18/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປັບປຸງ ແລະ ຮຽບຮຽງ...ັຸ ສູນຄົ້ນຄວ້າການລ້ຽງສັດ...ູົ້້້ັ ຄະນະສະເພາະກິດ ປກສ...ິ ງານຄຸນຄ່າພູມປັນຍາລາວ...ຸູ່ັ ຂປລ. ສູນຄົ້ນຄວ້າການລ້ຽງສັດ (ສລສ) ເປັນກົງຈັກໜຶ່ງຂອງສະ ຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ (ສກປພ) ມີ ພາລະບົດບາດສຳຄັນໃນການຄົ້ນ ຄວ້າ, ພັດທະນາແນວພັນສັດ ແລະ ພືດອາຫານສັດຕະຫລອດຮອດການ ທົດລອງ ແລະ ຖ່າຍທອດເຕັກນິກໃໝ່ ຜູ້ແທນກອງປະຊຸມໄດ້ພ້ອມກັນ ປະກອບຄຳເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສຸມໃສ່ປັບປຸງ ເນື້ອໃນບາງມາດຕາຕາມການເຈາະ ຈີ້ມຂອງສະມາຊິກລັດຖະບານ ເພື່ອ ເຮັດໃຫ້ກົດໝາຍສະບັບນີ້ ມີຄວາມ ຮັດກຸມ, ພາວະວິໄສ. ພ້ອມນັ້ນ, ຄະນະຮັບຜິດຊອບປັບປຸງກົດໝາຍ ຈາກການກະທໍາຜິດກ່ຽວກັບອາຊະ ຍາກໍາທາງອິນເຕີເນັດ ແລະ ການ ພະນັນອອນລາຍໃຫ້ແກ່ທາງການ ໄທ ເພື່ອນໍາໄປດໍາເນີນຄະດີຕາມ ກົດໝາຍ. ພິທີມອບ-ຮັບຕົວຜູ້ຖືກຫາດັ່ງ ກ່າວ ຈັດຂຶ້ນຢູ່ດ່ານສາກົນຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງ ຄາຍ ຝ່າຍລາວມີທ່ານ ພັທ ຄໍານ້ອຍ ວິໄລວົງ ຮອງຫົວໜ້າຕໍາຫລວດ ກວດຄົນເຂົ້າ-ອອກເມືອງດ່ານ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ຝ່າຍໄທ ມີທ່ານ ພັທ ຂປລ. ກອງປະຊຸມໂຄສະນາ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ການພັດທະນາສະຖານທີ່ຈອດ ລົດ ແລະ ການນຳໃຊ້ລົດເມດ່ວນ BRT ຂອງໂຄງການຂົນສົ່ງແບບ ຍືນຍົງໃນຕົວເມືອງນະຄອນຫລວງ ວຽງຈັນ ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຜ່ານມາແນໃສ່ນຳສະເໜີ ເນື້ອໃນ ແລະ ປຶກສາຫາລືຕໍ່ຮ່າງ ຂໍ້ຕົກລົງດັ່ງກ່າວ ໂດຍຄະນະຮັບ ຜິດຊອບໄດ້ຜັດປ່ຽນກັນເຜີຍແຜ່ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ການພັດທະນາສະຖານທີ່ຈອດລົດ ແລະ ການນຳໃຊ້ລົດເມດ່ວນ BRT, ຄວາມເປັນມາຂອງໂຄງການ BRT, ເອກະສານກ່ຽວກັບການນຳ ໃຊ້ເສັ້ນທາງທີ່ມີການປ່ຽນທິດການ ສັນຈອນໃນເຂດໃຈກາງຕົວເມືອງ ນວ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ປະ ກອບຄຳຄິດຄຳເຫັນໃສ່ຮ່າງຂໍ້ຕົກ ລົງດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບ ຖ້ວນ ແລະ ສາມາດນຳໄປຈັດຕັ້ງ ປະຕິບັດໄດ້ຢ່າງມີປະສິດທິພາບ. ໂອກາດນີ້ ທ່ານ ນາງ ທອງມີ ດາວສຸກ ຮອງປະທານກຳມະການ ປົກຄອງເມືອງສີສັດຕະນາກ, ມີໄດ້ ກ່າວວ່າ: ການພັດທະນາລະບົບ ຂົນສົ່ງໃນຕົວເມືອງແມ່ນໜຶ່ງໃນ ວຽກງານສຳຄັນທີ່ມີຄວາມສຳພັນ ໂດຍກົງຕໍ່ການພັດທະນາຕົວເມືອງ, ການອຳນວຍຄວາມສະດວກໃຫ້ ປະຊາຊົນ, ການຈັດລະບຽບການ ສັນຈອນ ແລະ ການຍົກສູງຄຸນນະ ພາບຊີວິດຂອງປະຊາຊົນ. ສຳລັບ ນະຄອນຫລວງວຽງຈັນ ການຂະ ຫຍາຍຕົວຂອງຕົວເມືອງ, ຈຳນວນ ພາຫະນະທີ່ເພີ່ມຂຶ້ນ ແລະ ຄວາມ ຕ້ອງການໃນການເດີນທາງຂອງ ປະຊາຊົນທີ່ນັບມື້ນັບຫລາຍຂຶ້ນ ລ້ວນແຕ່ເປັນສິ່ງທ້າທາຍຕໍ່ການ ຈັດການຈະລາຈອນ ແລະ ການ ຈັດສັນພື້ນທີ່ຈອດລົດໃນຕົວເມືອງ. ດັ່ງນັ້ນ, ການສ້າງ ແລະ ກໍານົດ ຫລັກການຄຸ້ມຄອງການພັດທະນາ ສະຖານທີ່ຈອດລົດລວມເຖິງການ ຈັດລະບຽບການນຳໃຊ້ລົດເມດ່ວນ BRT ໃຫ້ເປັນລະບົບ, ມີປະສິດທິຜົນ ປອດໄພ, ສະດວກ ແລະ ເໝາະສົມ ຈຶ່ງເປັນວຽກງານທີ່ສຳຄັນຕໍ່ທຸກ ພາກສ່ວນຄວນໃຫ້ຄວາມສົນໃຈ. ການສ້າງຮ່າງຂໍ້ຕົກລົງດັ່ງກ່າວ, ເປັນບາດກ້າວສຳຄັນໃນການກຳ ນົດຂອບເຂດ, ຫລັກການ ແລະ ແນວ ທາງການຄຸ້ມຄອງຕ່າງໆໃຫ້ມີ ຄວາມຊັດເຈນ ແລະ ເປັນໄປໃນທິດ ທາງດຽວກັນ. ຂໍ້ມູນ: ໜັງສືພິມວຽງຈັນໃໝ່ ກໍໄດ້ອະທິບາຍຄຳຊັກຖາມ ແລະ ຕອບຄໍາຖາມເຈາະຈີ້ມ. ຫລັງຈາກ ນັ້ນ, ປະທານກອງປະຊຸມໄດ້ສະ ຫລຸບ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະຮັບ ຜິດຊອບໃຫ້ບັນທຶກຄໍາຊີ້ແຈງຢ່າງ ລະອຽດຈະແຈ້ງ ເພື່ອນໍາໄປອະທິ ບາຍລາຍງານຕໍ່ສະມາຊິກລັດຖະ ບານ ແລະ ນຳໄປລາຍງານຄະນະ ປະຈຳພັກກະຊວງປ້ອງກັນປະເທດ. ຈາກນັ້ນ, ຫສນຍ ຈະນຳສົ່ງຮ່າງ ກົດໝາຍເຖິງ ສພຊ ເພື່ອຄົ້ນຄວ້າໃນ ສູ່ກະສິກອນໃນຂອບເຂດທົ່ວປະເທດ. ທ່ານ ພູຄຳ ວຽງວິໄລ ຮອງຫົວ ໜ້າສູນຄົ້ນຄວ້າການລ້ຽງສັດ, ຜູ້ ຊີ້ນຳກຸ່ມວຽກຄົ້ນຄວ້າການລ້ຽງສັດ ຄ້ຽວເອື້ອງ ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ເມື່ອ ບໍ່ດົນມານີ້ ໂດຍທ່ານໄດ້ຍົກໃຫ້ ປະຫວັດຄວາມເປັນມາຂອງສູນ ຄົ້ນຄວ້າການລ້ຽງສັດ ນັບແຕ່ສ້າງ ຕັ້ງຈົນຮອດປັດຈຸບັນ ຊຶ່ງສູນດັ່ງ ກ່າວ ຕັ້ງຢູ່ບ້ານສີວິໄລ, ເມືອງນາ ຊາຍທອງ, ນະຄອນຫລວງວຽງ ຈັນ ເປັນສູນຝຶກອົບຮົມດ້ານການ ລ້ຽງສັດ, ສັດຕະວະແພດ ແລະ ການຄຸ້ມຄອງ-ນຳໃຊ້ພືດອາຫານ ສັດ ໃຫ້ແກ່ພະນັກງານຂັ້ນແຂວງ ແລະ ເມືອງ ໃນຂອບເຂດທົ່ວປະ ເທດ. ສູນດັ່ງກ່າວ ມີໜ້າທີ່ຫລັກ ໃນການສຳຫລວດ, ເຕົ້າໂຮມ, ສຶກ ສາ ແລະ ຕີລາຄາຊີວະນາໆພັນສັດ ແລະ ພືດອາຫານສັດ; ຄົ້ນຄວ້າ, ປັບປຸງ, ຄັດເລືອກ ແລະ ຂະຫຍາຍ ແນວພັນສັດທັງງົວ, ໝູ, ແບ້ ແລະ ສັດປີກ ໃຫ້ມີຜະລິດຕະພາບສູງ ແລະ ສາມາດປັບຕົວຕໍ່ສະພາບດິນ ຟ້າອາກາດ. ພ້ອມທັງຄົ້ນຄວ້າລະ ບົບ, ເຕັກໂນໂລຊີ ແລະ ຮູບແບບ ການຜະລິດທີ່ແທດເໝາະກັບແຕ່ລະ ທ້ອງຖິ່ນ. ນອກຈາກນັ້ນ, ສູນຍັງ ໃຫ້ຄວາມສຳຄັນຕໍ່ການພັດທະນາ ຕ່ອງໂສ້ມູນຄ່າຂອງສັດລ້ຽງ, ການ ປຸງແຕ່ງຜະລິດຕະພັນສັດໃຫ້ໄດ້ ມາດຕະຖານ, ເພີ່ມມູນຄ່າ ແລະ ເປີດໂອກາດໃນການເຂົ້າເຖິງຕະ ຫລາດ. ພ້ອມນີ້, ຍັງປະສານງານ ກັບພາກສ່ວນກ່ຽວຂ້ອງ ເພື່ອນຳຜົນ ງານຄົ້ນຄວ້າໄປສາທິດ, ຝຶກອົບຮົມ ແລະ ຂະຫຍາຍສູ່ການຜະລິດຕົວ ຈິງ. ສຳລັບສັດລ້ຽງທີ່ນຳໃຊ້ເຂົ້າ ໃນວຽກງານຄົ້ນຄວ້າ ແລະ ປັບປຸງ ແນວພັນປັດຈຸບັນມີ ງົວ 114 ໂຕ. ໃນນີ້, ມີງົວພັນພື້ນເມືອງ 50 ໂຕ (ແມ່ພື້ນຖານ 13 ແມ່), ງົວພັນ ລູກປະສົມ F1 (ບຣາມັນແດງ + ພື້ນເມືອງ) 64 ໂຕ (ແມ່ພື້ນຖານ 16 ແມ່); ແບ້ນົມ (ພັນຊາແນນ) 40 ແມ່; ໝູ 70 ໂຕ (ມີແມ່ພັນ 15 ແມ່ (ໝູລາດ); ມີຝູງສັດປີກ ພໍ່-ແມ່ ພັນ ຈຳນວນ 1.020 ໂຕ (ພໍ່ພັນ 177 ໂຕ ແລະ ແມ່ພັນ 843 ໂຕ). ໃນນີ້, ໄກ່ລາຍໜອງແຕ່ງ 645 ໂຕ (ຜູ້ 77 ໂຕ ແມ່ 568 ໂຕ); ເປັດ ເທບ 99 ໂຕ (ພໍ່ພັນ 20 ໂຕ, ແມ່ ພັນ 79 ໂຕ); ໄກ່ຕັອກ 239 ໂຕ (ພໍ່ ພັນ 74 ໂຕ, ແມ່ພັນ 165 ໂຕ), ໄກ່ ລາດດູກດໍາ 37 ໂຕ (ພໍ່ພັນ 6 ໂຕ, ແມ່ພັນ 31ໂຕ). ທ່ານ ພູຄຳ ວຽງວິໄລ ຍັງໃຫ້ຮູ້ ອີກວ່າ: ສຳລັບວຽກງານຄົ້ນຄວ້າ ດ້ານການລ້ຽງງົວ ພວກເຮົາໄດ້ ມີການຮ່ວມມືກັບຫລາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນຮ່ວມມືກັບກົມ ລ້ຽງສັດ ແລະ ການປະມົງໃນການ ກໍ່ສ້າງສູນຜະລິດນ້ຳເຊື້ອແຊ່ແຂງ ງົວ ຜ່ານໂຄງການປັບປຸງສຸຂະພາບ ສັດ ແລະ ຕ່ອງໂສ້ມູນຄ່າຂອງການ ລ້ຽງສັດຕາມແລວຊາຍແດນຂອງ ສປປ ລາວ (ໃຫ້ທຶນໂດຍທະນາຄານ ພັດທະນາອາຊີ ຫລືADB); ຮ່ວມມື ກັບ ສປ ຈີນ ໃນການຄົ້ນຄວ້າ ແລະ ພັດທະນາແນວພັນງົວແລະ ແບ້ຊີ້ນມີ ທັງໝົດ 2 ໂຄງການ ແລະ ຮ່ວມມືກັບ ສ ເກົາຫລີ ໃນການຈັດຕັ້ງປະຕິບັດ ໂຄງການທົດສອບແນວຄວາມຄິດ ດ້ານການຫັນປ່ຽນທາງດີຈິຕອນ ແລະ ປັນຍາປະດິດ (AI) ລະດັບ ສາກົນ. ທ່ານບຸນທົງ ດວງພານິດຫົວໜ້າ ກຸ່ມວຽກຄົ້ນຄວ້າການລ້ຽງສັດຄ້ຽວ ເອື້ອງ ໃຫ້ຮູ້ວ່າ: ກຸ່ມວຽກຄົ້ນຄວ້າ ການລ້ຽງສັດຄ້ຽວເອື້ອງ ຕັ້ງຢູ່ບ້ານ ນາງ່າ ເມືອງນາຊາຍທອງ ມີເນື້ອ ທີ່ທົ່ງຫຍ້າ 60 ເຮັກຕາ ແລະ ມີງົວ 114 ໂຕ. ໃນນີ້, ມີງົວພັນພື້ນເມືອງ 50 ໂຕ (ແມ່ພື້ນຖານ 13 ແມ່), ງົວ ພັນລູກປະສົມ F1 (ບຣາມັນແດງ + ພື້ນເມືອງ) ຈຳນວນ 64 ໂຕ (ແມ່ ພື້ນຖານ 16 ແມ່). ກຸ່ມວຽກດັ່ງກ່າວ ມີໜ້າທີ່ສຳຫລວດ, ສຶກສາ ແລະ ຄົ້ນຄວ້າເພື່ອອະນຸລັກ, ນຳໃຊ້ ແລະ ປັບປຸງແນວພັນງົວ, ຄົ້ນຄວ້າແນວ ພັນພືດອາຫານສັດທີ່ເໝາະສົມກັບ ສະພາບອາກາດຂອງລາວ, ໃຫ້ ຜົນຜະລິດດີ ແລະ ມີຄຸນຄ່າທາງໂພ ຊະນາການສູງ, ພ້ອມທັງໃຫ້ບໍລິ ການຝຶກອົບຮົມດ້ານເຕັກນິກການ ລ້ຽງງົວ ລວມເຖິງການປະສົມພັນ ທຽມງົວ ໃນຂອບເຂດທົ່ວປະເທດ. ການລ້ຽງງົວຂອງກຸ່ມວຽກນີ້ ແມ່ນ ລ້ຽງແບບປ່ອຍໝູນວຽນໃນທົ່ງຫຍ້າ ແລະ ສັກຢາປ້ອງກັນພະຍາດຕາມ ລະດູການ. ແນວໃດກໍຕາມ, ກຸ່ມວຽກ ຍັງປະສົບບັນຫາຄອກສັດ ແລະ ຮົ້ວ ອ້ອມທົ່ງຫຍ້າເກົ່າແກ່, ເສື່ອມໂຊມ ລວມເຖິງດິນທົ່ງຫຍ້າສ່ວນໃຫຍ່ເປັນ ດິນຊາຍຄຸນນະພາບຕໍ່າ, ເຮັດໃຫ້ຜົນ ຜະລິດຫຍ້າບໍ່ສູງ ແລະ ຂາດແຄນ ຫຍ້າສົດໃນລະດູແລ້ງ. ເພື່ອແກ້ໄຂ ບັນຫາດັ່ງກ່າວ, ກຸ່ມວຽກດັ່ງກ່າວ ໄດ້ຈັດຊື້ເຟືອງແຫ້ງຈາກກະສິກອນ ໃນເຂດໃກ້ຄຽງ ເພື່ອນຳມາໃຊ້ເປັນ ອາຫານຫຍາບ, ພ້ອມທັງໃຫ້ອາຫານ ເສີມ ເຊັ່ນ: ຂີ້ເບຍ ແລະ ຂີ້ມັນຕົ້ນໝັກ ໃນລະດູແລ້ງ ຂ່າວ-ພາບ: ທະນູທອງ ທີຍາຊະພັດ ຣັງສິພຣາມະ ນາກຸນ ຮອງຜູ້ກໍາກັບການກວດຄົນເຂົ້າ ເມືອງ ແຂວງໜອງຄາຍ ພ້ອມດ້ວຍ ຄະນະຈາກທັງສອງຝ່າຍເຂົ້າຮ່ວມ. ຜູ້ຖືກຫາທັງ 23 ຄົນ ຖືກຄະນະ ສະເພາະກິດກະຊວງ ປກສ ຮ່ວມກັບ ກໍາລັງປ້ອງກັນເຄື່ອນທີ່ເຂົ້າກວດຄົ້ນ ແລະ ກັກຕົວໄດ້ພາຍໃນຕຶກອາຄານ ຂອງບໍລິສັດ ເອສທີ ເວກັສ (ST VEGUS) ຈໍາກັດຜູ້ດຽວ ຕັ້ງຢູ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 18 ກໍລະກົດ 2026 ຜ່ານມາ. ການມອບຜູ້ຖືກຫາສັນຊາດໄທ ຢູ່ຕຶກອາຄານຂອງບໍລິສັດ ເອສທີ ເວກັສ ໃຫ້ແກ່ທາງການໄທ ໃນຄັ້ງນີ້ ເປັນຄັ້ງທີ 4 ຊຶ່ງກ່ອນໜ້ານີ້ ຄະນະ ສະເພາະກິດກະຊວງ ປກສ ໄດ້ມອບ ຕົວໃຫ້ທາງການໄທ ແລ້ວ 3 ຄັ້ງ, ຄັ້ງທີ 1 ວັນທີ 6 ສິງຫາ 2026 ຈໍາ ນວນ 32 ຄົນ, ຍິງ 18 ຄົນ; ຄັ້ງທີ 2 ວັນທີ 10 ສິງຫາ 2026 ຈໍານວນ 41 ຄົນ, ຍິງ 30 ຄົນ ແລະ ຄັ້ງທີ 3 ວັນທີ 13 ສິງຫາ 2026 ຈໍານວນ 130 ຄົນ, ຍິງ 72 ຄົນ. ການມອບຕົວຜູ້ຖືກຫາໃນຄັ້ງນີ້, ປະຕິບັດຕາມກົດໝາຍວ່າດ້ວຍການ ເຂົ້າ-ອອກເມືອງ ແລະ ການຄຸ້ມຄອງ ຄົນຕ່າງປະເທດ ແຫ່ງ ສປປ ລາວ ແລະ ອີງຕາມສົນທິສັນຍາລະຫວ່າງ ສປປ ລາວ ແລະ ລາຊະອານາຈັກ ໄທ ວ່າດ້ວຍການໂອນຜູ້ຖືກຕັດສິນ ລົງໂທດ ແລະ ການຮ່ວມມືໃນການ ປະຕິບັດຄໍາຕັດສິນຄະດີອາຍາລົງ ວັນທີ 20 ມີນາ 2004. ຂໍ້ມູນ-ພາບ: ປກສ ຂັ້ນຕໍ່ໄປ ແລະ ຄາດຄະເນວ່າຮ່າງ ກົດໝາຍດັ່ງກ່າວ ຈະຖືກຮັບຮອງ ໃນທ້າຍປີນີ້. ຂ່າວ: ສພຊ gzu pczj Ij k'0= 8q d]q ';j kfh ;pdko75h ,7v' dkora fmtoklt4komuj 9vf]q f37'dko BRT h ຈະຈັດຂຶ້ນໃນວັນທີ 9-13 ກັນຍາ 2026 ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ). ທ່ານ ນາງ ອຸສາວະດີ ໄຊສະສິດ ອຳນວຍການບໍລິສັດຫັດຖະກຳແພງ ໄໝ ໄດ້ໃຫ້ຮູ້ວ່າ: ງານຄຸນຄ່າພູມ ປັນຍາລາວ ໃນຄັ້ງນີ້ແມ່ນເພື່ອເຊີດ ຊູ ແລະ ປົກປັກຮັກສາບົດບາດຂອງ ຊຸມຊົນຜູ້ຜະລິດ ແລະ ຜູ້ຊົງຄຸນວຸທິ ດ້ານພູມປັນຍາລາວ, ສົ່ງເສີມການ ອະນຸລັກພູມປັນຍາທ້ອງຖິ່ນ, ສີມື ຫັດຖະກຳ ແລະ ຜະລິດຕະພັນທີ່ເປັນ ເອກະລັກຂອງລາວບໍ່ໃຫ້ສູນຫາຍ; ເພື່ອຊຸກຍູ້ ແລະ ພັດທະນາ: ເປີດ ໂອກາດໃຫ້ຜູ້ປະກອບການ, ນັກ ປະດິດຄິດຄົ້ນ, ນະວັດຕະກຳ ແລະ ຜະລິດຕະພັນຈາກພູມປັນຍາມາຈັດ ສະແດງ ແລະ ຈຳໜ່າຍ; ເພື່ອສ້າງ ເຄືອຂ່າຍເວທີການຄ້າ: ສ້າງເວທີ ພົບປະແລກປ່ຽນບົດຮຽນ ແລະ ຈັບ ຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງ ປະເທດ; ເພື່ອຊຸກຍູ້ການທ່ອງທ່ຽວ: ນໍາໃຊ້ວັດທະນະທຳ ແລະ ພູມປັນຍາ ທ້ອງຖິ່ນເປັນຕົວດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ພາຍໃນຈະໄດ້ສຳຜັດກັບກິດຈະ ກຳຫລາກຫລາຍ ແລະ ໜ້າສົນໃຈ ເປັນຕົ້ນຫໍວາງສະແດງທີ່ສະທ້ອນ ເຖິງພູມປັນຍາທາງວັດທະນະທຳ, ສິລະປະ ແລະ ວິທີການຖ່າຍທອດ; ການຈັດສະແດງຜົນງານນະວັດຕະ ກຳ ແລະ ສິນຄ້າພູມປັນຍາລາວ ທີ່ ມີຄຸນນະພາບສູງຈາກທົ່ວປະເທດ; ການສາທິດຂັ້ນຕອນວິທີການຜະລິດ ແບບດັ້ງເດີມທີ່ຫາຊົມໄດ້ຍາກ; ການ ເສວະນາແລກປ່ຽນຄວາມຮູ້, ການ ຈົດທະບຽນຊັບສິນທາງປັນຍາ ແລະ ການຍົກລະດັບຍີ່ຫໍ້ສິນຄ້າ ລາວສູ່ສາກົນ; ການໃຫ້ການປຶກສາ ແລະ ພັດທະນາການອອກແບບ ຜະລິດຕະພັນ; ການສະແດງສິລະປະ ພື້ນເມືອງທີ່ເປັນເອກະລັກ ແລະ ຫາ ຊົມໄດ້ຍາກ; ການໄດ້ຮັບສິດການ ເປັນສະມາຊິກໃນApplication ພູມ ປັນຍາລາວ. ທ່ານນາງວຽງສະຫວັນພະມີສິດ ຜູ້ບໍລິຫານຮ້ານຄຳພູວົງ ກໍໄດ້ໃຫ້ ຮູ້ວ່າ: ກິດຈະກຳພາຍໃນງານຄັ້ງ ນີ້ ບັນດາຜູ້ເຂົ້າຮ່ວມຈະໄດ້ຄວາມ ຮູ້ດ້ານການເງິນ-ການອອມຄໍາ (ເສວະນາ), ການສົ່ງເສີມຫັດຖະ ກໍາເຄື່ອງປະດັບ, ຜົນງານລວດລາຍ ຂອງລາວ, ແຟຊັນ ປະສົມປະສານ ກັບຜ້າໄໝ. ສະນັ້ນ ຮ້ານຄໍາພູວົງ ຈຶ່ງຂໍເປັນສ່ວນໜຶ່ງໃນການອະນຸລັກ, ພັດທະນາ ແລະ ສົ່ງເສີມພູມປັນຍາ ລາວ ເພື່ອຊຸກດັນໃຫ້ກັດຖະກໍາລາວ ກ້າວສູ່ລະດັບສູງ. ພູມປັນຍາລາວແມ່ນຊັບສິນທາງ ປັນຍາອັນລ້ຳຄ່າທີ່ຖືກສ້າງສັນ, ສະ ສົມ ແລະ ຖ່າຍທອດກັນມາຈາກລຸ້ນ ສູ່ລຸ້ນ. ມັນບໍ່ພຽງແຕ່ສະທ້ອນເຖິງ ເອກະລັກ, ວັດທະນະທຳ ແລະ ວິຖີ ຊີວິດອັນງົດງາມຂອງຊາດລາວ ເຮົາເທົ່ານັ້ນ, ແຕ່ຍັງເປັນທ່າແຮງ ບົ່ມຊ້ອນອັນສຳຄັນໃນການຂັບ ເຄື່ອນເສດຖະກິດ, ການຄ້າ, ການ ທ່ອງທ່ຽວ ແລະ ການພັດທະນາ ແບບຍືນຍົງ; ບໍ່ພຽງແຕ່ແມ່ນວັດຖຸ ສິ່ງຂອງ ຫລື ສິ່ງເກົ່າແກ່ທີ່ສືບທອດ ກັນມາເທົ່ານັ້ນ ແຕ່ມັນຄືອົງຄວາມ ຮູ້, ທັກສະ, ປະສົບການ ແລະ ວິຖີ ຊີວິດທີ່ບັນພະບູລຸດລາວໄດ້ສະສົມ, ຄົ້ນຄິດ ແລະ ຖ່າຍທອດກັນມາ ຫລາຍຊົ່ວອາຍຸຄົນ.
RkJQdWJsaXNoZXIy MTc3MTYxMQ==