xtgmf]k; 6 26/08/2026 glf4tdy f{la '7q y a ,q *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ນະຄອນຫລວງວຽງຈັນ ເປັນເມືອງທີ່ມີສະເໜ່ເປັນເອກະລັກ ອຸດົມໄປດ້ວຍວັດທະນະທຳ, ປະ ຫວັດສາດ, ສິລະປະ ແລະ ຄວາມ ງົດງາມຂອງທຳມະຊາດແຄມ ຝັ່ງແມ່ນ້ຳຂອງ ເຊິ່ງເປັນອີກໜຶ່ງ ຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຫລັ່ງໄຫລເຂົ້າ ມາສໍາຜັດຄວາມສວຍງາມນີ້ຢ່າງບໍ່ 10 lt4komu j mj v'mj P;0v'ot7vos];';P'9a omu j [= j 7;orkf glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຂາດສານໃນແຕ່ລະມື້ ເນື່ອງຈາກ ວ່າ ນະຄອນຫລວງວຽງຈັນ ເປັນ ເມືອງຫລວງຂອງປະເທດລາວ ແລະ ມີສະຖານທີ່ທ່ອງທ່ຽວທີ່ມີ ຊື່ສຽງ ທີ່ດຶງດູດເອົານັກທ່ອງທ່ຽວ ຈາກທົ່ວທຸກມຸມໂລກໃຫ້ມາທ່ອງ ສປປ ລາວ. ສະນັ້ນ, ເພື່ອເຮັດໃຫ້ ສະຖານທີ່ທ່ອງທ່ຽວ ເປັນທີ່ຮູ້ຈັກ ຫລາຍຂຶ້ນ. ຄໍລໍາ “ທ່ອງທ່ຽວ ເມືອງລາວ” ຂໍສະເໜີ 10 ສະຖານ ທີ່ທ່ອງທ່ຽວໂດດເດັ່ນ ທີ່ທ່ານບໍ່ ຄວນພາດເມື່ອມາຢ້ຽມຢາມນະ ຄອນຫລວງວຽງຈັນ. 1. ພະທາດຫລວງວຽງຈັນ: ປູ ຊະນີຍະສະຖານອັນສັກສິດ ແລະ ເປັນໜຶ່ງໃນສັນຍະລັກອັນສຳຄັນ ຂອງຊາດລາວ. ພະທາດຫລວງ ວຽງຈັນ ໄດ້ປະກາຍເປັນສີທອງ ຄໍາອັນຮຸ່ງເຮືອງເຫລືອງເຫລື້ອມ ເຊິ່ງຕັ້ງຢູ່ຢ່າງໂດດເດັ່ນ ແລະ ສະ ຫງ່າຜ່າເຜີຍ ເຂດເມືອງໄຊເຊດ ຖາ, ນະຄອນຫລວງວຽງຈັນ, ເປັນພະທາດ ທີ່ບັນຈຸພະສາລິຣິກະ ທາດ ຂອງພະພຸດທະເຈົ້າ ທັງເປັນ ສູນລວມແຫ່ງຈິດວິນຍານແລະ ມິ່ງຂວັນອັນລໍ້າຄ່າ ຂອງປວງ ຊົນລາວທັງຊາດ. ພະທາດຫລວງ ມີຄວາມໂດດເດັ່ນທັງດ້ານສະຖາ ປັດຕະຍະກຳ, ປະຫວັດສາດ ແລະ ສະສະໜາທີ່ສືບທອດກັນມາຍາວ ນານ. 2. ປະຕູໄຊ: ອະນຸສາວະລີ ສຳ ຄັນຂອງນະຄອນຫລວງວຽງຈັນ ທີ່ມີສະຖາປັດຕະຍະກຳອັນໂດດ ເດັ່ນປະດັບປະດາດ້ວຍລວດລາຍ ສິລະປະລາວ. ເປັນອີກໜຶ່ງຈຸດທີ່ນັກ ທ່ອງທ່ຽວນິຍົມໄປຢ້ຽມຊົມ ແລະ ຖ່າຍຮູບ. 3. ວັດສີສະເກດ: ເປັນວັດທີ່ ເກົ່າແກ່ ມີຄຸນຄ່າທາງດ້ານສິລະ ປະ ແລະ ປະຫວັດສາດ ທີ່ຍັງຄົງ ຮັກສາສະພາບເດີມໄວ້ໄດ້. ພາຍໃນ ວັດມີພະພຸດທະຮູບຈຳນວນຫລາຍ ແລະ ຮູບແບບສິລະປະອັນເປັນ ເອກະລັກ ໃຫ້ຜູ້ມາຢ້ຽມຊົມໄດ້ສຶກ ສາຮຽນຮູ້. 4. ຫໍພະແກ້ວ: ອະດີດວັດຫລວງ ທີ່ປັດຈຸບັນກາຍເປັນພິພິທະພັນເກັບ ຮັກສາວັດຖຸບູຮານ ແລະ ສິລະປະ ອັນລ້ຳຄ່າ. ເປັນອີກສະຖານທີ່ຊ່ວຍ ໃຫ້ຜູ້ມາຢ້ຽມຊົມເຂົ້າໃຈມໍລະດົກ ທາງສາສະໜາ ແລະ ສິລະປະຂອງ ລາວຫລາຍຂຶ້ນ. 5. ວັດສີເມືອງ: ວັດທີ່ມີຊື່ສຽງ ທາງດ້ານຄວາມສັກສິດ ແລະ ເປັນສູນລວມຈິດໃຈຂອງຊາວນະ ຄອນຫລວງວຽງຈັນ ໃຫ້ຄວາມ ເຄົາລົບ ແລະ ສັດທາ, ມີປະຊາຊົນ ເຂົ້າໄປກາບໄຫວ້ ແລະ ຂໍພອນຢູ່ ເປັນປະຈຳ ເຮັດໃຫ້ວັດແຫ່ງນີ້ມີ ບັນຍາກາດຄຶກຄື້ນ ແລະ ສະທ້ອນ ໃຫ້ເຫັນເຖິງວິຖີຊີວິດທາງສາສະໜາ ຂອງຊາວລາວ. 6. ສວນວັດຊຽງຄວນ (Buddha Park): ສວນທີ່ມີຮູບປັ້ນ ພະພຸດທະຮູບ ແລະ ຮູບປັ້ນຕາມ ຕຳນານພື້ນເມືອງຫລາຍກວ່າ 200 ອົງ, ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງ. ດ້ວຍຮູບປັ້ນທີ່ມີຮູບຊົງແປກຕາ ແລະ ບັນຍາກາດຫົ່ມເຢັນ ຈຶ່ງເປັນ ຈຸດທ່ອງທ່ຽວຍອດນິຍົມ ຂອງ ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ. 7. ຕະຫລາດເຊົ້າ ແຫລ່ງຊື້ ເຄື່ອງຝາກຂອງຕ້ອນ ແລະ ສິນຄ້າ ຫັດຖະກຳລາວເຊັ່ນ: ຜ້າໄໝລາວ , ແຜ່ນແພ, ເຄື່ອງເງິນ ແລະ ຂອງ ທີ່ລະນຶກ. ນັກທ່ອງທ່ຽວສາມາດ ສຳຜັດບັນຍາກາດການຄ້າຂາຍ ແລະ ສິນຄ້າທ້ອງຖິ່ນ. 8. ສວນເຈົ້າອະນຸວົງ ເປັນສວນ ສາທາລະນະແຄມແມ່ນ້ຳຂອງ ທີ່ ເໝາະແກ່ການຍ່າງຫລິ້ນ, ພັກຜ່ອນ ແລະ ອອກກຳລັງກາຍ. ໃນຕອນ ແລງບໍລິເວນແຫ່ງນີ້ມີບັນຍາກາດ ສວຍງາມ ເໝາະສຳລັບຊົມທິວທັດ ແລະ ສຳຜັດບັນຍາກາດແຄມຂອງ. 