7283

26/05/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນຳສະເໜີປຶ້ມສະໝຸນໄພ...ີຶຸ້ ວັນປູກຕົົ້ນໄມ້ແຫ່ງຊາດ...ັູົົ້້່ ທາບທາມຄໍາເຫັນຕໍ່ຮ່າງດໍາລັດ...ໍັໍ່່ໍັ ສົ່ງເສີມການລົງທຶນ...ົ່ີົຶ ຂປລ. ໃນໂອກາດວັນປູກຕົົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ 2026 ນີ້, ທົ່ວປະເທດມີແຜນການຈະສ້າງ ຂະບວນການປູກຕົ້ນໄມ້ໃນເນື້ອທີ່ 7.300 ກວ່າເຮັກຕາ ໂດຍຈະນໍາ ໃຊ້ເບ້ຍໄມ້ 4.500.000 ກວ່າເບ້ຍ ແນໃສ່ເພື່ອສົ່ງເສີມການເພີ່ມພື້ນທີ່ ສີຂຽວ, ຟື້ນຟູສະພາບແວດລ້ອມ ແລະ ສ້າງຈິດສຳນຶກໃຫ້ສັງຄົມ ເຫັນ ຄວາມສຳຄັນຂອງການອະນຸລັກ ທຳມະຊາດ. ທ່ານ ລິນຄຳ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ໃຫ້ຮູ້ໃນວັນທີ 25 ພຶດສະພາ 2026 ວ່າ: ກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບ ກັບຄະນະພັກ, ອົງການປົກຄອງ ທ້ອງຖິ່ນທົ່ວປະເທດກະກຽມແຜນ ການ ແລະ ຂະບວນການປູກໄມ້ ຢູ່ທ້ອງຖິ່ນໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການເກັບແກ່ນພັນໄມ້ ໃຫ້ໄດ້ 1 ແສນກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານກວ່າເບ້ຍ ແລະ ປູກໄມ້ 50 ພັນກວ່າເຮັກຕາ. ສຳລັບກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ນະ ຄອນຫລວງວຽງຈັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງຮ່ວມກັນສ້າງຂະ ບວນການປູກຕົ້ນໄມ້ ເພື່ອສະເຫລີມ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອ ທີ່ປະມານ 50 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ທີ່ຈະນຳໄປປູກມີ: ໄມ້ ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທ ດຸນລະຫວ່າງການເຕີບໂຕທາງດ້ານ ເສດຖະກິດກັບການປົກປັກຮັກສາ ສິ່ງແວດລ້ອມ ໂດຍກ່າວເຖິງຜົນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີບັນດາຜູ້ຕາງໜ້າຈາກ ກະຊວງ, ອົງການອ້ອມຂ້າງສູນ ກາງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ,ທ່ານພົງສະຫວັນ ສີສຸລາດ ໄດ້ໃຫ້ກຽດກ່າວເປີດກອງ ປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດ ປະສົງ, ເປົ້າໝາຍ ແລະ ຄວາມ ໝາຍຄວາມສໍາຄັນຂອງກອງປະຊຸມ ຄັ້ງນີ້ ແມ່ນເພື່ອທາບທາມຄໍາເຫັນ ຂອງຂະແໜງການກ່ຽວຂ້ອງຢູ່ຂັ້ນ ສູນກາງ ຕໍ່ຮ່າງດໍາລັດວ່າດ້ວຍການ ເຄື່ອນໄຫວວຽກງານສື່ມວນຊົນຢູ່ ສປປ ລາວ ຂອງສື່ມວນຊົນ, ສໍາ ນັກງານຜູ້ຕາງໜ້າ ແລະ ອົງການ ຈັດຕັ້ງຕ່າງປະເທດ (ສະບັບປັບ ປຸງ) ພາຍຫລັງທີ່ໄດ້ສໍາເລັດການ ທາບທາມຄໍາເຫັນຈາກຂະແໜງ ການກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນໃນ ຂອບເຂດທົ່ວປະເທດແລ້ວໃນໄລ ຍະເດືອນເມສາ ຫາ ກາງເດືອນ ພຶດສະພາ ທີ່ຜ່ານມາ. ປະສົງຂອງ ກອງປະຊຸມຄັ້ງນີ້, ແນໃສ່ສັງຮວມ ເອົາບັນດາຄໍາຄິດຄໍາເຫັນຂອງຂະ ແໜງການກ່ຽວຂ້ອງຂັ້ນສູນກາງ ເພື່ອນໍາໄປປັບປຸງຮ່າງດໍາລັດສະບັບ ປັບປຸງນີ້ ໃຫ້ມີເນື້ອໃນຄົບຖ້ວນສົມ ບູນຍິ່ງໆຂຶ້ນ. ດໍາລັດສະບັບປັບປຸງນີ້ ຈະປ່ຽນແທນດໍາລັດວ່າດ້ວຍການ ເຄື່ອນໄຫວດ້ານການຂ່າວຂອງ ອົງການສື່ມວນຊົນຕ່າງປະເທດ, ສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຢູ່ ສປປ ລາວ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ມາເປັນເວລາ 10 ກວ່າປີ ນັບຕັ້ງແຕ່ ປີ 2015 ເປັນຕົ້ນມາ. ເນື່ອງຈາກ ວ່າຜ່ານການຈັດຕັ້ງປະຕິບັດດໍາ ລັດສະບັບປັດຈຸບັນເຫັນວ່າຍັງບໍ່ ທັນລວມສູນ ແລະ ເປັນເອກະພາບ ເທົ່າທີ່ຄວນທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ມີການທັບຊ້ອນກັບນິຕິ ກໍາຂອງຂະແໜງການອື່ນ ຊຶ່ງອາດ ບໍ່ສອດຄ່ອງກັບກົດໝາຍພາຍໃນ ແລະ ກົດໝາຍສາກົນຈໍານວນໜຶ່ງ ແລະ ຍັງບໍ່ກວມເອົາທຸກພາກສ່ວນ ທີ່ກ່ຽວຂ້ອງ. ສະນັ້ນ, ກະຊວງ ການຕ່າງປະເທດ ຈຶ່ງໄດ້ຕົກລົງປັບ ປຸງດໍາລັດດັ່ງກ່າວ ເພື່ອໃຫ້ມີເນື້ອ ໃນຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮັບປະ ກັນຄວາມສອດຄ່ອງກັບກົດໝາຍ ຂອງ ສປປ ລາວ ແລະ ກົດໝາຍ ສາກົນ, ລວມສູນ ແລະ ມີຄວາມ ເປັນເອກະພາບໃນການຄຸ້ມຄອງ ວຽກງານດັ່ງກ່າວ ໃນຂອບເຂດ ທົ່ວປະເທດ ແນໃສ່ສົ່ງເສີມການ ດ້ວຍແຫລ່ງຄວາມຮູ້ໃໝ່ທີ່ຫລາກ ຫລາຍທີ່ເນັ້ນໃສ່ບົດບາດສໍາຄັນ ຂອງຄວາມຫລາກຫລາຍທາງຊີວະ ພາບໃນການສະໜັບສະໜູນໂພຊະ ນາການ, ຊີວິດການເປັນຢູ່, ຄວາມ ທົນທານ ແລະ ສະພາບເສດຖະກິດ ໃນຊົນນະບົດ ເພື່ອສະເຫລີມສະ ຫລອງວັນສາກົນເພື່ອຄວາມຫລາກ ຫລາຍທາງຊີວະພາບ, ໂດຍມີການ ນໍາຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະ ເທດ, ກະຊວງການເງິນ, ກະຊວງ ສາທາລະນະສຸກ ແລະ ສູນກາງ ສະຫະພັນແມ່ຍິງລາວ, ຄູ່ຮ່ວມພັດ ທະນາ, ບັນດາສະຖານທູດ, ອົງການ ຈັດຕັ້ງທາງສັງຄົມ, ເອກະຊົນ ແລະ ຕົວແທນຊາວໜຸ່ມເຂົ້າຮ່ວມ. ປຶ້ມສະໝຸນໄພດັ່ງກ່າວ, ໄດ້ ພັດທະນາພາຍໃຕ້ໂຄງການກະສິ ກຳ ເພື່ອໂພຊະນາການໄລຍະ II (AFN II) ຊຶ່ງບັນທຶກຄວາມຫລາກ ຫລາຍ, ການນໍາໃຊ້ແບບດັ້ງເດີມ ແລະ ທ່າແຮງທາງເສດຖະກິດຂອງ ຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ ທົ່ວ ສປປ ລາວ. ໂຄງການດັ່ງກ່າວ, ໄດ້ ຮັບທຶນຈາກໂຄງການກະສິກຳ ແລະ ຄວາມໝັ້ນຄົງດ້ານອາຫານໂລກ (GASFP) ແລະ IFAD, ຈັດຕັ້ງ ປະຕິບັດໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບອົງການ ອາຫານໂລກ (WFP), ສະຖາບັນ ຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ (NAFRI) ແລະ ສູນ ພັດທະນາ ແລະ ສິ່ງແວດລ້ອມ (CDE). ໂອກາດນີ້, ທ່ານ ບຸນເດດ ແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວ ສານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ໃຫ້ນັບມື້ນັບກວ້າງ ຂວາງ. ໃນກອງປະຊຸມ, ຄະນະຮັບຜິດ ຊອບໄດ້ນໍາສະເໜີຮ່າງດໍາລັດສະ ບັບປັບປຸງດັ່ງກ່າວ ແລະ ບັນດາຜູ້ ເຂົ້າຮ່ວມກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຢ່າງກົງ ໄປກົງມາ ໂດຍເນັ້ນໃສ່ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກ ສ່ວນຕົນ ເພື່ອເຮັດໃຫ້ດໍາລັດສະບັບ ປັບປຸງດັ່ງກ່າວ ມີຄວາມຖືກຕ້ອງ, ຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງ. ອີງຕາມແຜນການຂອງກະຊວງ ການຕ່າງປະເທດ, ຮ່າງດໍາລັດສະ ບັບປັບປຸງນີ້ ຈະຖືກນໍາເຂົ້າພິຈາ ລະນາຢູ່ກອງປະຊຸມລັດຖະບານ ໃນເດືອນກໍລະກົດ 2026 ທີ່ຈະມາ ເຖິງນີ້. ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງການເຊື່ອມ ໂຍງການອະນຸລັກຄວາມຫລາກ ຫລາຍທາງຊີວະພາບກັບການພັດ ທະນາຊົນນະບົດແບບຍືນຍົງ. “ສິ່ງ ພິມສະບັບນີ້ ສະທ້ອນໃຫ້ເຫັນເຖິງ ປະສົບການ ແລະ ຄວາມຮູ້ທີ່ມີ ຄຸນຄ່າທີ່ເກີດຂຶ້ນຜ່ານໂຄງການ AFN II, ການລິເລີ່ມຕ່າງໆບໍ່ພຽງ ແຕ່ມີຄວາມສໍາຄັນຕໍ່ການອະນຸລັກ ເທົ່ານັ້ນ, ແຕ່ຍັງເປັນການເສີມ ສ້າງ ແລະ ເນັ້ນໃຫ້ເຫັນເຖິງການ ປະຕິບັດທີ່ດີທີ່ສຸດໃນດ້ານໂພຊະ ນາການ, ຄວາມທົນທານ ແລະ ການດໍາລົງຊີວິດແບບຍືນຍົງສໍາ ລັບຊຸມຊົນ ຊົນນະບົດ”. ພ້ອມນີ້, ສິ່ງພິມດັ່ງກ່າວ, ຍັງໄດ້ລວມເອົາ ແຫລ່ງຂໍ້ມູນ ແລະ ຄວາມຮູ້ທາງ ດ້ານວິທະຍາສາດເຂົ້າກັບຄວາມຮູ້ ທ້ອງຖິ່ນ, ມໍລະດົກທາງວັດທະນະ ທຳ ແລະ ການເລົ່າເລື່ອງທີ່ເບິ່ງເຫັນ ໄດ້, ເຮັດໃຫ້ຄວາມຫລາກຫລາຍ ທາງຊີວະພາບສາມາດເຂົ້າເຖິງໄດ້ ງ່າຍຂຶ້ນສໍາລັບຜູ້ຊົມທີ່ກວ້າງຂວາງ ໂດຍສະເພາະໄວໜຸ່ມ ແລະ ຊຸມຊົນ ທ້ອງຖິ່ນ. ທ່ານ ນາງ ສາຣີ ມາທູ (Shairi Mathur) ຫົວໜ້າຫ້ອງການປະ ສານງານສະຫະປະຊາຊາດປະຈຳ ສປປ ລາວ ກ່າວວ່າ: ການນຳສະເໜີ ປຶ້ມໃນຄັ້ງນີ້, ສະແດງໃຫ້ເຫັນວ່າ ຄວາມຫລາກຫລາຍທາງຊີວະພາບ ສາມາດເປັນຕົວຂັບເຄື່ອນຂອງການ ຫັນປ່ຽນຊົນນະບົດ ແລະ ໂອກາດ ທາງເສດຖະກິດທ້ອງຖິ່ນໄດ້ແນວ ໃດ. ຫລັງຈາກນັ້ນ, ທ່ານ ສຸລິວັນ ປັດຕິວົງ ຜູ້ປະສານງານອົງການ IFAD ປະຈໍາ ສປປ ລາວ ໄດ້ໃຫ້ ຂໍ້ສັງເກດວ່າ: ການລິເລີ່ມດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ທີ່ກວ້າງຂວາງຂອງ IFAD ໃນ ການລົງທຶນໃນຈຸດເລີ່ມທຳອິດທີ່ ສໍາຄັນຂອງລະບົບອາຫານແບບ ຍືນຍົງ. ປຶ້ມສະໝຸນໄພດັ່ງກ່າວ, ສະແດງໃຫ້ເຫັນວ່າຄວາມຫລາກ ຫລາຍທາງດ້ານຊີວະພາບບໍ່ພຽງ ແຕ່ເປັນສິ່ງທີ່ຄວນປົກປ້ອງເທົ່ານັ້ນ, ແຕ່ຍັງເປັນສິ່ງທີ່ສ້າງມູນຄ່າໃຫ້ແກ່ ຄົວເຮືອນຊົນນະບົດ, ແມ່ຍິງ ແລະ ຊາວໜຸ່ມ, ວິສາຫະກິດທ້ອງຖິ່ນ ແລະ ລະບົບອາຫານໃນອະນາຄົດ. ຂ່າວ: ທະນູທອງ ກະທົບທີ່ອາດຈະເກີດຂຶ້ນຕໍ່ຄວາມ ຫລາກຫລາຍຂອງຊີວະນາໆພັນ ແລະ ຊຸມຊົນອາໄສຢູ່ເຂດຊົນນະບົດ ຫາກປາສະຈາກເຄື່ອງມື ແລະ ກົນ ໄກທີ່ເໝາະສົມ. ພ້ອມນີ້, ທ່ານ ລັດຖະມົນຕີຍັງໄດ້ເນັ້ນເຖິງຄວາມ ມຸ່ງໝັ້ນຂອງລັດຖະບານພາຍໃຕ້ ຍຸດທະສາດການເຕີບໂຕສີຂຽວ ໃນ ການນໍາເອົາແນວທາງປະຕິບັດທີ່ດີ ທີ່ສຸດຂອງສາກົນມາໃຊ້ ແລະ ເສີມ ສ້າງນິຕິກຳພາຍໃນປະເທດ ເພື່ອ ເປັນທິດຊີ້ນຳການພັດທະນາແບບ ຍືນຍົງ. ພາຍໃຕ້ທິດທາງນະໂຍບາຍ ຂອງລັດຖະບານຕໍ່ການເຕີບໂຕເສດ ຖະກິດສີຂຽວ, ຂໍ້ລິເລີ່ມທີ່ສຳຄັນ ແມ່ນການລົງທຶນ ແລະ ໂຄງການ ພັດທະນາຕ່າງໆ ທີ່ຈະບັນລຸເປົ້າ ໝາຍຜົນໄດ້ຮັບການທົດແທນຊີວະ ນາໆພັນເທົ່າເດີມ ແລະ ຖ້າຫາກມີ ຄວາມເປັນໄປໄດ້, ການເພີ່ມຊີວະ ນາໆພັນ ໂດຍນໍາໃຊ້ລຳດັບມາດຕະ ການຫລຸດຜ່ອນຜົນກະທົບການຜັນ ຂະຫຍາຍການປະຕິບັດນະໂຍບາຍ ນີ້, ຈໍາເປັນຕ້ອງມີດຳລັດ ເພື່ອເປັນ ແນວທາງໃນການດຳເນີນການ. ໂອກາດນີ້, ທ່ານ ນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະ ນາຄານພັດທະນາອາຊີ (ADB) ປະຈຳລາວ ໃຫ້ຮູ້ວ່າ: ການບັນລຸ ຄວາມຫລາກຫລາຍທາງດ້ານຊີ ວະນາໆພັນບໍ່ແມ່ນຂໍ້ຈຳກັດ, ແຕ່ ເປັນໂອກາດທີ່ຈະເພີ່ມທະວີຄວາມ ເຊື່ອໝັ້ນຂອງນັກລົງທຶນ, ເພີ່ມທະວີ ຜົນໄດ້ຮັບຂອງການພັດທະນາ ແລະ ຍົກສູງຖານະຂອງ ສປປ ລາວ ໃນ ການເປັນຜູ້ນໍາໃນພາກພື້ນດ້ານ ການລົງທຶນທີ່ສົ່ງຜົນບວກຕໍ່ທໍາມະ ຊາດ ADB ຍັງຄົງມຸ່ງໝັ້ນທີ່ຈະ ສະໜັບສະໜູນລັດຖະບານລາວ ໃນການຜັນຂະຫຍາຍເປົ້າໝາຍ ນະໂຍບາຍໃຫ້ເປັນແນວທາງແກ້ໄຂ ທີ່ເປັນຮູບປະທຳ ໂດຍຮ່ວມມືຢ່າງ ໃກ້ຊິດກັບບັນດາຜູ້ຄູ່ຮ່ວມພັດທະນາ ແລະ ພາກສ່ວນເຮັດວຽກພັດທະນາ ທີ່ກ່ຽວຂ້ອງ ເພື່ອເພີ່ມທະວີຄວາມ ທົນທານຂອງປະເທດ ແລະ ປົດ ລັອກແກ່ການເຕີບໂຕຢ່າງທົ່ວເຖິງ ແລະ ຍືນຍົງ. ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອຳນວຍການອົງການອະນຸ ລັກສັດປ່າ (WCS) ປະຈຳລາວ ໄດ້ກ່າວວ່າ: ພວກເຮົາໄດ້ເຮັດວຽກ ກັບລັດຖະບານລາວ ແລະ ບັນດາຄູ່ ຮ່ວມມື ເພື່ອກຳນົດແນວທາງການ ປະຕິບັດທີ່ເປັນຮູບປະທໍາໃນການ ສ້າງຄວາມສົມດູນລະຫວ່າງການ ພັດທະນາ ແລະ ການອະນຸລັກ, ການ ປະຕິບັດລໍາດັບມາດຕະຖານການ ຫລຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ ເພື່ອບັນລຸຜົນໄດ້ຮັບການທົດແທນຊີ ວະນາໆພັນເທົ່າເດີມ ຫລື ການເພີ່ມ ຊີວະນາໆພັນແມ່ນຫົນທາງໜຶ່ງທີ່ ສຳຄັນ. ໃນນັ້ນ, ລວມທັງຜ່ານການ ນໍາໃຊ້ຮູບແບບການຍອມຮັບ. ພວກ ເຮົາວາງທິດທາງຂ້າງໜ້າໃນການ ຊ່ວຍຜັນຂະຫຍາຍບັນດາຫລັກການ ເຫລົ່ານີ້ໄປສູ່ລະບົບທີ່ເປັນຮູບປະທຳ ຊຶ່ງຈະສະໜັບສະໜູນການພັດທະ ນາຢ່າງມີຄວາມຮັບຜິດຊອບ, ການ ປົກປ້ອງດູແລຊີວະນາໆພັນທີ່ເຂັ້ມ ແຂງຂຶ້ນ ແລະ ການປົກປັກຮັກສາ ໄລຍະຍາວຕໍ່ກັບຊີວະນາໆພັັນອັນ ອຸດົມສົມບູນຂອງລາວ ພ້ອມດ້ວຍ ຂະແໜງການອະນຸລັກທີ່ເຂັ້ມແຂງ ຂຶ້ນ ໂດຍຄໍານຶງເຖິງການເຕີບໂຕ ທາງເສດຖະກິດທີ່ຍືນຍົງ ແລະ ການ ອະນຸລັກທຳມະຊາດຈະຕ້ອງກ້າວ ໄປພ້ອມກັນ. ຂ່າວ: ກິດຕາ; ພາບ: ເກດສະໜາ ພາ ຈຳນວນ 80 ພັນກວ່າເບ້ຍ. ສຳລັບການຈັດກິດຈະກຳໃນ ວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້, ເຊີນຊວນທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນພ້ອມກັນປູກຕົ້ນໄມ້ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງ ແຕ່ລະທ້ອງຖິ່ນໃຫ້ເນັ້ນໃສ່ເນື້ອ ໃນປຸກລະດົມ ຊຶ່ງການປູກຕົ້ນໄມ້ ແມ່ນສາມາດປູກໄດ້ແຕ່ດຽວນີ້ ຈົນ ຮອດທ້າຍລະດູຝົນໃນບ່ອນທີ່ມີ ເງື່ອນໄຂໃນເນື້ອທີ່ດິນເປົ່າຫວ່າງ ຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກ ສ້າງ, ເດີ່ນໂຮງຮຽນ, ສໍານັກງານ ອົງການ ແລະ ຕາມແຄມທາງຕາມ ເງື່ອນໄຂຕົວຈິງ. ພິເສດປີນີ້, ລັດຖະ ບານໄດ້ຮ່ວມກັບພາກທຸລະກິດຈັດ ກິດຈະກຳຫລາຍຮູບແບບ ໂດຍສະ ເພາະການຈັດງານມະຫະກຳແລ່ນ/ ຍ່າງ ເພື່ອປ່າຂອງພວກເຮົາ ແລະ ອາກາດສົດໄສເນື່ອງໃນໂອກາດວັນ ປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງ ຊາດ ຄົບຮອບ 27 ປີ ໃນລະຫວ່າງ ວັນທີ 29 ພຶດສະພາ ຫາ ວັນທີ 1 ມິຖຸນາ 2026 ເຊີນຊວນທົ່ວປວງ ຊົນພ້ອມກັນເຂົ້າຮ່ວມໃຫ້ເປັນຂະ ບວນຟົດຟື້ນ ຊຶ່ງກິດຈະກຳດັ່ງກ່າວ ຈະເປັນການໃຫ້ຄວາມຮູ້ ແລະ ນໍາ ສະເໜີເຕັກໂນໂລຊີ-ເຄື່ອງມືທັນ ສະໄໝ, ປູກຈິດສຳນຶກໃຫ້ເຫັນເຖິງ ຄວາມສຳຄັນຂອງການຮັກສາປ່າ ໄມ້ ແລະ ສິ່ງແວດລ້ອມ. ຂ່າວ: ກິດຕາ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==