gsfdko{dkora fmtok a xtgmf]k; ( 29/05/2026 g9Q k|h kmu j ]k; ,v[z6 h 4n dsks]Y odkortoa o 8h v'sh k, 106 7q o .sh mk'dkowm wxfegou o7tfu ຂປລ. ແຫລ່ງຂ່າວຈາກ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເຈົ້າໜ້າ ທີ່ກອງບັນຊາການ ປກສ ແຂວງບໍ ລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ ຖືກຫາ 106 ຄົນ, ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫລວດແຫ່ງລາ ຊະອານາຈັກໄທ ຢູ່ທີ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ໃນວັນທີ 27 ພຶດສະພາ 2026 ເພື່ອນໍາຕົວພວກ ກ່ຽວກັບໄປດໍາເນີນຄະດີຕາມຂັ້ນ ຕອນຂອງກົດໝາຍ, ໃນຂໍ້ຫາຫລິ້ນ ການພະນັນທີ່ຕ້ອງຫ້າມ, ດຳເນີນ ທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດວຽກທີ່ບໍ່ໄດ້ຮັບອະນຸຍາດ. ຕາງໜ້າເຊັນມອບໂດຍ ທ່ານ ພັທ ສຸກສາຄອນ ພົງວິຈິດ ຫົວໜ້າຫ້ອງ ສັນຕິບານ ປກສ ແຂວງບໍລິຄຳໄຊ, ຕາງໜ້າເຊັນຮັບໂດຍ ທ່ານ ພັອ ຈະ ຕຸພອນ ເນວະມາດ ຜູ້ກຳກັບການ ກວດຄົນເຂົ້າ-ອອກເມືອງ ແຂວງ ບຶງການ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ທັງນີ້ກໍເພື່ອປະຕິບັດຕາມກົດ ໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 59/ສພຊ ລົງວັນທີ 26 ທັນວາ 2014 ແລະ 3I'IPoxt4q ,lq ,[6 ozkoq , wfh Ia [vk7kos]a '.\j oa dmj v'mj P;g0Q k,kmj v'mj P;s];'rt[k' gru j ,0B ogmq j k8q ; ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ ແຂວງຫລວງ ພະບາງ ມີນັກທ່ອງທ່ຽວເຂົ້າມາ ທ່ອງທ່ຽວ 3,5 ລ້ານກວ່າຄົນ ເພີ່ມ ຂຶ້ນເທົ່າຕົວເມື່ອທຽບໃສ່ປີ 2024. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງ ແຂວງຫລວງພະບາງ ໃນໂອກາດ ຕ້ອນຮັບການເຂົ້າພົບປະຂອງ ທ່ານ ວາວເທີ ເບເກີ້ (Wouter BEKE) ປະທານຄະນະຜູ້ແທນການພົວພັນ ກັບປະເທດອາຊີຕາເວັນອອກສ່ຽງ ໃຕ້ (ອາຊຽນ) ຂອງລັດຖະສະພາ ເອີຣົບ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ g,n v'w-glf4k ,u 7q o8y fg-N vrtpkf w0h p5 ']kpltlq ,c]h ; 32 d= ]tou ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນພຶດສະພາ 2026 ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ມີຄົນຕິດເຊື້ອພະຍາດໄຂ້ ຍຸງລາຍສະສົມລວມທັງໝົດ 32 ກໍລະນີ ກວມເອົາ 12 ບ້ານທົ່ວ ເມືອງ. ທ່ານ ອິນປອນ ເດດວິກອນ ຫົວ ໜ້າຫ້ອງການສາທາລະນະສຸກ ເ ມືອງໄຊ ເ ສດຖາ ໄດ້ໃຫ້ສຳ ພາດ ເມື່ອມໍ່ໆມານີ້ວ່າ: ພະຍາດ ໄຂ້ຍຸງລາຍ ເປັນພະຍາດໜຶ່ງທີ່ ມີຄວາມອັນຕະລາຍຮ້າຍແຮງ ສາມາດເຮັດໃຫ້ຄົນເຮົາເສຍຊີວິດ ໄດ້ຢ່າງກະທັນຫັນ, ເປັນພະຍາດ ທີ່ບໍ່ມີຢາປິ່ນປົວສະເພາະ, ມີແຕ່ ປິ່ນປົວຕາມອາການ, ເປັນເຊື້ອ ພະຍາດ ເກີດຈາກເຊື້ອ Virus (ຈຸ ລະໂລກ) ມີຢູ່ 4 ສາຍພັນ: Dengue 1 Dengue 4Fg ຊຶ່ງມີຍຸງ ລາຍເປັນພະຫະນໍາເຊື້ອ ຈາກຍຸງ ສູ່ຄົນ, ເມື່ອຮ່າງກາຍໄດ້ຮັບເຊື້ອ ເຂົ້າໄປແລ້ວຈະມີອາການຮຸນ ແຮງ ເຖິງ 3 ລະດັບຄື: ລະດັບທົ່ວໄປ ຫລື ເອີ້ນວ່າໄຂ້ຍຸງລາຍບໍ່ມີອາການ ຈະ ມີອາການດັ່ງນີ້: ມີໄຂ້, ປວດຕາມ ຕົນໂຕ, ເຈັບຫົວ, ປວດຮາກ/ຮາກ, ມີຜື່ນແດງຕາມຮ່າງກາຍ; ລະດັບ ກາງ ຫລື ເອີ້ນວ່າໄຂ້ຍຸງລາຍມີ ອາການເຕືອນດັ່ງນີ້: ເຈັບທ້ອງ, ປຸ້ນທ້ອງ, ຮາກຕໍ່ເນື່ອງ, ມີການ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີມອບຮັບອາຄານຮຽນຫລັງໃໝ່ ຂອງ ໂຮງຮຽນປະຖົມສົມບູນຜານົມ ຈັດ ຂຶ້ນເມື່ອມໍ່ໆມານີ້ ຕາງໜ້າມອບ ໂດຍ ທ່ານ ນາງ ບົວເງິນ ແກ້ວສຸບັນ ອໍານວຍການມູນນິທິ ສໍ ແຫ່ງຄວາມ ຫວັງ ແລະ ຕາງໜ້າຮັບ ທ່ານ ອ່ອນ ຈັນ ແສງຄຳຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ, ມີ ທ່ານ ນາງ ວິໄລພອນ ຖະໜອມ ສັກ ຮອງປະທານຄະນະກໍາມະ ການປົກຄອງນະຄອນ ຫລວງພະ ບາງ ພ້ອມດ້ວຍຄະນະກຳມະການ ປົກຄອງບ້ານ, ພະ ນັກງານຄູ, ປະຊາຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ອາຄານຮຽນຫລັງໃໝ່ນີ້ ໄດ້ ເລີ່ມກໍ່ສ້າງແຕ່ວັນທີ 20 ທັນວາ 2025 ແລະ ໄດ້ສໍາເລັດໃນວັນທີ 25 ພຶດສະພາ 2026 ເປັນອາຄານ ຖາວອນ ປະກອບມີ 6 ຫ້ອງຮຽນ 5 ຫ້ອງນໍ້າ, ມີຂະໜາດຫ້ອງຮຽນ ກວ້າງ 7 ແມັດ ຍາວ 8 ແມັດ, ໂດຍ ແມ່ນທຶນສົມທົບຈາກຊຸມຊົນ 232 ລ້ານກວ່າກີບ ແລະ ທຶນຈາກມູນນິທິ ສ ໍແຫ່ງຄວາມຫວັງ 1,2 ຕຶ້ກວ່າກີບ. ໂອກາດນີ້, ທ່ານນາງ ວິໄລພອນ ຖະໜອມສັກ ໄດ້ສະແດງຄວາມ ຂອບໃຈຢ່າງສູງຕໍ່ມູນນິທິ ສໍ ແຫ່ງ ຄວາມຫວັງ ທີ່ໄດ້ມອບໂອກາດ ທາງການສຶກສາໃຫ້ແກ່ລູກຫລານ ຊຶ່ງເປັນການປະກອບສ່ວນອັນສໍາ ຄັນເຂົ້າໃນການພັດທະນາຊັບພະ ຍາກອນມະນຸດ ກໍຄື ການພັດທະນາ ທາງດ້ານພື້ນຖານໂຄງລ່າງ ຂອງ ວຽກງານການສຶກສາ ໃຫ້ນັບມື້ ມີປະສິດທິພາບສູງຂຶ້ນເລື້ອຍໆ ພ້ອມໄດ້ເນັ້ນໜັກໃຫ້ພະນັກງານຄູ, ນັກຮຽນ ຕະຫລອດຮອດປະຊາຊົນ ພາຍໃນບ້ານຜານົມ ຈົ່ງໄດ້ພ້ອມກັນ ເອົາໃຈໃສ່ໃນການປົກປັກຮັກສາ ແລະ ນໍາໃຊ້ອາຄານຮຽນຫລັງນີ້ ໃຫ້ ຖືກຕາມຈຸດປະສົງ ແລະ ເປົ້າໝາຍ ໃຫ້ຫລາຍທີ່ສຸດ, ເຮັດໃຫ້ໂຮງຮຽນມີ ຄວາມສະອາດສວຍງາມໃຊ້ໄດ້ຍາວ ນານ. ຂ່າວ-ພາບ: ສົມແພງ ສປປ ລາວ ກໍຄືຢ້ຽມຢາມ ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ແຂວງຫລວງພະບາງ ໃນວັນທີ 27 ພຶດສະພາ 2026 ວ່າ: ຄະນະ ກຳມະການປົກຄອງແຂວງຫລວງ ພະບາງ ໄດ້ເອົາໃຈໃສ່ພັດທະນາ ແຂວງຕາມທ່າແຮງ ໂດຍຖືເອົາ ການບໍລິການ-ການທ່ອງທ່ຽວເປັນ ບຸລິມະສິດ ຕິດພັນກັບການອະນຸລັກຮັກສາຄຸນຄ່າທາງດ້ານມໍລະດົກ ໂລກ ໃຫ້ມີຄວາມຍືນຍົງ, ເຮັດໃຫ້ ສາມາດດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວນັບມື້ຫລາຍຂຶ້ນ, ສະເພາະປີ 2025 ຜ່ານມາ ມີ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ 3,5 ລ້ານກວ່າຄົນ ເພີ່ມຂຶ້ນເທົ່າ ຕົວເມື່ອທຽບໃສ່ປີ 2024, ຄຽງຄູ່ ກັນນີ້, ການນຳແຂວງ ຍັງໄດ້ວາງ ຍຸດທະສາດການພັດທະນາແຂວງ ຢ່າງລະອຽດ ເພື່ອເຮັດໃຫ້ຫລວງ ພະບາງໄດ້ຮັບການພັດທະນາຕາມ ທິດທາງທີ່ຕັ້ງໄວ້ ຊຶ່ງຜົນສຳເລັດທີ່ ຍາດມາໄດ້ໃນໄລຍະຜ່ານມາ ສ່ວນ ໜຶ່ງແມ່ນຍ້ອນການປະກອບສ່ວນ ຊ່ວຍເຫລືອຂອງລັດຖະສະພາເອີຣົບ ແລະ ໃນຕໍ່ໜ້າ ຄາດວ່າຈະມີການ ວາງແຜນການຮ່ວມມືກັນຕື່ມໃນ ຫລາຍວຽກງານ. ທ່ານ ວາວເທີ ເບເກີ້ ໄດ້ສະແດງ ຄວາມຊົມເຊີຍ ທີ່ຫລວງພະບາງ ຍັງ ຄົງຮັກສາໄດ້ພື້ນຖານຄວາມເປັນ ມໍລະດົກໂລກ ກາຍເປັນເມືອງທີ່ມີ ຄວາມງົດງາມທາງດ້ານວັດທະ ນະທຳ ແລະ ທຳມະຊາດ, ພ້ອມທັງ ມີຄຳເຫັນແລກປ່ຽນບາງບັນຫາຕໍ່ ກັບການພັດທະນາແຂວງຫລວງພະ ບາງ ໃນໄລຍະຜ່ານມາ ແລະ ອະນາ ຄົດຕື່ມອີກ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ ອີງຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມື ຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນ ລາວ-ໄທ ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງບຶງ ການ ຄັ້ງທີ 6 ລົງວັນທີ 16 ກຸມພາ 2023. ສໍາລັບຜູ້ຖືກຫາສັນຊາດໄທ ຈຳນວນດັ່ງກ່າວ ແມ່ນໄດ້ຖືກກັກ ຕົວຈາກປະຕິບັດການກວາດລ້າງ ກຸ່ມແກ້ງກະທຳຜິດກົດໝາຍຂອງ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ຢູ່ແຂວງບໍລິ ຄຳໄຊ ໃນວັນທີ 19 ພຶດສະພາ 2026 ຜ່ານມາ ຊຶ່ງເຈົ້າໜ້າທີ່ໄດ້ ລົງກວດເຄຫາສະຖານຢູ່ 4 ຈຸດຄື: ຫ້ອງການຫວຍພັດທະນາລາວ TFLVE; ໂຮງແຮມແສງຮຸ່ງເຮືອງ; ໂຮງແຮມວົງເດືອນ ແລະ ເຮືອນ ພັກດາວນິນ. ຜ່ານການກວດຄົ້ນ ຕົວຈິງ ຢູ່ໂຮງແຮມວົງເດືອນ ແລະ ໂຮງແຮມແສງຮຸ່ງເຮືອງ ແມ່ນ ເປັນບ່ອນພັກເຊົາຂອງກຸ່ມແກ້ງ ດັ່ງກ່າວ, ສ່ວນອຸປະກອນປະກອບ ເຂົ້າໃນການກະທໍາຜິດແມ່ນພົບ ອັ່ງນໍ້າ, ງ່ວງຊຶມ, ກະວົນກະວາຍ; ລະດັບຮຸນແຮງ ຫລື ເອີ້ນວ່າໄຂ້ຍຸງ ລາຍຮ້າຍແ ຮງຈະມີອາການດັ່ງນີ້: ມີການຮົ່ວໄຫລຂອງນໍ້າປລາສະມາ ຢ່າງຮຸນແຮງ, ມີການຊ໋ອກ, ລະບົບ ຫາຍໃຈຊຸດໂຊມ,ອາດມີເລືອດໄຫລ ຢ່າງຮຸງແຮງ ແລະ ເສຍຊີວິດ. ເພື່ອຄວບຄຸມ ແລະ ປ້ອງກັນ ພະຍາດດັ່ງກ່າວ ບໍ່ໃຫ້ເກີດການລະ ບາດແຜ່ລາມເປັນວົງກວ້າງ ຫ້ອງ ການສາລ ະນະສຸກເມືອງໄ ຊເສດຖາ ໄດ້ວາງມາດຕະການໂດຍສະເພາະ ສຸມໃສ່ໂຄສະນາສື່ສານກ່ຽວກັບ ວິທີປ້ອງກັນພະຍາດໄຂ້ຍຸງລາຍ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ດ້ວຍວິທີຕ່າງໆເຊັ່ນ: ລົງໂຄສະນາ ຜ່ານໂທລະໂຄ່ງຂອງບ້ານ, ໂທລະ ໂຄ່ງເມືອງ ລົດແລ່ນຕາມສາຍທາງ, ສື່ສານແບບເຊິ່ງໜ້າ, ຕິດປ້າຍ ໂປດ ສະເຕີ,ລົງເຟສບຸກ,ອອກແຈ້ງການ, ມອບຄວາມຮັບຜິດຊອບໃຫ້ບ້ານ, ເຫັນຢູ່ບໍລິສັດຫວຍພັດທະນາລາວ TF-LVE ຕັ້ງຢູ່ບ້ານຫົງໄຊ ແລະ ເຮືອນພັກດາວນິນ ຕັ້ງຢູ່ບ້ານຊະນະ ໄຊ ແລະ ສາມາດກັກຕົວຜູ້ຖືກຫາໄດ້ ທັງໝົດ 106 ຄົນ, ຍິງ 51 ຄົນ ພ້ອມ ຢືດອຸປະກອນທີ່ນໍາໃຊ້ເຂົ້າໃນການ ກະທໍາຜິດ ມີຄອມພິວເຕີຕັ້ງໂຕະ 164 ເຄື່ອງ, ຄອມພິວເຕີໂນດບຸກ 149 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ຫົວຄອມ 