gsfdko{dkora fmtok a xtgmf]k; ( 15/06/2026 sk]n czodkoln [8= j d= j lh k's= me,tltrkc0;'s];'rt[k' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຄະນະ ກຳມະການຮັບຜິດຊອບໂຄງການ ກໍ່ສ້າງຫໍທໍາມະສະພາ ອົງການພຸດ ທະສາສະໜາສໍາພັນລາວ ແຂວງ ຫລວງພະບາງ ຈັດກອງປະຊຸມ ປຶກສາຫາລືວຽກງານສືບຕໍ່ການ ກໍ່ສ້າງ ໃນວັນ 12 ມິຖຸນາ 2026 ທີ່ຫ້ອງວ່າການແຂວງ ໂດຍເປັນ ປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ ລັດຖະມົນຕີ, ປະທານຄະນະຮັບ ຜິດຊອບໂຄງການກໍ່ສ້າງ ຝ່າຍຄາ ຣະວາດ, ມີການນຳຂອງແຂວງ, ບັນດາພະເຖຣານຸເຖລະ, ການຈັດ ຕັ້ງພັກ-ລັດ ທີ່ກ່ຽວຂ້ອງ ແລະ ແຂກ ຮັບເຊີນເຂົ້າຮ່ວມ. ທ່ານ ທອງວັນ ຈັນນິລາ ຮອງ ປະທານແນວລາວສ້າງຊາດແຂວງ ຫລວງພະບາງ ໄດ້ຜ່ານມະຕິຕົກ ລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະ ການຮັບຜິດຊອບໂຄງການກໍ່ສ້າງ ຫໍທໍາມະສະພາ ຂອງອົງການພຸດ ທະສາສະໜາສໍາພັນລາວແຂວງ ຫລວງພະບາງ ແລະ ມະຕິຂອງ ຄະນະປະຈໍາພັກແຂວງ ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ໂຄງການບູລະນະສ້ອມແປງຫລັງ ຄາພັດທະສີມມາ (ອາຣາມ) ວັດ ຄົກວ່າ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການລາຍງານສະພາບການ ດຳເນີນໂຄງການກໍ່ສ້າງຫໍທໍາມະ ສະພາ ອົງການພຸດທະສາສະໜາ ສໍາພັນລາວ ແຂວງຫລວງພະບາງ ໃນໄລຍະຜ່ານມາ ຊຶ່ງປັດຈຸບັນບັນ ດາໜ້າວຽກໄດ້ສືບຕໍ່ດຳເນີນຕາມ ແຜນການແລະມີຄວາມຄືບໜ້າຕາມ ຄາດໝາຍ ຍ້ອນຄະນະຮັບຜິດຊອບ ໄດ້ເອົາໃນໃສ່ຊີ້ນຳການກໍ່ສ້າງ ຢ່າງໃກ້ຊິດ, ທັງໄດ້ຮັບການສະ ໜັບສະໜູນທຶນຮອນເຂົ້າໃນການ ກໍ່ສ້າງຈາກພາກສ່ວນຕ່າງໆ. ໂອກາດນີ້, ທ່ານ ບຸນເລື່ອມ ມະນີ ວົງ ປະທານສະພາປະຊາຊົນແຂວງ ໄດ້ກ່າວວ່າ: ການແຕ່ງຕັ້ງຄະນະ ຮັບຜິດຊອບທັງສອງໂຄງການນີ້ ເປັນການເພີ່ມທະວີການນໍາພາຂອງ ພັກ ຕໍ່ວຽກງານອົງການພຸດທະ ສາສະໜາ ໂດຍສະເພາະ ການມອບ ໝາຍຄວາມຮັບຜິດຊອບຂອງທຸກ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມ ຮັບຜິດຊອບຮ່ວມກັນ ເຮັດໃຫ້ ທັງສອງໂຄງການຂອງອົງການ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ່ວ່າ: ທ່ານ ສີໄລ ສີ ສະແຫວງສຸກ ຮອງປະທານຄະນະ ກຳມະການປົກຄອງແຂວງອັດຕະ ປື ພ້ອມດ້ວຍຄະນະວິຊາການ ແລະ ພາກສ່ວນກ່ຽວຂ້ອງ ລົງສຳຫລວດ ແລະ ເກັບກຳຂໍ້ມູນຕົວຈິງກ່ຽວກັບ ເຂດແດນເຊື່ອມຕໍ່ ລະຫວ່າງ ເມືອງ ສະໜາມໄຊ ແຂວງອັດຕະປື ກັບ ເມືອງປະທຸມພອນ ແລະ ເມືອງປາກ ຊ່ອງ ແຂວງຈຳປາສັກ ໃນວັນທີ 12 ມິຖຸນາ 2026. ການລົງເຄື່ອນໄຫວໃນຄັ້ງນີ້ ໄດ້ດຳເນີນຂຶ້ນຕາມໜັງສືຊີ້ນຳ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ກ່ຽວກັບການ ລົງ ເ ກັບກຳຂໍ້ມູນພື້ນທີ່ຕົວຈິງ ຫລັງຈາກມີມະຕິຮັບຮອງຈາກ ຄະນະປະຈຳສະພາແຫ່ງຊາດ ໂດຍມີຄະນະວິຊາການຈາກກົມ ແຜນທີ່ແຫ່ງຊາດ, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄະນະນຳຈາກແຂວງຈຳປາສັກ ເຂົ້າຮ່ວມສຳຫລວດຕາມຈຸດພິກັດ ຕ່າງໆ ຢ່າງລະອຽດ. ການສຳຫລວດ ແລະ ເກັບກຳ ຂໍ້ມູນໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງ ຄວາມເປັນເອກະພາບລະຫວ່າງ ແຂວງອັດຕະປື ແລະ ແຂວງຈຳ ປາສັກໃນການຄຸ້ມຄອງແລະຈັດຕັ້ງ ປະຕິບັດວຽກງານເຂດແດນເຊື່ອມ ຕໍ່ຕາມມະຕິຄະນະປະຈຳສະພາ ແຫ່ງຊາດ ສະບັບເລກທີ 343/ ຄປຈ, ລົງວັນທີ 12 ທັນວາ 2025. ນອກຈາກນັ້ນ, ຍັງເປັນການ ອຳນວຍຄວາມສະດວກໃຫ້ປະຊາ ຊົນໃນສອງແຂວງ ສາມາດນຳໃຊ້ ທີ່ດິນ ແລະ ດຳເນີນການຜະລິດ ຢ່າງຖືກຕ້ອງ ສອດຄ່ອງກັບລະບຽບ ກົດໝາຍ ອັນຈະຊ່ວຍສົ່ງເສີມການ ພັດທະນາເສດຖະກິດ-ສັງຄົມ ໃຫ້ ເຕີບໂຕ, ຍືນຍົງ ແລະ ສ້າງຄວາມ ສະຫງົບຮຽບຮ້ອຍໃນພື້ນທີ່ເຂດ ແດນເຊື່ອມຕໍ່ຂອງທັງສອງແຂວງ. ຂ່າວ: ວິໄລສັກ 7totoec0;'va f8txn les];f c]t gda [de0= ,6 o g0fcfog-n j v,8= j ]ts;j k' c0;'va f8txn {9exkla d ພຸດທະສາສະໜາສໍາພັນລາວແຂວງ ຫລວງພະບາງ ສາມາດດຳເນີນ ການຢ່າງມີປະສິດທິພາບ ແລະ ມີ ປະສິດທິຜົນ ສໍາເລັດຕາມຄາດໝາຍ ທີ່ກຳນົດໄວ້ ແນໃສ່ອະນຸລັກ ແລະ ເສີມຂະຫຍາຍວັດທະນະທໍາອັນ ດີງາມຂອງປະຊາຊົນບັນດາເຜົ່າ ຫລວງພະບາງ ກໍຄື ຂອງຊາດລາວ ໄວ້ໃຫ້ຍືນຍົງຕາມແນວທາງຂອງ ພັກໄດ້ວາງໄວ້. ໂອກາດດຽວກັນ, ໄດ້ມີການ ມອບເງິນ ເພື່ອນໍາໃຊ້ເຂົ້າໃນໂຄງ ການສ້ອມແປງຫລັງຄາພັດທະ ສີມມາ ວັດຄົກວ່າ ປະກອບມີ: ທ່ານ ສົມສະຫວາດ ເລັ່ງສະຫວັດ 25.000 ໂດລາສະຫະລັດ, ທ່ານ ສີສັກ ຮຸ່ງວິໄລ 20.000 ໂດລາ ສະຫະລັດ, ທ່ານ ສະເໜີຈຸນລະມະນີ 11.000 ໂດລາສະຫະລັດ, ທ່ານ ສົມບູນ ສິດທິພອນ 2.000 ໂດລາ ສະຫະລັດ. ພ້ອມດຽວກັນນີ້, ພະ ອາຈານ ຄໍາພັນ ພັນທະມຸຕໂຕ ເຈົ້າ ອະທິການວັດຊຽງທອງ ຖວາຍປັດ ໄຈຈາກການຈັດບຸນ 84.000 ພະ ທໍາມະຂັນ ໃນບຸນຫົດສົງນ້ຳພະເຈົ້າ ໝ່ານ ປີໃໝ່ລາວ 2026 ຈຳນວນ 200 ລ້ານກີບ ແລະ ບໍລິສັດຊີມັງ ຄອນ 150 ລ້ານກີບ ເພື່ອນໍາໃຊ້ເຂົ້າ ໃນໂຄງການກໍ່ສ້າງຫໍທໍາມະສະພາ ອົງການພຸດທະສາສະໜາສຳພັນ ລາວ ແຂວງຫລວງພະບາງ ຕື່ມອີກ. ຂ່າວ-ພາບ: ສົມສັກ ຈອມແປງສຸກ g]0kra dc0;'7e,j ;o -5 dp6 h 37'dkod= j lh k'glA omk'g]d 12 ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຄໍາ ມ່ວນ ພ້ອມດ້ວຍຄະນະເຄື່ອນໄຫວ ຕິດຕາມກວດກາ ໂຄງການກໍ່ສ້າງ ເສັ້ນທາງເລກ 12 ໃນອາທິດຜ່ານ ມາ ຮ່ວມເຄື່ອນໄຫວໃນຄັ້ງນີ້ມ ີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ຄໍາມ່ວນ, ບັນດາຜູ້ຕາງໜ້າພະແນກ ການກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ. ໂຄງການປັບປຸງທາງຫລວງ ແຫ່ງຊາດເລກທີ 12 ມີຈຸດເລີ່ມຕົ້ນ ແຕ່ແຍກທາງຫລວງແຫ່ງຊາດ ເລກທີ 13 ໃຕ້ (ເມືອງທ່າແຂກ) ຫາ ດ່ານສາກົນນາເພົ້າ (ຊາຍແດນ ລາວ-ຫວຽດນາມ) ຄວາມຍາວ 144 ກິໂລແມັດ ແລະ ປັບປຸງທາງ ເວັ້ນຕົວເມືອງທ່າແຂກ ຄວາມຍາວ 4 ກິໂລແມັດ, ລວມຄວາມຍາວ 148 ກິໂລແມັດ ໂດຍນຳໃຊ້ທຶນກູ້ ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫລືອ ລ້າ ຈາກລາຊະອານາຈັກໄທ ໃນ ວົງເງິນ 1.833,7 ລ້ານກວ່າບາດ (ເງິນກູ້ຢືມ 