7354

xtgmf]k; 6 01/09/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີ gzu pczj ;a fmtotmevksko]k; zj kolkplera odkom6 f ໂດຍ: ລູກສາວຫລ້າູ ກ້ າ -u ;y f{;a fmtotme u y a “l5 oy 8k zh kw\” ln [mvf,= ]tfq dmk'r6 ,xa opk l6j dkolh k'vk-u [muj pn opq '.sh xt-k-q o ທ້າຍປີພາຍໃຕ້ “ໂຄງການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ປຸກລະດົມບໍລິຈາກເລືອດ ແລະ ສະ ໜອງເລືອດປອດໄພ” ໃນວັນທີ 28 ສິງຫາ 2026, ຊຶ່ງ 6 ເດືອນຕົ້ນ ປີຜ່ານມາ ລະບົບສະໜອງເລືອດ ແຫ່ງຊາດໄດ້ເກັບເລືອດໄດ້35.741 ຖົງ ຈາກສະຖາບັນເລືອດແຫ່ງຊາດ ແລະ ສູນບໍລິຈາກເລືອດ 17 ແຂວງ ກວມເອົາ 42% ຂອງເປົ້າໝາຍ ປະຈຳປີ 85.000 ຖົງ. ໃນນັ້ນ 47% ແມ່ນບໍລິຈາກເລືອດແບບສະ ໝັກໃຈ ແລະ ອີກ 53% ແມ່ນບໍລິ ຈາກເລືອດຈາກສະມາຊິກຄອບຄົວ ຂອງຄົນເຈັບ. ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດ ລາວ ໄດ້ກ່າວວ່າ: “ໂຄງການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ປຸກລະດົມບໍລິຈາກເລືອດ ແລະ ຕອບ ສະໜອງເລືອດທີ່ປອດໄພ” ໄດ້ຮັບ ການສະໜັບສະໜູນຈາກອົງການ ກາແດງສະວິດ ລວມມູນຄ່າທັງໝົດ 716.641 ຝຣັງສະວິດ, ມີໄລຍະ ເວລາ 4 ປີ (2025-2028) ໂດຍໄດ້ຮັບການອະນຸມັດຈາກກະ ຊວງການຕ່າງປະເທດ ຕາມຂໍ້ຕົກ ລົງ ສະບັບເລກທີ 8778/ຕປທ. ຈສກ, ລົງວັນທີ 13 ທັນວາ 2024. ໂຄງການດັ່ງກ່າວ ແມ່ນການຮ່ວມ ມືໃນຂົງເຂດວຽກງານເລືອດທີ່ ໄດ້ຕໍ່ຍອດມາຈາກການໃຫ້ການ ສະໜັບສະໜູນໃນໄລຍະ 3 ປີ ຜ່ານ ມາ (2022-2024) ຂອງອົງການ ກາແດງສະວິດ ຊຶ່ງມີຈຸດປະສົງເພື່ອ ປະກອບສ່ວນເຂົ້າໃນການປັບປຸງ ດ້ານການບໍລິການສາທາລະນະສຸກ ໂດຍສະເພາະແມ່ນສະໜັບສະໜູນ ຕາມການພັດທະນາແຜນຍຸດທະ ສາດເລືອດແຫ່ງຊາດ ໃຫ້ເປັນໄປ ຕາມມາດຕະຖານຂອງສະຖາບັນ 6 gfn vo8Q oxu 2026 ]t[q [lt|v'g]n vfcsj '-kf gda [g]n vfwfh 35.741 4q ' *** ຕໍ່ຈາກໜ້າ 1 *** ໍ່ ຈ້ າ ຂປລ. ເມື່ອເວົ້າເຖິງ “ສິ້ນໄໝ ມ້ອນຊຳເໜືອ” ຫລາຍຄົນຕ້ອງ ນຶກເຖິງຄວາມປານີດ, ລວດລາຍ ອັນສວຍງາມ ແລະ ເອກະລັກອັນ ໂດດເດັ່ນ ຊຶ່ງສ່ອງແສງໃຫ້ເຫັນ ເຖິງສິລະປະ, ວັດທະນະທໍາ, ພູມ ປັນຍາ ແລະ ວິຖີຊີວິດຂອງແມ່ຍິງ ລາວ ທີ່ສືບທອດກັນມາແຕ່ດົນນານ ຈົນກາຍເປັນວັດທະນະທໍາການນຸ່ງ ຖື ທີ່ມີຄວາມໂດດເດັ່ນໃນສາຍຕາ ຂອງຊາວໂລກ ໂດຍສະເພາະແມ່ນ ການນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ. ສະນັ້ນ, ພູມປັນຍາ ທາງວັດທະນະ ທໍາເຫລົ່ານີ້ມັນໄດ້ກາຍເປັນອາຊີບ ທີ່ໝັ້ນຄົງໃຫ້ປະຊາຊົນ. ເໝືອນດັ່ງ ທ່ານ ນາງ ສຸນິຕາ ເຈົ້າຂອງຮ້ານ ສຸນິຕາ ຜ້າໄໝ ຜູ້ທີ່ເຕີບໃຫຍ່ມາ ໃນຄອບຄົວຫັດຖະກຳໄໝມ້ອນຊໍາ ເໜືອ ຫລາຍກວ່າ 30 ປີ. ທ່ານ ນາງ ສຸນິຕາ ເວົ້າສູ່ຟັງໃນ ໂອກາດກອງປະຊຸມວຽກງານສື່ ມວນຊົນ ທົ່ວປະເທດ ຄັ້ງທີ I ໃນ ເດືອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ວ່າ: ຕົນເອງແມ່ນຄົນໜຶ່ງທີ່ໄດ້ກິ້ງ ຂປລ. ພວກເຮົາເຄີຍໄດ້ຍິນຄຸ້ນ ຫູກັນມາວ່າ “ຢູ່ບ່ອນໃດມີສຽງ ແຄນ, ຜູ້ໃດຢູ່ເຮືອນຮ້ານ, ກິນເຂົ້າ ໜຽວ, ນັ້ນແມ່ນຄົນລາວ”. ຄຳ ເວົ້ານີ້ໄດ້ສະແດງໃຫ້ເຫັນວ່າ ເຂົ້າ ໜຽວ ກັບ ລາບ ແມ່ນອາຫານທີ່ມີ ຄວາມຜູກພັນຢ່າງແນ່ນອນກັບ ວິຖີຊີວິດ ແລະ ເອກະລັກທາງວັດ ທະນະທຳຂອງປະຊາຊົນລາວ, ມັນໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນ ໃນຊີວິດປະຈໍາວັນຂອງປະຊາຊົນ ລາວບັນດາເຜົ່າ ຊຶ່ງບັນພະບຸລຸດ ເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຕິດພັນ ກັບຮີດ 12 ຄອງ 14 ຮີດຍີ່ຄອງ ຈຽງ. ຖ້າຍ້ອນກັບໄປເບິ່ງວິຖີຊີວິດ ໃນອະດີດ ບໍ່ວ່າຈະເປັນງານບຸນ ປະເພນີ, ງານແຕ່ງດອງ ແລະ ງານ ຕ່າງໆ ມັກຈະພົບເຫັນອາຫານຍອດ ເລືອດ ແລະ ຄູ່ມືຂອງສາກົນ. ນອກ ຈາກນັ້ນ, ກໍເພື່ອປັບປຸງການຂະ ຫຍາຍ, ຄຸນນະພາບ, ປະລິມານຂອງ ການເຈາະເກັບເລືອດ, ກວດວິເຄາະ, ແຍກ-ເກັບຮັກສາສ່ວນປະກອບ ຂອງເລືອດ ແລະ ການສົ່ງເລືອດ ໂດຍຜ່ານແຜນງານເລືອດແຫ່ງຊາດ ຢູ່ໃນ ສປປ ລາວ. ຜ່ານການຈັດຕັ້ງປະຕິບັດໃນໄລ ຍະຜ່ານມາເຫັນໄດ້ວ່າວຽກງານປຸກ ລະດົມບໍລິຈາກເລືອດ ແລະ ຕອບ ສະໜອງເລືອດທີ່ປອດໄພໃນລະດັບ ສູນກາງ ແລະ ທ້ອງຖິ່ນໄດ້ຮັບການ ປັບປຸງໃຫ້ດີຂຶ້ນເປັນຕົ້ນແມ່ນການ ພັດທະນາພື້ນຖານໂຄງລ່າງ, ການ ຕອບສະໜອງພາຫະນະສຳລັບ ອອກຮັບບໍລິຈາກເລືອດ, ການຕອບ ສະໜອງອຸປະກອນການແພດທີ່ຈໍາ ເປັນ, ຕະຫລອດເຖິງການອົບຮົມຍົກ ລະດັບຄວາມຮູ້ຄວາມສາມາດໃຫ້ ແກ່ພະນັກງານວິຊາການທີ່ເຮັດ ວຽກໃນຂົງເຂດວຽກງານນີ້ກໍໄດ້ຮັບ ການປັບປຸງທາງດ້ານວິຊາການໃຫ້ ດີຂຶ້ນ. ພ້ອມນີ້, ໂຄງການມີຈຸດປະສົງ ສຳຄັນໃນການປັບປຸງລະບົບເລືອດ ແຫ່ງຊາດ ໃຫ້ສອດຄ່ອງກັບມາດຕະ ຖານສາກົນ, ເພີ່ມປະລິມານ ແລະ ຄຸນນະພາບການບໍລິຈາກເລືອດ, ປັບ ປຸງການເກັບ, ກວດວິເຄາະ, ແຍກ ແລະ ຮັກສາສ່ວນປະກອບຂອງ ເລືອດລວມທັງການສົ່ງຕໍ່ເລືອດໃຫ້ ປອດໄພ ແລະ ພຽງພໍແກ່ຜູ້ປ່ວຍ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານກ່ຽວກັບຜົນສຳ ເລັດທີ່ພົ້ນເດັ່ນຫລາຍດ້ານຕາມແຜນ ໃນປີ 2026 ຊຶ່ງຜົນສຳເລັດທີ່ສຳ ຄັນແມ່ນສະຖາບັນເລືອດແຫ່ງຊາດ ສາມາດຕອບສະໜອງໄດ້ 85% ທຽບກັບຄວາມຕ້ອງການເລືອດ. ພ້ອມນີ້, ອົງການກາແດງແຫ່ງຊາດ ລາວ ໄດ້ສຸມໃສ່ການພັດທະນາໂຄງ ລ່າງແລະ ອຸປະກອນ, ໄດ້ສ້ອມແປງ ສູນເລືອດແຂວງບໍ່ແກ້ວ, ສ້ອມແປງ ອຸປະກອນແຍກສ່ວນປະກອບເລືອດ ໃຫ້ແຂວງຈຳປາສັກ ແລະ ຫລວງ ພະບາງ, ພ້ອມທັງຈັດຊື້ລົດຕູ້ອອກ ຮັບບໍລິຈາກເລືອດ 2 ຄັນ ສໍາລັບສະ ຖາບັນເລືອດແຫ່ງຊາດ ແລະ ສູນ ເລືອດແຂວງບໍ່ແກ້ວ, ປັບປຸງຖານ ຂໍ້ມູນສຳລັບທົ່ວປະເທດ ແລະ ຈັດ ສົ່ງເຄື່ອງຍິງບາໂຄດສ່ວນປະກອບ ຂອງເລືອດໃຫ້ 3 ແຂວງ ຄື: ຫລວງ ພະບາງ, ໄຊຍະບູລີ ແລະ ແຂວງ ວຽງຈັນ. ພ້ອມທັງຝຶກອົບຮົມພະ ນັກງານລະດັບແຂວງ 150 ເທື່ອ ຄົນ ແລະ ກະກຽມບຸກຄະລາກອນ ດ້ານວິຊາການ ເພື່ອສອບເສັງໃບ ຢັ້ງຢືນຄຸນນະພາບ AABB ຈາກ ສາກົນ. ສຳລັບຄຸນນະພາບເລືອດ, ເລືອດທຸກຖົງທົ່ວປະເທດໄດ້ຮັບການ ກວດວິເຄາະຢ່າງເປັນລະບົບຕາມ ມາດຕະຖານວິຊາການ ແລະ ອື່ນໆ. ສຳລັບທິດທາງຈຸດສຸມໃນ 6 ເດືອນທ້າຍປີ 2026 ຈະສືບຕໍ່ເສີມ ສ້າງການຮັບສະໝັກ ແລະ ຮັກສາ ຜູ້ບໍລິຈາກເລືອດແບບສະໝັກໃຈ, ຍົກສູງການຄຸ້ມຄອງຄຸນນະພາບ, ຄວາມປອດໄພຂອງເລືອດ, ລະບົບ ຂໍ້ມູນ ແລະ ສືບຕໍ່ກະກຽມໄປສູ່ການ ຮັບຮອງຕາມມາດຕະຖານສາກົນ. ທັງນີ້, ເປົ້າໝາຍສຳຄັນຂອງໂຄງ ການໃນໄລຍະ 2025-2028 ແມ່ນ ການເພີ່ມຈຳນວນການບໍລິຈາກ ເລືອດຈາກຫລາຍກວ່າ 80.400 ຖົງໃນປີ 2025 ເປັນ 85.000 ຖົງ, 93.000 ຖົງ ແລະ 100.000 ຖົງ ໃນປີ 2028, ພ້ອມຕັ້ງເປົ້າໃຫ້ການ ບໍລິຈາກແບບສະໝັກໃຈບັນລຸ 85% ເມື່ອໂຄງການສິ້ນສຸດ ແລະ ໃຫ້ ຢ່າງໜ້ອຍ 50% ຂອງຜູ້ບໍລິຈາກ ແບບສະໝັກໃຈກັບຄືນມາບໍລິຈາກ ຫລາຍຄັ້ງ. ຂ່າວ: ແສງສະຫວັນ ນິຍົມເອີ້ນວ່າ: “ເຂົ້າໜຽວກັບລາບ ຊີ້ນ” ຢູ່ເທິງໂຕະພາເຂົ້າ ແລະ ການ ສັງສັນທີ່ເຕັມໄປດ້ວຍມິດຕະພາບ, ໄມຕີຈິດ ແລະ ຄວາມອົບອຸ່ນແບບ ເອກະລັກຂອງລາວເຮົາ. ລາບ ມີ ຫລາຍແບບ ບໍ່ວ່າຈະເປັນລາບປາ, ລາບຊີ້ນງົວ, ລາບເປັດ, ລາບໄກ່ ງວງ, ລາບກຸ້ງ ແລະ ອື່ນໆ, ອາ ຫານຊະນິດນີ້ບໍ່ແມ່ນຫາກໍໄດ້ຮັບ ຄວາມນິສິຍົມໃນຍຸກປັດຈຸບັນ ແຕ່ ມີຮາກເຫງົ້າມາຈາກອະດີດອັນ ຍາວນານ ແລະ ໄດ້ສືບຕໍ່ກາຍເປັນ ອາຫານທີ່ໄດ້ຮັບຄວາມນິຍົມ ຢ່າງ ກວ້າງຂວາງຈາກທັງຄົນລາວແລະ ຊາວຕ່າງປະເທດໃນພາກພື້ນອາ ຊຽນ-ສາກົນ ໂດຍທົ່ວໄປເພີ່ນມັກ ຈະບັນຈຸເຂົ້າໃນລາຍການອາຫານ ທີ່ແຊບຊ້ອຍ ແລະ ເປັນໃບໜ້າໃບ ຕາຂອງຊາດລາວໃນການກະກຽມ ພາເຂົ້າສາມັກຄີຕ້ອນຮັບກອງປະ ຊຸມລະດັບຊາດ, ກອງປະຊຸມສາກົນ ແລະ ງານເຊື່ອມສໍາພັນມິດຕະພາບ ຜ່ານສາຍສໍາພັນຕ່າງໆ ໂດຍສະ ປະເທດໃນຫລາຍໆງານ ແລະ ໃນ ແຕ່ລະງານມັກຈະມີ ລາບ ໃນພາ ເຂົ້າ ຈົນເກີດມີການສົນທະນາກັນ ໃນວົງພາເຂົ້າວ່າ: “ເປັນຫຍັງຈຶ່ງ ເອີ້ນວ່າລາບ ແລະ ລາບ ມີທີ່ໄປທີ່ ມາແນວໃດ?”. ຍ້ອນຄວາມສົນໃຈ ຈາກຄຳຖາມເຫລົ່ານັ້ນ ກາຍເປັນ ຈຸດເລີ່ມຕົ້ນໃນການສຶກສາຄົ້ນຄວ້າ ກ່ຽວກັບວັດທະນະທໍາອາຫານລາວ ຢ່າງຈິງຈັງ, ເພາະໃນນາມນັກການ ທູດການໄປປະຈຳຢູ່ຕ່າງປະເທດຈຳ ເປັນຕ້ອງຮູ້ຈັກວັດທະນະທໍາຂອງ ຕົນເອງ ເພາະວັດທະນະທໍາ ເປັນ ສາຍໃຍທີ່ເຊື່ອມຕໍ່ຈິດໃຈຂອງຜູ້ຄົນ ແລະ ເຊື່ອມໂຍງປະເທດຕ່າງໆ ເຂົ້າຫາກັນໄດ້ຢ່າງໝັ້ນຄົງ ແລະ ຕົນເອງກໍດີໃຈຫລາຍທີ່ໄດ້ເປັນ ສ່ວນໜຶ່ງໃນການນໍາສະເໜີ ວັດທະ ນະທໍາອາຫານລາວ ເພາະວ່າ ການ ເປັນນັກການທູດໜ້າວຽກສໍາຄັນ ອີກຢ່າງໜຶ່ງນັ້ນແມ່ນການເຜີຍແຜ່ ສີລະປະ-ວັດທະນະທໍາຂອງລາວ ຜ່ານອາຫານລາວ ໃນເວລາທີ່ມີ ງານລ້ຽງຕ່າງໆ ແລະ ລາຍການ ອາຫານລາວທີ່ຂາດບໍ່ໄດ້ນັ້ນ ກໍຄື “ລາບ” ເພາະວ່າ ລາບ ເປັນອີກໜຶ່ງ ເມນູທີ່ມີຄວາມໝາຍ, ຄວາມສໍາຄັນ ຂອງລາວ. ສະນັ້ນ, ຕົນເອງ ຈຶ່ງມີ ຄວາມພາກພູມໃຈຫລາຍທີ່ໄດ້ນໍາ ສະເໜີເມນູນີ້ເພື່ອໃຫ້ບັນດາແຂກ ຮັບຮູ້ວັດທະນະທໍາລາວຫລາຍຂຶ້ນ. ທ່ານນາງ ມະໄລວຽງ ເວົ້າເສີມ ວ່າ: ສໍາລັບທີ່ມາຂອງ ລາບ ແມ່ນ ໃນເມື່ອກ່ອນ ຢູ່ບ້ານນ້ອຍໆໃນຊົນ ນະບົດ ປະຊາຊົນ ໄດ້ຢຶດຖືການລ່າ ສັດເພື່ອເປັນອາຫານ. ສະນັ້ນ, ທາງ ຜູ້ຊາຍຈະເປັນຜູ້ໄປລ່າສັດ ແຕ່ໄປ ໝົດມື້ກໍບໍ່ໄດ້ຫຍັງ ຈົນສິກັບແລ້ວ ພັດວ່າ ມີສັດໂຕນ້ອຍໆ ຄື ໂຕກະ ຮອກແລ່ນມາ ພໍດີຍິງໄດ້ ຈຶ່ງອຸທ່ານ ອອກມາວ່າ ມື້ນີ້ ມີໂຊກແລ້ວ ແຕ່ພໍ ເມື່ອບ້ານ ຄົນໃນຄອບຄົວເຫັນ ສັດ ມີຂະໜາດນ້ອຍ ແຕ່ມີຫລາຍຄົນຖ້າ ກິນ ຈຶ່ງລົມກັນວ່າສິເຮັດແບບໃດ ກິນ, ໃຫ້ກິນໄດ້ຫລາຍຄົນ ຈຶ່ງຕົກ ລົງກັນວ່າ ຟັກໃຫ້ມັນໝຸ້ນໆ ແລ້ວ ເພາະແມ່ນສານສໍາພັນການທູດກໍ ເປັນອີກໜຶ່ງວຽກງານທີ່ມີບົດບາດ ທີ່ສໍາຄັນ ໃນການເຜີຍແຜ່ວັດທະນະ ທໍາອາຫານລາວສູ່ສາຍຕາຊາວໂລກ. ທ່ານ ນາງ ມະໄລວຽງ ສາກົນ ນິຍົມ ຮອງປະທານສະໂມສອນນັກ ການທູດລາວ, ອະດີດເອກອັກຄະ ລັດຖະທູດລາວປະຈຳປະເທດຟີລິບ ປິນ, ອະດີດຫົວໜ້າສະຖາບັນການ ຕ່າງປະເທດ, ອະດີດຜູ້ຕາງໜ້າລັດ ຖະບານ ໃນຄະນະກໍາມາທິການລະ ຫວ່າງລັດຖະບານ ວ່າດ້ວຍສິດທິ ມະນຸດອາຊຽນ ໄດ້ເລົ່າສູ່ຟັງວ່າ: ປັດ ຈຸບັນຕົນເອງ ເປັນພະນັກງານບໍາ ນານ ແຕ່ຍັງສະໝັກໃຈປະກອບ ສ່ວນໃນສະໂມສອນນັກການທູດ ລາວ ແຕ່ປີ 2020 ເປັນຕົ້ນມາ ຊຶ່ງ ຈຸດເລິ່ມຕົ້ນໃນການສຶກສາອາຫານ ເອກະລັກຂອງລາວ ໂດຍສະເພາະ “ລາບ” ນັ້ນເກີດຂຶ້ນຈາກປະສົບ ການໃນປີ 2010 ເມື່ອມີໂອກາດ ຮ່ວມພາເຂົ້າສາມັກຄີ ກັບແຂກຕ່າງ ນໍາມາປຸງຕາມຄວາມຊິນເຄີຍຂອງ ຄົນລາວຄືໃສ່ປາແດກ, ແປ້ງນົວ, ໝາກເຜັດ, ເຂົ້າຂົ້ວ ແລະ ໃສ່ຜັກໃຫ້ ມັນໄດ້ຫລາຍເພື່ອພໍສໍາລັບຫລາຍ ຄົນ; ດັ່ງນັ້ນ, ຈຶ່ງຕັ້ງຊື່ວ່າ “ລາບ” ຊຶ່ງໝາຍເຖິງໂຊກເຖິງລາບ. ແນວໃດກໍຕາມ,ບໍ່ວ່າຕຳນານຈະ ຖືກເລົ່າຂານໃນຮູບແບບໃດແຕ່ລາບ ກໍຍັງເປັນອາຫານທີ່ມີຄຸນຄ່າຫລາຍ ກວ່າຄຳວ່າ:“ອາຫານ”. ມັນເປັນທັງ ສື່ກາງຂອງການພົບປະ, ການແບ່ງ ປັນ, ມິດຕະພາບ ແລະ ຄວາມປາດ ຖະໜາດີ. ໃນບໍລິບົດຂອງການທູດ ອາຫານຈຶ່ງສາມາດເປັນພາສາອີກ ຮູບແບບໜຶ່ງ ທີ່ຊ່ວຍບອກເລົ່າຕົວ ຕົນຂອງລາວ ໃຫ້ແກ່ມິດສະຫາຍ ແລະ ຊາວຕ່າງປະເທດໄດ້ຮູ້ຈັກ. ດັ່ງນັ້ນ, ການເຜີຍແຜ່ອາຫານ ລາວຜ່ານງານລ້ຽງ, ພາເຂົ້າສາມັກ ຄີແລະກິດຈະກຳການທູດຕ່າງໆຈຶ່ງ ບໍ່ແມ່ນພຽງການແນະນຳລົດຊາດ ອາຫານລາວໃຫ້ຄົນອື່ນຮູ້ຈັກ ແຕ່ ຍັງເປັນການສົ່ງຕໍ່ເລື່ອງລາວ, ຮີດ ຄອງ, ປະເພນີ ແລະ ຈິດໃຈຂອງຄົນ ລາວສູ່ສາຍຕາຂອງຊາວໂລກ.ອາ ຫານລາວຈຶ່ງບໍ່ພຽງແຕ່ສ້າງຄວາມ ອີ່ມທ້ອງ ແຕ່ຍັງສາມາດສ້າງມິດ ຕະພາບ ແລະ ເຊື່ອມຫົວໃຈຂອງຄົນ ຕ່າງວັດທະນະທຳເຂົ້າຫາກັນໄດ້. ເກືອກລີເລືອຢູ່ກັບຫັດຖະກໍາຕໍ່າແຜ່ນ ນີ້ມາເປັນເວລາ 30 ກວ່າປີ ຈຶ່ງມີ ຄວາມຮູ້, ປະສົບການກ່ຽວກັບອາ ຊີບນີ້ຫລາຍສົມຄວນ ຈຶ່ງສືບຕໍ່ເຮັດ ສິ່ງທີ່ມັກ ເພື່ອສ້າງເສດຖະກິດຄອບ ຄົວ ນັ້ນກໍຄືການຂາຍສິ້ນໄໝຊໍາ ເໜືອ ເປັນເວລາ 10 ປີ. ໂດຍສິ້ນທີ່ ນໍາມາຂາຍແມ່ນຜະລິດເອງ ແລະ ຮັບຊື້ຈາກປະຊາຊົນຫລາຍກວ່າ20 ຄອບຄົວ, ໂດຍທາງຮ້ານຈະລົງທຶນ ຊື້ໄໝໃຫ້ ແລະ ໃຫ້ຊາວບ້ານເປັນ ຜູ້ຕ່ຳແລ້ວກໍໄປເກັບຊື້ ໃນລາຄາ 500.000ກີບຫາ5.000.000ກີບ ຕໍ່ຜືນ ຂຶ້ນກັບຄວາມຍາກງ່າຍຂອງ ລາຍ ຊຶ່ງສະເລ່ຍແລ້ວ ຄອບຄົວໜຶ່ງ ຈະສາມາດສ້າງລາຍຮັບ ຈາກການ ຂາຍສິ້ນປະມານ 10.000.000- 20.000.000 ກີບຕໍ່ເດືອນ ຊຶ່ງຈຸດ ນີ້ ກໍເປັນສິ່ງທີ່ດີເພາະນອກຈາກ ຈະສ້າງລາຍຮັບໃຫ້ຄອບຄົວເປັນ ກອບເປັນກໍາແລ້ວ ຍັງສ້າງອາຊີບ, ສ້າງລາຍຮັບທີ່ຄວາມໝັ້ນຄົງໃຫ້ ປະຊາຊົນອີກດ້ວຍ. ສໍາລັບລາຍເອກະລັກສິ້ນຂອງ ຮ້ານ ແມ່ນລວດລາຍດັ້ງເດີມ ເຊັ່ນ: ລາຍນາກ ແລະ ລາຍນອນ ຊຶ່ງເປັນ ສັນຍະລັກຂອງຄວາມງາມອັນມີ ຄຸນຄ່າຂອງແມ່ຍິງລາວ ເນື່ອງ ຈາກວ່າການຜະລິດສອງລາຍນີ້ ມັນຕ້ອງໃຊ້ຄວາມພະຍາຍາມ, ຄວາມອົດທົນເພາະເປັນລາຍທີ່ ຊັບຊ້ອນແຕ່ສວຍງາມ ຈົນເຮັດ ໃຫ້ “ລາຍນາກ” ໄດ້ຖືກຮອງຮັບ ເປັນມໍລະດົກໂລກ ທີ່ບໍ່ສາມາດຈັບ ຕ້ອງໄດ້ຈາກອົງການ ອຸຍແນັສໂກ (UNESCO). ສະນັ້ນ, ຈຶ່ງເວົ້າ ໄດ້ວ່າການນຸ່ງສິ້ນ, ບ່ຽງແພ ຂອງ ແມ່ຍິງລາວ ບໍ່ພຽງແຕ່ເປັນການ ແຕ່ງກາຍໄປການ ຫລື ໄປງານປະ ເພນີເທົ່ານັ້ນ, ແຕ່ແມ່ນການເຊີດຊູ ວັດທະນະທຳ ແລະ ປະກາດຄວາມ ເປັນລາວໃຫ້ສາກົນໄດ້ຮັບຮູ້. ສະ ນັ້ນ, ຈຶ່ງຢາກໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ພູມປັນຍາ ທີ່ມີຄຸນຄ່າແບບນີ້ ໃຫ້ຢູ່ຄູ່ກັບແມ່ຍິງ ລາວຕະຫລອດໄປ”. ທ່ານ ນາງ ສຸນິຕາ ເວົ້າເສີມວ່າ: ເຖິງຢ່າງໃດກໍຕາມ, ເພື່ອໃຫ້ທຸລະ ກິດຫັດຖະກໍາພື້ນເມືອງລາວນີ້ສາ ມາດເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງແຂງແຮງ, ຝາກເຖິງພາກລັດ ແລະ ພາກສ່ວນກ່ຽວຂ້ອງໃຫ້ຊ່ວຍ ຊຸກຍູ້ໃນການຊອກຫາຕະຫລາດ ຮອງຮັບໃຫ້ກວ້າງຂວາງຕື່ມອີກ. ພ້ອມດຽວກັນນັ້ນ, ຍັງໄດ້ກ່າວສະ ແດງຄວາມຂອບໃຈ ແລະ ເປີດຮັບ ຄໍາຕໍານິຕິຊົມຈາກລູກຄ້າທຸກທ່ານ ເພື່ອນໍາມາປັບປຸງ ແລະ ພັດທະນາ ຄຸນນະພາບຜະລິດຕະພັນຜ້າໄໝ ລາວ ໃຫ້ມີຄວາມສະຫງ່າງາມໃນ ທຸກມຸມໂລກ ແລະ ຍືນຍົງຄູ່ກັບສັງ ຄົມລາວຕະຫລອດໄປ. ສໍາລັບ ທ່ານໃດ ຢາກໄດ້ສິ້ນໄໝ ມ້ອນງາມໆສາມາດ ມາເບິ່ງຢູ່ໜ້າ ຮ້ານໄອເຕັກຕຶກເກົ່າ (ຊັ້ນ 1) ແລະ ຕຶກໃໝ່ (ໂຊນວາງສະແດງ) ຫລື ສັ່ງຊື້ ໄດ້ທີ່ Facebook Page: Sunita Silk ສຸນິຕາ ຜ້າໄໝ.

RkJQdWJsaXNoZXIy MTc3MTYxMQ==