7309

sq ;ra o 8u ]k7k7n odko9a f8A 'xt8y [a f ;Pd'kog-qj k{lextmkomuj fy o0v']a f 01/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ໄອແກ້ວ້ວ ໂດຍ: ຢ່າຕົ່ງ ່ າົ່ ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ zq oleg]a fmuj rQ ogfaj o.odko9a f8A 'xt8y [a f czora fmtokglf4tdy f{la '7q ,csj '-kf 5 xu 7A 'mu IX ພະຍາຍາມ, ບຸກບືນຂອງທຸກພາກ ສ່ວນທຸກຂັ້ນໃນການຈັດຕັ້ງລະບົບ ການເມືອງ ປະຊາທິປະໄຕປະຊາ ຊົນ ຈຶ່ງໄດ້ເຮັດໃຫ້ທຸກຄາດໝາຍ ແລະ ທຸກຕົວຊີ້ບອກຂອງແຜນການ 5 ປີ ຄັ້ງທີ IX ລ້ວນແຕ່ໄດ້ຮັບການ ຈັດຕັ້ງປະຕິບັດ ຊຶ່ງໝາກຜົນໄດ້ຮັບ ຕົ້ນຕໍມີດັ່ງນີ້: 1) ປະເທດຊາດສືບ ຕໍ່ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ບົນຈິດໃຈ ເສີມຂະຫຍາຍມູນເຊື້ອແຫ່ງຄວາມ ສາມັກຄີອັນເປັນປຶກແຜ່ນ, ເອື້ອ ເຟື້ອເພື່ອແຜ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງປະຊາຊົນບັນດາ ເຜົ່າ ໂດຍພາຍໃຕ້ການນໍາພາຂອງ ພັກ ຊຶ່ງແກນກາງແມ່ນກົມການ ເມືອງ ແລະ ຄະນະເລຂາທິການສູນ ກາງພັກ; 2) ພື້ນຖານການຜະລິດ ແລະ ການບໍລິການ ສືບຕໍ່ໄດ້ຮັບ ການພັດທະນາ ແລະ ເກີດມີໜໍ່ແໜງ ໃໝ່ຈໍານວນໜຶ່ງເປັນຕົ້ນການຜະ ລິດພືດ-ສັດລ້ຽງ ເພື່ອເປັນສະບຽງ ອາຫານ ແລະ ເປັນສິນຄ້າສົ່ງອອກ ເຮັດໃຫ້ເສດຖະກິດຄ່ອຍໆຟື້ນຕົວ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ; ການຄຸ້ມຄອງລາຍຮັບ, ລາຍ ຈ່າຍ ແລະ ເງິນຕາ ໄດ້ຮັບການປັບ ປຸງໃຫ້ດີຂຶ້ນເປັນກ້າວໆ, ສິ່ງສໍາຄັນ ແມ່ນເສດຖະກິດຂອງປະເທດບໍ່ຕົກ ເຂົ້າສູ່ວິກິດການ; 3) ພື້ນຖານໂຄງ ລ່າງ ທີ່ສໍາຄັນຮັບໃຊ້ໃຫ້ແກ່ການ ຜະລິດ, ທຸລະກິດ ແລະ ການເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້ຮັບການພັດທະນາ ແລະ ຍົກລະດັບໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນເສດຖະກິດ ເປັນ ຕົ້ນສໍາເລັດການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ, ທາງດ່ວນວຽງ ຈັນ-ວັງວຽງ, ທ່າບົກ-ລະບົບໂລຈິສ ຕິກ ແລະ ເສັ້ນທາງຫລວງແຫ່ງ ຂປລ.