7342

14/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lh k'7;k,g0A ,c0'.sh z6h gIa f;Pd0tc|'lb dlk .odkolt|a [lt|6 ooa dIPory dko.sh fu 0B o ;y mtpkw]g8a doy d;y -k-u [ 12 csj ' mqj ;xtgmf /b dvq [Iq ,rN o4kodkoxtdv[dy f9tdko gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສຸກຈະເລີນຟາມ...ຸີ ຂປລ. ບໍລິສັດສຸກຈະເລີນຟາມ ຈຳກັດ ເລັ່ງພັດທະນາຕ່ອງໂສ້ ການຜະລິດໄຂ່ໄກ່ແບບຄົບວົງຈອນ ນັບແຕ່ການຜະລິດພໍ່ພັນ-ແມ່ພັນ, ລູກໄກ່, ໄກ່ສາວ ລວມເຖິງອາຫານ ສັດ ເພື່ອຫລຸດຕົ້ນທຶນ ແລະ ການ ຈຳໜ່າຍສູ່ຕະຫລາດ ເພື່ອສ້າງ ຖານການຜະລິດທີ່ມີມາດຕະຖານ, ສາມາດສະໜອງໄຂ່ໄກ່ ທີ່ມີຄຸນນະ ພາບໃຫ້ແກ່ຕະຫລາດພາຍໃນຢ່າງ ສະໝໍ່າສະເໝີ. ທ່ານ ບຸນຍາລິດ ສຸກຈະເລີນ ປະທານບໍລິສັດສຸກຈະເລີນຟາມ ຈຳກັດ ໃຫ້ສຳພາດຕໍ່ນັກຂ່າວສຳ ນັກຂ່າວສານປະເທດລາວ ໃນໂອ ກາດເຂົ້່າຮ່ວມງານວາງສະແດງ ຜະລິດຕະພັນໃນກອງປະຊຸມວຽກ ງານສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນທົ່ວປະເທດ ຄັ້ງທີ I ຢູ່ ນະຄອນຫລວງວຽງຈັນ ໃນວັນທີ 12 ສິງຫາ 2026 ນີ້ວ່າ: ການ ພັດທະນາຟາມແບບຄົບວົງຈອນ ເປັນແນວທາງໜຶ່ງທີ່ສຸກຈະເລີນ ຟາມໃຫ້ຄວາມສຳຄັນເພາະສາ ມາດຄວບຄຸມຂະບວນການຜະລິດ ໄດ້ຫລາຍຂັ້ນຕອນທັງດ້ານຄຸນນະ ພາບ, ຕົ້ນທຶນ, ອາຫານສັດ, ການ ດູແລສຸຂະພາບໄກ່ ແລະ ສຸຂະອະ ນາໄມໃນຂະບວນການຜະລິດ. ພ້ອມນັ້ນ ຍັງຊ່ວຍໃຫ້ສາມາດວາງ ແຜນການຜະລິດໃຫ້ສອດຄ່ອງກັບ ປະລິມານຄວາມຕ້ອງການຂອງ ຕະຫລາດ. ປັດຈຸບັນບໍລິສັດສຸກຈະ ຂປລ. ພິທີເປີດຝຶກອົບຮົມໃນ ຫົວຂໍ້ “ພື້ນຖານການປະກອບກິດ ຈະການ” ໃຫ້ແກ່ຄູ-ອາຈານ ຂະ ແໜງອາຊີວະສຶກສາຈາກພະແນກ ສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດຈັດຂຶ້ນໃນ ວັນທີ 12-14 ສິງຫາ 2026 ຢູ່ສູນ ພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໂດຍມີຄູ-ອາຈານ ຂະແໜງອາຊີວະສຶກສາຈາກແຂວງ ຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫລວງ ພະບາງ, ໄຊຍະບູລີ, ຊຽງແຂວງ, ຫລວງນ້ຳທາ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ. ທ່າ ນ ນ າ ງ ສຸດສ າ ຍ ໃ ຈ ດວງສະຫວັນ ຜູ້ອໍານວຍການສູນ ພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ກ່າວວ່າ: ຊຸດ ຝຶກອົບຮົມໃນຄັ້ງນີ້, ມີຄວາມໝາຍ ຄວາມສໍາຄັນຫລາຍ ເພື່ອໃຫ້ຄະ ນະບໍລິຫານ ແລະ ຄູສອນ ຂອງ ວິທະຍາໄລເຕັກນິກວິຊາຊີບ ໄດ້ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມ ສໍາຄັນຂອງວຽກງານສົ່ງເສີມການ ສຶກສາຜູ້ປະກອບກິດຈະການໃນ ສະຖານການສຶກສາ, ພ້ອມທັງຍົກ ລະດັບຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບການປະກອບກິດຈະການ ເພື່ອໃຫ້ຄູ-ອາຈານ ສາມາດນໍາເອົາ ບົດຮຽນ ແລະ ແນວຄວາມຄິດດັ່ງ ກ່າວ ໄປສິດສອນຕໍ່ໃຫ້ນ້ອງນັກ ຮຽນ-ນັກສຶກສາໃນຂົງເຂດຂອງ ຕົນເອງ. ການປູກຈິດສໍານຶກ ແລະ ສ້າງ ແນວຄວາມຄິດການປະກອບກິດຈະ ການໃຫ້ແກ່ນັກຮຽນ-ນັກສຶກສາ ເປັນກິດຈະກໍາທີ່ມີຄວາມສໍາຄັນ ຫລາຍໃນຂະແໜງອາຊີວະສຶກສາ. ທັງນີ້, ກໍເພື່ອເປັນການເປີດທາງ ເລືອກໃໝ່ໃນການປະກອບອາຊີບ ພາຍຫລັງຮຽນຈົບ, ຊ່ວຍຫລຸດ ຜ່ອນບັນຫາການວ່າງງານ, ສະ ກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ສົ່ງເສີມໃຫ້ມີຜູ້ປະກອບກິດ ຈະການໃໝ່ທີ່ເປັນໄວໜຸ່ມເພີ່ມ ຂຶ້ນ ຊຶ່ງສອດຄ່ອງກັບທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ຊຸດຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າ ຮ່ວມໄດ້ຮຽນຮູ້ໃນການປະກອບ ກິດຈະການ ແລະ ຜູ້ປະກອບກິດຈະ ການ, ທັກສະ ແລະ ຄຸນສົມບັດຂອງ ເຈົ້າຂອງທຸລະກິດ, ແນວຄວາມຄິດ ໃນການເຮັດທຸລະກິດ, ວົງຈອນ ຄວາມສໍາເລັດ, ຮຽນຮູ້ກ່ຽວກັບ ແຜນການຕະຫລາດ, ຄິດກ່ຽວກັບ ລູກຄ້າ, ບັນຫາ ແລະ ວິທີແກ້ໄຂ ບັນຫາ, ແບ່ງປັນສິ່ງທີ່ໄດ້ຮຽນຮູ້, ລັກສະນະເດັ່ນຂອງສິນຄ້າ, ຊ່ອງ ທາງການເຂົ້າຫາລູກຄ້າ, ການປະ ເມີນທຶນລົງທຶນໃນການເລີ່ມຕົ້ນ ທຸລະກິດ, ທຶນຄົງທີ່ ແລະ ທຶນໝູນ ວຽນ, ຄາດຄະເນລາຍຮັບແລະລາຍ ຈ່າຍ, ການປະເມີນກໍາໄລຄາດຄະ ເນຈາກການລົງທຶນ ແລະ ແຜນ ເງິນສົດ, ແຜນວາດທຸລະກິດ, ແຜນ ທຸລະກິດ, ແບ່ງກຸ່ມຂຽນແຜນທຸລະ ກິດ, ກໍານົດຫົວຂໍ້ຂຽນແຜນທຸລະ ກິດ, ຂຽນແຜນທຸລະກິດ ແລະ ປຶກ ສາຫາລືແຜນການຈັດຕັ້ງປະຕິບັດ ໃນຕໍ່ໜ້າ. ຂ່າວ: ບົວລະພາ ສື່ມວນຊົນ...