@ 0j k; c]t gsfdko j 13/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປະທານປະເທດ... ໂທລະເລກ... ຕໍ່ກັບອຸທົກກະໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຫລາຍເຂດ, ນະຄອນ, ແຂວງ ຂອງ ສປ ຈີນ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວສະພາບອຸທົກ ກະໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຫລາຍເຂດ, ນະຄອນ, ແຂວງຂອງ ສປ ຈີນ ນັບແຕ່ຕົ້ນເດືອນກໍລະກົດ 2026 ເປັນຕົ້ນມາ ໂດຍສະເພາະແມ່ນຢູ່ນະຄອນ ໜານໝິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ລວມທັງເຫດການ ໄຟໄໝ້ຢ່າງຮ້າຍແຮງໂຮງງານຜະລິດເກີບຂອງ ບໍລິສັດ ຮຸ້ຍເຖິງ ທີ່ເມືອງ ຈິ້ນຈ່ຽງ ນະຄອນສວນໂຈວ, ແຂວງຟູຈ້ຽນ ໃນວັນທີ 9 ກໍລະກົດ 2026 ຜ່ານມາ; ບັນດາເຫດການເຫລົ່ານີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ບາດເຈັບເປັນ ຈຳນວນຫລາຍ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ ເຕັກນິກ, ພື້ນທີ່ການຜະລິດກະສິກຳ ແລະ ຊັບສິນຢ່າງຫລວງຫລາຍໃນ ເຂດດັ່ງກ່າວ. ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດ ຊຶ້ງມາຍັງ ສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາ ຊົນຈີນອ້າຍນ້ອງ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍຂອງເຂດ ປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ແຂວງຟູຈ້ຽນ ໃນຄັ້ງນີ້ດ້ວຍ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອຢ່າງໃກ້ຊິດຂອງບັນດາສະຫາຍການນໍາ ຂັ້ນສູນກາງ ກໍຄື ອຳນາດການປົກຄອງທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານ ຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູສະພາບການໃຫ້ກັບຄືນສູ່ຄວາມ ປົກກະຕິໂດຍໄວ. ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນຈີນ ຕໍ່ກັບອຸທົກກະໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຫລາຍ ເຂດ, ນະຄອນ, ແຂວງຂອງ ສປ ຈີນ ເຊັ່ນດຽວກັນ. ລັດວ່າດ້ວຍຄັງເງິນແຫ່ງຊາດ ສະ ບັບເລກທີ 259/ນຍ ຍັງບໍ່ທັນມີ ປະສິດທິຜົນ ເນື່ອງຈາກມີຫລາຍ ເນື້ອໃນຍັງບໍ່ທັນສອດຄ່ອງກັບສະ ພາບເງື່ອນໄຂໃນປັດຈຸບັນ ເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານຕົວ ຈິງພົບຄວາມຫຍຸ້ງຍາກ ເປັນຕົ້ນ ການຄຸ້ມຄອງລວມສູນແຫລ່ງເງິນ ຂອງລັດ ເຂົ້າບັນຊີລວມສູນຄັງເງິນ (TSA) ຢູ່ທະນາຄານແຫ່ງ ສປປ ລາວ ຍັງເຮັດບໍ່ທັນໄດ້ດີ ແລະ ຄົບ ຖ້ວນ; ການມອບລາຍຮັບ ແລະ ປະ ຕິບັດລາຍຈ່າຍ ຢູ່ຂັ້ນທ້ອງຖິ່ນໂດຍ ສ່ວນໃຫຍ່ແມ່ນຍັງນໍາໃຊ້ເງິນສົດ ຊຶ່ງເຮັດໃຫ້ມີຄວາມສ່ຽງໃນການ ຄຸ້ມຄອງ ແລະ ເກັບຮັກສາເງິນ, ການຕ້ານ ແລະ ສະກັດກັ້ນການຮົ່ວ ໄຫລຂອງລາຍຮັບງົບປະມານແຫ່ງ ລັດ ຍັງບໍ່ຮັດກຸມເທົ່າທີ່ຄວນ; ການ ສ້າງເອກະສານລາຍງານການເງິນ ຍັງມີຄວາມຊັກຊ້າ, ບໍ່ຄົບຖ້ວນແລະ ບໍ່ທັນຕາມກຳນົດເວລາ; ການຕິດ ຕາມ, ກວດກາການປະຕິບັດລາຍ ຈ່າຍງົບປະມານແຫ່ງລັດ ໃຫ້ຖືກ ຕ້ອງຕາມແຜນການທີ່ສະພາແຫ່ງ ຊາດຮັບຮອງ ແລະ ເບີກຈ່າຍຜ່ານ ບັນຊີລວມສູນຄັງເງິນ ຢູ່ທະນາ ຄານແຫ່ງ ສປປ ລາວ ຍັງເຮັດບໍ່ໄດ້ ດີເທົ່າທີ່ຄວນ; ກົນໄກການຄຸ້ມຄອງ ບັນຊີເງິນຝາກຂອງບັນດາຫົວ ໜ່ວຍງົບປະມານແຫ່ງລັດ, ກອງ ທຶນຂອງລັດ ແລະ ທຶນຊ່ວຍເຫລືອ ຢູ່ເຂດບ້ານໜອງກະແດ້ງ ເມືອງ ວິລະບູລີ ແຂວງສະຫວັນນະເຂດ, ຈາກການປະສານງານຮ່ວມກັບ ອຳນາດການປົກຄອງເມືອງວິລະ ບູລີ, ພົບວ່າມີຫລຸມຍຸບເກີດຂຶ້ນ ຢູ່ບໍລິເວນຄອງນ້ຳ ແລະ ທົ່ງນາ ຈຳນວນ 8 ຫລຸມ ໂດຍມີຂະໜາດ ເສັ້ນຜ່າກາງປະມານ 2-4 ແມັດ. ສຳລັບສາເຫດນັ້ນ, ທາງເຈົ້າ ໜ້າທີ່ວິຊາການໄດ້ຕີລາຄາ ແລະ ສັນນິຖານ ໃນເບື້ອງຕົ້ນວ່າ ເປັນປະ ກົດການທາງທຳມະຊາດ ເນື່ອງ ຈາກໂຄງສ້າງຊັ້ນຫີນໃຕ້ດິນໃນ ບໍລິເວນດັ່ງກ່າວ ເປັນໂຄງສ້າງຫີນ ປູນ. ເມື່ອຖືກນ້ຳກັດເຊາະເປັນເວລາ ຫລາຍປີ ຈຶ່ງເຮັດໃຫ້ເກີດມີຊ່ອງ ວ່າງໃຕ້ດິນ, ປະກອບກັບສະພາບ ຝົນທີ່ຕົກລົງມາ ຈຶ່ງພາໃຫ້ໜ້າດິນ ເກີດການຍຸບຕົວ ຊຶ່ງເຫດການໃນ ລັກສະນະນີ້ ແມ່ນເຄີຍເກີດຂຶ້ນມາ ແລ້ວໃນພື້ນທີ່ດັ່ງກ່າວເມື່ອປະມານ 4-5 ປີກ່ອນ ແລະ ມີລັກສະນະຄ້າຍ ຄືກັບເຫດການດິນຍຸບ ທີ່ເກີດຂຶ້ນຢູ່ ເຂດບ້ານທົ່ງຄານ້ອຍ ເມືອງຫີນບູນ ແລະ ອື່ນໆ. ທັງນີ້, ກໍເພື່ອຊຸກຍູ້ສົ່ງ ເສີມການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານ ສອນໄຊ ສີພັນດອນ ຊີ້ ແຈງຕໍ່ຄຳຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ໃນກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ໃນໄລ ຍະ 6 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສຸມໃສ່ແກ້ໄຂຫລາຍບັນຫາສຳ ຄັນ ເປັນຕົ້ນ ຈະສືບຕໍ່ແກ້ໄຂບັນຫາ ການຂາດແຄນຄູ ຊຶ່ງໄລຍະຜ່ານ ມາ, ລັດຖະບານ ກໍສາມາດແກ້ໄຂ ບັນຫາຄູອາສາສະໝັກໄດ້ 100% ແລ້ວ, ແຕ່ບັນຫາການຂາດແຄນຄູ ຍັງມີຢູ່ ເນື່ອງຈາກມີການສູນເສຍຄູ ໃນຫລາຍຮູບແບບ ເຊັ່ນ: ຄູໄປເຮັດ ວຽກຢູ່ຂະແໜງການອື່ນ, ຮັບອຸດ ໜູນບຳນານ. ພ້ອມນັ້ນ, ກໍອາດຈະ ໄດ້ຈັດສັນຄືນ ເພື່ອໂຮມໂຮງຮຽນ ເຂົ້າກັນພາຍຫລັງທີ່ມີຕາແສງ ຕາມ ຄວາມເໝາະສົມ. ສໍາລັບໂກຕ້າພະ ນັກງານ-ລັດຖະກອນ ໃນປີ 2026, ລັດຖະບານ ຈະສືບຕໍ່ໃຫ້ບຸລິມະສິດ ຂະແໜງການທີ່ສໍາຄັນ ແລະ ຈຳ ເປັນ, ພ້ອມນັ້ນ ກໍຈະໃຫ້ບູລິມະສິດ ພະນັກງານຂັ້ນຕາແສງ, ສ່ວນຂັ້ນ ສູນກາງ ກໍຄື ບັນດາກະຊວງ ແມ່ນ ລັດຖະບານ...ັ ສະພາແຫ່ງຊາດ...່ ພາກລັດ...ັ ປະທານສະພາແຫ່ງຊາດ, ໂດຍ ມີບັນດາການນຳຂັ້ນສູງພັກ-ລັດ, ອະດີດການນຳ ພັກ-ລັດ, ສະມາຊິກ ລັດຖະບານ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ທ່ານ ບຸນຈັນ ສີວົງພັນ ກຳມະ ການສູນກາງພັກ, ຄະນະປະຈໍາສະ ພາແຫ່ງຊາດ, ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ, ຫົວໜ້າກອງ ເລຂານຸການ ກອງປະຊຸມໄດ້ຖະ ແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ ຜົນສໍາເລັດຂອງ ການດໍາເນີນກອງ ປະຊຸມ ດັ່ງກ່າວວ່າ: ກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ X ໄດ້ພິຈາລະນາ ບັນຫາສຳຄັນພື້ນຖານຂອງປະເທດ ຊາດ ຄື: ຮັບຟັງບົດລາຍງານຂອງ ລັດຖະບານ ກ່ຽວກັບຜົນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2026; ຜົນສຳເລັດກອງປະຊຸມ...ົັຸ ທ່ານ ບຸນຈັນ ສີວົງພັນ ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການ ປົກຄອງນະຄອນຫລວງວຽງຈັນ ແລະ ບໍລິສັດ ລາວທາດຫລວງ ລົງທຶນພັດທະນາ ຈຳກັດ ຈັດພິທີ ສະເຫລີມສະຫລອງ ວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ (ວັນທີ 13 ກໍລະກົດ) ປະຈຳປີ 2026 ໃນ ວັນທີ 11 ກໍລະກົດ 2026 ທີ່ໜອງ ໃຫຍ່ບຶງທາດຫລວງ (ເຂດເສດຖະ ກິດພິເສດ) ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ, ໃຫ້ກຽດ ເຂົ້າຮ່ວມພິທີ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະທານ ປະເທດ ແຫ່ງ ສປປ ລາວ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງຍຸຕິ ທຳ, ທ່ານເພັດພົມພີພັກຫົວໜ້າຫ້ອງ ວ່າການສູນກາງພັກ, ມີບັນດາການ ນຳພັກ-ລັດ, ຜູ້ຕາງໜ້າຈາກອົງ ທ່ານ ທອງລຸນ ສີສຸລິດ (ຜູ້ທີ 2 ນັບຈາກຊ້າຍຫາຂວາ ແຖວໜ້າ) ການຈັດຕັ້ງສາກົນ, ຕະຫລອດຮອດ ມວນຊົນທຸກພາກສ່ວນເຂົ້າຮ່ວມ. ໃນພິທີ, ທ່ານ ລິນຄຳ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ພັກແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນ້ຳແຫ່ງ ຊາດ ມາແຕ່ປີ 1997 ຊຶ່ງປີນີ້ຄົບ ຮອບ 29 ປີ, ວັນດັ່ງກ່າວຍັງກົງກັບ ວັນເກີດ ຂອງປະທານ ສຸພານຸວົງ ຜູ້ ນຳທີ່ແສນເຄົາລົບຮັກຂອງປວງຊົນ ລາວ. ການຈັດກິດຈະກຳນີ້ ມີຈຸດ ປະສົງເພື່ອປູກຈິດສຳນຶກໃຫ້ທົ່ວ ສັງຄົມ ເຫັນໄດ້ຄວາມສຳຄັນຂອງ ການອະນຸລັກພັນສັດນ້ຳ, ຟື້ນຟູ ຄວາມອຸດົມສົມບູນຂອງລະບົບນິ ເວດ, ທັງເປັນການຈາລຶກຄຸນງາມ ຄວາມດີ ຂອງປະທານ ສຸພານຸວົງ ທີ່ມີຕໍ່ປະເທດຊາດ. ສໍາລັບການຈັດກິດຈະກຳໃນປີ 2026 ນີ້, ຂະແໜງການ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊຸກຍູ້ໃຫ້ທຸກ ພາກສ່ວນ ທັງພາກລັດ ແລະ ເອກະ ຊົນ ໃນທົ່ວປະເທດ ຮ່ວມກັນຈັດກິດ ຈະກຳປ່ອຍປາ ແລະ ສັດນໍ້າໃຫ້ໄດ້ ຫລາຍກວ່າ 72 ລ້ານໂຕ. ພາຍໃຕ້ ຄຳຂວັນ: “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດ ໃຫ້ມີ ຄວາມອຸດົມສົມບູນ ຕະຫລອດໄປ” ແລະ “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງທົ່ວປວງ ຊົນທັງຊາດ”. ສະເພາະພິທີທີ່ຈັດຂຶ້ນຢູ່ໜອງ ໃຫຍ່ບຶງທາດຫລວງໃນຄັ້ງນີ້, ໄດ້ມີ ການປ່ອຍປາຈໍານວນ 1 ລ້ານກວ່າ ໂຕ ຊຶ່ງປະກອບ ມີ: ປາປາກ, ປາ ນວນຈັນ, ປາເພ້ຍ, ປາກົດ, ປາ ເຄິງ ແລະ ປາພື້ນເມືອງອື່ນໆ ທີ່ ໄດ້ຮັບການສະໜັບສະໜູນມາຈາກ ສູນພັດທະນາການປະມົງນໍ້າຊ່ວງ, ສູນຄົ້ນຄວ້າການປະມົງໜອງແຕ່ງ, ສູນຫ້ວຍຊອນ-ຫ້ວຍຊົ້ວ, ສູນບໍລິ ການເຕັກນິກກະສິກຳ ລາວ-ເກົາ ຫລີ ແລະ ສູນສະຖານີຕ່າງໆ. ຂ່າວ: ແສງຈັນ ພິຈາລະນາຂໍ້ສະເໜີຂອງລັດຖະ ບານ ກ່ຽວກັບການຍົກລະດັບບັນ ຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂຶ້ນເປັນວາ ລະແຫ່ງຊາດ; ພິຈາລະນາຮັບຮອງ ເອົາການສ້າງ ແລະ ປັບປຸງກົດ ໝາຍ 2 ສະບັບ ຄື: ກົດໝາຍວ່າ ດ້ວຍຄັງເງິນແຫ່ງລັດ (ສະບັບສ້າງ ໃໝ່) ແລະ ກົດໝາຍວ່າດ້ວຍງົບປະ ມານແຫ່ງລັດ (ສະບັບປັບປຸງ). ພ້ອມນີ້ ກອງປະຊຸມ ຍັງໄດ້ຮັບ ຟັງການຊີ້ແຈງຂອງທ່ານນາຍົກ ແລະສະມາຊິກລັດຖະບານຈຳນວນ 9 ທ່ານ ຊຶ່ງສ່ວນໃຫຍ່ໄດ້ຂຶ້ນຊີ້ ແຈງຕໍ່ຄຳຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ທີ່ຕິດພັນກັບຂົງ ເຂດຄວາມຮັບຜິດຊອບຂອງລັດ ຖະບານ ແລະ ບັນດາບັນຫາທີ່ສັງ ຄົມພວມໃຫ້ຄວາມສົນໃຈ. ສະມາ ຊິກສະພາແຫ່ງຊາດ ໄດ້ຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນໃນການປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຕໍ່ 4 ມະຕິ ດ້ວຍຄະແນນສູງສຸດແຕ່ 99% ຂຶ້ນ ໄປ ຄື: ມະຕິຮັບຮອງເອົາບົດລາຍ ງານຂອງລັດຖະບານ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2026 ດ້ວຍ ຄະແນນສຽງ 99,39%; ມະຕິຮັບ ຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ດ້ວຍຄະແນນ ສຽງ 99,39%; ມະຕິຮັບຮອງ ເອົາກົດໝາຍວ່າດ້ວຍຄັງເງິນແຫ່ງ ລັດ (ສ້າງໃໝ່) ດ້ວຍຄະແນນສຽງ 99,38% ແລະ ມະຕິຮັບຮອງເອົາ ກົດໝາຍວ່າດ້ວຍງົບປະມານແຫ່ງ ລັດ (ປັບປຸງ) ດ້ວຍຄະແນນສຽງ 100%. ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳ ຄິດຄຳເຫັນຜ່ານໂທລະສັບສາຍ ດ່ວນ (156) ມາຍັງກອງປະຊຸມ ສະພາແຫ່ງຊາດ ມີທັງໝົດ 153 ສາຍ, ລວມທັງໝົດ 208 ເລື່ອງ ຊຶ່ງພົວພັນເຖິງການພັດທະນາເສດ ຖະກິດ-ສັງຄົມ, ການຄຸ້ມຄອງບໍລິ ຫານລັດ ເປັນຕົ້ນ ບັນຫາລາຄາໄຟ ຟ້າແພງ, ເສັ້ນທາງເປ່ເພ່, ການຂຸດ ຄົ້ນບໍ່ແຮ່ຊະຊາຍ, ລາຄາສິນຄ້າ ອຸປະໂພກ-ບໍລິໂພກແພງ, ບັນຫາ ຢາເສບຕິດ ແລະ ອື່ນໆ. ຂ່າວ: ທະນູທອງ; ພາບ: ຊຳນານ ແຂວງຄຳມ່ວນ ໃນຊ່ວງເດືອນພຶດ ສະພາ 2026 ທີ່ຜ່ານມາ. ພ້ອມກັນ ນີ້, ໜ່ວຍງານກ່ຽວຂ້ອງຍັງໄດ້ຢັ້ງ ຢືນຂໍ້ມູນເບື້ອງຕົ້ນວ່າ ເຫດການ ດັ່ງກ່າວ ບໍ່ໄດ້ເກີດຈາກຜົນກະທົບ ຂອງການດຳເນີນໂຄງການຂຸດຄົ້ນ ແຮ່ທາດແຕ່ຢ່າງໃດ. ປັດຈຸບັນ, ຄະນະທີມງານວິຊາ ການຂອງແຂວງ ກໍາລັງລົງພື້ນທີ່ ເພື່ອສົມທົບກັບອຳນາດການປົກ ຄອງເມືອງ ແລະ ໄດ້ປະສານບໍລິສັດ ທີ່ພວມດຳເນີນໂຄງການໃນເຂດ ພື້ນທີ່ດັ່ງກ່າວ ເພື່ອດຳເນີນການ ກວດກາ, ເກັບກຳຂໍ້ມູນຕົວຈິງຢ່າງ ລະອຽດ ແລະ ປະເມີນຄວາມປອດ ໄພໃນເຂດດັ່ງກ່າວ. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອໃຫ້ພໍ່ແມ່ ປະຊາຊົນ ແລະ ທົ່ວສັງຄົມຮັບຊາບ ຂໍ້ມູນທີ່ຖືກຕ້ອງ, ຂໍໃຫ້ຕິດຕາມຂ່າວ ສານຈາກແຫລ່ງຂ່າວທາງການ ແລະ ຢ່າຟ້າວແຕກຕື່ນ. ພາກລັດຈະ ສືບຕໍ່ຕິດຕາມສະຖານະການຢ່າງ ໃກ້ຊິດ ແລະ ຈະມີການລາຍງານຜົນ ການລົງເກັບກໍາຂໍ້ມູນຕົວຈິງ ໃຫ້ ສັງຄົມຮັບຊາບເປັນແຕ່ລະໄລຍະ. ຂໍ້ມູນ: ຂ່າວສານ ອຄ ທາງການເພື່ອການພັດທະນາ ລວມ ສູນຜ່ານລະບົບຄັງເງິນ ຍັງບໍ່ທັນ ເປັນລະບົບຄົບຊຸດ. ສະນັ້ນ, ກະຊວງ ການເງິນ ຈຶ່ງສະເໜີລັດຖະບານ ສ້າງເປັນກົດໝາຍວ່າດ້ວຍຄັງເງິນ ແຫ່ງລັດ ໂດຍເອົາເນື້ອໃນຂອງດໍາ ລັດວ່າດ້ວຍຄັງເງິນແຫ່ງຊາດ ເປັນ ເນື້ອໃນຕົ້ນຕໍ. ຮ່າງກົດໝາຍສະບັບນີ້ ປະກອບ ມີ 10 ພາກ, 8 ໝວດ, 56 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະ ກາດໃຊ້ຢ່າງເປັນທາງການແລ້ວ ຈະເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ຄັງ ເງິນແຫ່ງລັດແຕ່ລະຂັ້ນນໍາໃຊ້ເຂົ້າ ໃນການຄຸ້ມຄອງທຸກແຫລ່ງເງິນ ຂອງລັດ ເຂົ້າບັນຊີລວມສູນຄັງເງິນ ຢູ່ທະນາຄານແຫ່ງ ສປປ ລາວ ເພື່ອ ບໍລິຫານແຫລ່ງເງິນ ໃຫ້ມີຄວາມ ຄ່ອງຕົວສາມາດຕອບສະໜອງກັບ ລາຍຈ່າຍ, ຖືກຕ້ອງຕາມກົດໝາຍ, ລະບຽບການແລະມີຄວາມໂປ່ງໃສ, ສາມາດກວດກາ, ກວດສອບໄດ້; ພັດທະນາວຽກງານຄັງເງິນແຫ່ງ ລັດ ໃຫ້ມີຄວາມເຂັ້ມແຂງ, ຫັນເປັນ ທັນສະໄໝ ໃນການຄຸ້ມຄອງລາຍ ຮັບ, ປະຕິບັດລາຍຈ່າຍ ແລະ ການ ສະຫລຸບລາຍງານ ໃຫ້ມີຄວາມຖືກ ຕ້ອງ,ວ່ອງໄວ,ຊັດເຈນແລະທັນຕາມ ກຳນົດເວລາ; ຍົກສູງຄວາມຮັບຜິດ ຊອບຂອງຄັງເງິນແຫ່ງລັດຂັ້ນສູນ ກາງ ແລະ ທ້ອງຖິ່ນ ກັບພາກສ່ວນ ທີ່ກ່ຽວຂ້ອງ ໃນການປະຕິບັດວຽກ ພວກເຮົາກໍຫາປັບປຸງກົງຈັກ(ໂຮມ ເຂົ້າກັນ) ພະນັກງານ-ລັດຖະກອນ ກໍເຫັນວ່າມີພຽງພໍຢູ່. ພ້ອມກັນນັ້ນ, ກໍຈະໄດ້ສົ່ງພະນັກງານ-ລັດຖະກອນ ຂັ້ນສູນກາງຈຳນວນໜຶ່ງລົງໄປຊ່ວຍ ວຽກແຕ່ລະແຂວງ, ເມືອງ ແລະ ຕາແສງ. ປັດຈຸບັນ, ລັດຖະບານ ກໍໄດ້ມີການແຕ່ງບັນດາກະຊວງ-ອົງ ການ ລົງຊ່ວຍວຽກແຕ່ລະແຂວງ ຊຶ່ງກໍເປັນການກໍ່ສ້າງພະນັກງານ ຢູ່ຮາກຖານໄປພ້ອມໆກັນ. ພ້ອມນີ້, ລັດຖະບານ ຍັງຈະສຸມ ໃສ່ເກັບກູ້ລະເບີດບໍ່ທັນແຕກ ແລະ ແກ້ໄຂຜົນກະທົບຂອງບັນຫາດັ່ງ ກ່າວ ເນື່ອງຈາກເປັນບັນຫາໜຶ່ງທີ່ ກະທົບເຖິງການທຳມາຫາກິນ, ການ ຜະລິດແລະຊີວິດຂອງປະຊາຊົນຊຶ່ງ ໄລຍະຜ່ານມາມີຜູ້ຖືກເຄາະຮ້າຍ 1.248 ຄົນ, ເສຍຊີວິດທັງໝົດ 315 ຄົນ, ໄດ້ຊ່ວຍເຫລືອລວມເປັນມູນ ຄ່າ 2,3 ຕື້ກວ່າກີບ; ສຸມໃສ່ປັບປຸງ ການບໍລິການຂອງໂຮງໝໍລັດ ໃຫ້ ມີຄຸນນະພາບ ຕິດພັນກັບການຫັນ ບັນດາໂຮງໝໍ ໄປເປັນຫົວໜ່ວຍວິ ຊາການກຸ້ມຕົນເອງທາງດ້ານງົບ ປະມານເທື່ອລະກ້າວ ເພື່ອໃຫ້ໂຮງ ໝໍມີຄວາມເປັນເຈົ້າການ, ມີຄວາມ ຄ່ອງຕົວ ແລະ ມີງົບປະມານ ເພື່ອ ປະຕິບັດນະໂຍບາຍອຸດໜູນຕໍ່ແພດໝໍ; ສຸມໃສ່ແກ້ໄຂການປະຕິບັດຄໍາ ຕັດສິນຂອງສານ ໃຫ້ໄດ້ຢ່າງເດັດ ຂາດ ແລະ ຫລາຍຂຶ້ນ. ຜ່ານມາເຫັນ ວ່າຍັງຊັກຊ້າ ຊຶ່ງມາຈາກຫລາຍສາ ເຫດ, ໃນນັ້ນ ກໍມີການຮ້ອງຟ້ອງ ອຸທອນ ຂອງຜູ້ທີ່ບໍ່ຊະນະຄະດີ, ລັດ ຖະບານ ໄດ້ແຕ່ງຕັ້ງຄະນະສະເພາະ ກິດ ເພື່ອປະສານງານແກ້ໄຂຄໍາຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດ; ສຸມໃສ່ແກ້ໄຂບັນຫາອາສະ ຍາກຳທາງໄຊເບີ, ຜ່ານມາຈັບໄດ້ ຈໍານວນຫລາຍແຕ່ຍັງບໍ່ທັນສາ ມາດນໍາເອົາເງິນທີ່ເສຍຫາຍກັບ ມາໄດ້ ຕໍ່ໜ້າແມ່ນຈະໄດ້ສຸມໃສ່ແກ້ ໄຂບັນຫານີ້ຊຶ່ງລັດຖະບານ ໄດ້ແຕ່ງ ຄະນະຮັບຜິດຊອບຂັ້ນສູນກາງ ແລ້ວ; ສຸມໃສ່ສ້າງແຜນງານໂຄງ ການລະອຽດ ໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ເພື່ອສະເໜີຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ໃນທ້າຍ ປີນີ້ ຮັບຮອງ ແລະ ໃຫ້ສາມາດເລີ່ມ ຈັດຕັ້ງປະຕິບັດໃນຕົ້ນປີ 2027. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ວຽກງານຄັງເງິນແຫ່ງລັດ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ເນື່ອງຈາກວ່າ ການປະຕິບັດດຳ ງານຄັງເງິນແຫ່ງລັດໃຫ້ສູງຂຶ້ນ. ຄັງເງິນແຫ່ງລັດ ແມ່ນການຄຸ້ມ ຄອງ ແລະ ບໍລິຫານເງິນງົບປະມານ ແຫ່ງລັດ, ບັນຊີເງິນຝາກ, ເງິນຈາກ ການລະດົມທຶນແລະທຶນຊ່ວຍເຫລືອ ທາງການເພື່ອການພັດທະນາ ໃນ ລະບົບຄັງເງິນລວມສູນຢູ່ທະນາ ຄານ ແຫ່ງ ສປປ ລາວ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==