7342

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 14/08/2026 xtgmf]k; 7totz6h cmora d xx ]k; 1h P,1k, c]t gIa f;Pd16j l d6 [k ສານສະແດງຄວາມເສົ້າ...ົ້ ນາຍົກລັດຖະມົນຕີ...ົັົີ ລັດວິສາຫະກິດໄຟຟ້າລາວ...ັິິ້ ຄະນະຜູ້ແທນພັກ ປປ ລາວ...ູ້ັ ປະກອບຄໍາເຫັນ...ໍັ ຂປລ. ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການ ສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ ເດີນທາງໄປຢ້ຽມຢາມ ແລະ ເຂົ້າ ຮ່ວມກອງປະຊຸມສາກົນຂອງບັນດາ ພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນຢູ່ ສ ກູບາ ແຕ່ ວັນທີ 4-12 ສິງຫາ 2026. ໃນວັນທີ 8 ສິງຫາ 2026 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ມີແກນ ດີອັດຊ໌ ກາແນນ (Miguel Diaz Canel) ເລຂາທີໜຶ່ງ ຄະນະບໍລິ ຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດແຫ່ງສກູບາ. ໃນການພົບປະ, ສະຫາຍເລຂາທິ ການທີໜຶ່ງ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຝາກຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ຕີລາຄາສູງ ຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ໃນໄລ ຍະປັດຈຸບັນທີ່ ກູບາ ພົບຄວາມ ຫຍຸ້ງຍາກຖືເປັນການໃຫ້ກໍາລັງໃຈ ແລະ ສະໜັບສະໜູນ, ທັງເປັນການ ປະກອບສ່ວນສໍາຄັນໃນການເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ອັນ ເປັນມູນເຊື້ອຖານສະຫາຍອ້າຍນ້ອງ ລາວ-ກູບາ. ພ້ອມທັງແຈ້ງສະພາບ ຂອງ ສ ກູບາ ໃຫ້ຄະນະຜູ້ແທນພັກ ປະຊາຊົນປະຕິວັດລາວຊາບ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ນໍາເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄປຍັງ ສະຫາຍ ມີແກນ ດີອັດຊ໌ ກາແນນ ເລຂາທີໜຶ່ງ ພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ, ແຈ້ງຜົນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງສູນກາງ ພັກປະຊາຊົນປະຕິວັດລາວ, ມອບ ໂທລະ ເລກອວຍພອນວັນເກີດ ສະຫາຍ ຟີແດນ ກາດສະໂຕຣ ຣຸດຊ໌ ຄົບຮອບ 100 ປີ ຂອງຄະນະບໍລິ ຫານງານພັກປະຊາຊົນປະຕິວັດ ລາວ ໃຫ້ສະຫາຍເລຂາທີໜຶ່ງ ຄະນະ ແລະ ການພັດທະນາການຮ່ວມມືລະ ຫວ່າງ ລັດຖະສະພາ ຕະຫລອດໄປ. ໃນຊ່ວງເວລາທີ່ຍາກລຳບາກ ນີ້, ຂ້າພະເຈົ້າຂໍຝາກກຳລັງໃຈ ແລະ ຄວາມເປັນຫ່ວງເປັນໃຍຢ່າງສຸດຊຶ້ງ ຜ່ານທ່ານໄປຍັງຄອບຄົວ, ຍາດ ພີ່ນ້ອງ, ເພື່ອນມິດ, ເພື່ອນຮ່ວມງານ ແລະ ຜູ້ໃກ້ຊິດຂອງທ່ານຜູ້ນຳທີ່ໄດ້ ຈາກເຮົາໄປ. ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I ໃນວັນທີ 12 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະກຳ ມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ປະຕິບັດນະໂຍບາຍສົ່ງເສີມ ການລົງທຶນທີ່ເຂັ້ມແຂງ, ສີຂຽວ ແລະ ຍືນຍົງ ເປັນຕົ້ນພະລັງງານທົດ ແທນ, ກະສິກຳທີ່ຍືນຍົງ, ພື້ນຖານ ໂຄງລ່າງທີ່ໝັ້ນຄົງ ແລະ ການຜະ ລິດ-ປຸງແຕ່ງຕາມທິດສີຂຽວ-ຍືນ ຍົງ ແລະ ສາມາດປັບຕົວກັບການ ປ່ຽນແປງດິນຟ້າອາກາດ; ປະຕິ ບັດ 3 ວຽກບຸລິມະສິດ ຄື: ແກ້ໄຂ ການຂາດແຄນແຮງງານ, ສ້າງ ໃຫ້ແຮງງານມີທັກສະ ແລະ ມີລະ ບຽບວິໄນ. ພ້ອມນີ້, ໃຫ້ສືບຕໍ່ປັບປຸງສະພາບ ແວດລ້ອມການລົງທຶນໃຫ້ສະດວກ, ໂປ່ງໃສ, ສາມາດຄາດຄະເນໄດ້ ແລະ ມີຕົ້ນທຶນທີ່ສາມາດແຂ່ງຂັນ; ຫັນປ່ຽນຈາກດຶງດູດການລົງທຶນ ໄດ້ປະລິມານໄປສູ່ຄຸນນະພາບ, ສ້າງ ມູນຄ່າເພີ່ມ, ສ້າງວຽກເຮັດງານ ທຳ, ມີທັກສະ, ມີອາຊີບ, ຖ່າຍທອດ ເຕັກໂນໂລຊີນະວັດຕະກຳ, ປັນຍາ ປະດິດ ແລະ ຫັນໄປສູ່ດີຈິຕອນ; ສາ ມາດເຊື່ອມໂຍງທຸລະກິດພາຍໃນ ກັບຕ່າງປະເທດ; ປັບປຸງລະບຽບ ການ, ຂັ້ນຕອນ ແລະ ອຳນວຍ ຄວາມສະດວກໃຫ້ແກ່ການລົງທຶນ ໂດຍຫັນປ່ຽນຈາກຫລາຍຂອດສູ່ ຜ່ານປະຕູດຽວ; ປັບປຸງລະບຽບ ການ ແລະ ມາດຕະການທີ່ບໍ່ແມ່ນ ພາສີຕໍ່ສິນຄ້ານຳເຂົ້າ-ພື້ນຖານ ໂຄງລ່າງ ແລະ ການບໍລິການຂອງ ລັດ ເພື່ອຄວາມສາມາດແຂ່ງຂັນ ດ້ານໂລຈິສຕິກ ແລະ ການເຊື່ອມ ໂຍງ; ສຸມໃສ່ 8 ວຽກຈຸດສຸມທົ່ວໄປ ຄື: ຮັບປະກັນສິນເຊື່ອ ໂດຍມີຫລັກ ຊັບຄໍ້າປະກັນທີ່ຍືດຍຸນ; ຮັກສາສະ ຖຽນລະພາບເງິນຕາ; ຍົກລະດັບ ການບໍລິຫານປະຕູດຽວ ເພື່ອເຊື່ອມ ຂໍ້ມູນເຖິງປາຍທາງ; ພັດທະນາລະ ບົບຖານຂໍ້ມູນທີ່ດິນແບບດີຈິຕອນ (ຂັ້ນຕອນຮັບ, ຄົ້ນຄວ້າ, ອະນຸມັດ ທີ່ເປັນມາດຕະຖານສາກົນ, ມີກໍາ ນົດເວລາແຕ່ລະຂອດ, ຮັບປະກັນ ຄວາມປອດໄພ, ບໍ່ໃຫ້ມີຜົນກະທົບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ); ພັດທະນາການຈົດທະບຽນທີ່ສະ ດວກ ແລະ ງ່າຍດາຍ, ແກ້ໄຂການ ຄ້າ-ການດຳເນີນທຸລະກິດນອກ ໂອກາດນີ້, ທ່ານ ອາຄົມເດດ ວົງໄຊ ປະທານສະພາບໍລິຫານລັດ ວິສາຫະກິດໄຟຟ້າລາວ ໄດ້ຕີລາຄາ ຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2026 ໂດຍສະເພາະ ວຽກຄຸ້ມຄອງລະບົບສົ່ງ ແລະ ລະ ບົບຈໍາໜ່າຍມາຮອດປັດຈຸບັນແຫລ່ງ ຜະລິດທີ່ສົ່ງໄຟເຂົ້າລະບົບຂອງ ໄຟຟ້າລາວ ມີທັງໝົດ 110 ແຫລ່ງ, ລວມກໍາລັງຕິດຕັ້ງ 5.075 MW, ຜະລິດຕົວຈິງສູງສຸດ 2.674 MW, ມີສະຖານີໄຟຟ້າແຮງສູງ 86 ແຫ່ງ, ລວມກໍາລັງຕິດຕັ້ງທັງໝົດ 9.236 MV, ມີລະບົບສາຍສົ່ງແຮງສູງ ແລະ ຕາຂ່າຍແຮງກາງ, ຕໍ່າລວມ ກັນທັງໝົດ 76.474 km/ວົງຈອນ ແລະ ມີຈໍານວນໝໍ້ນັບໄຟ ຫລື ລູກຄ້າທີ່ຢູ່ໃນການຄຸ້ມຄອງຂອງ ໄຟຟ້າລາວ 1.860.889 ໜ່ວຍ, ເພີ່ມຂຶ້ນຈາກທ້າຍປີ 2025 ປະ ມານ 1,36%. ໂຄງການເຂື່ອນ ໄຟຟ້າພະລັງງານນໍ້າທີ່ໄຟຟ້າລາວ ຄຸ້ມຄອງ ແລະ ດໍາເນີນການຜະລິດ ປັດຈຸບັນມີ 3 ໂຄງການຄື: ໂຄງ ການເຂື່ອນໄຟຟ້ານໍ້າງື່ມ 4; ເຂື່ອນ ໄຟຟ້ານໍ້າເປີນ 1 ແລະ ເຂື່ອນໄຟຟ້າ ນໍ້າກາບ ລວມກໍາລັງຕິດຕັ້ງທັງໝົດ 279 MW, ໃນ 6 ເດືອນຕົ້ນ ປີ 2026 ທັງ 3 ໂຄງການສາມາດ ດໍາເນີນການຜະລິດລວມກັນໄດ້ 145 GWh. ສຳລັບໂຄງການເຂື່ອນໄຟຟ້າທີ່ ກໍາລັງຈັດຕັ້ງປະຕິບັດແຫລ່ງຜະລິດ ທີ່ເປັນໂຄງການຂອງໄຟຟ້າລາວ ມີ 2 ໂຄງການລວມກໍາລັງຕິດຕັ້ງ 510 MW ຄື: ໂຄງການກໍ່ສ້າງເຂື່ອນ ໄຟຟ້າ ນໍ້າງື່ມ 3 ມີກໍາລັງຕິດຕັ້ງ 480 MW ຄວາມຄືບໜ້າການກໍ່ ສ້າງປະຕິບັດໄດ້ 96,56%(ມີແຜນ ຈະທົດລອງແລ່ນຈັກ 1 ໜ່ວຍ ປັດຈຸ ບັນເລັ່ງສືບຕໍ່ໂຄງການຄາດຄະເນ ສໍາເລັດ COD (ການກໍານົດມື້ ເລີ່ມຕົ້ນການຜະລິດໄຟຟ້າຢ່າງ ເປັນທາງການ). ໃນເດືອນ 11 ປີ 2026 ແລະ COD ເປັນທາງການ ປີ 2027). ສ່ວນໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າຫີນບູນ ມີກໍາລັງຕິດ ຕັ້ງ 30 MW ປັດຈຸບັນຢູ່ຂັ້ນຕອນ ສືບຕໍ່ເຮັດວຽກຄັດເລືອກທີ່ປຶກສາ ເພື່ອປະເມີນຄືນມູນຄ່າກໍ່ສ້າງ ແລະ ຄົ້ນຄວ້າ, ລະດົມຄໍາເຫັນຈາກພາກ ສ່ວນກ່ຽວຂ້ອງຕໍ່ຮ່າງມະຕິດັ່ງກ່າວ ເພື່ອໃຫ້ມີເນື້ອໃນຮອບດ້ານ, ຊັດ ເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດນໍາໄປປະຕິບັດໃຫ້ເກີດ ຜົນເປັນຮູບປະທໍາ. ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໃຫ້ທີ່ປະຊຸມສຸມໃສ່ການ ວິເຄາະສະພາບຕົວຈິງ, ບັນຫາຄົງ ຄ້າງ, ຂໍ້ຈໍາກັດ ແລະ ທ່າແຮງຂອງ ບັນດາພາກສ່ວນເສດຖະກິດ ເພື່ອ ສະເໜີແນວທາງ ແລະ ມາດຕະ ການທີ່ເໝາະສົມ, ພ້ອມທັງເນັ້ນໃຫ້ ສົ່ງເສີມການຜະລິດ, ການລົງທຶນ, ການຄ້າ, ການບໍລິການ, ວິສາຫະ ກິດພາຍໃນ ແລະ ການນໍາໃຊ້ທຶນ ຮອນພາຍໃນໃຫ້ເກີດປະໂຫຍດ ສູງສຸດ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ປະກອບຄໍາເຫັນ ໂດຍໄດ້ສະເໜີ ຫລາຍບັນຫາສໍາຄັນທັງດ້ານກົນໄກ ແລະ ນະໂຍບາຍ, ການສ້າງສະພາບ ແວດລ້ອມທາງທຸລະກິດ, ການພັດ ທະນາທຸລະກິດຂະໜາດນ້ອຍ ແລະ ກາງ ຫລື SMEs, ການຍົກສູງຂີດ ຄວາມສາມາດໃນການແຂ່ງຂັນ, ການນໍາໃຊ້ວິທະຍາສາດ-ເຕັກໂນ ໂລຊີ ແລະ ການພັດທະນາຊັບພະ ຍາກອນມະນຸດ ຊຶ່ງກອງປະຊຸມເຫັນ ດີເປັນເອກະພາບວ່າ: ການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ຕ້ອງສຸມໃສ່ການສ້າງຖານການ ຜະລິດພາຍໃນໃຫ້ເຂັ້ມແຂງ, ສ້າງ ສິນຄ້າທີ່ມີຄຸນນະພາບ, ຫລຸດຜ່ອນ ການເພິ່ງພາຈາກພາຍນອກ ແລະ ເພີ່ມທ່າແຮງການແຂ່ງຂັນ. ພ້ອມ ກັນນັ້ນ, ຕ້ອງສືບຕໍ່ເປີດກວ້າງ ແລະ ສົ່ງເສີມການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຂ່າວ: ຂ່າວສານ ອຄ ໃນທົ່ວໂລກ ເຂົ້າຮ່ວມຫລາຍກວ່າ 48 ພັກການເມືອງ. ລະບົບຕາມກົດໝາຍຢ່າງເຂັ້ມງວດສະເໝີພາບ; ສ້າງຖານຂໍ້ມູນ ແລະ ແຜນງານພັດທະນາຜູ້ສະໜອງ ພາຍໃນ ແລະ ກົນໄກຈັບຄູ່ທຸລະກິດ; ສ້າງ-ຍົກລະດັບກົນໄກຕິດຕາມ, ກວດກາ, ຊ່ວຍເຫລືອນັກລົງທຶນ ພາຍຫລັງອະນຸມັດໂຄງການແລ້ວ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງຄະນະສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນແຕ່ລະຂັ້ນໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນຫລາຍຂຶ້ນ. ຂໍ້ມູນ-ພາບ: ກົມປະຊາສຳພັນ ຫສນຍ. ໃ ນກອ ງ ປ ະ ຊຸມສ ຳມ ະ ນ າ ສາກົນ, ສະຫາຍ ບຸນເຫລືອ ພັນດານຸ ວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ພັກກອມມູນິດກູບາ ທີ່ ໄດ້ຈັດກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນໃນຄັ້ງນີ້ ເຖິງວ່າ ສະພາບພາຍໃນມີຄວາມຫຍຸ້ງຍາກ ຫລາຍດ້ານ, ພ້ອມທັງປະກອບ ຄຳເຫັນ ໂດຍສະແດງຄວາມ ເຫັນອົກເຫັນໃຈຕໍ່ກູບາ ພາຍໃຕ້ ສະພາບການທີ່ຫຍຸ້ງຍາກ ແລະ ສະແດງຄວາມຊົມເຊີຍຕໍ່ປະຊາຊົນ ກູບາ ໃນການເດັດດ່ຽວຍຶດໝັ້ນ ເສັ້ນທາງການພັດທະນາຂອງຕົນ ທັງສະແດງຄວາມເຊື່ອໝັ້ນວ່າມູນ ເຊື້ອການຕໍ່ສູ້ອັນບໍ່ຍອມຈຳນົນບວກ ກັບການສະໜັບສະໜູນ, ຄວາມ ສາມັກຄີຂອງບັນດາພັກກອມມູນິດ, ກຳມະກອນ ແລະ ປະຊາຊາດທີ່ຮັກ ຫອມສັນຕິພາບ ພັກ-ລັດຖະບານ ແລະ ປະຊາຊົນກູບາ ຈະສາມາດ ຜ່ານຜ່າທຸກອຸປະສັກ ແລະ ສິ່ງ ທ້າທາຍຕ່າງໆໃນການປົກປ້ອງ ແລະ ເສີມຂະຫຍາຍໝາກຜົນຂອງ ການປະຕິວັດ, ຍາດເອົາຜົນສຳເລັດ ໃໝ່ໃນການສ້າງສາພັດທະນາປະ ເທດຊາດ. ກອງປະຊຸມສາກົນຂອງບັນດາ ພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ໝາກ ຜົນຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ ທີ່ຍາດ ມາໄດ້ໃນໄລຍະຜ່ານມາ ພ້ອມທັງ ຢືນຢັນວ່າ ພັກປະຊາຊົນປະຕິວັດ ລາວ ຈະສືບຕໍ່ປະສານສົມທົບຢ່າງ ຕັ້ງໜ້າກັບບັນດາພັກກອມມູນິດ, ກໍາມະກອນ ແລະ ຂະບວນການທີ່ ກ້າວໜ້າໃນທົ່ວໂລກ, ເຊື່ອໝັ້ນວ່າ ໄຊຊະນະຂອງພາລະກິດສ້າງສາ ສັງຄົມນິຍົມບໍ່ສາມາດແຍກອອກ ຈາກຄວາມສາມັກຄີ ແລະ ການ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງບັນດາພັກອ້າຍນ້ອງໄດ້; ພັກ ປປ ລາວ ຍິນດີທີ່ຈະສືບຕໍ່ ເພີ່ມທະວີການຮ່ວມມືກັບບັນດາ ພັກກອມມູນິດ ແລະ ກຳມະກອນ ສາກົນ ໂດຍສະເພາະການເພີ່ມທະ ວີການແລກປ່ຽນບົດຮຽນທາງ ດ້ານທິດສະດີ ແລະ ພຶດຕິກຳ ໃນ ການສ້າງສາສັງຄົມນິຍົມໃຫ້ສອດ ຄ່ອງກັບຈຸດພິເສດຂອງແຕ່ລະ ປະເທດ, ຮ່ວມກັນຕໍ່ສູ້ຕ້ານລັດທິ ຈັກກະພັດ, ການກົດຂີ່ຂູດຮີດ ແລະ ການແຊກແຊງວຽກງານພາຍໃນ ຈາກກຳລັງປໍລະປັກ ແລະ ສະໜັບ ສະໜູນທຸກຄວາມພະຍາຍາມເພື່ອ ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ບໍລິຫານງານສູນກາງພັກກອມມູນິດ ກູບາ ແລະ ໄດ້ແຈ້ງໂດຍຫຍໍ້ສະພາບ ພົ້ນເດັ່ນຂອງ ສປປ ລາວ ໃຫ້ພັກ ກອມມູນິດກູບາ ຊາບ. ການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ ສາຍພົວພັນ ແລະ ການຮ່ວມມືທີ່ມີ ມູນເຊື້ອອັນດີງາມລະຫວ່າງ ລາວ ແລະ ກູບາ ສືບຕໍ່ໄດ້ຮັບການເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ເຮັດໃຫ້ການພົວພັນທາງດ້ານການ ເມືອງມີຄວາມໜັກແໜ້ນ, ມີຄວາມ ເຂົ້າອົກເຂົ້າໃຈກັນດີ ແລະ ສະໜັບ ສະໜູນເຊິ່ງກັນ ແລະ ກັນ ທັງໃນ ເວທີພາກພື້ນ ແລະ ສາກົນ; ການ ພົວພັນຮ່ວມມືຂອງບັນດາຂະແໜງ ການຂອງສອງປະເທດ ໄດ້ຮັບການ ເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ມີ ໝາກຜົນນໍາເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດ ຢ່າງແທ້ຈິງ. ນອກຈາກເຂົ້າຢ້ຽມຂໍ່ານັບການ ນໍາຂັ້ນສູງຂອງພັກກອມມູນິດກູບາ, ສະຫາຍ ບຸນເຫລືອ ພັນດານຸວົງ ຍັງ ໄດ້ພົບປະກັບສະຫາຍ ເອມີລິໂອ ຣັດ ມິຣ ໂລຊາດາ ກາຣເຊຍ ກໍາມະການ ສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກກອມມູນິດ ກູບາ. ສອງຝ່າຍໄດ້ຕີລາຄາສູງ ແລະ ປິຕິຍິນດີຕໍ່ການພົວພັນຮ່ວມມື ລະຫວ່າງສອງຄະນະພົວພັນຕ່າງ ປະເທດສູນກາງພັກ, ປຶກສາຫາລື ແລະ ແລກປ່ຽນທັດສະນະຕໍ່ບັນຫາ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີ ຄວາມສົນໃຈ ແລະ ເປັນເອກະພາບ ກັນ ໃນການສືບຕໍ່ພົວພັນ ແລະ ຮ່ວມມືກັນຢ່າງໃກ້ຊິດ ເພື່ອເຮັດໜ້າ ທີ່ເປັນເສນາທິການໃຫ້ແກ່ສອງພັກສອງລັດ ມີຄວາມເຂັ້ມແຂງ ແລະ ມີ ປະສິດທິຜົນສູງຂຶ້ນກ່ອນເກົ່າ. ຂອງສັງຄົມໃນທົ່ວໂລກ. ການເຄື່ອນໄຫວຂອງຄະນະຜູ້ ແທນພັກ ປປ ລາວ ໃນຄັ້ງນີ້, ໄດ້ຮັບ ຜົນສຳເລັດຢ່າງຈົບງາມນອກຈາກ ຈະເປັນການຊຸກຍູ້ສັນຕິພາບ, ສະ ຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງບັນດາປະເທດ ໃນໂລກ, ຍັງເປັນການໃຫ້ກຳລັງ ໃຈທັງເປັນການປະກອບສ່ວນສຳ ຄັນໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມື ອັນເປັນມູນເຊື້ອລາວ-ກູບາ ກໍຄື ການຮັດແໜ້ນການພົວພັນຮ່ວມມື ລະຫວ່າງພັກປະຊາຊົນປະຕິວັດ ລາວກັບບັນດາພັກການເມືອງໃຫ້ ກວ້າງຂວາງຂຶ້ນກວ່າເກົ່າ. ສັນຫາຜູ້ພັດທະນາໃໝ່ ມາສືບຕໍ່ພັດ ທະນາໂຄງການໃຫ້ສໍາເລັດ. ນອກຈາກນີ້, ໄຟຟ້າລາວ ໄດ້ສືບ ຕໍ່ດໍາເນີນໂຄງການກໍ່ສ້າງສາຍສົ່ງສະຖານີໄຟຟ້າທັງໝົດ 4 ໂຄງການ ທີ່ກໍາລັງຈັດຕັ້ງປະຕິບັດຢູ່. ໃນນັ້ນ, ໂຄງການ 500/230 kV ອ້ອມນະ ຄອນຫລວງ ມາຮອດປັດຈຸບັນຄືບ ໜ້າ 92% ໂດຍໄດ້ສໍາເລັດໜ້າວຽກ ກໍ່ສ້າງສາຍສົ່ງຊ່ວງວຽງແກ້ວໂຄກສະອາດ, ນາຊາຍທອງ-ວຽງ ແກ້ວ ປັດຈຸບັນພວມເລັ່ງດໍາເນີນ ແຜນກໍ່ສ້າງຊ່ວງໂຄກສະອາດ-ດົງ ໂພສີ ໃຫ້ສໍາເລັດໃນທ້າຍປີ 2026 ເພື່ອເພີ່ມຄວາມສາມາດໃນການ ຮັບພະລັງງານຈາກແຫລ່ງຜະລິດ ທາງພາກເໜືອ ມາສະໜອງໄຟໃນ ເຂດນະຄອນຫລວງວຽງຈັນ ໃຫ້ມີ ຄວາມຮັບປະກັນຂຶ້ນ. ທ່ານ ອາຄົມເດດ ວົງໄຊ ຍັງໃຫ້ ຮູ້ອີກວ່າ: ໃນ 6 ເດືອນຕົ້ນປີ 2026 ໄຟຟ້າລາວ ມີການຮັບຊື້ພະລັງງານ ຈາກແຫລ່ງຜະລິດທັງໝົດ (ລວມ ທັງນໍາເຂົ້າ ແລະ ຜະລິດເອງ) ເທົ່າກັບ 9.089 GWh ທຽບໃສ່ ແຜນການປະຕິບັດໄດ້ 106,62%, ສາມາດຈຳໜ່າຍພະລັງງານໄຟຟ້າ ພາຍໃນ ແລະ ສົ່ງອອກຕ່າງປະເທດ 8.246 GWh, ທຽບໃສ່ແຜນການ ປະຕິບັດໄດ້ 102,90%.

RkJQdWJsaXNoZXIy MTc3MTYxMQ==