7284

sk]n dko15 f8y dkoc8j 'fv' dj vow;va o7;o.o]k; 27/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທົບທວນຄືນ...ົ ບື ນ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ dv'xt-5 ,gxu fd;h k'mk[mk,7egsa o .lj Ij k'dq f\kp;j kfh ;p]a f4t[ko lt[a [xa [x5 ' ລະດົມຄວາມຄິດ...ົ ມິ ດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມີບັນດາທ່ານຮອງປະທານ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ ສພຂ 18 ແຂວງ, ຄະນະກົມ ແລະ ອະດີດການນໍາອາວຸໂສຂອງ ສພຊ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອ ປຶກສາຫາລື, ລະດົມແນວຄວາມ ຄິດເຫັນໃສ່ບັນດາຮ່າງນິຕິກໍາຂອງ ຄະນະປະຈໍາສະພາປະຊາຊົນຂັ້ນ ແຂວງ ໃຫ້ມີເນື້ອໃນສົມບູນ, ຄົບ ຖ້ວນ, ຊັດເຈນ, ສອດຄ່ອງກັບກົດ ໝາຍ, ສະພາບຄວາມເປັນຈິງ; ເຮັດ ໃຫ້ການກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄປຈສພຂ, ບັນດາຄະນະກໍາມະການ, ຫ້ອງວ່າ ການ, ຄະນະສະມາຊິກສະພາປະຊາ ຊົນຂັ້ນແຂວງປະຈຳເຂດເລືອກຕັ້ງ ຂັ້ນເມືອງ ລວມທັງການກະກຽມ ແລະ ດຳເນີນກອງປະຊຸມຂອງສະ ພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມ ເປັນເອກະພາບໃນການຈັດຕັ້ງປະ ຕິບັດໃນທົ່ວປະເທດ. ທ່ານ ວຽງແກ້ວ ວັນນະຈັກ ໄດ້ໃຫ້ຮູ້ວ່າ: ເນື້ອໃນກອງປະຊຸມ ແມ່ນໄດ້ຜ່ານການຈັດຕັ້ງປະຕິບັດ ຜ່ານມາແລ້ວ, ແຕ່ມາຮອດສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ ມີການປັບປຸງກົດໝາຍວ່າດ້ວຍສະ ພາປະຊາຊົນຂັ້ນແຂວງແລະປັບປຸງ ກົງຈັກການຈັດຕັ້ງຂອງສະພາປະ ຊາຊົນຂັ້ນແຂວງ. ສະນັ້ນ, ກອງປະ ຊຸມຄັ້ງນີ້ ຖືເປັນໂອກາດດີທີ່ໄດ້ທົບ ທວນຄືນໃຫ້ມີຄວາມສອດຄ່ອງກັບ ກົດໝາຍ ແລະ ສະພາບຄວາມເປັນ ຈິງທີ່ຜ່ານການຈັດຕັ້ງປະຕິບັດໄລ ຍະຜ່ານມາ ມີອັນໃດຕ້ອງໄດ້ເອົາໃຈ ໃສ່ເສີມຂະຫຍາຍ ແລະ ມີອັນໃດ ທີ່ຈະພ້ອມກັນປັບປຸງແກ້ໄຂ ໃຫ້ມີ ຄວາມຊັດເຈນ, ອຸດົມສົມບູນ, ເປັນ ເອກະພາບ ແລະ ເປັນບ່ອນອີງໃນ ການຈັດຕັ້ງປະຕິບັດໃນທົ່ວປະເທດ. ກອງປະຊຸມໄດ້ຮັບຟັງການສະ ເໜີ ຮ່າງມະຕິຂອງຄະນະປະຈໍາສະ ພາປະຊາຊົນຂັ້ນແຂວງ7ສະບັບຄື: ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະສະມາຊິກສະພາປະຊາ ຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງ ຂັ້ນເມືອງ; ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຄະນະປະຈໍາປະ ຊາຊົນຂັ້ນແຂວງ; ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ຍຸຕິທໍາ; ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະ ກໍາມະການວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; ການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການເສດຖະກິດ, ການ ເງິນ ແລະ ສິ່ງແວດລ້ອມ; ການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫ້ອງວ່າການສະພາປະຊາຊົນຂັ້ນ ແຂວງ; ລະບຽບການກະກຽມ ແລະ ດໍາເນີນກອງປະຊຸມຂອງສະພາປະ ຊາຊົນແຂວງ/ນະຄອນຫລວງ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມ ກັນຍົກສູງຄວາມຮັບຜິດຊອບ, ສຸມ ສະຕິປັນຍາໃນການຄົ້ນຄວ້າ, ປະ ກອບຄຳເຫັນ, ປຶກສາຫາລື, ຖອດ ຖອນບົດຮຽນຕໍ່ບັນດາເນື້ອໃນເຫລົ່າ ນີ້ຢ່າງເລິກເຊິ່ງກວ້າງຂວາງ, ເຮັດ ໃຫ້ກອງປະຊຸມດຳເນີນໄປດ້ວຍບັນ ຍາກາດຟົດຟື້ນ. ຂ່າວ: ສພຊ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ທ່ານ ເຄັນນິຈິ ນິຊິກະວະ ຊາເວສ ຫົວໜ້າທີມອາວຸໂສ ດ້ານ ເສດຖະກິດ ຂອງທະນາຄານໂລກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າ, ຮອງຫົວໜ້າພະແນກ, ຜູ້ ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຊ່ຽວຊານຈາກທະນາຄານໂລກ ແລະ ຫ້ອງການປະສານງານໂຄງ ການ ເຂົ້າຮ່ວມ. ໂອກາດນີ້, ທ່ານ ເຄັນນິຈິ ນິຊິ ກະວະ ຊາເວສ ໄດ້ນໍາສະເໜີຜົນ ຂອງກອງປະຊຸມວິຊາການ ໂດຍ ສະເພາະແມ່ນສິ່ງທີ່ຄົ້ນພົບຈາກ ການທົບທວນກາງສະໄໝ, ບັນດາ ກິດຈະກໍາທີ່ໄດ້ຕົກລົງເຫັນດີ ສໍາ ລັບໂຄງການຫລຸດຜ່ອນຄວາມທຸກ ຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດໄລຍະ 2, ພ້ອມ ທັງຍົກໃຫ້ເຫັນບາງອົງປະກອບ ຂອງວຽກງານທີ່ຈະຕ້ອງໄດ້ສືບຕໍ່ ເປັນຕົ້ນ ວຽກງານການຈ່າຍເງິນ ຮູບແບບດີຈິຕອນ ທີ່ບໍ່ສາມາດບັນລຸ ຕາມການປະເມີນຂອງ ຄະນະທີມ ງານທະນາຄານໂລກ, ການຈັດຕັ້ງ ປະຕິບັດໂຄງການຢູ່ຂັ້ນບ້ານ, ເມືອງ ທີ່ມີຄວາມຫຍຸ້ງຍາກໃນການເດີນ ທາງຊ່ວງລະດູຝົນ, ໄດ້ນຳໃຊ້ເຮືອ ໄປຕະຫລອດປີ ແລະ ມີຄ່າໃຊ້ຈ່າຍ ງົບບໍລິຫານສູງເກີນເພດານ ກໍາ ນົດໄວ້, ຮູບແບບການຈ່າຍເງິນໃຫ້ ຜູ້ຮັບຜົນປະໂຫຍດແບບມີເງື່ອນ ໄຂ ກໍ່ເຫັນວ່າມີຄວາມຫຍຸ້ງຍາກ ລວມທັງວຽກງານແຜນງານໜຶ່ງ ດຽວທີ່ມີສ່ວນຮ່ວມຂອງຫລາຍຂະ ແໜງການ. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ພ້ອມກັນປຶກສາຫາລື ແລກປ່ຽນບົດຮຽນຢ່າງກົງໄປກົງ ມາ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງໂຄງການໃນຕໍ່ໜ້າ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ຂປລ. ເມື່ອບໍ່ດົນມານີ້, ຄະນະ ກຳມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ອົງການ UNFPA ປະຈຳ ສປປ ລາວ ແລະ ອົງການ ອຸຍນີເຊບ ໂດຍການສະ ໜັບສະໜູນຈາກ ລັດຖະບານອົດສະ ຕຣາລີ ເປີດຕົວຄະນະທີ່ປຶກສາແຫ່ງ ຊາດ ວ່າດ້ວຍການແຕ່ງດອງໃນ ເດັກ, ການແຕ່ງດອງກ່ອນໄວອັນ ຄວນ ແລະ ການບັງຄັບແຕ່ງດອງ ເພື່ອເສີມສ້າງການປະສານງານ, ກຳນົດບຸລິມະສິດໃຫ້ຊັດເຈນ ແລະ ເລັ່ງລັດການຈັດຕັ້ງປະຕິບັດ ເພື່ອ ປົກປ້ອງເດັກຍິງ ແລະ ໄວໜຸ່ມຍິງ ຊ່ວຍໃຫ້ພວກເຂົາມີສຸຂະພາບທີ່ດີ, ສືບຕໍ່ເຂົ້າຮຽນ ແລະ ຢູ່ໃນເສັ້ນທາງ ທີ່ເໝາະສົມເພື່ອອະນາຄົດ. ແຜນ ງານດັ່ງກ່າວ, ຈະເລີ່ມຈັດຕັ້ງປະຕິ ບັດໃນເດືອນມິຖຸນາ 2026 ຫາ ກໍລະກົດ 2028. ທ່ານ ນາງ ພັນຈິນດາ ເລັ່ງສະ ຫວັດ ຮອງປະທານສູນກາງສະຫະ ພັນແມ່ຍິງລາວ, ຮອງປະທານຄະ ນະກຳມາທິການແຫ່ງຊາດ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ກ່າວວ່າ: ການປົກປ້ອງເດັກຍິງ ແລະ ໄວໜຸ່ມ ຍິງ ແລະ ການເປີດໂອກາດໃຫ້ພວກ ເຂົາ ແມ່ນມີຄວາມຈຳເປັນຕໍ່ການ ເປັນຢູ່ທີ່ດີຂອງຄອບຄົວ ແລະ ຕໍ່ ການພັດທະນາປະເທດຊາດຂອງ ໃນອະນາຄົດ. ການແຕ່ງດອງໃນ ເດັກ, ການແຕ່ງດອງກ່ອນໄວອັນ ຄວນ ແລະ ການບັງຄັບແຕ່ງດອງ ຍັງປັນບັນຫາທ້າທາຍທີ່ຮຸນແຮງ ໃນທົ່ວພາກພື້ນ ຊຶ່ງເປັນສາເຫດ ຂອງການຖືພາກ່ອນໄວອັນຄວນ, ການອອກໂຮງຮຽນ, ສຸຂະພາບທີ່ ຊຸດໂຊມ ແລະ ການຂາດໂອກາດ ທາງດ້ານເສດຖະກິດຂອງເດັກຍິງ. ພ້ອມກັນນັ້ນ, ມັນຍັງສ້າງຄວາມ ເສຍຫາຍຕໍ່ປະເທດ ອີງຕາມການ ວິເຄາະຂອງ ອົງການ ອຸຍນີເຊບ ໃນ ສປປ ລາວ ໃນບໍ່ດົນມານີ້ ໄດ້ຄາດ ຄະເນວ່າ ບັນຫາດັ່ງກ່າວ, ສ້າງ ຄວາມເສຍຫາຍປະມານ 40 ລ້ານ ໂດລາສະຫະລັດຕໍ່ປີ. ໃນນັ້ນ ລວມ ທັງການສູນເສຍດ້ານຜະລິດຕະພັນ ແລະ ແຮງງານທີ່ກ່ຽວພັນກັບການ ອອກໂຮງຮຽນກ່ອນກຳນົດ. ທ່ານ ເຈມສ໌ ມໍສເກວ ຮັກສາ ການຮອງເອກອັກຄະລັດຖະທູດອົດ ສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມ ຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ, ອົງການ UNICEF ແລະ ອົງການ UNFPA ຜ່ານແຜນງານ ມຸ່ງໜ້າສູ່ການປົກຄຸມການເຂົ້າເຖິງ ດ້ານສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃນພາກ ພື້ນອິນໂດ-ປາຊີຟິກ (TUSIP) ຊຶ່ງການຢຸດຕິການແຕ່ງດອງກ່ອນ ໄວອັນຄວນ ບໍ່ພຽງແຕ່ແມ່ນການ ປົກປ້ອງສິດທິ ແລະ ສຸຂະພາບເທົ່າ ນັ້ນ, ແຕ່ຍັງແມ່ນການຊ່ວຍໃຫ້ເດັກ ຍິງໄດ້ເຂົ້າໂຮງຮຽນ, ສ້າງທັກສະ ແລະ ປະກອບສ່ວນເຂົ້າໃນການພັດ ທະນາປະເທດຊາດ. ທ່ານ ບັກຕີຢໍ ຄາດີໂຣບ ຜູ້ຕາງ ໜ້າອົງການ UNFPA ປະຈຳລາວ ໄດ້ກ່າວວ່າ: ການແຕ່ງດອງໃນໄວ ເດັກ, ການແຕ່ງດອງກ່ອນໄວອັນ ຄວນ ແລະ ການບັງຄັບໃຫ້ແຕ່ງ ດອງ ແມ່ນການຈຳກັດທາງເລືອກ ແລະ ໂອກາດຂອງເດັກຍິງ ການປະ ສານງານທີ່ເຂັ້ມແຂງ, ຂໍ້ມູນຫລັກ ຖານທີ່ຊັດເຈນ ແລະ ການຮ່ວມມື ຢ່າງຕໍ່ເນື່ອງ ຈະສາມາດຊ່ວຍໃຫ້ ພວກເຮົາໝັ້ນໃຈໄດ້ວ່າ ເດັກຍິງທຸກ ຄົນຈະມີສິດໃນການກຳນົດອະນາ ຄົດຂອງຕົນເອງ. ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການ UNICEF ປະ ຈຳລາວ ໄດ້ກ່າວວ່າ: ຖ້າວ່າເດັກຍິງ ເຂົ້າໂຮງຮຽນ, ມັນຈະຊ່ວຍປ້ອງ ກັນບໍ່ໃຫ້ພວກເຂົາຖືພາກ່ອນໄວອັນ ຄວນ ແລະ ໃຫ້ພວກເຂົາໄດ້ຮຽນຮູ້ ແລະ ພັດທະນາທັກສະ, ການສືບຕໍ່ ຮຽນສົ່ງຜົນປະໂຫຍດຢ່າງກວ້າງ ຂວາງ ບໍ່ພຽງແຕ່ຕໍ່ກັບເດັກຄົນດຽວ ເທົ່ານັ້ນ ນີ້ແມ່ນວິທີທີ່ບັນດາປະ ເທດຕ່າງໆ ສ້າງທຶນມະນຸດ, ເສີມ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ກ້າວໄປສູ່ການເຕີບໂຕທີ່ທົ່ວ ເຖິງ ແລະ ຍືນຍົງ. ຂປລ. ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຈັດກອງ ປະຊຸມເປີດກວ້າງ ເພື່ອທາບທາມ ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ລັດຖະບານ(ສະບັບປັບປຸງ)ຂັ້ນສູນ ກາງ ແລະ ນະຄອນຫລວງວຽງ ຈັນ ໃນວັນທີ 25 ພຶດສະພາ 2026 ຢູ່ຫໍປະຊຸມແຫ່ງຊາດ ໂດຍການເປັນ ປະທານຂອງ ທ່ານ ວີແກ້ວ ບຸບຜາ ວັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ມີຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງນະຄອນຫລວງວຽງ ຈັນ, ຄະນະນໍາ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການລັດ ທຽບເທົ່າກະຊວງ, ນະຄອນຫລວງ ວຽງຈັນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ລາຍງານ ກ່ຽວ ກັບເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍວ່າ ດ້ວຍລັດຖະບານ ສະບັບປັບປຸງ ປີ 2021 ແລະ ຜົນການປະເມີນການ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ໂດຍສະເພາະ ບັນດາເນື້ອໃນທີ່ຕິດພັນກັບການປັບ ປຸງລັດຖະທຳມະນູນ, ກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ, ການ ຈັດຕັັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ, ລວມທັງການຫັນກົນໄກການຄຸ້ມ ຄອງບໍລິຫານລັດ ໃຫ້ມີຄວາມວ່ອງ ໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະ ພາບການ; ການປັບປຸງໂຄງປະ ກອບກົງຈັກຂອງລັດຖະບານ ຊຸດທີ X ແລະ ການກໍານົດລະບຽບ ແລະ ກົນໄກວິທີເຮັດວຽກ ສະບັບເລກ ທີ 29/ນຍ, ລົງວັນທີ 20 ເມສາ 2026. ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມ ໃຫ້ຜູ້ເຂົ້າ ຮ່ວມ ໄດ້ປະກອບຄໍາຄິດເຫັນຢ່າງ ຫລາກຫລາຍ ແລະ ກົງໄປກົງມາ ແນໃສ່ເຮັດໃຫ້ຮ່າງກົດໝາຍ ມີເນື້ອ ໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດ ຄ່ອງກັບຕົວຈິງ, ເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ການຈັດ ຕັ້ງການເຄື່ອນໄຫວວຽກງານ ຂອງ ທ່ານນາຍົກ-ຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງ, ນໍາເອົາປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຂປລ. ພັກ ແລະ ລັດຖະບານ ຍາມໃດ ກໍຖືສໍາຄັນການເຕົ້າໂຮມ ຄວາມສາມັກຄີທົ່ວປວງຊົນລາວ co;]k;lh k'-kf 4n le7a odkog8Q k3I, 7;k,lk,a d7u 8k,co;mk'ot3p[kp0v'ra d{]a f ທັງຊາດ ເປັນຈິດໜຶ່ງໃຈດຽວ ພາຍໃນຊາດປຸກລະດົມ, ສຶກສາ ອົບຮົມ, ຂົນຂວາຍປະຊາຊົນລາວ ບັນດາເຜົ່າໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ. ທ່ານ ຄໍາໄລ ປັນຍາຄູນ ກໍາມະ ການສູນກາງແນວລາວສ້າງຊາດ ທັງເປັນຄະນະກໍາມະການແນວລາວ ສ້າງຊາດແຂວງເຊກອງ, ປະທານ ບໍລິຫານກຸ່ມບໍລິສັດສອນຄົບວົງ ຈອນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໃນທ້າຍ ອາທິດຜ່ານມາວ່າ: ແນວລາວສ້າງ ຊາດ ຖືເປັນໃຈກາງເຕົ້າໂຮມຄວາມ ສາມັກຄີທົ່ວປວງຊົນລາວທັງຊາດ, ເຮັດໜ້າທີ່ປະສານສົມທົບ, ປຸກລະ ດົມ, ຊຸກຍູ້ປະຊາຊົນລາວບັນດາ ເຜົ່າໃຫ້ມີສ່ວນຮ່ວມໃນໜ້າທີ່ວຽກ ງານຕ່າງໆ. ໃນຕະຫລອດໄລຍະ ຜ່ານມາຂ້າພະເຈົ້າກໍເຮັດໜ້າທີ່, ປະຕິບັດຕາມພາລະບົດບາດຂອງ ແນວລາວສ້າງຊາດແຂວງ ກໍຄື ຂອງສູນກາງ ໂດຍມີການເຄື່ອນ ໄຫວໂຄສະນາໃຫ້ປະຊາຊົນໄດ້ຮັບ ຮູ້-ເຂົ້າໃຈ, ທັງມີສ່ວນຮ່ວມປະຕິ ບັດຕາມແນວທາງຂອງພັກ-ລັດ ກໍຄື ຂອງແນວລາວສ້າງຊາດ ເຂົ້າ ຮ່ວມເຕົ້າໂຮມຄວາມສາມັກຄີພາຍ ໃນເມືອງ, ແຂວງ, ບ້ານໃຫ້ມີຄວາມ ໜັກແໜ້ນກວ່າເກົ່າ. ທ່ານ ຄໍາໄລ ປັນຍາຄູນ ໄດ້ກ່າວ ອີກວ່າ: ເນື້ອໃນກອງປະຊຸມໃນ ຄັ້ງນີ້, ສຸດທີ່ມີຄວາມໝາຍ-ສໍາຄັນ ຫລາຍ, ຕົນເອງຈະນໍາເອົາເນື້ອໃນ ຈິດໃຈກອງປະຊຸມ ໄປເຜີຍແຜ່ຜັນ ຂະຫຍາຍ ໂດຍສະເພາະພາຍໃນ ແຂວງເຊກອງຂອງຂ້າພະເຈົ້າ ເພື່ອ ໃຫ້ປະຕິບັດຕາມແຜນພັດທະນາ ຂອງສູນກາງແນວລາວສ້າງຊາດ ທົ່ວແຂວງ ໃຫ້ປະສົບຜົນສໍາເລັດ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ກໍຄື ຂອງແນວລາວສ້າງ ຊາດໃຫ້ກວ້າງຂວາງ ແລະ ເລິກ ເຊິ່ງ. ພາບ: ອ່າຍຄໍາ

RkJQdWJsaXNoZXIy MTc3MTYxMQ==