1.742,6 ລ້ານບາດ ເທົ່າກັບ 95,03% ແລະ ເງິນ ຊ່ວຍເຫລືອລ້າ 91.863 ລ້ານບາດ ເທົ່າກັບ 4,97%). ສັນຍາ 1: ປັບປຸງທາງເລກທີ 12 ແຕ່ ເມືອງທ່າແຂກ ຫາ ເມືອງ ຍົມມະລາດ ຄວາມຍາວ 57,5 ກິໂລແມັດ ແລະ ທາງເວັ້ນເມືອງ ທ່າແຂກ ຄວາມຍາວ 4 ກິໂລແມັດ ລວມຄວາມຍາວທັງໝົດ 61,5 ກິໂລແມັດ, ຜູ້ຮັບເໝົາ ບໍລິສັດ ພັນນີ ວໍລະກິດ ກໍ່ສ້າງ ແລະ ຂົນສົ່ງ (ໄທ) ຮ່ວມກັບ ບໍລິສັດ ມະນີຊັບ ພັດທະນາ ກໍ່ສ້າງ ແລະ ການຄ້າ (ລາວ), ມູນ ຄ່າສັນຍາ 777.528.583 ບາດ. ສ່ວນສັນຍາ 2: ປັບປຸງທາງເລກທີ 12 ແຕ່ເມືອງຍົມມະລາດ ຫາ ດ່ານ ສາກົນນາເພົ້າ ຄວາມຍາວ 86,5 ກິໂລແມັດ, ຜູ້ຮັບເໝົາ ບໍລິສັດ ວິວັດ ກໍ່ສ້າງ (ໄທ) ຮ່ວມກັບ ບໍລິສັດ ພິ ເອ ກໍ່ສ້າງ (ລາວ), ມູນຄ່າສັນຍາ 889.266.657 ບາດ. ໄລຍະເວລາ ສັນຍາ 30 ເດືອນ (ເລີ່ມແຕ່ວັນທີ 15 ກໍລະກົດ 2025 ຫາ ວັນທີ 14 ມັງກອນ 2028) ໂດຍປັບປຸງໃຫ້ ໄດ້ຕາມມາດຕະຖານທາງຫລວງ ອາຊຽນ ຄື: ໜ້າທາງປູດ້ວຍຢາງຂົ້ວ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 9-10 ແມັດ (ສໍາລັບເຂດຊານ ເມືອງ), ກວ້າງ 12 ແມັດ (ສໍາລັບ ເຂດເທສະບານເມືອງ). ສຳລັບຄວາມຄືບໜ້າການຈັດ ຕັ້ງປະຕິບັດໜ້າວຽກ ຂອງໂຄງການ ສັນຍາ 1: ວຽກກໍ່ສ້າງ ສຳນັກງານ ຫ້ອງການ ຂອງຄະນະໂຄງການ ສຳເລັດ 100%; ວຽກບຸກເບີກ ແລະ ອະນາໄມ ຂອບເຂດການ ກໍ່ສ້າງປະຕິບັດໄດ້ 98%; ວຽກ ດິນຖົມຂະຫຍາຍຄວາມກວ້າງໜ້າ ທາງ ປະຕິບັດໄດ້ 80%; ວຽກກໍ່ ສ້າງຊັ້ນຮອງພື້ນທາງ ປະຕິບັດ ໄດ້ 76%; ວຽກກໍ່ສ້າງໜ້າທາງເບ ຕົງ (3 ຈຸດ) ປະຕິບັດໄດ້ປະມານ 30%; ວຽກກໍ່ສ້າງທໍ່ລະບາຍນໍ້າ ຂ້າມທາງ ປະຕິບັດໄດ້ 56%; ວຽກ ຜະລິດຫີນຊັ້ນພື້ນທາງ, ໜ້າທາງ ແລະ ຫີນປະສົມເບຕົງ ປະຕິບັດໄດ້ ປະມານ 48.600 ແມັດກ້ອນ ລວມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ວຽກຂອງສັນຍາ 1 ໄດ້ທັງໝົດ 20,87%, ຕາມແຜນການແມ່ນ 21,12%. ສ່ວນສັນຍາ 2: ວຽກກໍ່ສ້າງ ສຳນັກງານຫ້ອງການ ຂອງຄະນະ ໂຄງການສຳເລັດ 