7325

lkprq ;ra o ]k;{s;Pfok, ,= ]tfq dva o]E7j kln [mvfl6 j 7q oI5 j os]a ' 23/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຮອບດ້ານ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ)ື່ັັົິັິ່ື້ັ້ັ້ົັູ ບົດສະເໜີົີ xb dlksk]n czopq d]tfa [0u f7;k,lk,kf .odko75 h ,7v'[= ]y sko;Pd'kodtly de c]t ly j 'c;f]h v, zt]y fdtly devy o-u lh k']kpIa a a a a a a a a a a [\A o7q 'pq d]tfa [-u ;y f7v[7q ; ຂປລ. ການຫັນປ່ຽນຈາກການ ຜະລິດກະສິກຳເພື່ອບໍລິໂພກພາຍໃນ ຄອບຄົວມາສູ່ການຜະລິດເປັນສິນ ຄ້າກຳລັງເປັນທິດທາງສຳຄັນໃນ ການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວ ກະສິກອນ. ເມື່ອກ່ອນການຜະລິດ ກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ ເພື່ອ ບໍລິໂພກພາຍໃນຄອບຄົວເທົ່ານັ້ນ, ແຕ່ມາຮອດດຽວນີ້ ປະຊາກອນໄດ້ ນັບມື້ເພີ່ມຂຶ້ນຄວາມຕ້ອງການທາງ ດ້ານສະບຽງອາຫານກໍຕ້ອງການ ຫລາຍຂຶ້ນໄປຕາມໆກັນ. ສິ່ງນີ້ ໄດ້ກາຍເປັນທ່າແຮງສຳຄັນໃຫ້ ແກ່ປະຊາຊົນຜູ້ມັກຮັກໃນອາຊີບ ກະສິກຳປູກຝັງ-ລ້ຽງສັດ ທັງຫັນ ປ່ຽນຈາກການຜະລິດແບບດັ້ງເດີມ ສູ່ການຜະລິດເປັນສິນຄ້າຂຶ້ນເທື່ອ ລະກ້າວ. ມື້ນີ້ ຂໍພາທ່ານຜູ້ອ່ານໄປ ຮູ້ຈັກກັບຄອບຄົວໜຶ່ງທີ່ນຳໃຊ້ຜືນ ແຜ່ນດິນເປົ່າຫວ່າງຫັນມາຜະລິດ ຂປລ. ໃນປະຫວັດສາດຂອງ ການພົວພັນສາກົນ, ສາຍພົວພັນ ມິດຕະ ພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະ ຫວ່າງ ລາວ-ຫວຽດນາມ ໄດ້ເປັນແວ່ນແຍງແບບຢ່າງອັນພົ້ນ ເດັ່ນທີ່ບໍ່ເຄີຍມີມາກ່ອນ ໂດຍໄດ້ນຳ ເອົາຜົນມາສູ່ປະຊາຊົນສອງປະເທດ ທັງໃນຂະບວນການຕໍ່ສູ້ເພື່ອເອກະ ລາດເສລີພາບແລະຄວາມຮຸ່ງເຮືອງ ສີວິໄລໃນໄລຍະສ້າງສາ ແລະ ພັດ ທະນາປະເທດຊາດ. ຈຸດພິເສດໃນສາຍພົວພັນລະ ຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນພວກເຮົາໄດ້ຕໍ່ສູ້ຮ່ວມກັນ ແລະ ໄດ້ຮັບໄຊຊະນະໃນໄລຍະດຽວກັນ ຂອງປະຫວັດສາດການປະຕິວັດ ຄື: ໃນປີ 1945, ສອງປະເທດ ໄດ້ຢືດອຳນາດການປົກຄອງ, ໃນ ປີ 1954 ໄດ້ຮັບໄຊຊະນະລ່າ ເມືອງຂຶ້ນແບບເກົ່າ, ປີ 1975 ໄດ້ ຮັບໄຊຊະນະໃນສົງຄາມຕໍ່ຕ້ານ ຈັກກະພັດອາເມລິກາ, ສຳເລັດ ການປະຕິວັດປົດປ່ອຍປະເທດຊາດ ແລະ ປະຕິບັດພາລະກິດປັບປຸງໃໝ່ ຢ່າງມີຜົນສຳເລັດ. ສາຍພົວພັນ ລະຫວ່າງພັກ-ລັດ ແລະ ປະຊາຊົນ ສອງປະເທດແມ່ນສາຍພົວພັນທີ່ ຈົງຮັກພັກດີ,ໂປ່ງໃສ, ຄວາມເຄົາ ລົບເຊິ່ງກັນ ແລະ ກັນ ການຊ່ວຍ ເຫລືອຢ່າງສຸດອົກສຸດໃຈ, ໝົດຈິດ ໝົດໃຈ. ຜ່ານຄວາມຍາກເຂັນ. ສາຍ ພົວພັນດັ່ງກ່າວ ບໍ່ໄດ້ແຕກແຫງທັງ ບໍ່ໄດ້ທັບມ້າງເຖິງແມ່ນວ່າພວກ ກຳລັງສັດຕູຈະພະຍາຍາມເຄື່ອນ ໄຫວຕ້ານ ແລະ ທຳລາຍ, ກົງກັນ ຂ້າມສາຍພົວພັນນັ້ນນັບມື້ນັບຊື່ສັດ ຈິງໃຈແໜ້ນແຟ້ນ. ດັ່ງ ທ່ າ ນ ປ ະ ທ າ ນ ປ ະ ເ ທ ດ ໄກສອນ ພົມວິຫານ ເຄີຍໄດ້ກ່າວ ວ່າ:“ໃນປະຫວັດສາດການປະຕິ ວັດທົ່ວໂລກມີຫລາຍແວ່ນແຍງ ແບບຢ່າງອັນດີເດັ່ນກ່ຽວກັບນ້ຳໃຈ ສາກົນກຳມະຊີບ ແຕ່ບໍ່ມີຢູ່ບ່ອນໃດ ແລະ ບໍ່ເຄີຍມີຈັກເທື່ອຄວາມສາ ມັກຄີຮ່ວມສຳພັນສູ້ຮົບແບບພິເສດ ດົນນານ ແລະ ຮອບດ້ານຄືດັ່ງການ ພົວພັນ ຫວຽດນາມ-ລາວ, ຫລາຍ ຮຸ່ນລູກຫລານຊາວຫວຽດນາມ ໄດ້ມາຊ່ວຍເຫລືອປະຊາຊົນລາວ ຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ສ້າງຊີວິດໃໝ່ ໄປສູ່ຄວາມຈະເລີນ ຮຸ່ງເຮືອງ ແລະ ຄວາມສຸກ. ຫລາຍ ສະຫາຍໄດ້ອຸທິດຕະຫລອດຊີວິດ ຂອງຕົນສຳຫລັບການປະຕິວັດ ລາວ, ຖືເອົາປະເທດລາວເປັນປະ ເທດຊາດທີສອງຂອງຕົນ. ໃນທົ່ວ ດິນແດງແຫ່ງປະເທດລາວ, ເລືອດ ຂອງນັກຮົບຫວຽດນາມ ໄດ້ປະສົມ ເຂົ້າກັບເລືອດຂອງພະນັກງານສະ ມາຊິກພັກນັກຮົບ ແລະ ປະຊາຊົນ ລາວ. ປະຊາຊົນລາວກໍ່ໄດ້ເສຍສະ ລະເລືອດເນື້ອປະກອບສ່ວນເຂົ້າໃນ ການເພີ່ມທະວີ ແລະ ປັບປຸງສາຍ ພົວພັນອັນພິເສດດັ່ງກ່າວ… ເພື່ອ ປະຕິບັດຄໍາໂອວາດສຸດທ້າຍຂອງ ລຸງໂຮ່, ສົມຄວນກັບເລືອດເນື້ອ ຂອງນັກຮົບວິລະຊົນຫລວງຫລາຍ, ນ້ຳຕາຫລາຍໆຢົດຂອງບັນດາຜູ້ ເປັນແມ່, ເຫື່ອແຮງ ແລະ ສຸດອົກ ສຸດໃຈຂອງພີ່ນ້ອງຮ່ວມຊາດ ແລະ ເພື່ອນຜູ້ຮ່ວມອຸດົມການຂອງສອງ ປະເທດພວກເຮົາ, ພວກຂ້າພະເຈົ້າ ປາດຖະໜາຢາກຮ່ວມແຮງຮ່ວມ ໃຈນຳປະຊາຊົນຫວຽດນາມ ໃນ ການປົກປັກຮັກສາຄວາມສາມັກຄີ ແບບພິເສດຕະຫລອດກາລະນານ”. ຜ່ານຄໍາເວົ້າອັນມີຄວາມໝາຍ ຂອງປະທານ ໄກສອນ ພົມວິຫານ ນັ້ນ, ການນຳລາວຫລາຍຮຸ້ນຄົນກໍ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງ ລາວຫວຽດນາມ ໃຫ້ບັນລຸຈຸດຍອດຍິ່ງ ແລະ ເຕັມປ່ຽມໄປດ້ວຍນ້ຳໃຈອັນ ຊື່ສັດຈິງໃຈເຊິ່ງກັນ ແລະ ກັນ, ສະໜິດຕິດແໜ້ນກັນຕໍ່ສູ້ເສຍສະລະ ເພື່ອຄວາມເປັນເອກະລາດເສລີພາບ ແລະ ພາລະກິດສ້າງສາ, ປົກປັກ ຮັກສາປະເທດ. ໂດຍຜ່ານໄລຍະ ປະຕິວັດທີ່ຫຍຸ້ງຍາກ ແລະ ໄຊຊະນະ ອັນສະຫງ່າງາມຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ, ປະເທດລາວໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງບົດບາດສຳຄັນຄຸນຄ່າ ການປະຕິວັດ, ມະນຸດສະທຳ ແລະ ປະສິດທິຜົນໃຫຍ່ໆຂອງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ. ປັດຈຸບັນ, ການນຳ ແລະ ປະຊາ ຊົນສອງປະເທດ ຍັງຄົງສືບຕໍ່ສົ່ງ ເສີມ ແລະ ພັດທະນາສາຍພົວພັນ ອັນຍິ່ງໃຫຍ່ນີ້ໃຫ້ເລິກເຊິ່ງຍິ່ງຂຶ້ນ ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມຈິງໃຈ ແລະ ການຊ່ວຍເຫລືອ ເກື້ອກູນເຊິ່ງກັນ ແລະ ກັນ. ນີ້ບໍ່ ພຽງແຕ່ເປັນມໍລະດົກອັນລ້ຳຄ່າທີ່ ບັນພະບຸລຸດສອງຊາດໄດ້ສ້າງໄວ້ ເທົ່ານັ້ນ, ແຕ່ຍັງເປັນພື້ນຖານສຳຄັນ ໃນການຮ່ວມມືພັດທະນາ, ປົກປັກ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສອງປະເທດໃນອະນາຄົດ. ຂປລ. ເພືຶ່ອເປັນການທົບທວນ ຄືນບັນດານິຕິກໍາ, ກົດໝາຍ ແລະ ລະບຽບການຕ່າງໆທີ່ຕິດພັນກັບ ວຽກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຮອງໃນໄລ ຍະຜ່ານມາແນໃສ່ເຮັດໃຫ້ພະນັກ ງານຂັ້ນນໍາພາ-ຄຸ້ມຄອງ ຫລື ຜູ້ ບໍລິຫານວຽກງານຢູ່ຂັ້ນທ້ອງຖິ່ນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ກໍາ ແໜ້ນ ພ້ອມທັງມີຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດວຽກ ງານໄປໃນທິດທາງດຽວກັນນັ້ນ, ກົມຈັດຕັ້ງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບແຜນຍົກລະ ດັບຂີດຄວາມສາມາດໃນການຄຸ້ມ ຄອງບໍລິຫານວຽກງານກະສິກໍາ ແລະ ສິ່ງແວດລ້ອມ ໂດຍການ ເປັນປະທານຂອງທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ, ມີ ບັນດາຫົວໜ້າຫ້ອງການ, ຫົວໜ້າຮອງຫົວໜ້າກົມ, ສະຖາບັນ, ກອງ ພາຍໃນກະຊວງກະສິກໍາ ແລະ ສິ່ງ ແວດລ້ອມເຂົ້າຮ່ວມ. ທ່ານ ບຸນທະວີ ໄຊຍະເພັດ ມີ ຄໍາເຫັນວ່າ: ພາຍຫລັງທີ່ມີການ ປັບປຸງກົງຈັກການຈັດຕັ້ງ ແລະ ບັນຈຸສັບຊ້ອນຈັດວາງພະນັກງານລັດຖະກອນ ເຂົ້າໃນຕໍາແໜ່ງງານ ທີ່ກໍານົດໄວ້ຢູ່ຂັ້ນກະຊວງ ແລະ ຂັ້ນ ທ້ອງຖິ່ນສໍາເລັດໂດຍພື້ນຖານແລ້ວ ແລະ ໄດ້ມີການຈັດຕັ້ງປະຕິບັດ ວຽກງານຂອງຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ໄປໃນໄລຍະໜຶ່ງ ຜ່ານການຕິດຕາມ, ຊຸກຍູ້ວຽກງານ ຢູ່ຂັ້ນທ້ອງຖິ່ນເຫັນວ່າຄວາມຮັບຮູ້, ຄວາມເຂົ້າໃຈຂອງພະນັກງານນໍາ ພາ-ຄຸ້ມຄອງຢູ່ຂັ້ນທ້ອງຖິ່ນຈໍານວນ ໜຶ່ງຍັງບໍ່ທັນກໍາແໜ້ນທາງດ້ານ ເນື້ອໃນນິຕິກໍາ, ຂັ້ນຕອນ ແລະ ວິທີການໃນການຈັດຕັ້ງປະຕິບັດ ວຽກງານຂອງຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ຕາມພາລະບົດ ບາດຂອງຕົນ, ເພື່ອເປັນການຍົກ ລະດັບຂີດຄວາມສາມາດ, ຄວາມ ຮູ້ເຂົ້າໃຈຂອງພະນັກງານ-ລັດຖະ ກອນຢູ່ຂັ້ນທ້ອງຖິ່ນໃຫ້ສູງຂຶ້ນ ແລະ ສາມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ວຽກງານໃນຕໍ່ໜ້າ, ຈຶ່ງມີຄວາມ ຈໍາເປັນໃນການຈັດຝຶກອົບຮົມວຽກ ງານກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ພະນັກງານນໍາພາ-ຄຸ້ມຄອງຢູ່ ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະ ເທດ ເພື່ອຄວາມເປັນເອກະພາບ ໃນ ການຈັດຕັ້ງປະຕິບັດວຽກງານໃຫ້ ໄປຕາມແນວທາງ, ນະໂຍບາຍຂອງ ພັກ-ລັດ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ກໍ ຄືແຜນພັດທະນາຂອງຂະແໜງກະສິ ກໍາ ແລະ ສິ່ງແວດລ້ອມ ໄດ້ຮັບການ ເຜີຍແຜ່, ເຊື່ອມຊຶມ, ຈັດຕັ້ງປະຕິບັດ ທາງດ້ານນິຕິກໍາ, ຂັ້ນຕອນ, ວິທີ ການໃນການຈັດຕັ້ງປະຕິບັດຢ່າງ ຖືກຕ້ອງ ແລະ ສອດຄ່ອງກັບສະ ພາບຕົວຈິງ. ກອງປະຊຸມຄັ້ງນີ້ ໄດ້ຟັງການ ນຳສະເໜີເນື້ອໃນສະພາບລວມຂອງ ແຜນຍົກລະດັບຂີດຄວາມສາມາດ ໃນການຄຸ້ມຄອງບໍລິຫານວຽກ ງານກະສິກໍາ ແລະ ສິ່ງແວດລ້ອມ ພ້ອມທັງມີການປຶກສາຫາລື