gsfdko{dkora fmtok a xtgmf]k; ( 15/07/2026 6 gfn vo8Q oxu ,u 7q og0Q k{vvdzj kofj ko lkdq or6 gdn v 120.000 d;j k7q o ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະ 6 ເດືອນ ຕົ້ນປີ 2026 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນເດີນທາງຜ່ານ ເຂົ້າ-ອອກທັງໝົດ 123.333 ຄົນ, ຍິງ 28.214 ຄົນ, ເດັກ 6.474 ຄົນ ໃນນັ້ນ, ຄົນແຈ້ງເຂົ້າເມືອງ 61.919 ຄົນ, ຍິງ 14.121 ຄົນ, ເດັກ 3.272 ຄົນ, ລວມມີ 44 ສັນຊາດ ແລະ ຄົນແຈ້ງອອກເມືອງ ມີ 61.414 ຄົນ, ຍິງ 14.093 ຄົນ, ເດັກ 3.202 ຄົນ, ລວມມີ 48 ສັນຊາດ. ນອກນີ້, ຍັງມີລົດ ແຈ້ງເຂົ້າເມືອງ 30.058 ຄັນ, ມີ 4 ສັນຊາດ, ລົດແຈ້ງອອກລວມເມືອງ ມີ 28.492 ຄັນ ລວມມີ 3 ສັນຊາດ. ທ່ານ ພັທ ໂພໄຊ ຄຸນຈະເລີນ ຫົວໜ້າດ່ານຕໍາຫລວດກວດຄົນ ເຂົ້າ-ອອກເມືອງ (ຕມ) ປະຈໍາ ດ່ານສາກົນພູເກືອ ໄດ້ໃຫ້ສໍາພາດ ໃນວັນທີ 10 ກໍລະກົດ 2026 ນີ້ວ່າ: ໃນໄລຍະ 6 ເດືອນຜ່ານ ມາ ເຈົ້າໜ້າທີ່ ຕມ ໄດ້ເອົາໃຈໃສ່ ປະສານສົມທົບກັບພາກສ່ວນຂະ ແໜງການທີ່ກ່ຽວຂ້ອງ ໃນການ ແກ້ໄຂວຽກງານປະກົດການຫຍໍ້ ທໍ້ ທີ່ເກີດຂຶ້ນພາຍໃນດ່ານສາກົນພູ ເກືອ, ພ້ອມທັງສະຫລຸບຖອດຖອນ ບົດຮຽນກ່ຽວກັບການຈັດຕັ້ງປະ ຕິບັດໜ້າທີ່. ນອກນີ້, ຍັງໄດ້ປະ ສານສົມທົບກັບດ່ານສາກົນເບີອີ (ສສ ຫວຽດນາມ) ເພື່ອແລກປ່ຽນ ສະພາບການທີ່ເກີດຂຶ້ນໃນຂອບເຂດ ຊາຍແດນ ກໍຄືຂອບເຂດປະຕູດ່ານ ໃຫ້ມີຄວາມສະຫງົບໂດຍພື້ນຖານ. ພ້ອມນີ້, ກໍາລັງເຈົ້າໜ້າທີ່ຕຳຫລວດ ກວດຄົນເຂົ້າ-ອອກເມືອງ ທີ່ປະຈຳ ການຢູ່ດ່ານສາກົນພູເກືອ ແມ່ນມີ ແນວຄິດຫລັກໝັ້ນການເມືອງໜັກ ແໜ້ນ ຫ້າວຫັນ ເຮັດສຳເລັດໜ້າທີ່ ວຽກງານວິຊາສະເພາະທີ່ການ ຈັດຕັ້ງມອບໝາຍໃຫ້. ຊຶ່ງສະແດງ ອອກໃນການບໍລິການບັນດາຄົນ ຕ່າງດ້າວ ແລະ ຊາວຕ່າງປະເທດ ລວມທັງພົນລະເມືອງລາວ ທີ່ມີການ ເຂົ້າ-ອອກຜ່ານປະຕູດ່ານ ແມ່ນມີ ຄວາມເປັນລະບຽບຮຽບຮ້ອຍ ຮັບ ປະກັນທາງດ້ານຄວາມສະຫງົບ ປອດໄພ, ມີຄວາມສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ບໍ່ວ່າ dtly dvog,n v'\n j o xa dfeg0Q kokxu leg]a fs]kpd;j k 60% ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ກະສິກອນທົ່ວ ເມືອງໝື່ນ ແຂວງວຽງຈັນ ພວມ ສຸມໃສ່ການຜະລິດເຂົ້ານາປີປະຈໍາ ລະດູການຢ່າງຟົດຟື້ນ ມາຮອດ ປັດຈຸບັນ ການປັກດຳແມ່ນສໍາເລັດ ຫລາຍກວ່າ 60% ຂອງເນື້ອທີ່ ແຜນການ (ເນື້ອທີ່ທັງໝົດ 4.563 ກວ່າເຮັກຕາ), ສິ່ງທີ່ພົ້ນເດັ່ນໃນ ລະດູການຜະລິດປີນີ້ແມ່ນກະສິກອນ ໄດ້ມີການຫັນປ່ຽນວິທີການເຮັດນາ ແບບດັ້ງເດີມ ມາຮຽນຮູ້ ແລະ ນຳ ໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດ ຫລາຍຂຶ້ນ ເພື່ອຫລຸດຜ່ອນຕົ້ນທຶນ, ປະຢັດແຮງງານ ແລະ ຮັບມືກັບ ສະພາບການປ່ຽນແປງຂອງດິນ ຟ້າອາກາດ ເປັນຕົ້ນ ເຕັກນິກນາ ຢອດ (ຢອດເມັດພັນ/ຢອດແຫ້ງ) ຊ່ວຍປະຢັດເມັດພັນ, ຫລຸດຜ່ອນ ຂັ້ນຕອນການຫລົກກ້າ-ດຳນາ ໂດຍ ສະເພາະ ໃນເຂດທີ່ແຫ້ງແລ້ງ ທີ່ ນ້ຳຊົນລະປະທານ ຫລື ນ້ຳຝົນຍັງ ບໍ່ພຽງພໍ, ເຕັກນິກການຢອດແຫ້ງ ຊ່ວຍໃຫ້ກະສິກອນເລີ່ມປູກໄດ້ທັນ ລະດູການ ໂດຍບໍ່ຕ້ອງລໍຖ້ານ້ຳຂັງ. ທ່ານ ຕຸ້ຍ ວິໄລວົງ ຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໝື່ນ ລາຍງານໃຫ້ຮູ້ໃນວັນທີ 13 ກໍລະກົດ 2026 ນີ້ວ່າ: ປັດຈຸບັນ ນີ້, ເຕັກນິກການປັກດຳນາແບບໃໝ່ ແມ່ນສຳເລັດ 60%, ເຕັກນິກນາ ວ່ານໄດ້ 100%, ເປັນວິທີທີ່ສະດວກ ໃນຍາມເຈັບເປັນ ກໍຄືການເຮັດໜ້າທີ່ ວຽກງານວິຊາສະເພາະ. ທ່ານ ພັທ ໂພໄຊ ຄຸນຈະເລີນ ໃຫ້ ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ ທາງເຈົ້າໜ້າທີ່ ຕມ ປະຈໍາດ່ານສາກົນພູເກືອ ຈະສືບ ຕໍ່ຍົກສູງການຄຸ້ມຄອງ ແລະ ກວດ ກາຄົນເຂົ້າ-ອອກເມືອງ ໃຫ້ຖືກຕ້ອງ ຕາມກົດໝາຍ, ເພີ່ມທະວີການຄຸ້ມ ຄອງຄົນຕ່າງປະເທດ, ພາຫະນະ ແລະ ສິນຄ້າຜ່ານດ່ານ ພ້ອມທັງ ປ້ອງກັນການເຂົ້າ-ອອກເມືອງ ຜິດກົດໝາຍ, ສືບຕໍ່ປະສານງານ ຢ່າງໃກ້ຊິດກັບພາກສ່ວນປະຈຳ ດ່ານ ເຊັ່ນ: ພາສີ, ກັກກັນພືດ-ສັດ, ສາທາລະນະສຸກ, ທະຫານ ແລະ ຕຳຫລວດ ເພື່ອອຳນວຍຄວາມສະ ດວກໃນການຜ່ານດ່ານ ແລະ ຮັກ ສາຄວາມປອດໄພ. ນອກຈາກນັ້ນ, ຈະເນັ້ນໜັກໃສ່ການຕໍ່ສູ້ ແລະ ສະກັດ ກັ້ນອາຊະຍາກຳຂ້າມຊາດ, ການຄ້າ ມະນຸດ, ການລັກລອບເຂົ້າ-ອອກ ເມືອງ ແລະ ການນຳໃຊ້ເອກະສານ ປອມຄວບຄູ່ກັບການນຳເຕັກໂນ ໂລຊີມາໃຊ້ໃນການບໍລິຫານຂໍ້ມູນ ເພື່ອຍົກລະດັບປະສິດທິພາບການ ບໍລິການ. ພ້ອມນີ້, ຈະສືບຕໍ່ເອົາໃຈໃສ່ວຽກ ງານສ້າງພະນັກງານ ອົບຮົມ ແລະ ພັດທະນາຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ ຄຸນນະທຳ ແລະ ລະບຽບວິໄນ ເພື່ອໃຫ້ການປະຕິບັດ ໜ້າທີ່ຕອບສະໜອງຕໍ່ສະພາບການ ຕົວຈິງ ແລະ ປະກອບສ່ວນຮັກສາ ຄວາມໝັ້ນຄົງ ຄວາມສະຫງົບ ຕາມ ຊາຍແດນ ພ້ອມສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ແລະ ນັກເດີນທາງ ທີ່ໃຊ້ບໍລິການຜ່ານດ່ານສາກົນພູ ເກືອ. ຂ່າວ: ມະນີວອນ lk]t;a o -5 dp6 h lh k'7v[7q ;[h ko;a fmtotmewfh 2.470 7v[7q ; ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ແຂວງສາລະ ວັນ ຊຸກຍູ້ສ້າງຄອບຄົວບ້ານວັດທະ ນະທຳໄດ້ 2.470 ຄອບຄົວ, ບ້ານ ວັດທະນະທຳ 37 ບ້ານ, ຫ້ອງ ການຕົວແບບ 4 ຫ້ອງການ, ບັນ ດາ 8 ຕົວເມືອງທີ່ຮັບຮອງ 19 ຫ້ອງການ, ມີບ້ານທີ່ຮັບຮອງເປັນ ບ້ານວັດທະນະທຳ 412 ບ້ານ, ໃນ ທົ່ວແຂວງທັງໝົດ 578 ບ້ານ, ມີ ຄອບຄົວວັດທະນະທໍາ 54 ພັນກວ່າ ຄອບຄົວ, ສ້າງສໍານັກງານ-ພະແນກ ຕົວແບບທາງດ້ານວັດທະນະທຳຂັ້ນ ແຂວງ ໄດ້ 13 ພະແນກການຂັ້ນ ແຂວງ, ຫ້ອງການຂັ້ນເມືອງ ໄດ້ 74 ຫ້ອງການ. ທ່ານນາງແສງສຸກບຸນພາສີຮອງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາ ລະວັນ ໄດ້ລາຍງານໃນກອງປະຊຸມ ສະຫລຸບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສາລະ ວັນ ປະຈຳປີ 2025 ແລະ ທິດທາງ ແຜນການ ປີ 2026 ຕິດພັນກັບການ ສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍ ປີ 2026 ເມື່ອບໍ່ດົນມານີ້ວ່າ: ໃນ ໄລຍະຜ່ານມາ, ວທ ແຂວງສາລະ ວັນ ໄດ້ສໍາເລັດຈັດງານແຫ່ພະໄຕປີ ດົກສືບສານວັດທະນະທຳ ລຳວົງ ສາລະວັນ ຕິດພັນກັບການສະເຫລີມ ສະຫລອງສາມວັນປະຫວັດສາດ, ງານປະກາດຫໍໄຕປີດົກ ວັດໃຫຍ່ສີ ມຸງຄຸນ ບ້ານວັດກາງ ແລະ ທາດ ກະເດົາທຶກ ບ້ານນາໂຄກ ເມືອງ ຄົງເຊໂດນ ເປັນມໍລະດົກແຫ່ງຊາດ ລະດັບຊາດ, ສໍາເລັດພິທີມອບ-ຮັບ ຫົວໜ້າພະແນກລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ພິທີມອບໂອນວຽກງານ ຖະແຫລງຂ່າວ ແລະ ສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມ ແຂວງ, ສົ່ງນ້ອງນັກຮຽນຈາກສູນ ວັດທະນະທຳເດັກຂອງແຂວງ ເຂົ້າ ຮ່ວມແຂ່ງຂັນເປົ່າແຄນລາວທົ່ວ ປະເທດທີ່ຈັດຂຶ້ນ, ການກໍ່ສ້າງຕົວ ແບບ ແລະ ນາມມະຍົດທາງດ້ານ ວັດທະນະທຳແມ່ນໜຶ່ງໃນວຽກງານ ກໍ່ສ້າງຮາກຖານການເມືອງ ທີ່ຕິດ ພັນກັບວຽກງານ 3 ສ້າງ ແນໃສ່ ເພື່ອບັນລຸ 4 ເນື້ອໃນ 4 ຄາດໝາຍ. ນອກນີ້, ໄດ້ເອົາໃຈໃສ່ໃນການຄຸ້ມ ຄອງປ້າຍໂຄສະນາ ໃຫ້ເຂົ້າສູ່ລະ ບຽບກົດໝາຍ,ໄດ້ສໍາເລັດການຈັດ ພິທີປະກາດຮັບຮອງເອົາມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນຂອງ ແຂວງ ຈຳນວນ 2 ແຫ່ງ ຄື: ວັດ ພະບາດນາດູ່ ເມືອງລະຄອນເພັງ ແລະ ທາດກະເດົາທຶກເມືອງຄົງເຊ ໂດນ, ປັດຈຸບັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງ ມີ ທັງໝົດ 7 ລາຍການມີ: ມໍລະດົກ ສະຖານ 3 ແຫ່ງ ແລະ ມໍລະດົກ ທີ່ບໍ່ເປັນວັດຖຸ (ນາມມະທໍາ) 4 ລາຍການ; ສໍາເລັດການປັບປຸງບົດ ສຳຫລວດ-ຈັດສັນຕາດເລາະ-ຕາດ ຮັງ; ສໍາເລັດບົດລາຍງານກິດຈະກຳ ທ່ອງທ່ຽວເຊື່ອມຕໍ່ເຂົ້າຮ່ວມກອງ ປະຊຸມສົ່ງເສີມການທ່ອງທ່ຽວເຊື່ອມ ຕໍ່ 4 ແຂວງພາກໃຕ້ ເພື່ອເຊື່ອມໂຍງ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມທີ່ເມືອງປາກຊ່ອງ ແຂວງ ຈໍາປາສັກ ແລະ ວຽກງານອື່ນໆ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງການເຜີຍແຜ່ບົດບັນທຶກ ກອງປະຊຸມເຊື່ອມຕໍ່ວຽກງານທ່ອງ ທ່ຽວ 4 ແຂວງພາກໃຕ້, ຜ່ານ ຂໍ້ຕົກລົງການຮັບຮອງປະຕິທິນ ທ່ອງທ່ຽວ, ເຜີຍແຜ່ການຈັດຕັ້ງ ການເຄື່ອນໄຫວຂອງພະແນກ ວທ ແຂວງສາລະວັນ, ຜ່ານຂໍ້ຕົກລົງ ຂອງການນຸ່ງຊຸດຊົນເຜົ່າ ພ້ອມທັງ ໄດ້ມີການປະກອບຄຳຄິດຄຳເຫັນ ໃສ່ກັບວຽກງານດັ່ງກ່າວ ເພື່ອໃຫ້ ຄົບຖ້ວນ ແລະ ສົມບູນສາມາດ ນຳໄປຈັດຕັ້ງປະຕິບັດຢ່າງມີຜົນ ສຳເລັດ.ຂ່າວ: ແກ້ວອຸດອນ, ພາບ: ສ.ພະຈັນ ວ່ອງໄວ, ເໝາະສົມກັບເນື້ອທີ່ນາ ຂະໜາດໃຫຍ່, ເຕັກນິກນາໂຍນ ສາມາດປະຕິບັດໄດ້ 80%, ການ ນຳໃຊ້ເຕັກນິກການປູກເຂົ້າແບບ ໃໝ່ ບໍ່ພຽງແຕ່ຊ່ວຍໃຫ້ກະສິກອນ ປະຢັດເວລາ ແລະ ແຮງງານເທົ່າ ນັ້ນ, ແຕ່ຍັງເປັນການເພີ່ມໂອກາດ ໃນການສ້າງຜົນຜະລິດໃຫ້ໄດ້ມາດ ຕະຖານ, ປະລິມານທີ່ສູງຂຶ້ນ, ພ້ອມ ນັ້ນທາງພາກສ່ວນກ່ຽວຂ້ອງ ກໍໄດ້ ລົງຕິດຕາມ ແລະ ໃຫ້ຄຳແນະນຳ ແກ່ປະຊາຊົນຢ່າງໃກ້ຊິດ ເພື່ອຮັບ ປະກັນໃຫ້ການປັກດຳເຂົ້ານາປີ ໃນເນື້ອທີ່ ທີ່ຍັງຫລົງເຫລືອຢູ່ ໃຫ້ ສາມາດສຳເລັດຕາມຄາດໝາຍທີ່ ວາງໄວ້ ຮ້ອຍສວນຮ້ອຍໃນໄວໆນີ້. ນອກຈາກການປູກເຂົ້າແລ້ວກະສິ ກອນພາຍໃນເມືອງ ຍັງໄດ້ປູກພືດ ເປັນສິນຄ້າສົ່ງອອກໃນເນື້ອທ່ີ 8.168 ເຮັກຕາ ເປັນຕົ້ນ ປູກມັນ ຕົ້ນ 6.000 ເຮັກຕາ, ປູກສາລີແຂງ 580 ເຮັກຕາ ແລະ ປູກໝາກເດືອຍ 350 ເຮັກຕາ ພ້ອມທັງພືດຜັກອື່ນໆ ອີກເພື່ອເປັນສິນຄ້າສົ່ງອອກ. ຂ່າວ-ພາບ: ວັນນາ 7e,j ;o xj vpxk 20 ra od;j k38 ]q 'l6 j ;a 'lts';og0fc,j oE0v' ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີປ່ອຍປາປາກ ແລະ ປາມະ ນີການ 20 ພັນກວ່າໂຕ ລົງສູ່ວັງ ສະຫງວນເຂດແມ່ນໍ້າຂອງ ຂຶ້ນໃນ ວັນທີ 13 ກໍລະກົດ 2026 ທີ່ບ້ານ ມ່ວງສຸມ ເມືອງທ່າແຂກ ເນື່ອງໃນ ໂອກາດວັນປ່ອຍ ແລະ ອະນຸລັກ ສັດນໍ້າແຫ່ງຊາດ ຄົບຮອບ 29 ປີ (13 ກໍລະກົດ 1997-13 ກໍລະກົດ 2026) ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ພ້ອມດ້ວຍ ຜູ້ຕາງໜ້າຈາກໃນ 10 ຕົວເມືອງ, ອົງການຈັດຕັ້ງມະຫາຊົນ, ພະແນກ ການອ້ອມຂ້າງແຂວງ ແລະ ນ້ອງ ນັກຮຽນເຂົ້າຮ່ວມ. ທ່ານ ແກ້ວບຸນຂວັນ ໄຊຍະວົງ ສາ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ ກ່າວວ່າ: ໃນປັດຈຸບັນ ຈໍານວນປາ ແລະ ສັດນໍ້າພວມຖືກຄຸກຄາມ ຈາກ ທຳມະຊາດ ແລະ ຄົນ ຊຶ່ງເຮັດໃຫ້ ສັດນ້ຳໃນປັດຈຸບັນ ນັບມື້ນັບຫລຸດ ໜ້ອຍຖອຍລົງເປັນລຳດັບ, ຈາກ ເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ ຮ່ວມມືກັບຫລາຍອົງການ ເພື່ອວາງ ກົດໝາຍ, ລະບຽບ ແລະ ມາດຕະ ການຕ່າງໆ ໂດຍສຸມໃສ່ໃນການປົກ ປັກຮັກສາສັດນ້ຳ ແລະ ສັດປ່າ ໃຫ້ ຄົງຢູ່ກັບທຳມະຊາດແບບຍືນຍົງ, ຄຽງຄູ່ກັນນັ້ນກໍໄດ້ສົມທົບກັບທຸກ ພາກສ່ວນທັງພາຍໃນ ແລະ ຕ່າງ ປະເທດຂົນຂວາຍຫລາຍໆດ້ານ ເພື່ອຊ່ວຍໃນການປົກປັກຮັກສາ ແລະ ພັດທະນາສັດນ້ຳໃຫ້ນັບມື້ ນັບຫລາຍ ຊຶ່ງໃນໄລຍະຜ່ານມາກໍ ໄດ້ມີການປະກາດ, ສ້າງຕັ້ງ ຫລື ກຳນົດເຂດອະນຸລັກ (ສ້າງວັງ ສະຫງວນ) ໄດ້113 ແຫ່ງ ເພື່ອເປັນ ບ່ອນແພ່ພັນ, ນອກນັ້ນກໍໄດ້ສ້າງ ຂະບວນການປ່ອຍປາລົງໜອງ, ລົງ ອ່າງ, ແຫລ່ງນໍ້າຕາມທຳມະຊາດ. ສຳລັບປີນີ້, ທາງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ ອອກແຈ້ງການກ່ຽວກັບການສ້າງ ຂະບວນການເຖິງຫ້ອງການກະສິ ກຳ ແລະ ສິ່ງແວດລ້ອມເມືອງ, ລົງ ສູ່ທ້ອງຖິ່ນຂັ້ນບ້ານຄື : ຫ້າມນຳໃຊ້ ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງ ໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫລື ຈັບສັດນ້ຳ ແບບດັບ ສູນ; ຫ້າມນຳໃຊ້ເຄື່ອງມືຫາປາທີ່ມີ ຄວາມສ່ຽງໃຫ້ສັດນ້ຳສູນພັນ ເຊັ່ນ: ອວນ, ລີ່, ມອງຕາຖີ່, ໂຕ່ງ, ລອບ ຂະໜາດໃຫຍ່ ແລະ ອື່ນໆ; ຫ້າມ ຫາສັດນ້ຳຈາກແຫລ່ງທຳມະຊາດ ດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງນ້ຳ, ຂຸດໜອງ ຫລື ດູດໜອງ ທຳມະຊາດ ທີ່ມີນ້ຳຕະຫລອດປີ; ຫ້າມຮັບເອົາ, ຊື້ຂາຍ, ຄອບຄອງ ຫລື ຂົນສົ່ງສັດນ້ຳບັນຊີ 1 ໂດຍ ບໍ່່ໄດ້ຮັບອະນຸຍາດ; ຫ້າມສ້າງສິ່ງ ກີດຂວາງທາງເດີນ ຂອງສັດນ້ຳ ໂດຍບໍ່່ໄດ້ຮັບອະນຸຍາດ; ຫ້າມລ້ຽງ ຫລື ປ່ອຍສັດນ້ຳ ຕ່າງຖິ່ນທີ່ມີຄວາມ ສ່ຽງທຳລາຍສັດນ້ຳພື້ນເມືອງ ແລະ ລະບົບນິເວດ; ຫ້າມປູກພືດນ້ຳທີ່ ຈະເປັນການທຳລາຍລະບົບນິເວດ ຫລື ແຫລ່ງລ້ຽງສັດ ໂດຍບໍ່ໄດ້ ຮັບອະນຸຍາດ; ຫ້າມບຸກລຸກ ວັງ ສະຫງວນ ຫລື ເຂດອະນຸລັກພັນ ສັດນ້ຳ, ເຂດປາອໍ, ແຫລ່ງສັດນ້ຳ ວາງໄຂ່, ເຂດຈະເລີນເຕີບໂຕຂອງ ລູກສັດນ້ຳໄວອ່ອນ; ຫ້າມຫາສັດນ້ຳ ໃນລະດູວາງໄຂ່ ; ຫ້າມບໍລິໂພກ, ຊື້-ຂາຍ ສັດນ້ຳ ທີ່ຕາຍບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນເປື້ອນສານ ເຄມີຕົກຄ້າງ ແລະ ຫ້າມມີພຶດຕິກຳ ອື່ນໆ ທີ່ເປັນການລະເມີດກົດໝາຍ. ນອກຈາກນັ້ນ, ທາງຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງທ່າແຂກ ຍັງໄດ້ອະນຸມັດໃຫ້ບ້ານມ່ວງສຸມ ສ້າງວັງສະຫງວນຂຶ້ນເພື່ອຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນສັດນໍ້າ ຂອງບ້ານ ຢູ່ສາຍນໍ້າຂອງ ເຂດຄຸ້ມ ຄອງ ແລະ ນໍາໃຊ້ຊັບພະຍາກອນ ສັດນໍ້າຂອງບ້ານ ໂດຍມີຊື່ວັງວ່າ “ວັງສະຫງວນພະທາດສີໂຄດ ຕະບອງ.
RkJQdWJsaXNoZXIy MTc3MTYxMQ==