xtgmf]k; 7 09/09/2026 gsfdko{dkora fa mtok dkooeg,n v'\n j o 8y f8k,g/Q k]t;a ' ltrk[wroE4h ;,16 j rkp.og,n v' ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນໃຫ້ຮູ້ວ່າ:ການນຳເມືອງໝື່ນ ແຂວງວຽງຈັນ ຕິດຕາມກວດກາ ແລະ ເຝົ້າລະວັງໄພນ້ຳຖ້ວມຢູ່ພາຍ ໃນເມືອງ ໃນວັນທີ 7 ກັນຍາ 2026 ຊຶ່ງນຳໂດຍ ທ່ານ ວໍຣະສອນ ສີ ອັກຄະສອນ ເລຂາຄະນະບໍລິຫານ ງານພັກເມືອງໝື່ນ ພ້ອມດ້ວຍຄະນະ ກຳມະການປ້ອງກັນໄພພິບັດຂັ້ນ ເມືອງ. ທ່ານ ວໍຣະສອນ ສີອັກຄະສອນ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົນໜັກ ໃນຕອນເຊົ້າມືດຂອງວັນທີ 7 ກັນຍາ 2026 ຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ນໍ້າໜອງ ເພີ່ມຂຶ້ນຢ່າງໄວວາ, ເຮັດໃຫ້ມີນ້ຳ lts;a ootg0f sk]n dko2N o26 rkps]a 'oE4h ;,.o[k'g0f0v'g,n v'ru o ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 7-10 ກັນຍາ 2026, ທ່ານ ນາງ ບຸນມາລີ ສີລິດາວົງ ຮອງຫົວໜ້າກົມໂຄສະນາ, ຄະນະ ໂຄສະນາອົບຮົມສູນກາງພັກ ພ້ອມ ຄະນະເຄື່ອນໄຫວເຮັດວຽກກັບ ຄະນະໂຄສະນາອົບຮົມ ແຂວງເຊ ກອງ ເພື່ອເກັບກຳຂໍ້ມູນ, ຜົນສຳເລັດ ແລະ ບົດຮຽນໃນການເຄື່ອນໄຫວ ວຽກງານໂຄສະນາ ແລະ ອົບຮົມ ຢູ່ທ້ອງຖິ່ນ ໂດຍມີ ທ່ານ ຄໍາພາ ໄຊ ຍະແສງ ຫົວໜ້າຄະນະໂຄສະນາ ອົບຮົມ ແຂວງເຊກອງ ພ້ອມດ້ວຍ ຄະນະ ເຂົ້າຮ່ວມ. ທ່ານ ນາງ ບຸນມາລີ ສີລິດາວົງ ກ່າວວ່າ: ການເຄື່ອນໄຫວຄັ້ງນີ້, ມີ ຈຸດປະສົງເພື່ອເກັບກຳຜົນສຳເລັດ ການຈັດຕັ້ງຜັນຂະຫຍາຍແນວທາງ ແລະ ແຜນນະໂຍບາຍຂອງພັກ ໂດຍ ສະເພາະ ການຜັນຂະຫຍາຍມະຕິ XII ຂອງພັກ ລວມທັງຜົນສຳເລັດ ຈາກການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ແລະ ອົງຄະນະພັກເມືອງ, ຜົນການຈັດຕັ້ງປະຕິບັດແຜນ v5 fq ,w- wfh Ia [g'o-j ;pgs]n vwroE4h ;, ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມປຶກສາຫາລືການແກ້ໄຂ ບັນຫາດ້ານຕ່າງໆ ລວມທັງກະ ກຽມຄວາມພ້ອມຮອບດ້ານ ໃນ ການຟື້ນຟູສະພາບຮອບດ້ານ ພາຍຫລັງຜ່ານພົ້ນສະພາບນ້ຳຖ້ວມ ໃນບາງເຂດຂອງເມືອງພີນ ຈັດ ຂຶ້ນ ໃນວັນທີ 3 ກັນຍາ 2026 ທີ່ ເມືອງພີນ ໂດຍການເປັນປະທານ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາ ປະຊາຊົນແຂວງສະຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ ຮອງ ປະທານຄະນະກຳມະການປົກຄອງ ແຂວງ ພ້ອມດ້ວຍພະແນກການ ຕ່າງໆທີ່ກ່ຽວຂ້ອງຂອງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນນັກທຸລະກິດ ເອກະຊົນເຂົ້າຮ່ວມ. ທ່ານ ເກດສະໜາ ບຸດຕະວົງ ປະທານຄະນະກຳມະການປົກຄອງ ເມືອງພີນ ໄດ້ລາຍງານວ່າ: ເມືອງ ພີນ ມີບ້ານ ແລະ ທີ່ຢູ່ອາໄສທີ່ໄດ້ ຮັບຜົນກະທົບຈາກສະພາບໄພນໍ້າ ຖ້ວມໃນໄລຍະທີ່ຜ່ານມາ 48 ບ້ານ, 1.536 ຄອບຄົວ, 1.210 ຫລັງຄາ ເຮືອນ, ພົນລະເມືອງໄດ້ຮັບຜົນ Iv'sq ;|h kdq ,37ltok -5 dp6 h ;Pd'ko16 j c0;'g-dv' ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ສະມາຄົມຊາວ ຫວຽດນາມ, ກອງປະຕິບັດງານ ພິເສດ ທະຫານ ເຂດ 2 ແລະ ບໍລິສັດ ຮ່ວມມືສາກົນ 705 ປະຈຳ ແຂວງ ອຸດົມໄຊ ຊຶ່ງນຳໂດຍ ທ່ານ ສົມໝາຍ ບຸບຜາພີ ປະທານສະມາຄົມຊາວ ຫວຽດນາມ ປະຈຳ ແຂວງອຸດົມ ໄຊ ພ້ອມຄະນະ ໄດ້ນຳເອົາເງິນ 125 ລ້ານກີບ ມອບໃຫ້ແຂວງອຸດົມ ໄຊ ເພື່ອຊ່ວຍເຫລືອບັນເທົາທຸກ ຜູ້ ປະສົບອຸທົກກະໄພນ້ຳຖ້ວມ ແລະ ປະກອບສ່ວນໃນການແກ້ໄຂຜົນ ກະທົບຈາກໄພທາງທຳມະຊາດ ຢູ່ ແຂວງອຸດົມໄຊ ໃນວັນທີ 7 ກັນຍາ 2026 ຕາງໜ້າຮັບໂດຍ ທ່ານ ວົງ ສະຫວັນ ໄຊຍະວົງ ປະທານຄະນະ ກຳມະການປົກຄອງ ແຂວງອຸດົມ ໄຊ. ໃນໂອກາດນີ້, ທ່ານ ວົງສະຫວັນ ໄຊຍະວົງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ສະມາຄົມຊາວ ຫວຽດນາມ, ກອງປະຕິບັດງານ ພິເສດ ທະຫານ ເຂດ 2 ແລະ ບໍ ລິສັດ ຮ່ວມມືສາກົນ 705 ປະຈຳ ແຂວງອຸດົມໄຊ ທີ່ມີນ້ຳໃຈອັນດີ ງາມ, ມີຄວາມໃກ້ຊິດ ແລະ ໃຫ້ ການຊ່ວຍເຫລືອປະຊາຊົນ ແຂວງ ອຸດົມໄຊ ໂດຍສະເພາະຜູ້ທີ່ປະສົບ ອຸທົກກະໄພນ້ຳຖ້ວມໃນຄັ້ງນີ້. ການຊ່ວຍເຫລືອ ເຖິງແມ່ນວ່າສະ ພາບການເສດຖະກິດຍັງມີຄວາມ ຫຍຸ້ງຍາກ, ແຕ່ກໍເປັນການສະແດງ ອອກເຖິງນ້ຳໃຈ, ຄວາມຫ່ວງໃຍ ແລະການໃຫ້ກຳລັງໃຈເຊິ່ງກັນແລະ ກັນໃນຍາມປະສົບຄວາມຫຍຸ້ງຍາກ. ພ້ອມນີ້, ຍັງສອດຄ່ອງກັບສະພາບ ການ ແລະ ຄວາມຮຽກຮ້ອງຕ້ອງ ການຕົວຈິງໃນປັດຈຸບັນ. ເງິນຈຳນວນທີ່ໄດ້ຮັບໃນຄັ້ງນີ້, ທາງການນຳແຂວງ ຈະນຳໄປໃຊ້ ໃນວຽກງານຊ່ວຍເຫລືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ ປະສົບໄພນ້ຳຖ້ວມ ພ້ອມທັງປະ ກອບສ່ວນແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ ໂດຍຈະຮັບປະກັນການນຳ ໃຊ້ເງິນຢ່າງໂປ່ງໃສ, ທົ່ວເຖິງ ແລະ ຖືກຕ້ອງຕາມເປົ້າໝາຍ. ຂ່າວ: ຄຳພັນ ແກ້ວມະນີ y ຖ້ວມເຮືອນປະຊາຊົນ, ຖ້ວມຂົວ, ເນື້ອທີ່ນາ, ສວນ ແລະ ສວນປູກ ໄມ້ອຸດສາຫະກໍາບາງແຫ່ງ, ເຮັດ ໃຫ້ການສັນຈອນບ້ານຕໍ່ບ້ານຂອງ ປະຊາຊົນ ໄດ້ຮັບຜົນກະທົບ ເນື່ອງ ຈາກເຂດດັ່ງກ່າວເປັນພື້ນທີ່ຕໍ່າ, ຢູ່ລຽບຕາມແຄມນ້ຳ, ຕໍ່ກັບສະພາບ ການດັ່ງກ່າວ ການນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ ເອົາໃຈໃສ່ລົງຕິດຕາມຢ່າງໃກ້ຊິດ, ພ້ອມທັງລະດົມກຳລັງຈາກກອງ ບັນຊາການທະຫານເມືອງ, ກອງ ບັນຊາການ ປກສ ເມືອງ, ພະນັກ ງານ ຮ່ວມກັບພໍ່ແມ່ປະຊາຊົນເຂດ ດັ່ງກ່າວ ຍົກຍ້າຍເຄື່ອງຂອງ, ສັດ ລ້ຽງ ອອກຈາກຈຸດທີ່ມີຄວາມສ່ຽງ ເພື່ອຮັບປະກັນຄວາມປອດໄພ. ສ່ວນມູນຄ່າເສຍຫາຍຈະລາຍ ງານໃຫ້ຊາບຕາມພາຍຫລັງ. ຂ່າວ-ພາບ: ວັນນາ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ແລະ ບັນດາເມືອງໃນໄລຍະ ຜ່ານມາ. ພ້ອມນີ້, ກໍໄດ້ແລກປ່ຽນບົດຮຽນ ໃນການເຄື່ອນໄຫວວຽກງານໂຄ ສະນາຢູ່ທ້ອງຖິ່ນ ເພື່ອພ້ອມກັນ ປັບປຸງບາງວຽກທີ່ຍັງມີຂໍ້ຄົງຄ້າງ, ການສ້າງສາຂາໃນການຮັບ-ສົ່ງ ຂໍ້ມູນ, ບົດຂ່າວ ເພື່ອລົງໂຄສະນາ ເຜີຍແຜ່ໃນວາລະສານຂອງກົມ ໂຄສະນາ ແລະ ສື່ອອນລາຍຕ່າງໆ ຂອງຄະນະໂຄສະນາອົບຮົມສູນ ກາງພັກ. ໂອກາດດຽວກັນ, ຄະນະດັ່ງ ກ່າວ ຍັງໄດ້ລົງເຄື່ອນໄຫວສຳພາດ ບັນດາຄອບຄົວຕົວແບບໃນການ ປູກ, ການລ້ຽງ ຢູ່ເມືອງລະມາມ ແລະ ເມືອງທ່າແຕງ ເພື່ອຈະນໍາເອົາ ຜົນງານ, ບົດຮຽນດັ່ງກ່າວ ໄປເຜີຍ ແຜ່ສ້າງແຮງຈູງໃຈໃຫ້ກັບຫລາຍ ຄອບຄົວ ນຳເອົາໄປເປັນແບບຢ່າງ ທີ່ດີ ໃນການຜະລິດໃຫ້ຫລາຍຂຶ້ນ. ຂ່າວ: ພຸດທະສອນ ຈຶ່ງສະເໜີຂໍງົບປະມານຟື້ນຟູຈຸດ ທີ່ຈຳເປັນ, ພ້ອມທັງແນວພັນພືດ, ແນວພັນເຂົ້າ, ຢາວັກຊິນກັນພະຍາດ ສັດ, ຕ້ອງການເຂົ້າກິນທົດແທນເຂົ້າ ເປືອກທີ່ນໍ້າຖ້ວມເລົ້າເຂົ້າປະມານ 90 ໂຕນ ຫລື ເຂົ້າສານສະເລ່ຍ ປະມານ 33 ໂຕນ ແລະ ຕ້ອງການ ໃຫ້ມີພະນັກງານວິຊາການ ດ້ານ ກະສິກຳ ລົງຕິດຕາມໃກ້ຊິດໃຫ້ຄຳ ແນະນຳປະຊາຊົນໃນການປູກ-ການ ລ້ຽງຕື່ມອີກ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ເນັ້ນໃຫ້ຈັດສັນເນື້ອທີ່ ທຳການຜະລິດ ແບບເປັນອາຊີບ ຄົງທີ່ ແລະ ຍືນຍົງໃຫ້ປະຊາຊົນ, ໃຫ້ມີການປູກຝັງ-ລ້ຽງສັດ ໂດຍ ເລັ່ງໃສ່ພືດອຸດສາຫະກຳ ເປັນຕົ້ນ ການປູກໄມ້ວິກ, ຢາງພາລາ ທີ່ບໍລິ ສັດຮອງຮັບການເກັບຊື້ ແລະ ມີ ນະໂຍບາຍ 2+3 ທີ່ສ້າງປະໂຫຍດ ອັນເໝາະສົມສຳລັບບໍລິສັດ ແລະ ປະຊາຊົນ, ປູກສາລີອາຫານສັດ, ການລ້ຽງປາ, ລ້ຽງໄກ່, ລ້ຽງໝູ ແລະ ປູກພືດໄລຍະສັ້ນ ທີ່ມີລາຍ ໄດ້ດີກວ່າການປູກເຂົ້າ ພ້ອມທັງ ແນະນຳໃຫ້ຍົກຍ້າຍບ້ານເຮືອນຂອງ ປະຊາຊົນ ມາຢູ່ບ່ອນປອດໄພຈາກ ນໍ້າຖ້ວມ ເນື່ອງຈາກຖ້າຢູ່ບ່ອນເກົ່າ ອາດເກີດໄພນໍ້າຖ້ວມອີກໃນປີຕໍ່ໄປ, ໃນເບື້ອງຕົ້ນແມ່ນໃຫ້ຈັດສັນທີ່ຢູ່ ອາໄສຂອງປະຊາຊົນກ່ອນ ຈາກນັ້ນ ຈຶ່ງຫາອາຊີບທີ່ຍືນຍົງໃຫ້ປະຊາຊົນ ຕື່ມອີກ. ພ້ອມນີ້, ໄດ້ເນັ້ນໃສ່ການ ຍົກຍ້າຍ ແລະ ກໍ່ສ້າງເຮືອນໃໝ່ໃຫ້ ປະຊາຊົນ ບ້ານພະລັອງ ຂອງເມືອງ ພີນ 29 ຫລັງ ຊຶ່ງໃນຈຳນວນນີ້ເປັນ ເຮືອນຕັ້ງຢູ່ແຄມເຊໂຈນ ມີຄວາມ ສ່ຽງສູງຕໍ່ການຖືກເຊາະເຈື່ອນ ອາດ ເກີດອັນຕະລາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ. ໃນມື້ດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ຍັງໄດ້ລົງຢ້ຽມຢາມ ໃຫ້ກຳລັງໃຈ ແລະ ມອບເງິນຊ່ວຍ ເຫລືອໃຫ້ປະຊາຊົນ ແລະ ຫລານ ນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມ ບ້ານກອຍ ຊຶ່ງເປັນບ້ານໜຶ່ງຂອງ ເມືອງພີນ ທີ່ໄດ້ຮັບຜົນກະທົບໜັກ ສົມຄວນຈາກສະພາບນ້ຳຖ້ວມໃນ ໄລຍະຜ່ານມາ. ກະທົບ 6.999 ຄົນ, ຍິງ 3.444 ຄົນ, ບ້ານທີ່ໄດ້ຮັບຜົນກະທົບທີ່ ຢູ່ອາໄສມີ 8 ບ້ານ, ບ້ານທີ່ຍ້າຍ ອອກຈາກພື້ນທີ່ສ່ຽງມີ 4 ບ້ານ, ມີ 39 ຫລັງຄາເຮືອນ (ເຮືອນຖືກ ນໍ້າພັດໄປ 2 ຫລັງ, ເຮືອນຫງ່ຽງ 5 ຫລັງ, ມ້າງ-ຍ້າຍ 32 ຫລັງ, ເລົ້າເຂົ້າເສຍຫາຍ 167 ຫລັງ. ດ້ານ ກະສິກຳ, ມີເນື້ອທີ່ນາປີຖືກຖ້ວມ 1.009 ເຮັກຕາ, ເສຍຫາຍ 498 ເຮັກຕາ, ເນື້ອທີ່ສວນຖືກຖ້ວມ 58 ເຮັກຕາ, ໜອງປາ 128 ໜອງ; ສັດລ້ຽງເສຍຫາຍ: ມີ ງົວ 29 ໂຕ, ຄວາຍ 39 ໂຕ, ໝູ 89 ໂຕ; ດ້ານ ພື້ນຖານໂຄງລ່າງ: ມີເສັ້ນທາງເປ່ ເພເສຍຫາຍ 9 ເສັ້ນ ໃນນັ້ນ, ທາງ ປູຢາງໃນເທສະບານເສຍຫາຍ 6 ຈຸດ, ເສົາໄຟເຍືອງທາງລົ້ມ 2 ຕົ້ນ, ຫົວຂົວເຈື່ອນ 3 ຈຸດ (ແກ້ໄຂແລ້ວ 1ຈຸດ),ທໍ່ຂາດ4ຈຸດ(ແກ້ໄຂແລ້ວ), ຂົວຈົມເປ່ເພ 3 ແຫ່ງ, ຕາຝັ່ງເຈື່ອນ 5 ຈຸດ, ຝາຍນໍ້າລົ້ນ ແລະ ຝາຍກັ້ນ ນໍ້າຖືກກັດເຊາະ 3 ຈຸດ, ໂຮງຮຽນ ຖືກນໍ້າຖ້ວມ 3 ແຫ່ງ ແລະ ສຸກ ສາລາ 1 ແຫ່ງ. ດັ່ງນັ້ນ, ທາງເມືອງ
RkJQdWJsaXNoZXIy MTc3MTYxMQ==