ແລະ ສົນທະນາແລກປ່ຽນປະກອບຄໍາ ເຫັນຕື່ມອີກ. ແຫລ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ. ພືດຜັກຕະຫລອດປີຢູ່ບ້ານປ່າສັກ, ຕາແສງທົ່ງປຸ່ງເມືອງ ແລະ ແຂວງ ຫລວງນໍ້າທາ ນຳກັນ. ທ່ານ ນາງ ອານົງ ຄິດທະໄຊ ປະຊາຊົນບ້ານປ່າສັກ, ຕາແສງທົ່ງ ປຸ່ງ ເມືອງຫລວງນ້ຳທາ ໄດ້ເລົ່າສູ່ ຟັງວ່າ: ພາຍຫລັງທີ່ໄດ້ເຂົ້າຮ່ວມ ໂຄງການສົ່ງເສີມກະສິກຳປັບຕົວ ກັບສະພາບອາກາດປ່ຽນແປງ ແລະ ການເຂົ້າເຖິງຕະຫລາດ ເພື່ອຊາວ ກະສິກອນໜຸ່ມ ເມືອງຫລວງນໍ້າ ທາ ໄດ້ລິເລີ່ມມາແຕ່ປີ 2016 ການ ເຂົ້າຮ່ວມໂຄງການດັ່ງກ່າວ ໄດ້ ຊ່ວຍຍົກລະດັບຄວາມຮູ້ທາງດ້ານ ເຕັກນິກການປູກຝັງທີ່ທົນທານຕໍ່ ສະພາບອາກາດ, ຮູ້ຈັກວິທີຮັກສາ ສິ່ງແວດລ້ອມ ແລະ ທີ່ສຳຄັນ ແມ່ນການຊອກຫາຕະຫລາດເພື່ອ ຮອງຮັບຜົນຜະລິດ. ປັດຈຸບັນມີ ເນື້ອທີ່ການຜະລິດທັງໝົດ 1.500 ຕາແມັດ. ພາຍໃນສວນແມ່ນໄດ້ ແບ່ງປູກພືດຜັກໝູນວຽນຫລາຍ ຊະນິດທີ່ສາມາດເກັບກ່ຽວ ແລະ ສະໜອງໃຫ້ແກ່ຕະຫລາດໄດ້ຕະ ຫລອດປີ ຊຶ່ງປະກອບມີຜັກກາດ, ຫອມປ້ອມ, ສະລັດ, ຜັກປັງ, ຜັກຊີ, ໝາກເຂືອ, ໝາກບວບ ແລະ ອື່ນໆ. ດ້ວຍຄວາມຕັດສິນໃຈ, ດຸໝັ່ນ ຂະຫຍັນພຽນ ແລະ ການນຳໃຊ້ ເຕັກນິກທີ່ໄດ້ຮຽນຮູ້ມາຈາກໂຄງ ການບວກກັບຄວາມຕ້ອງການ ຂອງຕະຫລາດໃນປັດຈຸບັນທີ່ຜູ້ຄົນ ຫັນມາບໍລິໂພກຜັກອິນຊີຫລາຍຂຶ້ນ, ເຮັດໃຫ້ຜົນຜະລິດຈາກສວນເປັນທີ່ ຕ້ອງການຢ່າງຕໍ່ເນື່ອງ. ຜົນສຳເລັດ ດັ່ງກ່າວ ສາມາດສ້າງລາຍຮັບເຂົ້າ ຄອບຄົວໄດ້ສະເລ່ຍປະມານ 30 ຫາ 40 ລ້ານກວ່າກີບຕໍ່ປີ ຊຶ່ງລາຍຮັບ ດັ່ງກ່າວ ໄດ້ເປັນສ່ວນໜຶ່ງໃນການ ແກ້ໄຂຄວາມທຸກຍາກ ແລະ ຍົກ ລະດັບຊີວິດການເປັນຢູ່ຂອງຄອບ ຄົວໃຫ້ດີຂຶ້ນເທື່ອລະກ້າວ. ທ່ານ ນາງ ອານົງ ຄິດທະໄຊ ກ່າວ. ຈາກຜົນສຳເລັດຄັ້ງນີ້, ຄອບຄົວ ຂອງທ່ານ ນາງ ອານົງ ຄິດທະໄຊ ໄດ້ກາຍເປັນໜຶ່ງໃນຄອບຄົວຕົວ ແບບທາງດ້ານກະສິກຳອິນຊີທີ່ເປັນ ແຮງບັນດານໃຈໃຫ້ແກ່ຊາວກະສິ ກອນໜຸ່ມ ແລະ ປະຊາຊົນພາຍໃນ ບ້ານໄດ້ສຶກສາຮຽນຮູ້ ແລະ ນຳໄປ ຈັດຕັ້ງປະຕິບັດ ເພື່ອສ້າງເສດຖະກິດ ຄອບຄົວໃຫ້ເຂັ້ມແຂງ ແລະ ມີຄວາມ ຍືນຍົງຕໍ່ໄປ.

RkJQdWJsaXNoZXIy MTc3MTYxMQ==