7347

21/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ;y mu dkoIa [,n wroE4h ;, grnj vs]5 fzj vo7;k,glpskp ໂດຍ: ເຂົ້າາ້ຈານນ້ຳົ້ຳ s;o7n o,6 og-N v 23 ly 'sk *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ (ເນື່ອງໃນໂອກາດວັນຢຶດອຳນາດ 23/8/1945 ແລະ 23/8/1975)ື່ ອັ ນຶ ດ ຂປລ. ປັດຈຸບັນນີ້ ເຫັນວ່າ ມີ ຝົນຕົກໜັກຢູ່ຫລາຍເຂດ ອັນໄດ້ ເຮັດໃຫ້ເກີດໄພນ້ຳຖ້ວມ ຊຶ່ງເປັນ ໄພອັນຕະລາຍທາງທຳມະຊາດທີ່ ເກີດຂຶ້ນໄດ້ໄວ ແລະ ສ້າງຄວາມ ເສຍຫາຍຢ່າງຫລວງຫລາຍ. ດັ່ງ ນັ້ນ, ການກຽມພ້ອມ ແລະ ຮູ້ນຳ ໃຊ້ມາດຕະການທີ່ຖືກຕ້ອງ ເພື່ອ ຮັບມືກັບໄພທຳມະຊາດດັ່ງກ່າວ ຈະ ຊ່ວຍຫລຸດຜ່ອນຄວາມສ່ຽງ ແລະ ປົກປ້ອງຊີວິດ, ຊັບສິນຂອງພວກ ເຮົາໄວ້ໄດ້. ການກຽມພ້ອມກ່ອນເກີດນ້ຳ ຖ້ວມນັ້ນ, ພວກເຮົາຕ້ອງຕິດຕາມ ຂ່າວສານ ຈາກພາກສ່ວນກ່ຽວ ຂ້ອງ ໂດຍສະເພາະເຝົ້າລະວັງການ ແຈ້ງເຕືອນສະພາບອາກາດ ແລະ ຂປລ. ຊາດລາວເປັນຊາດໜ່ຶງ ທີ່ມີປະຫວັດສາດແຫ່ງການກໍ່ຕັ້ງ ອັນສະຫງ່າງາມ ແລະ ໄດ້ຖືກປົກ ປັກຮັກສາເປັນເວລາຫລາຍພັນປີ ມາແລ້ວ. ໃນຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດຳ ເນີນການຮຸກຮານ ແລະ ຢືດຄອງ ບັນດາປະເທດເປັນຫົວເມືອງຂຶ້ນ ແລະ ປະເທດລາວ ໄດ້ຕົກເປັນຫົວ ເມືອງຂຶ້ນຂອງຝຣັ່ງໃນປີ 1893. ປະຊາຊົນລາວບັນດາເຜົ່າໄດ້ຈົມ ຢູ່ໃນຄວາມເປັນຂ້ອຍຂ້າຂອງພວກ ລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກ ຂູດຮີດຢ່າງແສນສາຫັດ. ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນ ຕໍ່ການຮຸກຮານ ແລະ ການກົດຂີ່ ຂູດຮີດຂອງພວກລ່າເມືອງຂຶ້ນ ປະ ຊາຊົນບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ເສລີ ພາບ ແລະ ຄວາມຢູ່ດີກິນດີຂອງ ຕົນ. ຂະບວນການທຳອິດແມ່ນເລີ່ມ ຈາກການລຸກຮືຂຶ້ນຕ້ານກັບພວກ ລ່າເມືອງຂຶ້ນຝຣັ່ງຂອງປະຊາຊົນ ແຂວງສະຫວັນນະເຂດ ພາຍໃຕ້ ການນຳພາຂອງພໍ່ກະດວດ ຜູ້ຮັກ ຊາດ ໃນປີ 1901, ປີ 1916 ໃຕ້ ການນຳພາຂອງເຈົ້າຟ້າເມືອງສິງ, ປີ 1920 ຂະບວກການຕໍ່ສູ້ຂອງ ນາຍຄູຄຳຢູ່ວຽງຈັນ, ຂະບວນການ ຕໍ່ສູ້ໃຕ້ການນຳພາຂອງເຈົ້າຟ້າປັດ ໃຈ ປີ 1918-1922; ຂະບວນການ ຕໍ່ສູ້ຂອງປະຊາຊົນ ເຜົ່າລື້ເມືອງສິງ ແຕ່ປີ 1914-1918 ແລະ ຂະ ບວນການຕໍ່ສູ້ອື່ນໆ. ປິ 