9. ທາດດຳ: ເປັນເຈດີບູຮານ ທີ່ຕັ້ງຢູ່ໃຈກາງນະຄອນຫລວງ. ນອກຈາກຄຸນຄ່າດ້ານປະຫວັດສາດ ແລ້ວ, ຍັງມີຕຳນານເລື່ອງເລົ່າກ່ຽວ ກັບພະຍານາກທີ່ປົກປັກຮັກສາ ເມືອງ ເຮັດໃຫ້ເປັນຈຸດໝາຍອີກ ແຫ່ງທີ່ໜ້າສົນໃຈ. 10. ຫໍພິພິຕະພັນສິລະປະລາວ: ແມ່ນຫໍພິພິຕະພັນທີ່ຮວບຮວມຜົນ ງານສິລະປະ ໂດຍມີຜົນງານແກະ ສະຫລັກໄມ້ທີ່ ຍິ່ງໃຫຍ່ອັງລັງການ ທີ່ສຸດແຫ່ງໜຶ່ງໃນປະເທດລາວ, ພາຍໃນຫໍພິພິຕະພັນເຕັມໄປດ້ວຍ ໄມ້ເເກະສະລັກ ພະພຸດທະຮູບ ເເລະ ຮູບແຕ້ມອັນສວຍງາມທີ່ບົ່ງບອກ ເຖິງຄວາມເປັນເອກກະລັກຂອງ ລາວ ໂດຍສະຖານທີ່ຕັ້ງຢູ່ເຂດໜອງ ເຊື່ອມ, ບ້ານ ໂນນສະອາດ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ. ແນວໃດກໍຕາມ, ສະຖານທີ່ທັງ 10 ແຫ່ງນີ້ ເປັນພຽງສ່ວນໜຶ່ງຂອງ ແຫລ່ງທ່ອງທ່ຽວໃນນະຄອນຫລວງ ວຽງຈັນ ຊຶ່ງແຕ່ລະແຫ່ງລ້ວນມີ ເອກະລັກ, ຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ສິລະປະທີ່ແຕກ ຕ່າງກັນ. ສຳລັບຜູ້ທີ່ມາຢ້ຽມຢາມ ນະຄອນຫລວງ ບໍ່ຄວນພາດໂອກາດ ສຳຜັດຄວາມງາມ ແລະ ສະເໜ່ຂອງ ເມືອງລາວດ້ວຍຕົນເອງ. ໂດຍ:ມາລີດາີ ຕົວແບບຄຸນນະພາບຂອງນະ ຄອນຫລວງວຽງຈັນ. ສໍາລັບ ສົກ ຮຽນໃໝ່ 2026-2027 ນີ້, ມສ ຫ້ອມສະຫວັນ ແມ່ນມີຄວາມພ້ອມ 100% ທັງດ້ານບຸກຄະລາກອນ ຄູ-ອາຈານ, ຫ້ອງຮຽນ, ອຸປະກອນ ການຮຽນ-ການສອນ, ການຈັດຕາ ຕະລາງຮຽນ, ສື່ການຮຽນ-ການ ສອນ, ວຽກງານດ້ານການບໍລິຫານ ແລະ ສະຖານທີ່ອຳນວຍຄວາມ ສະດວກຕ່າງໆ ໃຫ້ຢູ່ໃນສະພາບ ພ້ອມໃຊ້ງານຕໍ່ການຮຽນ-ການ ສອນ. ທ່ານ ວັນນະກອນ ຜົງສີໃສ ຜູ້ອຳນວຍການໂຮງຮຽນມັດທະ ຍົມສົມບູນ ຫ້ອມສະຫວັນ ໄດ້ໃຫ້ ສຳພາດຕໍ່ສຳນັກຂ່າວສານປະເທດ ລາວ ໃນວັນທີ 24 ສິງຫາ 2026 ວ່າ: ການກະກຽມເປີດສົກຮຽນ ໃໝ່ 2026-2027 ນີ້, ມສ ຫ້ອມ ສະຫວັນ ແມ່ນມີຄວາມພ້ອມ 100% ທັງດ້ານບຸກຄະລາກອນ ,l sh v,lts;a o dP,rh v,Iv[fh ko.odkogxu fIPo.