@ 0j k; c]t gsfdko j 24/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ...ົັົີ ຄະນະນຳຂອງແຂວງ, ນະຄອນ ໄກສອນພົມວິຫານ, ຄະນະບໍລິຫານ ກຸ່ມບໍລິສັດຜູ້ພັດທະນາໂຄງການ ພະລັງງານແສງຕາເວັນ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂຄງການໄຟຟ້າພະລັງງານ ແສງຕາເວັນ 100 MW ແຫ່ງນີ້ ແມ່ນ 1 ໃນ 12 ໂຄງການບຸລິມະສິດ ສໍາຄັນຂອງລັດຖະບານ ໃນແຜນ ການຮັບຊື້ພະລັງງານໄຟຟ້າແສງ ຕາເວັນ ເຊື່ອມເຂົ້າລະບົບສາຍສົ່ງ 115kVຂອງລັດວິສາຫະກິດໄຟຟ້າ ລາວ, ມີເນື້ອທີ່ປະມານ 158 ເຮັກ ຕາ, ຫ່າງຈາກເທສະບານນະຄອນ ໄກສອນ ພົມວິຫານ ປະມານ 13 ກິໂລແມັດ ໂດຍແມ່ນກຸ່ມບໍລິສັດ ຄູນ ໄຊພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ ສະໜອງທຶນ,ບໍລິສັດລາວພັດທະນາ ກຣີນເອັນເນີຈີ ຈຳກັດ ເປັນຜູ້ພັດທະ ນາໂຄງການແລະບໍລິສັດອຳມະຕະ ເອັນຈີເນຍຣິງຈຳກັດເປັນຜູ້ຮັບເໝົາ ກໍ່ສ້າງ.ພ້ອມກັນນັ້ນ,ໂຄງການຍັງມີ ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 115 kV ຄວາມຍາວ 7 ກິໂລແມັດ ເພື່ອເຊື່ອມຕໍ່ເຂົ້າສະຖານີໄຟຟ້າ ປາກບໍ່. ສຳລັບພະລັງງານໄຟຟ້າ ແມ່ນມີແຜນສະໜອງໃຫ້ແກ່ການ ຊົມໃຊ້ພາຍໃນທ້ອງຖິ່ນ ແລະ ສົ່ງ ຂາຍເຂົ້າລະບົບຂອງລັດວິສາຫະ ກິດໄຟຟ້າລາວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ໃຫ້ ທິດຊີ້ນຳບາງດ້ານ ຕໍ່ພາກສ່ວນຂະແໜງການກ່ຽວຂ້ອງຂອງລັດ ແລະ ຜູ້ພັດທະນາໂຄງການ ເປັນຕົ້ນ ໃຫ້ເອົາໃຈໃສ່ເປັນພິເສດຫລີກລ່ຽງ ຜົນກະທົບຕໍ່ເນື້ອທີ່ດິນກະສິກຳ ຂອງປະຊາຊົນ ເພາະເປັນບ່ອນຜະ ລິດສະບຽງອາຫານທີ່ສຳຄັນຂອງ ທ້ອງຖິ່ນ; ສືບຕໍ່ສົ່ງເສີມບັນດາບໍລິ ສັດ ແລະ ພາກສ່ວນຕ່າງໆ ນຳໃຊ້ ແບບຍືນຍົງໃນເຂດແມ່ນ້ຳຂອງ ຕອນລຸ່ມ ຊຶ່ງໄດ້ຖອດຖອນບົດຮຽນ ຈາກການພັດທະນາເຂື່ອນໄຟຟ້າ ນ້ຳຂອງໄຊຍະບູລີ, ມີມູນຄ່າການກໍ່ ສ້າງປະມານ 5 ຕື້ໂດລາສະຫະລັດ, ທາງໂຄງການໄດ້ຜ່ານການວິເຄາະ ພັນປາເພື່ອອານຸລັກ, ສຳຫລວດ- ອອກແບບໃຫ້ເໝາະສົມກັບພື້ນທີ່ ໂດຍບໍ່ສົ່ງຜົນກະທົບຕໍ່ເຂດມໍລະດົກ ໂລກຫລວງພະບາງ, ຫລີກລ່ຽງຜົນ ກະທົບໜັກຕໍ່ສີ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະລະດັບນ້ຳທີ່ ຍື່ງຂຶ້ນ ບໍ່ເກີນ 310 ແມັດ ຈາກລະ ດັບໜ້ານ້ຳທະເລຫລື ເທົ່າກັບລະດັບ ນ້ຳທີ່ເຄີຍມີປະລິມານສູງຂຶ້ນ ໃນລະ ດູຝົນໄລຍະຜ່ານມາ, ມີສີ່ງອຳນວຍ ຄວາມສະດວກໃຫ້ກັບການຂຶ້ນ-ລົງ ຂອງເຮືອຂົນສົ່ງສີນຄ້າລະດັບ500 ໂຕນ ແລະ ເຮືອຂົນສົ່ງໂດຍສານ ໃຊ້ເວລາປະມານ 40 ນາທີ, ທັງອຳ ນວຍຄວາມສະດວກການຂຶ້ນ-ລົງ ຂອງປາ, ຮອງຮັບແຮງສັ່ນສະ ເທືອນ ຈາກເຫດການແຜ່ນດິນໄຫວ ໃນລະດັບທີ່ແນ່ນອນ, ໃນພື້ນທີ່ພັດ ທະນາມີຜົນກະທົບກວມ 22 ບ້ານ ມີປະຊາກອນປະມານ 7.000 ຄົນ ຊຶ່ງໄດ້ມີການຍົກຍ້າຍຈັດສັນໄປຢູ່ ບ່ອນໃໝ່ແລ້ວຈຳນວນໜຶ່ງ ໂດຍຜູ້ ພັດທະນາໂຄງການໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມການພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນ ຕາມນະ ໂຍບາຍຂອງລັດຖະບານ, ຮັບປະ ກັນໃຫ້ດີຂຶ້ນກວ່າເກົ່າ ພາຍຫລັງທີ່ ໄດ້ຮັບການຍົກຍ້າຍ. ສຳລັບວຽກ ງານການກໍ່ສ້າງປັດຈຸບັນກຳລັງ ດຳເນີນການກໍ່ສ້າງຕາມແຜນການ ສາມາດປະເມີນຄວາມຄືບໜ້າສໍາ ເລັດແລ້ວ 72% ໂດຍສະເພາະການ ກໍ່ສ້າງໂຕເຂື່ອນ ຊຶ່ງໄດ້ອ່ວຍນ້ຳໃຫ້ ເຮືອສາມາດຂຶ້ນ-ລົງໄດ້ຕາມປົກ ກະຕິ ແລະ ກໍ່ສ້າງຮາກຖານຂອງໂຕ ເຂື່ອນ, ພາຍຫລັງສຳເລັດຈະສືບ ຕໍ່ປ່ຽນແລວນ້ຳ ເພື່ອດຳເນີນການ ກໍ່ສ້າງຮາກຖານຂອງເຄື່ອນອີກ ເບື້ອງ, ຄາດວ່າໂຄງການກໍ່ສ້າງຈະ ສຳເລັດພາຍໃນໄລຍະ 5 ປີ ຫລື ປະມານປີ 2030 ຈະໄດ້ເລີ່ມຜະລິດ ໄຟຟ້າ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າ ຄຳຟອງ ໄດ້ມີຄຳເຫັນເຈາະຈີ້ມ ບາງບັນຫາ ເປັນຕົ້ນ ການປະຕິບັດ ນະໂຍບາຍຕໍ່ຜູ້ໄດ້ຮັບຜົນກະທົບ, ການລະບາຍຕະກອນຂອງເຂື່ອນ, ສະພາບການຮັກສາລະດັບນ້ຳໃນ ລະດູແລ້ງຢູ່ກ້ອງເຂື່ອນ, ການຈຳ ໜ່າຍໄຟຟ້າ ພາຍຫລັງການກໍ່ສ້າງ ສຳເລັດ ແລະ ການສ້າງຜົນປະ ໂຫຍດໃຫ້ລັດຖະບານ ກໍຄື ທ້ອງຖິ່ນ ຈຸດທີ່ຕັ້ງຂອງການພັດທະນາເຂື່ອນ ໄຟຟ້າ ແລະ ໄດ້ຮັບຄໍາຕອບຢ່າງລະ ອຽດໃນແຕ່ລະບັນຫາຈາກຜູ້ບໍລິ ຫານໂຄງການ. ຈາກນັ້ນ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ ແລະ ຄະ ນະ ໄດ້ຢ້ຽມຊົມເຂດພັດທະນາໂຕ ເຂື່ອນ ຕື່ມອີກ. ພາບ: ທະນູສິນ; ຂ່າວ: ອາພຸດເດດ ແຜງໂຊລ້າເຊວ ທີ່ຜະລິດຢູ່ພາຍໃນ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອເປັນ ການສົ່ງເສີມການຊົມໃຊ້ຜະລິດຕະ ພັນພາຍໃນ ໃຫ້ມີຄວາມແຂງແຮງ; ຕິດພັນກັບການພັດທະນາໂຄງການ ໃຫ້ພິຈາລະນານຳໃຊ້ພື້ນທີ່ໂຄງ ການແບບປະສົມປະສານ ໃຫ້ເກີດ ປະໂຫຍດສູງສຸດ ເຊັ່ນ: ມີການປູກ ຫຍ້າ ເພື່ອລ້ຽງສັດ ແລະ ອື່ນໆ; ໃຫ້ ອົງການປົກຄອງແຂວງ, ນະຄອນ ແລະ ໂຄງການສົມທົບກັນມີສ່ວນ ຮ່ວມໃນການພັດທະນາຊຸມຊົນທ້ອງ ຖິ່ນ ເປັນຕົ້ນການຈັດສັນອາຊີບ, ທີ່ດິນ, ສ້າງວຽກເຮັດງານທຳ, ພັດ ທະນາສີມືແຮງງານ ແລະ ພັດທະ ນາພື້ນຖານໂຄງລ່າງຕ່າງໆ, ເຮັດ ໃຫ້ທ້ອງຖິ່ນ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການພັດທະ ນາດີຂຶ້ນເປັນກ້າວໆ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ການທ່ອງທ່ຽວ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນໆ ເພື່ອຜົນປະໂຫຍດ ຮ່ວມກັນ ຂອງປະຊາຊົນສອງຊາດ ລາວ-ຣັດເຊຍ. ນອກຈາກນີ້, ສອງຝ່າຍຍັງໄດ້ ແລກປ່ຽນທັດສະນະຢ່າງກົງໄປ ກົງມາ ກ່ຽວກັບສະພາບການພົ້ນ ເດັ່ນໃນພາກພື້ນແລະສາກົນທີ່ສອງ ຝ່າຍໃຫ້ຄວາມສົນໃຈຮ່ວມກັນ, ພ້ອມທັງຢືນຢັນຄືນຈະສືບຕໍ່ ສະໜັບ ສະໜູນ ແລະ ຮ່ວມມືກັນຢ່າງໃກ້ຊິດ ໃນເວທີພາກພື້ນ ແລະ ສາກົນ ເພື່ອ ຜູ້ປະຈຳການ...ູ້ ຮອງນາຍົກລັດຖະມົນຕີ...ົັົີ ປະກອບສ່ວນເຂົ້າ ໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນທົ່ວໂລກ. ຄຽງ ຄູ່ກັນນີ້, ສອງຝ່າຍຍັງໄດ້ ຕີລາຄາ ສູງຕໍ່ໝາກຜົນການຮ່ວມມື ໃນຂອບ ອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ. ຄະນະຊີ້ນຳ...ີ້ ປະທານ, ຮອງປະທານ ແລະ ກໍາມະ ການຄະນະຊີ້ນໍາລະດັບຊາດ ເພື່ອ ຈັດຕັ້ງປະຕິບັດກົນໄກການບໍລິການ ຂອງລັດຜ່ານປະຕູດຽວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້່າຮ່ວມ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຖືເປັນ ບາດກ້າວສໍາຄັນທີ່ສະແດງໃຫ້ເຫັນ ເຖິງຄວາມໝາຍໝັ້ນ ແລະ ເຈດຕະ ນາອັນແຮງກ້າຂອງພັກແລະລັດຖະ ບານ ໃນການປັບປຸງການບໍລິການ ທີ່ດີຂອງລັດ ຮັບໃຊ້ປະຊາຊົນ ແລະ ຖືເອົາປະຊາຊົນເປັນໃຈກາງໃນ ການພັດທະນາຢ່າງແທ້ຈິງ ໂດຍສຸມ ໃສ່ປັບປຸງນິຕິກໍາກ່ຽວກັບວຽກງານ ກົນໄກການບໍລິການຂອງລັດຜ່ານ ປະຕູດຽວ, ກົນໄກ ແລະ ລະບຽບ ການ, ຍົກສູງຄວາມສາມາດໃນຄຸ້ມ ຄອງ ແລະ ບໍລິຫານລັດ ໃຫ້ມີປະສິດ ທິພາບ ຕິດພັນກັບການຫັນເປັນດີຈິ ຕອນ, ການແບ່ງຂັ້ນ, ແບ່ງສິດ ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ ການບໍລິການຂອງລັດໃຫ້ມີຄວາມ ສະດວກ, ວ່ອງໄວ ແລະ ໂປ່ງໃສ. ທັງນີ້, ກໍເພື່ອສ້າງຄວາມເຂົ້າໃຈ ທີ່ເປັນເອກະພາບກ່ຽວກັບພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງຄະ ນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງ ປະຕິບັດກົນໄກການບໍລິການຂອງ ລັດຜ່ານປະຕູດຽວ ທີ່ໄດ້ກໍານົດໄວ້ ໃນດໍາລັດຂອງລັດຖະບານ ແຫ່ງ ສປປ ລາວ ເລກທີ 218/ລບ, ລົງ ວັນທີ 26 ມິຖຸນາ 2026. ພ້ອມທັງ ຮັບຟັງການລາຍງານໂດຍຫຍໍ້ກ່ຽວ ກັບສະພາບການຈັດຕັ້ງປະຕິບັດ ກົນໄກການບໍລິການຂອງລັດຜ່ານ ປະຕູດຽວ 2006-2026; ຜ່ານ ແຜນການເຄື່ອນໄຫວ ຂອງຄະນະຊີ້ ນໍາລະດັບຊາດໄລຍະ5ປີ(20262030), ປຶກສາຫາລືກ່ຽວກັບ ການກໍານົດບັນດາໜ້າວຽກການ ບໍລິການຂອງລັດ ທີ່ຕ້ອງນໍາເຂົ້າ ຈັດຕັ້ງປະຕິບັດ ຢູ່ສູນບໍລິການຂອງ ລັດຜ່ານປະຕູດຽວແຕ່ລະຂັ້ນ; ການ ຄົ້ນຄວ້າງົບປະມານຂອງລັດໃນ ການເຄື່ອນໄຫວ, ປັບປຸງ ແລະ ພັດ ທະນາລະບົບການບໍລິການຂອງ ລັດໃຫ້ທັນສະໄໝ, ລວມທັງປຶກສາ ຫາລືເອກະພາບກ່ຽວກັບການເກັບ ຄ່າທໍານຽມ, ຄ່າບໍລິການຂອງລັດ ແບບລວມສູນປະຕູດຽວຜ່ານລະ ບົບອອນລາຍ, ແອັບຕື່ມເງິນມືຖື ຫລື ລະບົບທະນາຄານ. ພາຍຫລັງສໍາເລັດກອງປະຊຸມ ໃນຄັ້ງນີ້, ຄະນະຊີ້ນໍາລະດັບຊາດ ຈະໄດ້ສືບຕໍ່ແຕ່ງຕັ້ງຄະນະຮັບຜິດ ຊອບຈັດຕັ້ງປະຕິບັດວຽກງານບໍລິ ການຂອງລັດຜ່ານປະຕູດຽວ ແລະ ພັດທະນາລະບົບການບໍລິການຂອງ ລັດຜ່ານປະຕູດຽວແບບທັນສະໄໝ (Smart ODSC) ຂອງກະຊວງ, ອົງການ ແລະ ທ້ອງຖິ່ນ ຂອງຕົນ ຂຶ້ນ ເພື່ອເຮັດວຽກຢ່າງໃກ້ຊິດກັບ ກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ ໃນການ ຄົ້ນຄວ້າກໍານົດຂອບນິຕິກໍາ, ລະ ບຽບ, ກໍານົດໜ້າວຽກບໍລິການຂອງ ຂະແໜງການຕົນ ທີ່ຈະນໍາເຂົ້າບໍລິ ການຢູ່ສູນບໍລິການຂອງລັດຜ່ານ ປະຕູດຽວແຕ່ລະຂັ້ນ, ລວມທັງນໍາ ເອົາໜ້າວຽກການບໍລິການຂອງ ຂະແໜງການຕົນ ເຂົ້າໃນລະບົບ ການບໍລິການຂອງລັດຜ່ານປະຕູ ດຽວແບບທັນສະໄໝ. ສະຫາຍ ລາວປາວຊົ່ງ ນະວົງ ໄຊ ກຳມະການສູນກາງພັກ, ຮອງ ປະທານສູນກາງແນວລາວສ້າງ ຊາດ ໄດ້ປະກອບຄຳເຫັນໃນກອງ ປະຊຸມວຽກງານສື່ມວນຊົນທົ່ວ ປະເທດ ຄັ້ງທີ I ໃນຫົວຂໍ້: “ການ ນໍາໃຊ້ພາຫະນະສື່ມວນຊົນ ໃນ ການປຸກລະດົມທົ່ວປວງຊົນລາວ ທັງຊາດ ເຂົ້າຮ່ວມໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ຂອງພັກ” ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ສື່ມວນ ຊົນລາວ ເປັນຂົວຕໍ່ລະຫວ່າງປະຊາ ຊົນກັບພັກ-ລັດ ໃນການນໍາເອົາ ແນວຄິດຈິດໃຈ, ສຽງສະທ້ອນສັງ ຄົມ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນລາວບັນດາເຜົ່າ ສູ່ ພັກ-ລັດ, ເຮັດໃຫ້ພັກ-ລັດ ຂັ້ນເທິງ ເຫັນໄດ້ສະພາບການຕ່າງໆ ແລ້ວ ຫັນໄປສູ່ການນໍາພາປັບປຸງ, ແກ້ໄຂ, ພັດທະນາ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນນັບມື້ນັບຢູ່ດີກິນດີ. ບໍ່ວ່າເວລາໃດ ພັກກໍຖືວຽກງານສື່ ມວນຊົນເປັນພາກສ່ວນໜຶ່ງ ໃນ ວຽກງານການເມືອງ-ແນວຄິດ ຂອງພັກ ປຸກລະດົມຂົນຂວາຍທົ່ວ ປວງຊົນລາວບັນດາເຜົ່າ, ສາສະ ໜາ,ຊັ້ນຄົນ, ເພດ-ໄວຢູ່ພາຍໃນແລະ ຕ່າງປະເທດ ເຂົ້າໃນພາລະກິດການ ປະຕິວັດຊາດ ເຮັດໃຫ້ເປົ້າໝາຍ ຕ່າງໆເຂົ້າໃຈແຈ້ງຕໍ່ຈຸດປະສົງ, ຕໍ່ ແນວທາງຂອງພັກໃນການນໍາພາ ຕໍ່ສູ້ໃນເມື່ອກ່ອນ ແມ່ນເພື່ອຄວາມ ເປັນເອກະລາດ ອິດສະລະພາບ ສະແດງອອກ ໃນວັນທີ 13 ສິງຫາ 1950 ພັກບໍ່ທັນອອກໜ້າໃນການ ນໍາພາຕໍ່ສູ້ ແຕ່ພັກໄດ້ປະກາດສ້າງ ຕັ້ງແນວໂຮມ ໂດຍໃສ່ຊື່ວ່າ ແນວ ລາວອິດສະຫລະ ເພື່ອເປັນອົງການ ແຫ່ງຄັນທຸງເຕົ້າໂຮມຄວາມສາມັກ ຄີປະຊາຊົນລາວບັນດາເຜົ່າ ເຂົ້າໃນ ການຕໍ່ສູ້ກູ້ຊາດນັ້ນພັກກໍໄດ້ປະກາດ ສ້າງຕັ້ງໜັງສືພິມ ລາວອິດສະຫລະ ເພື່ອເປັນສື່ກາງໃນການໂຄສະນາ ເຜີຍແຜ່ແນວທາງການຕໍ່ສູ້ກູ້ຊາດ ແລະ ປຸກລະດົມກໍາລັງແຮງສັງ ລວມເຂົ້າຮ່ວມພາລະກິດດັ່ງກ່າວ. ສະນັ້ນ, ປະຊາຊົນລາວບັນດາເຜົ່າ ແຕ່ເໜືອເຖິງໃຕ້ ຈຶ່ງພ້ອມກັນຮ່ວມ ແຮງຮ່ວມໃຈ ເປັນໜຶ່ງດຽວ ບໍ່ຍອມ ເປັນຂ້ອຍຂ້າໃຫ້ຊາດອື່ນ ຈຶ່ງສາ ມັກຄີປອງດອງກັນລຸກຂຶ້ນຕໍ່ສູ້ດ້ວຍ ຄວາມເສຍສະລະທຸກສິ່ງຢ່າງ, ບໍ່ ຍອມຈໍານົນ ສາມາດປົດປ່ອຍປະ ເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975. ຈາກນັ້ນມາ ໜັງສື ພິມ, ວິທະຍຸ, ໂທລະພາບ, ໂທລະ ໂຄ່ງ, ວາລະສານ ກໍໄດ້ເຕີບໃຫຍ່ ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ເປັນກ້າວໆມາ ແລະ ມາ ຮອດຍຸກສະໄໝໃໝ່ແຫ່ງການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສື່ແບບໃໝ່ກໍໄດ້ກໍາເນີດ ເກີດຂຶ້ນ ແລະ ຂະຫຍາຍຕົວຢ່າງໄວ ວາ ໂດຍສະເພາະ ເອີ້ນວ່າ ຍຸກດີຈິ ຕອນ ແລະ ປັນຍາປະດິດ(AI). ໂອກາດນີ້, ສະຫາຍ ລາວປາວ ຊົ່ງ ນະວົງໄຊ ຍັງໄດ້ຍົກໃຫ້ເຫັນ ຜົນສໍາເລັດຂອງວຽກງານສື່ມວນ ຊົນຂົງເຂດແນວລາວສ້າງຊາດ ໄລຍະຜ່ານມາ ຊຶ່ງນັບແຕ່ປີ 1997 ຮອດປັດຈຸບັນ ຄະນະພັກ-ຄະນະປະ ຈໍາສູນກາງແນວລາວສ້າງຊາດ (ສນຊ) ໄດ້ສ້າງຕັ້ງພາຫະນະສື່ ມວນຊົນ ຂອງ ສນຊ ເປັນຕົ້ນ ວາລະ ສານ ລາວສ້າງຊາດ, ໜັງສືພິມ ສາ ມັກຄີ ແລະ ພັດທະນາ, ລາຍການວິ ທະຍຸ ເມືອງລາວຄົນລາວ, ລາຍ ການໂທລະພາບ ລາວສ້າງຊາດ ແລະ ສື່ອອນລາຍເຊັ່ນ: ເວັບໄຊຊື່ວ່າ Lfnd, Youtube, fb-page ຊື່ວ່າ: ຂ່າວສານແນວໂຮມ ແລະ ໄດ້ຮັບ ການປັບປຸງດ້ານຮູບແບບ, ສີສັນ, ເນື້ອໃນແລະເວລາຕາມຄວາມຮຽກ ຮ້ອງຕ້ອງການ ແລະ ທິດຊີ້ນໍາ ແຕ່ ລະໄລຍະ.ປັດຈຸບັນ,ສື່ສິ່ງພິມໄດ້ຫັນ ເປັນອອນລາຍ ໂດຍສ້າງແອັບສະ ເພາະ ເພື່ອສັງລວມເປັນຖານຂໍ້ມູນ ການເຄື່ອນໄຫວທີ່ພົ້ນເດັ່ນ ແຕ່ລະ ເດືອນຂອງຄະນະພັກ-ຄະນະປະຈໍາ ແລະ ກໍາມະການ ສນຊ. ພ້ອມນີ້ ຍັງ ມີຫ້ອງສະຕູດີໂອ ແລະ ຫ້ອງຕັດຕໍ່ ລາຍການວິທະຍຸ-ໂທລະພາບ ເພື່ອ ຜະລິດສົມບູນແບບຈຶ່ງນໍາໄປປ່ອຍ ອອກອາກາດຢູ່ສະຖານີແຫ່ງຊາດ. ພ້ອມນີ້, ແນວລາວສ້າງຊາດນະ ຄອນຫລວງ ແລະ ບັນດາແຂວງ ໄດ້ ມີກົງຈັກຂະແໜງໂຄສະນາ ແລະ ປະຕິບັດບົດບາດ-ໜ້າທີ່ ໃນການ ໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ, ນິຕິກໍາຕ່າງໆຂອງ ລັດ ແລະ ຂອງສູນກາງແນວລາວ ສ້າງຊາດວາງອອກ, ປັດຈຸບັນ ມີ 11 ແຂວງ ມີລາຍການວິທະຍຸ ທີ່ຈັດ ທໍາດ້ວຍຕົນເອງ ຕັດຕໍ່ສົມບູນແບບ ແລ້ວສົ່ງອອກອາກາດ,ພ້ອມນັ້ນທຸກ ແຂວງ, ທຸກເມືອງ ກໍໄດ້ສ້າງຕັ້ງສື່ ອອນລາຍໂດຍສະເພາະເພສເຟສບຸກ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານແລະຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ ແລະ ສອງລັດ ຖະບານ, ທັງສອງຝ່າຍໄດ້ຮ່ວມກັນ ທົບທວນຄືນການຈັດຕັ້ງປະຕິບັດ ນິຕິກໍາຊາຍແດນ ທີ່ທັງສອງຝ່າຍ ໄດ້ຮ່ວມກັນລົງນາມໃນປີ 2016 ຈໍານວນ 2 ສະບັບຄື: ອານຸສັນຍາ ວ່າດ້ວຍ ເສັ້ນຊາຍແດນ ແລະ ຫລັກ ໝາຍຊາຍແດ; ສັນຍາວ່າດ້ວຍ ລະ ບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ພ້ອມ ກັນນີ້, ກໍໄດ້ສະຫລຸບ, ສັງເກດຕີລາ ຄາ ການຈັດຕັ້ງປະຕິບັດເນື້ອໃນ ບົດບັນທຶກກອງປະຊຸມສາມັນປະ ຈໍາປີ ຄັ້ງທີ 34 ຂອງຄະນະຜູ້ແທນ ຊາຍແດນ ລາວ-ຫວຽດນາມ ໃນ ໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານ ມາ. ອົງການຊາຍແດນສອງຝ່າຍ ນັບທັງຂັ້ນສູນກາງ-ທ້ອງຖິ່ນ ກໍໄດ້ ສືບຕໍ່ຄວາມພະຍາຍາມໃນປະສານ ສົມທົບ, ຮັກສາ ແລະ ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນ ເຂົ້າໃນການຮັກສາສະຖຽນລະ ພາບການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ, ສ້າງເງື່ອນໄຂສະດວກໃນການພັດ ທະນາເສດຖະກິດ-ສັງຄົມ, ຮັບປະ ກັນດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນບໍລິເວນຊາຍ ແດນ, ປະກອບສ່ວນສໍາຄັນໃນ ການເສີມຂະຫຍາຍ, ເພີ່ມທະວີສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ; ທັງສອງ ຝ່າຍໄດ້ປະສານສົມທົບກັນຢ່າງ ແໜ້ນແຟ້ນໃນວຽກງານປົກປັກຮັກ ສາຄວາມສະຫງົບຢູ່ຕາມບໍລິເວນ ຊາຍແດນ, ເຈົ້າໜ້າທີ່ທັງສອງຝ່າຍ ໄດ້ຈັດຕັ້ງການລາດຕະເວນຮ່ວມ ກັນ 60 ຄັ້ງ, ລວມມີພະນັກງານ ແລະ ນັກຮົບ ທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 1.716 ຄົນ. ສາມາດຮັກ ສາໄດ້ສະຖຽນລະພາບຢູ່ຕາມບໍລິ ເວນຊາຍແດນ ແລະ ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວການຄ້າ ລະຫວ່າງ ສອງຝ່າຍ ຊຶ່ງໄລຍະ 6 ເດືອນຕົ້ນປີ ລວມຍອດການນໍາເຂົ້າ-ສົ່ງອອກ ລະຫວ່າງ ລາວ-ຫວຽດນາມ ບັນລຸ ໄດ້ 1.305 ຕື້ໂດລາລະຫະລັດ. ວຽກງານອັນພົ້ນເດັ່ນຂອງສອງ ຄະນະວິຊາການປະສົມຊາຍແດນ ໃນໄລຍະ 6 ເດືອນຜ່ານມາ, ສອງ ຝ່າຍໄດ້ລົງກວດກາຢູ່ພື້ນທີ່ຕົວຈິງ ຮ່ວມກັນ 3 ຄັ້ງ ເພື່ອແກ້ໄຂບັນຫາ ຊາຍແດນ ໂດຍສະເພາະແມ່ນກວດ ກາຫລັກໝາຍທີ່ຖືກເປ່ເພເຊາະ ເຈື່ອນຈາກໄພທໍາມະຊາດ, ຊອກ ຫາວິທີເສີມສ້າງຄວາມໝັ້ນຄົງໃຫ້ ແກ່ລະບົບຫລັກໝາຍຊາຍແດນ ແລະ ແກ້ໄຂບັນຫາການກໍ່ສ້າງກິດ ຈະການຢູ່ໃນຂອບເຂດ 100 ແມັດ ຫ່າງຈາກເສັ້ນຊາຍແດນຂອງທັງ ສອງຝ່າຍ. ໃນກອງປະຊຸມ, ສອງຝ່າຍຍັງ ໄດ້ວາງທິດທາງແຜນການເຄື່ອນ ໄຫວ ໃນໄລຍະ 6 ເດືອນ ທ້າຍປີ 2026 ຮ່ວມກັນ. ໃນນັ້ນ,ນອກຈາກ ສືບຕໍ່ວຽກງານປົກປັກຮັກສາຄວາມ ສະຫງົບເປັນລະບຽບຮຽບຮ້ອຍຢູ່ ຕາມບໍລິເວນຊາຍແດນແລະປົກປັກ ຮັກສາເສັ້ນຊາຍແດນ ແລະ ລະບົບ ຫລັກໝາຍຊາຍແດນໃຫ້ມີຄວາມ ໝັ້ນຄົງ, ທັງສອງຝ່າຍຍັງຈະໄດ້ປະ ສານສົມທົບກັນຈັດຕັ້ງກອງປະຊຸມ ເຜີຍແຜ່ບັນດານະໂຍບາຍ ແລະ ລະ ບຽບກົດໝາຍ ທີ່ກ່ຽວກັບວຽກງານ ຊາຍແດນ ໃຫ້ແກ່ບັນດານາຍບ້ານ ດີເດັ່ນຢູ່ບໍລິເວນສອງຝາກຊາຍແດນ ຊຶ່ງຄາດວ່າຈະໄດ້ຈັດຂຶ້ນທີ່ແຂວງ ສະຫວັນນະເຂດສປປລາວໃນທ້າຍ ເດືອນກັນຍາ 2026 ນີ້. ທັງສອງ ຝ່າຍເຫັນດີ ນໍາເອົາເນື້ອໃນບົດບັນ ທຶກກອງປະຊຸມທີ່ໄດ້ເອກະພາບ ຮ່ວມກັນ ລາຍງານຕໍ່ຫົວໜ້າຄະນະ ຜູ້ແທນຊາຍແດນຂອງຕົນ ເພື່ອມີທິດ ຊີ້ນໍາສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄະນະຜູ້ແທນຊາຍແດນຂອງ ສອງຝ່າຍຍັງໄດ້ເຄື່ອນໄຫວຢ້ຽມ ຢາມບູຮານສະຖານທີ່ເກົ່າແກ່ ແລະ ແຫລ່ງທ່ອງທ່ຽວທໍາມະຊາດຈໍາ ນວນໜຶ່ງຂອງແຂວງຫລວງພະ ບາງ ຕື່ມອີກ. ສື່ມວນຊົນລາວ...ື່ົ ເປີດກອງປະຊຸມ...ີຸ
RkJQdWJsaXNoZXIy MTc3MTYxMQ==