21/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ]q 'ok,g-a ola opkdko[= ]y dkoxy j oxq ;l5 0trk[]ts;j k' vx- da [ 3I'\= l6 odk' c]t [a ofk3I'\= g,n v' vh v,0h k'ot7vos];';P'9a o d5j ,[= ]y la fg7,u s;Pfok, g0Q kIj ;, 'ko;k'ltcf'ly o7h k ]k;{s;Pfok, xt9exu 2026 -u ;y f{;a fmtotme u y a ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນ ຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງ ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະ ບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກ ປະເທດຈີນ ແລະ ໄດ້ອົບພະຍົບ ເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງ ລາວໃນຊ່ວງໄລຍະທ້າຍສະຕະວັດ ທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນ ທາງລັດຖະການຈົນຮອດປັດຈຸບັນ. ຊົນເຜົ່າຫໍ້ ມີພາສາປາກເວົ້າທີ່ເປັນ ເອກະລັກຂອງຕົນ ຊຶ່ງພາສານີ້ຈັດ ໃນໝວດພາສາ ຈີນ-ຕີເບດ, ສາຂາ ຫານ-ຫໍ້. ຂປລ. ກ່ອນຈະເຂົ້າສູ່ພິທີລົງ ນາມເຊັນສັນຍາການບໍລິການປິ່ນ ປົວສຸຂະພາບລະຫວ່າງອົງການ ປະກັນສັງຄົມແຫ່ງຊາດ (ອປຊ) ກັບ ໂຮງໝໍສູນກາງ ແລະ ບັນດາ ໂຮງໝໍເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ ຜູ້ຂຽນຂໍຍົກເອົາ ຄວາມໝາຍສຳຄັນໃນການເຂົ້າເປັນ ສະມາຊິກ (ອປຊ) ໃຫ້ພວກເຮົາຮູ້ ນຳກັນກ່ອນ. ການເຂົ້າເປັນສະມາ ຊິກປະກັນສັງຄົມ (ບໍ່ວ່າຈະເປັນ ແບບພາກບັງຄັບສໍາລັບພະນັກ ງານ-ລັດຖະກອນ, ກໍາມະກອນ ຫລື ແບບສະໝັກໃຈສໍາລັບຜູ້ປະກອບ ອາຊີບອິດສະລະ) ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງຕໍ່ກັບ ການດໍາລົງຊີວິດຄືດັ່ງນີ້: 1. ການສ້າງຄວາມໝັ້ນຄົງ ແລະ ຫລຸດຜ່ອນຄວາມສ່ຽງໃນຊີວິດ ໃນການດໍາລົງຊີວິດຂອງຄົນເຮົາ ລ້ວນແຕ່ມີຄວາມສ່ຽງທີ່ບໍ່ສາມາດ ຄາດເດົາໄດ້. ປະກັນສັງຄົມປຽບ ເໝືອນ”ຕາໜ່າງຮອງຮັບທາງ ສັງຄົມ” ທີ່ຈະເຂົ້າມາຊ່ວຍເຫລືອ ແລະ ບັນເທົາທຸກໃນເວລາທີ່ທ່ານ ເກີດເຫດການບໍ່ຄາດຝັນ ໂດຍມີ ການອຸດໜູນໃນຮູບແບບຕ່າງໆ ເຊັ່ນ: ເວລາເຈັບເປັນ ຫລື ປະສົບ ອຸບັດເຫດໄດ້ຮັບການປິ່ນປົວຕາມ ໂຮງໝໍທີ່ກໍານົດເວລາເກີດລູກໄດ້ ຮັບຄ່າເກີດລູກ ແລະ ເງິນອຸດໜູນ ການລາພັກເກີດລູກສໍາລັບເພດຍິງ. ເວລາຫວ່າງງານ: (ສໍາລັບຜູ້ຢູ່ໃນ ລະບົບວິສາຫະກິດ) ຈະໄດ້ຮັບເງິນ ຊ່ວຍເຫລືອໃນໄລຍະທີ່ກໍາລັງຊອກ ຫາວຽກໃໝ່. 2. ການຮັບປະກັນຊີວິດໃນໄວ ເກີນ (ອາຍຸກະສຽນ) ນີ້ຄືຫົວໃຈ ສໍາຄັນຂອງປະກັນສັງຄົມ. ເມື່ອເຮົາ ເຖົ້າແກ່ລົງ, ເຮັດວຽກບໍ່ໄຫວ ແລະ ບໍ່ມີລາຍຮັບປະຈໍາປະກັນສັງຄົມ ຈະຈ່າຍເງິນບໍານານໃຫ້ເປັນລາຍ ເດືອນໄປຕະຫລອດຊີວິດ (ຕາມ ເງື່ອນໄຂການສົ່ງເງິນສະສົມ), ເຮັດ ໃຫ້ສາມາດກຸ້ມຕົນເອງໄດ້ ໂດຍບໍ່ ເປັນພາລະໃຫ້ລູກຫລານ. 3. ການເບິ່ງແຍງຄົນຂ້າງຫລັງ (ກໍລະນີເສຍຊີວິດ) ຫາກສະມາ ຊິກເກີດເສຍຊີວິດປະກັນສັງຄົມຈະ ມີເງິນອຸດໜູນງານສົບ ເພື່ອຊ່ວຍ ເຫລືອຄອບຄົວໃນການຈັດງານ ແລະ ຍັງມີເງິນອຸດໜູນລ້ຽງດູຜົວ/ ເມຍ ຫລື ລູກ ທີ່ຍັງບໍ່ທັນໃຫຍ່ ເພື່ອ ບໍ່ໃຫ້ຄົນຂ້າງຫລັງຕ້ອງລໍາບາກ ເກີນໄປ. 4. ການສະແດງເຖິງຄວາມຮັບ ຜິດຊອບ ແລະ ສັກສີຂອງແຮງງານ “ການມີປະກັນສັງຄົມຄືການສະ ແດງໃຫ້ເຫັນວ່າແຮງງານທຸກຄົນ ມີຄຸນຄ່າ ແລະ ມີສະຫວັດດີການ ຮອງຮັບຢ່າງມີກຽດ” ມັນຊ່ວຍສ້າງ ຄວາມອຸ່ນອ່ຽງທຸ່ນທ່ຽງໃນການ ເຮັດວຽກເຮັດໃຫ້ຜູ້ອອກແຮງງານມີ ສະມາທິ ແລະ ຕັ້ງໃຈພັດທະນາສີມື ແຮງງານ ໂດຍບໍ່ຕ້ອງກັງວົນເລື່ອງ ຄ່າໃຊ້ຈ່າຍເວລາເຈັບປ່ວຍ. ຄວາມໝາຍສຳຄັນຂອງການ ເຂົ້າເປັນສະມາຊິກປະກັນສັງຄົມ ບໍ່ແມ່ນການເສຍເງິນໄປລ້າໆ, ແຕ່ ມັນຄື “ການອອມເງິນເພື່ອຄວາມ ປອດໄພໃນອະນາຄົດ” ໂດຍມີລັດ ຖະບານ ແລະ ກອງທຶນຮ່ວມກັນ ເບິ່ງແຍງ ເພື່ອໃຫ້ທຸກຄົນໃນສັງຄົມ ມີຄຸນນະພາບຊີວິດທີ່ດີ ແລະ ໝັ້ນ ຄົງ. ເພື່ອປັບປຸງຄຸນນະພາບການ ບໍລິການປິ່ນປົວສຸຂະພາບ ແລະ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດອຸດໜູນ ປະກັນສຸຂະພາບ ໃຫ້ແກ່ສະມາຊິກ ປະກັນສັງຄົມ ໃຫ້ມີຄວາມເປັນ ເອກະພາບນັ້ນ ທ້າຍອາທິດຜ່ານມາ ນີ້, ທີ່ໂຮງແຮມລາວພລາຊາ ໄດ້ ຈັດພິທີລົງນາມເຊັນສັນຍາການ ບໍລິການປິ່ນປົວສຸຂະພາບລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ກັບ ໂຮງໝໍສູນກາງ ແລະ ບັນດາໂຮງໝໍ ເມືອງອ້ອມຂ້າງນະຄອນຫລວງ ວຽງຈັນ, ພິທີດັ່ງກ່າວ ໃຫ້ກຽດ ເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງ ເລຂາຄະນະພັກກະຊວງ, ຮອງລັດ ຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນ ຮອງປະທານສະພາບໍລິຫານ ອປຊ ແລະ ທ່ານ ນາງ ອາພອນ ວິຊາເທບ ຮອງເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ. ເປັນກຽດລົງນາມເຊັນສັນຍາ ໂດຍທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນ ສັງຄົມແຫ່ງຊາດ ແລະ ບັນດາ ຄະນະອຳນວຍການຂອງ 5 ໂຮງໝໍ ສູນກາງ: ໂຮງໝໍ 103, ມະໂຫສົດ, ເສດຖາທິຣາດ, ມິດຕະພາບ, ໂຮງໝໍ ເດັກ ແລະ 9 ໂຮງໝໍເມືອງອ້ອມ ຂ້າງນະຄອນຫລວງວຽງຈັນ, ຍັງ ມີບັນດາຄະນະຮັບຜິດຊອບຄົ້ນຄວ້າ ການໂຮມວຽກງານປະກັນສຸຂະ ພາບ, ຕາງໜ້າຈາກສະພາແຫ່ງຊາດ, ຄະນະຈັດຕັ້ງສູນກາງພັກ, ຫ້ອງ ວ່າການ ສນຍ, ກະຊວງຍຸຕິທຳ, ກະຊວງການເງິນ, ກະຊວງ ປກສ, ກະຊວງ ປກຊ, ກະຊວງ ຮສສ, ກະ ຊວງ ສາທາລະນະສຸກ, ສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສູນກາງກຳມະການລາວ ແລະ ພາກ ສ່ວນອື່ນທີ່ກ່ຽວຂ້ອງ. ການເຊັນສັນຍາດັ່ງກ່າວ ແມ່ນ ເພື່ອເອກະພາບໜ້າທີ່ຮັບຜິດຊອບ ຂອງອົງການປະກັນສັງຄົມໃນນາມ ເປັນຜູ້ຊື້ບໍລິການທາງການແພດ ແລະ ບັນດາໂຮງໝໍເປັນຜູ້ໃຫ້ບໍລິ ການທາງການແພດແກ່ສະມາຊິກ ປະກັນສັງຄົມ. ;y 4u -u ;y f c]t Iu f7v'xtgrou fA 'gfu ,0v'-q ogzqj ks= h ( ຄັດຈາກປຶ້ມບັນດາຊົນເຜົ່າໃນ ສປປປ ລາວ ) ດ້ານການດຳລົງຊີວິດປະກອບ ອາຊີບຫລັກດ້ວຍການເຮັດໄຮ່ປູກ ເຂົ້າຈ້າວ, ປູກພືດຜັກ ແລະ ພືດ ເສດຖະກິດຕາມລະດູການ. ພ້ອມກັນ ນັ້ນ, ຍັງມີຄວາມຊຳນານໃນການ ເຮັດໄຮ່ແບບປະສົມປະສານຕາມ ແຕ່ລະໄລຍະຂອງລະດູການຜະລິດ. ນອກຈາກການປູກຝັງແລ້ວ, ການ ລ້ຽງສັດກໍເປັນອາຊີບສຳຮອງທີ່ ສຳຄັນ ຊຶ່ງເຂົາເຈົ້ານິຍົມລ້ຽງງົວ ແລະ ຄວາຍ ເພື່ອໃຊ້ເປັນແຮງງານ, ລ້ຽງໝູ ແລະ ສັດປີກໄວ້ໃຊ້ໃນພິທີ ກຳ ແລະ ບໍລິໂພກພາຍໃນຄອບຄົວ ໃນນັ້ນ, ຜົນຜະລິດບາງສ່ວນນຳໄປ ຂາຍ ຫລື ແລກປ່ຽນເຄື່ອງອຸປະໂພກ ທີ່ຈຳເປັນ ເຊັ່ນ: ເກືອ, ນ້ຳຕານ, ແປ້ງນົວ ແລະ ນ້ຳມັນເຊື້ອໄຟ ແລະ ອື່ນໆ. ນອກຈາກນີ້ຍັງມີຄວາມ ຊຳນານດ້ານຫັດຖະກຳ ໂດຍສະ ເພາະການຫຍິບປັກຖັກແສ່ວ ແລະ ການຈັກສານຕ່າງໆທີ່ສືບທອດມາ ແຕ່ບູຮານ ແລະ ເປັນພູມປັນຍາທີ່ ສະທ້ອນເຖິງຝີມື ແລະ ຄວາມປະນີດ ຂອງຊຸມຊົນ. ຊົນເຜົ່າຫໍ້ສ່ວນໃຫຍ່ເຂົາເຈົ້າຕັ້ງ ບ້ານຢູ່ເຂດພູສູງ ປະມານ 1.0001.500 ແມັດ ເໜືອລະດັບນ້ຳທະເລ. ເຮືອນມີລັກສະນະເປັນເຮືອນຕິດ ດິນ, ອ້ອມຮອບເຮືອນເຂົາເຈົ້າມັກ ຈະເຮັດສວນ ເພື່ອປູກພືດຜັກ ແລະ ລ້ຽງສັດ ເພື່ອໃຊ້ບໍລິໂພກ ແລະ ສ້າງ ລາຍຮັບໃຫ້ຄອບຄົວ. ສ່ວນການ ຈັດແບ່ງຫ້ອງພາຍໃນເຮືອນແມ່ນ ອີງຕາມຈຳນວນສະມາຊິກຂອງ ຄອບຄົວ ແລະ ເຂົາເຈົ້າມັກຈະເອົາ ງ້າວ, ຫອກ, ດາບ ແລະ ເຄື່ອງມື ໃນການຂ້າສັດປະດັບເອ້ໄວເທິງ ປະຕູເຮືອນ. ດ້ານການນຸ່ງຖື, ຜູ້ຊາຍມັກນຸ່ງ ໂສ້ງສີດຳ ຫລື ສີໝົ່ນ ແລະ ຈົ່ງ ຜົມຍາວຄ່າສອກໄວ້ເປຍກ່ອນໃສ່ ໝວກ. ສ່ວນແມ່ຍິງມັກນຸ່ງໂສ້ງສີ ດຳຍາວຮອດຕີນ, ໃສ່ເສື້ອແຂນຍາວ ຕິດກະດູມທາງຂ້າງ ແລະ ນິຍົມ ໃຊ້ຜ້າຄຽນຫົວ ອັນເປັນເອກະລັກ ຂອງແມ່ຍິງຊົນເຜົ່າຫໍ້. ເຖິງວ່າຈະ ອາໄສຢູ່ໃນລາວມາເປັນເວລາດົນ ນານແຕ່ຊົນເຜົ່າຫໍ້ຍັງຄົງຮັກສາຮີດ ຄອງປະເພນີ, ວັດທະນະທຳທີ່ເປັນ ເອກະລັກ ແລະ ຄວາມເຊື່ອດັ້ງເດີມ ໄວ້ໄດ້ເປັນຢ່າງດີ. ເຂົາເຈົ້ານັບຖືຜີ ບັນພະບຸລຸດ, ຜີພໍ່ແມ່ ແລະ ມີຮ້ານ ບູຊາໄວ້ໃນເຮືອນ. ນອກຈາກນັ້ນ, ບາງຄອບຄົວຍັງໄດ້ຮັບອິດທິພົນ ຈາກສາສະໜາເຕົາ. ສ່ວນງານບຸນສຳຄັນທີ່ສຸດຂອງ ຊົນເຜົ່າຫໍ້ ແມ່ນບຸນປີໃໝ່ ຫລື “ບຸນ ກິນຈຽງ” ຊຶ່ງແບ່ງເປັນບຸນກິນ ຈຽງໃຫຍ່ ຈັດຂຶ້ນ 5 ວັນ ແລະ ບຸນກິນຈຽງນ້ອຍ ທີ່ລູກຫລານຈະ ພາກັນນຳອາຫານໄປໄຫວ້ບັນພະ ບຸລຸດຢູ່ປ່າຊ້າ ພ້ອມປະກອບພິທີຕາມ ຄວາມເຊື່ອດັ້ງເດີມ. ດ້ານສິລະປະ ວັດທະນະທຳຊົນເຜົ່າຫໍ້ມີເຄື່ອງດົນຕີ ປະຈຳເຜົ່າ ເຊັ່ນ: ແຊ່ງ, ກອງ ແລະ ປີ ພ້ອມທັງມີການຂັບລຳ, ຮ້ອງເພງ ພື້ນເມືອງ ແລະ ການສະແດງຕ່າງໆ ໃນໂອກາດງານບຸນ, ງານແຕ່ງດອງ ແລະ ອື່ນໆ. ການແຕ່ງດອງຂອງຊົນເຜົ່າຫໍ້: ຈະແຕກຕ່າງກັບຊົນເຜົ່າອື່ນຍ້ອນ ວ່າສ່ວນຫລວງຫລາຍແມ່ນຂຶ້ນກັບ ການຕັດສິນຂອງພໍ່ແມ່ ຊຶ່ງຜູ້ເປັນ ພໍ່ແມ່ມັກຈະໃຫ້ບັນດາລູກໆຂອງ ຕົນແຕ່ງດອງໃນໄວທ່ີຍັງໜຸ່ມນ້ອຍ ທີ່ສຸດ. ພາຍຫລັງແຕ່ງດອງແລ້ວລູກ ຍິງຕ້ອງໄປຢູ່ເຮືອນຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູຄອບຄົວຂອງ ຜົວເປັນສ່ວນໃຫຍ່ໃນຊົນເຜົ່າຫໍ້, ຈຸດ ພິເສດອີກອັນໜຶ່ງຂອງຊົນເຜົ່າຫໍ້ ມັກ ຈະໃຫ້ລູກແຕ່ງດອງກັບຄົນທີ່ຮັ່ງມີ ເປັນສ່ວນຫລາຍ. ດ້ານປະເພນີການເກີດລູກຂອງ ຊົນເຜົ່າຫໍ້: ແມ່ນເກີດຢູ່ເຮືອນ, ມີແມ່ ຂອງຜົວເປັນຜູ້ເບິ່ງແຍງດູແລ ແລະ ຜູ້ເຖົ້າທີ່ມີປະສົບການຄອຍໃຫ້ການ ຊ່ວຍເຫລືອເບິ່ງແຍງເປັນຢ່າງດີ, ມີ ຂໍ້ຫ້າມ ແລະ ການຄະລໍາອາຫານ ການກິນທີ່ມີລົດເຜັດ, ລົດເຄັມ, ລົດ ຄາວເປັນຕົ້ນ. ຂປລ. ກຸ່ມບໍລິສັດເຄມີຫວຽດ ນາມ (Vinachem) ເປັນກຸ່ມບໍລິ ສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມ ບໍລິສັດມາວາງສະແດງ ແລະ ຈໍາ ໜ່າຍໃນງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 1620 ກໍລະກົດ 2026 ທີ່ສູນການ ຄ້າລາວ-ໄອເຕັກ (ຕຶກເກົ່າ) ນະ ຄອນຫລວງວຽງຈັນ ເພື່ອມຸ່ງໝັ້ນ ຂະຫຍາຍຕະຫລາດ ແລະ ຮັດ ແໜ້ນຄວາມຮ່ວມມືເສດຖະກິດໃນ ສປປ ລາວ. ກຸ່ມ ບໍລິສັດເຄມີຫວຽດ ນາມ ເປັນລັດວິສາຫະກິດຊັ້ນນຳ ຂອງຫວຽດນາມ ທີ່ໄດ້ຮັບການຈັດ ອັນດັບທີ 148 ໃນຈຳນວນ 500 ບໍລິສັດຊັ້ນນຳຂອງອາຊີຕາເວັນ ອອກສຽງໃຕ້ ໄດ້ເຂົ້າຮ່ວມວາງສະ ແດງຜະລິດຕະພັນຢ່າງຍິ່ງໃຫຍ່ ເພື່ອ ສະແດງເຖິງຄວາມພ້ອມໃນການ ຂະຫຍາຍຕະຫລາດ ແລະ ຊຸກຍູ້ ການຄ້າຊາຍແດນລະຫວ່າງສອງ ປະເທດ. ທ່ານຫງວຽນຮືວຕູ໋(Nguyen Huu Tu) ຜູ້ອໍານວຍການໃຫຍ່ກຸ່ມ ບໍລິສັດ ເຄມີຫວຽດນາມ ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນວ່າ: ກຸ່ມບໍລິສັດ ເຄມີພັນຫວຽດນາມ ຖືເປັນລັດວິ ສາຫະກິດຊັ້ນນຳຂອງຫວຽດນາມ ທີ່ດຳເນີນທຸລະກິດໃນຂະແໜງເຄມີ ພັນ ແລະ ອຸດສາຫະກຳຫວຽດນາມ, ການເຂົ້າຮ່ວມງານວາງສະແດງ ສິນຄ້າ ລາວ-ຫວຽດນາມ ປະຈໍາ ປີ 2026 ເປັນການສ້າງໂອກາດ ທີ່ດີໃຫ້ແກ່ການແລກປ່ຽນການຄ້າ ລາວ-ຫວຽດນາມ, ທັງເປັນການ ຊຸກຍູ້ວຽກງານເສດຖະກິດ, ການ ຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. ພ້ອມນີ້, ກໍເປັນການ ແນະນຳບັນດາຜະລິດຕະພັນທີ່ມີ ຄຸນນະພາບສູງຂອງບໍລິສັດໃຫ້ປະ ຊາຊົນລາວໄດ້ຮູ້ຈັກຫລາຍຂຶ້ນ. ສໍາ ລັບສິນຄ້າທີ່ນໍາມາວາງສະແດງຄັ້ງ ນີ້ປະກອບມີ: ກຸ່ມຜະລິດຕະພັນເຄື່ອງ ໃຊ້ຄົວເຮືອນ, ປຸ໋ຍເຄມີ, ປຸ໋ຍຊີວະ ພາບປະກອບສ່ວນເພີ່ມຜົນຜະລິດ ໃຫ້ຊາວກະສິກອນ, ຜະລິດຕະພັນ ປະເພດແຟັບຊັກເຄື່ອງ, ນໍ້າຢາຖູ ພື້ນ ແລະ ກຸ່ມຜະລິດຕະພັນປະເພດ ຖ່ານໄຟສາຍ, ໝໍ້ໄຟ ແລະ ອື່ນໆ. ຜະລິດຕະພັນຂອງບໍລິສັດໄດ້ສົ່ງ ອອກໄປ 80 ປະເທດໃນທົ່ວໂລກ, ຍ້ອນຜົນສຳເລັດດັ່ງກ່າວ, ກຸ່ມບໍລິ ສັດເຄມີພັນຫວຽດນາມ ຈຶ່ງບັນລຸ ໄດ້ການຮ່ວມມືກັບບໍລິສັດຂອງລາວ ນໍາເອົາສິນຄ້າຂອງຫວຽດນາມ ມາ ວາງຈໍາໜ່າຍ ໂດຍສະເພາະແມ່ນ ພາຍໃນງານໄດ້ມີການເຊັນສັນຍາ ຮ່ວມມືກັບກຸ່ມບໍລິສັດພົງສະຫວັນ ຂອງລາວ ຊຶ່ງສອງຝ່າຍພ້ອມຂະ ຫຍາຍການຮ່ວມມື, ທັງເປັນການ ປະກອບສ່ວນເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ, ພິເສດ ປີ 2027 ທີ່ຈະມາ ເຖິງສອງຊາດກຳລັງຈະພ້ອມກັນ ສະເຫລີມສະຫລອງວັນເຊັນສົນທິ ສັນຍາມິດຕະພາບ ຫວຽດນາມລາວ ຄົບຮອບ 50 ປີ. ໂອກາດນີ້, ທ່ານ ເລ ຫວຽດ ເຟືອງ ຜູ້ອໍານວຍການໃຫຍ່ບໍລິສັດ ຫຸ້ນສ່ວນຜະລິດຕະພັນຄົວເຮືອນ ຮ່າ ໂນ້ຍ (ບໍລິສັດຍ່ອຍຂອງ Vinachem) ກໍໄດ້ໃຫ້ຮູ້ວ່າ: ນີ້ ແມ່ນປີທໍາອິດທີ່ພວກເຮົາໄດ້ເຂົ້າ ຮ່ວມງານ, ເຫັນວ່າຕະຫລາດສິນຄ້າ ຄົວເຮືອນຢູ່ ສປປ ລາວ ແລະ ສສ ຫວຽດນາມ ມີທ່າແຮງບົ່ມຊ້ອນທີ່ ຄ້າຍຄືກັນ. ຫວັງວ່າພາຍຫລັງສໍາ ເລັດງານນີ້, ຈະສາມາດຮ່ວມມືກັບ ບໍລິສັດຂອງ ສປປ ລາວ ເພື່ອຊອກ ຫາຕົວແທນຈໍາໜ່າຍ ແລະ ຄູ່ຮ່ວມ ທຸລະກິດ ເພື່ອເຮັດໃຫ້ຜະລິດຕະພັນ ເປັນທີ່ຮູ້ຈັກຂອງປະຊາຊົນລາວ ຫລາຍຂຶ້ນ. ຕະຫລອດໄລຍະເວລາ ເກືອບ 20 ປີຜ່ານມາ, ງານວາງ ສະແດງສິນຄ້າ ລາວ-ຫວຽດນາມ ໄດ້ເຮັດໜ້າທີ່ເປັນຂົວຕໍ່ການຄ້າທີ່ ສໍາຄັນ ໂດຍມີສ່ວນຊຸກຍູ້ໃຫ້ມູນຄ່າ ການຄ້າສອງຝ່າຍບັນລຸໄດ້ 4 ຕື້ ໂດລາສະຫະລັດ ໃນປີ 2026 ນີ້ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໃນປີ 2030. ການເຂົ້າຮ່ວມງານຂອງກຸ່ມບໍລິສັດ ເຄມີຫວຽດນາມໃນຄັ້ງນີ້, ບໍ່ພຽງ ແຕ່ເປັນບາດກ້າວທຳອິດໃນການ ສ້າງເຄືອຂ່າຍຈໍາໜ່າຍສິນຄ້າ ແລະ ເຂົ້າເຖິງຕະຫລາດລາວ ລວມເຖິງ ພາກຕາເວັນອອກສ່ຽງເໜືອຂອງ ໄທເທົ່ານັ້ນ, ແຕ່ຍັງເປັນການຢືນຢັນ ເຖິງບົດບາດຂອງລັດວິສາຫະກິດ ຊັ້ນນໍາໃນການຮັດແໜ້ນສາຍພົວພັນ ຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງສອງຊາດ ລາວ-ຫວຽດ ນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຊື່ອມໂຍງພາກພື້ນຢ່າງໝັ້ນຄົງ. ງານວາງສະແດງສິນຄ້າ ລາວຫວຽດນາມໃນປີນີ້, ມີຫ້ອງວາງ ສະແດງທັງໝົດ 250 ຫ້ອງ ໂດຍ ມີບໍລິສັດ ແລະ ຫ້າງຮ້ານຈາກ ຫວຽດນາມ ເຂົ້າຮ່ວມ 80 ແຫ່ງມາ ວາງສະແດງຈໍານວນ 120 ຫ້ອງ. ສໍາລັບກຸ່ມບໍລິສັດເຄມີຫວຽດນາມ ໄດ້ຈັດຕັ້ງຫ້ອງວາງສະແດງຂະ ໜາດໃຫຍ່ທີ່ມີເນື້ອທີ່ລວມ 108 ຕາແມັດ (ທຽບເທົ່າ 12 ຫ້ອງ ວາງສະແດງມາດຕະຖານ) ຕັ້ງຢູ່ ຈຸດສູນກາງຫັນໜ້າໃສ່ຫ້ອງວາງ ສະແດງມູນເຊື້ອສາຍພົວພັນມິດຕະ ພາບ ລາວ-ຫວຽດນາມ. ພາຍໃນ ຫ້ອງວາງສະແດງດັ່ງກ່າວ, ມີ ບໍລິສັດທີ່ເປັນສະມາຊິກເຂົ້າຮ່ວມ 9 ແຫ່ງ (ຈາກທັງໝົດຫລາຍກວ່າ 30 ແຫ່ງໃນເຄືອຂ່າຍ) ທີ່ດໍາເນີນ ກິດຈະການໃນຂົງເຂດເຊັ່ນ: ປຸ໋ຍເຄ ມີບິ່ງດຽນ, ແຟັບຊັກເຄື່ອງ, ຖ່ານໄຟ ສາຍ ແລະ ໝໍ້ໄຟພາກໃຕ້ ປີນາໂກ, ຢາງລົດໃຫຍ່ພາກໃຕ້ຊີເອສເອັມ ແລະ ບໍລິສັດຫຸ້ນສ່ວນຜະລິດຕະພັນ ຄົວເຮືອນຮ່າໂນ້ຍ. ບັນດາສະມາຊິກ ຂອງກຸ່ມບໍລິສັດເຄມີຫວຽດນາມ ໄດ້ ນໍາເອົາຜະລິດຕະພັນທີ່ມີຊື່ສຽງຂອງ ຕົນນໍາມາວາງສະແດງໃນຄັ້ງນີ້ໄດ້ ແບ່ງອອກເປັນ 4 ກຸ່ມຄື: ກຸ່ມປຸ໋ຍ ເຄມີ ແລະ ປຸ໋ຍຊີວະພາບ: ປຸ໋ຍຢູເຣຍ, DAP, NPK, ສູເປີຟົດສະຟັດ, ປຸ໋ຍ ຟົດສະຟັດຫລອມລະລາຍ, ປຸ໋ຍ ສະເພາະດ້ານ ແລະ ປຸ໋ຍອິນຊີ; ກຸ່ມ ຜະລິດຕະພັນເຄື່ອງໃຊ້ຄົວເຮືອນ: ແຟັບຊັກເຄື່ອງ, ນໍ້າຢາຊັກເຄື່ອງ, ນໍ້າຢາລ້າງຖ້ວຍ, ນໍ້າຢາຖູພື້ນ; ກຸ່ມ ຢາງລົດ: ຢາງໃນລົດ ແລະ ຢາງລົດ ສຳລັບລົດຖີບ, ລົດຈັກ, ລົດເກງ, ລົດບັນທຸກ ແລະ ລົດອຸດສາຫະກໍາ; ກຸ່ມຖ່ານ ແລະ ໝໍ້ໄຟ: ຖ່ານໄຟສາຍ, ໝໍ້ໄຟລົດຈັກ, ລົດໃຫຍ່ ແລະ ໝໍ້ໄຟ ອຸດສາຫະກໍາ.
RkJQdWJsaXNoZXIy MTc3MTYxMQ==