\j goA odkoIPo{dkolvomu j wfh 75 ootrk[ ຄູ-ອາຈານ, ຫ້ອງຮຽນ, ອຸປະກອນ ການຮຽນ-ການສອນ, ການຈັດ ຕາຕະລາງຮຽນ, ສື່ການຮຽນ-ການ ສອນ, ວຽກງານດ້ານການບໍລິຫານ ແລະ ສະຖານທີ່ອຳນວຍຄວາມສະ ດວກຕ່າງໆ ໃຫ້ຢູ່ໃນສະພາບພ້ອມ ໃຊ້ງານຕໍ່ການຮຽນ-ການສອນ. ພ້ອມນີ້, ຄູ-ອາຈານ ແລະ ພະນັກ ງານຍັງໄດ້ມີການກະກຽມດ້ານ ແຜນການຮຽນ-ການສອນ ເພື່ອ ໃຫ້ໄປຕາມ 5 ຫລັກມູນການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງຖືກຕ້ອງ. ໃນ ສົກຮຽນ 2026-2027 ທາງ ໂຮງຮຽນມີເປົ້າໝາຍການເປີດຮັບ ເອົານັກຮຽນເພີ່ມ 120 ຄົນ ໃນທຸກ ຊັ້ນຮຽນ ໂດຍໄດ້ເປີດລົງທະບຽນ ມາແຕ່ຕົ້ນເດືອນສິງຫາ ແລະ ຈະ ປິດຮັບໃນວັນທີ 28 ສິງຫາ 2026. ໂຮງຮຽນ ມສ ຫ້ອມສະຫວັນ ມີຜົນ ງານທີ່ພົ້ນເດັ່ນໃນສົກຮຽນ 20252026 ທີ່ສາມາດຍາດມາໄດ້ຄື: ຜົນງານລະດັບປະເທດ ແມ່ນໄດ້ ເຂົ້າຮ່ວມການແຂ່ງຂັນສອບເສັງ ນັກຮຽນເກັ່ງລະດັບຊາດ ຊັ້ນ ມັດທະຍົມສຶກສາ ປະຈຳສົກຮຽນ 2025-2026, ມ7 ໄດ້ອັນດັບທີ 1 ແລະ ມ4 ໄດ້ລາງວັນຊົມເຊີຍ ວິຊາພາສາລາວ-ວັນນະຄະດີ; ການແຂ່ງຂັນຖ່າຍຮູບເທັງຄາວະ Tenkawa Lao Photo Contest 2026 ໄດ້ອັນດັບ 1 ໄດ້ເປັນ ຕົວແທນນັກຮຽນລາວ ໄປແຂ່ງຂັນ ທີ່ປະເທດຍີ່ປຸ່ນ; ການແຂ່ງຂັນແຕ້ມ ຮູບລົດໂຕໂຢຕ້າໃນຝັນຂອງຂ້ອຍ ຄັ້ງທີ 19 ລະດັບປະເທດ ໄດ້ອັນດັບ ທີ 1 ຈໍານວນ 2 ນ້ອງ ແລະ ຊົມເຊີຍ 2 ນ້ອງ; ການແຂ່ງຂັນແຕ້ມຮູບ International High School Festival 2026 ເພື່ອຄັດເລືອກ ຕົວແທນໄປແຂ່ງຂັນທີ່ປະເທດຍີ່ປຸ່ນ ໄດ້ອັນດັບທີ 2. ສ່ວນຜົນງານດ້ານ ການພົວພັນຕ່າງປະເທດ ນ້ອງນັກ ຮຽນຫ້ອມສະຫວັນ ໄດ້ຮັບທຶນການ ສຶກສາ ຈາກມະຫາວິທະຍາໄລ ກຸງເທບ ປະເທດໄທ 1 ນ້ອງ ໃນ ລະດັບປະລິນຍາຕີ; ນັກຮຽນ 2 ນ້ອງ ແລະ ຄູ 1 ທ່ານ ໄດ້ເຂົ້າຮ່ວມ ການຝຶກອົບຮົມກິລາອີສະປອດ ປະເພດເກມ Audition ທີ່ຮ່າໂນຍ ສສ ຫວຽດນາມ; ຄູ 3 ທ່ານ, ພ້ອມ ນັກຮຽນ 3 ນ້ອງ ໄດ້ເດີນທາງໄປ ທັດສະນະສຶກສາໂຄງການ Eco School Thai land ທີ່ຫົວຫີນ ປະເທດໄທ. ນອກນີ້, ມີໂຄງການສົ່ງ ນັກຮຽນ ມ7 ຈໍານວນ 7 ນ້ອງ ໄປ ສຶກສາຕໍ່ທີ່ ສປ ຈີນ; ໄປທັດສະນະ ສຶກສາໂຄງການສອນດົນຕີໃນ ໂຮງຮຽນ ທີ່ນະຄອນລາດຊະສີມາ ປະເທດໄທ ແລະ ທັດສະນະສຶກສາ ໂຄງການ Open House ທີ່ມະຫາ ວິທະຍາໄລກຸງເທບ ປະເທດໄທ. ພ້ອມນີ້, ຜົນງານການສອບເສັງຈົບ ຊັ້ນ ປ 5 ຄະແນນສູງສຸດ ທົ່ວເມືອງ ຫາດຊາຍຟອງ ມີ2 ນ້ອງ; ສອບເສັງ ຈົບຊັ້ນ ມ4 ທົ່ວເມືອງຫາດຊາຍ ຟອງ ໄດ້ຮັບໃບປະກາສະນີຍະບັດ ແດງ 3 ນ້ອງ; ສອບເສັງຈົບຊັ້ນ ມ7 ທົ່ວນະຄອນຫລວງວຽງຈັນ ໄດ້ຮັບ ໃບປະກາສະນີຍະບັດແດງ 2 ນ້ອງ ແລະ ໂຮງຮຽນຍັງໄດ້ຮັບການຢັ້ງ ຢືນການສ້າງໂຮງຮຽນຕົວແບບ ຄຸນນະພາບ ຂອງນະຄອນຫລວງ ວຽງຈັນ ໃນສົກຮຽນ 20252026 ຊຶ່ງສາມາດປະກາດໄດ້ຄົບ ທັງ 3 ຊັ້ນຮຽນຄື: ຊັ້ນອະນຸບານ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມ ສົມບູນ. ທ່ານ ວັນນະກອນ ຜົງສີໃສ ຍັງໃຫ້ຮູ້ຕື່ມວ່າ: ທິດທາງ ແລະ ແຜນງານໃນການພັດທະນາໂຮງ ຮຽນຫ້ອມສະຫວັນ ໃນສົກຮຽນ 2026-2027 ແມ່ນຈະສຸມໃສ່ ເລື່ອງຄຸນສົມບັດ, ມາລະຍາດຂອງ ນັກຮຽນ; ປັບປຸງອາຄານສະຖານທີ່ ໃຫ້ດີຂຶ້ນ ແລະ ທັນສະໄໝກວ່າເກົ່າ; ຕິດຕັ້ງເຄື່ອງປັບອາກາດທຸກຫ້ອງ ໃຫ້ຄົບທຸກຫ້ອງຮຽນ; ຕິດຕັ້ງເຄື່ອງ ສາຍໂປເຈັກເຕີ ໃຫ້ຄົບທຸກຫ້ອງໃນ ຊັ້ນມັດທະຍົມ; ດ້ານຫລັກສູດການ ສອນ ຈະເນັ້ນຕື່ມຫລັກສູດພາສາຈີນ ໃນການຮຽນຈົບຊັ້ນມັດທະຍົມຕອນ ປາຍ ຕ້ອງຜ່ານລະດັບ HSK2-3, ພາສາອັງກິດຕ້ອງໄດ້ໃນລະດັບ Elementary-Intermediate; ເພີ່ມວິຊາສິລະປະກຳ ຕັ້ງແຕ່ຊັ້ນ ປະຖົມ ປ1 ຫາ ມັດທະຍົມຕອນ ປາຍ ມ7 ໂດຍຈະນຳເອົາຄູສອນ ທີ່ຈົບຈາກສະຖາບັນວິຈິດສິນໂດຍ ສະເພາະ ແລະ ເພີ່ມຮ່ວມມືກັບ ມະຫາວິທະຍາໄລ ກຸງເທບ ປະເທດ ໄທ ເພື່ອເປີດສະໂມສອນ BUCreative Arts Club ສະໂມສອນບີຢູ ສິລະປະ ແລະ ການສ້າງສັນຮຽນ ຮູ້ເລື່ອງ ການອອກແບບແຟຊັ່ນ Fashion Design, ສິລະປະດີຈິ ຕອນ Digital Art, ການແຕ້ມຮູບ ແລະ ສິລະປະສ້າງສັນຕ່າງໆຕື່ມ ອີກ. ຂ່າວ-ພາບ: ວຽງສະຫວັນ
RkJQdWJsaXNoZXIy MTc3MTYxMQ==