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ. ໃນໂອກາດນີ້, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ກໍໄດ້ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ; ທ່ານ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນ ກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ກໍໄດ້ເຜີຍ ແຜ່ມະຕິກ່ຽວກັບວຽກງານກໍ່ສ້າງ ຮາກຖານການເມືອງ ແລະ ທ່ານ ສາຄອນ ພົມມະລາດ ກຳມະການ ປະຈຳພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ກໍໄດ້ເຜີຍ ແຜ່ແຜນພັດທະນາວຽກງານໂຄສະ ນາອົບຮົມ. ພ້ອມກັນນີ້, ກໍໄດ້ມີການປະກາດ ກົງຈັກການຈັດຕັ້ງ ພະນັກງານບໍລິ ຫານ ຂັ້ນ 3 ແລະ ຂັ້ນ 4 ພາຍໃນຄະ ນະໂຄສະນາອົບຮົມສູນກາງພັກ. ໃນນີ້, ຕຳແໜ່ງບໍລິຫານປະເພດ 3 ມີ 5 ສະຫາຍ, ຍິງ 1 ສະຫາຍຄື: ສະຫາຍ ສົດ ວົງພະຈັນ ຫົວໜ້າ ພະແນກການເງິນ ເປັນຮອງຫົວໜ້າ ຫ້ອງການ, ສະຫາຍ ລິດສະໄໝ ເພັງສະຫວັນ ຫົວໜ້າພະແນກນະ ໂຍບາຍ ແລະ ຍ້ອງຍໍ ເປັນຮອງຫົວ ໜ້າກົມຈັດຕັ້ງ, ສະຫາຍ ບຸນຊູ ວື ຫົວໜ້າພະແນກກວດກາລັດ, ສະກັດ ກັ້ນແລະຕ້ານການສໍ້ລາດບັງຫລວງ ເປັນຮອງຫົວໜ້າກົມກວດກາ, ສະຫາຍ ນາງ ກີຄໍາ ແກ່ນມະນີ ຫົວໜ້າພະແນກຝຶກອົບຮົມ ເປັນ ຮອງຫົວໜ້າກົມອົບຮົມ, ສະຫາຍ ປັນຍາສິດ ທຳມະວົງສາ ຫົວໜ້າ ພະແນກຂ່າວພາຍໃນ ເປັນຮອງຫົວ ໜ້າບັນນາທິການໃຫຍ່ໜັງສືພິມ ພາສາຕ່າງປະເທດ ແລະ ຕຳແໜ່ງ ບໍລິຫານປະເພດ 4 ຂັ້ນຫົວໜ້າພະ ແນກ ມີ 10 ສະຫາຍ, ຍິງ 4 ສະ ຫາຍ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ແຮງງານແຫ່ງຊາດທີ່ທັນສະໄໝ, ເຊື່ອມໂຍງໄດ້, ຍືນຍົງຕາມມາດຕະ ຖານສາກົນ ແລະ ສະໜັບສະໜູນ ການເຂົ້າສູ່ຕະຫລາດແຮງງານ ຢ່າງທົ່ວເຖິງ. ຮອດປີ 2055 ພັດ ທະນາລະບົບ LMIS ໃຫ້ກາຍເປັນ ສູນກາງຂໍ້ມູນຂ່າວສານຕະຫລາດ ແຮງງານລະດັບຊາດຢ່າງເຕັມ ຮູບແບບ ສະໜອງຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ແລະ ເຂົ້າເຖິງງ່າຍສຳລັບ ພາກລັດ, ເອກະສານ ສະຖາບັນ ການສຶກສາ ແລະ ປະຊາຊົນ. ໂອກາດນີ້, ທ່ານຮອງລັດຖະ ມົນຕີ ໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈຢ່າງເລິກເຊິ່ງມາຍັງ ແຜນງານ STAF ທີ່ໃຫ້ການສະ ໜັບສະໜູນດ້ານເຕັກນິກ ແລະ ງົບ ປະມານ ໂດຍໄດ້ຮັບການຊ່ວຍ ເຫລືອຈາກລັດຖະບານລຸກຊຳບວກ ປະເທດສະວິດ, ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດຜ່ານອົງການ LuxDev, ພ້ອມທັງຮຽກຮ້ອງ ໃຫ້ທຸກພາກສ່ວນຮ່ວມມືກັນຜັນ ຂະຫຍາຍຍຸດທະສາດນີ້ໃຫ້ເກີດຜົນ ເປັນຮູບປະທຳໃນຕໍ່ໜ້າ. ຂໍ້ມູນ-ພາບ: ຂ່າວສານ ຮສສ ຮອດປີ 2035...ີ ເຜີຍແຜ່...ີ່ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ຮ່ວມບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ ທີ່ເມືອງລິດສະບອນ ປະເທດ ປອກ ຕຸຍການ ໃນລະຫວ່າງວັນທີ 4-6 ກັນຍາ 2026. ໃນໂອກາດເຂົ້າຮ່ວມບຸນມະໂຫ ລານຄັ້ງນີ້, ສະຫາຍ ວາລະໄຊ ເລັ່ງ ສະຫວັດ ໄດ້ເຂົ້າພົບປະກັບ ສະຫາຍ ປາວໂຣ ໄຣມຸນໂດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນນິດປອກຕຸຍການ ແລະ ໄດ້ຕາງໜ້າໃຫ້ແກ່ ພັກປະຊາຊົນປະ ຕິວັດລາວ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດປອກຕຸຍ ການ, ຕາງໜ້າ ພັກກອມມູນິດປອກ ຕຸຍການ ລົງນາມໂດຍ ສະຫາຍ ເປໂດຣ ເກຍໄຣໂຣ ຄະນະເລຂາທິ ການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກກອມ ມູນິດປອກຕຸຍການ, ເພື່ອກໍານົດທິດ ທາງໃນການຮັດແໜ້ນ ແລະ ເສີມ ຂະຫຍາຍການພົວພັນຮ່ວມມື ລະ ຫວ່າງສອງພັກ ໃນຕໍ່ໜ້າ. ໂອກາດການພົບປະສອງຝ່າຍ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມ ທັງໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ ແລະ ໄດ້ແລກ ປ່ຽນບາງບົດຮຽນກ່ຽວກັບສະພາບ ການເຄື່ອນໄຫວຂອງພັກແລະວຽກ ງານກໍ່ສ້າງພັກ, ພ້ອມທັງບັນຫາທີ່ ສອງຝ່າຍໃຫ້ຄວາມສົນໃຈ. ສະຫາຍ ປາວໂຣ ກໍໄດ້ສະແດງ ຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການ ເດີນທາງມາຮ່ວມງານມະໂຫລານ ອາວັງເຕ ໃນຄັ້ງນີ້ ຂອງຄະນະຜູ້ ແທນພັກ ປປ ລາວ ຊຶ່ງເປັນການຢັ້ງ ຢືນໃຫ້ເຫັນເຖິງການສະໜັບສະໜູນ ເຊິ່ງກັນແລະກັນແລະການຮັດແໜ້ນ ຄວາມສາມັກຄີລະຫວ່າງສອງພັກ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ມີຄວາມຫຍຸ້ງຍາກສັບ ສົນ. ພ້ອມນີ້, ຍັງໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການຕ້ອນ ຮັບທີ່ດີ ແລະ ອົບອຸ່ນ ຂອງ ພັກ ປປ ລາວ ຕໍ່ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ພັກກອມມູນິດ ປອກຕຸຍການ ໃນປີ 2024 ຜ່ານ ມາ; ທັງໄດ້ຍົກໃຫ້ເຫັນເຖິງຄວາມ ສົນໃຈ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານອົງການຈັດຕັ້ງ ມະຫາຊົນ ໂດຍສະເພາະວຽກງານ ການເຄື່ອນໄຫວຂອງອົງການຈັດ ຕັ້ງແມ່ຍິງ ແລະ ຊາວໜຸ່ມ ພາຍໃຕ້ ການນໍາພາຂອງ ພັກ ປປ ລາວ. ໃນກອບຂອງບຸນມະໂຫລານ ອາວັງເຕ ໃນຄັ້ງນີ້, ຄະນະຜູ້ແທນ ພັກ ປປ ລາວ ຍັງໄດ້ເຂົ້າຮ່ວມງານ ວາງສະແດງມູນເຊື້ອຂອງພັກ, ວັດ ທະນະທໍາ ແລະ ສິລະປະກໍານາໆ ຊາດ ຊຶ່ງ ພັກ ປປ ລາວ ກໍແມ່ນໜຶ່ງ ໃນບັນດາພັກການເມືອງເພື່ອນມິດ ລວມທັງພັກກອມມູນິດຈີນ, ພັກ ກອມມູນິດຫວຽດນາມ, ກູບາ ແລະ ພັກການເມືອງອື່ນໆ ຫລາຍກວ່າ 40 ພັກການເມືອງໃນທົ່ວໂລກ ທີ່ ເຂົ້າຮ່ວມ ແລະ ເປີດຮ້ານວາງ ສະແດງຂອງຕົນຢ່າງຟົດຟື້ນ ແລະ ດຶງດູດຄວາມສົນໃຈຈາກບັນດາ ຜູ້ຄົນທີ່ມາທ່ຽວຊົມງານເປັນຈໍາ ນວນຫລວງຫລາຍ. ບຸນມະໂຫລານ ອາວັງເຕ ເປັນ ບຸນປະເພນີປະຈໍາປີຂອງ ພັກກອມ ມູນິດປອກຕຸຍການ ຊຶ່ງຈັດຂຶ້ນໃນ ທຸກໆຕົ້ນເດືອນກັນຍາ ຂອງທຸກປີ ເປັນມາດົນນານ, ເປັນເວທີໃນການ ເຕົ້າໂຮມຄວາມສາມັກຄີ, ພົບປະ, ແລກປ່ຽນບົດຮຽນ-ປະສົບການ ເຄື່ອນໄຫວ ແລະ ການຮ່ວມມື ຂອງ ບັນດາພັກກອມມູນິດ, ພັກກໍາມະ ກອນ ແລະ ຂະບວນການກ້າວໜ້າ ຝ່າຍຊ້າຍ ຊຶ່ງ ພັກ ປປ ລາວ ໄດ້ໃຫ້ ຄວາມສໍາຄັນ ໂດຍໄດ້ສົ່ງຄະນະຜູ້ ແທນເຂົ້າຮ່ວມຫລາຍຄັ້ງໃນໄລຍະ ຜ່ານມາ ແລະ ໃນຄັ້ງທີ 50 ນີ້, ພັກ ປປ ລາວ ໄດ້ເຂົ້າຮ່ວມເປີດຮ້ານ ວາງສະແດງຂອງພັກເປັນຄັ້ງທໍາ ອິດ ເພື່ອເປັນການເຜີຍແຜ່ແນວ ທາງນະໂຍບາຍ ແລະ ຍົກສູງບົດ ບາດຂອງ ພັກ ປປ ລາວ ລວມທັງ ເປັນການແລກປ່ຽນດ້ານວັດທະນະ ທໍາ ແລະ ຮີດຄອງປະເພນີ ຂອງ ຊາດລາວ ໃນເວທີສາກົນ. ສ້າງຕະຫລາດຊາຍຟອງ 999 ເພື່ອ ຢາກພັດທະນາເມືອງຫາດຊາຍ ຟອງ ກໍຄື ນະຄອນຫລວງວຽງຈັນ ໃຫ້ສວຍງາມຕາມແຜນພັດທະນາ ເສດຖະກິດ-ສັງຄົມ, ຕາມແນວ ທາງຂອງພັກ-ລັດ, ສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍ່ເອື້ອຍອີງຜູ້ອື່ນ, ເພື່ອສົ່ງເສີມການ ຜະລິດ ແລະ ຈຳໜ່າຍຜະລິດຕະພັນ ພາຍໃນໃຫ້ຍືນຍົງ ແລະ ສ້າງວຽກ ເຮັດງານທໍາໃຫ້ປະຊາຊົນມີອາຊີບ, ມີລາຍໄດ້, ພ້ອມທັງສົ່ງເສີມຜູ້ປະ ກອບການທີ່ມັກໃນອາຊີບຄ້າຂາຍ ກະຈາຍລາຍໄດ້ໃຫ້ມີລາຍຮັບນັບ ມື້ນັບສູງຂຶ້ນ, ເພື່ອເຊື່ອມໂຍງການ ທ່ອງທ່ຽວໃຫ້ມີຄວາມຫລາກຫລາຍ ເປັນຕົ້ນ ສົ່ງເສີມວັດທະນະທຳ, ອາ ຫານພື້ນບ້ານ, ຜະລິດຕະພັນກະສິ ກຳ, ຫັດຖະກຳແລະສິນຄ້າບໍລິໂພກ ອື່ນໆ, ພ້ອມທັງ ເປັນການເຊື່ອມໂຍງ ດີຈິຕອນ ໃນການໂຄສະນາຂາຍ ເຄື່ອງອອນລາຍ ກະຈາຍລາຍຮັບ ທົ່ວສັງຄົມ, ສົ່ງເສີມອາຊີບທີ່ເປັນ ທ່າແຮງ, ສົ່ງເສີມສີມືຂອງຄົນລາວ ຖືເອົາປະຊາຊົນເປັນກົກ, ມີລາຍ ຮັບຮ່ວມກັນ 3 ຝ່າຍ ຄື: ພາກລັດ ໄດ້ພັນທະອາກອນ, ປະຊາຊົນໄດ້ມີ ວຽກເຮັດງານທໍາທີ່ໝັ້ນຄົງ ແລະ ຜູ້ ລົງທຶນໄດ້ກຳໄລຈາກການບໍລິການ. ຕະຫລາດຊາຍຟອງ 999 ບໍ່ ພຽງແຕ່ເປັນຕະຫລາດຂາຍທົ່ວໄປ ເທົ່ານັ້ນ, ຍັງປະກອບສ່ວນຈັດສັນ ແກ້ໄຂການຂາຍເຄື່ອງຂອງບັນດາ ພໍ່ຄ້າ, ແມ່ຄ້າແບບຊະຊາຍ ໃຫ້ເປັນ ລະບຽບຮຽບຮ້ອຍ, ຫລຸດຜ່ອນການ ຈອດລົດທີ່ບໍ່ເປັນລະບຽບ, ຈອດ ແບບຊະຊາຍຕາມແຄມທາງ. ນອກ ນັ້ນ, ຍັງເປັນການຍົກລະດັບການ ພັດທະນາ ເມືອງຫາດຊາຍຟອງ ກໍຄື ນະຄອນຫລວງວຽງຈັນ ໃຫ້ ສວຍສົດງົດງາມ, ສ້າງແຮງດຶງດູດ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ ຕະຫລາດ... ສະຫາຍ ກິແກ້ວ ໄຂຄຳພິທູນ ມາທ່ຽວຊົມວິຖີຊີວິດການເປັນຢູ່ ຂອງຄົນລາວໃຫ້ນັບມື້ຫລາຍຂຶ້ນ. ໃນໂອກາດດຽວກັນ, ຍັງໄດ້ ເປີດຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ເມືອງຫາດຊາຍຟອງ ຢູ່ພາຍໃນຕະຫລາດດັ່ງກ່າວຕື່ມອີກ. ທັງນີ້, ກໍເພື່ອເຕົ້າໂຮມຜູ້ປະກອບ ການທຸລະກິດພາຍໃນເມືອງໃຫ້ມີ ຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອ ສົ່ງເສີມກັນແລະກັນ, ໃຫ້ຜູ້ປະກອບ ການທຸລະກິດ ສາມາດສ້າງກິດຈະ ກຳທີ່ຕິດພັນກັບວັນສໍາຄັນຂອງ ຊາດ-ຂອງເມືອງ ເພື່ອສ້າງລາຍຮັບ, ສ້າງກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງອີກດ້ວຍ. ຂ່າວ: ທະນູທອງ; ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==