24/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຜູ້ແທນລາວ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ໃນວັນທີ 22 ກໍລະກົດ 2026 ທີ່ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາ ພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ກັບບັນດາປະເທດຄູ່ ເຈລະຈາອາຊຽນຈໍານວນ11ກອງ ປະຊຸມ ຄື: ກອງປະຊຸມລັດຖະມົນຕີ ຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ ອາເມ ລິກາ, ຣັດເຊຍ, ຈີນ, ສ ເກົາຫລີ, ຍີ່ປຸ່ນ, ອົດສະຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ. ໃນນາມປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ການາ ດາ (2024-2027), ທ່ານ ທອງ ສະຫວັນ ພົມວິຫານ, ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ເປັນປະທານ ຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ການາດາຮ່ວມກັບ ທ່ານ ນາງ ອານິຕາ ອາແນນ ລັດ ຖະມົນຕີ ກະຊວງການຕ່າງປະເທດ ການາດາ. ກອງປະຊຸມຄັ້ງນີ້ໄດ້ປຶກ ສາຫາລື ແລະ ທົບທວນຄືນຄວາມ ຄືບໜ້າການພົວພັນຮ່ວມມື ອາ ຊຽນ-ການາດາ ໃນໄລຍະຜ່ານມາ ແລະ ຍິນດີຕໍ່ຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດຖະແຫລງການ ຮ່ວມຜູ້ນໍາອາຊຽນ-ການາດາ ວ່າ ດ້ວຍການຮັດແໜ້ນການເຊື່ອມ ຈອດແລະຄວາມເຂັ້ມແຂງອາຊຽນ ທີ່ຮັບຮອງເອົາໃນປີ 2024. ໃນ ນີ້, ກອງປະຊຸມໄດ້ສືບຕໍ່ຊຸກຍູ້ໃຫ້ ເລັ່ງລັດການເຈລະຈາສັນຍາເຂດ ການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດພາຍໃນ ປີ 2026, ພ້ອມທັງສະເໜີໃຫ້ມີກິດ ຈະກໍາສະເຫລີມສະຫລອງການພົວ ພັນອາຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027. ນອກຈາກນີ້, ກອງປະຊຸມໄດ້ຮັບຮອງເອົາແຜນ ປະຕິບັດງານ ອາຊຽນ-ການາດາ ສະບັບໃໝ່ (2026-2030) ຊຶ່ງ ຈະເປັນພື້ນຖານອັນສຳຄັນໃນການ ພົວພັນຮ່ວມມື ອາຊຽນ-ການາດາ ໃນ 5 ປີ ຂ້າງໜ້າ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ອິນເດຍ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ການຈັດຕັ້ງປະຕິບັດແຜນປະຕິບັດ ງານ ອາຊຽນ-ອິນເດຍ (20212025). ອາຊຽນ ແລະ ອິນເດຍ ໄດ້ ຢືນຢັນຄວາມໝາຍໝັ້ນ ທີ່ຈະຈັດ ຕັ້ງປະຕິບັດແຜນປະຕິບັດງານ ອາ ຊຽນ-ອິນເດຍ ສະບັບໃໝ່(20262030) ໃຫ້ມີປະສິດທິພາບ. ສອງ ຝ່າຍຍິນດີຕໍ່ການກໍານົດເອົາປີ2026 ເປັນ“ປີການແຫ່ງການຮ່ວມມືທາງ ທະເລ ອາຊຽນ-ອິນເດຍ”. ນອກ ນັ້ນ, ສອງຝ່າຍ ຍັງໄດ້ຊຸກຍູ້ການທົບ ທວນສັນຍາການຄ້າເສລີອາຊຽນອິນເດຍ ເພື່ອອຳນວຍຄວາມສະ ດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ເພີ່ມທະວີຄວາມເຂັ້ມແຂງ ຂອງຕ່ອງໂສ້ການສະໜອງໃນພາກ ພື້ນ, ຊຸກຍູ້ການຮ່ວມມືດ້ານການ ຫັນເປັນດີຈິຕອນ, ການຮ່ວມມື ດ້ານຄວາມປອດໄພທາງໄຊເບີ, ການຫັນປ່ຽນສູ່ພະລັງງານສະ ອາດ, ການຄຸ້ມຄອງໄພພິບັດ ແລະ ການສົ່ງເສີມການສຶກສາ ລວມທັງ ຜ່ານທຶນການສຶກສາອາຊຽນ-ອິນ ເດຍ ດ້ານກະສິກໍາ. ກອງປະຊຸມລັດຖະມົນຕີຕ່າງ ປະເທດ ອາຊຽນ-ສ ອາເມລິກາ ໄດ້ ທົບທວນຄືນການຮ່ວມມື ອາຊຽນສ ອາເມລິກາ ໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ການຮັດແໜ້ນການ ຮ່ວມມືໃນຂົງເຂດທີ່ສໍາຄັນ ເປັນຕົ້ນ ການຄ້າ ແລະ ການລົງທຶນ, ພະລັງ ງານ, ຄວາມໝັ້ນຄົງ, ການຕ້ານອາ ຊະຍາກໍາຂ້າມຊາດ, ແຮ່ທາດ, ນະ ວັດຕະກໍາ, ປັນຍາປະດິດ, ການພັດ ທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ພ້ອມທັງຊົມເຊີຍຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແຜນປະ ຕິບັດງານອາຊຽນ-ສ ອາເມລິກາ (2021-2025) ທີ່ສາມາດຈັດ ຕັ້ງປະຕິບັດສໍາເລັດທຸກກິດຈະກໍາ ກວມເອົາສາມເສົາຄໍ້າປະຊາຄົມອາ ຊຽນ ພ້ອມທັງຊຸກຍູ້ເລັ່ງລັດການ ເຈລະຈາຮ່າງແຜນປະຕິບັດງານ ສະບັບໃໝ່ ເພື່ອເປັນພື້ນຖານໃຫ້ ແກ່ການພົວພັນຮ່ວມມືອາຊຽນ-ສ ອາເມລິກາ ໃນຊຸມປີຕໍ່ໜ້າ. ກອງປະຊຸມລັດຖະມົນຕີຕ່າງປະ ເທດ ອາຊຽນ-ຣັດເຊຍ ໄດ້ຊົມເຊີຍ ຄວາມຄືບໜ້າການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃນໄລຍະຜ່ານ ມາ ໂດຍສະເພາະຜົນສໍາເລັດຂອງ ກອງປະຊຸມສຸດຍອດ ສະເຫລີມສະ ຫລອງການພົວພັນອາຊຽນ-ຣັດ ເຊຍ ຄົບຮອບ 35 ປີ ໃນວັນທີ 18 ມິຖຸນາ 2026 ທີ່ກາຊານ, ຣັດເຊຍ. ກອງປະຊຸມເຫັນດີໃຫ້ມີການຕິດ ຕາມແລະຊຸກຍູ້ການຈັດຕັ້ງປະຕິບັດ ເອກະສານຜົນກອງປະຊຸມສຸດຍອດ ດັ່ງກ່າວ ເປັນຕົ້ນ ການຈັດຕັ້ງປະຕິ ບັດແຜນປະຕິບັດງານ ອາຊຽນຣັດເຊຍ(2026-2030),ລວມທັງ ການຮ່ວມມືດ້ານເສດຖະກິດ, ດ້ານ ພະລັງງານ, ດ້ານວັດທະນະທໍາ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນຂອງສອງພາກພື້ນ. ກອງປະຊຸມລັດຖະມົນຕີຕ່າງ ປະເທດ ອາຊຽນ-ຈີນ ໄດ້ສະແດງ ຄວາມຍິນດີຕໍ່ການຮັບຮອງສັນຍາ ເຂດການຄ້າເສລີ ອາຊຽນ-ຈີນ ສະ ບັບ 3.0 ແລະ ແຜນປະຕິບັດງານ ອາຊຽນ-ຈີນ ສະບັບໃໝ່ (20262030) ໃນທ້າຍປີ 2025 ຜ່ານມາ ແລະ ເຫັນດີໃຫ້ພ້ອມກັນສືບຕໍ່ຈັດ ຕັ້ງປະຕິບັດຢ່າງເປັນຮູບປະທໍາ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະ ກໍາ ເພື່ອສະເຫລີມສະຫລອງຄົບ ຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານອາຊຽນ-ຈີນ ໃນປີ 2026. ສອງຝ່າຍ ເຫັນດີຊຸກ ຍູ້ການຮ່ວມມື ເພື່ອຮັບມືກັບຜົນກະ ທົບຈາກສະພາບການໃນຕາເວັນ ອອກກາງ ເປັນຕົ້ນ ຄວາມໝັ້ນຄົງ ດ້ານພະລັງງານ ແລະ ສະບຽງອາ ຫານ, ໃນນີ້ ກອງປະຊຸມໄດ້ຮັບຮອງ ເອົາຖະແຫລງການຮ່ວມ ອາຊຽນຈີນວ່າດ້ວຍສະພາບການໃນຕາເວັນ ອອກກາງ ແລະ ການຮັດແໜ້ນການ ຮ່ວມມືດ້ານພະລັງງານໃນພາກພື້ນ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ສເກົາຫລີໄດ້ທົບທວນ ຄືນຄວາມຄືບໜ້າການຮ່ວມມື ພາຍ ຫລັງການຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2024. ກອງປະຊຸມສະເແດງ ຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນປະຕິບັດ ງານອາຊຽນ-ສ ເກົາຫລີ(20262030), ການເລີ່ມຕົ້ນ ການເຈລະ ຈາຍົກລະດັບ ສັນຍາເຂດການຄ້າ ເສລີອາຊຽນ-ສ ເກົາຫລີ ແລະ ຊຸກ ຍູ້ການຮ່ວມມືດ້ານເສດຖະກິດດີຈິ ຕອນ ໂດຍສະເພາະແມ່ນຂໍ້ລິເລີ່ມ ດ້ານປັນຍາປະດິດ, ການຮ່ວມມື ດ້ານຄວາມໝັ້ນຄົງທາງໄຊເບີ, ການຕ້ານອາຊະຍາກໍາຂ້າມຊາດ, ການຮັບມືກັບການປ່ຽນແປງຂອງ ສະພາບດິນຟ້າອາກາດ ແລະ ສົ່ງ ເສີມການສຶກສາ-ວັດທະນະທໍາ. ກອງປະຊຸມ ຍັງໄດ້ປຶກສາຫາລືຂໍ້ສະ ເໜີໃນການຈັດກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງ ຄົບຮອບ 40 ປີ ແຫ່ງການພົວພັນຮ່ວມມືອາ ຊຽນ-ສ ເກົາຫລີ ໃນປີ 2029. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ຍີ່ປຸ່ນ ໄດ້ຮັບຊາບ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດແຜນປະຕິບັດງານຖະແຫລງ ການຮ່ວມວິໄສທັດຜູ້ນໍາອາຊຽນຍີ່ປຸ່ນວ່າດ້ວຍມິດຕະພາບແລະການ ຮ່ວມມື. ພ້ອມນີ້, ກອງປະຊຸມ ຍັງໄດ້ ທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ເຫັນດີສືບ ຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການຫັນເປັນດີຈິຕອນ, ການຄ້າດີຈິ ຕອນ, ນະວັດຕະກໍາ ແລະ ປັນຍາ ປະດິດ, ພະລັງງານສະອາດ, ການ ຮັບມືກັບໄພພິບັດ, ການພັດທະນາ ຊັບພະຍາກອນມະນຸດແລະການໄປ ມາຫາສູ່ລະຫວ່າງປະຊາຊົນ. ນອກ ນັ້ນ, ກອງປະຊຸມໄດ້ເຫັນດີໃນດ້ານ ຫລັກການຕໍ່ການຮັບຮອງເອົາຖະ ແຫລງການຮ່ວມວ່າດ້ວຍການ ບັນລຸວິໄສທັດປະຊາຄົມອາຊຽນ 2045 ໃນໂອກາດກອງປະຊຸມສຸດ ຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29 ທີ່ ຈະຈັດຂຶ້ນໃນເດືອນພະຈິກ 2026. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ອົດສະຕຣາລີ ໄດ້ ສະແດງຄວາມຍິນດີຕໍ່ຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດແຜນ ປະຕິບັດງານອາຊຽນ-ອົດສະຕຣາ ລີ (2025-2029) ແລະ ໄດ້ຊຸກຍູ້ ຮັດແໜ້ນການຮ່ວມມືໃນຂົງເຂດ ທີ່ມີຄວາມສົນໃຈ ແລະ ທ່າແຮງ ຮ່ວມກັນ ເປັນຕົ້ນການຄ້າ ແລະ ການລົງທຶນ, ພະລັງງານ, ກະສິກໍາ, ເສດຖະກິດດີຈິຕອນ ແລະ ການໄປ ມາຫາສູ່ລະຫວ່າງປະຊາຊົນ. ພ້ອມ ນີ້, ກອງປະຊຸມໄດ້ເຫັນດີໃນດ້ານ ຫລັກການຕໍ່ການສະເໜີອອກຖະ ແຫລງການຮ່ວມຜູ້ນໍາອາຊຽນອົດສະຕຣາລີ ວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານອາ ຊຽນ-ອົດສະຕຣາລີ ຄົບຮອບ 5 ປີ ໃນໂອກາດກອງປະຊຸມສຸດຍອດອາ ຊຽນ-ອົດສະຕຣາລີ ຄັ້ງທີ 6 ທີ່ຈະ ຈັດຂຶ້ນໃນເດືອນພະຈິກ 2026. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ນິວຊີແລນ ໄດ້ສະ ແດງຄວາມຊົມເຊີຍຜົນສຳເລັດ ຂອງກອງປະຊຸມສຸດຍອດສະເຫລີມ ສະຫລອງການພົວພັນຮ່ວມມືອາ ຊຽນ-ນິວຊີແລນ ຄົບຮອບ 50 ປີ ແລະ ການຍົກລະດັບເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ ໃນປີ 2025. ພ້ອມນີ້, ກອງປະຊຸມ ຊຸກຍູ້ການ ຈັດຕັ້ງປະຕິບັດແຜນປະຕິບັດງານ ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານອາຊຽນ-ນິວຊີແລນ (20262030) ຢ່າງມີປະສິດທິພາບ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດທີ່ ມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ກະສິກໍາ, ພະລັງງານສະອາດ, ການ ຮັບມືກັບໄພພິບັດ, ການສ້າງຂີດ ຄວາມສາມາດໃຫ້ແກ່ຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ,ການພັດທະນາຊັບພະຍາ ກອນມະນຸດ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ. ກອງປະຊຸມ ເຫັນດີຮັບຮອງຖະແຫລງການຮ່ວມ ລັດຖະມົນຕີຕ່າງປະເທດອາຊຽນນິວຊີແລນ ວ່າດ້ວຍການຮັດແໜ້ນ ຄວາມເຂັ້ມແຂງຂອງພາກພື້ນ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ອີຢູ ໄດ້ຮັບຊາບ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດແຜນປະຕິບັດງານການຮ່ວມມື ອາຊຽນ-ອີຢູ (2023-2027) ແລະ ທິດທາງແຜນການຮ່ວມມືໃນ ຕໍ່ໜ້າ ໂດຍເຫັນດີສືບຕໍ່ຮັດແໜ້ນ ການຮ່ວມມືເປັນຕົ້ນໃນຂົງເຂດການ ຄ້າ-ການລົງທຶນ, ການຫັນເປັນດີຈິ ຕອນ, ການຮັບມືກັບການປ່ຽນແປງ ດິນຟ້າອາກາດ ແລະ ການໄປມາຫາ ສູ່ລະຫວ່າງປະຊາຊົນ. ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມໃຫ້ ແກ່ການສະເຫລີມສະຫລອງໃນ ໂອກາດຄົບຮອບ 50 ປີ ແຫ່ງການ ພົວພັນອາຊຽນ-ອີຢູ ໃນປີ 2027. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ອັງກິດ ໄດ້ຕີລາ ຄາສູງຕໍ່ຜົນສໍາເລັດຂອງການຈັດ ຕັ້ງປະຕິບັດແຜນປະຕິບັດງານອາ ຊຽນ-ອັງກິດ (2022-2026) ແລະ ສືບຕໍ່ຄວາມໝາຍໝັ້ນໃນການ ເສີມຂະຫຍາຍຄວາມຮ່ວມມື ດ້ານ ເສດຖະກິດ-ການຄ້າ, ການຮັບມືກັບ ການປ່ຽນແປງດິນຟ້າອາກາດ ແລະ ການເຊື່ອມໂຍງ-ເຊື່ອມຈອດພາກ ພື້ນ. ເພື່ອສືບຕໍ່ຊຸກຍູ້ການຮັດແໜ້ນ ສາຍພົວພັນອາຊຽນ-ອັງກິດ ໃຫ້ມີ ຄວາມແໜ້ນແຟ້ນ, ມີປະສິດທິຜົນ ແລະ ນໍາພາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງສອງພາກພື້ນ ຢ່າງຍືນຍົງ,ກອງປະຊຸມໄດ້ຮັບຮອງ ເອົາແຜນປະຕິບັດອາຊຽນ-ອັງກິດ ສະບັບໃໝ່ (2027-2031) ແລະ ຖະແຫລງການຮ່ວມລັດຖະມົນຕີ ຕ່າງປະເທດ ອາຊຽນ-ອັງກິດ ວ່າ ດ້ວຍການຮ່ວມມືໃນແນວຄວາມຄິດ ອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ. ຄິດ, ຄຸນສົມບັດສິນທຳປະຕິວັດ, ການຍົກລະດັບຄວາມຮູ້ດ້ານວິຊາ ສະເພາະ, ດ້ານໄອທີ, ພາສາຕ່າງປະ ເທດ, ສ້າງຄວາມສາມາດ-ຄວາມ ຊຳນານງານດ້ວຍການຮຽນຮູ້ຈາກ ຂະບວນການວຽກງານຕົວຈິງກັບ ທີ່, ແລກປ່ຽນຖອດຖອນບົດຮຽນ ຈາກຜູ້ມີປະສົບການແລະຊອກຮູ້ຮໍ່າ ຮຽນດ້ວຍຕົນເອງ ຜ່ານການຝຶກຝົນ ຫລໍ່ຫລອມ, ບຳລຸງ-ກໍ່ສ້າງນັ້ນ ເຮັດ ໃຫ້ສະມາຊິກແມ່ຍິງຫລາຍທ່ານ ໄດ້ກາຍເປັນພະນັກງານທີ່ມີຄວາມ ພົ້ນເດັ່ນ, ມີຄວາມຮູ້-ຄວາມສາ ມາດ, ມີຄວາມຊໍານິຊໍານານ. ນອກ ຈາກນີ້, ສະມາຊິກສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ສະແດງ ອອກໃນການປະຕິບັດໜ້າທີ່ການ ເມືອງຂອງ ຄອສພ ໂດຍສະເພາະ ແມ່ນໜ້າທີ່ຂອງແຕ່ລະກົມກອງ, ແຕ່ລະບຸກຄົນ ໃນຖານະເປັນເສນາ ທິການໃຫ້ແກ່ຄະນະບໍລິຫານງານ ສູນກາງພັກ, ຄະນະພັກ-ຄະນະນໍາ ຄອສພ ໃນການເຮັດວຽກງານການ ເມືອງ-ແນວຄິດ, ວຽກງານຄົ້ນຄວ້າ ທິດສະດີ ແລະ ສະຫລຸບພຶດຕິກຳ, ວຽກງານໂຄສະນາອົບຮົມ ແລະ ວຽກງານສື່ມວນຊົນ ຊຶ່ງເປັນວຽກ ໜຶ່ງທີ່ມີບົດບາດສຳຄັນໃນການໂຄ ສະນາ, ສຶກສາອົບຮົມ, ສ້າງຄວາມ ຮັບຮູ້-ເຂົ້າໃຈທີ່ຖືກຕ້ອງ, ປຸກລະ ດົມຊວນເຊື່ອມະຫາຊົນເຄື່ອນໄຫວ ຢ່າງຕັ້ງໜ້າ, ປະດິດສ້າງໃນການຈັດ ຕັ້ງປະຕິບັດແນວທາງ, ນະໂຍບາຍ ຂອງພັກໃຫ້ປະກົດຜົນເປັນຈິງ; ເກັບ ກໍາຫາງສຽງທັງອັນດີແລະ ອັນບໍ່ດີ, ທັງຊີ້ແຈງອະທິບາຍ ແລະ ແກ້ໄຂ ບັນຫາຕ່າງໆທີ່ເກີດຂຶ້ນຈາກການ ເຄື່ອນໄຫວນຳພາຂອງພັກ ຕໍ່ການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ, ປະກອບສ່ວນໃນການ ປັບປຸງບູລະນະແນວທາງ, ແຜນນະ ໂຍບາຍຂອງພັກໃນແຕ່ລະໄລຍະ. ຫລັງຈາກນັ້ນ, ກໍໄດ້ມອບໃບຍ້ອງ ຍໍໃຫ້ສະຫະພັນແມ່ຍິງ ຄະນະໂຄ ສະ ນາອົບຮົມສູນກາງພັກ, ພ້ອມທັງ ມອບໃບຍ້ອງຍໍແມ່ຍິງສາມ 3 ດີ ໃຫ້ ຄະນະໜ່ວຍແມ່ຍິງຕື່ມອີກ. ໂອກາດດຽວກັນ, ທ່ານ ນາງ ທຳມາ ເພັດວິໄຊ ໄດ້ຫວນຄືນປະ ຫວັດມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວ ແລະ ຜົນງານຕະຫລອດ ໄລຍະ 71 ປີ ຊຶ່ງແມ່ຍິງລາວໃນເມື່ອ ກ່ອນໄດ້ປະກອບສ່ວນອຸທິດເຫື່ອ ແຮງ, ສະຕິປັນຍາເຂົ້າໃນພາລະ ກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫລ່ ກັບເພດຊາຍດ້ວຍນໍ້າໃຈເສຍສະລະ ສູງສົ່ງ, ເດັດດ່ຽວຕໍ່ສູ້ຢ່າງພິລະ ອາດຫານ, ຕີສັດຕູໃຫ້ປະລາໄຊໃນ ຫລາຍບັ້ນຮົບ ແລະ ໄດ້ສ້າງມູນເຊື້ອ ໃຫ້ເປັນທີ່ຈັກປະຕາຂອງເອື້ອຍນ້ອງ ແມ່ຍິງ. ພາຍຫລັງປະເທດຊາດ ໄດ້ ຮັບການປົດປ່ອຍແມ່ຍິງລາວ ກໍໄດ້ ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນ ຂະຫຍັນພຽນ, ຕັ້ງໜ້າປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຈົນເຖິງປັດຈຸບັນ. ທ່ານ ວັນສີ ກົວມົວ ໄດ້ເນັ້ນໃຫ້ ຄະນະສະຫະພັນແມ່ຍິງ ແລະ ເອື້ອຍ ນ້ອງແມ່ຍິງ ຄອສພ ພ້ອມກັນນຳ ເອົາເນື້ອໃນຈິດໃຈ ຂອງການປາຖະ ກະຖາຄັ້ງນີ້ ໄປຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນແຜນ ການເຄື່ອນໄຫວວຽກງານຕົວຈິງ ໃຫ້ປະກົດຜົນເປັນຈິງຢ່າງຈົບງາມ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ, ເພີ່ມທະວີຄວາມ ຮັບຜິດຊອບໃນຖານະເປັນອົງການ ເສນາທິການດ້ານແນວຄິດຂອງພັກ ຕໍ່ແມ່ຍິງ, ສືບຕໍ່ເປັນກຳລັງແຮງ ສຳຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເອົາໃຈໃສ່ພັດທະນາຕົນເອງຢ່າງ ບໍ່ຢຸດຢັ້ງທັງດ້ານທິດສະດີ, ວິຊາ ສະເພາະ, ເຕັກໂນໂລຊີ ແລະ ພາສາ ຕ່າງປະເທດ, ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ການຫັນປ່ຽນວຽກງານສື່ມວນຊົນ ສູ່ຄຸນນະພາບໃໝ່ ທີ່ທັນສະໄໝ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ຄະນະສະຫະພັນແມ່ຍິງ ຄອສພ ໃຫ້ ປະກົດຜົນເປັນຈິງ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວ ໜ້າກົມ-ຮອງກົມ, ຫົວໜ້າພະແນກຮອງພະແນກ ຕະຫລອດຮອດພະ ນັກງານວິຊາການເຂົ້າຮ່ວມຮັບຟັງ. ທ່ານ ຄໍາມອນ ຈັນທະຈິດ ໄດ້ ກ່າວວ່າ: ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງຊາດລາວໃນພາລະກິດຕໍ່ສູ້ປົດ ປ່ອຍປະເທດຊາດກໍຄືການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດແລະຮ່ວມກັນຜັນຂະຫຍາຍວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບ ຮອບ 49 ປີ ແລະ ວັນສ້າງຕັ້ງສາຍ ພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ; ເພື່ອໂຄສະນາ ສຶກສາອົບຮົມໃຫ້ສະມາຊິກພັກ, ພະ ນັກງານ-ລັດຖະກອນ ໃຫ້ເຂົ້າໃຈ ຕໍ່ມູນເຊື້ຶອອັນດີງາມຂອງປະທານ ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນ ຕົວ ເປັນເຈົ້າການເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີລະຫວ່າງລາວຫວຽດນາມແລະຄວາມສາມັກຄີລະ ຫວ່າງປະຊາຊົນບັນດາເຜົ່າພາຍ ໃນຊາດ, ເສີມຂະຫຍາຍມູນເຊື້ອຮັກ ຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ສ້າງຄວາມສາມັກຄີ ປອງດອງ, ມີສະຕິລະວັງຕົວຕໍ່ກົນ ອຸບາຍທໍາລາຍມ້າງເພຂອງອິດທິ ກໍາລັງປໍລະປັກ; ເພື່ອສະແດງຄວາມ ກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາພັກ ແລະ ລັດຖະບານຮຸ່ນກໍ່ຕັ້ງ, ຍ້ອນມີເພິ່ນ ໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້, ຖື ເອົາໂອກາດນີ້ໂຄສະນາປຸກລະດົມ ໃຫ້ພະນັກງານ, ສະມາຊິກພັກ ພ້ອມ ກັນຮໍ່າຮຽນເອົາຄຸນສົມບັດສິນທໍາ ປະຕິວັດອັນສູງສົ່ງ ໂດຍສະເພາະ ແມ່ນຈິດໃຈຮັກຊາດອັນສູງສົ່ງ ຍອມເສຍສະລະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ແລະ ປະຊາຊົນ ຂອງປະທານ ສຸພານຸວົງ, ພ້ອມທັງ ເປັນເຈົ້າການໃນການເສີມຂະຫຍາຍ ສາຍພົວພັນພິເສດ ແລະ ການຮ່ວມ ມືຮອບດ້ານລາວ-ຫວຽດນາມ ໃຫ້ ນັບມື້ເຂົ້າສູ່ລວງເລິກ, ປະກອບສ່ວນ ໃນການແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ, ບົນພື້ນ ຖານການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະໃໝ່. ຂໍ້ມູນ-ພາບ: ຂ່າວສານ ຮສສ ອົງການທຽບເທົ່າ, ອົງການປົກ ຄອງທ້ອງຖິ່ນ, ສະຖາບັນແລະພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ແກ້ວອຸ ທອນ ລຸນແສງຈັນ ໄດ້ຍົກໃຫ້ເຫັນ ເຖິງຄວາມສຳຄັນ ໃນການປັບປຸງ ນິຕິກຳ ເພື່ອຜັນຂະຫຍາຍເນື້ອໃນ ມາດຕາ 34 ຂອງກົດໝາຍ ວ່າດ້ວຍ ວິທະຍາສາດແລະເຕັກໂນໂລຊີ(ສະ ບັບປັບປຸງ ເລກທີ 26/ສພຊ, ລົງ ວັນທີ 29 ທັນວາ 2022) ແລະ ດຳ ລັດວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງສະພາວິທະຍາສາດ ແຫ່ງຊາດ (ສະບັບເລກທີ 375/ ນຍ, ລົງວັນທີ 12 ທັນວາ 2023) ໃຫ້ມີຄວາມລະອຽດ, ຈະແຈ້ງ, ຮັດ ກຸມ ແລະ ແທດເໝາະກັບສະພາບ ການພັດທະນາໃນປັດຈຸບັນ. ທ່ານ ສຸວັນ ການສິນໄຊ ຮອງ ຫົວໜ້າຫ້ອງການສະພາວິທະຍາ ສາດແຫ່ງຊາດ ໄດ້ສະເໜີຮ່າງຄຳ ແນະນຳວ່າດ້ວຍການສ້າງຕັ້ງແລະ ການເຄື່ອນໄຫວຂອງສະພາວິທະ ຍາສາດແຫ່ງຊາດ ຊຶ່ງເນື້ອໃນຕົ້ນ ຕໍຂອງຮ່າງຄຳແນະນຳສະບັບນີ້ໄດ້ ກໍານົດຢ່າງຈະແຈ້ງກ່ຽວກັບຈຸດປະ ສົງ ເພື່ອເປັນບ່ອນອີງໃນການກຳ ນົດມາດຕະຖານ, ຫລັກການ ແລະ ຂັ້ນຕອນການສ້າງຕັ້ງສະພາວິທະ ຍາສາດຂອງຂະແໜງການ ໃຫ້ເປັນ ເອກະພາບກັນໃນຂອບເຂດທົ່ວປະ ເທດ; ທີ່ຕັ້ງ ແລະ ພາລະບົດບາດ ເປັນອົງການຈັດຕັ້ງວິຊາການ ຢູ່ບັນ ດາກະຊວງ, ອົງການທຽບເທົ່າ ແລະອົງການປົກຄອງທ້ອງຖິ່ນເຮັດ ໜ້າທີ່ເປັນເສນາທິການ ແລະ ໃຫ້ຄຳ ປຶກສາດ້ານການຄົ້ນຄວ້າ, ພິຈາ ລະນາຮັບຮອງຫົວຂໍ້/ໂຄງການຄົ້ນ ຄວ້າ, ການໃຫ້ຕຳແໜ່ງ, ນາມມະ ຍົດ ແລະ ລາງວັນນັກຄົ້ນຄວ້າ; ເງື່ອນໄຂ ແລະ ໂຄງປະກອບບຸກຄະ ລາກອນຕ້ອງມີສະມາຊິກຢ່າງໜ້ອຍ 7 ທ່ານ. ໃນນັ້ນ, ມີຄຸນວຸທິລະດັບປະ ລິນຍາເອກຢ່າງໜ້ອຍ 6 ທ່ານ (ມີ ວິຊາສະເພາະກົງກັບຂະແໜງການ ບໍ່ຫລຸດ 4 ທ່ານ ແລະ ກ່ຽວຂ້ອງ 2 ທ່ານ), ມີປະທານ 1 ທ່ານ, ຮອງ ປະທານ 1-2 ທ່ານ ແລະ ຄະນະກຳ ມະການ 5 ທ່ານຂຶ້ນໄປ ໂດຍມີອາ ຍຸການ 5 ປີ; ໜ້າທີ່, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກດຳ ຄອສພ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮສສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລະດົມຄວາມເຫັນ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາວ ຄົບຮອບ71ປີ ແລະ ສະຫລຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ທິດທາງແຜນການໃນຕໍ່ໜ້າ ໃນວັນທີ 23 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ວັນສີ ກົວມົວ ຮອງຫົວໜ້າ ຄອສພ, ທ່ານ ນາງ ທຳມາ ເພັດວິໄຊ ຮອງ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ, ປະ ທານ, ຮອງປະທານສະຫະພັນແມ່ ຍິງ ຄອສພ; ພ້ອມດ້ວຍສະມາຊິກ ແມ່ຍິງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມ ຈັດຕັ້ງ, ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານສະ ຫະພັນແມ່ຍິງ ຄອສພ ໄດ້ສະຫລຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ3ດີ. ໃນໄລຍະ 5 ປີຜ່ານມາ, (20212025) ສະມາຊິກສະຫະພັນແມ່ ຍິງ ໄດ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ພັດທະນາຕົນເອງຢ່າງຮອບ ດ້ານ ໂດຍສະເພາະແມ່ນດ້ານແນວ ເນີນງານຕາມຫລັກການລວມສູນ ປະຊາທິປະໄຕ, ຈັດກອງປະຊຸມສາ ມັນ ປີລະ 2 ຄັ້ງ ແລະ ມີກາປະທັບ ຂອງຕົນເອງ ເພື່ອເຄື່ອນໄຫວວຽກ ງານທາງລັດຖະການ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ມີບັນຍາ ກາດແລກປ່ຽນທາງວິຊາການຢ່າງ ເລິກເຊິ່ງ ໂດຍຜູ້ເຂົ້າຮ່ວມໄດ້ເນັ້ນ ໃສ່ການປັບປຸງຂໍ້ກຳນົດດ້ານເອກະ ສານ, ຂັ້ນຕອນການປະສານງານ ລະຫວ່າງຂະແໜງການ ແລະ ຫ້ອງ ການສະພາວິທະຍາສາດແຫ່ງຊາດ, ລວມທັງການກຳນົດເງື່ອນໄຂ ບຸກຄະລາກອນ ໃຫ້ສອດຄ່ອງກັບ ຄວາມເປັນຈິງຂອງແຕ່ລະອົງການ ປົກຄອງທ້ອງຖິ່ນ ແລະ ກະຊວງ. ຂ່າວ-ພາບ: ບົວລະພາ
RkJQdWJsaXNoZXIy MTc3MTYxMQ==