ປັດຈຸບັນທົ່ວພັກ-ລັດ,ທົ່ວ ກຳລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວທັງຊາດລ້ວນແຕ່ແຂ່ງ ຂັນສ້າງຜົນງານ ແລະ ຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ5ປີຄັ້ງທີX(20262030) ຕາມຄຳຂວັນ: “ຍົກສູງ ຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງ ກ້າ, ຕັ້ງໜ້າສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ນຳໃຊ້ທຸກ ທ່າແຮງຢ່າງມີປະສິດທິຜົນ, ພັດ ທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ” ໃຫ້ປະສົບຜົນສຳເລັດຕາມລະດັບ ຄາດໝາຍທີ່ໄວ້. ແນວໃດກໍຕາມ, ມື້ນີ້ “ຄໍລຳ ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ XII ຂອງພັກ” ຂໍ ຍົກເອົາຜົນສຳເລັດທີ່ພົ້ນເດັ່ນໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງພັກ ມາສະເໜີໃຫ້ ພວກເຮົາໄດ້ຮັບຮູ້ນຳກັນຕື່ມ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວ ວ່າ: ໃນໄລຍະ 5 ປີຜ່ານມາ ສະພາບ ການຂອງໂລກ, ພາກພື້ນ ສືບຕໍ່ຜັນ ແປຢ່າງສັບສົນ, ຢູ່ພາຍໃນປະເທດ ມີທັງກາລະໂອກາດ ແລະ ສິ່ງທ້າ ທາຍຫລາຍດ້ານ, ແຕ່ດ້ວຍຄວາມ ຊາດຢູ່ບາງຊ່ວງທີ່ຈຳເປັນ. 4) ເຖິງວ່າຄວາມສາມາດສະໜອງ ທຶນ ແລະ ງົບປະມານມີຈຳກັດ ແຕ່ ດ້ວຍການປະກອບສ່ວນຂອງທຸກ ພາກສ່ວນເສດຖະກິດ ລວມທັງ ຂອງສັງຄົມໄດ້ເຮັດໃຫ້ຂົງເຂດວັດ ທະນະທໍາ-ສັງຄົມ ໄດ້ສືບຕໍ່ພັດທະ ນາ ແລະ ມີຫລາຍດ້ານມີຄວາມ ຄືບໜ້າດີຂຶ້ນກວ່າເກົ່າ, ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຕາມດໍາລັດ 348/ນຍ ຂອງທ້ອງຖິ່ນຕ່າງໆ ສືບຕໍ່ໄດ້ຮັບ ການເອົາໃຈໃສ່ຕາມເງື່ອນໄຂ ແລະ ຄວາມສາມາດທາງດ້ານງົບ ປະມານ ແລະ ມີຜົນສໍາເລັດດີຢູ່ ຫລາຍບໍລິເວນ; 5) ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໄດ້ຮັບການ ປັບປຸງ ແລະ ສ້າງຂຶ້ນຫລາຍສະບັບ ອັນໄດ້ເປັນເຄື່ອງມືທີ່ສໍາຄັນ ໃຫ້ແກ່ ການເຄື່ອນໄຫວຂອງການຈັດຕັ້ງ ລະບົບການເມືອງປະຊາທິປະໄຕ; ການປັບປຸງກົງຈັກການຈັດຕັ້ງ, ການບໍລິການ-ການລົງທຶນຂອງ ທຸກພາກສ່ວນເສດຖະກິດ ຕິດພັນ ກັບການຄຸ້ມຄອງລັດ-ສັງຄົມດ້ວຍ ກົດໝາຍ ນັບມື້ໄດ້ຮັບການປັບປຸງ ແລະ ມີການຫັນປ່ຽນທີ່ຕັ້ງໜ້າຂຶ້ນ ແລະ 6) ການພົວພັນຮ່ວມມືກັບ ຕ່າງປະເທດຕາມທິດທີ່ກຳນົດໄວ້ ໃນມະຕິ XI ຂອງພັກ ສືບຕໍ່ດໍາເນີນ ເປັນປົກກະຕິດ້ວຍຮູບການ ແລະ ວິທີການທີ່ສອດຄ່ອງກັບການຜັນ ແປຂອງສະພາບການໃນແຕ່ລະ ໄລຍະ ແລະ ນໍາຜົນປະໂຫຍດມາໃຫ້ ປະເທດຊາດໃນທຸກສະຖານະການ. ຂປລ. ເມື່ອບໍ່ດົນມານີ້, ແຂວງ ຫົວພັນ ຈັດກອງປະຊຸມຕີລາຄາ ການຈັດຕັ້ງປະຕິບັດວຽກງານ ເຊົ່າ-ສຳປະທານທີ່ດິນຂອງລັດ ໂດຍການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະ ບໍລິຫານງານພັກແຂວງ, ປະທານ ສະພາປະຊາຊົນແຂວງຫົວພັນ, ມີ ບັນດາການນຳແຂວງ, ພະແນກ ການກ່ຽວຂ້ອງ, ສະພາປະຊາຊົນ ແຂວງ ພ້ອມດ້ວຍຫົວໜ່ວຍທຸລະ ກິດທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການເຊົ່າ ແລະ ສຳ ປະທານທີ່ດິນລັດ ຢູ່ແຂວງຫົວພັນ ເຂົ້າຮ່ວມ. ທ່ານ ແກ້ວປະສິດ ນຶກມະນິວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ ລາຍງານວ່າ: ພາຍໃນແຂວງຫົວ ພັນ ມີຫົວໜ່ວຍໂຄງການລົງທຶນ ເຊົ່າ ແລະ ສໍາປະທານທີ່ດິນຂອງ ລັດ ມີ 376 ໂຄງການ ໃນນັ້ນ, ຂັ້ນ ສູນກາງອະນຸຍາດ 72 ໂຄງການ ລົງທຶນໃສ່ຂະແໜງບໍ່ແຮ່ 66 ໂຄງ ການ ແລະ ຂະແໜງພະລັງງານໄຟ ຟ້າ 6 ໂຄງການ; ຂັ້ນແຂວງອະນຸ ຍາດ 208 ໂຄງການລົງທຶນໃສ່ ຂະແໜງບໍລິການ 29 ໂຄງການ, ຂະແໜງອຸດສາຫະກໍາການຄ້າ ມີ 25 ໂຄງການ, ຂະແໜງບໍ່ແຮ່ ມີ 100 ໂຄງການ, ຂະແໜງໂຍທາ ມີ 4 ໂຄງການ, ຂະແໜງກະສິກໍາ ມີ 25 ໂຄງການ, ຂະແໜງທ່ອງ ທ່ຽວມີ10ໂຄງການແລະຂະແໜງ ພະລັງງານໄຟຟ້າ ມີ 15 ໂຄງການ; ຂັ້ນເມືອງອະນຸຍາດ ມີ 96 ໂຄງ ການ, ສໍາລັບກິດຈະການຂັ້ນເມືອງ ອະນຸຍາດ ສ່ວນຫລາຍເປັນກິດຈະ ການ ທີ່ມີລັກສະນະການຄ້າ, ການ ບໍລິການ, ກິດຈະການປະເພດດູດ ແຮ່-ຊາຍ ແລະ ຄົບຫີນກໍ່ສ້າງ. ຕາມການກວດກາ ມາຮອດປັດ ຈຸບັນ ເຫັນວ່າມີຫລາຍຫົວໜ່ວຍ ກິດຈະການລົງທຶນເຊົ່າ-ສຳປະ ທານທີ່ດິນຕາມຂະແໜງການຄື: ຂະ ແໜງບໍລິການ, ຂະແໜງອຸດສາຫະ ກໍາ, ຂະແໜງບໍ່ແຮ່, ຂະແໜງພະລັງ ງານໄຟຟ້າ, ຂະແໜງທ່ອງທ່ຽວ ແລະ ຂະແໜງກະສິກໍາ-ປ່າໄມ້ ແຕ່ ການຈັດຕັ້ງປະຕິບັດຂອງບັນດາ ໂຄງການດັ່ງກ່າວ ມີຫລາຍໂຄງ ການມີການເຄື່ອນໄຫວຈັດຕັ້ງປະຕິ ບັດປົກກະຕິ ແລະ ກໍຍັງມີບາງໂຄງ ການເຫັນວ່າບໍ່ມີຄວາມຄືບໜ້າ, ບໍ່ມີ ການເຄື່ອນໄຫວ, ເປັນການຈັບຈອງ ເນື້ອທີ່ໄວ້ ຫລື ພຽງແຕ່ແລ່ນເອກະ ສານໄວ້ເພື່ອຂາຍຕໍ່ໃຫ້ບຸກຄົນອື່ນ, ການຂຸດຄົ້ນແຮ່ທາດບາງໂຄງການ ບໍ່ປະຕິບັດຕາມຂັ້ນຕອນ ຕາມບົດ ວິພາກເສດຖະກິດ-ເຕັກນິກ ຊຶ່ງ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທໍາມະຊາດ. ທ່ານ ແກ້ວປະສິດ ນຶກມະນິວົງ ໃຫ້ຮູ້ຕື່ມວ່າ: ຂໍ້ຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດວຽກງານເຊົ່າ-ສຳ ປະທານທີ່ດິນຂອງລັດ ມາຈາກ ການອະນຸຍາດໂຄງການລົງທຶນ ບາງໂຄງການ ມີລັກຊະນະຮີບດ່ວນ ຂ້າມຜ່ານຂັ້ນຕອນວິຊາການ, ການ ຈັດຕັ້ງປະຕິບັດບໍ່ທັນສອດຄ່ອງກັບ ນິຕິກໍາ, ລະບຽບກົດໝາຍ, ຂອດ ການປະສານງານເຮັດວຽກຂອງ ຂະແໜງການຍັງບໍ່ກົມກຽວ ມີລັກ ສະນະເຮັດຕາມຂະແໜງການຕົນ ເອງ ໂດຍບໍ່ປະສານງານໃນການ ຈັດຕັ້ງປະຕິບັດ, ການຮ່ວມມືດ້ານ ວິຊາການບາງໂຄງການບໍ່ສະໜອງ ດ້ານງົບປະມານ ເຮັດໃຫ້ບໍ່ສາມາດ ລົງຈັດຕັ້ງປະຕິບັດວຽກງານຢູ່ພາກ ສະໜາມໄດ້ ເປັນຕົ້ນ ຂັ້ນຕອນປະ ກອບເອກະສານອອກໃບຕາດິນ, ຫລາຍໂຄງການເຊັນສັນຍາໄປ ແລ້ວບໍ່ລົງມືຈັດຕັ້ງປະຕິບັດ, ໂຄງ ການບໍ່ມີສໍານັກງານ, ບໍ່ມີຕົວຕົນ, ບໍ່ ຮັບຮູ້ວ່າຜູ້ລົງທຶນຢູ່ບ່ອນໃດ. ພ້ອມ ນີ້, ຍັງໄດ້ສະເໜີໃຫ້ພາກສ່ວນກ່ຽວ ຂ້ອງແຕ່ງຕັ້ງຄະນະຄຸ້ມຄອງ,ໜ່ວຍ ງານວິຊາການ ໃນນາມເປັນກອງ ເລຂາຄືເມື່ອກ່ອນ ເພື່ອຄົ້ນຄວ້າວິໄຈ ລະອຽດຄົບຖ້ວນ ສອດຄ່ອງຕາມ ລະບຽບກົດໝາຍແລ້ວ ຫລື ບໍ່ ກ່ອນ ສະເໜີແຂວງອະນຸຍາດສັນຍາການ ລົງທຶນ; ການຄັດເລືອກຜູ້ລົງທຶນ ບໍ່ ຄວນຮີບດ່ວນເກີນໄປ, ການອະນຸ ຍາດສຶກສາສໍາຫລວດເບື້ອງຕົ້ນ ແລະ ຂັ້ນຕອນການປະກອບເອກະ ສານ ບັນດາໂຄງການຕ່າງໆທີ່ສະ ເໜີມາ ຄວນກໍານົດເວລາ 3 ເດືອນ, 6 ເດືອນ ຫລື 1 ປີ ແລະ ບໍ່ໃຫ້ບໍລິ ສັດອື່ນເຂົ້າສຶກສາເພີ່ມເຕີມ ເພື່ອ ຫລີກລ່ຽງການທັບຊ້ອນ ແລະ ມີ ບັນຫາຕາມມາ ກໍລະນີຫາກບໍ່ມີ ການສືບຕໍ່ເຄື່ອນໄຫວຕາມກໍານົດ ເວລາດັ່ງກ່າວ ຈຶ່ງເຫັນດີໃຫ້ບໍລິສັດ ອື່ນເຂົ້າສຶກສາຕໍ່. ສໍາລັບກ່ອນການ ອະນຸຍາດເຊັນສັນຍາການລົງທຶນ, ສັນຍາເຊົ່າ-ສໍາປະທານທີ່ດິນ ເປັນ ຕົ້ນໂຄງການຂຸດຄົ້ນແຮ່ທາດ ຄະນະ ຄຸ້ມຄອງການລົງທຶນຄວນພິຈາລະ ນາຄືນ ຂໍໃຫ້ເອກະພາບຕາມບົດ ລາຍງານ ຂະແໜງວິຊາການລົງ ກວດກາຕົວຈິງ ເພື່ອບໍ່ໃຫ້ເສຍໂອ ກາດການເກັບລາຍຮັບເພີ່ມຕື່ມ; ຕໍ່ ກັບການຫັນປ່ຽນທີ່ດິນໂຄງການ ທີ່ນອນໃນ 3 ປະເພດປ່າ ຕາມມາດ ຕາສະພາປະຊາຊົນແຂວງ ບໍ່ມີສິດ ອອກມະຕິການຫັນປ່ຽນທີ່ດິນ ໃນ ໄລຍະຜ່ານມາ ມີຫລາຍໂຄງການທີ່ ສະພາປະຊາຊົນແຂວງ ໄດ້ອອກ ມະຕິຫັນປ່ຽນທີ່ດິນປ່າໄມ້ໃນສາມ ປະເພດປ່າ ແລະ ທີ່ດິນບໍລິເວນນໍ້າ ຕາມທໍາມະຊາດ ເຫັນວ່າບໍ່ສອດ ຄ່ອງຕາມມາດຕາ 28 ຂອງກົດ ໝາຍທີ່ດິນສະບັບປັບປຸງ. ສະນັ້ນ, ເພື່ອຮັບປະກັນການກວດສອບ ແລະ ເປັນບ່ອນອີງໃນການຈັດຕັ້ງ ປະຕິບັດ ຖ້າແຂວງຍັງສືບຕໍ່ສະເໜີ ອອກນິຕິກໍາສະເພາະຕໍ່ກັບຂັ້ນຕອນ ການຫັນປ່ຽນທີ່ດິນປະເພດດັ່ງກ່າວ ເພີ່ມຕື່ມ; ກ່ອນການອະນຸຍາດເຊັນ ສັນຍາການລົງທຶນ, ສັນຍາເຊົ່າ-ສໍາ ປະທານທີ່ດິນ ເຫັນຄວນພິຈາລະ ນາ ແລະ ເປັນເອກະພາບຈາກຂະ ແໜງການກ່ຽວຂ້ອງ ຫາກເຫັນ ວ່າໂຄງການໃດບໍ່ທັນສໍາເລັດຂັ້ນ ຕອນການປະກອບເອກະສານ, ການແກ້ໄຂຜົນກະທົບທາງດ້ານ ສິ່ງແວດລ້ອມ-ສັງຄົມ ແລະ ບໍ່ປະ ຕິບັດພັນທະຕ່າງໆ ສະເໜີໃຫ້ລໍຖ້າ ການແກ້ໄຂພາຍຫລັງສໍາເລັດຈຶ່ງ ອະນຸມັດ. ພາກສ່ວນກ່ຽວຂ້ອງສົ່ງ ເອກະສານສັນຍາໂຄງການດັ່ງ ກ່າວ ໃຫ້ພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ເພື່ອສໍາເນົາ ແລະ ປ້ອນ ເຂົ້າຖານຂໍ້ມູນດິນລັດ ເພື່ອລວມ ສູນ ແລະ ສະດວກໃນການຕິດຕາມ ກວດກາ, ກວດສອບ ແລະ ເປັນເອ ກະພາບໃນການສົມທຽບຂໍ້ມູນນໍາ ຂະແໜງການກ່ຽວຂ້ອງໄດ້ປົກກະ ຕິ; ເພື່ອບໍ່ໃຫ້ເປັນການຈັບຈອງ ທີ່ດິນ ເຫັນຄວນສືບຕໍ່ລົງກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິ ບັດຕາມສັນຍາການລົງທຶນ ຫາກ ເຫັນວ່າໂຄງການໃດບໍ່ມີການພັດ ທະນາຫລືບໍ່ມີການເຄື່ອນໄຫວ; ບໍ່ມີ ປະສິດທິພາບ, ປະສິດທິຜົນ ແລະ ບໍ່ປະຕິບັດພັນທະຕ່າງໆ ຕາມທີ່ໄດ້ ລະບຸໄວ້ຢູ່ໃນສັນຍາການລົງທຶນ ສະ ເໜີພິຈາລະນາຈະຍົກເລີກ. ຂະນະທີ່ກອງປະຊຸມ, ຍັງໄດ້ຮັບ ຟັງການຊີ້ແຈງ ແລະ ແນະນຳຢ່າງ ກົງໄປກົງມາ, ຊັດເຈນໃນເຈດຈຳ ນົງຈາກຜູ້ຕາງໜ້າພາກສ່ວນກ່ຽວ ຂ້ອງຂອງພາກລັດ ກ່ຽວກັບຂັ້ນ ຕອນການຈັດຕັ້ງປະຕິບັດ ແລະ ທິດ ທາງແຜນການ ໃນການເຊົ່າ ແລະ ສຳປະທານທີ່ດິນຂອງລັດໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ຮັບຟັງການຊີ້ແຈງ ແລະ ຄຳສະເໜີຈາກບັນດາບໍລິສັດ ລົງທຶນຢູ່ແຂວງຫົວພັນຕື່ມອີກ. ທ່ານ ພຸດພັນ ແກ້ວວົງໄຊ ໄດ້ ເນັ້ນໜັກໃຫ້ທຸກພາກສ່ວນຮ່ວມກັນ ຄຸ້ມຄອງ ແລະ ນຳໃຊ້ທີ່ດິນຂອງ ລັດຢ່າງມີປະສິດທິຜົນ, ເຂັ້ມງວດ ໃນການປະຕິບັດກົດໝາຍ ໂດຍ ສະເພາະການອອກໃບອະນຸຍາດ ນຳໃຊ້ທີ່ດິນ, ການເກັບລາຍຮັບ ເຂົ້າງົບປະມານຂອງລັດ, ພ້ອມທັງ ຢືນຢັນຈຸດຢືນຂອງແຂວງຫົວພັນ ພ້ອມແລ້ວຈະອຳນວຍຄວາມສະ ດວກ ໃຫ້ບັນດາບໍລິສັດເຂົ້າມາລົງ ທຶນຢູ່ຫົວພັນ ໃຫ້ຫລາຍຂຶ້ນ ຄວບ ຄູ່ກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມລົງທຶນ ແລະ ກົດໝາຍອື່ນໆ ໃຫ້ເຂັ້ມງວດ, ເດັດ ຂາດກວ່າເກົ່າ ແລະ ໃຫ້ຄະນະຮັບ ຜິດຊອບຂັ້ນຕ່າງໆ ໃຫ້ຄວາມຮ່ວມ ມືກັບບໍລິສັດທີ່ພົບຄວາມຫຍຸ້ງຍາກ, ໃຫ້ຮີບຮ້ອນແກ້ໄຂຢ່າງຖືກຕ້ອງ ຍຸຕິທຳແກ່ທຸກຝ່າຍ. ກອງປະຊຸມຄັ້ງນີ້, ເປັນຄັ້ງທຳ ອິດທີ່ແຂວງຫົວພັນ ໄດ້ຈັດກອງປະ ຊຸມລັກສະນະນີ້, ມັນໄດ້ສະທ້ອນ ໃຫ້ເຫັນເຖິງຄວາມພະຍາຍາມ ຂອງແຂວງ ໃນການສ້າງສະພາບ ແວດລ້ອມການລົງທຶນທີ່ດີ, ຄຽງ ຄູ່ກັບການເພີ່ມຄວາມເຂັ້ມງວດໃນ ການຄຸ້ມຄອງຊັບພະຍາກອນທີ່ດິນ ແລະ ລາຍຮັບງົບປະມານຂອງລັດ ໃຫ້ມີຄວາມດຸ່ນດ່ຽງ ລະຫວ່າງ ການສົ່ງເສີມທຸລະກິດ ແລະ ການ ຄຸ້ມຄອງລະບຽບກົດໝາຍຢ່າງ ເຂັ້ມງວດ.

RkJQdWJsaXNoZXIy MTc3MTYxMQ==