7278

19/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d [5 o[A 'w2 ໂດຍ: ອົ່ນົ່ *ນັບແຕ່ສະໄໝບູຮານພໍຕົກມາ ເດືອນ 6 ລາວ ເປັນໄລຍະຕົ້ນຝົນ ປະຊາຊົນລາວບັນດາເຜົ່າ ໂດຍ ສະເພາະຊາວໄຮ່ຊາວນາ ກະກຽມ ລົງໄຮ່ລົງນາເພື່ອທຳການຜະລິດ ໃຫ້ຖືກຕາມລະດູການ ແລະ ຕາມ ປະເພນີທີ່ສືບທອດກັນມາຈະໄດ້ມີ ບຸນບັ້ງໄຟທີ່ຖືວ່າເປັນປາງບຸນໃຫຍ່ ໜຶ່ງໃນຮີດສິບສອງຄອງສິບສີ່ຂອງ ປະເພນີລາວຈັດຂຶ້ນທຸກໆປີຫລັງ ບຸນປີໃໝ່ໂດຍເຊື່ອກັນວ່າເປັນພິທີກໍາ ຄອບໄຂວ່ເທວະດາຟ້າແຖນ ເພື່ອຂໍ ຝົນໃຫ້ຕົກຕາມລະດູການໃຫ້ພືດພັນ, ຜົນລະປູກຈະເລີນງອກງາມ. ຄຳວ່າ “ບຸນຟັ້ງໄຟ” ໝາຍເຖິງ ບັ້ງ ຫລື ກະບອກທີ່ເຮັດດ້ວຍໝື້ຕອກ ໃຫ້ແໜ້ນເປັນບັ້ງຈະມີຊື່ແຕກຕ່າງ ເຊັ່ນ: ບັ້ງໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ໝື່ນແສນ ໂດຍ ກຳນົດເຮັດໃນເດືອນຂຶ້ນ ຫລື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນ ຂປລ. ງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະ ລິດຕະພັນ ແລະ ສິນຄ້າຄອບຄົວຕົວ ແບບຂອງນະຄອນຫລວງວຽງຈັນ (ນວ) ຄັ້ງທີ XII ກໍເປັນອີກງານ ໜຶ່ງທີ່ຈັດຂຶ້ນເພື່ອສົ່ງເສີມຜູ້ປະກອບ ການຄົນລາວ ໂດຍການນໍາເອົາ ສິນຄ້າມາວາງສະແດງ-ຂາຍ ໃຫ້ ສັງຄົມໄດ້ຮູ້ຈັກຫລາຍຂຶ້ນ. ພ້ອມ ດຽວກັນກໍເປັນການເພີ່ມຕະຫລາດ ຈໍາໜ່າຍອີກດ້ວຍເນື່ອງຈາກວ່າໃນ ແຕ່ລະມື້ມີແຂກຄົນເຂົ້າມາທ່ຽວຊົມ ຢ່າງຫລວງຫລາຍ. ໂດຍການວາງ ສະແດງໃນຄັ້ງນີ້ກໍມີສິນຄ້າຫລາກ ຫລາຍລາຍການເປັນຕົ້ນແມ່ນຫັດ ຖະກໍາເຄື່ອງນຸ່ງຫົ່ມ, ອາຫານ, ຢາ ພື້ນເມືອງ ແລະ ອື່ນໆ ເຊິ່ງແຕ່ລະ ຜະລິດຕະພັນກໍໄດ້ຮັບຜົນຕອບຮັບ ຢ່າງດີເໝືອນກັບຜະລິດຕະພັນ MaDam Mong ຜະລິດຕະພັນ ຢາພື້ນເມືອງ ເນັ້ນການຜະລິດປອດ ສານຜິດ ແລະ ເປັນມິດຕໍ່ສຸຂະພາບ. ທ່ານ ນາງ ມ໋ອງ ບົວຄຳດີ ໃຫ້ ສຳພາດບໍ່ດົນມານີ້ວ່າ: MaDam Mong ແມ່ນຜະລິດຕະພັນຢາ ພື້ນເມືອງ ຊຶ່ງເປັນສິນຄ້າທີ່ໄດ້ຮັບ ກາໝາຍໂອດັອບເມືອງໄຊເສດຖາ ນະຄອນຫລວງວຽງຈັນ ທີ່ໄດ້ເລີ່ມ ດຳເນີນການຜະລິດມາແຕ່ປີ 2014 ແລະ ໄດ້ຮັບກາໝາຍໂອດັອບມາ ແລ້ວ 3 ປີ, ສ່ວນຈຸດເດັ່ນຂອງຜະ ລິດຕະພັນແມ່ນການນຳໃຊ້ວັດຖຸດິບ ພາຍໃນປະເທດ ແລະ ປູກເອງເຊັ່ນ: ຫຍ້າເອັນຢືດສະໝຸນໄພພື້ນບ້ານ -u ;y f{;a fmtotme u y a ;y mu ]h P'vj Po.o|v'fy o ຂປລ. ການລ້ຽງອ່ຽນໃນໜອງ ດິນແມ່ນວິທີການແບບທຳມະຊາດ ທີ່ຊ່ວຍໃຫ້ອ່ຽນເຕີບໂຕໄດ້ດີ, ຕົ້ນ ທຶນຕໍ່າ. ການລ້ຽງໃນໜອງດິນອ່ຽນ ອາດສູນຫາຍໄປປະມານ 20%, ແຕ່ ປ່ອຍໃສ່ໃນໜອງ ຫລັງຈາກນັ້ນ ນໍາເອົາລູກອ່ຽນທີ່ມີຂະໜາດດຽວ 1.000 ໂຕຕໍ່ໜອງ ແລະ ຄວນປ່ອຍ ອ່ຽນໃນຕອນແລງທີ່ອາກາດເຢັນ. ອາຫານ ແລະ ການບົວລະບັດ ຮັກສາ: ປະເພດອາຫານອ່ຽນມີ ຫອຍເຊີຣີບົດ, ປານ້ອຍບົດ, ໄສ້ ເດືອນ ຫລື ອາຫານເມັດຈົມທີ່ມີ ໂປຣຕີນສູງ ແລະ ເວລາໃຫ້ອາຫານ ຄວນໃຫ້ຕອນແລງ ຫລື ຄໍ່າ ມື້ລະ 1 ຄັ້ງ ເພາະອ່ຽນມັກກິນອາຫານຕອນ ກາງຄືນ. ພ້ອມນັ້ນ ຄວນປ່ຽນຖ່າຍ ນ້ຳທຸກໆ 1-2 ອາທິດ ໂດຍການ ລະບາຍນ້ຳເກົ່າອອກ 1/3 ແລ້ວຕື່ມ ນ້ຳໃໝ່ເຂົ້າໄປ ເພື່ອປ້ອງກັນນ້ຳເນົ່າ ເສຍ. ການລ້ຽງອ່ຽນໃນໜອງດິນ ໃຊ້ເວລາ 6-8 ເດືອນ ກໍສາມາດນຳ ອ່ຽນອອກຂາຍໄດ້. ກໍ່ສະດວກສຳລັບຜູ້ທີ່ມີບັນຫາເລື່ອງ ການສ້າງອ່າງ ແລະ ວິທີນີ້ກໍເປັນ ວິທີທີ່ງ່າຍເໝາະສຳລັບປະຊາຊົນທີ່ ຢູ່ໃກ້ແຫລ່ງນໍ້າ ໂດຍວິທີການລ້ຽງ ມີດັ່ງນີ້: ຂຸດໜອງຂະໜາດ 4 x 6 ແມັດ, 2x4 ແມັດ ຫລື 2x6 ແມັດ ເພື່ອງ່າຍໃນການເບິ່ງແຍງ ແລະ ສະ ຖານທີ່ບ່ອນສ້າງໜອງຄວນເປັນ ດິນໜຽວນໍ້າບໍ່ຖ້ວມຂຸດໜອງເລິກ ປະມານ 1 ແມັດ, ຫລັງຈາກນັ້ນ ເອົາໄມ້ມາເຮັດໂຄງສູງຈາກໜ້າດິນ 2 ແມັດ ກວມເອົາໜອງ ແລະ ກວ້າງ ກາຍແຄມໜອງອອກໄປປະມານ 30-50 ຊັງຕີແມັດ ແລ້ວເອົາຜ້າ ແຍ່ງຂຽວປົກຄຸມ, ຈາກນັ້ນເອົາດິນ ຖົມສົ້ນແພໃຫ້ແຈບຂຸດຮ່ອງອ້ອມ ໜອງເພື່ອບໍ່ໃຫ້ນໍ້າຝົນໄຫລເຂົ້າ ຖ້ວມໜອງ ແລະ ເຮັດທາງເຂົ້າອອກໄດ້ສະດວກແລ້ວເອົາເຟືອງ ແຫ້ງ (ເຟືອງເກົ່າ) ໃສ່ລົງໄປແຈ ໃດແຈໜຶ່ງໃຫ້ໜາ 50 ຊັງຕີແມັດ ຂະໜາດ1/3 ຂອງໜອງ, ເອົາຝຸ່ນ ຄອກແຫ້ງໃສ່ທັບລົງໄປໜາ 20 ຊັງ ຕີແມັດ ປະໄວ້ 2-3 ມື້ ຖ້ານໍ້າເນົ່າກໍ ຕ້ອງປ່ຽນນໍ້າອອກແລ້ວເອົານໍ້າໃສ່ ໃໝ່ໃຫ້ພຽງກອງອາຫານແລ້ວເອົາ ໄມ້ທີ່ເປັນໂກນ ຫລື ບັ້ງໄມ້ໄຜ່ໃສ່ໃນ ໜອງ, ເອົາຜັກຕົບ, ຜັກບົ້ງໃສ່ໃນ ໜອງສ່ວນທີ່ບໍ່ແມ່ນກອງອາຫານ ແລ້ວເອົາໄມ້ຂັ້ນລະຫວ່າງກອງອາ ຫານ ແລະ ຜັກໃຫ້ເປັນຫວ່າງ ເພື່ອ ສະດວກໃນການໃຫ້ອາຫານ ແລະ ກ່ອນເອົາອ່ຽນລົງລ້ຽງຄວນປ່ອຍ ປາຫາງນົກຍຸງ, ປາກັດ, ກຸ້ງຝອຍ zt]y f8tra o MaDam Mong goA odkozt]y fxvflkozy f c]t gxa o,y f8l5 + 0trk[ ຕ່າງໆ ເພື່ອໃຫ້ໄດ້ສິນຄ້າທີ່ປອດ ສານພິດ ແລະ ເປັນມິດຕໍ່ສຸຂະພາບ. ສຳລັບການເຂົ້າຮ່ວມງານຄັ້ງນີ້ ແມ່ນໄດ້ນຳເອົາສິນຄ້າມາຈຳໜ່າຍ ຫລາຍກວ່າ 20 ຊະນິດເຊັ່ນ: ຢາ ສະຜົມ, ຢາຄັ້ນເສັ້ນເອັນຢືດ, ຜົງ ຂີ້ໝິ້ນ, ຜະລິດຕະພັນແປຮູບຈາກ ໝາກໄມ້ທຳມະຊາດ ແລະ ອື່ນໆ ບັນດາສິນຄ້າເຫລົ່ານີ້ລ້ວນແຕ່ເປັນ ສິນຄ້າທີ່ໄດ້ຮັບຄວາມນິຍົມຈາກ ລູກຄ້າມາແລ້ວ ຊຶ່ງສິນຄ້າຫລາຍ ຊະນິດໄດ້ຮັບການບອກຕໍ່ຈາກຜູ້ໃຊ້ ຕົວຈິງ ໂດຍການຜະລິດແມ່ນເນັ້ນ ສະໝຸນໄພທຳມະຊາດ ມີຄວາມ ປອດໄພຕໍ່ຜູ້ຊົມໃຊ້ ແລະ ປັດຈຸບັນ ຄວາມຕ້ອງການຂອງຕະຫລາດ ມີສູງຂຶ້ນຢ່າງຕໍ່ເນື່ອງຈົນກຳລັງ ການຜະລິດດ້ວຍແຮງງານຄົນ ເລີ່ມບໍ່ພຽງພໍ, ໃນອະນາຄົດມີແຜນ ຂະຫຍາຍການຜະລິດໂດຍການ ນຳເຄື່ອງຈັກເຂົ້າມາຊ່ວຍເພື່ອເພີ່ມ ປະສິດທິພາບ ແລະ ຕອບສະໜອງ ຄວາມຕ້ອງການຂອງລູກຄ້າໃຫ້ ທັນເວລາ. ທ່ານ ນາງ ມ໋ອງ ເວົ້າເສີມວ່າ: ອາຊີບຜະລິດຢາພື້ນເມືອງຍັງເປັນ ສິ່ງທີ່ທ້າທາຍຫລາຍໃນບ້ານເຮົາ ຍ້ອນສັງຄົມຍັງບໍ່ຍອມຮັບ ຫລື ເປີດ ໃຈໃຊ້ຫລາຍເທົ່າທີ່ຄວນ ແຕ່ຕົນເອງ ກໍບໍ່ເຄີຍທໍ້ຖອຍຕໍ່ອຸປະສັກຕ່າງໆ ຊຶ່ງ ໃນທຸກໆປີຈະມີການປັບປຸງ ແລະ ພັດທະນາເພີ່ມຜະລິດຕະພັນໃໝ່ໆ ເພື່ອຕອບໂຈດແກ່ສັງຄົມ. ພ້ອມນີ້ຂໍ ເຊີນຊວນຄົນລາວທຸກຄົນຫັນມາໃຊ້ ຜະລິດຕະພັນລາວໃຫ້ຫລາຍຂຶ້ນເພື່ອ ເຮັດໃຫ້ຜະລິດຕະພັນລາວມີຄວາມ ຍືນຍົງຕະຫລອດໄປ. ເອົາເປັນວ່າ, ຖ້າທ່ານໃດສົນໃຈ ຜະລິດຕະພັນຢາພື້ນເມືອງຂອງ ພວກເຮົາສາມາດຫາຊື້ໄດ້ຕາມຮ້ານ ຂາຍຢາ ແລະ ຊຸບເປີມາເກັດທົ່ວໄປ ພ້ອມທັງເປີດຮັບຕົວແທນຈຳໜ່າຍ ຜູ້ທີ່ສົນໃຈນຳໄປຂາຍຕໍ່ໃນລາຄາ ສົ່ງ ແລະ ສາ ມາດຕິດຕໍ່ສອບຖາມ ເພີ່ມເຕີມໄດ້ທີ່ເບີໂທ 020 5425 5884. ຫລາຍນິຍົມກັນໃນເດືອນຫົກ ຈ່ຶງໃສ່ ຊື່ວ່າບຸນເດືອນຫົກ ຫລື ບຸນບັ້ງໄຟ. ການເຮັດບັ້ງໄຟເລີ່ມຈາກການ ຫາໄມ້ໄຜ່ ຫລື ລຳຕານມາລົນໄຟ, ລຸ ປ້ອງ, ຕາກໃຫ້ແຫ້ງຕອກດ້ວຍໝື້ໃຫ້ ເຕັມແໜ້ນ ຊຶ່ງການເຮັດບຸນບັ້ງໄຟ ຕ້ອງມີຊ່າງຜູ້ຊໍານິຊໍານານມາກໍາ ກັບຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫລື ບໍ່ໄໝ້ອາດເກີດອັນຕະລາຍໄດ້. ກ່ອນ ວັນເຮັດບຸນຈະປຸກຕູບ, ຜາມແລ້ວນິ ມົນພະ ແລະ ເຊີນຊວນພ່ີນ້ອງບ້ານ ໃກ້ຄຽງໃຫ້ມາເຮັດບຸນຂໍຄ້ອງກອງ ແລະ ບັນດານັກຟ້ອນ, ມີການຕ້ອນ ຮັບພະ ລວມໄປເຖິງຍາດພີ່ນ້ອງບ້ານ ອື່ນ ໂດຍນາຍບ້ານຈະແບ່ງເປັນກັນ ສາມ ຫລື ສີ່ເຮືອນຕ້ອນຮັບລ້ຽງດູ ຄ້າຍຄືກັບບຸນພະເຫວດ. ສຳລັບພິທີ ກຳໃນບຸນບັ້ງໄຟນັ້ນຕອນເຊົ້າແມ່ນ ມີການຖວາຍຈັງຫັນໃຫ້ແກ່ພະສົງ ແລ້ວນຳບັ້ງໄຟໄປຈູດທີ່ຄ້າງທີ່ຈັດ ໄວ້ໃນລະຫວ່າງພະສັນຈັງຫັນ, ຊ່າງ ບັ້ງໄຟນຳບັ້ງໄຟມາແຫ່ເພື່ອໃຫ້ຄົນ ມາເບິ່ງອີກ, ຖ້າວ່າບັ້ງໄຟໃດຂຶ້ນ ເຈົ້າຂອງ ແລະ ຍາດໂຍມກໍຈະດີໃຈ ແລ້ວຫາມນາຍຊ່າງໄປລົງນ້ຳ, ແຕ່ ຖ້າບໍ່ຂຶ້ນກໍເອົານາຍຊ່າງລົງຕົມ. ພ້ອມນີ້ຍັງມີການບວດນາກ ແລະ ເຖລາພິເສກຫົດນ້ຳພະສູດ ມົນແລ້ວສັນເພນ, ແຫ່ນາກສູ່ຂວັນ ນາກ, ພະທີ່ນິມົນມາເປັນພະຫັດ ຖະບາດທຸກອົງ, ສ່ວນກາງຄືນເຈົ້າ ສັດທາມີໝອນລວມໄປເຖິງວັດຖຸ ປັດໄຈທອດໃຫ້, ບ່າຍສາມໂມງຈະ ຕີກອງແຫ່ບັ້ງໄຟຮອບຫໍແຈກ ແລະ ສິມ ຊຶ່ງມີມວນຊົນມາເບິ່ງຢ່າງ ຄັບຄາໜ້າແໜ້ນ, ມີການຟ້ອນລໍາ ສະແດງທ່າທາງສຸພາບຮຽບຮ້ອຍ ແລະ ຕະຫລົກເຮຮາຕ່າງໆ, ທັງ ແຕ່ງເປັນເຈົ້ານາຍກໍມີ, ແຕ່ງເປັນ ຜູ້ຍິງຟ້ອນລຳຕ່າງໆ, ແຕ່ງເປັນຍັກ ເປັນໂຂນ, ຕຶກແຫ, ຫາປາ, ຂາຍ ປາ, ອ່ານໜັງສືພິມ ແລະ ເຊີ້ງ. ພໍ ຮອດເວລາກໍເອົາບັ້ງໄຟໄປຄ້າງ, ບັນດານາຍຊ່າງບັ້ງໄຟກໍມີການ ຕີມວຍຫລິ້ນທ່າຕ່າງໆເພື່ອໃຫ້ຄົນ ເບິ່ງ. ແຕ່ປັດຈຸບັນນີ້ ປະເພນີທັງໝົດ ກໍຫາເບິ່ງໄດ້ຍາກແລ້ວອີງຕາມການ ປ່ຽນແປງແຕ່ລະຍຸກແຕ່ລະສະໄໝ, ບາງຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວ ໂດຍອີງໃສ່ຄວາມສະດວກຂອງ ບ້ານນັ້ນໆ ຈະມີພຽງການໄຫວ້, ຈູດ ບັ້ງໄຟ ແລະ ຄົບງັນທໍາມະດາເທົ່າ ນັ້ນ. ປະເພນີບຸນບັ້ງໄຟນີ້ ນອກຈາກ ເປັນການຂໍນໍ້າຂໍຟ້າໃຫ້ຝົນຕົກຕາມ ລະດູການແລ້ວ ຍັງເປັນການສ້າງ ຄວາມສາມັກຄີຂອງບັນດາບ້ານທີ່ ຢູ່ໃກ້ຄຽງມາພົບປະ, ຮ່ວມມ່ວນຊື່ນ ນໍາກັນອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==