1930 ພັກກອມມູນິດ ອິນດູ ຈິນໄດ້ກໍາເນີດຂຶ້ນ, ພາຍໃຕ້ການນຳ ພາຂອງພັກປະຕິວັດດັ່ງກ່າວ, ການ ຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ກ້າວຂຶ້ນສູ່ໄລຍະໃໝ່ດ້ວຍ ຄຸນນະພາບໃໝ່. ດ້ວຍການວາງຍຸດ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອົງການປົກຄອງທ້ອງຖິ່ນຢ່າງ ໃກ້ຊິດ; ກຽມເຄື່ອງອຸປະໂພກ-ບໍລິ ໂພກສຸກເສີນເຊັ່ນວ່າ: ນ້ຳດື່ມ, ອາ ຫານແຫ້ງ, ຢາປະຈຳຕົວ, ອຸປະ ກອນປະຖົມພະຍາບານ, ໄຟສາຍ, ເອກະສານສຳຄັນ (ໃສ່ຖົງພລາສ ຕິກກັນນ້ຳ); ວາງແຜນການອົບ ພະຍົບ ຕ້ອງມີການກຳນົດເສັ້ນ ທາງປອດໄພ ແລະ ຈຸດນັດພົບຂອງ ຄອບຄົວ ເມື່ອກໍລະນີໄດ້ອົບພະຍົບ; ກວດເຮືອນຊານ ຊ່ອງທາງທີ່ນ້ຳ ອາດໄຫລເຂົ້າມາ, ຍ້າຍເຄື່ອງຂອງ ທີ່ມີຄ່າ ແລະ ອຸປະກອນໄຟຟ້າຂຶ້ນ ບ່ອນສູງ. ການປະຕິບັດໂຕໃນຂະນະເກີດ ນ້ຳຖ້ວມ ຕ້ອງຕັດກະແສໄຟຟ້າ, ມຽນ ຫລື ປິດສະວິດໄຟຟ້າຮວມ ທັນທີ ເພື່ອປ້ອງກັນໄຟຟ້າດູດ ຫລື ລັດວົງຈອນ; ຫລີກເວັ້ນການຍ່າງ ຫລື ຂັບຂີ່ຜ່ານນ້ຳໄຫລເພາະນ້ຳທີ່ ໄຫລແຮງພຽງແຕ່ລະດັບຫົວເຂົ່າ ກໍສາມາດພັດໃຫ້ລົ້ມ ຫລື ພັດຍານ ພາຫະນະໄປໄດ້; ຍ້າຍໄປບ່ອນສູງ ຫາກລະດັບນ້ຳເພີ່ມຂຶ້ນໄວ ໃຫ້ຂຶ້ນ ໄປຊັ້ນເທິງຂອງເຮືອນ ຫລື ພື້ນທີ່ ສູງທີ່ປອດໄພ; ດື່ມນ້ຳທີ່ສະອາດ, ດື່ມສະເພາະນ້ຳຕຸກ ຫລື ນ້ຳທີ່ຕົ້ມ ສຸກແລ້ວ ເພື່ອປ້ອງກັນພະຍາດທີ່ ມາກັບນ້ຳ. ນອກຈາກນີ້, ການຟື້ນຟູ ແລະ ຂໍ້ຄວນລະວັງຫລັງນ້ຳຖ້ວມ ຕ້ອງ ກວດກາຄວາມປອດໄພຂອງເຮືອນ ໂດຍຢ່າຟ້າວເຂົ້າເຮືອນຈົນກວ່າຈະ ແນ່ໃຈວ່າໂຄງສ້າງປອດໄພ ແລະ ບໍ່ມີໄຟຟ້າຮົ່ວໄຫລ, ອະນາໄມ ແລະ ຂ້າເຊື້ອ ດ້ວຍການເຮັດຄວາມສະ ອາດເຮືອນ, ເຄື່ອງໃຊ້, ແລະ ຖ້ວຍ ຊາມທີ່ຖືກນ້ຳຖ້ວມ ເພື່ອປ້ອງກັນ ເຊື້ອພະຍາດ ແລະ ເຊື້ອລາ; ກວດ ເບິ່ງຕາມແຈເຮືອນ, ເຟີນີເຈີ ຫລື ກອງເຄື່ອງຂອງ ເພາະອາດມີສັດ ມີພິດເຊັ່ນ: ງູ, ແມງງອດ ເຂົ້າມາລີ້ ຊ້ອນ ແລະ ອື່ນໆ. ທະສາດຍຸດໂທບາຍ ຂອງການປະຕິ ວັດອິນດູຈີນ ອອກຢ່າງລະອຽດ, ເຮັດໃຫ້ການປະຕິວັດຢູ່ປະເທດເຮົາ ເຕີບໃຫຍ່ເຂັ້ມແຂງ ຊຶ່ງເປັນບາດ ກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ພັກໄດ້ ຍູ້ແຮງວຽກງານປຸກລະດົມຂົນ ຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ ຖືຊາວໄຮ່ ຊາວນາເປັນກໍາລັງພື້ນຖານຂອງ ການປະຕິວັດ. ສະນັ້ນ, ຈຶ່ງເຮັດ ໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະ ນະສາມາດຢຶດອໍານາດການປົກ ຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ ປີ 1945. ໄລຍະບໍ່ເຖິງ 1 ເດືອນ ປະຊາຊົນລາວທີ່ໄດ້ຮັບ ການຮ່ວມມືປະສານງານອັນຕັ້ງ ໜ້າຂອງຊາວຫວຽດນາມ ຕ່າງ ດ້າວໄດ້ລຸກຮືຂຶ້ນໂຄ່ນລົ້ມອໍານາດ ການປົກຄອງເກົ່າ ແລະ ສ້າງຕັ້ງ ອໍານາດການປົກຄອງປະຕິວັດຂອງ ຕົນຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ໄດ້ ຈັດຕັ້ງບັນດາກອງກໍາລັງປະກອບ ອາວຸດປ້ອງກັນຕົວຢູ່ໃນຕົວເມືອງ ໃຫຍ່ຕ່າງໆເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫລວງ ພະບາງ. ຈາກນັ້ນລັດຖະບານລາວອິດ ສະຫລະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນເອກະ ລາດຂອງຊາດຕໍ່ໜ້າມວນຊົນໃນ ວັນທີ 12 ຕຸລາ 1945. ນັ້ນຄືໄຊ ຊະນະຄັ້ງປະຫວັດສາດຂອງຊາດ ລາວ ເຊິ່ງມີຄວາມໝາຍສໍາຄັນທີ່ ສຸດສໍາລັບປະຊາຊົນລາວເພາະວ່າ: ມັນເປັນຂີດໝາຍສໍາຄັນ ໃນປະ ຫວັດສາດແຫ່ງການຕໍ່ສູ້ຍາດເອົາ ເອກະລາດ ແລະ ອິດສະຫລະພາບ ຂອງປະຊາຊົນລາວ, ມັນເປັນເທື່ອ ທໍາອິດ ທີ່ປະຊາຊົນລາວບັນດາ ເຜົ່າໄດ້ພ້ອມກັນລຸກຮືຂຶ້ນທັບມ້າງ ແອກຄອບຄອງຂອງລັດທິລ່າເມືອງ ຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ ລະບອບສັກດີນາທີ່ຄອບງໍາປະເທດ ລາວມາເປັນຫລາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການ ເຄື່ອນໄຫວປະຕິວັດລາວກ້າວສູ່ ໄລຍະໃໝ່. ການປະກາດເອກະລາດ ເປັນການເຕົ້າໂຮມແຜ່ນດິນລາວ ເປັນເອກະພາບ, ທັງໄດ້ປ່ຽນແປງ ລະບອບການປົກຄອງ, ລົບລ້າງ ທຸກສັນຍາທີ່ລາວໄດ້ເຊັ່ນກັບຝຣັ່ງ ກ່ອນໜ້ານີ້, ປະກາດໃຊ້ລັດຖະ ທໍາມະນູນສະບັບຊົ່ວຄາວ, ປະກາດ ໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານ ຊົ່ວຄາວ (ລັດຖະບານລາວອິດ ສະຫລະ). ການຢຶດອໍານາດໃນວັນທີ 23 ສິງຫາ ປີ 1975 ພາຍຫລັງພວກ ລ່າເມືອງ ຂຶ້ນຝຣັ່ງປະລາໄຊ, ຈັກ ກະພັດອາເມລິກາ ກໍໄດ້ກະໂດດ ເຂົ້າມາແທນພວກລ່າເມືອງຂຶ້ນ ຝຣັ່ງ ດໍາເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທີ ດ້ວຍກົນອຸບາຍ ຫວັງເຮັດໃຫ້ປະ ເທດເຮົາກາຍເປັນຫົວເມືອງຂຶ້ນ ແບບໃໝ່ ແລະ ເປັນຖານທັບຂອງ ເຂົາ ແນໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ, ສະກັດກັ້ນກະແສ ຟອງປະຕິວັດບໍ່ໃຫ້ແຜ່ລາມໄປໃນ ອາຊີອາຄະເນ. ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕໍ່ສູ້ ເພື່ອ ຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງ ຂຶ້ນ ພັກໄດ້ນໍາພາປະຊາຊົນບັນດາ ເຜົ່າດໍາເນີນການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ຊຶ່ງເປັນໄລຍະການຕໍ່ສູ້ ອັນດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງ ຍາກລໍາບາກກວ່າໝູ່ຂອງການ ປະຕິວັດໃນປະເທດເຮົາ ແລະ ເປັນ ໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າ ໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະ ຫວັດສາດຂອງຊາດເຮົາ. ພາຍໃຕ້ການນໍາພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດ ປົກຄອງຂອງສັດຕູ ແລະ ໃນເຂດ ເປັນກາງເປັນຕົ້ນແມ່ນກໍາມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ລຸກ ຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ ນັບຫລາຍ, ຂະບວນການຕໍ່ສູ້ຂອງ ມະຫາຊົນໄດ້ແຜ່ລາມກວ້າງອອກ ໄປຢ່າງໄວວາ ດ້ວຍຖ່ວງທ່າອັນ ແຂງແຮງຟົດຟື້ນ, ດູດດຶງ ເຕົ້າໂຮມ ເອົາກໍາລັງໄດ້ຢ່າງຫລວງຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ, ນັບທັງນາຍ ແລະ ພົນທະຫານ, ຕໍາຫລວດ ໄດ້ ເຂົ້າຮ່ວມຂະບວນການຕໍ່ສູ້ ເຊິ່ງຂະ ຫຍາຍຕົວເປັນກະແສຟອງສູງສຸດ ເຊັ່ນ: ການລຸກຮືຂຶ້ນຂອງກໍາມະ ກອນໄຟຟ້າວຽງຈັນ; ການລຸກຮື ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວທົນທານຕະ ຫລອດ 42 ວັນ ແລະ ຄືນ ຂອງປະ ຊາຊົນຊາວເມືອງໜອງບົກ ແຂວງ ຄໍາມ່ວນ ສາມາດຍາດໄດ້ສິດເປັນ ເຈົ້າ, ສ້າງຕັ້ງອໍານາດການປົກຄອງ ປະຕິວັດຂຶ້ນ; ການລຸກຮືຂຶ້ນປະ ກາດແຍກຕົວອອກຈາກຝ່າຍວຽງ ຈັນຂອງກອງພັນ 102 ມາຂຶ້ນກັບ ລັດຖະບານປະສົມໂດຍກົງ. ການ ລຸກຮືຂຶ້ນຂອງມະຫາຊົນຕັ້ງແຕ່ຕົວ ເມືອງຮອດຊົນນະບົດ ໃນເຂດກວດ ກາຂອງຝ່າຍວຽງຈັນ ໄດ້ລະເບີດ ຂຶ້ນຢ່າງຟົດຟື້ນ, ຕໍ່ເນື່ອງດ້ວຍ ຫລາຍຮູບການ ຊຶ່ງມີຜູ້ເຂົ້າ ຮ່ວມ ຫລາຍແສນຄົນ ເຮັດໃຫ້ຫົວໂປ້ປະຕິ ການໃນກົງຈັກທະຫານ ແລະ ການ ປົກຄອງຫຸ່ນຕົກສະທ້ານຍ້ານກົວ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==