gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 13/08/2026 xtgmf]k; ໂທລະເລກ... ເລຂາທິການໃຫຍ່...ິ່ ໂທລະເລກສະແດງຄວາມເສົ້າ...ົ້ ຊົມເຊີຍວັນສ້າງຕັ້ງແນວລາວ...ົີັ້ັ້ ງານຊາປະນະກິດສົບ...ິົ ເນື້ອໃນໂທລະເລກລະບຸວ່າ: ຂ້າ ພະເຈົ້າມີຄວາມເສົ້າສະຫລົດໃຈ ແລະ ສຸດແສນອາໄລເມື່ອໄດ້ຮັບ ຂ່າວວ່າສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກປະຊາຊົນປະຕິ ວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ເຖິງແກ່ມໍລະ ນະກຳໃນວັນທີ 08/08/2026. ຕາງໜ້າລັດຖະບານແຫ່ງສາທາ ລະນະລັດສັງຄົມນິຍົມຫວຽດນາມ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າຂໍສະແດງຄວາມເສຍໃຈຢ່າງ ສຸດຊຶ້ງມາຍັງສະຫາຍນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຜ່ານສະຫາຍໄປຍັງຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ. ສະຫາຍ ໄຊສົມພອນ ພົມວິຫານ ເປັນການນຳທີ່ດີເລີດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ສປປ ລາວ. ສະຫາຍຍັງເປັນເພື່ອນ ມິດທີ່ໃກ້ສິດສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ, ມີນ້ຳໃຈໄມຕີຈິດ ແລະ ມີການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງຊາດ ຫວຽດນາມລາວ ຕະຫລອດມາ. ການຈາກ ໄປຂອງສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ແມ່ນການສູນ ເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະ ທານສະພາແຫ່ງຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ຮັບໂທລະເລກສະແດງ ຄວາມເສົ້າສະຫລົດໃຈຈາກຄະນະ ປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາ ທິປະໄຕ ເກົາຫລີຕໍ່ການເຖິງແກ່ມໍລະ ນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຄະນະປະຈຳສະພາປະຊາຊົນສູງ ສຸດ ແຫ່ງ ສາທາລະນະລັດ ປະ ຊາຊົນ ປະຊາທິປະໄຕ ເກົາຫລີ ມີ ຄວາມເສົ້າສະຫລົດໃຈ ແລະ ສຸດ ແສນອາໄລເມື່ອໄດ້ຮັບຂ່າວຕໍ່ການ ເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນກາງພັກປະຊາ ຊົນປະຕິວັດລາວ, ປະທານສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຂໍສະແດງຄວາມໄວ້ອາໄລຢ່າງສຸດ ຊຶ້ງມາຍັງສະພາແຫ່ງຊາດ, ປະຊາ ຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ຄອບຄົວ ແລະ ຍາດຕິພີ່ນ້ອງຂອງ ສະຫາຍ ໄຊສົມພອນ ພົມວິຫານ. ພວກຂ້າພະ ເ ຈົ້າຈະຈາລຶກ ຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ປະ ກອບສ່ວນອັນສໍາຄັນຢ່າງໃຫຍ່ ຫລວງເຂົ້າໃນພາລະກິດການສ້າງ ສາສັງຄົມນິຍົມຂອງປະຊາຊົນລາວ ກໍຄື ການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ປະຊາຊົນຫວຽດນາມອ້າຍນ້ອງ ເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ສະແດງຄວາມຂອບໃຈ ທີ່ພັກ, ລັດ ສສ ຫວຽດນາມ ໄດ້ ສົ່ງໂທລະເລກສະແດງຄວາມເສົ້າ ສະຫລົດໃຈມາຍັງ ພັກ, ລັດ ສປປ ລາວ ແລະ ຄອບຄົວ ພົມວິຫານ ແລະ ຍັງໄດ້ມີການໄວ້ທຸກລະດັບຊາດ ເປັນເວລາ 2 ວັນ ຢູ່ ສສ ຫວຽດນາມ ຊຶ່ງສິ່ງດັ່ງກ່າວ ເປັນການບິແບ່ງ ຄວາມເສົ້າໂສກເສຍດາຍ ແລະ ໃຫ້ ກໍາລັງໃຈອັນໃຫຍ່ຫລວງຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າ ກໍຄື ຄອບຄົວ ພົມວິຫານ, ທັງ ເປັນການສະແດງອອກຢ່າງມີຊີວິດ ຊີວາເຖິງມູນເຊື້ອມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລາວ-ຫວຽດນາມ ທີ່ ແຂງແກ່ນແໜ້ນໜຽວຕະຫລອດ ໄປ. ສະຫາຍ ທອງລຸນ ສີສຸລິດ ຕີລາຄາວ່າສະຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາ ສະຫາຍການນໍາຫລັກແຫລ່ງຂອງ ພັກປະຊາຊົນປະຕິວັດລາວທີ່ມີ ຄວາມຮູ້ຄວາມສາມາດ ແລະ ແກນ ນໍາຂອງສູນກາງພັກ ໃນການນໍາ ພາ-ຊີ້ນໍາການປະຕິວັດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ, ທັງເປັນຜູ້ນໍາໜ້າໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ; ເປັນນັກປະຕິວັດ ທີ່ມີນໍ້າໃຈຮັກຊາດ ອັນສູງສົ່ງ ແລະ ເປັນຜູ້ນໍາທີ່ດີເດັ່ນ ຂອງພັກ, ຂອງຊາດ, ຕະຫລອດ ຊີວິດຂອງສະຫາຍໄດ້ອຸທິດສະຕິ ປັນຍາ ແລະ ເຫື່ອແຮງເພື່ອພາລະກິດ ປະຕິວັດ, ເພື່ອການພັດທະນາປະ ເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ ແກ່ປະຊາຊົນລາວບັນດາເຜົ່າ. ໃນ ຍາມຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ ລາວຫວຽດນາມ, ຖືເປັນບຸລິມະສິດອັນ ດັບຕົ້ນໃນແນວທາງການຕ່າງປະ ເທດຂອງຕົນ, ມີຄວາມຮັກແພງ ສະໜິດສະໜົມກັບຜູ້ນໍາພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າໃນ ທ່າມກາງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ, ພະນັກງານ, ສະມາຊິກ ພັກ ແລະ ທົ່ວປວງຊົນລາວທັງ ຊາດຈະຫັນຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນ ການກະທໍາຕົວຈິງ, ມີຄວາມສາມັກ ຄີເປັນປຶກແຜ່ນແໜ້ນໜາອ້ອມຂ້າງ ຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າ ອົງອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນສໍາເລັດຢ່າງມີໄຊ. ສະຫາຍ ເຈີ່ນ ເກີມຕູ໊ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະແດງຄວາມເສົ້າສະຫລົດໃຈ ແລະ ທິການສູນກາງພັກກອມມູນິດ ຫວຽດນາມ, ມີບັນດາການນຳຂັ້ນ ສູງພັກ, ລັດ, ບັນດາທູຕານຸທູດ, ຜູ້ ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນພາຍໃນນະຄອນ ຫລວງວຽງຈັນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນອ່ານບົດ ສະດຸດີເຖິງສະຫາຍ ໄຊສົມພອນ ພົມວິຫານ ໂດຍມີເນື້ອໃນບາງຕອນ ເນັ້ນເຖິງຊີວິດ, ການອຸທິດຕົນ ແລະ ຜົນງານຂອງສະຫາຍ ໄຊສົມພອນ ພົມວິຫານ ຕະຫລອດກວ່າ 5 ທົດ ສະວັດໃນພາລະກິດຮັບໃຊ້ຊາດ, ຮັບ ໃຊ້ພັກ ແລະ ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ເກີດວັນທີ 12 ທັນວາ 1956 ຢູ່ບ້ານນາແມວ ເມືອງຊຳເໜືອ ແຂວງຫົວພັນ, ສະຫາຍໄດ້ສຶກສາຢູ່ ສສ ຫວຽດ ນາມ, ສປ ຈີນ ແລະ ສະຫະພາບ ໂຊວຽດຈົນສຳເລັດລະດັບປະລິນຍາ ເອກ ດ້ານເສດຖະສາດການເມືອງ. ຕະຫລອດໄລຍະການຮັບໃຊ້ປະ ເທດຊາດ, ສະຫາຍໄດ້ດຳລົງຫລາຍ ຕຳແໜ່ງສຳຄັນເປັນຕົ້ນຮອງເຈົ້າ ແຂວງ ແລະ ເຈົ້າແຂວງສະຫວັນ ນະເຂດ, ລັດຖະມົນຕີກະຊວງການ ເງິນ, ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ, ປະທານ ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ, ຮອງປະ ທານສະພາແຫ່ງຊາດ, ປະທານ ສູນກາງແນວລາວສ້າງຊາດ ແລະ ປະທານສະພາແຫ່ງຊາດ ຈົນສິ້ນ ລົມຫາຍໃຈ. ຕະຫລອດໄລຍະ 5 ທົດສະວັດ ກວ່າທີ່ສະຫາຍໄຊສົມພອນພົມວິຫານ ໄດ້ເຂົ້າຮ່ວມໃນພາລະກິດລວມຂອງ ພັກ-ລັດ ແລະ ໄດ້ຮັບການຢັ້ງຢືນ ວ່າສະຫາຍແມ່ນນັກຮຽນຮູ້ປັນຍາ ຊົນປະຕິວັດທີ່ມີຄວາມຮູ້ຄວາມສາ ມາດທີ່ເລິກເຊິ່ງຫລາຍດ້ານ, ມີ ວິໄສທັດກວ້າງໄກ, ມີທັດສະນະ ຫລັກໝັ້ນການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທໍາປະຕິວັດ, ມີມະໂນ ທຳ, ມີຈິດໃຈຮັກເຊື້ອແພງຊາດ, ມີນໍ້າໃຈເສຍສະລະອັນສູງສົ່ງ, ມີ ຄວາມຈົງຮັກພັກດີ-ບໍລິສຸດຕໍ່ພັກ ຕໍ່ ປະເທດຊາດ ແລະ ຕໍ່ປະຊາຊົນ, ຍາມໃດກໍມີຄວາມມຸ່ງໝັ້ນ ແລະ ຍຶດໝັ້ນໃນອຸດົມການອັນສູງສົ່ງ ຂອງພັກ; ມີຄວາມທຸ່ນທ່ຽງ, ສຸຂຸມຮອບຄອບ ແລະ ມີໄຫວພິບໃນການ ຈັດຕັ້ງປະຕິບັດວຽກງານທີ່ຕົນຮັບ ຜິດຊອບ, ກໍາແໜ້ນແນວທາງ, ນະ ໂຍບາຍຂອງພັກ ແລະ ເປັນແບບ ຢ່າງນໍາໜ້າໃນການຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ; ສະຫາຍ ໄດ້ຜ່ານການຝຶກຝົນ, ທົດສອບໃນ ຫລາຍຂົງເຂດວຽກງານ ຊຶ່ງໃນແຕ່ ລະວຽກທີ່ຖືກມອບໝາຍລ້ວນແຕ່ໄດ້ ຮັບຜົນສໍາເລັດ ແລະ ມີຜົນງານຢ່າງ ເປັນຮູບປະທໍາ. ຕະຫລອດຊີວິດແຫ່ງການປະຕິ ວັດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດຕົນ ເພື່ອພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ, ເວລາໃດ ກໍຖືຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ ເໜືອກວ່າສິ່ງອື່ນໃດ; ເວລາໃດ ສະຫາຍກໍດໍາລົງຊີວິດແບບລຽບ ງ່າຍ, ປອດໃສຂາວສະອາດ, ປະຢັດ ມັດທະຍັດ, ໃກ້ຊິດຕິດແທດກັບ ໄດ້ຕິດພັນກັບບົດບາດຊື່ສຽງຂອງບັນດາຜູ້ນໍາທີ່ເປັນຕົວແທນຈາກບັນ ດາຊັ້ນຄົນ, ເຜົ່າຊົນ ແລະ ພັກຝ່າຍການເມືອງ, ໄດ້ກາຍເປັນແຮງດຶງດູດ ເຕົ້າໂຮມທຸກຊັ້ນຄົນ, ເຜົ່າຊົນ, ສາສະໜາ, ນັບທັງຜູ້ຊົງຄຸນວຸດທິທີ່ຮັກ ຊາດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍ ຊາດອັນຍືດເຍື້ອຍາວນານທໍລະຫົດອົດທົນ. ມູນເຊື້ອ, ຄວາມສາມັກຄີ ປອງດອງ ແລະ ນໍ້າໃຈຕໍ່ສູ້ອາດຫານບໍ່ຍອມຈໍານົນໄດ້ຮັບການເສີມ ຂະຫຍາຍຢ່າງແຂງແຮງສູ່ລະດັບສູງ ຈົນໃນທີ່ສຸດກໍ່ສາມາດຍາດໄດ້ ໄຊຊະນະຢ່າງສົມບູນ ແລະ ກ້າວເຖິງສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າ ຜ່າເຜີຍ. ຕະຫລອດ 76 ປີ ຜ່ານມາພາຍໃຕ້ການນຳພາ-ຊີ້ນຳ ຢ່າງ ໃກ້ຊິດຂອງພັກປະຊາຊົນປະຕິວັດລາວ, ວຽກງານແນວໂຮມໄດ້ຮັບ ການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ກາຍເປັນກ້ອນກຳລັງ ມະຫາສາມັກຄີທົ່ວປວງຊົນລາວທັງຊາດຢ່າງແໜ້ນແຟ້ນ. ໂດຍສະເພາະ ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ, ແນວລາວສ້າງຊາດແຕ່ລະ ຂັ້ນໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງຕົນຢ່າງສະເໝີຕົ້ນ ສະເໝີປາຍເປັນຜູ້ຖືຄັນທຸງນໍາໜ້າໃນການເຕົ້າໂຮມກ້ອນກໍາລັງສາມັກຄີ ໃນວົງຄະນະຍາດແຫ່ງຊາດລາວ, ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນ ການບູລະນະລະບອບປະຊາທິປະໄຕປະຊາຊົນເປັນຜູ້ປຸກລະດົມ, ສຶກສາ ອົບຮົມທຸກຊັ້ນຄົນບົນພື້ນຖານຄວາມເປັນເອກະພາບໃນອຸດົມການແຫ່ງ ການສ້າງປະເທດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ມີປະຊາທິປະໄຕສີວິໄລ ແລະ ຍຸຕິທຳ. ສຳລັບວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດ ໄລຍະ 76 ຜ່ານມາ ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການຕໍ່ສູ້ ປົດປ່ອຍປະເທດຊາດ ແລະ ການສ້າງສາພັດທະນາປະເທດຊາດ. ພັກ ປະຊາຊົນປະຕິວັດລາວ ຍາມໃດກໍຖືສື່ມວນຊົນເປັນພາຫະນະອັນແຫລມ ຄົມໃນການໂຄສະນາ, ສຶກສາອົບຮົມ, ປຸກລະດົມ ແລະ ຈັດຕັ້ງນຳພາ ປະຊາຊົນເຂົ້າຮ່ວມໃນຂະບວນການປະຕິວັດຈົນສາມາດຍາດໄດ້ໄຊ ຊະນະ ແລະ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນແຕ່ລະໄລຍະ. ພ້ອມນັ້ນກໍໄດ້ມີການຫັນ ປ່ຽນຮູບແບບຈາກການສື່ສານທາງດຽວມາເປັນການສື່ສານແບບມີ ສ່ວນຮ່ວມທີ່ເຂົ້າເຖິງມວນຊົນໄດ້ຫລາກຫລາຍກວ່າເກົ່າ. ໄດ້ປະກອບ ສ່ວນໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິກອງປະຊຸມ ໃຫຍ່ຂອງພັກ, ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ໃນ ແຕ່ລະຄັ້ງລົງສູ່ມະຫາຊົນໄດ້ຢ່າງກວ້າງຂວາງ ແລະ ທັນເວລາ. ອັນ ພົ້ນເດັ່ນໃນໄລຍະມໍ່ໆນີ້ ໄດ້ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຂອງພັກ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI, XII ຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ຜັນຂະຫຍາຍວຽກງານປັບ ປຸງກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ຜັນຂະຫຍາຍ ການຍູ້ແຮງພາລະກິດປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກດ້ວຍການ ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງຮອບດ້ານ; ຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, X ຂອງລັດ, ວຽກງານຈຸດສຸມຂອງສະພາແຫ່ງຊາດ, ການເຄື່ອນໄຫວວຽກງານ ຈຸດສຸມຂອງລັດຖະບານທັງສູນກາງ ແລະ ທ້ອງຖິ່ນ, ໄດ້ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາຊົນ ກໍຄື ວຽກດີຄົນເດັ່ນ ແລະ ການ ສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນປະເທດ; ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຂອງພັກ, ຂອງຊາດຢ່າງກວ້າງຂວາງ, ເລິກ ເຊິ່ງ ແລະ ຕໍ່ເນື່ອງເປັນຕົ້ນວັນສ້າງຕັ້ງສື່ມວນຊົນ ຄົບຮອບ 75 ປີ, ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ; ການໂຄສະນາຮັບໃຊ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາ ຊົນຂັ້ນແຂວງ ຊຸດທີ V ແລະ ວັນສໍາຄັນອື່ນໆ. ເພື່ອສະໜອງຂໍ້ມູນໃຫ້ ສັງຄົມເຂົ້າໃຈຢ່າງຖືກຕ້ອງ, ທັນການ ແລະ ຄົບຖ້ວນນັ້ນ ສື່ມວນຊົນຍັງ ໄດ້ປະກອບສ່ວນໂຄສະນາໃຫ້ແກ່ການປ້ອງກັນ, ການແຜ່ລະບາດຂອງ ພະຍາດຕ່າງໆ; ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ການ ນໍາໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຄຽງຄູ່ກັບການ ໂຄສະນາສົ່ງເສີມດຶງດູດການທ່ອງທ່ຽວນັບມື້ເພີ່ມຂຶ້ນ. ນອກນັ້ນ, ໄດ້ ໂຄສະນາເພື່ອສົ່ງເສີມການທ່ອງທ່ຽວ (ປີທ່ອງທ່ຽວລາວ), ການເປັນ ປະທານໝູນວຽນຂອງອາຊຽນຂອງ ສປປ ລາວ, ການທ່ອງທ່ຽວອາ ຊຽນ, ການດຶງດູດການລົງທຶນ ແລະ ການກະກຽມຄວາມພ້ອມໃຫ້ແກ່ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການ ພິມຈຳໜ່າຍ ຄົບຮອບ 76 ປີ ຢ່າງສຸດໃຈ ! ມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເພື່ອແຜ່ກັບທຸກຄົນຢູ່ອ້ອມ ຂ້າງຕົນ; ເຂັ້ມງວດໃນດ້ານຫລັກ ການ, ເຄັ່ງຄັດຕໍ່ລະບຽບວິໄນ; ໄດ້ ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນ ຈາກເພື່ອນສະຫາຍ ແລະ ປະຊາຊົນ ລາວບັນດາເຜົ່າ ກໍຄື ຈາກເພື່ອນມິດ ສາກົນ. ດ້ວຍຜົນງານ ແລະ ຄຸນງາມ ຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ເສຍສະລະເຫື່ອ ແຮງ, ທຸ່ມເທສະຕິປັນຍາເຂົ້າໃນ ພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ຕະຫລອດຊີວິດ ຂອງສະຫາຍນັ້ນ, ສະຫາຍຈຶ່ງໄດ້ ຮັບການຍ້ອງຍໍສັນລະເສີນຈາກ ພັກ ແລະ ລັດ ຂອງພວກເຮົາ ແລະ ຈາກເພື່ອນມິດສາກົນ ເປັນຈຳນວນ ຫລວງຫລາຍ. ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການ ສູນເສຍທີ່ໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າ, ເຮັດໃຫ້ ພັກ-ລັດ ກໍຄື ປະເທດ ເຮົາສູນເສຍພະນັກງານການນຳຂັ້ນ ສູງ, ການນຳຍຸດທະສາດທີ່ສໍາຄັນ ໄປອີກສະຫາຍໜຶ່ງ ຊຶ່ງໄດ້ນຳເອົາ ຄວາມໂສກເສົ້າ, ເສຍດາຍ ແລະ ອາ ໄລອາວອນອັນສຸດຊຶ້ງໃຫ້ແກ່ພັກລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດຜູ້ຢູ່ໃກ້ ແລະ ໄກຢ່າງຫາ ອັນປຽບບໍ່ໄດ້. ຂ່າວ: ທະນູທອງ ປະຊາຊົນລາວອ້າຍນ້ອງເທົ່ານັ້ນ, ແຕ່ຍັງແມ່ນການສູນເສຍອັນຍິ່ງ ໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອີກດ້ວຍ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ການເຄື່ອນໄຫວຂອງລັດຖະ ບານທີ່ສະຫາຍເປັນຜູ້ຊີ້ນຳ, ປະຊາ ຊົນລາວອ້າຍນ້ອງຈະຜ່ານຜ່າ ຄວາມສູນເສຍອັນຍິ່ງໃຫຍ່ນີ້ໂດຍ ໄວ, ສ້າງສາປະເທດຊາດລາວ ໃຫ້ ມີສັນຕິພາບ, ເອກະລາດ, ປະຊາທິ ປະໄຕ, ວັດທະນາຖາວອນ; ສາຍ ພົວພັນພິເສດ ຫວຽດນາມ-ລາວ ຈະ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງໃຫ້ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ຂຽວ ສົດງົດງາມຊົ່ວກາລະນານ. ພ້ ອ ມ ກັ ນ ນີ້ , ສ ະ ຫ າ ຍ ທອງສະຫວັນ ພົມວິຫານ ກຳມະ ການສູນກາງພັກ ປະຊາຊົນປະຕິວັດ ລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບໂທ ລະເລກສະແດງຄວາມເສົ້າສະຫລົດ ໃຈຈາກສະຫາຍ ເລ ຮວ່າຍ ຈຸງ ກໍາ ມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຕໍ່ການເສຍຊີວິດຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະ ທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ແລະ ການຮ່ວມມືທີ່ດີງາມລະຫວ່າງ ສອງຊາດ ສປປ ເກົາຫລີ ແລະ ສປປ ລາວ ຕະຫລອດໄປ. ອາໄລອາວອນຢ່າງສຸດຊຶ້ງຕໍ່ການ ເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງ ໄດ້ຕີລາຄາວ່າສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳຫລັກ ແຫລ່ງຂອງສູນກາງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນຳທີ່ແສນ ເຄົາລົບຮັກຂອງປະຊາຊົນລາວບັນ ດາເຜົ່າ, ຕະຫລອດຊີວິດໄດ້ເສຍ ສະລະສູ້ຊົນ ເພື່ອຄວາມເປັນເອກະ ລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງ ເຮືອງຂອງປະເທດຊາດ. ການ ຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນ ເສຍອັນໃຫຍ່ຫລວງສຳລັບພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວ ພົມວິຫານ, ແຕ່ຫາກຍັງເປັນການ ສູນເສຍຜູ້ເປັນສະຫາຍ ແລະ ເປັນ ເພື່ອນມິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຕີ ລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ ຫລວງຂອງສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິ ວັດໃນເມື່ອກ່ອນ ກໍຄື ໃນພາລະກິດ ປ່ຽນແປງໃໝ່, ປົກປັກຮັກສາ, ສ້າງ ສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ, ໂດຍສະເພາະ ສະຫາຍຍາມໃດກໍສະໜັບສະໜູນ ຕໍ່ພາລະກິດສ້າງສາ ແລະ ປົກປັກ ຮັກສາປະເທດຊາດຂອງປະຊາຊົນ ຫວຽດນາມ ແລະ ໄດ້ມີການປະ ກອບສ່ວນສຳຄັນຫລວງຫລາຍ ໃນການສ້າງສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມລາວ ຊຶ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຂໍແບ່ງເບົາຄວາມໂສກ ເສົ້າເສຍດາຍອັນສຸດຊຶ້ງທີ່ສຸດມາ ຍັງພັກ, ລັດ, ຄະນະກຳມະການສູນ ກາງແນວລາວສ້າງຊາດ, ປະຊາຊົນ ລາວ ແລະ ຄອບຄົວ ພົມວິຫານ ແລະ ເຊື່ອໝັ້ນວ່າພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍ ອັນໃຫຍ່ຫລວງນີ້ ໂດຍໄວ ແລະ ສືບ ຕໍ່ພາລະກິດສ້າງສາປະເທດລາວ ໃຫ້ ນັບມື້ພັດທະນາຈະເລີນຮຸ່ງເຮືອງ. ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ສູງຕໍ່ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ໃນການສະໜັບສະ ໜູນ, ຊ່ວຍເຫລືອອັນລໍ້າຄ່າ, ທັນ ການ ແລະ ມີປະສິດທິຜົນຕໍ່ພາລະ ກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ພ້ອມກັນຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືລະ ຫວ່າງສອງພັກ, ສອງລັດ ໃນໄລຍະ ຜ່ານມາສືບຕໍ່ໄດ້ຮັບການເພີ່ມທະ ວີ ແລະ ພັດທະນາກ້າວເຂົ້າສູ່ລວງ ເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າສອງຝ່າຍຈະສືບຕໍ່ປົກ ປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດ ນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ, ກ້າວເຂົ້າສູ່ລວງເລິກ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ. ພາບ: ອ່າຍຄໍາ
RkJQdWJsaXNoZXIy MTc3MTYxMQ==