@ 0j k; c]t gsfdko j 27/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປ່າໄມ້...່້ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ໃນໂອກາດ ຖະແຫລງຂ່າວ ໃນວັນທີ 25 ພຶດສະ ພາ2026ວ່າ: ປ່າໄມ້ປະກອບສ່ວນ ຢ່າງຫລວງຫລາຍ ຕໍ່ການພັດທະ ນາຂະແໜງການກະສິກໍາ ແລະ ສິ່ງ ແວດລ້ອມ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ ແລະ ການພັດ ທະນາພື້ນຖານໂຄງລ່າງເຊັ່ນ: ເຂື່ອນ ໄຟຟ້ານໍ້າຕົກ, ອ່າງເກັບນ້ຳ ເພື່ອ ການຜະລິດກະສິກຳ, ການຜະລິດ ເປັນສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງ ແບບຍືນຍົງ ຊຶ່ງໄດ້ປະກອບສ່ວນສຳຄັນ ຕໍ່ການ ປັບປຸງຊີວິດການເປັນຢູ່ ຂອງປະຊາ ຊົນຕິດພັນກັບການພັດທະນາຊົນ ນະບົດແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນບັນດາເຜົ່າ, ດັ່ງທີ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກ ໄດ້ກ່າວໄວ້ວ່າ “ປ່າໄມ້ ຄືຄຳຂຽວຂອງຊາດ”. ຕະຫລອດໄລຍະເວລາກວ່າ 46 ປີຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນ ໄຍ ຕໍ່ວຽກງານຄຸ້ມຄອງປ່າໄມ້ ໂດຍ ໄດ້ກຳນົດນະໂຍບາຍ, ກົດໝາຍ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ທີ່ ກ່ຽວຂ້ອງໃນການຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ນຳໃຊ້ປ່າ ໄມ້ແລະທີ່ດິນປ່າໄມ້ໃຫ້ແທດເໝາະ ກັບແຜນພັດທະນາເສດຖະກິດ-ສັງ ຄົມໃນແຕ່ລະໄລຍະ. ເຖິງຢ່າງໃດ ກໍຕາມ, ການປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍ ແລະ ຜົນກະທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ປ່າ ໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະ ການຖາງປ່າ ແລະ ຈຸດປ່າທີ່ມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ ລວມທັງ ການບຸກລຸກ, ຈັບຈອງ, ຊື້-ຂາຍ ພື້ນ ທີ່ດິນ 3 ປະເພດປ່າ. ຜ່ານມາ ກະ ຊວງກະສິກຳແລະສິ່ງແວດລ້ອມໄດ້ ປະສານສົມທົບກັບກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວ ຂ້ອງຄົ້ນຄວ້າກຳນົດນະໂຍບາຍ ຊອກຫາວິທີໃນການແກ້ໄຂບັນຫາ ດັ່ງກ່າວ, ໄປຄຽງຄູ່ກັບການປັບປຸງ ຊີວິດການເປັນຢູ່ປະຊາຊົນ ທີ່ອາໄສ ຢູ່ໃນເຂດປ່າໄມ້ ດ້ວຍການຮັບຮູ້ ສິດນໍາໃຊ້ທີ່ດິນ, ຂຶ້ນທະບຽນອອກ ໃບຕາດິນ, ຂຶ້ນທະບຽນອອກໃບຢັ້ງ ຢືນການນຳໃຊ້ທີ່ດິນປ່າໄມ້, ເຮັດ ສັນຍາການຄຸ້ມຄອງ ແລະ ປົກປັກ ຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມຄຳສັ່ງ ສະບັບເລກທີ 20/ນຍ ເພື່ອສົ່ງເສີມການຜະລິດ ແລະ ສ້າງ ເສດຖະກິດຄອບຄົວ ຮູບແບບຕ່າງໆ ທີ່ເໝາະສົມ ຕາມທ່າແຮງຂອງແຕ່ ລະທ້ອງຖິ່ນ. ຂ່າວ: ກິດຕາ ເລັດຂອງກອງປະຊຸມລັດຖະສະພາ ລະຫວ່າງຊາດ ສປປ ລາວ-ສະຫະ ພາບ ເອີຣົບ (ອີຢູ) ຄັ້ງທີ 7 ທີ່ໄດ້ ອັດລົງຢ່າງຈົບງາມໃນມື້ດຽວກັນ. ສອງຝ່າຍໄດ້ສະແດງຄວາມເພິ່ງ ພໍໃຈ ຕໍ່ບັນດາຜົນສໍາເລັດຂອງການ ພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອີຢູ ນັບແຕ່ໄດ້ສ້າງຕັ້ງສາຍ ພົວພັນການທູດນໍາກັນ ໃນວັນທີ 21 ພະຈິກ 1975 ເປັນຕົ້ນມາ. ໃນ ປີ 2025 ສອງຝ່າຍກໍໄດ້ຮ່ວມກັນ ສະເຫລີມສະຫລອງ ຄົບຮອບ 50 ປີ ຢ່າງມີຄວາມໝາຍສໍາຄັນ ແລະ ເປັນຂະບວນຟົດຟື້ນ. ພ້ອມນີ້, ສອງ ຝ່າຍຍິນດີທີ່ເຫັນວ່າ ການຮ່ວມມື ທາງດ້ານການເມືອງ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ໂດຍເຫັນ ໄດ້ຈາກການແລກປ່ຽນການຢ້ຽມ ຢາມຂອງເຈົ້າໜ້າທີ່ລັດຖະບານ ຂັ້ນສູງ ຢ່າງເປັນປົກກະຕິ ໂດຍສະ ເພາະລະຫວ່າງຄະນະຜູ້ແທນສະພາ ແຫ່ງຊາດລາວ ແລະ ຄະນະຜູ້ແທນ ລັດຖະສະພາ ອີຢູ, ລວມທັງການ ສົ່ງເສີມການໄປມາຫາສູ່ລະຫວ່າງ ປະຊາຊົນລາວ ແລະ ອີຢູ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ຊຸກຍູ້ການສົ່ງເສີມການຮ່ວມມືທາງ ດ້ານການຄ້າລະຫວ່າງ ລາວ ແລະ ອີຢູ ໃຫ້ຂະຫຍາຍຕົວຂຶ້ນຕື່ມ. ສປປ ລາວ ສະເໜີໃຫ້ ອີຢູ ພິຈາລະນາ ຄວາມເປັນໄປໄດ້ ເພື່ອສະໜັບສະ ໜູນການຈັດຕັ້ງປະຕິບັດຍຸດທະ ສາດການຂ້າມຜ່ານແບບໂລ່ງລ່ຽນ ເພື່ອການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ. ສປປ ລາວ ໄດ້ແຈ້ງໃຫ້ ອີຢູ ຊາບ ຄວາມຄືບໜ້າການກະກຽມ ເປັນ ເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຮອບວຽນ ທີ 3 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2026 ແລະ ຊຸກຍູ້ໃຫ້ ອີຢູ ສະໜັບ ສະໜູນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວ ກັບສະພາບການພົ້ນເດັ່ນ ພາຍໃນ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ໃນຂະນະດຽວກັນ, ທ່ານ ວາວ ເທີ ເບເກີ້ ປະທານຄະນະຜູ້ແທນ ການພົວພັນກັບ ປະເທດອາຊີຕາ ເວັນອອກສ່ຽງໃຕ້ຂອງລັດຖະສະ ພາເອີຣົບ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນເດືອນມີນາ ຜ່ານມາ. ພ້ອມກັນນີ້, ກໍໄດ້ແຈ້ງ ໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນຂອງ ກອງປະຊຸມລັດຖະສະພາລະຫວ່າງ ຊາດ ສປປ ລາວ-ອີຢູ ຄັ້ງທີ 7, ພ້ອມ ທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ປະ ກອບສ່ວນຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືລະຫວ່າງ ອີຢູ ແລະ ສປປ ລາວ ໃນຕໍ່ໜ້າໃຫ້ມີ ປະສິດທິຜົນຍິ່ງໆຂຶ້້ນ. ຄະນະພັກແຕ່ລະຂັ້ນຖືສໍາຄັນ ແລະ ເອົາໃຈໃສ່ໃນການໂຄສະນາ, ສຶກ ສາອົບຮົມທາງດ້ານແນວຄິດ-ການ ເມືອງ, ເຜີຍແຜ່ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ ແລະ ເອກະສານຕ່າງໆ ໄດ້ຢ່າງ ກວ້າງຂວາງ ຊຶ່ງເຮັດໃຫ້ສະມາຊິກ ພັກ, ພະນັກງານມີຄວາມຮັບຮູ້, ເຂົ້າ ໃຈ ແລະ ມີທັດສະນະຫລັກໝັ້ນຄຸນ ທາດການເມືອງຢ່າງໜັກແໜ້ນ,ສຸມ ໃສ່ການປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງທາງດ້ານການ ເມືອງ-ແນວຄິດ ແລະ ການຈັດຕັ້ງ, ສາມາດເປັນເຈົ້າການໃນການນໍາ ພາປະຊາຊົນ ແລະ ຊັ້ນຄົນຕ່າງໆ ໃນທ້ອງຖິ່ນຮາກຖານ ໄດ້ເປັນຢ່າງ ດີ, ເຮັດໃຫ້ຮາກຖານຊົນນະບົດ ມີ ຄວາມສະຫງົບ, ເສດຖະກິດຂອງ ແຂວງ ສືບຕໍ່ຂະຫຍາຍຕົວ, ລວມ ຍອດຜະລິດຕະພັນພາຍໃນຄາດຄະ ເນວ່າຈະບັນລຸໄດ້6%ຂຶ້ນໄປ, ການ ເກັບລາຍຮັບເຂົ້າງົບປະມານໄດ້ ທັງໝົດ 334,408 ຕື້ກີບ, ເທົ່າກັບ 39,67%, ໄດ້ເອົາໃຈໃສ່ນໍາພາ-ຊີ້ ນໍາ ແກ້ໄຂບັນຫາການຮຽນ-ການ ສອນແບບໃໝ່ ທີ່ຮັບປະກັນຫລັກ ມູນການສຶກສາ ແລະ ແກ້ໄຂບັນຫາ ການປະລະການຮຽນຂອງເດັກ ໃນເກນອາຍຸເຂົ້າຮຽນຊັ້ນຕ່າງໆ ຢ່າງເປັນເຈົ້າການ, ການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ (SDG) ໃນຂົງເຂດນີ້ ສາມາດ ບັນລຸໄດ້ຫລາຍຕົວຊີ້ວັດ, ສາມາດ ແກ້ໄຂແລະຕົກລົງຄູອາສາຈໍານວນ 71 ທ່ານ ເຂົ້າຕາມໂກຕ້າ ຂອງກະ ຊວງປ້ອງກັນປະເທດ ເຂົ້າເປັນພະ ນັກງານຄູ ທີ່ສອນຕາມບ້ານຕ່າງໆ ໃນແຕ່ລະເມືອງ; ອົງການປົກຄອງ ຂັ້ນຕາແສງໄດ້ຮັບການສ້າງຕັ້ງ ແລະ ປະກາດຢ່າງເປັນທາງການ ຈໍານວນ 13 ຕາແສງ ຂອງ 4 ເມືອງ, ພ້ອມນີ້ ຂົງເຂດວຽກງານ ອື່ນໆ ກໍໄດ້ຮັບການພັດທະນາຂຶ້ນ ເທື່ລະກ້າວ. ໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ທິດຊີ້ ນໍາຫລາຍບັນຫາສໍາຄັນ, ພ້ອມທັງ ໄດ້ສະເໜີໃຫ້ຄະນະພັກແຂວງ, ຄະ ນະພັກເມືອງ, ຕາແສງ ນໍາໃຊ້ສື່ປະ ເພດຕ່າງໆ ເປັນອີກຮູບການໜຶ່ງໃນ ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນ ດາເນື້ອໃນຕົ້ນຕໍຂອງກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ບັນ ດາມະຕິຂອງກອງປະຊຸມຂອງອົງ ຄະນະພັກຂອງຕົນແຕ່ລະຂັ້ນ, ຕິດ ພັນກັບການນໍາສະເໜີຜົນງານ, ຕົວ ແບບ ກໍຄື ບຸກຄົນດີເດັ່ນ ໃນແຕ່ລະ ຂົງເຂດວຽກງານຢ່າງຕໍ່ເນື່ອງ ເພື່ອປຸກລະດົມຂະບວນການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ໃຫ້ຟົດຟື້ນ, ແຂງ ແຮງ ແລະ ໄດ້ຮັບຜົນສໍາເລັດຕາມ ຄາດໝາຍທີ່ວາງອອກ; ຕໍ່ກັບສະ ພາບຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ທີ່ແກ່ຍາວມາເປັນ ເວລາຫລາຍປີ, ຄະນະພັກ, ຄະນະ ນໍາ ຕ້ອງໄດ້ເພີ່ມທະວີການສຶກສາ ອົບຮົມການເມືອງ-ແນວຄິດໃຫ້ແກ່ ພະນັກງານ-ລັດຖະກອນ ທີ່ຢູ່ໃນ ກົງຈັກການຈັດຕັ້ງຂອງຕົນ ໃຫ້ມີ ຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມ ອົດທົນ, ຕັ້ງໜ້າປະຕິບັດໜ້າທີ່ວຽກ ງານ, ພ້ອມກັນສູ້ຊົນຜ່ານຜ່າອຸປະ ສັກ, ຄວາມຫຍຸ້ງຍາກໃນໄລຍະນີ້ ເພື່ອໃຫ້ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍດັ່ງກ່າວ, ພ້ອມກັນຮ່ວມ ແຮງຮ່ວມໃຈກັນແກ້ໄຂໃຫ້ຊີວິດ ການເປັນຢູ່ໃຫ້ໄດ້ຮັບການປັບປຸງ ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ (ສອຈ) ໃຫ້ເປັນຮູບປະທຳ ເທື່ອລະກ້າວ, ຕິດພັນກັບການສ້າງ ພື້ນຖານອັນໜັກແໜ້ນ ໃຫ້ແກ່ການ ປະຕິບັດບັນດາຄາດໝາຍສູ້ຊົນທີ່ ສູນກາງ, ແຂວງວາງອອກ ໃຫ້ບັນລຸ ຜົນສໍາເລັດ. ຂ່າວ: ພຸດທະສອນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອ ວິລະກໍາ ວັນຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງແລະວັນວິລະກໍາ ໂຕນຄຸກຢ່າງມະຫັດສະຈັນ ຂອງ ບັນດາຜູ້ນໍາ ພັກ ແລະ ແນວລາວຮັກ ຊາດ ຊຶ່ງແມ່ນໄຊຊະນະອັນໃຫຍ່ ຫລວງຂອງກໍາລັງປະກອບອາວຸດ ພາຍໃຕ້ການນໍາພາຂອງພັກ, ເປັນ ເຫດການປະຫວັດສາດອັນສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດ ໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຍາດເອົາໄຊຊະນະ ໃນໄລຍະຕໍ່ມາ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດ ຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວ, ຄວາມອົດທົນໝັ້ນໜຽວບໍ່ ຄອນແຄນຕໍ່ການນາບຂູ່, ຫລອກ ລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະ ອາດຫານ ແລະ ໄຫວພິບຂອງກອງ ພັນທີ 2 ໄດ້ເປັນແວ່ນແຍງ, ເປັນ ການປຸກລະດົມອັນແຮງກ້າ ໃຫ້ແກ່ ຂະບວນການປະຕິວັດ ເພື່ອຕີເອົາ ຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື. ການໂຕນຄຸກຢ່າງ ມະຫັດສະຈັນ ຂອງບັນດາຜູ້ນໍາໄປ ສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ຍ້ອນການນໍາພາອັນສະຫລາດສ່ອງ ໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ຊຶ່ງໄດ້ປຸກລະ ດົມຂົນຂວາຍ, ສຶກສາອົບຮົມສາລະ ວັດທະຫານທີ່ຍາມຢູ່ໃນຄຸກ ໃຫ້ມີ ນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມ ຈົງຮັກພັກດີ ຈົນກາຍເປັນຜູ້ໄຂປະຕູ ຫ້ອງຄຸມຂັງແຕ່ລະຫ້ອງແລະໄຂປະ ຕູຄຸກແລ້ວປ້ອງກັນ ແລະ ພາທາງ ໃຫ້ຜູ້ນໍາຂອງພັກ ແລະ ແນວລາວ ຮັກຊາດ ຍ່າງອອກຈາກຄຸກໂພນ ເຄັງ ໄປສູ່ເຂດທີ່ໝັ້ນຢ່າງປອດໄພ. ການປະຖະກະຖາໃນຄັ້ງນີ້, ເພື່ອ ສຶກສາອົບຮົມໃຫ້ຄະນະພັກ-ຄະນະ ນຳ ອ້ອມຂ້າງກະຊວງ ຮສສ ເຊື່ອມ ຊຶມກຳແໜ້ນມູນເຊື້ອສອງວັນປະ ຫວັດສາດດັ່ງກ່າວ ເພື່ອນຳມາເປັນ ພື້ນຖານ, ເປັນບ່ອນອີງໃຫ້ແກ່ການ ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນ ທາດການເມືອງ, ມີຄຸນສົມບັດສິນ ທຳປະຕິວັດ ເພື່ອປະກອບສ່ວນສຳ ຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປ ໂດຍສະເພາະປະກອບສ່ວນເຮັດໃຫ້ ວຽກງານດ້ານຕ່າງໆ ພາຍໃນກະ ຊວງ ຮສສ ໄດ້ຮັບການພັດທະນາ ແລະ ມີຜົນສຳເລັດຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ທະນູທອງ ຫລວງນໍ້າທາ ໄດ້ກ່າວວ່າ: ຄູແມ່ນ ຫົວໃຈຂອງລະບົບການສຶກສາ ແລະ ເປັນຜູ້ສ້າງຄົນຮຸ່ນຕໍ່ໄປ. ສະນັ້ນ, ການສະໜອງງົບປະມານ ໃຫ້ແກ່ ການສ້າງທັກສະຂອງຄູ ແມ່ນການ ລົງທຶນໃຫ້ອະນາຄົດຂອງ ສປປ ລາວ, ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ ແມ່ນສິ່ງຈຳເປັນເພື່ອ ປັບປຸງຄຸນນະພາບການສອນ ແລະ ການສະໜັບສະໜູນຄູ ໃຫ້ປະຕິບັດ ໜ້າທີ່ໃຫ້ດີທີ່ສຸດ ເພື່ອຮັບປະກັນ ວ່າ ຄູຈະໄດ້ຮັບການສະໜັບສະໜູນ ທາງດ້ານເຕັກນິກວິຊາການທີ່ເປັນ ປະໂຫຍດ ໃຫ້ແກ່ການສອນຢ່າງ ເປັນປົກກະຕິ ເພື່ອຕອບສະໜອງ ຄວາມຕ້ອງການຕົວຈິງ ໃນຫ້ອງ ຮຽນທົ່ວປະເທດ. ລະບົບຜູ້ເຮັດວຽກສຶກສານິເທດ ພາຍໃນ ໄດ້ຖືກນຳສະເໜີໃນປີ 2023 ເພື່ອໃຫ້ການສະໜັບສະໜູນ ຄູຊັ້ນປະຖົມໃນໂຮງຮຽນ ໂດຍສະ ເພາະໃນເຂດຫ່າງໄກ ແລະ ດ້ອຍໂອ ກາດ. ລະບົບດັ່ງກ່າວ ໄດ້ຮວບຮວມ ຄູທີ່ມີປະສົບການ ແລະ ຜູ້ອຳນວຍ ການໂຮງຮຽນ ເຮັດວຽກຮ່ວມກັນ ເພື່ອປະຕິບັດໜ້າທີ່ ເປັນຜູ້ໃຫ້ຄຳປຶກ ສາ ແລະ ແນະນຳການຊ່ວຍເຫລືອ ຄູ ໃນໂຮງຮຽນດຽວກັນແມ່ນຜ່ານ ການສັງເກດການສອນ, ການສອນ ເປັນຄູ່, ການສະທ້ອນຄືນ ແລະ ການຕິດຕາມການປະຕິບັດຂໍ້ແນະ ນຳໃນເບື້ອງຕົ້ນໄດ້. ລະບົບດັ່ງກ່າວ ໄດ້ປະຕິບັດຢູ່ 30 ເມືອງເປົ້າໝາຍ ໃນ 7 ແຂວງ ທີ່ໄດ້ຮັບການສະໜັບ ສະໜູນຈາກແຜນງານບີຄວາ ຄື: ແຂວງຜົ້ງສາລີ, ຫລວງນ້ຳທາ, ບໍ່ ແກ້ວ, ຫົວພັນ, ຊຽງຂວາງ, ຄຳ ມ່ວນ ແລະ ແຂວງສະຫວັນນະເຂດ. ໂອກາດນີ້, ທ່ານ ໄມໂຄ ຄາຣີ ເລຂາເອກ, ສະຖານທູດອົດສະຕຣາ ລີໄດ້ຍົກໃຫ້ເຫັນເຖິງລະບົບການສະ ໜັບສະໜູນ ທີ່ເຂັ້ມແຂງຊ່ວຍໃຫ້ຄູ ມີແຮງຈູງໃຈ ແລະ ປັບປຸງຜົນການ ຮຽນ ຂອງນັກຮຽນໄດ້ແນວໃດ ຊຶ່ງ ຄູທີ່ດີບໍ່ໄດ້ປະຕິບັດໜ້າທີ່ຄົນດຽວ, ຄູຈະປະຕິບັດໜ້າທີ່ໄດ້ດີຂຶ້ນ ເມື່ອ ມີເພື່ອນຮ່ວມງານຢູ່ໃກ້ທີ່ສາມາດ ປຶກສາ, ຮຽນຮູ້ນຳ ແລະ ເຊື່ອໝັ້ນ ໃນການຂໍຄວາມຊ່ວຍເຫລືອໄດ້, ການສະໜັບສະໜູນໃນຂັ້ນໂຮງ ຮຽນແມ່ນນຳໃຊ້ໄດ້ຈິງເພາະວ່າ ການຊ່ວຍເຫລືອແມ່ນຢູ່ໃນຂັ້ນ ໂຮງຮຽນ ແລະ ອີງໃສ່ປະສົບການ ຕົວຈິງ ຊຶ່ງລະບົບນີ້ ຊ່ວຍໃຫ້ຄູແກ້ ໄຂບັນຫາ, ປັບປຸງການສອນ ແລະ ມີຄວາມໝັ້ນໃຈ ເຖິງວ່າສະພາບ ແວດລ້ອມມີຄວາມທ້າທາຍ. ການຝຶກອົບຮົມຄູຝຶກ ເນັ້ນການ ຝຶກອົບຮົມທັກສະຕົວຈິງ ໃນການ ການຊ່ວຍເຫລືອຄູ ໂດຍຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ວິທີການດັດປັບບົດ ຮຽນສຳລັບຫ້ອງຄວບ, ການສອນ ທີ່ສົ່ງເສີມຄວາມສະເໝີພາບຍິງຊາຍ, ການຊ່ວຍເຫລືອນັກຮຽນທີ່ມີ ຄວາມພິການ ແລະ ນຳໃຊ້ເຄື່ອງມື ປະເມີນຕົນເອງສຳລັບຄູ ເພື່ອນຳພາ ການພັດທະນາທັກສະຂອງຄູ. ຂ່າວ: ກິດຕາ ຂອງສວນເບ້ຍໄມ້ເກສອນ ໄດ້ໃຫ້ ສໍາພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ເມື່ອບໍ່ດົນນີ້ວ່າ: ສວນ ເບ້ຍໄມ້ເກສອນໄດ້ນໍາເອົາເບ້ຍໄມ້ ໃຫ້ໝາກ, ເບ້ຍໄມ້ປະດັບ, ໄມ້ມຸງ ຄຸນ, ໄມ້ອຸດສາຫະກຳ, ເບ້ຍໄມ້ຈັດ ສວນຄົວມາວາງສະແດງ ແລະ ຈຳໜ່າຍຢູ່ເດີ່ນຈອດລົດດ້ານໜ້າ ຂອງສູນການຄ້າລາວ-ໄອເຕັກ ນະ ຄອນຫລວງວຽງຈັນ ເພື່ອກະກຽມ ສະໜອງເບ້ຍໄມ້ໃຫ້ກັບສັງຄົມ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງ ຊາດ ໂດຍເລີ່ມຂາຍມາແຕ່ຕົ້ນ ເດືອນພຶດສະພາ, ມາຮອດປັດຈຸບັນ ສວນເບ້ຍໄມ້ເກສອນສາມາດຂາຍ ເບ້ຍໄມ້ໄດ້ແລ້ວຫລາຍກວ່າ 500 ເບ້ຍ ແລະ ຄາດວ່າໃນວັນທີ 1 ເດືອນມິຖຸນາ ຈະສາມາດຂາຍເບ້ຍ ໄດ້ຫລາຍກວ່າ 1.000 ເບ້ຍ. ສຳ ລັບທ່ານໃດທີ່ຕ້ອງການເບ້ຍໄມ້ ສາມາດເຂົ້າສອບຖາມ ຫລື ເຂົ້າໄປ ທີ່ສວນເບ້ຍໄມ້ເກສອນໄດ້ ຊຶ່ງຕັ້ງ ຢູ່ບ້ານໄຜລ້ອມ ເມືອງໄຊທານີ ຫລື ໂທ 02099996687. ໂອກາດນີ້, ທ່ານ ບຸນທະວີ ປະທຸມທອງ ຍັງໄດ້ຍົກໃຫ້ເຫັນຂໍ້ ຫຍຸ້ງຍາກໃນການເຮັດທຸລະກິດເບ້ຍ ໄມ້ ໂດຍສະເພາະການປ່ຽນແປງ ດິນຟ້າອາກາດ ແລະ ບັນຫາສັດຕູ ພືດທີ່ສົ່ງຜົນກະທົບຕໍ່ການປູກ ແລະ ການຂະຫຍາຍພັນໄມ້. ແນວໃດກໍ ຕາມ, ທາງສວນຍັງສືບຕໍ່ພັດທະນາ ຄຸນນະພາບແນວພັນໄມ້ ເພື່ອຕອບ ສະໜອງຄວາມຕ້ອງການຂອງຕະ ຫລາດໃຫ້ດີຂຶ້ນ. ພ້ອມນີ້, ຍັງໄດ້ ສະເໜີໃຫ້ລັດຖະບານຊ່ວຍຈັດສັນ ພື້ນທີ່ຕະຫລາດຂາຍເບ້ຍໄມ້ແບບ ຖາວອນ ເພື່ອຊ່ວຍສົ່ງເສີມການຜະ ລິດພືດພັນພາຍໃນປະເທດ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງ ປະເທດ ແລະ ສາມາດສ້າງລາຍໄດ້ ໃຫ້ປະຊາຊົນ. ພ້ອມກັນນີ້, ທ່ານນາງສະພາລັກ ພໍບຸບຜາ ເຈົ້າຂອງສວນເບ້ຍໄມ້ໄຜ ນາຄຳ ໄດ້ໃຫ້ສຳພາດຕື່ມວ່າ: ສວນ ເບ້ຍໄມ້ໄຜນາຄຳ ໄດ້ນຳເອົາເບ້ຍ ໄມ້ຊະນິດຕ່າງໆມາວາງຈຳໜ່າຍ ຫລາຍກວ່າ 40 ຊະນິດ ເພື່ອຕອບ ສະໜອງຄວາມຕ້ອງການຂອງ ສັງຄົມ ເນື່ອງຈາກວ່າປັດຈຸບັນການ ປູກຕົ້ນໄມ້ກຳລັງເປັນທີ່ນິຍົມຫລາຍ ຂຶ້ນ ທັງການປູກໄມ້ປະດັບ ແລະ ໄມ້ ໃຫ້ຮົ່ມເງົາ ຊຶ່ງຖືເປັນການປະກອບ ສ່ວນໃນການສ້າງສິ່ງແວດລ້ອມທີ່ ດີໃຫ້ແກ່ສັງຄົມ. ໂອກາດນີ້, ທ່ານ ນາງ ສະພາລັກ ພໍບຸບຜາ ຍັງປຸກ ລະດົມ ແລະ ເຊີນຊວນໃຫ້ປະຊາຊົນ ຫັນມາຮ່ວມກັນປູກຕົ້ນໄມ້ ເພື່ອເພີ່ມ ພື້ນທີ່ສີຂຽວ ແລະ ຊ່ວຍອະນຸລັກສິ່ງ ແວດລ້ອມ, ການປູກຕົ້ນໄມ້ບໍ່ພຽງ ແຕ່ຊ່ວຍສ້າງຄວາມຮົ່ມເຢັນ ແລະ ຄວາມສວຍງາມໃຫ້ແກ່ບ້ານເຮືອນ ແລະ ຊຸມຊົນເທົ່ານັ້ນ, ແຕ່ຍັງຊ່ວຍ ຟອກອາກາດ, ຫລຸດຜ່ອນຄວາມ ຮ້ອນ ແລະ ບັນເທົາຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດ. ຂ່າວ-ພາບ: ກິດຕາ ຮອງປະທານປະເທດ... ຮອງນາຍົກລັດຖະມົນຕີ...ົັົີ ເລຂາທິການ...ິ ກະຊວງ ຮສສ... ສ້າງຄວາມເຂັ້ມແຂງ...້ັ້ ພ້ອມກັນອະນຸລັກ...້ັຸັ ໂອກາດນີ້, ທ່ານ ນາງ ວຽງ ທອງ ສີພັນດອນ ໄດ້ສະແດງຄວາມ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ ທາງການທູດຂອງ ທ່ານ ສາອາດິ ສາລາມາ ໃນໄລຍະຜ່ານມາ ຊຶ່ງ ເປັນການປະກອບສ່ວນສຳຄັນ ເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສປປ ລາວ-ລັດປາແລັດຕິນ ໃນຂົງເຂດການຮ່ວມມືດ້ານຕ່າງໆ ໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ພ້ອມທັງຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ທີ່ເປັນມູນ ເຊື້ອ ແລະ ການຮ່ວມມືອັນດີ ລະ ຫວ່າງສອງປະເທດ ຊຶ່ງຕະຫລອດ ໄລຍະ 