21 ໜ່ວຍ, ເຄື່ອງ ພິມເອກະສານ 3 ໜ່ວຍ ໄປດໍາເນີນ ການສືບສວນ-ສອບສວນ ຕາມຂັ້ນ ຕອນຂອງກົດໝາຍ. ພວກຖືກຫາດັ່ງກ່າວ ໄດ້ໃຫ້ຂໍ້ ມູນກັບເຈົ້າໜ້າທີ່ວ່າ: ກ່ອນຈະມາ ເຮັດວຽກຢູ່ ບໍລິສັດ ຫວຍພັດທະນາ ລາວ TF-LVE ແມ່ນໄດ້ເຫັນໂຄສະ ນາທາງເຟດບຸກ ແລະ ໄດ້ຮັບການ ຊັກຊວນຈາກຄົນຮູ້ຈັກ ວ່າບໍລິສັດ ຕ້ອງການພະນັກງານຈໍານວນ ຫລາຍ ໂດຍສະເພາະ ແມ່ນຕຳແໜ່ງ ແອັດມິນ ແລະ ມີເງິນເດືອນສູງ ຈຶ່ງ ໄດ້ສະໝັກມາເຮັດວຽກຜ່ານທາງ ເວັບໄຊ ແລ້ວເດີນທາງມາເຮັດວຽກ ຢູ່ປະເທດລາວ ໂດຍແຝງໂຕມາໃນ ນາມນັກທ່ອງທ່ຽວ. ຜ່ານການສືບສວນ-ສອບສວນ ກວດກາບັນດາຂໍ້ມູນ, ຫລັກຖານ, ເອກະສານຕ່າງໆຂອງເຈົ້າໜ້າທີ່ ເຫັນວ່າ: ບໍລິສັດ ຫວຍພັດທະນາ ລາວ TF-LVE ແມ່ນໄດ້ຮັບອະນຸ ຍາດດໍາເນີນທຸລະກິດຖືກຕ້ອງຕາມ ລະບຽບກົດໝາຍຂອງ ສປປ ລາວ ຊຶ່ງບໍລິສັດດັ່ງກ່າວ ແມ່ນຍັງບໍ່ທັນ ໄດ້ເປີດເປັນທາງການເທື່ອ ແຕ່ລັກ ລອບເປີດໃຫ້ບໍລິການຫລິ້ນການ ພະນັນອອນລາຍ. ໃຫ້ບຸກຄົນ, ຄອບຄົວ-ໃນສັງຄົມ ມີ ສ່ວນຮ່ວມ ແລະ ເພີ່ມທະວີໃນການ ສ້າງຂະບວນການອະນາໄມຖາກ ຖາງ ທໍາລາຍແຫລ່ງແພ່ພັນຍຸງ ລາຍຢູ່ເຂດຄວາມຮັບຊອບຂອງຕົນ ຢ່າງເປັນປະຈຳ ດ້ວຍວິທີການ 5ປ ຄື: ປົກປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດເປັນປົກກະຕິ, ຕິດ ພັນກັບການລົງສໍາຫລວດໜອນນໍ້າ ຕາມບ້ານທີ່ມີຄວາມສ່ຽງສູງຢ່າງ ຕໍ່ເນື່ອງ ແລະ ລຽນຕິດຕ້ອງໄດ້ຕິດ (HI, BI , Cl ສູງ), ຈ່າຍຢາຂ້າ ໝອນນໍ້າ-ຈ່າຍມຸ້ງຍ້ອມຢາໃຫ້ເປົ້າ ໜາຍ. ທ່ານ ອິນປອນ ເດດວິກອນ ຍັງ ໄດ້ຮຽກຮ້ອງເຖິງອໍານາດການ ປົກຄອງ 22 ບ້ານ, ພະນັກງານ, ທະຫານ-ຕໍາຫລວດ, ຊາວຄ້າຂາຍ, ນັກຮຽນ-ນັກສືກສາ, ພໍ່ແມ່ປະຊົນ ບັນດາເຜົ່າ ຕະຫລອດຮອດຊາວ ຕ່າງດ້າວທີ່ອາໄສ ແລະ ດໍາລົງຊີ ວິດຢູ່ເມືອງໄຊເສດຖາ ທຸກທົ່ວໜ້າ ຈົ່ງຮ່ວມແຮງຮ່ວມໃຈກັນ ຕອບ ໂຕ້ພະຍາດໄຂ້ຍຸງລາຍ ໃຫ້ຫລຸດ ຜ່ອນລົງ ໂດຍປະຕິບັດຕາມຫລັກ ການ 5ປ ຢ່າງເຂັ້ມງວດ, ພ້ອມ ທັງເອົາໃຈໃສ່ນອນໃນມຸ້ງ ແລະ ຖ້າຫາກເປັນໄຂ້ຕ້ອງໄປພົບແພດຢູ່ ສຸກສາລາ, ໂຮງໝໍເມືອງ, ໂຮງໝໍ ແຂວງ ແລະຫ້າມຊື້ຢາກິນເອງໂດຍ ເດັດຂາດ. ຂ່າວ: ພຸດປະສົງ
RkJQdWJsaXNoZXIy MTc3MTYxMQ==