7341

13/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຜູ້ປະຈຳການຄະນະເລຂາ...ູ້ ສື່ມວນຊົນລາວ...ື່ົ ຫາລືສົ່ງເສີມ...ືົ່ີ ປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ. ສະຫາຍ ເຈີ່ນ ເກີມ ຕູ໊ ພ້ອມ ດ້ວຍຄະນະໄດ້ຮ່ວມວາງພວງມາ ລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະ ນຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ການອຸທິດເຫື່ອແຮງຂອງ ສະຫາຍ ໄຊສົມພອນ ພົມວິຫານ ຕໍ່ ກໍາມະການປົກຄອງນະຄອນຫລວງ ວຽງຈັນ, ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການສະຫລຸບຕີລາຄາສະພາບການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າ; ຜົນການປະເມີນ ການຈັດຕັ້ງປະຕິບັດດຳລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ແລະ ການປະກອບຄຳເຫັນ ຂອງຂະແໜງການກ່ຽວຂ້ອງຂອງ ສູນກາງ, ບັນດາແຂວງ ແລະ ຕາງ ໜ້າພາກທຸລະກິດຕໍ່ວຽກງານທີ່ຕິດ ພັນກັບການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວວ່າ: ໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ຕີລາຄາສູງ ຕໍ່ບົດບາດຂອງການລົງທຶນພາກ ເອກະຊົນພາຍໃນ ແລະ ຕ່າງປະ ເທດ ຊຶ່ງນັບແຕ່ລັດຖະບານໄດ້ເປີດ ກວ້າງຕໍ່ການລົງທຶນຂອງພາກ ເອກະຊົນພາຍໃນ ແລະ ຕ່າງປະ ເທດ, ລັດຖະບານໄດ້ມີການປັບປຸງ ນິຕິກຳ ແລະ ນະໂຍບາຍ ເພື່ອໃຫ້ ສອດຄ່ອງກັບເງື່ອນໄຂ ແລະ ຄວາມ ຮຽກຮ້ອງຕ້ອງການຂອງການ ພັດທະນາໃນແຕ່ລະໄລຍະ ເພື່ອ ແນໃສ່ເຮັດໃຫ້ການລົງທຶນຂອງ ພາກເອກະຊົນປະກອບດ້ານວິຊາ ການ ແລະ ແຫລ່ງທຶນສຳຄັນ ແລະ ສາມາດດຶງດູດການລົງທຶນ ໄດ້ຢ່າງ ຕໍ່ເນື່ອງເພື່ອປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ. ການລົງທຶນ ເອກະຊົນພາຍໃນ ແລະ ຕ່າງປະ ເທດນັບແຕ່ປີ 1989 ຮອດປັດຈຸບັນ ບັນລຸ 5.394 ໂຄງການ, ມູນຄ່າ 65,5 ຕື້ໂດລາສະຫະລັດ. ໃນນັ້ນ, ການລົງທຶນພາຍໃນສະເພາະໃນ ກິດຈະການຄວບຄຸມ ແລະ ສໍາປະ ທານ ກວມເອົາປະມານ 23%ຂອງ ການອະນຸມັດການລົງທຶນທັງໝົດ. ຜູ້ ລົງທຶນຕ່າງປະເທດທີ່ເຂົ້າມາລົງທຶນ ຫລາຍກວ່າໝູ່ແມ່ນມາຈາກ ສປ ຈີນ (970 ໂຄງການ ມູນຄ່າ 15 ຕື້ໂດລາສະຫະລັດ), ຮອງລົງມາ ສສ ຫວຽດນາມ (441 ໂຄງການ ມູນຄ່າ 12,7 ຕື້ ໂດລາສະຫະລັດ) ແລະ ລາຊະອານາຈັກໄທ (686 ໂຄງການມູນຄ່າ 6,9 ຕື້ໂດລາສະ ຫະລັດ). ສະເພາະໃນ 7 ເດືອນ ຕົ້ນປີ 2026 ໄດ້ອະນຸມັດການ ລົງທຶນໃນກິດຈະການສໍາປະທານ ແລະ ບັນຊີກິດຈະການຄວບຄຸມ ທັງ ໝົດ 34 ໂຄງການ ມູນຄ່າ 8,5 ຕື້ ໂດລາສະຫະລັດ ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2025 ເຫັນວ່າ ເພີ່ມຂຶ້ນ 68% ແລະ ການນໍາເຂົ້າ ກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ. ທ່ານ ສີສັນ ປອງນະທີ ກຳມະ ການບໍລິຫານງານພັກກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ເລຂາ ໜ່ວຍພັກຮາກຖານ, ຮອງຜູ້ອຳ ນວຍການໃຫຍ່ບໍລິສັດ ດາວທຽມ ລາວ, ຮອງປະທານກຳມະທິການ ສົ່ງເສີມການຮ່ວມມືທຸລະກິດລາວຈີນ ປະຈຳສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ໄດ້ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວວ່າ: ວັນສື່ມວນຊົນ ລາວ ເປັນວັນທີ່ມີຄວາມໝາຍ ຄວາມສໍາຄັນທາງປະຫວັດສາດ ຫລາຍເພາະເປັນໂອກາດໃຫ້ພວກ ເຮົາໄດ້ທົບທວນຄືນເຖິງບົດບາດ, ຜົນງານ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານສື່ມວນ ຊົນລາວຕະຫລອດໄລຍະເວລາທີ່ ຜ່ານມາ. ໃນໄລຍະຜ່ານມາ, ສື່ມວນ ຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຈາກ ຮູບແບບການນໍາໃຊ້ສື່ດັ່ງເດີມເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບ ໄດ້ພັດທະນາໄປສູ່ສື່ດີຈິຕອນ, ເວັບ ໄຊ ແລະ ແພດຟອມອອນລາຍ ຕ່າງໆ. ການປ່ຽນແປງນີ້ ໄດ້ຊ່ວຍ ໃຫ້ຂໍ້ມູນ-ຂ່າວສານສາມາດເຂົ້າ ເຖິງປະຊາຊົນລາວບັນດາເຜົ່າໄດ້ ຢ່າງວ່ອງໄວ ແລະ ກວ້າງຂວາງ ຫລາຍກວ່າໃນອະດີດ. ອີກດ້ານ ໜຶ່ງ, ສື່ມວນຊົນລາວ ຍັງມີບົດບາດ ໃນການເຜີຍແຜ່ຂໍ້ມູນຂ່າວສານ, ໃຫ້ ຄວາມຮູ້, ສ້າງຄວາມເຂົ້າໃຈໃຫ້ ແກ່ສັງຄົມ ແລະ ສະທ້ອນບັນຫາ ຕ່າງໆທີ່ປະຊາຊົນມີຄວາມສົນໃຈ. ພ້ອມກັນນັ້ນ, ການພັດທະນາດ້ານ ທຶນຕົວຈິງບັນລຸ 1 ຕື້ກວ່າໂດລາ ສະຫະລັດ. ທ່ານ ສອນໄຊ ສີພັນດອນ ໄດ້ ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ຄື: ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I ໄດ້ໄຂຂຶ້ນໃນໄລຍະທີ່ທຸກພາກສ່ວນ ກຳລັງອອກແຮງແຂ່ງຂັນສ້າງຜົນ ງານ ແລະ ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ ພາຍໃຕ້ຄໍາ ຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຊຶ່ງເປັນການຜັນ ຂະຫຍາຍໂຄງການການເມືອງຄັ້ງ ທີ III ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໃນຕໍ່ໜ້າ, ໃຫ້ ພ້ອມກັນບຸກທະລຸທາງດ້ານຈິນຕະ ນາການໃໝ່ ເພື່ອສ້າງການຫັນ ປ່ຽນໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃຫ້ວ່ອງໄວ, ທັນການ ແລະ ຮັບປະກັນດ້ານ ຄຸນນະພາບ, ຄວາມໂປ່ງໃສ ແລະ ເປັນມືອາຊີບ; ໃຫ້ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການຫັນເປັນທັນສະໄໝ; ຍົກສູງວຽກງານກວດກາ ແລະ ຄຸ້ມ ຄອງບັນດາໂຄງການສຳປະທານ ທີ່ໄດ້ຮັບການອະນຸມັດໃນໄລຍະ ຜ່ານມາ ກໍຄື ບັນດາໂຄງການໃໝ່ ທີ່ຈະມີການອະນຸມັດໃນຕໍ່ໜ້າໃຫ້ມີ ຄວາມຮັດກຸມ, ລະອຽດ ແລະ ຈະ ແຈ້ງບົນພື້ນຖານຂອງນິຕິກຳ, ກົດ ໝາຍ ແລະ ລະບຽບການ; ເດັດ ຂາດແກ້ໄຂບັນຫາປະກົດການຫຍໍ້ ທໍ້ໃນຂະແໜງການລົງທຶນຢ່າງແທ້ ຈິງ, ໃຫ້ມີມາດຕະການນັບມື້ເຂັ້ມ ງວດຮັດກຸມ, ຫລາຍພາກສ່ວນໃນ ສັງຄົມມີສ່ວນຮ່ວມ, ນຳໃຊ້ເຄື່ອງມື ທັນສະໄໝ, ເຄັ່ງຄັດປະຕິບັດວິໄນ ຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍ ຜູ້ມີຜົນງານທັງພາກສ່ວນລັດ ແລະ ພາກສ່ວນທຸລະກິດກອງປະຊຸມໄດ້ ຮັບຮອງເອົາບັນຫາສໍາຄັນຂອງ ວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ດ້ວຍຄວາມເປັນເອກະ ພາບສູງ ໂດຍມອບໃຫ້ທຸກກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງນະຄອນຫລວງແຂວງ ສືບຕໍ່ຈັດຕັ້ງພາລະບົດບາດ ຂອງຕົນໃນການຍູ້ແຮງການລົງ ທຶນຂອງພາກເອກະຊົນໃຫ້ບັນລຸ 409.470 ຕື້ກີບ ຫລື ເທົ່າກັບ 64,4% ຂອງການລົງທຶນທັງໝົດ ຕາມຄາດໝາຍຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ການ ພັດທະນາຕ້ອງນຳໃຊ້ທ່າແຮງບົ່ມ ຊ້ອນທາງດ້ານຊັບພະຍາກອນທີ່ມີ ຂອງປະເທດໃຫ້ເກີດຜົນປະໂຫຍດ ສູງສຸດຕາມທິດຍືນຍົງ-ສີຂຽວ ດ້ວຍ ການຊຸກຍູ້ສົ່ງເສີມຄົ້ນຄວ້າການ ໃຫ້ນະໂຍບາຍ ແລະ ສ້າງກົນໄກທີ່ ເອື້ອອໍານວຍໃຫ້ມີການພັດທະນາ ຂອງບັນດາຫົວໜ່ວຍທຸລະກິດຂອງ ພາຍໃນ ໃຫ້ສາມາດແຂ່ງຂັນໄດ້ ໂດຍສອດຄ່ອງກັບທິດທາງການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ. ເລັ່ງປັບປຸງກົດໝາຍ ສົ່ງເສີມການລົງທຶນ ສະບັບປີ 2024 ເພື່ອໃຫ້ສອດຄ່ອງກັບການປັບປຸງ ກົງຈັກການຈັດຕັ້ງ ແລະ ກົນໄກ ໃນໄລຍະໃໝ່ ຕິດພັນກັບພາລະ ບົດບາດຂອງຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ, ພ້ອມທັງປັບປຸງບັນດາກົດໝາຍທີ່ ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງ ແລະ ກົມກຽວກັບນະໂຍບາຍເອກະພາບ ໃນການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນຢູ່ ສປປ ລາວ. ກອງປະຊຸມ ເອກະພາບຕໍ່ກັບຜົນການປະເມີນ ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ແລະ ເຫັນດີໃຫ້ສະເໜີປັບປຸງ ດຳລັດ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ເພື່ອ ໃຫ້ກົງຈັກດ້ານລັດໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນສອດຄ່ອງກັບ ກົງຈັກດ້ານພັກ, ສາມາດຕອບສະ ໜອງໄດ້ຄວາມຮຽກຮ້ອງຕ້ອງ ການຂອງການປະຕິບັດໜ້າທີ່ການ ເມືອງໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຢ່າງມີປະສິດ ທິພາບ; ໃຫ້ຄະນະກໍາມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ເປັນ ໃຈກາງໃນການປະສານສົມທົບກັບ ບັນດາພາກສ່ວນກ່ຽວຂ້ອງໃນການ ປັບປຸງກົນໄກການຄົ້ນຄວ້າ ແລະ ພິຈາລະນາອະນຸມັດການລົງທຶນ ໂດຍສະເພາະໃນກິດຈະການຄວບ ຄຸມ ແລະ ກິດຈະການສຳປະທານ ໃຫ້ມີການຫັນປ່ຽນໃໝ່ ແລະ ຫັນ ເປັນທັນສະໄໝຢ່າງເປັນຮູບປະທຳ ໂດຍເພີ່ມທະວີຄວມສະດວກ, ຄວາມ ວ່ອງໄວ ແລະ ຄວາມໂປ່ງໃສ ເພື່ອ ຄັດເລືອກເອົາຜູ້ລົງທຶນທີ່ມີຄຸນນະ ພາບ, ມີຄວາມພ້ອມທາງດ້ານທຶນ ຮອນ, ປະສົບການ ແລະ ເຕັກນິກ ວິຊາການເຂົ້າມາລົງທຶນ; ໃຫ້ລວມ ສູນວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂອງພາກເອກະຊົນ ໂດຍສະເພາະກິດຈະການຄວບຄຸມ ແລະ ສຳປະທານ ແລະ ການເຊັນບົດ ບັນທຶກຄວາມເຂົ້າໃຈ ແລະ ສັນຍາ ລົງທຶນຢູ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສູນກາງ, ນະຄອນຫລວງ ແລະ ບັນດາແຂວງ ຕາມທິດຊີ້ນຳຂອງລັດຖະບານ ຕາມ ແຈ້ງການຂອງຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ສະບັບ ເລກທີ 564/ຫສນຍ, ລົງວັນທີ 5 ພຶດສະພາ 2026. ຄະນະກຳມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ຕ້ອງເພີ່ມທະວີບົດບາດ ໃນການເປັນເສນາທິການທີ່ເປັນມື ອາຊີບໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ພາຍ ຫລັງອະນຸມັດການລົງທຶນແລ້ວ ບັນດາຂະແໜງການກ່ຽວຂ້ອງຕ້ອງ ເພີ່ມທະວີບົດບາດໃນການອະນຸມັດ ແລະ ຄຸ້ມຄອງດ້ານເຕັກນິກຕາມ ພາລະບົດບາດ ແລະ ລະບຽບການ ຂອງຕົນ. ພາລະກິດຂອງພັກ, ລັດ ແລະ ປະ ເທດຊາດ, ທັງເປັນການສະແດງ ເຖິງນ້ຳໃຈອາໄລອາວອນ, ຄວາມ ເຄົາລົບ ແລະ ຄວາມຜູກພັນອັນ ແໜ້ນແຟ້ນຂອງພັກ, ລັດ ແລະ ປະ ຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວຕໍ່ການຈາກໄປ ຂອງຜູ້ນຳທີ່ສຳຄັນຂອງ ສປປ ລາວ. ສະຫາຍ ໄຊສົມພອນ ພົມວິຫານ ເປັນຜູ້ນຳທີ່ມີບົດບາດສຳຄັນໃນ ພາລະກິດການນຳພາຂອງພັກ ແລະ ລັດ ໂດຍສະເພາະໃນຖານະກຳມະ ການກົມການເມືອງສູນກາງພັກ ແລະ ປະທານສະພາແຫ່ງຊາດ. ຕະຫລອດໄລຍະການດຳລົງຕຳ ແໜ່ງ, ສະຫາຍໄດ້ອຸທິດກຳລັງ ແຮງ ແລະ ສະຕິປັນຍາເຂົ້າໃນ ການປະຕິບັດພາລະໜ້າທີ່ຢ່າງມີຜົນ ສຳເລັດ ແລະ ເປັນຮູບປະທຳ. ສຳລັບພິທີສົ່ງສະການຢ່າງເປັນ ທາງການຈະໄດ້ຈັດຂຶ້ນໃນຕອນ ບ່າຍວັນທີ 12 ສິງຫາ 2026 ຢູ່ ສະໜາມຫລວງ ນະຄອນຫລວງ ວຽງຈັນ. ຂ່າວ: ທະນູທອງ ພາບ: ຂັນໄຊ, ເກດສະໜາ ເຕັກໂນໂລຊີ ໄດ້ເຮັດໃຫ້ນັກຂ່າວ ແລະ ຜູ້ຜະລິດເນື້ອຫາມີໂອກາດ ນໍາສະເໜີຂໍ້ມູນໃນຮູບແບບໃໝ່ໆ ຂ່າວສານໄດ້ຫລາຍຂຶ້ນ ແລະ ເຂົ້າ ເຖິງກຸ່ມຜູ້ຮັບຂໍ້ມູນ. ແນວໃດກໍຕາມ, ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ ທາງດ້ານຮູບແບບ, ເຕັກໂນໂລຊີ, ຄວາມຫລາກຫລາຍ ແລະ ຄວາມ ໄວໃນການນໍາສະເໜີຂ່າວສານ. ດັ່ງນັ້ນ, ວັນສື່ມວນຊົນລາວ ຈຶ່ງບໍ່ ຄວນເປັນພຽງວັນແຫ່ງການລະ ນຶກ ເຖິງຜົນງານໃນອະດີດ, ແຕ່ຄວນເປັນ ໂອກາດໃນການກຳນົດທິດທາງໃໝ່ ເພື່ອໃຫ້ສື່ມວນຊົນລາວສາມາດກ້າວ ທັນກັບຍຸກດີຈິຕອນ ແລະ ມີບົດບາດ ທີ່ສ້າງສັນຕໍ່ສັງຄົມຫລາຍຍິ່ງຂຶ້ນ. ທ່ານ ສີສັນ ປອງນະທີ ໄດ້ກ່າວ ຕື່ມວ່າ: ຖ້າທຽບກັບເມື່ອກ່ອນ, ສື່ ມວນຊົນລາວ ໃນປັດຈຸບັນແມ່ນໄດ້ ມີການພັດທະນາຂຶ້ນຫລາຍທັງດ້ານ ເຕັກໂນໂລຊີ, ຮູບແບບການນໍາສະ ເໜີ ແລະ ຄວາມໄວໃນການເຜີຍແຜ່ ຂໍ້ມູນ-ຂ່າວສານເປັນຕົ້ນແມ່ນຈາກ ສື່ແບບດັ້ງເດີມໄດ້ກ້າວມາສູ່ສື່ແບບ ດີຈິຕອນ. ເມື່ອກ່ອນອາໄສໜັງສືພິມ, ວິທະຍຸ ແລະ ໂທລະພາບເປັນຫລັກ, ແຕ່ປັດຈຸບັນມີເວັບໄຊ, ເຟສບຸກ, ຢູທູບ ແລະ ແພດຟອມອອນລາຍ ຕ່າງໆອັນເຮັດໃຫ້ການເຜີຍແຜ່ຂໍ້ມູນ ຂ່າວສານໄວຂຶ້ນ ຊຶ່ງໃນອະດີດ, ການຮັບຂ່າວສານອາດຕ້ອງລໍຖ້າ ໜັງສືພິມ ຫລື ລາຍການຂ່າວ. ປັດຈຸບັນສາມາດຮັບຂ່າວສານໄດ້ ທັນສະພາບການໂດຍຜ່ານອິນເຕີ ເນັດ; ມີເນື້ອຫາຫລາກຫລາຍຂຶ້ນ ບໍ່ມີພຽງແຕ່ບົດຂ່າວ ຫລື ລາຍການ ວິທະຍຸ-ໂທລະພາບ, ແຕ່ມີວິດີໂອ ສັ້ນ, ພອດແຄສ, ການຖ່າຍທອດສົດ ແລະ ເນື້ອຫາສໍາລັບໂຊຊຽວມີເດຍ. ຜູ້ຮັບຂ່າວສານບໍ່ໄດ້ເປັນພຽງຜູ້ອ່ານ ຫລື ຜູ້ຊົມ, ແຕ່ຍັງສາມາດສະແດງ ຄວາມເຫັນ, ແບ່ງປັນ ແລະ ສ້າງ ເນື້ອຫາໄດ້ເອງ. ແຕ່ກໍມີສິ່ງທ້າທາຍ ຫລາຍດ້ານ ໂດຍສະເພາະຂ່າວ ປອມ, ຂໍ້ມູນຜິດ ແລະ ການແຂ່ງຂັນ ດ້ານຄວາມໄວ. ດັ່ງນັ້ນ, ສື່ມວນຊົນ ຈໍາເປັນຕ້ອງເນັ້ນຄວາມຖືກຕ້ອງ, ການກວດສອບແຫລ່ງຂ່າວ ແລະ ຈັນຍາບັນວິຊາຊີບ. ໃນອະນາຄົດ ຄວນສືບຕໍ່ພັດທະນາທັກສະຂອງ ບຸກຄະລາກອນ, ນໍາໃຊ້ເຕັກໂນໂລຊີ ໃໝ່ໆ ແລະ ສ້າງເນື້ອຫາທີ່ມີຄຸນຄ່າ, ເຂົ້າເຖິງງ່າຍ ແລະ ຕອບສະໜອງ ຕໍ່ຄວາມຕ້ອງການຂອງສັງຄົມ. ແນວໃດກໍຕາມໂດຍລວມແລ້ວສື່ ມວນຊົນລາວຈາກເດີມທີ່ເນັ້ນສື່ສິ່ງ ພິມ, ວິທະຍຸ ແລະ ໂທລະພາບ ແມ່ນ ໄດ້ກ້າວເຂົ້າສູ່ຍຸກດີຈິຕອນຫລາຍ ຂຶ້ນທັງວ່ອງໄວຂຶ້ນ, ເຂົ້າເຖິງງ່າຍ ແລະ ຫລາກຫລາຍຂຶ້ນ, ແຕ່ກໍຕ້ອງ ພັດທະນາຄຸນນະພາບ ແລະ ຄວາມ ເຊື່ອຖືຄວບຄູ່ກັນໄປ. ໂດຍ: ຢ່າຕົ່ງ

RkJQdWJsaXNoZXIy MTc3MTYxMQ==