37ປີແຫ່ງການສ້າງຕັ້ງສາຍ ພົວພັນການທູດ ເຫັນວ່າສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ແມ່ນຢູ່ໃນລະດັບປົກກະຕິດີ. ໃນ ຕອນທ້າຍ, ທ່ານຮອງປະທານປະ ເທດ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງ ປະສົບຜົນສຳເລັດ ໃນການປະຕິບັດ ໜ້າທີ່ວຽກງານອັນໃໝ່ ແລະ ເດີນ ທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ. ຂະນະດຽວກັນ, ທ່ານ ສາອາດິ ສາລາມາ ກໍໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ ລັດຖະບານລາວ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອ ແລະ ອໍາ ນວຍຄວາມສະດວກເປັນຢ່າງດີຕະ ຫລອດໄລຍະການປະຕິບັດໜ້າທີ່ ການທູດຈົນໄດ້ຮັບຜົນສໍາເລັດອັນຈົບ ງາມ. ພ້ອມນີ້, ກໍໄດ້ສະແດງຄວາມ ຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີ ລະຫວ່າງສອງປະເທດ. ຂ່າວ: ກິດຕາ; ພາບ: ເກດສະໜາ ທີ່ກ່ຽວຂ້ອງຂອງສະພາປະຊາຊົນ ຈາກແຂວງຫລວງພະບາງ ແລະ ແຂວງຄໍາມ່ວນ, ຕາງໜ້າມູນນິທິ ເວສມິນສເຕີ ເພື່ອປະຊາທິປະໄຕ (WFD) ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມພ້ອມ, ຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບໃນການ ນໍາໃຊ້ລະບົບການຄຸ້ມຄອງສະຖິຕິ ຄໍາຮ້ອງຂໍຄວາມເປັນທໍາທີ່ເປັນ ລະບົບທັນສະໄໝ ເພື່ອເກັບກໍາ, ສັງ ຮວມຂໍ້ມູນຄໍາຮ້ອງຂໍຄວາມເປັນທໍາ ໃຫ້ມີຄວາມຮັບປະກັນ ແລະ ສະ ດວກໃນການນໍາໃຊ້, ທັງຕອບສະ ຝຶກອົບຮົມ...ຶົົ ໜອງໃຫ້ແກ່ການສັງຮວມຄໍາຮ້ອງ ຂໍຄວາມເປັນທໍາຂອງຄະນະປະຈໍາ ສະພາແຫ່ງຊາດ ກໍຄື ຂອງສະພາ ແຫ່ງຊາດ. ກອງປະຊຸມ ໄດ້ຮັບຟັງການສະ ເໜີກ່ຽວກັບວິທີການນໍາໃຊ້ ຖານຂໍ້ ມູນຄຸ້ມຄອງຄໍາຮ້ອງຂໍຄວາມເປັນ ທໍາຂອງຄະນະປະຈໍາສະພາແຫ່ງ ຊາດ; ຝຶກການນໍາໃຊ້ກ່ຽວກັບການ ເຂົ້າລະບົບຕາມແຕ່ລະປະເພດບັນ ຊີ, ການຍື່ນຄໍາຮ້ອງຜ່ານລະບົບ ອອນລາຍ, ການບັນທຶກຂໍ້ມູນຄໍາ ຮ້ອງເຂົ້າລະບົບ, ຂັ້ນຕອນການຕິດ ຕາມຄໍາຮ້ອງ ແລະ ຊອກຂໍ້ມູນ, ຂັ້ນ ຕອນການສະຫລຸບ, ລາຍງານ ແລະ ການຮັບໂອນຄໍາຮ້ອງ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ເອົາໃຈໃສ່ສຶກສາ, ຮຽນຮູ້ການນໍາໃຊ້ຖານຂໍ້ມູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປ ກົງມາ, ດ້ວຍເຫດດ້ວຍຜົນ ໂດຍ ສະເພາະແມ່ນບັນຫາທີ່ເຫັນວ່າ ຍັງບໍ່ເຂົ້າໃຈ ເພື່ອໃຫ້ມີຄວາມເປັນ ເອກະພາບກັນ. ຂ່າວ: ສພຊ
RkJQdWJsaXNoZXIy MTc3MTYxMQ==