100%; ວຽກບຸກ ເບີກ ແລະ ອະນາໄມ ຂອບເຂດການ ກໍ່ສ້າງ ປະຕິບັດໄດ້ 50%; ວຽກ ດິນຖົມ ຍົກລະດັບ ແລະ ຂະຫຍາຍ ຄວາມກວ້າງໜ້າທາງ ປະຕິບັດໄດ້ ປະມານ 45%; ວຽກກໍ່ສ້າງຊັ້ນ ຮອງພື້ນທາງ ປະຕິບັດໄດ້ປະມານ 40%; ວຽກກໍ່ສ້າງໜ້າທາງເບຕົງ ທັງໝົດປະມານ 16 ກິໂລແມັດ, ປະຕິບັດໄດ້ປະມານ 0,9 ກິໂລແມັດ; ວຽກປູໜ້າທາງດ້ວຍຢາງຂົ້ວ ປະຕິ ບັດໄດ້ປະມານ 3 ກິໂລແມັດ; ວຽກ ກໍ່ສ້າງທໍ່ລະບາຍນໍ້າຂ້າມທາງ(ທໍ່ ກົມ) ມີທັງໝົດ 235 ຈຸດ, ປະຕິບັດ ໄດ້ 122 ຈຸດ, ເທົ່າກັບ 52%; ວຽກກໍ່ສ້າງທໍ່ລະບາຍນໍ້າຂ້າມທາງ ປະຕິບັດໄດ້ 32%; ວຽກຜະລິດຫີນ ຊັ້ນພື້ນທາງ, ໜ້າທາງ ແລະ ຫີນ ປະສົມເບຕົງ ປະຕິບັດໄດ້ປະມານ 63 . 360 ແມັດກ້ອນ; ລວມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ວຽກ ຂອງສັນຍາ 2 ໄດ້ທັງໝົດ 23,86%, ຕາມແຜນການແມ່ນ 24,34%, ຫລຸດແຜນການທີ່ກຳນົດ ໄວ້ 0,48%. ສະຫລຸບຄວາມຄືບໜ້າ ຂອງໂຄງການປັບປຸງທາງຫລວງ ແຫ່ງຊາດ ເລກທີ 12 ທ່າແຂກດ່ານ ສາກົນນາເພົ້າ ສະເລ່ຍໄດ້ ທັງໝົດ 22,44%, ຕາມແຜນການ ແມ່ນ 22,83%. ນອກນັ້ນ, ທາງ ບໍລິສັດຍັງໄດ້ລາຍງານແຜນການ ສືບຕໍ່ຈັດຕັ້ງປະຕິບັດວຽກຂອງ 2 ສັນຍາໃນຕໍ່ໜ້າ ພ້ອມນັ້ນຍັງໄດ້ຍົກ ໃຫ້ເຫັນບາງບັນຫາ ຂໍ້ສະດວກ, ຫຍຸ້ງຍາກ ແລະ ສິ່ງທ້າທາຍ, ລວມ ທັງຂໍ້ສະເໜີພິຈາລະນາຊຸກຍູ້ ການ ຈັດຕັ້ງປະຕິບັດວຽກກໍ່ສ້າງທາງ ຫລວງແຂວງ ເລກທີ 5555 ແຕ່ ຫລັງຄັງ ຫາ ດ່ານນາເພົ້າ, ລວງ ຍາວ 11,79 ກິໂລແມັດ ໄດ້ສືບຕໍ່ ດໍາເນີນການດ້ານນິຕິກຳ, ໃຫ້ໄດ້ ເຊັນສັນຍາ ກັບ ຜູ້ຮັບເໝົາ ແລະ ສືບ ຕໍ່ປະຕິບັດວຽກກໍ່ສ້າງໃຫ້ສຳເລັດ ໂດຍໄວ, ເນື່ອງຈາກເສັ້ນທາງດັ່ງ ກ່າວ ຈະອໍານວຍຄວາມສະດວກ ແລະ ລະບາຍການສັນຈອນຂອງ ລົດບັນທຸກໜັກ ໃນໄລຍະດໍາເນີນ ວຽກກໍ່ສ້າງທາງເລກທີ 12 ໄລຍະ ທາງ 18 ກິໂລແມັດ ທີ່ສັນຈອນໃນ ປັດຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມ ທາງບໍລິສັດໄດ້ຢັ້ງຢືນວ່າ ການ ຈັດຕັ້ງປະຕິບັດໂຄງການປັບປຸງ ທາງຫລວງແຫ່ງຊາດ ເລກທີ 12 ແມ່ນຈະໃຫ້ສໍາເລັດທັນຕາມກຳນົດ ເວລາທີ່ໄດ້ລົງນາມໄວ້ໃນສັນຍາ. h g,n v'cdj omh k; gxu f37'dko75 h ,7v'mu j fy o ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີເປີດໂຄງ ການຄຸ້ມຄອງທີ່ດິນໃນ ສປປ ລາວ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 12 ມິຖຸນາ 2026 ທີ່ຫ້ອງວ່າການ ເມືອງແກ່ນທ້າວ ແຂວງໄຊຍະບູ ລີ ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງ ເມືອງແກ່ນທ້າວ, ທ່ານ ພົງແກ້ວ ບຸນຍາວົງ ຮອງຫົວໜ້າພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງໄຊ ຍະບູລີ ພ້ອມດ້ວຍຜູ້ຕາງໜ້າຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ຫ້ອງການ, ກົມກອງ, ອົງການ ຈັດຕັ້ງ ແລະ ນາຍບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສີຄານ ແກ່ນມະນີ ໄດ້ ກ່າວວ່າ: ໂຄງການຄຸ້ມຄອງທີ່ດິນ ໃນ ສປປ ລາວ ແມ່ນໂຄງການ ຊ່ວຍເຫລືອລ້າຈາກລັດຖະບານ ເຢຍລະມັນ ຜ່ານທະນາຄານເພື່ອ ການພັດທະນາ (KfW) ດ້ວຍ ມູນຄ່າ 7 ລ້ານເອີໂຣ ບວກກັບ ທຶນສົມທົບຈາກລັດຖະບານລາວ. ໂຄງການນີ້ຈະປະກອບສ່ວນຢ່າງ ໃຫຍ່ຫລວງຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງ ໂດຍສະເພາະການຕັ້ງເປົ້າໝາຍ ຂຶ້ນທະບຽນອອກໃບຕາດິນຮອດ ປີ 2030 ໃຫ້ໄດ້ 4.000 ຕອນ. ຈຸດປະສົງຫລັກຂອງໂຄງການ ເພື່ອຍົກລະດັບວຽກງານທີ່ດິນໃຫ້ ເປັນລະບົບດິຈີຕອນ ແລະ ເລັ່ງ ລັດການຂຶ້ນທະບຽນອອກໃບຕາ ດິນຢ່າງເປັນລະບົບ ໂດຍເນັ້ນໃສ່ 3 ອົງປະກອບສໍາຄັນ ຄື: ປັບປຸງ ພື້ນຖານໂຄງລ່າງ ແລະ ສະໜອງ ອຸປະກອນທີ່ທັນສະໄໝໃຫ້ແກ່ ຂະແໜງການທີ່ກ່ຽວຂ້ອງ ລວມ ທັງການຂະຫຍາຍລະບົບຊອບ ແວ (LaoLandReg), ເລັ່ງລັດ ຂະຫຍາຍການຂຶ້ນທະບຽນອອກໃບ ຕາດິນຢ່າງເປັນລະບົບຢູ່ນອກເຂດ ປ່າ 3 ປະເພດ ແລະ ສ້າງຄວາມ ອາດສາມາດ ແລະ ຝຶກອົບຮົມບຸກ ຄະລາກອນຂະແໜງການທີ່ດິນທຸກ ຂັ້ນ. ປັດຈຸບັນ ເມືອງແກ່ນທ້າວ ມີ ຕອນດິນທີ່ລໍຖ້າການຂຶ້ນທະບຽນສູງ ເຖິງ 28.954 ຕອນ. ນີ້ຄືຕົວເລກ ຄາດໝາຍ ແລະ ເປັນສິ່ງທ້າທາຍ ອັນໃຫຍ່ຫລວງ ທີ່ອົງການປົກຄອງ ເມືອງ ແລະ ວິຊາການທຸກທ່ານ ຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະ ຕິບັດໃຫ້ສໍາເລັດ. ພ້ອມດຽວກັນນັ້ນ, ທ່ານຍັງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຕັ້ງແຕ່ຂັ້ນເມືອງລົງຮອດຂັ້ນບ້ານ ເອົາໃຈໃສ່ເຮັດວຽກປະຊາສໍາພັນ ແລະ ຈັດກອງປະຊຸມຢູ່ຂັ້ນບ້ານ ຢ່າງລະອຽດ ເພື່ອຮັບປະກັນໃຫ້ ປະຊາຊົນທຸກກຸ່ມຄົນ ແລະ ທຸກ ຊົນເຜົ່າ ໄດ້ເຂົ້າຮ່ວມ, ຮັບຮູ້ສິດ ແລະ ຜົນປະໂຫຍດ ໂດຍອີງໃສ່ຫລັກ ການເຂົ້າຮ່ວມດ້ວຍຄວາມສະໝັກ ໃຈ ແລະ ໄດ້ຮັບຂໍ້ມູນລ່ວງໜ້າຢ່າງ ຄົບຖ້ວນ ໃນການສໍາຫລວດວັດ ແທກ ແລະ ສືບສວນສອບສວນ ທີ່ດິນຂອງຕົນ. ນອກຈາກນີ້, ຕ້ອງຮັບປະກັນມາດຕະຖານສິ່ງ ແວດລ້ອມ ແລະ ສັງຄົມ, ຮັບປະກັນ ຄວາມປອດໄພ, ຄວາມໂປ່ງໃສ ແລະ ຫລຸດຜ່ອນຂໍ້ຂັດແຍ່ງດ້ານ ທີ່ດິນໃຫ້ດີທີ່ສຸດ; ຮຽກຮ້ອງໃຫ້ ພະນັກງານວິຊາການ ຍົກສູງຄວາມ ຮັບຜິດຊອບໃນການຮຽນຮູ້ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ໃຫ້ມີ ຄວາມຊໍານິຊໍານານ ເພື່ອໃຫ້ການ ເກັບກໍາຂໍ້ມູນມີຄວາມວ່ອງໄວ, ຊັດເຈນ ແລະ ສາມາດເຊື່ອມໂຍງ ເຂົ້າລະບົບຖານຂໍ້ມູນແຫ່ງຊາດ ໄດ້ຢ່າງໂລ່ງລ່ຽນ. ພ້ອມທັງໃຫ້ມີ ການປະສານງານຢ່າງໃກ້ຊິດກັບ ຄະນະປະສານງານໂຄງການຂັ້ນ ສູນກາງ ແລະ ທີມງານຊ່ຽວຊານ ເພື່ອສະຫລຸບ, ປະເມີນຜົນ ແລະ ລາຍງານຄວາມຄືບໜ້າໃຫ້ແກ່ຄະ ນະຊີ້ນໍາໂຄງການຢ່າງຕໍ່ເນື່ອງ. ໃນພິທີ, ທີມງານກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ນໍາສະເໜີ ພາບລວມໂດຍຫຍໍ້ ພ້ອມທັງນະໂຍ ບາຍ ແລະ ຂະບວນການຂຶ້ນທະ ບຽນອອກໃບຕາດິນຢ່າງເປັນລະບົບ ຂອງໂຄງການ LMPL ພ້ອມທັງ ລາຍງານສະພາບການຄຸ້ມຄອງ ທີ່ດິນຢູ່ພາຍໃນເມືອງໃນໄລຍະ ຜ່ານມາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະ ກອບຄໍາຄິດຄໍາເຫັນ, ສົນທະນາ ແລກປ່ຽນບົດຮຽນຮ່ວມກັນ.
RkJQdWJsaXNoZXIy MTc3MTYxMQ==