7359

08/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີ ຂປລ. ຖ້າເວົ້າເຖິງສິນຄ້າທີ່ຄຸ້ນ ເຄີຍ ແລະ ຕອບໂຈດການນຳໃຊ້ ໃນສັງຄົມລາວປັດຈຸບັນ “ເສື້ອຂາວ ກາຊ້າງ” ເປັນໜຶ່ງໃນຜະລິດຕະພັນ ທີ່ກຳລັງໄດ້ຮັບຄວາມສົນໃຈຈາກ ສັງຄົມ ໂດຍເປັນຜະລິດຕະພັນຈາກ ສີມືຄົນລາວ 100% ທີ່ມຸ່ງເນັ້ນ ຄຸນນະພາບ, ຄວາມທົນທານ ແລະ ຮູບແບບທີ່ເໝາະສົມກັບນັກຮຽນໃນ ຍຸກປັດຈຸບັນ. ທ່ານນາງ ມ່ອນນີ່ ກອງສົມບັດ [5 os+ g0Q kxtfa [fy oIu f7v'va ofu 'k,ln [mvf9kdI5 j ol6 j I5 j o ຂປລ. ເມື່ອເວົ້າເຖິງຮີດຄອງ ປະເພນີອັນດີງາມຂອງຄົນລາວ ບຸນ ຫໍ່ເຂົ້າປະດັບດິນ ນັບເປັນອີກປະເພນີ ໜຶ່ງທີ່ມີຄວາມໝາຍ ແລະ ສຳຄັນຕໍ່ ວິຖີຊີວິດຂອງຊາວລາວ. ປະເພນີ ນີ້ໄດ້ຮັບການສືບທອດປະຕິບັດກັນ ມາຢ່າງຍາວນານ ແລະ ຖືເປັນເທ ສະການເຮັດບຸນອຸທິດສ່ວນກຸສົນ ໃຫ້ແກ່ບັນພະບຸລຸດ ແລະ ສັບພະສັດ ທັງຫລາຍ. ບຸນຫໍ່ເຂົ້າປະດັບດິນ ຈັດຂຶ້ນໃນມື້ ແຮມ 14 ຄໍ່າ ເດືອນ 9 ລາວ ຂອງ ທຸກໆປີ. ສຳລັບປີ 2026 ກົງກັບ ວັນສຸກ ທີ 11 ກັນຍາ. ໃນໂອກາດນີ້ ພຸດທະສາສະນິກະຊົນຈະພາກັນຈັດ ຕຽມເຄື່ອງທານເຮັດບຸນຕັກບາດ ຖວາຍທານແກ່ພະສົງ ແລະ ອຸທິດ ແຜ່ຜົນບຸນໃຫ້ສັບພະສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີຍາດ ຫລື ເປັນ ການເຮັດບຸນໃຫ້ຜີເຜດ (ເຮັດບຸນ ໃຫ້ເປດ), ເປັນເທສະການເຮັດບຸນ ອຸທິດຫາບັນພະບຸລຸດຕາມຮີດ 12 ຂອງປະເພນີລາວເຮົາ. ສະນັ້ນ, ເພື່ອ ສ້າງຄວາມເຂົ້າໃຈກ່ຽວກັບປະເພນີ glN v0k;dk-h k' zt]y f8tra o7q o]k; pq d]tfa [g7nj v'c[[oa dIPo “ ” -u ;y f{;a fmtotme u y a ໂດຍ: ລູກສາວຫລ້າ ບຸນຫໍ່ເຂົ້າປະດັບດິນໃຫ້ຫລາຍຂຶ້ນ. ມື້ນີ້ຄໍລໍາ “ວັດທະນະທໍາ” ຈະເອົາ ປະຫວັດຄວາມເປັນມາບຸນຫໍ່ເຂົ້າ ປະດັບດິນ ມາສະເໜີບັນດາທ່ານ ໄດ້ຮັບຮູ້. ຕາມຕຳນານທີ່ເລົ່າສືບຕໍ່ກັນ ມາວ່າ: ມີພາມຄອບຄົວໜຶ່ງມີລູກ ຊາຍຄົນດຽວພໍ່ແມ່ຮັກຄືແກ້ວຕາ, ດວງໃຈເມື່ອລູກຊາຍ ອາຍຸ 