@ 0j k; c]t gsfdko j 19/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລັດຖະມົນຕີ ກະຊວງ...ັົີ ນາຍົກລັດຖະມົນຕີ...ົັົີ ກຽກກິດສະຖານ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະ ບານ ແລະ ປະຊາຊົນກຽກກິດສະ ຖານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນ ດ້ານຕ່າງໆຕະຫລອດໄລຍະຜ່ານ ມາ. ໃນເມື່ອກ່ອນ ກໍຄື ສະໄໝອະ ດີດສະຫະພາບໂຊວຽດ ກຽກກິດ ສະຖານ ກໍເປັນໜຶ່ງໃນບັນດາລັດ ອະດີດສະຫະພາບໂຊວຽດ ທີ່ໄດ້ ໃຫ້ການຊ່ວຍເຫລືອທາງດ້ານການ ພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ແລະ ຫວັງວ່າ ສປປ ລາວ ແລະ ກຽກກິດສະຖານ ຈະ ຮ່ວມມືກັນໃນຂອບການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນ ດອນ ຍັງໄດ້ຝາກຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນເຖິງ ທ່ານ ອາດຶນ ເບກ ກາຊືມາລີເຢບ (Adylbek Kasymal iev) ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ກຽກ ກິດສະຖານ ອີກດ້ວຍ. ໃນຂະນະດຽວກັນ, ທ່ານເອກ ອັກຄະລັດຖະທູດ ອານວາ ອານາ ບາເອບ ໃນນາມຜູ້ຕາງໜ້າພິເສດ ຂອງປະທານາທິບໍດີ ກຽກກິດສະ ຖານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງ ໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ກຽກກິດ ສະຖານ ແລະ ລາວ ໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ນຳ ເອົາຄວາມຢື້ຢາມຖາມຂ່າວຈາກ ປະທານາທິບໍດີ ຊາດູ ຊາປາຣົບ (Sadyr Japarov) ເຖິງປະທານ ປະເທດ ທອງລຸນ ສີສຸລິດ ແລະ ເຊື້ອ ເຊີນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ກຽກກິດສະ ຖານ ໃນໂອກາດທີ່ເໝາະສົມ. ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ ດີທີ່ເປັນມູນເຊື້ອມາແຕ່ດົນນານ. ສປປ ລາວ ແລະ ກຽກກິດສະຖານ ໄດ້ສ້າງຕັ້ງສາຍພົວພັນທາງການ ທູດໃນວັນທີ 13 ກໍລະກົດ 1995, ພິເສດໃນປີ 2025 ທີ່ຜ່ານມາ ສອງ ຝ່າຍໄດ້ສະເຫລີມສະຫລອງການ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ ຊຶ່ງສອງຝ່າຍໄດ້ ແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ ທີ່ສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ລະຫວ່າງ ສອງຊາດ ລາວ ແລະ ກຽກກິດສະຖານ. ສອງ ຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຍົກ ເວັ້ນວິຊາສຳລັບຜູ້ຖືໜັງສືຜ່ານ ແດນການທູດ ແລະ ລັດຖະການ ນໍາກັນແລ້ວ ລົງນາມໃນປີ 2016 ເລີ່ມປະຕິບັດ 2017 ຊຶ່ງສະແດງ ອອກໃນການຊຸກຍູ້ຊ່ວຍເຫລືອສະ ໜັບສະໜູນເຊິ່ງກັນແລະກັນໃນພາກ ພື້ນ ແລະ ສາກົນ ຕະຫລອດມາ. ພາບ: ຂັນໄຊ ຮ່ວມພິທີສະເຫລີມສະຫລອງ ວັນ ສ້າງຕັ້ງສາຍພົວພັນການທູດ ລາວຈີນ ຄົບຮອບ 65 ປີ ແລະ ກອງປະ ຊຸມແລກປ່ຽນກ່ຽວກັບການຮ່ວມມື ດ້ານບຸກຄະລາກອນຂ້າມຊາຍແດນ ໃນເຂດບໍ່ຫານ, ມີພາກສ່ວນກ່ຽວ ຂ້ອງ ຂອງນະຄອນຄຸນໝິງ, ຫົວ ໜ່ວຍວິສາຫະກິດເຂດຮ່ວມມືເສດ ຖະກິດບໍ່ເຕັນ-ບໍ່ຫານ ແລະ ພາກ ສ່ວນກ່ຽວຂ້ອງຂອງ 4 ແຂວງ ພາກເໜືອຄື: ແຂວງຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫົວ ພັນ ເຂົ້າຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍ ໄດ້ແລກປ່ຽນຄຳເຫັນ ແລະ ຂໍ້ສະເໜີ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ການຮ່ວມ ມືດ້ານແຮງງານ ແລະ ການປະກັນ ສັງຄົມ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ສປປ ລາວ ແລະ ນະຄອນຄຸນໝີງຂອງ ສປ ຈີນ ໄດ້ລົງນາມຮ່ວມກັນ ໂດຍ ສະເພາະການຮ່ວມມືໃນການສະ ໜອງແຮງງານ ຂ້າມຊາຍແດນ ໃນເຂດຮ່ວມມືເສດຖະກິດພິເສດ ບໍ່ເຕັນ-ບໍ່ຫານ. ພ້ອມນີ້, ສອງຝ່າຍ ຈະສືບຕໍ່ເອົາໃຈໃສ່ໃນການເສີມຂະ ຫຍາຍການຮ່ວມມືໃນຂົງເຂດທີ່ ໄດ້ລົງນາມຮ່ວມກັນໃຫ້ປະກົດຜົນ ເປັນຈິງ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະ ພາບລະຫວ່າງສອງຊາດ ທີ່ມີມາ ຍາວນານ, ການເປັນຄູ່ຮ່ວມມືຍຸດ ທະສາດ, ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ; ສອງຝ່າຍຈະເພີ່ມທະວີ ການຮ່ວມມືພັດທະນາທັກສະສີມື ແຮງງານ, ການຝຶກອົບຮົມພາສາ ແລະ ເຮັດວຽກຮ່ວມກັນ ເພື່ອສົ່ງ ເສີມຄຸນນະພາບ ແລະ ປະສິດທິພາບ ຂອງແຮງງານຂ້າມຊາຍແດນ, ຮ່ວມກັນສົ່ງເສີມການພັດທະນາ ແບບຍືນຍົງ. ໂອກາດດຽວກັນ, ຍັງໄດ້ມີພິທີ ເປີດສູນບໍລິການແຮງງານສາກົນ ລາວ-ຈີນ, ພ້ອມທັງຈັດພິທີເຊັນສັນ ຍາການຮ່ວມມືດ້ານອາຊີວະສຶກສາ ແລະ ສັນຍາບ້ານມິດຕະພາບຕາມ ຊາຍແດນລາວ-ຈີນ ລະຫວ່າງອົງ ການປົກຄອງຕາແສງບໍ່ຫານ ກັບ ພາກສ່ວນກ່ຽວຂ້ອງຂອງ 4 ແຂວງ ພາກເໜືອຂອງລາວ ແລະ ພິທີເຊັນ ສັນຍາໂຄງການລົງທຶນຂອງກຸ່ມ ວິສາຫະກິດຂອງ ສປ ຈີນ ໃນເຂດ ບໍ່ຫານ ຕື່ມອີກ. ນອກຈາກນີ້, ຄະນະຜູ້ແທນຝ່າຍ ລາວ ຍັງໄດ້ໄປເຄື່ອນໄຫວຢ້ຽມ ຢາມເຂດຮ່ວມມືເສດຖະກິດບໍ່ເຕັນບໍ່ຫານ, ຫໍວາງສະແດງພິພິທະພັນ ແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຄຸນໝິງ, ວິທະຍາໄລ ເຕັກນິກການລົດໄຟ ນະຄອນຄຸນ ໝິງ ແລະ ສະຖານທີ່ສໍາຄັນອື່ນໆ ຈໍານວນໜຶ່ງ. ເປັນປະທານຂອງ ທ່ານ ເຫລັກ ໄຫລ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີທ່ານ ຄໍາແຫວນ ປັນຍານຸວົງ ປະທານ ຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ, ມີຄະນະຊີ້ນໍາ ແລະ ຄຸ້ມຄອງໂຄງການກໍ່ສ້າງທາງດ່ວນ ເຂົ້າຮ່ວມ. ໂຄງການກໍ່ສ້າງທາງດ່ວນວຽງ ຈັນ-ຮ່າໂນ້ຍ ຊ່ວງທີ 2 ແຕ່ ເມືອງ ປາກຊັນຫາຊາຍແດນລາວ-ຫວຽດ ນາມ (ແທ້ງຖຸຍ) ເມືອງໄຊຈໍາພອນ ມີຈຸດເລີ່ມຕົ້ນຢູ່ ກມ0+000 (ບ້ານ ທົ່ງໃຫຍ່ ເມືອງປາກຊັນ) ຫາ ຊາຍ ແດນລາວ-ຫວຽດນາມ (ແທ້ງ ຖຸຍ) ເມືອງໄຊຈໍາພອນ ແຂວງບໍລິ ຄຳໄຊ ມີລວງຍາວປະມານ 203,8 ກິໂລແມັດ(ກມ), ກວມເອົາ 4 ຕົວ ເມືອງ, ມີ28ບ້ານ(ເມືອງປາກຊັນ, ບໍລິຄັນ, ວຽງທອງ ແລະ ເມືອງໄຊ ຈໍາພອນ); ໄດ້ເຊັນບົດບັນທຶກສຶກ ສາຄວາມເປັນໄປໄດ້ໂດຍແມ່ນ ບໍລິ ສັດນໍ້າທາ 3 ເອັດ, ໄດ້ເຊັນສັນຍາ ພັດທະນາ (CA) ແບບມີເງື່ອນໄຂ ໃນວັນທີ 15 ຕຸລາ 2025, ອາຍຸ ການກໍ່ສ້າງ 4 ປີ ຮອດ 2029; ກົມ ຂົວທາງ ໄດ້ຮັບຮອງເອົາແບບແຕ້ມ ລະອຽດ ຈໍານວນ 2 ຈຸດ ໃນຮູບ ແບບອອກແບບໄປພ້ອມແລະກໍ່ສ້າງ ໄປພ້ອມ (Design Build) ແຕ່ ກມ 30+000 ຫາ 40+000 ແລະ ກມ 92+000 ຫາ 100+000. ຜ່ານການຈັດຕັ້ງປະຕິບັດແມ່ນ ມີຄວາມຄືບໜ້າພໍສົມຄວນ ໄດ້ ທະລຸແລວທາງເພື່ອເກັບກໍາຂໍ້ມູນ ຕາມແລວທີ່ໄດ້ຮັບຮອງ ສໍາເລັດ ປະມານ 63 ກິໂລແມັດ, ເກັບກໍາ ຜົນກະທົບສິ່ງແວດລ້ອມ 4 ເມືອງ ຄື: ເມືອງປາກຊັນ: ມີຂອບເຂດ ແລວທາງດ່ວນຜ່ານ 25 ກມ.(ແຕ່ ກມ 0+000 ຫາ ກມ 25+000) ກວມເອົາ 8 ບ້ານ, ເກັບກໍາຜົນກະ ທົບສິ່ງແວດລ້ອມສໍາເລັດ 100% ມີຈໍານວນ 5 ບ້ານ (ບ້ານທົ່ງໃຫຍ່, ບ້ານສວນສະຫວັນ, ບ້ານປັດຊຸມ, ບ້ານນາດີ ແລະ ບ້ານບົວແວງຄໍາ), ຍັງ 3 ບ້ານ(ບ້ານສົມສະຫວາດ, ບ້ານນາຂາມ ແລະ ບ້ານຄໍາບອນ); ເມືອງ ບໍລິຄັນ: ມີຂອບເຂດແລວ ທາງດ່ວນຜ່ານ 66 ກມ(ແຕ່ກມ 0+000 ຫາ ກມ 91+000) ກວມ ເອົາ 5 ບ້ານ, ເກັບກໍາສໍາເລັດແຕ່ ຍັງບໍ່ທັນໄດ້ເຊັນຮັບຮອງຂໍໍ້ມູນຈາກ ຄະນະກໍາມະການຂັ້ນເມືອງ ມີຈໍາ ນວນ 3 ບ້ານ (ບ້ານພູຄໍາ, ບ້ານ ປາກໂພຍ ແລະ ບ້ານຫີນໂງ່ນ) ຍັງບໍ່ທັນສໍາເລັດ 2 ບ້ານຄື: ບ້ານພູ ຄໍາ ແລະ ບ້ານນໍ້າເຕັກ; ເມືອງວຽງ ທອງ: ມີຂອບເຂດແລວທາງດ່ວນ ຜ່ານ 39 ກມ (ແຕ່ ກມ 91+000 ຫາ ກມ 130+000) ກວມເອົາ 6 ບ້ານ, ເກັບກໍາ ສໍາເລັດ 3 ບ້ານ (ບ້ານກົກຂາມ, ບ້ານໂພນດູ່ ແລະ ບ້ານຫ້ວຍຫອຍ) ຍັງບໍ່ທັນສໍາເລັດ 3 ບ້ານຄື: ບ້ານມີໄຊ, ບ້ານໄຊບົວ ທອງ ແລະ ບ້ານນາຕັນ; ເມືອງໄຊ ຈໍາພອນ: ມີຂອບເຂດແລວທາງ ດ່ວນຜ່ານ 73,8 ກມ (ແຕ່ ກມ 130+000 ຫາ ກມ 203+800) ກວມເອົາ 9 ບ້ານ, ເກັບກໍາຜົນກະ ທົບສີ່ງແວດລ້ອມສໍາເລັດ 100% ຈໍານວນ 2 ບ້ານ, ກໍາລັງຈັດຕັ້ງປະ ຕິບັດ 3 ບ້ານ ແລະ ຍັງເຫລືອ 4 ບ້ານ, ປັດຈຸບັນຄະນະວິຊາການຂັ້ນ ແຂວງ ໄດ້ສໍາເລັດການຄົ້ນຄວ້າ ລາຄາຫົວໜ່ວຍຊົດເຊີຍຜົນກະທົບ ເປັນພື້ນຖານເບື້້ອງຕົ້ນ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ຍທຂ ສະເໜີໃຫ້ຄະນະຊີ້ນໍາ ແລະ ຄຸ້ມຄອງໂຄງການແຕ່ລະຂັ້ນ ກໍຄືບໍລິສັດນໍ້າທາ 3 ເອັດຈົ່ງໄດ້ສຶກ ສາວິເຄາະ-ວິໄຈໃຫ້ລະອຽດໃນການ ແກ້ໄຂແລວທາງປ່ຽນແປງໃໝ່ຊ່ວງ ກມ150+000ຫາກມ203+800, ການກຳນົດຫົວໜ່ວຍຊົດເຊີຍ, ມາດ ຕະຖານເຕັກນິກການກໍ່ສ້າງ ຕາມ ນິຕິກຳ ແລະ ກົດໝາຍທີ່ໄດ້ກຳນົດ ອອກ. ຂ່າວ-ພາບ: ສາຍສະໝອນ ໂດຍທ່ານໄດ້ຍົກໃຫ້ເຫັນບາງເນື້ອ ໃນສໍາຄັນວ່າ: ຄວາມໝາຍຄວາມ ສຳຄັນຂອງວັນດັ່ງກ່າວ ແມ່ນລະ ນຶກເຖິງການລົງນາມໃນສົນທິສັນຍາ ໂທລະສານສາກົນຄັ້ງທຳອິດ ແລະ ການສ້າງຕັ້ງ ITU ໃນປີ 1865 ຊຶ່ງ ອົງການດັ່ງກ່າວມີບົດບາດສຳຄັນ ໃນການຄຸ້ມຄອງຊັບພະຍາກອນຄື້ນ ຄວາມຖີ່ລະດັບໂລກ, ກຳນົດມາດ ຕະຖານເຕັກນິກສາກົນ, ພັດທະນາ ຊັບພະຍາກອນມະນຸດ ແລະ ເປັນ ເວທີສາກົນສຳລັບການປັບປຸງນິຕິ ກຳ, ແລກປ່ຽນຂໍ້ມູນ ແລະ ຮັບຮອງ ເນື້ອໃນສຳຄັນກ່ຽວກັບໂທລະຄົມ ມະນາຄົມ, ອິນເຕີເນັດ ແລະ ເຕັກໂນ ໂລຊີດີຈິຕອນ. ສຳລັບ ສປປ ລາວ, ITU ໄດ້ໃຫ້ການສະໜັບສະໜູນ ຫລາຍດ້ານ, ລວມທັງການຮ່າງກົດ ໝາຍໂທລະຄົມມະນາຄົມສະບັບ ທຳອິດ, ການສ້າງແຜນຈັດສັນຄື້ນ ຄວາມຖີ່ວິທະຍຸ, ການພັດທະນາຍຸດ ທະສາດໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ການຝຶກອົບ ຮົມບຸກຄະລາກອນ ແລະ ການສະ ໜອງຜູ້ຊ່ຽວຊານດ້ານເຕັກນິກ. ໃນວັນທີ 13 ມີນາ 2026 ຜ່ານ ມາ, ຢູ່ ສປປ ລາວ ກໍໄດ້ມີການຈັດ ກິດຈະກໍາສະເຫລີມສະຫລອງວັນ ໄປສະນີ ແລະ ວັນໂທລະຄົມມະນາ ຄົມແຫ່ງຊາດ ໂດຍໄດ້ກຳນົດຄຳ ຂວັນ ທີ່ວ່າ: “ຍົກສູງການສ້າງໂຄງ ລ່າງພື້ນຖານໄປສະນີ ແລະ ໂທລະ ຄົມມະນາຄົມ ໃຫ້ກາຍເປັນໂຄງ ລ່າງພື້ນຖານດີຈິຕອນ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ”. ສປປ ລາວ ເຮົາ ພວມຢູ່ໃນໄລຍະການຫັນເປັນດີຈິ ຕອນຢ່າງແຂງແຮງ ຊຶ່ງເຫັນວ່າ ສອດຄ່ອງກັບ ຄຳຂວັນຂອງ ສະຫະ ພາບໂທລະຄົມມະນາຄົມສາກົນ ໃນປີນີ້. ຢ່າງໃດກໍຕາມ, ພວກເຮົາ ຕ້ອງຜະເຊີນກັບສິ່ງທ້າທາຍຈາກ ໄພທຳມະຊາດ ແລະ ຄວາມບໍ່ແນ່ ນອນຂອງສະພາບການໂລກ. ດັ່ງ ນັ້ນ, ວຽກງານບຸລິມະສິດຂອງພວກ ເຮົາໃນຕໍ່ໜ້າຄື ສືບຕໍ່ຍູ້ແຮງການພັດ ທະນາເຕັກໂນໂລຊີ, ການສື່ສານ ແລະ ນະວັດຕະກໍາ ໃຫ້ມີການຂະ ຫຍາຍຕົວແບບກ້າວກະໂດດ; ສົົ່ງ ເສີມ ແລະ ນໍາໃຊ້ໂທລະຄົມມະນາ ຄົມ, ເຕັກໂນໂລຊີ ການສື່ສານຂໍ້ມູນ ຂ່າວສານ (ໄອຊີທີ), ປັນຍາປະດິດ ແລະດີຈິຕອນທີ່ທັນສະໄໝ,ມີຄວາມ ປອດໄພສູງ ເຂົ້າໃນທຸກຂະແໜງ ການເສດຖະກິດ-ສັງຄົມ ແຕ່ສູນ ກາງລົງຮອດທ້ອງຖິ່ນ ເພື່ອຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດີຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດີຈິ ຕອນ; ສືບຕໍ່ຜັນຂະຫຍາຍ 8 ຍຸດທະ ສາດ ແລະ 14 ແຜນງານ ທີ່ໄດ້ກໍາ ນົດໃນແຜນພັດທະນາເສດຖະກິດດີ ຈິຕອນ ຍຸດທະສາດ ພັດທະນາໂທ ໃນກອງປະຊຸມ ທ່ານ ລິນຄໍາ ດວງສະຫວັນ ໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດທີ່ພົ້ນເດັ່ນ ເປັນຕົ້ນ ແມ່ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ຕ່ອງໂສ້ມູນຄ່າກາເຟແລະຊາຢູ່ພາກ ເໜືອຂອງລາວ ໃຫ້ເປັນທີ່ຮູ້ຈັກໃນ ຕະຫລາດສາກົນ ແລະ ອີກໜຶ່ງຜົນ ສໍາເລັດປະຫວັດສາດແມ່ນການ ປັບປຸງລະບົບການຄໍ້າປະກັນຄວາມ ຖືກຕ້ອງຕາມກົດໝາຍຂອງໄມ້ (TLAS) ແລະ ການຈົດທະບຽນ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນ ມໍລະດົກໂລກ. ນອກຈາກນີ້, ຍັງມີ ການມອບທຶນການສຶກສາດ້ານປ່າ ໄມ້ໃຫ້ແກ່ນັກສຶກສາ ຈຳນວນ 100 ທ່ານ ແລະ ການເລີ່ມຕົ້ນຟື້ນຟູທາງ ເລກທີ 2 ເພື່ອເຊື່ອມໂຍງຜະລິດຕະ ພັນກະສິກຳ ໄປສູ່ຕະຫລາດພາກພື້ນ. ກອງປະຊຸມ ຍັງໄດ້ຮັບຟັງການ ລາຍງານຄວາມຄືບໜ້າຈາກ ພາກສ່ວນຕ່າງໆ ເຊັ່ນ: ວຽກງານ Green Cup ແລະ ໂຄງການ ProFEB. ພ້ອມນັ້ນ, ຍັງມີການ ແລກປ່ຽນບົດຮຽນຕົວຈິງຈາກຜູ້ ໄດ້ຮັບຜົນປະໂຫຍດໃນທ້ອງຖິ່ນ, ພ້ອມທັງຈັດເວທີສົນທະນາໃນຫົວຂໍ້ ກ່ຽວກັບນະໂຍບາຍ, ການປະສານ ງານ ແລະ ຜົນປະໂຫຍດຂອງປະຊາ ຊົນ ເພື່ອຖອດຖອນບົດຮຽນຮ່ວມ ກັນ. ປັດຈຸບັນ ສປປ ລາວ ໄດ້ເລີ່ມ ຕົ້ນປຶກສາຫາລືຢ່າງເປັນທາງການ ກັບສະຫະພາບເອີຣົບ ເພື່ອສ້າງ ຕັ້ງຄູ່ຮ່ວມມືດ້ານປ່າໄມ້ (Forest Partnership) ແບບຮອບດ້ານ, ຂອບການຮ່ວມມືນີ້ ຈະເນັ້ນການ ຍົກລະດັບການຄຸ້ມຄອງປ່າໄມ້ແບບ ຍືນຍົງ, ການແກ້ໄຂບັນຫາການ ທຳລາຍປ່າ ແລະ ຊຸກຍູ້ການສ້າງ ວຽກເຮັດງານທໍາໃຫ້ແກ່ຊຸມຊົນ ທ້ອງຖິ່ນ. ກອງປະຊຸມຍັງໄດ້ສະ ຫລຸບພາບລວມ ແລະ ກຳນົດທິດ ທາງນະໂຍບາຍຮ່ວມກັນ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດແຜນງານ TICAF ປະກົດຜົນເປັນຈິງຕາມວິ ໄສທັດ ການພັດທະນາແບບສີຂຽວ ແລະ ຍືນຍົງ. ແຜນງານການຮ່ວມມື ເພື່ອເພີ່ມ ທະວີການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ໃນຂະ ແໜງກະສິກຳ ແລະ ສິ່ງແວດລ້ອມ (TICAF) ເປັນແຜນງານໃຫຍ່ທີ່ ມີຄວາມສໍາຄັນ ໃນການສົ່ງເສີມ ການຜະລິດກະສິກຳທີ່ຍືນຍົງ, ທົນ ທານຕໍ່ສະພາບອາກາດ ແລະ ປັບ ປຸງສະພາບແວດລ້ອມທາງທຸລະ ກິດ ຊຶ່ງມີເປົ້າໝາຍແນໃສ່ການພັດ ທະນາຕ່ອງໂສ້ມູນຄ່າທີ່ຍືນຍົງ ສໍາ ລັບ ກາເຟ, ຊາ ແລະ ຜະລິດຕະພັນ ຈາກປ່າໄມ້. ພ້ອມນັ້ນ, ຍັງມຸ່ງ ເນັ້ນການສົ່ງເສີມໂພຊະນາການ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ແລະ ກຸ່ມຊາວ ກະສິກອນຂະໜາດນ້ອຍໃຫ້ດີຂຶ້ນ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ ໄລຍະປີ 2026-2040 ໃຫ້ປະກົດຜົນເປັນຈິງ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ຂໍຮຽກຮ້ອງມາຍັງທຸກພາກ ສ່ວນ, ທັງພາກລັດ, ພາກເອກະຊົນ, ຜູ້ປະກອບການ, ຜູ້ໃຊ້ບໍລິການ ແລະ ປະຊາຊົນທຸກຖ້ວນໜ້າ, ຈົ່ງຮ່ວມ ກັນສົ່ງເສີມການນຳໃຊ້ເຕັກໂນໂລຊີ ດີຈິຕອນ ດ້ວຍຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ການຫລອກລວງ ທາງອອນລາຍ ແລະ ສະໜັບສະໜູນ ການພັດທະນາທັກສະດີຈິຕອນ. ພ້ອມນັ້ນ, ຂໍໃຫ້ຮ່ວມກັນຊຸກຍູ້ນະ ວັດຕະກຳດີຈິຕອນ, ສ້າງແພລັດ ຟອມດີຈິຕອນ ທີ່ຮອງຮັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຕາມທິດ ສີຂຽວ ແລະ ຍືນຍົງ. ເພີ່ມທະວີ...ີ່ີ ຫາລືການຈັດຕັ້ງ...ືັັ້ ສ້າງຄວາມເຂັ້ມແຂງ...້ັ້ ການພົວພັນ ແລະ ແລກປ່ຽນບົດ ຮຽນກັບສາກົນ ໃຫ້ມີປະສິດທິພາບ ຂຶ້ນຕື່ມ ໂດຍສະເພາະພາສາອັງກິດ, ຄວາມຮູ້ກ່ຽວກັບການນໍາໃຊ້ປັນຍາ ປະດິດ(AI); ຊຸກຍູ້ສົ່ງເສີມການ ຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາ ຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມ ກັນໃຫ້ມີຜົນສຳເລັດເປັນຢ່າງດີ. ໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງຍິ່ງຕໍ່ການຕ້ອນຮັບຢ່າງ ອົບອຸ່ນຂອງ ທ່ານຮອງປະທານສະ ພາແຫ່ງຊາດ, ພ້ອມທັງອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ແລະ ການ ເປັນຄູ່ຮ່ວມມືຮອບດ້ານລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ນັບ ມື້ນັບໄດ້ຮັບຜົນສຳເລັດຍິ່ງໆຂຶ້ນ. ການພົວພັນຮ່ວມມືລະຫວ່າງ ສອງປະເທດລາວ ແລະ ອົດສະຕຣາ ລີ ຕະຫລອດໄລຍະ 7 ທົດສະວັດ ຜ່ານມາ (15/01/1952-ປັດຈຸ ບັນ) ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ເຫັນໄດ້ວ່າມີການຂະ ຫຍາຍຕົວໄປສູ່ທ່າກ້າວອັນດີ. ພິ ເສດ, ສອງຝ່າຍໄດ້ຍົກລະດັບການ ພົວພັນຂຶ້ນເປັນຄູ່ຮ່ວມມືຮອບ ດ້ານ ໃນປີ 2024 ຊຶ່ງເນັ້ນໃສ່ຄວາມໝັ້ນ ຄົງ, ເສດຖະກິດ ແລະ ການພັດທະ ນາຊັບພະຍາກອນມະນຸດທີ່ຍືນຍົງ. ຂ່າວ: ສພຊ ຮອງປະທານສະພາ...
RkJQdWJsaXNoZXIy MTc3MTYxMQ==