7283

26/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ມາລີດາີດ Ih ko\u j ,a 'dvo76 j 7v'.9]6 d7h k fh ;p;a f45 fy [mu j lq f.\j ຂປລ. ເມື່ອເວົ້າເຖິງຮ້ານຜະລິດ ເສັ້ນໝີ່ເຫລືອງທີ່ມີຊື່ສຽງ ແລະ ເປັນ ຮ້ານຍອດນິຍົມຂອງນະຄອນຫລວງ ວຽງຈັນ ກໍມີຫລາຍໆຮ້ານ ໜຶ່ງໃນ ນັ້ນ ກໍຕ້ອງແມ່ນ ຮ້ານໝີ່ ມັງກອນ ຄູ່ ຈາກບ້ານ ສີຫອມ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ຊຶ່ງ ເປັນອີກຮ້ານໜຶ່ງທີ່ຄອງໃຈລູກຄ້າ ກວ່າ 50 ກວ່າປີ ດ້ວຍລົດຊາດ ແລະ ຄຸນນະພາບຂອງເສັ້ນໝີ່ທີ່ມີຄວາມ ໜ່ຽວນຸ່ມ, ຫອມເວລາກິນ, ພ້ອມ ດຽວກັນ ກໍມີຫລາຍແບບໃຫ້ເລືອກ ບໍ່ວ່າຈະເປັນ ເສັ້ນໝີ່ເຫລືອງ ດິບ ຂະໜາດນ້ອຍ, ກາງ, ໃຫຍ່, ແຜ່ນ ກ້ຽວ ແລະ ໝີ່ກອບ ບອກໄດ້ເລີຍວ່າ ແຊບທຸກແບບ ທີ່ເວົ້າແບບນີ້ເພາະ ຜູ້ ຂຽນໄດ້ລອງກິນມາແລ້ວ ແຊບ ສົມ ຂປລ. ຊົນເຜົ່າບິດ ແມ່ນຊົນເຜົ່າ ໜຶ່ງໃນວົງຄະນາຍາດແຫ່ງຊາດ ລາວ, ເຂົາເຈົ້າໄດ້ມາຕັ້ງຫລັກປັກ ຖານບົນດິນແດນແຫ່ງນີ້ແຕ່ສະຕະ ວັດທີ V ເປັນຕົ້ນມາ. ໄດ້ເຄື່ອນຍ້າຍ ເຂົ້າມາດິນລາວຊ່ວງໄລຍະດຽວກັນ ກັບຊົນເຜົ່າ ກຶມມຸ ແລະ ຊົນເຜົ່າລະ ເມດ, ແຕ່ກ່ອນມີນິທານກ່າວວ່າ ຄໍາເລົ່າລື່. ທ່ານ ເມກຕາ ປະພັດສະລາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ວ່າ: ອາ ຊີີບຜະລິດເສັ້ນໝີ່ນີ້ແມ່ນອາຊີບໜຶ່ງ ທີ່ເກີດຂຶ້ນດ້ວຍຄວາມມັກ, ຄວາມ ອົດທົນພະຍາຍາມຂອງຜູ້ເປັນພໍ່ແມ່ ເພື່ອສ້າງສາເສດຖະກິດຄອບຄົວ ຊຶ່ງ ໄດ້ເລີ່ມຜະລິດເສັ້ນໝີ່ແຕ່ປີ 1972 ເປັນຕົ້ນມາ ຊຶ່ງເວົ້າໄດ້ວ່າຕົນເອງ ກໍໄດ້ກີ້ງເກືອກລີເລືອຢູ່ນໍຳການເຮັດ ເສັ້ນໝີ່ ຫລື ເວົ້າຢ່າງໜຶ່ງວ່າໃຫຍ່ ມານໍາເສັ້ນໝີ່ກໍວ່າໄດ້. ສະນັ້ນ, ຈຶ່ງ ມີຄວາມຮູ້ປະສົບການໃນການເຮັດ ເສັ້ນໝີ່ເຫລືອງຫລາຍສົມຄວນ ຈົນ ມາຮອດປີ 2000 ພໍ່ແມ່ ເພິ່ນຈຶ່ງໄດ້ ມອບກິດຈະການນີ້ໃຫ້ຕົນເອງເຮັດ ຕໍ່ ຊຶ່ງຂ້າພະເຈົ້າກໍໄດ້ນໍາເອົາຄວາມ ຮູ້ປະສົບການ, ສູດທີ່ສືບທອດມາໄດ້ ປັບປຸງເລື້ອຍໆເພື່ອໃຫ້ໄດ້ເສັ້ນທີ່ມີ ຄຸນນະພາບນຸ່ມແຊບຖືກໃຈລູກຄ້າ ກວ່າເກົ່າ ແລະ ທີ່ສຳຄັນເສັ້ນໝີ່ ທາງຮ້ານຂອງພວກເຮົາແມ່ນສົດ ໃໝ່ ບໍ່ໃສ່ສານກັນບູດ ຊຶ່ງທາງ ອຍ ກໍໄດ້ລົງມາກວດທຸກປີ. ພ້ອມ ນີ້ ທາງຮ້ານຂອງພວກເຮົາກໍໄດ້ ຜະລິດເສັ້ນໝີ່ຫລາຍຂະໜາດ ເພື່ອ ໃຫ້ລູກຄ້າເລືອກກິນໄດ້ຕາມຄວາມ ຕ້ອງການ ເຊັ່ນ: ເສັ້ນໝີ່ເຫລືອງ ດິບຂະໜາດນ້ອຍ, ກາງ ແລະ ເສັ້ນ ໃຫຍ່ແປ,ແຜ່ນກ້ຽວ,ໝີ່ກອບ, ໃນ ນັ້ນສະເພາະເສັ້ນໝີ່ດິບເສັ້ນໜ້ອຍ ຈະຜະລິດສອງສີ ຄື: ສີເຫລືອງ ແລະ ສີຂຽວ (ເສັ້ນໝີ່ຍົກ), ນອກຈາກ ນີ້ ກໍມີບໍລິການລວກເສັ້ນໝີ່ສຸກໃຫ້ ນຳ ແຕ່ຕ້ອງສັ່ງກ່ອນມື້ໜຶ່ງເພື່ອ ກະກຽມວັດຖຸດິບ ເນື່ອງຈາກວ່າ ບາງຄົນລວກບໍ່ຊໍານານ (ສະເພາະ ສັ່ງຈຳນວນຫລາຍ). ສໍາລັບຈຸດພິເສດ ຂອງໝີ່ເຫລືອງ ທາງຮ້ານມັງກອນຄູ່ ແມ່ນຂັ້ນຕອນ ການຜະລິດ ທີ່ມີການຄັດສັນເລືອກ ວັດຖຸດິບທີ່ດີມີຄຸນນະພາບ ເພື່ອເຮັດ ເສັ້ນໝີ່ມີຄວາມໜຽວນຸ່ມ ແຊບ ໂດຍ ສະເພາະແມ່ນ ແປ້ງ ທີ່ນຳມາຜະລິດ ເສັ້ນໝີ່ ແມ່ນນຳເຂົ້າຈາກປະເທດ ເພື່ອນບ້ານ ແລະ ໄຂ່ໄກ່ ນຳໃຊ້ ໄຂ່ໄກ່ຊີພີພາຍໃນປະເທດ. ສ່ວນ ບ່ອນຈໍາໜ່າຍໃນປັດຈຸບັນແມ່ນ ຈຳໜ່າຍຢູ່ໜ້າຮ້ານຂອງພວກເຮົາ ເອງຮ້ານໝີ່ມັງກ່ອນຄູ່ ບ້ານສີຫອມ, ນອກຈາກຂາຍຢູ່ໜ້າຮ້ານແລ້ວ ຍັງ ມີລູກຄ້າຈາກຈາກໂຮງແຮມ, ພັດ ຕະຄານ, ຮ້ານອາຫານຕ່າງໆ ກໍ ຈະສັ່ງປະເພດເສັ້ນມີລວກ ແລະ ລູກຄ້າຕ່າງແຂວງຈຳນວນໜຶ່ງ ເຊັ່ນ ແຂວງຫລວງພະບາງ, ສ່ວນແຂວງ ອື່ນໆກໍມີເລັກໜ້ອຍເນື່ອງຈາກວ່າໝີ່ ເຮົາເປັນມີສົດ ຈຶ່ງພົບບັນຫາຫລາຍ ຢ່າງ, ສ່ວນການຜະລິດແຕ່ລະວັນ ແມ່ນແລ້ວແຕ່ຂອງລູກຄ້າສັ່ງ, ຖ້າ ມື້ໃດລູກຄ້າສັ່ງຫລາຍ ກໍຈະຜະລິດ ປະມານ 100 ກິໂລກຣາມ, ຖ້າ ຂາຍມື້ທໍາມະດາຕາມໜ້າຮ້ານ ກໍ ຜະລິດປະມານ 60-70 ກິໂລກຣາມ ຕໍ່ມື້, ສ່ວນລາຄາຂອງເສັ້ນໝີ່ທຸກ ແບບຂາຍໃນລາຄາ ກິໂລລະ 40 ພັນກີບ, ແຜ່ນກ້ຽວ ກິໂລ 50 ພັນ ກີບ, ແບ່ງຂາຍຖົງ 5-10 ພັນກີບ, ໝີ່ກອບ ຖົງລະ 15 ພັນກີບເທົ່ານັ້ນ ບອກໄດ້ເລີຍວ່າລາຄານີ້ຄຸ້ມແຮງ. ທ່ານ ເມກຕາ ເວົ້າເສີມວ່າ : ເພື່ອເຮັດໃຫ້ເສັ້ນໝີ່ເຮົາຕອບໂຈດຜູ້ ບໍໂພກຫລາຍຂຶ້ນ ໃນຕໍ່ໜ້າທາງຮ້ານ ເຮົາ ຈະມີການຍ້າຍການຜະລິດ ໄປເມືອງໄຊເສດຖາ ແລະ ນໍາໃຊ້ ເຄື່ອງຈັກທັນສະໄໝຂຶ້ນຕື່ມ ເນື່ອງ ຈາກວ່າແບບເກົ່າມັນແອອັດຫລາຍ, ພ້ອມນັ້ນຈະມີການພັດທະນາດ້ານ ຫຸ້ມຫໍ່ ແລະ ໃສ່ໂລໂກ້ ຕື່ມອີກເພື່ອ ຮອງຮັບລູກຄ້າ ທັງພາຍໃນ ແລະ ຕ່າງແຂວງ. ເອົາເປັນວ່າ ທ່ານໃດ ຢາກໄດ້ໝີ່ ແຊບໆເສັ້ນ ໜຽວນຸ່ມໄປໄວ້ກິນ ໃນ ງານສໍາຄັນຕ່າງໆ ກໍສາມາດເຂົ້າມາ ຊື້ໄດ້ທີ່ໜ້າຮ້ານຕັ້ງຢູ່ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫລວງ ວຽງຈັນ ຫລື ຕິດຕໍ່ໄດ້ທີ່ເບີ 020 22209135, 020 55506132, 020 5975123,ພ້ອມນັ້ນທາງ ຮ້ານຍັງມີບໍລິການສົ່ງຟຣີ ໃນໄລຍະ ບໍ່ເກີນ 5 ກິໂລແມັດ, ຖ້າໄກ ແມ່ນ ມີຄ່າສົ່ງເລີ່ມຕົ້ນທີ 9.000 ກີບເທົ່າ ນັ້ນ ແລະ ຖ້າທ່ານໃດຕ້ອງການໝີ່ ຈຳນວນຫລາຍເກີນ15ກິໂລກຣາມ ແມ່ນໃຫ້ສັ່ງລ່ວງໜ້າກ່ອນ 1 ມື້, ຖ້າສັ່ງໝີ່ລວກ ຕ້ອງໂທສັ່ງກ່ອນ ລ່ວງໜ້າ 1 ຊົ່ວໂມງ. xts;a f7;k,gxa o,k0v'-q ogzq j k[y f (ຄັດຈາກປຶ້ມບັນດາຊົນເຜົ່າໃນ ັຶ້ັົົ່ ສປປ ລາວ) ຊົນເຜົ່າ ກຶມມຸ ແລະ ຊົນເຜົ່າບິດ ແມ່ນ ອ້າຍນ້ອງຮ່ວມອຸທອນດຽວກັນ. ເນື່ອງມາຈາກການຄວາມເຂົ້າໃຈ ຜິດໃນການແບ່ງຊີ້ນໂຕຊ້າງ ແລະ ຊີ້ນໂຕເໝັ້ນຈຶ່ງແຕກແຍກກັນ. ຜູ້ ເປັນນ້ອງໄດ້ເຂົ້າປ່າແລ້ວຮຽນເອົາ ສຽງນໍ້າຕົກຕາດ, ສຽງກົກໄມ້ສີ ກັນ, ສຽງໂຕສັດຮ້ອງເປັນພາສາ ຕົນເອງ. ສະນັ້ນ, ຄົນຊົນເຜົ່າບິດ ຈຶ່ງ ຮູ້ທັງພາສາຊົນເຜົ່າກຶມມຸ ແລະ ມີທັງ ພາສາຂອງຕົນເອງ, ສ່ວນຄົນກຶມມຸ ບໍ່ສາມາດຮູ້ໄດ້ພາສາຂອງຊົນເຜົ່າ ບິດ ແລະ ຊົນເຜົ່າອື່ນເອີ້ນໃຫ້ຊົນເຜົ່າ ບິດວ່າ: “ຂ້າບິດ ຫລື ຂະບິດ” ແຕ່ ເຂົາເຈົ້າບໍ່ມັກ, ຊື່ທີ່ເຂົາມັກແມ່ນຄຳ ວ່າ: “ບິດ” ມີຄວາມໝາຍວ່າ: ພິກ ປີ້ນຈາກເຜົ່າໜຶ່ງ ແລະ ພາສາໜຶ່ງ ມາເປັນຊົນເຜົ່າໃໝ່ ແລະ ພາສາ ໃໝ່. ນອກຈາກນີ້ ຊົນເຜົ່ານີ້ມີອາຊີບ ໃນການເຮັດໄຮ່ປະສົມກັບການເຮັດ ນາ, ລ້ຽງສັດ ແລະ ປູກພຶດຜັກ, ຫາ ຢູ່ຫາກິນຕາມທຳມະຊາດ ແລະ ມີ ຄວາມຊຳນານໃນ ວຽກງານຫັດ ຖະກຳຈັກສານ, ສຳລັບການຕໍ່ຳ ຫູກນັ້ນ, ແມ່ຍິງຊົນເຜົ່ານີ້ບໍ່ມີພອນ ສະຫວັນຈຶ່ງອາໃສການຊື້ ແລະ ແລກ ປ່ຽນນຳເຜົ່າອື່ນໆ. ປັດຈຸບັນຊົນເຜົ່າບິດ ສ່ວນຫລາຍ ຈະດຳລົງຊີວິດຢູ່ບັນດາແຂວງ ພາກເໜືອຂອງລາວ ເຊັ່ນ: ແຂວງ ຜົ້ງສາລີ, ອຸດົມໄຊ ແລະ ແຂວງ ຫລວງນ້ຳທາ. ແນວໃດກໍຕາມ, ຊົນເຜົ່ານີ້ມີຄວາມນິຍົມສ້າງ ແລະ ຢູ່ເຮືອນຮ້ານ, ໃນເຮືອນ ຈະແບ່ງ ເປັນສອງຫ້ອງ ແລະ ມີຮ້ານບູຊາ ຜີບັນພະບຸລຸດ ຄື: ຫ້ອງນອນ ຂອງ ພໍ່ແມ່ ແລະ ຫ້ອງທົ່ວໄປເປັນຫ້ອງ ຮັບແຂກ ແລະ ບັນດາລູກໆທີ່ບໍ່ທັນ ໄດ້ແຕ່ງດອງ, ຄົນທາງນອກຈະ ບໍ່ມີສິດລ່ວງເຂົ້າຫ້ອງນອນຂອງພໍ່ ແມ່ ແລະ ຫ້ອງຮ້ານບູຊາຜີເຮືອນ, ເຮືອນແຕ່ລະຫລັງຈະມີຊານ, ເຊຍ ແລະ ເຮືອນຄົວເປັນບ່ອນແຕ່ງຢູ່ຄົວ ກິນ. ສະໄໝກ່ອນການເຮັດເຮືອນ ຂອງເຂົາເຈົ້າແມ່ນເສົາໄມ້ແກ່ນ, ມີ 9-12 ເສົາ, ມຸ້ງດ້ວຍຫຍ້າຄາ, ແອ້ມດ້ວຍຝາໄມ້ເຮ້ຍ, ປູດ້ວຍໄມ້ ແປ້ນ ຫລື ໄມ້ຟາກ. ປັດຈຸບັນໄດ້ ມີການປະດິດຄິດແຕ່ງ ແລະ ຫັນມາ ໃຊ້ເຄື່ອງກໍ່ສ້າງທີ່ທັນກັບຍຸກສະໄໝ ແລະ ທີ່ມີໃນຕະຫລາດຂອງທ້ອງຖິ່ນ ຕົນ. ຊົນເຜົ່ານີ້ບໍ່ມີເຄື່ອງນຸ່ງປະຈຳ ຊົນເຜົ່າ, ການນຸ່ງຖືສ່ວນຫລາຍໃນ ສະໄໝກ່ອນແມ່ນແລກປ່ຽນຈາກ ຊົນເຜົ່າໃກ້ຄຽງ ແລະ ຫາຊື້ຕາມ ທ້ອງຕະຫລາດໄປຕາມແຕ່ລະຍຸກ ສະໄໝຂອງສັງຄົມ. ແຕ່ໃດມາແມ່ນ ໄດ້ມີຄວາມເຊື່ອຜີບັນພະບູລຸດຂອງ ຕົນເປັນຕົ້ນ: ຜີພໍ່,ຜີແຜ່, ຜີເຮືອນ, ຜີ ບ້ານ-ຜີເມືອງ, ແຕ່ລະເຮືອນລ້ວນ ແຕ່ມີຮ້ານບູຊາຜີບັນພະບູລຸດຂອງ ຕົນ. ການຈັດພິທີລ້ຽງຜີນັ້ນ ຈະ ອີງໃສ່ຄວາມສຳຄັນ ຫລື ບົດບາດ ຂອງແຕ່ລະຜີ ຊຶ່ງຈະມີການຕົບແຕ່ງ ຕ່າງກັນອອກໄປຕາມແຕ່ລະພິທີ ກຳ. ຊົນເຜົ່າບິດ ມີປະເພນີເອີ້ນ ຂວັນເຮືອນ ແລະ ຂວັນບ້ານໃນທຸກ ໆປີ ລະຫວ່າງຮອບວຽນຂອງການ ປູກເຂົ້າໄຮ່. ນອກນີ້, ເວລາມີການ ເຈັບເປັນ ຫລື ເກີດພະຍາດຕ່າງໆ ເຂົາເຈົ້າກໍຈະເຮັດພິທີ ເພື່ອຂໍຮ້ອງ ໃຫ້ຈິດວິນຍານ ຫລື ຜີທີ່ດີມາຊ່ວຍ ໃນປີໜຶ່ງໆເຂົາເຈົ້າມີການຈັດພິທີ ສະເຫລີມສະຫລອງ ຫລື ມ່ວນຊື່ນ ສອງເທື່ອຄື:ເວລາບຸນດອກຝາງ ແດງ ແລະ ເວລາຈູດໄຮ່ເຂົ້າ. ດ້ານສິລະປະວັນນະຄະດີຂອງ ຊົນເຜົ່າບິດ ເຂົາເຈົ້າບໍ່ມັກ, ບໍ່ມີການ ຂັບລຳ ແລະ ນິທານພື້ນເມືອງຕ່າງໆ ທີ່ເປັນເອກະລັກສະເພາະຂອງຕົນ. ໃນກໍລະນີມ່ວນຊື່ນກໍຈະຮ້ອງເພງ ລາວ, ຂັບລື້ ຫລື ຂັບຊົນເຜົ່າອື່ນໆທີ່ ຢູ່ໃກ້ຄຽງ. ສ່ວນພາສາກປາກເວົ້າ ຈະມີພາສາສະເພາະຂອງຕົນ ຊຶ່ງ ຈັດເຂົ້າໃນໝວດພາສາ ມອນ-ຂະ ແມ. ສະນັ້ນ, ພາສາປາກເວົ້າຂອງ ເຂົາເຈົ້າມີຫລາຍຄຳຄ້າຍຄືກັບ ພາສາປາກເວົ້າຂອງຊົນເຜົ່າ ກຶມມຸ, ລະເມດ ແລະ ສາມຕ່າວ. ພ້ອມກັນ ນັ້ນ, ກໍມີບາງຄຳເວົ້າຂອງບັນດາ ຊົນເຜົ່າໃນໝວດພາສາ ມອນ-ຂະ ແມ ຢູ່ທາງພາງໃຕ້ຂອງລາວ, ບໍ່ມີ ຕົວໜັງສືຂຽນ, ແຕ່ຍັງຮູ້ພາສາ ຊົນເຜົ່າທີ່ຢູ່ໃກ້ຄຽງເຊັ່ນ: ພາສາລື້, ຢັ້ງ, ຍວນ, ລະເມດ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==