16 ປີ ກໍຕາຍໄປ, ພໍ່ແມ່ໂສກເສົ້າໃຈກິນ ບໍ່ໄດ້ນອນບໍ່ຫລັບເພາະຄິດຮອດ ລູກຫລັງຈາກຕາຍແລ້ວກໍນຳໄປ ຝັງໄວ້ທີ່ປ່າຊ້າປຸກເຮືອນໃຫ້ຫລັງ ໜຶ່ງພ້ອມເຄື່ອງໃຊ້ສອຍ, ແລ້ວແຕ່ງ ຄົນໃຊ້ໄປສົ່ງເຂົ້າທຸກໆມື້ ຢູ່ມາມື້ໜຶ່ງ ຝົນຕົກແຮງນໍ້າຫລາຍຄົນໃຊ້ຂ້າມ ໄປສົ່ງເຂົ້າບໍ່ໄດ້ເລີຍກັບມາເຫັນຄູ ບາບິນທະບາດ ຈຶ່ງເອົາເຂົ້າໃສ່ບາດ ແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍ ຂອງພາມໃນຄືນນັ້ນ, ພາມຜູ້ເປັນພໍ່ ຝັນເຫັນລູກຊາຍມາບອກວ່າຕັ້ງແຕ່ ລູກຕາຍໄປຫາກໍ່ໄດ້ມາກິນເຂົ້າແຕ່ ມື້ວານນີ້ເທົ່ານັ້ນ. ພາມຕື່ນຂຶ້ນນຶກ ປະຫລາດໃຈໃນຄວາມຝັນນັ້ນ ຈຶ່ງ ເອີ້ນຄົນໃຊ້ນັ້ນມາຖາມວ່າໃຫ້ໄປ ສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ເຈົ້າ ໄດ້ໄປທຸກມື້ ບໍ່? ຄົນໃຊ້ກໍຕອບວ່າ ໄປທຸກມື້ເວັ້ນໄວ້ແຕ່ມື້ວານນີ້ໄປບໍ່ ໄດ້ເພາະຝົນຕົກແຮງນໍ້າຫລາຍຂ້າມ ໄປສົ່ງເຂົ້າບໍ່ໄດ້ຂ້ານ້ອຍກັບມາພົບຄູ ບາບິນທະບາດຢູ່ຈຶ່ງໄດ້ເອົາເຂົ້າໃສ່ ບາດໃຫ້ຄູບາ ແລ້ວອຸທິດສ່ວນບຸນ ກຸສົນໄປໃຫ້ລູກຊາຍຂອງທ່ານ ເມື່ອ ພາມໄດ້ຟັງຄົນໃຊ້ຕອບເຊັ່ນນັ້ນກໍນຶກ ປະຫລາດໃນໃຈຈຶ່ງເຂົ້າໄປເຝົ້າພະ ພຸດທະເຈົ້າກາບທູນເລື່ອງນັ້ນໃຫ້, ພະພຸດທະເຈົ້າກໍໄດ້ຕັດເທດສະນາ ແກ່ພາມວ່າທ່ານພາມເຮັດຢ່າງນີ້ບໍ່ ແມ່ນແນວທາງທີ່ຖືກຕ້ອງເຮົາຈະ ສະແດງໃຫ້ທ່ານຟັງຜູ້ມີສັດທາຢາກ ຈະອະນຸເຄາະແກ່ເຜດທີ່ລ່ວງລັບ ໄປແລ້ວໃຫ້ທຳບຸນຖວາຍທານແກ່ ພະສົງຜູ້ມີສິນມີກັນລະຍານະທັມ ແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍ ໄປຈະໄດ້ຮັບຜົນທານນັ້ນເໝືອນດັ່ງ ຄົນໃຊ້ຂອງທ່ານທີ່ເອົາເຂົ້າໃສ່ບາດ ໃຫ້ພະສົງແລ້ວອຸທິດສ່ວນບຸນໄປໃຫ້ ລູກຂອງທ່ານ ຈຶ່ງໄດ້ຮັບປະທານ ອາຫານ ຊຶ່ງປະກົດໃນຄວາມຝັນ ຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວ ກໍເຂົ້າໃຈເກີດສັດທາເຫລືອມໃສ ສະແດງຕົນເປັນພຸດທະມາມະກະ ນັບຖືພະພຸດທະສາສະໜາຕະຫລອດ ຊີວິດ. ນອກຈາກຄວາມເຊື່ອຕາມຕຳ ນານແລ້ວ, ບຸນຫໍ່ເຂົ້າປະດັບດິນ ຍັງສະທ້ອນໃຫ້ເຫັນເຖິງຄຸນຄ່າ ດ້ານຄອບຄົວຄວາມກະຕັນຍູ ແລະ ການແບ່ງປັນ. ກ່ອນເຖິງວັນບຸນ ປະຊາຊົນຈະພາກັນຫ້າງຫາກະ ກຽມເຄື່ອງທານ ເຊັ່ນ: ເຂົ້າຕົ້ມເຂົ້າ ໜົມ, ອາຫານຄາວ-ຫວານ, ໝາກ ໄມ້ ແລະ ວັດຖຸທານອື່ນໆ. ເຄື່ອງ ກິນ ແລະ ເຄື່ອງທານທີ່ກະກຽມ ໄວ້ມັກຈະແບ່ງອອກເປັນຫລາຍ ສ່ວນໂດຍສ່ວນໜຶ່ງໄວ້ຮັບປະທານ ພາຍໃນຄອບຄົວ, ສ່ວນໜຶ່ງແບ່ງປັນ ໃຫ້ຍາດພີ່ນ້ອງ ແລະ ມິດສະຫາຍ ສ່ວນໜຶ່ງກຽມໄວ້ເຮັດບຸນໃສ່ບາດ ແລະ ຖວາຍທານແກ່ພະສົງ ເພື່ອ ອຸທິດສ່ວນກຸສົນໃຫ້ແກ່ຜູ້ລ່ວງລັບ. ຂອງມື້ເດືອນ 9 ດັບ ເອີ້ນວ່າບຸນຫໍ່ ເຂົ້າປະດັບດິນ. ສຳລັບສ່ວນທີ່ນຳໄປຫໍ່ເຂົ້າປະ ດັບດິນຈະນຳໃບຕອງກ້ວຍມາຫໍ່ ເປັນຫໍ່ນ້ອຍ ຫລື ຫໍ່ໃຫຍ່ຕາມຄວາມ ເໝາະສົມພາຍໃນບັນຈຸອາຫານ ຄາວ-ຫວານ, ເຂົ້າຕົ້ມ, ເຂົ້າໜົມ, ໝາກໄມ້, ຊີ້ນແຫ້ງ, ປາແຫ້ງ ແລະ ເຄື່ອງທານຕ່າງໆ. ຈາກນັ້ນ ຈະນຳ ໄປວາງຕາມພື້ນດິນຕາມຫຍ້າຕາມ ເຫງົ້າຕົ້ນໄມ້, ໜ້າເຮືອນຂອງຕົນ ເອງ, ບໍລິເວນທາດເຈດີ ຫລື ບ່ອນ ອື່ນໆຕາມຄວາມເໝາະສົມຕັ້ງແຕ່ ເວລາປະມານ 4-5 ໂມງເຊົ້າ ຂອງ ມື້ເດືອນ 9 ດັບ ເພື່ອໃຫ້ພໍ່ແມ່ປູ່ຍາຕາ ທວດມາຮັບເອົາຂອງທານ. ຜູ້ອຳນວຍການບໍລິສັດຊ້າງຄູນຄຳ ຈະເລີນຊັບ ຈຳກັດຜູ້ດຽວ ເຈົ້າຂອງ ຜະລິດຕະພັນເສື້ອຂາວກາຊ້າງ ໃຫ້ຮູ້ ວ່າ: ແຮງບັນດານໃຈໃນການສ້າງ ຜະລິດຕະພັນເສື້ອຂາວກາຊ້າງແມ່ນ ມາຈາກຄວາມຕ້ອງການທີ່ຢາກຍົກ ລະດັບເຄື່ອງແບບນັກຮຽນທີ່ເຮົາບໍ່ ໄດ້ເບິ່ງພຽງແຕ່ເປັນເສື້ອຂາວເທົ່າ ນັ້ນ, ແຕ່ເສື້ອຂາວກາຊ້າງແມ່ນ ເປັນການຍົກລະດັບເຄື່ອງແຕ່ງກາຍ ນັກຮຽນລາວ ດ້ວຍຄຸນນະພາບ ແລະ ຄວາມພາກພູມໃຈໃນຄວາມ ເປັນລາວ. ຂ້າພະເຈົ້າເລືອກເອົາ “ຊ້າງ” ມາເປັນເຄື່ອງໝາຍການຄ້າ ເພື່ອສື່ເຖິງຄວາມເອກອ້າງທະນົງ ໃຈຂອງຜະລິດຕະພັນທີ່ມີສັນຍະ ລັກປະຈຳຊາດລາວຕໍ່ສາກົນ ແລະ ເປັນສັນຍະລັກທີ່ມີຄວາມໝາຍໃນ ດ້ານຄວາມມຸ່ງໝັ້ນ ແລະ ຄວາມ ສຳເລັດຂອງນັກຮຽນແຕ່ລະຄົນ. ລະດັບເຄື່ອງແບບນັກຮຽນໃຫ້ມີຄຸນ ນະພາບ, ຄວາມທົນທານ, ແລະ ຄວາມສະຫງ່າງາມ ເພື່ອເປັນເຄື່ອງ ແບບທີ່ນັກຮຽນໃສ່ແລ້ວມີຄວາມ ພາກພູມໃຈໃນຄວາມເປັນລາວ. ທ່ານນາງ ມ່ອນນີ່ ກ່າວຕື່ມວ່າ: ນອກຈາກການຜະລິດເສື້ອຂາວກາ ຊ້າງແລ້ວ, ຍັງມີແຜນພັດທະນາ ເຄື່ອງແບບນັກຮຽນປະເພດອື່ນໆ ເພື່ອໃຫ້ສາມາດຕອບສະໜອງ ຄວາມຕ້ອງການຂອງນັກຮຽນ ໃນສັງຄົມລາວຢ່າງຮອບດ້ານໃນ ອະນາຄົດ ພ້ອມທັງສືບຕໍ່ພັດທະນາ ສິນຄ້າໃຫ້ມີມາດຕະຖານ ແລະ ສາມາດສ້າງເອກະລັກໃຫ້ແກ່ສິນ ຄ້າລາວ. ພ້ອມນີ້ ເສື້ອຂາວກາຊ້າງ ຍັງໃຫ້ຄວາມສຳຄັນຕໍ່ການສົ່ງເສີມ ດ້ານການສຶກສາ ໂດຍມີແຜນຈັດ ກິດຈະກຳກິລາ ແລະ ກິດຈະກຳ ອື່ນໆ ເພື່ອເປີດໂອກາດໃຫ້ນັກຮຽນ ໄດ້ໃຊ້ເວລາຫວ່າງໃຫ້ເກີດປະ ໂຫຍດ. ພິເສດຍັງມີແຜນດຳເນີນ “ໂຄງການກາຊ້າງປັນນ້ຳໃຈ” ໂດຍຈັດສັນຜົນກຳໄລ 5% ຈາກ ການດຳເນີນທຸລະກິດເຂົ້າໃນໂຄງ ການ ເພື່ອຈັດຊື້ອຸປະກອນການຮຽນ ແລະ ນຳໄປມອບໃຫ້ນ້ອງໆນັກ ເສື້ອຂາວກາຊ້າງ ຍັງເປັນຕົວແທນ ຂອງຄວາມແຂງແກ່ນ, ຄວາມທົນ ທານ ແລະ ຄວາມສະຫງ່າງາມ ຊຶ່ງຜ່ານການຄັດເລືອກວັດສະດຸທີ່ມີ ຄຸນນະພາບ ແລະ ການອອກແບບ ທີ່ທັນສະໄໝມາປັບໃຊ້ ເພື່ອໃຫ້ ເໝາະກັບຮູບຮ່າງ ແລະ ການນຳ ໃຊ້ຂອງນັກຮຽນໃນປັດຈຸບັນ. ໃນ ຍຸກສະໄໝທີ່ການແຂ່ງຂັນທາງດ້ານ ທຸລະກິດນັບມື້ມີຄວາມສູງຂຶ້ນນີ້, ການເລືອກໃຊ້ເຄື່ອງແບບນັກຮຽນ ທີ່ໄດ້ມາດຕະຖານ ແລະ ມີເອກະ ລັກແມ່ນມີຄວາມສຳຄັນຫລາຍ. “ເສື້ອຂາວກາຊ້າງ” ໄດ້ສ້າງຕັ້ງ ຂຶ້ນໂດຍມີເປົ້າໝາຍໃນການຍົກ ຮຽນຢູ່ເຂດຫ່າງໄກສອກຫລີກທີ່ມີ ຄວາມທຸກຍາດຂາດເຂີນນຳດ້ວຍ. ເສື້ອຂາວກາຊ້າງ ມຸ່ງເນັ້ນພັດ ທະນາສິນຄ້າຄົນລາວ ໃຫ້ມີຄຸນນະ ພາບ, ມາດຕະຖານ ແລະ ເປັນທີ່ ພາກພູມໃຈພ້ອມທັງມີສ່ວນຮ່ວມ ໃນການຄືນກຳໄລສູ່ສັງຄົມໂດຍສະ ເພາະດ້ານການສຶກສາ. ສຳລັບທ່ານ ໃດທີ່ສົນໃຈຜະລິດຕະພັນເສື້ອຂາວ ກາຊ້າງ ສາມາດຕິດຕໍ່ສອບຖາມ ຂໍ້ມູນເພີ່ມຕື່ມໄດ້ທີ່ Facebook : ເສື້ອຂາວກາຊ້າງ-Lao Elephant ຫລື ໂທລະສັບ: 020 5942 8249.

RkJQdWJsaXNoZXIy MTc3MTYxMQ==