7277

18/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp I;zm rq [xtc]dxj Po[q fIPo da [3I'IPo;a fmtotmexh v'da o7;k,lts'q [ ຫາລືການສົ່ງເສີມ...ືົ່ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຊັນບົດບັນທຶກ...ັົັຶ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 5 ແຂວງເປົ້າໝາຍ...ົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ມີຮອງຫົວໜ້າ ກົມ, ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຕາງ ຈອດ(Land-linked) ແລະ ເປັນ ສູນກາງໂລຈິສຕິກຂອງພາກພື້ນ. ໃນໄລຍະທຳອິດ, ທັງສອງຝ່າຍ ໄດ້ຕົກລົງເຫັນດີນຳໃຊ້ 5 ລະບຽບ ການຫລັກ ທີ່ໄດ້ຜ່ານການຄົ້ນຄວ້າ ຮ່ວມກັນ ຊຶ່ງປະກອບມີລະບຽບ ການຮ່ວມດັ່ງນີ້: ລະບຽບການ ວ່າ ດ້ວຍການຈະລາຈອນທາງນໍ້າ, ລະ ບຽບການ ວ່າດ້ວຍເຕັກນິກ ຄວາມ ປອດໄພຂອງເຮືອ, ອຸປະກອນ ແລະ ການກວດກາເຮືອ, ລະບຽບ ການ ວ່າດ້ວຍການຮັບມືສຸກເສີນ ແລະ ການປະສານງານ ໃນເວລາ ເກີດອຸບັດເຫດທີ່ບໍ່ຄາດຄິດ ທາງ ນໍ້າ, ລະບຽບການ ວ່າດ້ວຍການ ຄຸ້ມຄອງການຊອກຄົ້ນຫາ, ກູ້ໄພ, ການກອບກູ້ ແລະ ການຍ້າຍຊາກ ເຮືອ ແລະ ລະບຽບການວ່າດ້ວຍ ການອອກໃບຢັ້ງຢືນຄວາມສາມາດ ຂອງລູກເຮືອ (ລາວ ແລະ ໄທ). ພາຍຫລັງການລົງນາມ, ທັງ ສອງຝ່າຍຈະສ້າງຕັ້ງຄະນະກໍາ ມະການຊີ້ນໍາຮ່ວມ (Bilateral Steering Committee) ພາຍ ໃນ 6 ເດືອນ ເພື່ອຕິດຕາມ ແລະ ຊຸກ ຍູ້ການຈັດຕັ້ງປະຕິບັດMOU. ນອກ ຈາກນີ້, ຍັງມີແຜນຈະພັດທະນາ ລະບຽບການເພີ່ມເຕີມອີກ 8 ສະບັບ ໃຫ້ສຳເລັດພາຍໃນປີ 2035. ໃນໂອກາດນີ້, ຄະນະຜູ້ຕາງໜ້າ ຈາກ ສປປ ລາວ ຍັງໄດ້ຢ້ຽມຢາມ ສູນຄວບຄຸມການຈະລາຈອນທາງ ນໍ້າ, ສູນຝຶກອົບຮົມການເດີນເຮືອ ແລະ ທ່າເຮືອທີ່ທັນສະໄໝໃນປະ ເທດໄທ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ຕື່ມອີກ. ຂ່າວ: ກະຊວງ ຍທຂ ຂປລ. ວັນທີ 13 ພຶດສະພາ 2026 ນີ້, ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການຫົວໜ້າ ການເມືອງ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ(ຮວຜທ) ພ້ອມ ດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ພັນເອກ ບຸນຕອມ ພັນທະວົງ ຮອງອຳນວຍການ ໂຮງຮຽນວັດ ທະນະທຳປ້ອງກັນຄວາມສະຫງົບ ຫລັກ 67 ພ້ອມຄະນະ ເພື່ອພົບປະ ແລກປ່ຽນວຽກງານ ແລະ ປຶກສາ ຫາລືການກະກຽມເປີດພິທີພົບປະ ແຮກສ່ຽວ ລະຫວ່າງ ສອງໂຮງ ຮຽນທີ່ຈະຈັດຂຶ້ນໃນມໍ່ໆນີ້. ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນປຶກສາຫາລືບັນດາເນື້ອ ໃນສຳຄັນຕ່າງໆ ກ່ຽວກັບການ ກະກຽມພິທີ ເປັນຕົ້ນ ການກຳນົດ ວັນ, ເວລາ ແລະ ສະຖານທີ່, ການ ກະກຽມເນື້ອໃນບົດບັນທຶກການ ຮ່ວມມື, ການຈັດແບ່ງໜ້າວຽກຮັບ ຜິດຊອບຂອງແຕ່ລະຝ່າຍ, ການນຳ ໃຊ້ງົບປະມານຢ່າງເປັນເອກະພາບ ຕະຫລອດຮອດການກະກຽມກິດ ຈະກຳຕ່າງໆ ໃນມື້ພົບປະແຮກ ສ່ຽວ. ການພົບປະ ລະຫວ່າງ ສອງ ໂຮງຮຽນ ໃນຄັ້ງນີ້, ຖືເປັນບາດ ກ້າວສຳຄັນ ໃນການສ້າງສາຍພົວ ພັນອັນດີງາມ, ສົ່ງເສີມຄວາມສາ ມັກຄີ ແລະ ຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ສອງໂຮງຮຽນ ກໍຄື ກອງ ທັບປະຊາຊົນລາວ ແລະ ກຳລັງ ປ້ອງກັນຄວາມສະຫງົບ ເພື່ອຮ່ວມ ກັນພັດທະນາວຽກງານການສຶກ ສາ, ສ້າງຄົນຮຸ່ນໃໝ່ ໃຫ້ມີຄຸນນະ ພາບ ແລະ ສືບຕໍ່ມູນເຊື້ອອັນດີງາມ ຂອງສອງພາກສ່ວນໃຫ້ນັບມື້ນັບ ແໜ້ນແຟ້ນ. ຂ່າວ: ໂອລິນ ມິ່ງມີໄຊ ພາບ: ກະປູ ສີສຸທໍາ ເນຍ, ໃຫ້ກຽດເຂົ້າຮ່ວມໂດນ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວປະຈຳສະຫະລັດອາເມລິ ກາແລະການາດາ, ທ່ານທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະ ທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາ ຊາດ, ມີແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ງານສະເຫລີມສະຫລອງປີໃໝ່ ແມ່ນບຸນປະເພນີອັນດີງາມຂອງ ລາວ ທີ່ສືບທອດກັນມາແຕ່ບູຮານ ນະການ ໃນແຕ່ລະຍຸກແຕ່ລະສະໄໝ ຈົນມາຮອດປັດຈຸບັນ, ເປັນເທສະ ການທີ່ຈັດຂຶ້ນໃນແຕ່ລະປີຂອງປະ ຊາຊົນລາວ ຢູ່ພາຍໃນປະເທດ ແລະ ຊາວລາວຢູ່ຕ່າງປະເທດ ລວມທັງ ຊຸມຊົນຄົນເຊື້ອຊາດລາວ ຢູ່ອາເມລິ ກາ ແລະ ການາດາ. ປັດຈຸບັນ, ລັດ ຖະບານລາວ ກໍາລັງຫ້າງຫາກະ ກຽມໃນການສະເໜີຕໍ່ອົງການອຸຍ ແນັດສະໂກ (UNESCO) ເພື່ອ ພິຈາລະນາຮັບຮອງບຸນປີໃໝ່ລາວ ເປັນມໍລະດົກໂລກໃນອະນາຄົດ. ງານສະເຫລີມສະຫລອງປີໃໝ່ລາວ ນອກຈາກສືບສານ ຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງ ລາວແລ້ວ, ຍັງເຕົ້າໂຮມຄວາມສາ ມັກຄີຂອງຄົນເຊື້ອຊາດລາວ ບັນດາ ເຜົ່າ ຢູ່ບັນດາລັດໃນອາເມລິກາ ແລະ ການາດາ ທີ່ໄດ້ມາພົບພໍ້ກັນ, ຢື້ຢາມຖາມຂ່າວ, ອວຍພອນປີໃໝ່ ເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ, ຄວາມ ຮັກແພງສາມັກຄີ, ໂອບອ້ອມອາລີ, ເຄົາລົບນັບຖື ແລະ ໃຫ້ກຽດກັນ ຊຶ່ງ ເປັນມໍລະດົກອັນລໍ້າຄ່າຂອງຄົນ ລາວທີ່ຕົກທອດມາແຕ່ໃດໆ ເຖິງວ່າ ຈະຢູ່ແຫ່ງຫົນໃດກໍຕາມ. ໃນໂອກາດນີ້, ທ່ານ ພູໂຂງ ສີ ສຸລາດ ໄດ້ຍົກໃຫ້ເຫັນເຖິງການ ເຄື່ອນໄຫວຕະຫລອດໜຶ່ງປີຜ່ານ ມາ ຂອງສະຖານທູດ ໃນການເຮັດ ໜ້າທີ່ສົ່ງເສີມ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບແລະຮ່ວມມື ສອງຝ່າຍລາວ-ອາເມລິກາ, ລາວການາດາ ກໍຄື ການເຄື່ອນໄຫວ ການທູດທາງດ້ານການເມືອງ, ເສດ ຖະກິດ, ວັດທະນະທໍາ, ແລະ ການ ທູດປະຊາຊົນ ໂດຍສະເພາະການ ພົວພັນກັບພີ່ນ້ອງຄົນເຊື້ອຊາດລາວ ຢູ່ອາເມລິກາ ແລະ ການາດາ. ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງ ຄວາມຂອບໃຈຕໍ່ທຸກໆທ່ານທີ່ເສຍ ສະລະເວລາມາຮ່ວມງານສະເຫລີມ lt4kom6 f]k; xt9e vkg,]y dk 9a f'kolts]v'[5 oxu .\j ]k; rl 2569 ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ວໍຊິງຕັນ ດີຊີ, ຈັດງານສະ ເຫລີມສະຫລອງຕ້ອນຮັບປີໃໝ່ລາວ ປີມະເມຍ ພສ 2569, ຈສ 1388 ຂຶ້ນຢ່າງເບີກບານມ່ວນຊື່ນ, ໃນຕອນ ເຊົ້າມີການແຂ່ງຂັນກິລາກັອຟມິດ ຕະພາບ ຄັ້ງທີ 13 ຊຶ່ງຈັດໂດຍສະ ມາຄົມກັອຟລາວ ດີຊີ (LGADC) ແລະ ການແຂ່ງຂັນກິລາບານເຕະ ມິດຕະພາບ ຈັດໂດຍສະຫະພັນ ກິລາບານເຕະລາວອາເມລິກາເໜືອ (NALSF). ສ່ວນຕອນແລງມີ ງານລາຕີສະໂມສອນສະເຫລີມສະ ຫລອງປີໃໝ່ລາວ ທີ່ຫ້ອງຈັດງານ ລ້ຽງຮັບຮອງ Ar l i ng t on - Fairfax Elks Lodge ລັດເວີຈີ ສະຫລອງປີໃໝ່ນີ້ ກໍຄື ໃນການ ແຂ່ງຂັນກິລາກັອຟ ແລະ ກິລາບານ ເຕະມິດຕະພາບ, ຕີລາຄາສູງ ຕໍ່ບຸກ ຄົນ ແລະ ອົງການຈັດຕັ້ງ ທີ່ໄດ້ໃຫ້ ການສະໜັບສະໜູນ ແລະ ອຸປະຖໍາ ຈົນເຮັດໃຫ້ການສະເຫລີມສະຫລອງ ປີໃໝ່ລາວຄັ້ງນີ້ ດ້ວຍບັນຍາກາດ ເບີກບານມ່ວນຊື່ນ, ມີຄວາມໝາຍ ຄວາມສໍາຄັນໃນການສືບສານ ແລະ ອະນຸລັກຮັກສາຮີດຄອງປະເພນີອັນ ດີງາມ ຂອງລາວ ໃຫ້ຍືນຍົງຄົງຢູ່ຄູ່ ກັບຄົນລາວຕະຫລອດໄປ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ ເຊີນຊວນພີ່ນ້ອງເຊື້ອຊາດລາວ ຢູ່ ສະຫະລັດອາເມລິກາແລະການາດາ ເດີນທາງໄປຢ້ຽມຢາມບ້ານເກີດ ເມືອງນອນ, ແຜ່ນດິນລາວ ທີ່ແສນ ຮັກຂອງຄົນລາວທຸກຄົນ, ປະກອບ ສ່ວນຕາມເງື່ອນໄຂ ໂດຍທາງກົງ ຫລື ທາງອ້ອມເຂົ້າໃນສ້າງສາປະ ເທດຊາດໃຫ້ມີການພັດທະນາຂຶ້ນ ໄປເລື້ອຍໆ. ລັດຖະບານ ຍາມໃດກໍ ຍິນດີຕ້ອນຮັບ ແລະ ອໍານວຍຄວາມ ສະດວກດ້ານຕ່າງໆລວມທັງດ້ານ ວິຊາເຂົ້າລາວ ໃຫ້ພີ່ນ້ອງຄົນເຊື້ອ ຊາດລາວຢູ່ຕ່າງປະເທດ ໄດ້ອ່ວາຍ ໜ້າໄປຫາປະເທດຊາດ ໄປທ່ອງ ທ່ຽວ, ຢ້ຽມຢາມ, ດໍາເນີນທຸລະກິດ, ໄປຢູ່ລາວຖາວອນ, ເຮັດໂຄງການ ຊ່ວຍເຫລືອ ຫລື ນໍາເອົາຄວາມຮູ້ ເຕັກນິກວິຊາການ ແລະ ປະສົບປະ ການດ້ານຕ່າງໆໄປປະກອບສ່ວນ ຊ່ວຍພັດທະນາປະເທດລາວ. ຮ່ວມມືຫລາຍວຽກງານ ໃນໄລຍະ ຜ່ານມາ, ພ້ອມສືບຕໍ່ເສີມຂະຫຍາຍ ສາຍພົວພັນໄມຕີຈິດມິດຕະພາບອັນ ດີງາມໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ແນໃສ່ກຽມຄວາມພ້ອມ ຮອບດ້ານໃຫ້ ສປປ ລາວ ກຽມເປັນ ເຈົ້າພາບ ມະຫະກໍາກິລາຊີເກມ ຄັ້ງ ທີ 36 ໃນປີ 2031. ໃນວັນທີ 13 ພຶດສະພາ 2026 ຢູ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ເລີມ ທິ ເຟືອງ ແທງ ລັດຖະມົນຕີ ກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ທ່ານ ທອງສະ ລິດ ມັງໜໍ່ເມກ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໃນໂອກາດມາ ຢ້ຽມຢາມ ແລະ ເຮັດວຽກງານ ຢູ່ ສປປ ລາວ. ການພົບປະຄັ້ງນີ້, ສອງຝ່າຍກໍໄດ້ຕີລາຄາສູງກ່ຽວກັບ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຫລາຍວຽກງານ ໃນໄລ ຍະຜ່ານມາ ກ່ຽວກັບວຽກງານຂະ ແໜງການສຶກສາ ແລະ ກິລາ ໂດຍ ສະເພາະ ທາງລັດຖະບານ ສປປ ລາວ ສະເໜີໃຫ້ລັດຖະບານ ສສ ຫວຽດນາມ ສືບຕໍ່ຊ່ວຍເຫລືອປັບ ປຸງສູນຝຶກກິລາແຫ່ງຊາດ ທີ່ເປັນ ໂຄງການຊ່ວຍເຫລືອຈາກ ສສ ຫວຽດນາມ ຊຶ່ງກໍ່ສ້າງຂຶ້ນໃນປີ 2009 ເນື່ອງຈາກປັດຈຸບັນ ມີສະ ພາບທີ່ຊຸດໂຊມ ແລະ ບໍ່ສາມາດນຳ ໃຊ້ໄດ້ເປັນປົກກະຕິແລ້ວ; ສືບຕໍ່ ຊຸກຍູ້, ຊ່ວຍເຫລືອໂຄງການກໍ່ສ້າງ ສູນວິທະຍາສາດການກິລາ ເພື່ອນໍາ ໃຊ້ເຂົ້າໃນການກະກຽມນັກກິລາ ທີມຊາດລາວ ເຂົ້າຮ່ວມແຂ່ງຂັນ ງານມະຫະກໍາກິລາຊີເກມ ຄັ້ງທີ 36 ໃນປີ 2031 ທີ່ ສປປ ລາວ ເປັນ ເຈົ້າພາບ; ສືບຕໍ່ສະໜອງທຶນການ ສຶກສາໄລຍະຍາວໃນສາຂາການ ກິລາ ແລະ ທຶນຝຶກອົບຮົມໄລຍະ ສັ້ນ-ກາງ ໃຫ້ແກ່ບຸກຄະລາກອນ ກິລາ ແລະ ນັກກິລາທີມຊາດ ທັງ ໃນຮູບແບບນຳສົ່ງວິທະຍາກອນ ມາຈັດຝຶກອົບຮົມໃຫ້ຢູ່ ສປປ ລາວ ແລະ ທຶນເກັບຕົວຝຶກຊ້ອມໄລຍະ 3-6 ເດືອນ ທີ່ ສສ ຫວຽດນາມ ຈຳ ນວນ 35-60 ທຶນຕໍ່ປີ ແລະ ໄລຍະ ປີ 2029-2030 ທີ່ກະກຽມເປັນ ເຈົ້າພາບຊີເກມ ປີ 2031 ຈໍານວນ 70-100 ທຶນຕໍ່ປີ; ສືບຕໍ່ສະໜອງ ອຸປະກອນຝຶກຊ້ອມ ແລະ ເເຂ່ງຂັນ ທີ່ຈຳເປັນ ແລະ ໄດ້ມາດຕະຖານ ໃຫ້ ແກ່ປະເພດກິລາຄວາມຫວັງຫລຽນ ລາງວັນ ໂດຍສະເພາະປະກອບ ໃຫ້ແກ່ສູນຝຶກກິລາແຫ່ງຊາດ, ສະຖາບັນກິລາ-ກາຍະກຳແຫ່ງ ຊາດ ເພື່ອກະກຽມນັກກິລາທີມຊາດ ເຂົ້າຮ່ວມເເຂ່ງຂັນງານມະຫະກຳ ກິລາຊີເກມ ປີ 2031 ທີ່ ສປປ ລາວ ເປັນເຈົ້າພາບ. ພ້ອມນີ້, ຍັງສະເໜີຝ່າຍຫວຽດ ນາມ ສະໜອງທຶນຝຶກອົບຮົມການ ບໍລິຫານຄຸ້ມຄອງກິລາຄົນພິການ ໃຫ້ຜູ້ບໍລິຫານ; ການຈັດກິດຈະກຳ ການແຂ່ງຂັນກິລາບານເຕະນັກ ຮຽນມັດທະຍົມສຶກສາ ລະຫວ່າງ ລາວ ແລະ ຫວຽດນາມ, ສືບຕໍ່ຊ່ວຍ ເຫລືອຝຶກຊ້ອມໃຫ້ແກ່ນັກກິລາຄົນ ພິການທີມຊາດລາວ ປະເພດກິລາ ແລ່ນ-ລານ ແລະ ຍົກນ້ຳໜັກ ພ້ອມ ທັງແລກປ່ຽນການສົ່ງເສີມມວນ ຊົນທຸກເພດໄວ ເຂົ້າຮ່ວມຂະບວນ ການອອກກຳລັງກາຍເພື່ອສຸຂະ ພາບ ແລະ ສົ່ງເສີມກິລາພື້ນເມືອງ. ຂ່າວ-ພາບ: ສົງການ ພັນແພງດີ ຄວາມສອດຄ່ອງກັບລະບຽບການ ເດີນເຮືອ ຕາມເນື້ອໃນສັນຍາແມ່ນໍ້າ ຂອງ ປີ 1995. ຈຸດປະສົງຫລັກ ປະກອບມີ: ສົ່ງເສີມເສລີພາບໃນ ການເດີນເຮືອ ຕາມເນື້ອໃນສັນຍາ ແມ່ນໍ້າຂອງ ປີ 1995, ເພີ່ມທະວີ ຄວາມປອດໄພ ໃຫ້ແກ່ເຮືອ, ຊີວິດ ແລະ ຊັບສິນ ທີ່ສັນຈອນໄປ-ມາ ຕາມແມ່ນໍ້າຂອງ; ປ້ອງກັນ ແລະ ຫລຸດຜ່ອນມົນລະພິດ ທີ່ເກີດຈາກ ການເດີນເຮືອ ເພື່ອຮັກສາລະບົບ ນິເວດຂອງແມ່ນໍ້າຂອງໃຫ້ຍືນຍົງ ແລະ ສະໜັບສະໜູນວິໄສທັດຂອງ ສປປ ລາວ ໃນການຫັນປ່ຽນຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມ ໜ້າຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມເມືອງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ຢາປາບສັດຕູພືດ ແມ່ນປັດໄຈ ການຜະລິດສໍາຄັນທີ່ໃຊ້ເຂົ້າໃນ ການປູກຝັງ ຊຶ່ງໄລຍະຜ່ານມາ, ກົມ ປູກຝັງ ໄດ້ມີຄວາມພະຍາຍາມໃນ ການຄຸ້ມຄອງວຽກງານດັ່ງກ່າວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ໃນນີ້, ໄດ້ມີດໍາລັດ ວ່າດ້ວຍການຄຸ້ມ ຄອງຢາປາບສັດຕູພືດ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການດໍາເນີນ ທຸລະກິດຢາປາບສັດຕູພືດ, ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິຊາການ ຢາປາບສັດຕູພືດ, ຄໍາສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນ ການຄຸ້ມຄອງ, ຕິດຕາມ, ກວດກາ ການນໍາເຂົ້າ, ຈໍາໜ່າຍ ແລະ ນໍາໃຊ້ ແນວພັນພືດ, ຝຸ່ນ, ຢາປາບສັດຕູພືດ ແລະ ອື່ນໆ ໂດຍມີຈຸດປະສົງເພື່ອ ຄຸ້ມຄອງການຜະລິດ, ການນໍາເຂົ້າ, ການຈໍາໜ່າຍ ລວມທັງການເຄື່ອນ ຍ້າຍພາຍໃນການຂົນສົ່ງຢາປາບ ພືດປົນກັບເຄື່ອງອຸປະໂພກ ແລະ ບໍລິໂພກ ຊຶ່ງມີຄວາມສ່ຽງຕໍ່ການ ປົນເປື້ອນ ແລະ ເປັນອັນຕະລາຍຕໍ່ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ. ການກວດກາໄລຍະຜ່ານມາ ເຫັນໄດ້ວ່າມີການຈັດຕັ້ງປະຕິບັດ ແຕ່ຍັງບໍ່ຕໍ່ເນື່ອງ ຈຶ່ງເປັນສາເຫດ ໜຶ່ງທີ່ເຮັດໃຫ້ມີການລະເມີດມາດ ຕະການຕ່າງໆ ກ່ຽວກັບຢາປາບສັດ ຕູພືດ. ສະນັ້ນ, ກອງປະຊຸມຄັ້ງນີ້ຈຶ່ງ ເປັນການຍົກສູງຂີດຄວາມສາມາດ ໃນການກວດກາຂອງເຈົ້າໜ້າທີ່ ກວດກາຢາປາບສັດຕູພືດ ຊຶ່ງເມື່ອ ກ່ອນເຮົາໄດ້ອາໄສການບັນທຶກໃສ່ ປຶ້ມ ຫລື ແບບພິມທີ່ກົມປູກຝັງກໍາ ນົດ, ແຕ່ມາເຖິງປັດຈຸບັນ ມີແອັບຟິ ເຄຊັນ (Application) ທີ່ຈະເປັນ ຂໍ້ມູນໃນການຊ່ວຍບັນທຶກການກວດ ກາ ຂອງເຈົ້າໜ້າທີ່ກວດກາຢາ ປາບສັດຕູພືດ ໃຫ້ຫັນເປັນທັນສະ ໄໝ ອີກດ້ວຍ. ຂ່າວ-ພາບ: ກົມປູກຝັງ

RkJQdWJsaXNoZXIy MTc3MTYxMQ==