13/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດຂະບວນການ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກອງປະຊຸມມ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປີດ ກອງປະຊຸມວ່າ: ກອງປະຊຸມສະໄໝ ວິສາມັນເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ X ໄດ້ພິຈາລະນາ, ຮັບ ຮອງເອົາເນື້ອໃນສໍາຄັນຈຳນວນ ໜຶ່ງ ເປັນຕົ້ນ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດ ຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026; ໄດ້ຕີລາຄາສູງຕໍ່ ຄວາມພະຍາຍາມຂອງລັດຖະບານ ໃນການບໍລິຫານ, ບັນຊາໂດຍໄດ້ ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມ ປະຊາຊົນລາວບັນດາເຜົ່າ ເຂົ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ໃນ 6 ເດືອນຕົ້ນປີ 2026 ຊຶ່ງສາມາດເຮັດໃຫ້ເສດຖະກິດຂະ ຫຍາຍຕົວໃນລະດັບ 5%; ມີການ ນໍາໃຊ້ເຄື່ອງມືທັນສະໄໝໃນການ ເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2026; ອັດຕາເງິນເຟີ້ມີທ່າອ່ຽງ ຫລຸດລົງ, ການແກ້ໄຂຄວາມທຸກ ຍາກໄດ້ຮັບການເອົາໃຈໃສ່ປະກອບ ສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອ ລະກ້າວ. ກອງປະຊຸມສະເໜີໃຫ້ລັດ ຖະບານ ເອົາໃຈໃສ່ຊຸກຍູ້ການປະຕິ ບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ສຸມໃສ່ການເກັບລາຍຮັບ ດ້ວຍ ການຫັນເປັນທັນສະໄໝທົ່ວປະ ເທດ, ເຂົ້າສູ່ລະບົບເທື່ອລະກ້າວ, ສາມາດເຊື່ອມຕໍ່ກັບທຸກຂະແໜງ ການ, ໃຫ້ມີນະໂຍບາຍການດຶງດູດ ການລົງທຶນທີ່ຊັດເຈນ, ສືບຕໍ່ເກັບ ລາຍຮັບງົບປະມານຈາກການຂຸດ ຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບ ຖ້ວນຕາມກົດໝາຍ, ຫລຸດຜ່ອນ ການຍົກເວັ້ນ ແລະ ຜ່ອນຜັນພາສີ- ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍ ຮັບງົບປະມານ, ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການ ເຂົ້າຫາແຫລ່ງທຶນ ຂອງທຸລະກິດຂະ ໜາດນ້ອຍ ແລະ ຂະໜາດກາງ, ມີ ນະໂຍບາຍໃນການນໍາໃຊ້ລົດໄຟຟ້າ ເພື່ອຫລຸດຜ່ອນລາຍຈ່າຍໃນການຊື້ ພະລັງງານເຊື້ອໄຟ, ສືບຕໍ່ດໍາເນີນ ການປະຕິຮູບລັດວິສາຫະກິດ ໃຫ້ ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ. ພ້ອມນີ້, ກອງ ປະຊຸມສະເໜີໃຫ້ລັດຖະບານ ເອົາໃຈ ໃສ່ການສະໜອງແນວພັນ, ການ ສົ່ງເສີມຜະລິດສິນຄ້າ ທີ່ເປັນທ່າ ແຮງຂອງທ້ອງຖິ່ນ ໃຫ້ສອດຄ່ອງ ກັບແນວທາງການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ສົ່ງ ເສີມພາກເອກະຊົນໃນການຜະລິດ ຝຸ່ນ, ປຸຍ, ອາຫານສັດ ແລະ ມີມາດ ຕະການຈຳກັດການນໍາເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນຢ່າງ ເຂັ້ມງວດ, ປັບປຸງລະບົບຊົນລະ ປະທານ ເພື່ອສາມາດຮັບໃຊ້ການ ຜະລິດໃນລະດູແລ້ງ; ເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ປ່າໄມ້ ເພື່ອ ໃຫ້ບັນລຸເນື້ອທີ່ປົກຫຸ້ມຂອງປ່າໄມ້ ໄດ້ 65% ໃນປີ 2030, ສຸມໃສ່ການ ຂຶ້ນສໍາມະໂນຄົວທີ່ດິນ ເພື່ອສ້າງ ຖານລາຍຮັບໃໝ່, ມີມາດຕະການ ສົ່ງເສີມການເກັບລາຍຮັບຈາກອາ ກອນທີ່ດິນ ດ້ວຍລະບົບທັນສະໄໝ; ມີມາດຕະການເດັດຂາດ ຕໍ່ການບຸກ ລຸກທໍາລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມ ກວດກາໂຄງການໃຫ້ເຊົ່າ ແລະ ສຳ ປະທານທີ່ດິນຂອງລັດ, ມີການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມແລະ ມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ ກະທຳຜິດ ແລະ ລະເມີດກົດໝາຍ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ສ້ອມແປງເສັ້ນທາງທີ່ເປ່ ເພ ໂດຍສະເພາະໃນເຂດຫ່າງໄກ ສອກຫລີກ-ຊົນນະບົດ, ເສັ້ນທາງ ລຽບແລະອອກສູ່ບໍລິເວນຊາຍແດນ, ທາງຫລວງແຫ່ງຊາດ, ໂຄງການ ຟື້ນຟູໄພພິບັດສຸກເສີນ, ໂຄງການກໍ່ ສ້າງຕ້ານເຈື່ອນ, ຄຸ້ມຄອງນໍ້າໜັກ ລົດບັນທຸກສິນຄ້າຢ່າງເຂັ້ມງວດ, ເດັດຂາດ, ມີມາດຕະການປັບໄໝ ຕໍ່ຜູ້ປະກອບການທີ່ລະເມີດລະບຽບ ກົດໝາຍ. ກອງປະຊຸມສະເໜີໃຫ້ ລັດຖະບານ ປະເມີນການຈັດຕັ້ງປະ ຕິບັດຄໍາສັ່ງສະບັບເລກທີ 06/ນຍ, ເລກທີ 46/ນຍ ແລະ ຄໍາສັ່ງສະບັບ ເລກທີ 11/ກມສພ ຢ່າງເຂັ້ມງວດ, ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ກວດກາປະເມີນຜົນໂຄງການລົງ ທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດ ຕໍ່ບັນ ດາບໍລິສັດທີ່ບໍ່ປະຕິບັດຕາມສັນຍາ, ລະບຽບກົດໝາຍ ແລະ ບໍ່ໄດ້ມາດ ຕະຖານ, ໂຄງການມີຄວາມຄືບໜ້າ ຊ້າ,ບໍ່ມີປະສິດທິຜົນ,ຢຸດຕິໂຄງການ ປະເພດ C, C+ ແລະ ແຈ້ງໃຫ້ທ້ອງ ຖິ່ນຮັບຊາບ ແລະ ມີຄວາມເປັນ ເອກະພາບໃນການຈັດຕັ້ງປະຕິບັດ; ສະເໜີໃຫ້ພິຈາລະນາຄືນການຂະ ຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ, ສົ່ງເສີມພະລັງງານທາງເລືອກ ເປັນຕົ້ນ ພະລັງງານລົມ, ແສງຕາ ເວັນ, ການສະໜອງໄຟຟ້າເພື່ອນໍາ ໃຊ້ເຂົ້າໃນໂຄງການລົງທຶນ ເພື່ອສາ ມາດຈັດຕັ້ງປະຕິບັດໂຄງການໄດ້ ແລະ ສາມາດປະຕິບັດພັນທະທາງ ດ້ານການເງິນໃຫ້ລັດຖະບານ; ກອງ ປະຊຸມສະເໜີໃຫ້ລັດຖະບານ ເພີ່ມ ທະວີການແກ້ໄຂບັນຫາຄູອາສາ ສະໝັກ ແລະ ຂາດແຄນຄູ, ການກຳ ນົດເວລາໃນການປັບປຸງຫລັກສູດ 6+3+3 ໃຫ້ສາມາດປະຕິບັດໃນ ສົກຮຽນ 2028-2029; ປັບປຸງ ຄຸນນະພາບການສຶກສາ, ມີການຈັດ ສັນໂກຕາລັດຖະກອນໃຫ້ຂະແໜງ ສຶກສາ ແລະ ສາທາລະນະສຸກໃຫ້ ຫລາຍຂຶ້ນ; ຕິດຕາມ, ຊຸກຍູ້ການຈັດ ສັນງົບປະມານ ໃຫ້ແກ່ຂົງເຂດການ ສຶກສາ, ສາທາລະນະສຸກ ໃຫ້ສົມ ຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ ຄວາມເອົາໃຈໃສ່; ສືບຕໍ່ພັດທະນາ ສີມືແຮງງານດ້ານຕ່າງໆໃຫ້ມີຄຸນ ນະພາບ, ຕອບສະໜອງໄດ້ຕະ ຫລາດແຮງງານພາຍໃນ ແລະ ຕ່າງ ປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດ ນະໂຍບາຍ ຕອບແທນບຸນຄຸນຕໍ່ບຸກ ຄົນ ແລະ ຄອບຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ. ກອງປະ ຊຸມພິຈາລະນາ ແລະ ຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ຊຶ່ງເປັນ ການຈັດຕັ້ງຜັນຂະຫຍາຍເນື້ອໃນ ຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກ. ກອງປະຊຸມ ເຫັນດີໂດຍພື້ນຖານ ຕໍ່ການກໍານົດ ໂຄງຮ່າງວາລະແຫ່ງຊາດສະບັບ ນີ້, ເວລາການຈັດຕັ້ງປະຕິບັດແຕ່ປີ 2027-2030 ຊຶ່ງສອດຄ່ອງຕາມ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ເຫັນດີຕໍ່ ການກຳນົດທັດສະນະ, ຫລັກການ, ຄາດໝາຍ, ທິດທາງ, ວຽກຈຸດສຸມ ໃຫຍ່ ແລະ ມາດຕະການຈັດຕັ້ງປະ ຕິບັດທີ່ລະອຽດສົມຄວນ. ກອງປະຊຸມສະເໜີລັດຖະບານ ເອົາໃຈໃສ່ຕື່ມບາງດ້ານ ເຊັ່ນ: ຄວນ ມີງົບປະມານເປັນບ້ວງສະເພາະ, ອາດຈະຄົ້ນຄວ້າບ້ວງເງິນເກີນແຜນ ຂອງແຕ່ລະແຂວງ ແລະ ການປະ ກອບສ່ວນຂອງປະຊາຊົນ ແລະ ສັງ ຄົມ, ມີນະໂຍບາຍດຶງດູດການລົງທຶນ ໃນຂົງເຂດກະສິກຳ-ອຸດສາຫະກຳ ປຸງແຕ່ງ ຢູ່ເຂດຊົນນະບົດຫ່າງໄກ ສອກຫລີກ, ອໍານວຍຄວາມສະດວກ ໃຫ້ປະຊາຊົນສາມາດເຂົ້າເຖິງແຫລ່ງ ທຶນແລະສິນເຊື່ອໄດ້ງ່າຍ, ສະດວກ, ວ່ອງໄວ ແລະ ມີອັດຕາດອກເບ້ຍທີ່ ເໝາະສົມ, ມີການຈັດສັນເຂດການ ຜະລິດ, ເອົາໃຈໃສ່ການອອກໃບຕາ ດິນ, ມີການແນະນໍາທາງດ້ານເຕັກ ນິກ, ວິຊາການເຂົ້າໃນວຽກງານ ການປູກ-ການລ້ຽງ; ສ້າງໂຮງງານ ປຸງແຕ່ງຕິດພັນກັບຕະຫລາດ; ສ້າງ ແລະ ປັບປຸງສູນທົດລອງ, ສູນສົ່ງ ເສີມກະສິກຳ; ສ້າງ ແລະ ສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ສາມາດນໍາໃຊ້ ໄດ້ຕະຫລອດປີ; ສະໜອງໄຟຟ້າ, ນໍ້າສະອາດ, ລະບົບໂທລະຄົມ ແລະ ການສື່ສານໃຫ້ທົ່ວເຖິງ; ປັບປຸງສະ ຖານການສຶກສາ ແລະ ສະໜອງ ອຸປະກອນການຮຽນ-ການສອນ, ມີ ນະໂຍບາຍແກ່ນັກຮຽນທີ່ຮຽນດີ, ຮຽນເກັ່ງ, ຜູ້ທຸກຍາກ ແລະ ດ້ອຍໂອ ກາດ; ເອົາໃຈໃສ່ການປັບປຸງສຸກສາ ລາໃຫ້ດີ, ໃຫ້ມີແພດຊ່ວຍການເກີດ ລູກ ແລະ ສັກຢາວັກຊິນກັນພະຍາດ ໃຫ້ທົ່ວເທິງ; ມີການສ້າງວຽກເຮັດ ງານທຳຢູ່ຊົນນະບົດໃຫ້ແກ່ຊາວ ໜຸ່ມ, ສ້າງສູນຝຶກອົບຮົມວິຊາອາ ຊີບໃຫ້ແກ່ຊາວໜຸ່ມ, ປຸກລະດົມການ ມີສ່ວນຮ່ວມຂອງລະບົບການເມືອງ ຂັ້ນຮາກຖານເຂົ້າຮ່ວມການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ດ້ວຍການ ຂົນຂວາຍ, ປຸກລະດົມຈິດໃຈຮັກ ຊາດ, ຮັກບ້ານເກີດເມືອງນອນ, ສ້າງຄວາມມຸ່ງໝັ້ນໃນການພັດທະ ນາຂອງປະຊາຊົນ ເພື່ອສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ. ເພື່ອບັນລຸເປົ້າໝາຍໃນການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນສະເໜີ ໃຫ້ ລັດຖະບານ ມີກົນໄກປະສານງານ ກັບ 5 ພາກສ່ວນກ່ຽວຂ້ອງຢ່າງ ກົມກຽວເຊັ່ນ: ພາກລັດ, ພາກເອກະ ຊົນຜູ້ປະກອບການ, ພາກສ່ວນທະ ນາຄານ, ພາກສ່ວນເຕັກໂນໂລຊີ- ວິຊາການແລະ ພາກທຸລະກິດ. ກອງ ປະຊຸມໄດ້ພິຈາລະນາ, ຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍຄັງ ເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານ ແຫ່ງລັດ (ສະບັບປັບປຸງ) ເພື່ອໃຫ້ ສອດຄ່ອງກັບການຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ທັງເປັນ ການປະກອບສ່ວນສໍາຄັນໃນການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມນີ້, ກອງປະຊຸມໄດ້ມີການປຶກສາຫາລື ແລະ ຮັບຮອງເອົາບັນດາບັນຫາທີ່ ສໍາຄັນຂອງຊາດ ທີ່ກ່ຽວຂ້ອງກັບ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດ ແລະ ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນແລະ ກົດໝາຍ 2 ສະບັບ ໂດຍມີການຮັບ ຮອງເອົາ 4 ມະຕິທີ່ກ່ຽວຂ້ອງດ້ວຍ ຄະແນນສູງ ແຕ່ 90% ຂຶ້ນໄປ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຂປລ. ພິີທີເປີດຂະບວນການຂ່ຳ ນັບຮັບຕ້ອນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດ ການນຳພາຂອງພັກ, ພັດທະນາ ວຽກງານສື່ມວນຊົນໃຫ້ຫັນປ່ຽນ ສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຈັດຂຶ້ນໃນວັນທີ12ກໍລະກົດ2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ເລຂາຄະນະ ບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີຮອງລັດ ຖະມົນຕີ,ຫົວໜ້າກົມ,ຮອງກົມພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້ ທ່ານ ຄຳພັນ ເຜີຍ ຍະວົງ ກ່າວວ່າ: ການເປີດຂະບວນ ການຄັ້ງນີ້, ບໍ່ພຽງແຕ່ເພື່ອຂໍ່ານັບ ຮັບຕ້ອນກອງປະຊຸມວຽກງານສື່ ມວນຊົນທົ່ວປະເທດ ຄັ້ງທີ 1 ທີ່ຈະ ໄຂຂຶ້ນໃນມໍ່ໆນີ້ເທົ່ານັ້ນ, ແຕ່ຍັງເປັນ ໂອກາດອັນສະຫງ່າລາສີ ໃນການ ຮ່ວມກັນ ສະເຫລີມສະຫລອງ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍ ຕົວ ຂອງສື່ມວນຊົນລາວ ອີກດ້ວຍ. ຕະຫລອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນ ກະບອກສຽງອັນແຫລມຄົມ ຂອງ ພັກ-ລັດ ແລະ ປະຊາຊົນ; ເປັນຂົວ ຕໍ່ອັນສໍາຄັນ ໃນການນໍາເອົາແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ລົງສູ່ຮາກຖານ ປະຊາຊົນ, ພ້ອມທັງສະທ້ອນຄວາມ ມຸ່ງມາດປາດຖະໜາຂອງປະຊາຊົນ ຂຶ້ນສູ່ການນໍາຂັ້ນສູງ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະ ຫລອດມາ. ກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ທີ່ຈະຈັດຂຶ້ນໃນຄັ້ງ ນີ້ ບໍ່ພຽງແຕ່ການພົບປະເພື່ອທົບ ທວນວຽກງານຜ່ານມາເທົ່ານັ້ນ, ແຕ່ເປັນບາດກ້າວສໍາຄັນຂອງການ ສືບຕໍ່ຍົກສູງບົດບາດການນໍາພາ ຂອງພັກຕໍ່ວຽກງານສື່ມວນຊົນ ໃນ ໄລຍະໃໝ່. ໃນສະພາບການປັດຈຸ ບັນທີ່ໂລກໄດ້ກ້າວເຂົ້າສູ່ຍຸກດີຈິ ຕອນ ແລະ ເຕັກໂນໂລຊີປັນຍາປະ ດິດ (AI) ຢ່າງເຕັມຕົວ, ວຽກງານ ສື່ມວນຊົນຕ້ອງກາຍເປັນແນວໜ້າ ອັນແຫລມຄົມຂອງວຽກງານແນວ ຄິດ-ອຸດົມການ, ເປັນເຄື່ອງມືສໍາຄັນ ໃນການປົກປັກຮັກສາແນວທາງ, ທັດສະນະ ແລະ ຜົນປະໂຫຍດລວມ ຂອງຊາດ-ຂອງປະຊາຊົນ. ມາ ຮອດປັດຈຸບັນ, ໂລກຂອງພວກເຮົາ ໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນ ກໍຈໍາເປັນຕ້ອງໄດ້ມີການຫັນປ່ຽນ ຢ່າງແຂງແຮງ ເພື່ອໃຫ້ທັນກັບຍຸກ ສະໄໝ, ດັ່ງຄໍາຂວັນຂອງການຈັດ ງານໃນຄັ້ງນີ້ວ່າ: ເພີ່ມທະວີບົດບາດ ການນໍາພາຂອງພັກ, ພັດທະນາ ວຽກງານສື່ມວນຊົນ ໃຫ້ຫັນປ່ຽນ ສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ນີ້ ບໍ່ແມ່ນຄໍາຂວັນທາງຮູບການ, ແຕ່ ແມ່ນຄວາມຮຽກຮ້ອງທາງການ ເມືອງອັນເປັນຈິງຕໍ່ທຸກຂັ້ນ, ທຸກ ພາກສ່ວນ ແລະ ທຸກສື່. ພ້ອມກັນ ນັ້ນ, ການ “ພັດທະນາວຽກງານສື່ ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບ ໃໝ່” ກໍແມ່ນການກຳນົດທິດໃຫ້ ແຈ້ງວ່າ ວຽກງານສື່ມວນຊົນຕ້ອງ ພັດທະນາທັງດ້ານເນື້ອໃນ, ຮູບ ການ, ວິທີການນໍາສະເໜີ, ການຈັດ ຕັ້ງປະຕິບັດ ແລະ ຄຸນນະພາບຂອງ ຖັນແຖວ. ນີ້ຄືສິ່ງທ້າທາຍ ແລະ ກາລະໂອກາດ ທີ່ພວກເຮົາທຸກພາກ ສ່ວນ ໂດຍສະເພາະຊາວໜຸ່ມຄົນ ຮຸ່ນໃໝ່ ແລະ ນັກສື່ສານມວນຊົນ ຕ້ອງໄດ້ບຸກບືນຂຶ້ນ ເພື່ອຍົກລະດັບ ຄວາມຮູ້, ພັດທະນາການເລົ່າເລື່ອງ ແລະ ການນໍາໃຊ້ເຕັກໂນໂລຊີ ໃຫ້ ເກີດປະໂຫຍດສູງສຸດໃນການປົກ ປ້ອງຊາດ ແລະ ສ້າງສັນສັງຄົມ. ພ້ອມກັນນີ້, ທ່ານ ທອງລີ ສີສຸລິດ ກໍໄດ້ກ່າວວ່າ: ການຈັດ ງານຄັ້ງນີ້ ເພື່ອປຸກລະດົມແລະສ້າງ ຂະບວນການອັນຟົດຟື້ນ, ກວ້າງ ຂວາງ ແລະ ມີເນື້ອໃນການເມືອງ ທີ່ເລິກເຊິ່ງໃນທົ່ວສັງຄົມ ເພື່ອຂໍ່າ ນັບຮັບຕ້ອນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດຄັ້ງທີ 1 ໃຫ້ ເຕັມໄປດ້ວຍຄວາມໝາຍຄວາມສໍາ ຄັນສູງສຸດ; ເພື່ອສ່ອງແສງ ແລະ ຈາລຶກຄຸນງາມຄວາມດີ, ບົດບາດ ການນໍາພາອັນສະຫລາດສ່ອງໃສ ຂອງພັກ ຕໍ່ວຽກງານສື່ມວນຊົນ ລາວ ຕະຫລອດໄລຍະ 76 ປີ ຜ່ານ ມາ ໄດ້ເຮັດໜ້າທີ່ເປັນແນວໜ້າອັນ ແຫລມຄົມ ໃນການປົກປັກຮັກສາ ຮາກຖານແນວຄິດ-ອຸດົມການ ຂອງຊາດ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຍົກສູງຄວາມ ຮັບຜິດຊອບຂອງສັງຄົມ ໂດຍສະ ເພາະ ແມ່ນຊາວໜຸ່ມຄົນຮຸ່ນໃໝ່ ໃຫ້ກາຍເປັນ “ນັກສື່ສານທີ່ມີຄຸນ ນະພາບ”, ນໍາໃຊ້ສື່ສັງຄົມອອນ ລາຍຢ່າງສ້າງສັນ, ຖືກຕ້ອງຕາມ ລະບຽບກົດໝາຍ ແລະ ພ້ອມກັນ ປົກປ້ອງຜົນປະໂຫຍດລວມຂອງ ຊາດ. ພາຍໃນງານຄັ້ງນີ້, ໄດ້ມີເວທີ ສົນທະນາ ກ່ຽວກັບການປັບຕົວ ຂອງສື່ມວນຊົນ ໃນຍຸກ AI, ຍຸກ ດີຈິຕອນ, ພ້ອມທັງຈັດຫ້ອງວາງ ສະແດງໃຫ້ຄວາມຮູ້ກ່ຽວກັບວຽກ ງານສື່ມວນຊົນ, ຄວາມຮູ້ກ່ຽວກັບ ບັນຫາສຸຂະພາບຂອງໄວໜຸ່ມ ແລະ ຄວາມຮູ້ກ່ຽວກັບເຕັກໂນໂລຊີ, ຫ້ອງວາງສະແດງ ແລະ ຈຳໜ່າຍ ສິນຄ້າອຸປະໂພກບໍລິໂພກ ລາຄາ ຖືກ, ຫ້ອງວາງສະແດງອາຫານພື້ນ ບ້ານຂອງທ້ອງຖິ່ນຕ່າງໆ, ຫ້ອງ ວາງສະແດງກ່ຽວກັບສື່ມວນຊົນ ເພື່ອເນັ້ນໜັກເຖິງປະຫວັດສາດອັນ ສະຫງ່າລາສີ. ພ້ອມນີ້, ພາຍໃນ ງານຍັງຈະມີກິດຈະກຳສາຍຟີມ ຮູບເງົາມູນເຊື້ອ ເປັນຕົ້ນແມ່ນເລື່ອງ “ກອງພັນທີສອງ” ໂດຍການນໍາ ໃຊ້ເຄື່ອງສາຍຟີມຮູບເງົາຮຸ່ນເກົ່າ ທີ່ຫາເບິ່ງໄດ້ຍາກໃນປັດຈຸບັນ. ນອກນັ້ນ, ຍັງມີຈຸດຖ່າຍພາບທີ່ຈໍາ ລອງການເປັນຜູ້ປະກາດຂ່າວໂທ ລະພາບ, ຜູ້ຈັດລາຍການວິທະຍຸ ແລະ ການພິມເອກະສານໂດຍເຄື່ອງ ຈັກພີມດີດ ແລະ ຍັງມີເວທີສະແດງ ສິລະປະດົນຕີ ຈາກນັກຮ້ອງ-ສິລະ ປິນລາວ ທີ່ມີຊື່ສຽງ ຕື່ມອີກ. ຂ່າວ: ກິດຕາ; ພາບ: ຂັນໄຊ ]k;{l gdq ks]u rq [xt c]t ]q 'ok,Ij ;,,n .o0q 'g0f;Pd'ko 0= h ,6 o0j k;lkor6 ,lkf ຂປລ. ກອງປະຊຸມພົບປະ ລະ ຫວ່າງ ກົມແຜນທີ່ແຫ່ງຊາດ, ຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ສປປ ລາວ ແລະ ອົງການສົ່ງ ເສີມອຸດສາຫະກຳຂໍ້ມູນຂ່າວສານ ພູມສາດ ສ ເກົາຫລີ, ຝ່າຍລາວ ນໍາ ໂດຍ ທ່ານ ວີແກ້ວ ບຸບຜາວັນ ຮອງ ລັດຖະມົນຕີ, ຮອງຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ແລະ ຝ່າຍ ສ ເກົາຫລີ ນຳ ໂດຍ ທ່ານ ແທັກຈິນ ຄິມ ປະທານ ອົງການສົ່ງເສີມອຸດສາຫະກຳຂໍ້ມູນ ຂ່າວສານພູມສາດ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະກັນ ເພື່ອສ້າງຄວາມເປັນເອກະ ພາບສູງ ຕໍ່ຮ່າງບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງ ເຂດວຽກງານຂໍ້ມູນຂ່າວສານພູມ ສາດ ລະຫວ່າງ ກົມແຜນທີ່ແຫ່ງ ຊາດ ແລະ ອົງການສົ່ງເສີມອຸດສາ ຫະກຳຂໍ້ມູນຂ່າວສານພູມສາດ ຊຶ່ງ ຈະເປັນກົນໄກຮ່ວມມືກັນກ່ຽວກັບ ຂໍ້ມູນດ້ານພູມສາດຂອງສອງປະ ເທດ ໃຫ້ກ້າວໄປສູ່ລະດັບໃໝ່ ໂດຍ ສະເພາະໃນຍຸກເຕັກໂນໂລຊີດີຈິຕອນ ຕ້ອງມີຂໍ້ມູນຂ່າວສານພູມສາດ ທີ່ຖືກຕ້ອງ, ທັນສະໄໝ ແລະ ເປັນ ພື້ນຖານໃຫ້ແກ່ການກໍານົດນະໂຍ ບາຍ, ການວາງແຜນພັດທະນາ, ການຄຸ້ມຄອງທີ່ດິນ, ການຄຸ້ມຄອງ ຊັບພະຍາກອນທໍາມະຊາດ, ການ ປ້ອງກັນ-ຫລຸດຜ່ອນຜົນກະທົບຈາກ ໄພພິບັດ, ການບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ ແລະ ອື່ນໆ. ພາຍຫລັງສຳເລັດການພົບປະ, ໄດ້ມີລົງນາມບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການຮ່ວມມືຂົງ ເຂດວຽກງານຂໍ້ມູນຂ່າວສານພູມ ສາດ ໂດຍການຮ່ວມລົງນາມລະ ຫວ່າງ ທ່ານ ສຸເລັນ ຈັນທະວົງ ຮັກສາການຫົວໜ້າກົມແຜນທີ່ແຫ່ງ ຊາດ ແລະ ຕາງໜ້າຝ່າຍເກົາຫລີ ລົງນາມໂດຍທ່ານ ແທັກຈິນ ຄິມ ປະ ທານອົງການສົ່ງເສີມອຸດສາຫະກຳ ຂໍ້ມູນຂ່າວສານພູມສາດເກົາຫລີ ໂດຍມີ ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ສໍາລັບຂົງເຂດການຮ່ວມມືຄັ້ງນີ້ປະ ກອບມີ: ການແລກປ່ຽນປະສົບການ ແລະ ເຕັກນິກ ທາງດ້ານຂໍ້ມູນຂ່າວ ສານພູມສາດ ເພື່ອສົ່ງເສີມການ ຮ່ວມມືແລະຄວາມເຂົ້າໃຈລະຫວ່າງ ກັນ; ການແລກປ່ຽນຄວາມຮູ້ ແລະ ປະສົບການ ເພື່ອຍົກລະດັບຄວາມ ຮູ້ທາງດ້ານເຕັກໂນໂລຊີ ແລະ ສົ່ງ ເສີມອຸດສາຫະກຳຂໍ້ມູນຂ່າວສານ ພູມສາດ ໃນ ສປປ ລາວ; ການ ແລກປ່ຽນຄວາມຮູ້ຂອງບັນດາ ຊ່ຽວຊານ ແລະ ຂໍ້ມູນເອກະສານ ເຊິ່ງກັນ ແລະ ກັນ ເພື່ອປັບປຸງເຕັກ ໂນໂລຊີ ທີ່ກ່ຽວຂ້ອງກັບຂໍ້ມູນຂ່າວ ສານພູມສາດແລະການສ້າງແຜນທີ່ ພູມສັນຖານແລະຂົງເຂດການຮ່ວມ ມືອື່ນໆ ທີ່ຄູ່ຮ່ວມສັນຍາອາດຈະຕົກ ລົງເຫັນດີຮ່ວມກັນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
RkJQdWJsaXNoZXIy MTc3MTYxMQ==