ື່ົ ວັນທີ 11 ສິງຫາ 2026 ໂດຍ ທ່ານໄດ້ເນັ້ນໜັກວ່າ: ສື່ມວນຊົນ ລາວ ມີບົດບາດສຳຄັນໃນການໃຫ້ ຂ່າວສານ, ເຜີຍແຜ່ສາລະຄວາມ ຮູ້ ແລະ ສ້າງຄວາມເຂົ້າໃຈໃນ ສັງຄົມ, ພ້ອມສືບຕໍ່ປັບປຸງວິທີການ ຜະລິດ-ນຳສະເໜີຂ່າວໃຫ້ທັນກັບ ຍຸກດີຈິຕອນ. ພ້ອມນີ້, ສື່ມວນຊົນ ຍັງເປັນອາວຸດອັນແຫລມຄົມ ແລະ ເປັນພາຫະນະສຳຄັນໃນການນຳ ເອົາແນວຄິດ, ນະໂຍບາຍ ແລະ ຂ່າວສານໄປສູ່ປະຊາຊົນ, ພ້ອມທັງ ຂປລ. ກະຊວງສຶກສາທິການ ແລະ ກິລາ ອອກວິດີໂອສຳລັບການ ພັດທະນາຄູ ຕອນທີ 29 (TDV 29) ຊຶ່ງເປັນວິດີໂອເສີມໃຫ້ແກ່ ຊຸດອຸປະກອນຊ່ວຍເຫລືອຄູ ໂມດູນ 14 (TSP14) ການຊ່ວຍເຫລືອ ນັກຮຽນພິການໃນຫ້ອງຮຽນວິດີ ໂອດັ່ງກ່າວ, ໃຫ້ຄຳແນະນຳທີ່ເປັນ ປະໂຫຍດແກ່ຄູກ່ຽວກັບວິທີການ ສັງເກດລັກສະນະທ່າທາງທີ່ນັກ ຮຽນອາດຈະມີຄວາມຫຍຸ້ງຍາກ ກ່ຽວກັບການເບິ່ງເຫັນ, ການໄດ້ ຍິນ, ການເຄື່ອນໄຫວ, ສະມາທິ, ການສື່ສານ ຫລື ການຈື່ຈຳ, ພ້ອມ ທັງແນະນຳໃຫ້ຮູ້ຈັກການຕື່ມແບບ ສອບຖາມ ເຄື່ອງມືປະເມີນຄວາມ ຫຍຸ້ງຍາກໃນການຮຽນຂອງນັກ ຮຽນ-ສຳລັບຄູ ໄດ້ຢ່າງຖືກຕ້ອງ. ທ່ານ ວົງເພັດ ອຸດົມລິດ ຜູ້ອຳ ນວຍການສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ ໄດ້ກ່າວວ່າ: ສື່ການຮຽນ-ການສອນທີ່ເຫັນເປັນ ຮູບພາບແມ່ນຈຳເປັນສຳລັບຄູ ເພາະ ວ່າຈະຊ່ວຍເຮັດໃຫ້ວິທີການແນະ ນຳໃນການສອນທີ່ສຳຄັນ, ສາມາດ ເຂົ້າໃຈໄດ້ງ່າຍ, ຈື່ຈຳໄດ້ດີ ແລະ ນຳ ໄປຈັດຕັ້ງປະຕິບັດ ຊຶ່ງວິດີໂອສຳ ລັບການພັດທະນາຄູ ຕອນທີ 29 ເປັນສື່ການຮຽນ-ການສອນທີ່ເປັນ ປະໂຫຍດ ສຳລັບການສົ່ງເສີມການ ປະຕິບັດການຮຽນ-ການສອນແບບ ຮຽນຮ່ວມ ແລະ ການຊ່ວຍເຫລືອ ນັກຮຽນທຸກຄົນໃນຫ້ອງຮຽນ. ວິດີໂອດັ່ງກ່າວ, ມີຈຸດປະສົງ ເພື່ອຊ່ວຍຄູສອນຊັ້ນປະຖົມ ແລະ ພະນັກງານໃນຂະແໜງການສຶກສາ ທີ່ສະໜັບສະໜູນການສອນ ໂດຍ ການຊ່ວຍໃຫ້ຄູສາມາດລະບຸໄດ້ເຖິງ ຄວາມຕ້ອງການໃນການຮຽນຂອງ ນັກຮຽນ ແລະ ຮູ້ວິທີການສອນໃນ ຫ້ອງຮຽນທີ່ສາມາດດັດປັບໄດ້, ວິດີໂອຈະຊ່ວຍສົ່ງເສີມການຮຽນ ຮ່ວມໃນຫ້ອງຮຽນ, ຊຸກຍູ້ການມີ ສ່ວນຮ່ວມຂອງນັກຮຽນ ແລະ ການ ຮຽນທີ່ເໝາະສົມສຳລັບເດັກທຸກ ຄົນ. ສິ່ງເຫລົ່ານີ້ ເຮັດໃຫ້ການມີ ສ່ວນຮ່ວມຂອງນັກຮຽນດີຂຶ້ນໃນ ການສອນແຕ່ລະວັນຂອງຄູ. ເມື່ອ ຄູຮູ້ຈັກກຳນົດຄວາມຕ້ອງການໃນ ການຮຽນຂອງນັກຮຽນຕັ້ງແຕ່ ເປັນຊ່ອງທາງສະທ້ອນຄວາມຄິດ ເຫັນ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ. ພ້ອມນີ້, ສື່ມວນຊົນ ຍັງມີໜ້າທີ່ຢັ້ງຢືນຂໍ້ມູນທີ່ຖືກຕ້ອງ, ຕ້ານຖ້ອຍທຳນອງບິດເບືອນ ແລະ ຂ່າວດ້ານດຽວ, ລວງດຽວຢ່າງ ວ່ອງໄວ, ຊັດເຈນ ແລະ ທັນການ. ຕະຫລອດໄລຍະຜ່ານມາ, ຖັນແຖວ ພະນັກງານສື່ມວນຊົນ ແລະ ນັກ ຂ່າວໄດ້ສືບຕໍ່ພັດທະນາຄຸນນະພາບ, ຍົກສູງທັກສະວິຊາຊີບ, ປັບຕົວຕາມ ສະພາບການ ແລະ ນຳໃຊ້ວິທະຍາ ສາດ-ເຕັກໂນໂລຊີໃໝ່ໆເຂົ້າໃນການ ຜະລິດຂ່າວ, ສ້າງເນື້ອຫາທີ່ອຸດົມ ສົມບູນໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ຢ່າງທົ່ວເຖິງ. ພ້ອມນີ້, ທ່ານ ນາງ ສິມມະນີ ແກ້ວແກ່ນ ຍັງໄດ້ຍົກໃຫ້ເຫັນຜົນ ງານອັນພົ້ນເດັ່ນຂອງ ວສລ ໃນ ໄລຍະ 1 ປີຜ່ານມາ, ອົງຄະນະພັກ ວສລ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານຢ່າງຮອບດ້ານ ໂດຍສຸມ ໃສ່ການໂຄສະນາເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມ, ວຽກ ງານຈຸດສຸມຂອງສະພາແຫ່ງຊາດ ແລະ ລັດຖະບານທັງສູນກາງ ແລະ ທ້ອງຖິ່ນ. ພ້ອມນັ້ນ, ຍັງໄດ້ໂຄສະ ນາສົ່ງເສີມການຜະລິດ, ວຽກດີ-ຄົນ ເດັ່ນ, ການນຳໃຊ້ສິນຄ້າພາຍໃນ ແລະ ເຫດການສຳຄັນຕ່າງໆຂອງ ພັກຂອງຊາດ. ສຳລັບການອອກອາກາດ, ວສລ ຮັບຜິດຊອບອອກອາກາດຜ່ານ 5 ຄື້ນ ໂດຍຜະລິດລາຍການເອງ 107 ລາຍການ ແລະ ລາຍການຮ່ວມກັບຄູ່ ຮ່ວມງານ 23 ລາຍການ, ລວມການ ອອກອາກາດປະມານ 50 ຊົ່ວໂມງ ຕໍ່ວັນ. ນອກຈາກນີ້, ຍັງໄດ້ປັບປຸງ ຮູບແບບລາຍການໃຫ້ທັນສະໄໝ, ຫັນຈາກວິທະຍຸແບບດັ້ງເດີມໄປສູ່ “ວິທະຍຸມີພາບ” ໂດຍຜະລິດຂ່າວ ຮູບແບບຄລິບສັ້ນ ແລະ ຖ່າຍທອດ ສົດຜ່ານເຟສບຸກຂອງ ວສລ. ຂ່າວ-ພາບ: ທະນູທອງ ເລີນຟາມກຳລັງມຸ່ງເນັ້ນພັດທະນາ ພໍ່ພັນ-ແມ່ພັນໄກ່ຂອງຕົນເອງ ເພື່ອ ຜະລິດລູກໄກ່ທີ່ມີຄຸນນະພາບ ແລະ ຈຳໜ່າຍໃນລາຄາທີ່ເໝາະສົມໃຫ້ຜູ້ ສົນໃຈໃນການລ້ຽງໄກ່ໄຂ່. ພ້ອມນີ້, ບໍລິສັດຍັງໄດ້ພັດທະນາ “ໄກ່ສາວ” ອາຍຸປະມານ 18 ອາທິດ ເພື່ອ ຈຳໜ່າຍໃຫ້ຜູ້ລ້ຽງໂດຍກົງ ແລະ ຄາດວ່າຈະສາມາດເລີ່ມຈຳໜ່າຍ ລູກໄກ່ໄດ້ໃນປີ 2027. ນອກຈາກ ສະໜອງລູກໄກ່ ແລະ ໄກ່ສາວແລ້ວ, ບໍລິສັດຍັງວາງແນວທາງໃນການ ໃຫ້ຄຳປຶກສາແກ່ຜູ້ລ້ຽງກ່ຽວກັບ ເຕັກນິກການລ້ຽງ, ການໃຊ້ຢາ, ການໃຫ້ວັກຊິນຕາມຫລັກວິຊາການ ລວມເຖິງວິທີຫລຸດຕົ້ນທຶນ ແລະ ເພີ່ມຜົນຜະລິດ. ສຳລັບຜູ້ລ້ຽງທີ່ ປະສົບບັນຫາດ້ານຕະຫລາດ ຫລື ບໍ່ສາມາດຈຳໜ່າຍໄຂ່ໄດ້, ບໍລິສັດ ມີແນວທາງຊ່ວຍຮັບຊື້ໄຂ່ຄືນ ເພື່ອ ຊ່ວຍຫລຸດຄວາມສ່ຽງ ແລະ ສ້າງ ຄວາມໝັ້ນໃຈໃຫ້ຜູ້ທີ່ຕ້ອງການເລີ່ມ ອາຊີບລ້ຽງໄກ່ໄຂ່. ປັດຈຸບັນ ສຸກຈະເລີນຟາມ ມີ ຖານການຜະລິດຫລັກຢູ່ 2 ແຫ່ງ ຄື: ຢູ່ແຂວງຈໍາປາສັກ ແລະ ເມືອງ ນາຊາຍທອງ, ນະຄອນຫລວງ ວຽງຈັນ. ໃນນັ້ນ, ຖານການຜະລິດ ຢູ່ແຂວງຈຳປາສັກ ມີໄກ່ໄຂ່ປະມານ 500.000 ໂຕແລະ ຢູ່ເມືອງນາຊາຍ ທອງມີໄກ່ໄຂ່ປະມານ500.000 ໂຕ ໂດຍໃຊ້ລະບົບຟາມທັນສະໄໝ ແລະ ລະບົບປິດ ເພື່ອຄວບຄຸມປັດໄຈດ້ານ ພະຍາດ ແລະ ສຸຂະອະນາໄມ ຊຶ່ງ ທັງ 2 ຖານການຜະລິດສາມາດ ຜະລິດໄຂ່ໄດ້ ປະມານ 90% ຫລື ປະມານ 900.000 ໜ່ວຍຕໍ່ວັນ. ປັດຈຸບັນຜົນຜະລິດຂອງສຸກຈະເລີນ ຟາມ ມີວາງຈຳໜ່າຍຢູ່ຫ້າງຊັບພະ ສິນຄ້າຕ່າງໆໃນນະຄອນຫລວງ ວຽງຈັນ ແລະ ຕະຫລາດໃນພາກ ໃຕ້. ບໍລິສັດໃຫ້ຄວາມສຳຄັນກັບ ການຮັກສາລາຄາໃຫ້ມີສະຖຽນລະ ພາບ ໂດຍຈະພິຈາລະນາປັບລາຄາ ຕາມສະພາບຕະຫລາດ ແລະ ຕົ້ນທຶນ ຢ່າງເໝາະສົມ, ພ້ອມທັງພະຍາຍາມ ຫລີກລ່ຽງການປັບລາຄາຂຶ້ນຢ່າງ ຮຸນແຮງ. ສຳລັບແຜນການໃນຕໍ່ໜ້າບໍລິ ສັດຈະພັດທະນາຕ່ອງໂສ້ການຜະ ລິດໃຫ້ຄົບວົງຈອນ ຕັ້ງແຕ່ພໍ່ພັນ-ແມ່ ພັນ, ລູກໄກ່, ໄກ່ສາວ ແລະ ອາຫານ ສັດ ຊຶ່ງການຜະລິດອາຫານສັດ ແມ່ນອີກແຜນງານສຳຄັນທີ່ບໍລິສັດ ກຳລັງພັດທະນາ ໂດຍມຸ່ງຫວັງສະ ໜອງອາຫານສັດທີ່ມີຄຸນນະພາບ ໃຫ້ຜູ້ລ້ຽງ ເພື່ອຫລຸດຕົ້ນທຶນ ແລະ ເພີ່ມປະສິດທິພາບໃນການລ້ຽງ; ເປົ້າໝາຍສຳຄັນຄືການຂະຫຍາຍ ການສະໜອງປັດໄຈການຜະລິດ ໃຫ້ຄວບຄຸມຫລາຍພື້ນທີ່ ເພື່ອໃຫ້ ປະຊາຊົນສາມາດລ້ຽງໄກ່ໄຂ່ໄດ້ ຢ່າງມີປະສິດທິພາບ, ມີຜົນຜະລິດດີ ແລະ ມີຕະຫລາດຮອງຮັບ. ຢ່າງໃດກໍຕາມ, ການພັດທະນາ ການຜະລິດໄຂ່ພາຍໃນ ບໍ່ພຽງແຕ່ ຊ່ວຍສ້າງແຫລ່ງອາຫານໃຫ້ຕະ ຫລາດແຕ່ຍັງຊ່ວຍສ້າງອາຊີບ, ເພີ່ມ ລາຍຮັບໃຫ້ຄອບຄົວ ແລະ ວາງ ຮາກຖານໃຫ້ຕ່ອງໂສ້ການຜະລິດ ສັດປີກພາຍໃນ ມີຄວາມໝັ້ນຄົງ ຫລາຍຂຶ້ນ. ສຳລັບຜູ້ທີ່ມີຄວາມສົນ ໃຈຢາກລ້ຽງໄກ່ໄຂ່ສາມາດສອບ ຖາມຂໍ້ມູນ ແລະ ຂໍຄຳປຶກສາໄດ້ນຳ ບໍລິສັດໂດຍກົງ ຫລື ສາມາດໂທໄດ້ ທີ່ເບີ 020 5585 8986. ຂ່າວ: ກິດຕາ ເລີ່ມຕົ້ນລວມທັງການດັດປັບການ ຮຽນ-ການສອນໃນຫ້ອງຮຽນແບບ ງ່າຍຂຶ້ນຕາມທີ່ໄດ້ແນະນຳໃນວິດີ ໂອຕອນ 14, ຄູຈະສາມາດສ້າງ ຄວາມແຕກຕ່າງໄດ້ດີຂຶ້ນ ໂດຍສະ ເພາະສຳລັບນັກຮຽນທີ່ມີຄວາມ ພິການ ແລະ ຄຳແນະນຳນີ້ຍັງເປັນ ປະໂຫຍດຕໍ່ທຸກໆຫ້ອງຮຽນ. ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວ ວ່າ: ການສຶກສາໃຫ້ທັກສະແກ່ເດັກ ທຸກຄົນລວມທັງເດັກທີ່ມີຄວາມພິ ການ, ເປັນທັກສະທີ່ເຂົາເຈົ້າຕ້ອງ ການເພື່ອສ້າງອະນາຄົດ. ເມື່ອຄູ ດັດປັບການສອນຂອງເຂົາເຈົ້າໃຫ້ ຕອບສະໜອງຄວາມຕ້ອງການໃນ ການຮຽນຮູ້ທີ່ແຕກຕ່າງກັນ, ເດັກ ທຸກຄົນຈະສາມາດມີໂອກາດປະ ກອບສ່ວນໄດ້ດີຂຶ້ນ, ປະສົບຜົນສໍາ ເລັດ ແລະ ເຕີບໃຫຍ່ດ້ານຄວາມຮູ້ ໃນຫ້ອງຮຽນທີ່ເຕັມໄປດ້ວຍການ ສະໜັບສະໜູນ. ວິດີໂອນີ້, ຍັງຈະ ຊ່ວຍໃຫ້ພໍ່ແມ່ຮູ້ຈັກສັງເກດລັກສະ ນະຂອງຄວາມຕ້ອງການໃນການ ຮຽນຮູ້ເພີ່ມຂອງລູກໄດ້ແລະ ສະໜັບ ສະໜູນການພັດທະນາດ້ານການ ຮຽນຂອງລູກໄດ້ດີຂຶ້ນຢູ່ເຮືອນ. ລັດຖະບານອົດສະຕຣາລີ ມີຄວາມ ພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກ ສາທິການ ແລະ ກິລາ ໃນການ ພັດທະນາສື່ທີ່ເປັນປະໂຫຍດທີ່ສາ ມາດແກ້ໄຂສິ່ງທ້າທາຍ, ເພື່ອເຮັດ ໃຫ້ໂຮງຮຽນ ແລະ ຊຸມຊົນຮ່ວມ ແຮງຮ່ວມໃຈກັນຫລາຍຂຶ້ນໃນ ການສົ່ງເສີມການຮຽນສຳລັບເດັກ ທຸກຄົນ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==