7283

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 26/05/2026 xtgmf]k; ປະກາດສ້າງຕັ້ງ...້ັ້ ຄະນະກໍາມະການປົກປ້ອງ...ໍົ້ ຫາລືກຽມເປັນເຈົ້າພາບ...ືັົ້ ສໍາມະນາບົດບາດ-ໜ້າທີ່...ໍົ້ີ່ ລາວ-ຍີ່ປຸ່ນ...ີຸ່່ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ການຈັດສໍາມະນາຄັ້ງ ນີ້ ເພື່ອຍົກລະດັບຄວາມຮູ້, ຄວາມ ສາມາດ ແລະ ຄວາມເຂົ້າໃຈພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ສະພາແຫ່ງຊາດ, ຍົກສູງຂີດຄວາມ ສາມາດໃຫ້ສະມາຊິກສະພາແຫ່ງ ຊາດ ໃນຖະນະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ, ທັງເປັນການ ສ້າງເງື່ອນໄຂໃຫ້ບັນດາທ່ານສະ ມາຊິກສະພາແຫ່ງຊາດ ໄດ້ມີໂອ ກາດແລກປ່ຽນຄໍາຄິດຄໍາເຫັນເຊິ່ງ ກັນ ແລະ ກັນ ຊຶ່ງກອງປະຊຸມຈະ ໄດ້ພ້ອມກັນແລກປ່ຽນບົດຮຽນ ໃນແຕ່ລະຫົວຂໍ້ຄື: ບົດບາດຂອງ ລັດຖະສະພາໃນການຄຸ້ມຄອງລັດ ດ້ວຍກົດໝາຍ; ຄວາມເຂົ້າໃຈກ່ຽວ ກັບບົດບາດຂອງສະມາຊິກລັດຖະ ສະພາ/ສະພາແຫ່ງຊາດ; ຈາກນະ ໂຍບາຍໄປສູ່ກົດໝາຍຂະບວນການ ນິຕິບັນຍັດໃນການຈັດຕັ້ງປະຕິບັດ; ຂະບວນການສ້າງກົດໝາຍໃນທາງ ປະຕິບັດສະພາບການລັດຖະສະພາ ຂອງສປປລາວ; ການຕິດຕາມກວດ ກາຂອງລັດຖະສະພາຮັບປະກັນ ຄວາມຮັບຜິດຊອບໃນການຈັດຕັ້ງ ປະຕິບັດ; ການຕິດຕາມກວດກາໃນ ສປປ ລາວ ເຄື່ອງມືຂະບວນການ ໃນການຈັດຕັ້ງປະຕິບັດ; ການນໍາໃຊ້ ການຕິດຕາມກວດກາໃນການຈັດ ຕັ້ງປະຕິບັດເຄື່ອງມື, ສິ່ງທ້າທາຍ ແລະ ປະສົບການຈາກລັດຖະສະພາ; ການເປັນຕົວແທນ ແລະ ການ ປົກຄອງແບບມີສ່ວນຮ່ວມ; ການ ເປັນຕົວແທນ ແລະ ການປົກຄອງ ແບບມີສ່ວນຮ່ວມ; ການເປັນຕົວ ແທນແບບລວມສູນ ແລະ ກົນໄກ ທາງສະຖາບັນ; ການພົວພັນກັບ ລັດຖະສະພາສາກົນ ແລະ ການທູດ ລັດຖະສະພາ; ບຸລິມະສິດການພັດ ທະນາແຫ່ງຊາດ ແລະ ບົດບາດ ຂອງລະບົບສະພາ; ການເຊື່ອມໂຍງ ລະຫວ່າງເສດຖະກິດ, ສິ່ງແວດ ລ້ອມ ແລະ ການເງິນສາທາລະນະ; ການສົນທະນາທາງນະໂຍບາຍ ຕາມຫົວຂໍ້ຊັບພະຍາກອນມະນຸດ ແລະ ການພັດທະນາສັງຄົມ; ການ ຈັດຕັ້ງປະຕິບັດ, ສະໜອງງົບປະ ມານ ແລະ ການຕິດຕາມກວດກາ ບຸລິມະສິດແຫ່ງຊາດ; ທັດສະນະ ໃນການລົງພົບປະປະຊາຊົນ (ຜູ້ມີ ສິດເລືອກຕັ້ງ); ທັດສະນະການປະ ກອບຄໍາເຫັນ ແລະ ຊັກຖາມໃນກອງ ປະຊຸມສະໄໝສາມັນຂອງສະພາ; ທັດສະນະການລົງຕິດຕາມກວດກາ ປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບທ່ານ ໂມເຕງິ ໂທຊິ ມິຊຶ (MOTEGI Toshimitsu) ລັດຖະມົນຕີກະຊວງການຕ່າງປະ ເທດຍີ່ປຸ່ນ ໃນອາທິດຜ່ານມາ ທີ່ ກະຊວງການຕ່າງປະເທດຍີ່ປຸ່ນ, ໃນ ໂອກາດເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດງານບຸນລາວ ປະ ຈໍາປີ 2026 ທີ່ນະຄອນຫລວງໂຕ ກຽວ, ປະເທດຍີ່ປຸ່ນ ໃນລະຫວ່າງ ວັນທີ 21-24 ພຶດສະພາ 2026. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາ ຄິດເຫັນກ່ຽວກັບການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍໄດ້ ຕີລາຄາສູງ ແລະ ສະແດງຄວາມ ປິຕິຍິນດີທີ່ເຫັນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມມືຂອງ ສອງປະເທດລາວ ແລະ ຍີ່ປຸ່ນ ໄດ້ ຮັບການຊຸກຍູ້ສົ່ງເສີມ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນທັງໃນສາຍ ລັດ, ການທູດປະຊາຊົນ ແລະ ສາຍ ສະພາ. ສປປ ລາວ ແລະ ຍີ່ປຸ່ນ ໄດ້ ສ້າງຕັ້ງສາຍພົວພັນການທູດນໍາ ກັນໃນວັນທີ 5 ມີນາ 1955 ຊຶ່ງນັບ ຕັ້ງແຕ່ນັ້ນມາການພົວພັນຮ່ວມມື ໃນດ້ານຕ່າງໆຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຂຶ້ນເປັນ ກ້າວໆ. ພິເສດໃນປີ 2025 ຜ່ານ ມາສອງຝ່າຍໄດ້ຮ່ວມກັນສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 70 ປີ ດ້ວຍຜົນ ສໍາເລັດອັນຈົບງາມ, ເຕັມໄປດ້ວຍ ບັນຍາກາດຄຶກຄື້ນ ແລະ ມີເນື້ອໃນ, ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນ ສູງ ໂດຍສະເພາະການຢ້ຽມຢາມ ຍີ່ປຸ່ນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຊີນກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນບັນຫາເສດຖະກິດ-ການ ເງິນ, ບັນຫາເງິນເຟີ້, ຄ່າຄອງຊີບທີ່ ສູງຂຶ້ນ, ບັນຫາຂາດແຄນສະບຽງ ອາຫານ, ນໍ້າມັນເຊື້ອໄຟ ແລະ ຜົນ ກະທົບຈາກໄພພິບັດທາງທໍາມະ ຊາດ. ບັນຫາເຫລົ່ານີ້ໄດ້ສົ່ງຜົນ ກະທົບໂດຍກົງຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ຜູ້ອອກແຮງງານ ໂດຍສະເພາະ ແມ່ນກຸ່ມຄົນທີ່ທຸກຍາກ ແລະ ດ້ອຍ ໂອກາດ. ວຽກງານປົກປ້ອງສັງຄົມ ແມ່ນນະໂຍບາຍທີ່ສໍາຄັນ ແລະ ຈໍາ ເປັນຂອງລັດຖະບານໃນການສະ ໜັບສະໜູນໃຫ້ປະຊາຊົນຫລຸດພົ້ນ ຈາກຄວາມທຸກຍາກ, ປ້ອງກັນບໍ່ໃຫ້ ຕົກເຂົ້າສູ່ຄວາມທຸກຍາກຊໍ້າເຮື້ອ, ຫລຸດຜ່ອນຄວາມດ້ອຍໂອກາດ ແລະ ສ້າງຄວາມໝັ້ນຄົງທາງດ້ານສັງຄົມ ເພື່ອໃຫ້ທຸກຄົນໄດ້ຮັບການບໍລິການ ຂັ້ນພື້ນຖານ, ມີລາຍໄດ້, ມີສຸຂະພາບ ຢ່າງທົ່ວເຖິງ ແລະ ເປັນທໍາ. ກອງປະຊຸມຄັ້ງນີ້, ຈະໄດ້ຮ່ວມ ກັນສະຫລຸບຕີລາຄາຢ່າງເລິກເຊິ່ງ ກ່ຽວກັບການຈັດຕັ້ງປະຕິບັດຍຸດ ທະສາດປົກປ້ອງສັງຄົມແຫ່ງຊາດ ໄລຍະ 1 ປີຜ່ານມາ, ຄົ້ນຄວ້າຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ເພື່ອຊອກຫາວິທີການ ແລະ ມາດ ຕະການແກ້ໄຂໃຫ້ມີປະສິດທິພາບ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຈະໄດ້ ຮ່ວມກັນພິຈາລະນາ ແລະ ຮັບຮອງ ເອົາຮ່າງບົດສະຫລຸບການຈັດຕັ້ງ ປະຕິບັດຍຸດທະສາດການປົກປ້ອງ ສັງຄົມ ປະຈໍາປີ 2025 ແລະ ທິດ ທາງແຜນການປີ 2026. ຂໍ້ມູນ-ພາບ: ຂ່າວສານ ຮສສ ຂປລ. ໃນວັນທີ 19 ພຶດສະພາ 2026 ທີ່ຜ່ານມາ, ທີ່ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ສະໂລວາກີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາ ຕັ້ງຕໍ່ທ່ານ Peter Pel legrini ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ສະໂລວາກີ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະ ນະລັດ ສະໂລວາກີ ໂດຍມີສໍານັກ ງານຕັ້ງຢູ່ນະຄອນຫລວງວຽນ ປະ ເທດ ໂອຕຣິດ. ໃນການພົບປະໂອ້ລົມ, ທ່ານ Peter Pellegrini ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ຄໍາແພງ ດວງທອງລາ ທີ່ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສະໂລວາກີ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະ ກອບສ່ວນສົ່ງເສີມການພົວພັນ ຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ, ພ້ອມທັງອວຍພອນໃຫ້ທ່ານເອກ ອັກຄະລັດຖະທູດ ປະສົບຜົນສໍາ ເລັດໃນການປະຕິບັດໜ້າທີ່ອັນມີ ກຽດ. ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດກໍໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາ ເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ເເຫ່ງ ສປປ ລາວ ມາຍັງທ່ານ Peter Pellegrini ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສະໂລວາກີທຸກທົ່ວໜ້າ. ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ມີມາ ຢ່າງຍາວນານລະຫວ່າງສອງປະ ເທດ ຊຶ່ງປີນີ້ໄດ້ໝູນວຽນຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລາວ-ສະໂລວາກີ. ພ້ອມດຽວກັນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດເຫັນໃນການເພີ່ມ ທະວີການພົວພັນຮ່ວມມືໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ເພື່ອ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດໃຫ້ແຕກດອກ ອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ສະໂລວາກີ ໄດ້ສ້າງຕັ້ງສາຍ ພົວພັນການທູດນໍາກັນໃນວັນທີ 5 ກັນຍາ 1962. ສອງປະເທດ ໄດ້ຕິດຕໍ່ພົວພັນກັນຢ່າງເປັນປະ ຈໍາ ໂດຍມີການແລກປ່ຽນການ ຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ຄະນະຜູ້ແທນຕ່າງໆ, ການສະໜັບ ສະໜູນເຊິ່ງກັນ ແລະ ກັນໃນຂອບ ຫລາຍຝ່າຍ ແລະ ອື່ນໆ. ປະທານຂອງສະຫາຍ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ມີບັນດາ ຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງກະຊວງ ແລະ ນາຍຕໍາ ຫລວດທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ສະຫາຍ ພັອ ພອນເພັດ ແສງສີລິຈັນ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດສ້າງຕັ້ງວິທະ ຍາໄລພະລາທິການປ້ອງກັນຄວາມ ສະຫງົບ ແລະ ຂໍ້ຕົກລົງວ່າດ້ວຍ ການກໍານົດໂຄງຮ່າງການຈັດຕັ້ງ ຂອງວິທະຍາໄລພະລາທິການກົມ ໃຫຍ່ການເມືອງ ປກສ ຊຶ່ງໂຄງ ປົກຄອງນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ບັນດາ ເມືອງອ້ອມຂ້າງນະຄອນຫລວງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກ ໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບ ແລະ ການ ເປັນປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນ ທີ 3 (3RC-CCM) ຊຶ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ ນະຄອນຫລວງ ວຽງຈັນ ໂດຍສະເພາະໄດ້ຍົກໃຫ້ ເຫັນເນື້ອໃນສຳຄັນຂອງກອງປະຊຸມ ທົບທວນດັ່ງກ່າວ ກໍຄື ການສົ່ງເສີມ ການຈັດຕັ້ງປະຕິບັດສົນທິສັນຍາ CCM, ການຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ການສ້າງພາບພົດທີ່ດີຂອງ ສປປ ລາວ ໃນການເປັນເຈົ້້າພາບກອງປະ ຊຸມດັ່ງກ່າວ ໂດຍສະເພາະໃນການ ຕ້ອນຮັບແຂກຕ່າງປະເທດ, ຄະນະ ທາງການຈາກປະເທດລັດພາຄີ ທີ່ ຈະເຂົ້າຮ່ວມຫລາຍກວ່າ 900 ທ່ານ. ພ້ອມທັງໄດ້ສະເໜີໃຫ້ທຸກ ພາກສ່ວນ ກໍຄື ບັນດາອະນຸກຳມະ ການຕ່າງໆທີ່ກ່ຽວຂ້ອງລວມທັງ ການເປັນເຈົ້າພາບຮ່ວມກັນຂອງ ທົ່ວສັງຄົມພ້ອມກັນເອົາໃຈໃສ່ໃນ ການຈັດຕັ້ງປະຕິບັດວຽກງານຕາມ ພາລະບົດບາດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງແນໃສ່ ເຮັດໃຫ້ການກະກຽມກອງປະຊຸມ ສາມາດຮັບປະກັນຄວາມພ້ອມໃນ ທຸກໆດ້ານ ແລະ ຮັບປະກັນໄດ້ຜົນ ສຳເລັດໃນການຈັດກອງປະຊຸມທົບ ທວນດັ່ງກ່າວຢ່າງຈົບງາມ. ພ້ອມນີ້, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາປະທານ ຄະນະກຳມະການຄຸ້ມຄອງເເຫ່ງ ຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ ທັນເເຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມຄືບໜ້າ, ຈຸດ ປະສົງຫລັກຂອງການເປັນເຈົ້າ ພາບ ແລະ ການເປັນປະທານກອງ ປະຊຸມ 3RC-CCM ໂດຍສະເພາະ ການກະກຽມດ້ານເນື້ອໃນກອງ ປະຊຸມ, ການກະກຽມເເຜນການ ນໍາພາຄະນະຜູ້ແທນໄປຢ້ຽມຢາມ ພາກສະໜາມທີ່ແຂວງຫລວງພະ ບາງ ເພື່ອໃຫ້ບັນດາຄະນະຜູ້ແທນ ໄດ້ເຫັນການປະຕິບັດງານຕົວຈິງໃນ ການເກັບກູ້ລະເບີດ, ການໂຄສະນາ ສຶກສາຄວາມສ່ຽງໄພຈາກລະເບີດບໍ່ ທັນແຕກທີ່ຕົກຄ້າງ ແລະ ວຽກງານ ການຊ່ວຍເຫລືອຜູ້ເຄາະຮ້າຍຢູ່ ສປປ ລາວ. ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງ ປະຊຸມຍັງໄດ້ປຶກສາຫາລືກັນຢ່າງ ລະອຽດຮອບຄອບກ່ຽວກັບການ ປະຕິບັດໜ້າທີ່ວຽກງານໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ ກໍຄື ບັນດາໜ້າວຽກຂອງແຕ່ລະ ອະນຸກຳມະການທີ່ກ່ຽວຂ້ອງທີ່ຈະ ຕ້ອງໄດ້ເລີ່ມກະກຽມໃຫ້ສຳເລັດ ກ່ອນກອງປະຊຸມ, ພ້ອມທັງໄດ້ມີ ການປຶກສາຫາລືກ່ຽວກັບການກໍາ ນົດໜ້າວຽກລະອຽດ ແລະ ການ ຈັດສັນງົບປະມານທີ່ເໝາະສົມສຳ ລັບການກະກຽມໃຫ້ແກ່ການຈັດ ກອງປະຊຸມ 3RC-CCM, ລວມ ທັງການວາງແຜນວຽກທີ່ສຳຄັນ ເປັນຕົ້ນວຽກງານພິທີການ, ການ ກຽມສະຖານທີ່ຈັດກອງປະຊຸມ, ການບໍລິການດ້ານພາຫະນະຮັບສົ່ງຄະນະຜູ້ແທນ, ການຄັດເລືອກ ຜູ້ຊ່ວຍວຽກ ແລະ ອາສາສະໝັກ, ວຽກງານປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ວຽກງານໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານ, ການ ຈັດວາງສະແດງ, ການກະກຽມ ດ້ານວັດທະນະທໍາ ແລະ ບາງວຽກ ງານທີ່ກ່ຽວຂ້ອງອື່ນໆ. ສປປ ລາວ ໄດ້ລົງນາມໃນສົນ ທິສັນຍາ CCM ໃນວັນທີ 3 ທັນວາ 2008 ແລະ ໄດ້ໃຫ້ສັດຕະຍາບັນ ໃນວັນທີ 13 ມີນາ 2009, ພ້ອມ ທັງໄດ້ເປັນເຈົ້້າພາບຈັດກອງປະຊຸມ ລັດພາຄີສົນທິສັນຍາ CCM ຄັ້ງທີ 1 ໃນລະຫວ່າງວັນທີ 9-12 ພະຈິກ 2010. ກອງປະຊຸມທົບທວນຄືນຂອງ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຫລື CCM ແມ່ນຈັດຂຶ້ນໃນທຸກໆ 5 ປີ ເພື່ອເປັນ ເວທີຫລັກໃຫ້ແກ່ບັນດາລັດພາຄີ ໃນການປະເມີນການຈັດຕັ້ງປະຕິ ບັດສົນທິສັນຍາ, ເຈລະຈາແຜນ ປະຕິບັດງານຄັ້ງຕໍ່ໄປ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ສາກົນ. ສປປ ລາວ ໄດ້ຮັບການ ສະໜັບສະໜູນຈາກບັນດາລັດພາຄີ ຢ່າງເປັນເອກະພາບໃຫ້ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມ 3RC-CCM ໃນຄັ້ງນີ້ ຊຶ່ງຖືເປັນ ຂີດໝາຍທີ່ສຳຄັນສຳລັບປະເທດທີ່ ຍັງຄົງໄດ້ຮັບຜົນກະທົບຈາກລະເບີດ ລູກຫວ່ານຫລາຍທີ່ສຸດໃນໂລກ ແລະ ມີຄວາມໝາຍຄືກັບ “ການ ກັບຄືນສູ່ບ້ານ” ຂອງສົນທິສັນຍາ ສະບັບນີ້. ພາບ: ທະນູທອງ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ການສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ເຈົ້າຍິງ ໄອໂກະ ຊຶ່ງ ສປປ ລາວ ເປັນປະເທດທໍາອິດໃນ ການຢ້ຽມຢາມທາງການຢູ່ຕ່າງ ປະເທດຂອງພະອົງ. ພ້ອມກັນນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ, ລວມທັງ ການຈັດຕັ້ງຜັນຂະຫຍາຍຜົນການ ພົບປະຂອງສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໃນເດືອນມັງກອນ 2025 ຜ່ານມາ, ກໍຄື ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານ ລາວຍີ່ປຸ່ນ ໃຫ້ແໜ້ນແຟ້ນ ແລະ ເລິກ ເຊິ່ງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ນອກ ນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດເຫັນຕໍ່ສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ. ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິຊຶ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຍີ່ປຸ່ນ ຂອງຄະນະຜູ້ແທນ ສປປ ລາວ ໃນ ຄັ້ງນີ້. ຂະນະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ດັ່ງກ່າວ ແລະ ໄດ້ສະແດງຄວາມ ພ້ອມທີ່ຈະເຮັດວຽກຮ່ວມກັບທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິຊຶ ເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການ ເຫັນດີເປັນເອກະພາບຂອງການນໍາ ລາວ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຜັນຂະຫຍາຍການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ, ພ້ອມ ທັງໄດ້ເຊື້ອເຊີນທ່ານລັດຖະມົນຕີ ໂມເຕງິ ໂທຊິມິຊຶ ຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ. ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ ຕີລາຄາສູງຕໍ່ຜົນສໍາເລັດຂອງກອງ ປະຊຸມສຸດຍອດ AZEC Plus ກ່ຽວກັບຄວາມເຂັ້ມແຂງດ້ານພະ ລັງງານໃນເດືອນເມສາ 2026 ຜ່ານມາ ເພື່ອສະໜັບສະໜູນບັນດາ ປະເທດໃນອາຊີຮັບມືກັບວິກິດການ ດ້ານພະລັງງານໃນໄລຍະສັ້ນ ແລະ ໄລຍະຍາວ ກໍຄື ການພັດທະນາ AZEC 2.0 ໂດຍກວມເອົາວິໄສ ທັດການສ້າງຄວາມເຂັ້ມແຂງດ້ານ ພະລັງງານ ແລະ ເສດຖະກິດໄປ ຄຽງຄູ່ກັນ. ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະ ຫລອດໄລຍະຜ່ານມາອັນໄດ້ປະ ກອບສ່ວນສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຕົ້ນການພັດທະນາ ຊັບພະຍາກອນມະນຸດ, ພື້ນຖານ ໂຄງລ່າງ, ສາທາລະນະສຸກ, ກະ ສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ ໄຈກາ ມາປະຕິບັດໜ້າທີ່ຢູ່ບັນດາ ຂະແໜງການຂອງລາວ ທັງໃນ ສູນກາງ ແລະ ທ້ອງຖິ່ນ. ພິເສດ ແມ່ນການຊ່ວຍເຫລືອໃນໂຄງການ ມະນຸດສະທໍາເກັບກູ້ລະເບີດບໍ່ທັນ ແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ພ້ອມນັ້ນ, ຍັງໄດ້ແຈ້ງ ແລະ ເຊື້ອເຊີນຝ່າຍຍີ່ປຸ່ນ ເຂົ້າຮ່ວມກອງ ປະຊຸມທົບທວນສົນທິສັນຍາວ່າ ດ້ວຍການເກືອດຫ້າມລູກຫວ່ານ ຮອບວຽນທີ 3 (3RC CCM) ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນເດືອນກັນຍາ 2026 ທີ່ນະຄອນຫລວງວຽງຈັນ. ນອກນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງ ໄດ້ແຈ້ງຄູ່ຮ່ວມຕຳແໜ່ງຊາບວ່າ ສປປ ລາວ ຈະຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາໃນປີນີ້ ແລະ ກຳລັງຈັດຕັ້ງປະ ຕິບັດແຜນຍຸດທະສາດວ່າດ້ວຍການ ຂ້າມຜ່ານ ເພື່ອຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຢ່າງຍືນຍົງ ແລະ ໂລ່ງລ່ຽນ ໄລຍະ 2026-2029, ຫວັງຢ່າງ ຍິ່ງວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນ ການຈັດຕັ້ງປະຕິບັດແຜນຍຸດທະ ສາດດັ່ງກ່າວ. ການຈັດຕັ້ງປະຕິບັດລັດຖະທໍາມະ ນູນ, ກົດໝາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ. ໃນຕອນທ້າຍ, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຮຽກ ຮ້ອງໃຫ້ບັນດາທສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ພາກສ່ວນ ທີ່ກ່ຽວຂ້ອງທີ່ໄດ້ເຂົ້າຮ່ວມກອງ ປະຊຸມຄັ້ງນີ້ ຈົ່ງຍົກສູງຄວາມຮັບ ຜິດຊອບການເມືອງ, ສຸມໃສ່ຄົ້ນ ຄວ້າ, ແລກປ່ຽນບົດຮຽນທີ່ນໍາມາ ຖ່າຍທອດໃນຄັ້ງນີ້ ໃຫ້ຮັບຮູ້ເຂົ້າໃຈ ແຈ້ງ ແລະ ເລິກເຊິ່ງ ເພື່ອຮັບປະກັນ ການເຮັດໜ້າທີ່ການເມືອງຂອງ ຕົນໃຫ້ນັບມື້ດີຂຶ້ນກວ່າເກົ່າສົມກັບ ຄວາມໄວ້ວາງໃຈໃນຖານະເປັນຕົວ ແທນຂອງປະຊາຊົນ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ຮ່າງການຈັດຕັ້ງໃໝ່ນີ້ ປະກອບມີ 7 ຫ້ອງ, 2 ຄະນະວິຊາ. ໃນນີ້, ມີ ພະແນກຂຶ້ນກັບບັນດາຫ້ອງ ແລະ ຄະນະວິຊາ ທັງໝົດ 39 ພະແນກ. ພ້ອມກັນນີ້, ກໍໄດ້ຜ່ານຂໍ້ຕົກລົງ ວ່າ ດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ນາຍຕຳຫລວດທີ່ຂຶ້ນກັບກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ ຢູ່ວິທະຍາໄລພະ ລາທິການ ປກສ. ເພື່ອເປັນການ ປັບປຸງກົງຈັກການນໍາພາ-ບັນຊາ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມ ແຂງ, ລັດຖະມົນຕີກະຊວງ ປກສ ໄດ້ຕົກລົງແຕ່ງຕັ້ງຄະນະອໍານວຍ ການຊຸດໃໝ່ ໂດຍແຕ່ງຕັ້ງສະຫາຍ ພັອ ມີໄຊ ໄຊສົງຄາມ ເປັນຫົວໜ້າ ອຳນວຍການວິທະຍາໄລພະລາ ທິການ ປກສ; ສະຫາຍ ພັທ ພຸດທອນ ສົມມະນີວັນ, ສະຫາຍ ພັທ ຍອດຊາຍ ດວງສີຫາລາດ, ສະຫາຍ ພັທ ສຸພາສິດ ນັນທະວົງ ແລະ ສະຫາຍ ພັທ ຄໍາໃສ ຊາຍຜາ ເປັນຮອງຫົວ ໜ້າອຳນວຍການວິທະຍາໄລພະລາ ທິການ ປກສ. ໂອກາດນີ້, ສະຫາຍພົຈວຫຸມພັນ ຜິວເຂັມພອນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ໃນ ເທື່ອນີ້, ພ້ອມທັງເນັ້ນໃຫ້ຄະນະອໍາ ນວຍການຊຸດໃໝ່ ແລະ ພະນັກງານ ທົ່ວວິທະຍາໄລ ເພີ່ມທະວີຄວາມຮັບ ຜິດຊອບ, ຍົກສູງຄວາມຮູ້ຄວາມ ສາມາດ, ເອົາໃຈໃສ່ນໍາພາ-ຊີ້ນຳ ວຽກງານວິຊາສະເພາະ ໂດຍສະ ເພາະການສ້າງ ແລະ ພັດທະນາບຸກ ຄະລາກອນດ້ານພະລາທິການໃຫ້ ມີຄຸນນະພາບ, ມີລະບຽບວິໄນເຂັ້ມ ງວດ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຢ່າງມີຜົນສໍາເລັດ. ຂໍ້ມູນ-ພາບ: ເພສຄວາມສະຫງົບ m6 f]k;pnj olko8k8A '8 xtmkokmy [= fu lkmk]tot]a f lt3];kdu +

RkJQdWJsaXNoZXIy MTc3MTYxMQ==