7277

@ 0j k; c]t gsfdko j 18/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລະນຶກວິລະກຳ...ຶິ ປະກອບຄຳເຫັນ...ັ ຄອສພ ໄດ້ຜ່ານຮ່າງລາຍງານການ ເມືອງ ໂດຍໄດ້ຍົກໃຫ້ເຫັນບາງເນື້ອ ໃນທີ່ໄດ້ປັບປຸງ ຕາມຄຳສະເໜີແລະ ການປະກອບຄຳຄິດຄຳເຫັນ ຂອງ ບັນດາຜູ້ແທນສົມບູນ ໃນຮອບທີ II ຜ່ານມາ ໃນຫລາຍບັນຫາສຳຄັນ ໂດຍສະເພາະແມ່ນຄຳຂວັນ, ບາງ ຄຳສັບ, ບາງເນື້ອໃນ ໃຫ້ມີຄວາມ ຮັດກຸມແລະ ຄົບຖ້ວນກວ່າເກົ່າ ເພື່ອ ເຮັດໃຫ້ຮ່າງລາຍງານການເມືອງ ສົມບູນ ເຕັມໄປດ້ວຍເນື້ອໃນທີ່ກະ ທັດຮັດສອດຄ່ອງກັບແນວທາງ, ນະໂຍບາຍທີ່ພັກ, ລັດ ວາງອອກ. ພ້ອມນີ້, ສະຫາຍ ຄຳກອງ ທຳມະ ເທວາ ຫົວໜ້າກົມອົບຮົມ ຄອສພ ກໍໄດ້ຜ່ານຮ່າງແຜນພັດທະນາວຽກ ງານໂຄສະນາອົບຮົມເພື່ອໃຫ້ບັນ ດາຜູ້ແທນສົມບູນ ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ຮ່າງ ລາຍງານການເມືອງດັ່ງກ່າວ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳ ເນັ້ນ ໃຫ້ຄະນະພັກ, ຜູ້ແທນສົມບູນຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ ສຸມໃສ່ປະກອບຄຳເຫັນໃສ່ຮ່າງ ບົດລາຍງານການເມືອງ ດັ່ງກ່າວ ໂດຍສະເພາະແຜນພັດທະນາ ໃນ 5 ປີຕໍ່ໜ້າ ຈະສຸມໃສ່ຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານຈຸດສຸມໃດ ເພື່ອເຮັດໃຫ້ວຽກງານດ້ານຕ່າງໆ ພາຍໃນ ຄອສພ ຫັນໄປສູ່ຄວາມ ທັນສະໄໝ ແລະ ປະສົບຜົນສໍາເລັດ ຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແນໃສ່ເປັນທິດທາງ ເພື່ອນຳໄປສູ່ ການປັບປຸງແກ້ໄຂເຮັດໃຫ້ຮ່າງບົດ ລາຍງານການເມືອງ ມີຄວາມຄົບ ຖ້ວນ, ສົມບູນ ເພື່ອນຳໄປລາຍງານ, ພິຈາລະນາ ແລະ ຮັບຮອງ ໃນກອງ ປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ພ້ອມນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ ເນັ້ນໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມ ຮັບຜິດຊອບທາງດ້ານການເມືອງ ສູງ, ເລືອກເຟັ້ນເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄວາມ ຈົງຮັກພັກດີ, ຊື່ສັດບໍລິສຸດ, ມີຄວາມ ເປັນແບບຢ່າງນຳໜ້າ, ເສຍສະລະ ທຸກສິ່ງຢ່າງເພື່ອສ່ວນລວມ, ຕົກລົງ ບັນຫາເປັນໝູ່ຄະນະ ປະຕິບັດລະ ບຽບການ ແລະ ກົດໝາຍຢ່າງເຂັ້ມ ງວດ.ອັນສໍາຄັນຕ້ອງເລືອກເອົາບຸກ ປະທານ ສນຊ... ຄາສູງຕໍ່ໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະ ການສະໜັບສະໜູນທຶນການສຶກສາ ແລະ ການພັດທະນາຊັບພະຍາກອນ ມະນຸດ, ການຄ້າ, ການລົງທຶນ ແລະ ການຊ່ວຍເຫລືອລ້າເພື່ອການພັດ ທະນາ (ODA) ແລະ ການຊ່ວຍ ເຫລືອໃນຂະແໜງສາທາລະນະ ສຸກ; ໄດ້ປຶກສາຫາລືກ່ຽວກັບການ ຮ່ວມມືຂອງອົດສະຕຣາລີກັບອົງ ປະດັບຫລຽນໄຊ...ັ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ2024ກໍຄືການເປັນເຈົ້າ ພາບປະທານກອງປະຊຸມສຸດຍອດ ອາຊຽນຄັ້ງທີ44 ແລະ 45 ພາຍໃຕ້ ຄໍາຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງອື່ນໆ. ໃນນັ້ນ, ປະກອບມີ ຫລຽນໄຊແຮງງານຊັ້ນ II ຈຳນວນ 341 ຫລຽນ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ258ຫລຽນ,ຫລຽນ ກາແຮງງານ 171 ຫລຽນ ແລະ ໃບຍ້ອງຍໍລັດຖະບານ 405 ໃບ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີກະ ຊວງ ວທ ໄດ້ມີຄໍາເຫັນວ່າ: ເລີ່ມຕົ້ນ ປີ 2024 ກະຊວງຖະເເຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ໃນ ເມື່ອກ່ອນ) ໄດ້ເປັນປະທານກອງ ປະຊຸມລັດຖະມົນຕີທ່ອງທ່ຽວອາ ຊຽນ ຄັ້ງທີ 27 ໃນລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ນະ ຄອນຫລວງວຽງຈັນ ຊຶ່ງເປັນ ກອງປະຊຸມຄັ້ງປະຖົມມະລືກ ໃນ ການເປັນປະທານອາຊຽນຂອງ ສປປ ລາວ, ຈາກນັ້ນ, ກະຊວງ ຖວທ ຍັງໄດ້ສືບຕໍ່ເປັນປະທານ ກອງປະຊຸມລັດຖະມົນຕີ ສະພາປະ ຊາຄົມວັດທະນະທໍາ-ສັງຄົມອາ ຊຽນ ຄັ້ງທີ 31 ໃນລະຫວ່າງວັນທີ 22-26 ມີນາ 2024 ທີ່ແຂວງ ຫລວງພະບາງ ແລະ ຄັ້ງທີ 32 ໃນ ລະຫວ່າງວັນທີ 23-27 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ແລະ ບໍ່ສະເພາະແຕ່ກອງປະຊຸມລະ ດັບລັດຖະມົນຕີ ຍັງມີກອງປະຊຸມ ຂອງບັນດາເຈົ້າໜ້າທີ່ອາວຸໂສເສົາ ລັດຖະມົນຕີ ໄດ້ພົບປະສອງຝ່າຍ ຢ່າງເປັນທາງການ ກັບລັດຖະມົນຕີ ກະຊວງການຕ່າງປະເທດ ຂອງນິວ ຊີແລນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມາແຕ່ດົນນານລະຫວ່າງ ສປປລາວແລະນິວຊີແລນທີ່ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ ໃນຕະ ຫລອດໄລຍະເວລາກວ່າ 6 ທົດ ສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສ້າງ ຕັ້ງສາຍພົວພັນການທູດ ຮ່ວມກັນ ໃນວັນທີ 17 ກຸມພາ 1963 ເປັນ ຕົ້ນມາ ຊຶ່ງສະແດງອອກໃນການ ແລກປ່ຽນການຢ້ຽມຢາມຂອງ ການນໍາຂັ້ນສູງ ຂອງທັງສອງປະ ເທດ ຢ່າງເປັນປົກກະຕິ ແລະ ການ ພົວພັນຮ່ວມມືສອງຝ່າຍ ທີ່ມີຜົນ ສຳເລັດໃນໄລຍະຜ່ານມາ. ພ້ອມ ກັນນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນ ດ້ານຕ່າງໆ ເຊັ່ນ: ການພັດທະນາ ທາງດ້ານຊັບພະຍາກອນມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ, ການຮ່ວມມືທາງດ້ານພະລັງງານ, ການປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືທາງດ້ານເສດຖະກິດ, ການທ່ອງທ່ຽວ ແລະ ອື່ນໆ; ພ້ອມ ທັງເຫັນດີຈະສືບຕໍ່ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອຮັດແໜ້ນ ແລະ ທ່ານ ວິນສ໌ຕັນ ປີເຕີ້ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໄດ້ຕີລາຄາສູງຕໍ່ການ ຢ້ຽມຢາມຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນສໍາຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ ແລະ ຢືນຢັນ ຈະໃຫ້ ການສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນຂົງເຂດທີ່ຈຳເປັນ ເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງ ຄົມແຫ່ງຊາດ ຂອງ ສປປ ລາວ ລວມທັງການຢ້ຽມຢາມ ສປປ ລາວ ໃນອະນາຄົດ. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ທອງ ສະຫວັນ ພົມວິຫານ ຍັງໄດ້ພົບປະ ຫາລືກັບ ທ່ານ ນາງ ນິໂກລາ ກຣິກ ລັດຖະມົນຕີ ຮັບຜິດຊອບວຽກງານ ການຄ້າ, ສິ່ງແວດລ້ອມແລະແມ່ຍິງ ແຫ່ງ ນິວຊີ ແລນ ເພື່ອຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືສອງຝ່າຍທາງ ດ້ານສິ່ງແວດລ້ອມ, ເສດຖະກິດ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຍັງໄດ້ ຢ້ຽມຢາມລັດຖະສະພາ. ນອກຈາກ ນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມ ດ້ວຍຄະນະ ຍັງໄດ້ຢ້ຽມຢາມຂັ້ນ ຕອນການດຳເນີນງານຂອງລັດຖະ ສະພາ, ຫ້ອງວາງສະແດງການສ້າງ ຮູບເງົາ, ຫໍພິພິທະພັນແຫ່ງຊາດນິວ ຊີແລນ, ພົບປະພີ່ນ້ອງຄົນເຊື້ອຊາດ ລາວທີ່ດຳລົງຊີວິດຢູ່ ນິວຊີແລນ ແລະ ພົບປະໂອ້ລົມກັບນັກສຶກສາ ລາວ ທີ່ກໍາລັງສຶກສາ ແລະ ຝຶກ ອົບຮົມ ທີ່ມະຫາວິທະຍາໄລ ວິກຕໍ ເຣຍ ແຫ່ງ ເວລລິງຕັນ (Victoria University of Wellington) ພາຍໃຕ້ໂຄງການທຶນການສຶກສານິວ ຊີແລນ ມານາກີ (The Manaaki New Zealand Scholarship) ອີກດ້ວຍ. ການຢ້ຽມຢາມຄັ້ງນີ້, ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ແລະ ໄດ້ ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກຝ່າຍນິວຊີແລນ ຊຶ່ງ ສ່ອງແສງໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມ ລະຫວ່າງ ສອງປະເທດ ທີ່ນັບ ມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນທັງສອງຊາດ. ລາວ-ນິວຊີແລນ...ິີ ເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນ ໃນການຕໍ່ສູ້ອັນພິລະອາດຫານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກຮານ. ນັບແຕ່ ມື້ທີ່ກອງພັນທີ 2 ໄດ້ເຄື່ອນທັບເຂົ້າມາຕັ້ງຢູ່ໃຈກາງທົ່ງໄຫຫີນ ຈັກກະພັດ ອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມື ກໍໄດ້ດຳເນີນກົນອຸບາຍ ເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນທີ 2 ຊຶ່ງໃນເບື້ອງ ຕົ້ນ ພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະນາຊວນເຊື່ອ ຕົວະຍົວະ ຊື້ຈ້າງຈອບອອຍດ້ວຍເງິນຄຳ ນາງສາວ ແລະ ແບບດຳລົງຊີວິດ ທີ່ຟຸມເຟືອຍຍົວະເຍົ້າໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາການ ປະດັບຊັ້ນ ເພື່ອຫວັງກືນເອົາກຳລັງຂອງກອງພັນທີ 2 ເຂົ້າເປັນກຳລັງຂອງ ກອງທັບລາຊະອານາຈັກ. ແຕ່ຄະນະພັກ ແລະ ຄະນະບັນຊາຂອງກອງພັນ ທີ 2 ກໍໄດ້ເດັດດ່ຽວນຳພາ ແລະ ອ້າຍນ້ອງພະນັກງານນັກຮົບ ດ້ວຍຄວາມ ທຸ່ນທ່ຽງໝັ້ນໜຽວສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ ຂອງນັກຮົບປະຕິວັດຕໍ່ມາພວກເຂົາໄດ້ຫັນມານຳໃຊ້ວິທີການນາບຂູ່ການ ບີບບັງຄັບ ໂດຍທາງອ້ອມ ເປັນຕົ້ນ ການຈຳກັດເຂົ້າປາອາຫານເຄື່ອງ ໃຊ້ສອຍ ແລະ ອື່ນໆ ການກະທຳຂອງພວກເຂົາ ເຖິງວ່າໄດ້ສ້າງຄວາມ ຫຍຸ້ງຍາກຫລາຍປະການ ໂດຍສະເພາະແມ່ນດ້ານຊີວິດການເປັນຢູ່ຂອງ ພະນັກງານນັກຮົບ ແລະ ຄອບຄົວ ແຕ່ພວກເຂົາກໍບໍ່ສາມາດເອົາຊະນະ ມານະຈິດປະຕິວັດຂອງນັກຮົບປະຕິວັດໄດ້ ກົງກັນຂ້າມທົ່ວກອງພັນຍິ່ງ ມີຈິດໃຈບຸກບືນນ້ຳໃຈຄຽດແຄ້ນສັດຕູ ນັບມື້ນັບສູງ. ເມື່ອເຮັດແນວໃດນັກຮົບປະຕິວັດ ກອງພັນທີ 2 ກໍບໍ່ຍອມຈຳນົນ ກົງກັນ ຂ້າມຊ້ຳພັດມີຄວາມທຸ່ນທ່ຽງ ບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການ ໃດໆ ພວກເຂົາກໍໄດ້ບືນເລິກເຂົ້າ ໂດຍໃຊ້ກຳລັງທະຫານລາຊະອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ ລົດຫຸ້ມເກາະ ແລະ ເຮືອ ບິນທຳການປິດລ້ອມກອງພັນທີ 2 ໃຊ້ຖ້ອຍຄຳນາບຂູ່ ເພື່ອບັງຄັບໃຫ້ກອງ ພັນທີ 2 ມອບຕົວ. ຢືນຢູ່ຕໍ່ໜ້າສະພາບການທີ່ເຄັ່ງຕຶງ ແລະ ສ່ຽງເປັນສ່ຽງ ຕາຍດັ່ງກ່າວ ຄະນະພັກ ຄະນະບັນຊາກອງພັນໄດ້ເປີດກອງປະຊຸມປຶກສາ ຫາລືກັນຢ່າງເຄັ່ງຮ້ອນ ລະອຽດຮອບຄອບຖີ່ຖ້ວນບົນພື້ນຖານຄວາມເປັນ ເອກະພາບມີຄວາມຕັດສິນໃຈທີ່ໝັ້ນແກ່ນ ຂອງພະນັກງານນັກຮົບທົ່ວກອງ ພັນ ແລະ ດ້ວຍການອູ້ມຊູຊ່ວຍເຫລືອຂອງປະຊາຊົນເຂດຊຽງຂວາງ ກອງ ພັນທີ 2 ໄດ້ສ້າງວິລະກຳດ້ວຍການຕັດສິນໃຈບັນຊາກອງທະຫານຜ່າ ວົງລ້ອມອັນແໜ້ນໜາ ຂອງສັດຕູອອກໄປສູ່ເຂດທີ່ໝັ້ນປະຕິວັດ ໃນວັນທີ 18 ພຶດສະພາ 1959 ດ້ວຍຄວາມພິລະອາດຫານ ແລະ ມີໄຊ. ຕັ້ງໜ້າຮໍ່າຮຽນມູນເຊື້ອອັນສະຫງ່າງາມ ພິລະອາດຫານຂອງກອງ ພັນທີ 2 ວິລະຊົນ ! ຄະລາກອນ ທີ່ຈະສະໝັກເຂົ້າເປັນ ຄະນະບໍລິຫານງານພັກ ຄະນະໂຄ ສະນາອົບຮົມສູນກາງພັກ ສະໄໝທີ VI ໃຫ້ໄດ້ ທັງເພດຍິງ ແລະ ຊາຍ ແນໃສ່ຄັດເລືອກເອົາບຸກຄະລາ ກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບ ຖ້ວນ ທີ່ໄດ້ກຳນົດໄວ້. ໃນກອງປະຊຸມ ສະຫາຍ ພູໂຂງ ພິລາເພັດ ຫົວໜ້າກົມກໍ່ສ້າງ ພັກ ຄະນະຈັດຕັ້ງສູນກາງພັກ ກໍໄດ້ ຜ່ານມາດຖານເງື່ອນໄຂ ຜູ້ທີ່ຈະ ສະໝັກຮັບເລືອກຕັ້ງເປັນຄະນະ ບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງ ຄະແນນສຽງທາບທາມ ໄດ້ເຂົ້າ ໃຈມາດຖານເງື່ອນໄຂ ຂອງບຸກຄະ ລາກອນທີ່ສະໝັກຮັບເລືອກຕັ້ງ ແລະ ໄດ້ດຳເນີນການປ່ອນບັດຄັດ ເລືອກເອົາບຸກຄະລາກອນ ອອກຮັບ ສະໝັກເລືອກຕັ້ງເປັນຄະນະບໍລິ ຫານງານພັກ ສະໄໝທີ VI ຂອງອົງ ຄະນະພັກ ຄອສພ ຮອບທີ III ໂດຍມີ ຜູ້ລົງສະໝັກເລືອກຕັ້ງ ທັງໝົດ 25 ສະຫາຍ, ຍິງ 6 ສະຫາຍ. ໃນຕອນທ້າຍກອງປະຊຸມ, ສະຫາຍ ຄຳພັນ ເຜີຍຍະວົງ ຍັງ ໄດ້ເນັ້ນໃຫ້ບັນດາສະຫາຍ ໃນອະ ນຸກຳມະການເນື້ອໃນສືບຕໍ່ນຳເອົາ ຮ່າງລາຍງານການເມືອງ ໄປປັບ ປຸງຕາມການປະກອບຄຳຄິດຄຳ ເຫັນ ຂອງຜູ້ແທນສົມບູນ ເພື່ອເຮັດ ໃຫ້ຮ່າງລາຍງານການເມືອງຄົບ ຖ້ວນ, ສົມບູນ. ພ້ອມທັງໃຫ້ສືບຕໍ່ ປຸກລະດົມຂະບວນການຕ່າງໆ ໃຫ້ ແຂງແຮງ ເປັນຕົ້ນ ວຽກງານອະ ນາໄມ ແລະ ປະດັບປະດາ (ຕິດທຸງ ທິວ, ປ້າຍຄຳຂວັນ) ຕາມສຳນັກ ງານອົງການອ້ອມຂ້າງ ຄອສພ, ປຸກລະດົມການໂຄສະນາເຜີຍແຜ່ຂໍ້ ມູນຂ່າວສານການເຄື່ອນໄຫວຂອງ ຄອສພ ໃນໄລຍະຜ່ານມາ ໃຫ້ເປັນ ຂະບວນຟົດຟື້ນ, ປຸກລະດົມຂະບວນ ການສະແດງສິລະປະວັນນະຄະດີ ແລະ ໃຫ້ສືບຕໍ່ເຮັດວຽກງານການ ເມືອງແນວຄິດ, ເພີ່ມທະວີຄວາມ ສາມັກຄີປອງດອງ ເປັນປຶກແຜ່ນ, ພ້ອມທັງ ໃຫ້ຜູ້ແທນສົມບູນສືບຕໍ່ ປະຕິບັດສິດ ແລະ ພັນທະຂອງຕົນ ກຽມຄວາມພ້ອມຮອບດ້ານປະ ກອບສ່ວນປະກອບຄຳຄິດຄຳເຫັນ ໃນກອງປະຊຸມໃຫຍ່ ໃຫ້ມີບັນຍາ ກາດອັນຄຶກຄື້ນ ແລະ ອື່ນໆ. ຂ່າວ: ທະນູທອງ; ພາບ: ຂັນໄຊ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃຫ້ນັບມື້ນັບແຕກ ດອກອອກຜົນ ແລະ ເປັນຮູບປະທຳ ຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ. ນອກຈາກ ນັ້ນ, ສອງຝ່າຍ ຍັງໄດ້ແຈ້ງສະພາບ ການພັດທະນາພາຍໃນປະເທດໃຫ້ ກັນ ແລະ ກັນຊາບ ພ້ອມທັງແລກ ປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບ ການພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດ ຖະບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ລັດຖະບານ ແລະ ປະຊາຊົນ ນິວ ຊີແລນ ທີ່ໄດ້ໃຫ້ການສະໜັບສະ ໜູນ, ຊ່ວຍເຫລືອແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໃນດ້ານ ຕ່າງໆ ລວມທັງການສະໜັບສະໜູນ ການເປັນປະທານກອງປະຊຸມສຸດ ຍອດອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ພ້ອມນີ້, ຍັງໄດ້ເຊື້ອເຊີນ ທ່ານລັດຖະມົນຕີ ຕ່າງປະເທດ ນິວຊີແລນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ພ້ອມທັງເຊື້ອເຊີນເຂົ້າຮ່ວມ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດ ລູກຫວ່ານ ຮອບວຽນທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນ ກັນຍາ 2026 ນີ້. ໃນໂອກາດນີ້, ດຽວ, ມີຄວາມສະຖຽນລະພາບ ແລະ ຄວາມພ້ອມໃນການນຳພາ ພາກພື້ນໄປສູ່ຄວາມຈະເລີນ ແລະ ກ້າວໜ້າຕະຫລອດໄປ. ສະນັ້ນ, ຜົນ ສຳເລັດອັນສະຫງ່າງາມທີ່ພວກ ເຮົາໄດ້ຮັບໃນມື້ນີ້ ບໍ່ໄດ້ມາດ້ວຍ ຄວາມບັງເອີນ, ແຕ່ມັນແມ່ນໝາກ ຜົນຄວາມສໍາເລັດອັນໂດດເດັ່ນ ທັງ ດ້ານຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວ, ຄວາມເສຍສະລະ ແລະ ຄວາມເປັນມືອາຊີບ. ຍ້ອນພັກ-ລັດ ຂອງພວກເຮົາ ເຫັນໄດ້ເຖິງຄວາມ ສາມັກຄີປອງດອງກັນ, ຄວາມເປັນ ເອກະພາບ ແລະ ເປົ້າໝາຍອັນດຽວ ກັນ ເພື່ອໃຫ້ກອງປະຊຸມດັ່ງກ່າວ ສຳເລັດຕາມຄາດໝາຍ ຈຶ່ງໄດ້ມອບ ໃຫ້ກະຊວງພາຍ (ໃນເມື່ອກ່ອນ) ອອກຄຳແນະນຳ ກ່ຽວກັບການ ສ້າງຂະບວນການແຂ່ງຂັນ ແລະ ຄັດເລືອກການຍ້ອງຍໍ ບັ້ນກະກຽມ ແລະ ດຳເນີນ ການເປັນປະທານອາ ຊຽນ ຂອງ ສປປ ລາວ ປີ 2024 ສະບັບເລກທີ 10/ພນ, ລົງວັນທີ 03 ພຶດສະພາ 2023; ກະຊວງ ວທ ຈຶ່ງໄດ້ຄົ້ນຄວ້າ ແລະ ສັງຮວມບັນຊີ ບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນ ວຽກງານ ໃນໄລຍະການເປັນປະ ທານອາຊຽນ ຂອງ ສປປ ລາວ ປີ ຄໍ້າວັດທະນະທໍາ-ສັງຄົມອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ທ່ອງທ່ຽວອາຊຽນ ທີ່ໄດ້ເຮັດໜ້າ ທີ່ໃນການຄົ້ນຄວ້າກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕາມລຳ ດັບ ແລະ ຂັ້ນຕອນຈົນປະສົບຜົນ ສຳເລັດຢ່າງຈົບງາມ. ນອກຈາກນີ້, ກະຊວງ ຖວທ ຍັງໄດ້ຖືກມອບໝາຍ ໃຫ້ຮັບຜິດຊອບວຽກງານຂອງ ອະນຸກໍາມະການໂຄສະນາເຜີຍແຜ່ ວັດທະນະທໍາ ແລະ ຂ່າວສານ ຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະ ຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ໂດຍ ແມ່ນກົມສື່ມວນຊົນ, ບັນດາສຳນັກ ໜັງສືພິມ, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ ເປັນເຈົ້າການຈັດຕັ້ງປະຕິບັດການ ເປັນສື່ມວນຊົນທີ່ຮັບຜິດຊອບເຄື່ອນ ໄຫວວຽກງານໂຄສະນາໃຫ້ແກ່ການ ເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໄດ້ຢ່າງກວ້າງ ຂວາງ ແລະ ເປັນລະບົບຕໍ່ເນື່ອງ, ເຮັດໃຫ້ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຂໍ້ມູນຂ່າວສານ ທີ່ຖືກຕ້ອງ ແລະ ບໍ່ມີຂ່າວຜິດພາດ. ທ່ານ ນາງ ສວນສະຫວັນ ວິຍະ ເກດ ຍັງໄດ້ກ່າວອີກວ່າ: ການທີ່ ສປປ ລາວ ໄດ້ຮັບກຽດເປັນປະ ທານອາຊຽນ ບໍ່ແມ່ນພຽງແຕ່ການ ເຮັດໜ້າທີ່ຕາມວົງຈອນການເມືອງ ລະຫວ່າງປະເທດເທົ່ານັ້ນ, ແຕ່ມັນ ແມ່ນບົດທົດສອບຄວາມຮູ້, ຄວາມ ສາມາດ ແລະ ເປັນການເຊີດຊູກຽດ ສັກສີຂອງຊາດລາວ ໃນເວທີສາກົນ ແລະ ໃນທີ່ສຸດ ພວກເຮົາໄດ້ພິສູດ ໃຫ້ໂລກເຫັນວ່າ ເຖິງວ່າພວກເຮົາ ຈະເປັນປະເທດນ້ອຍ ແຕ່ພວກເຮົາ ມີຄວາມມຸ່ງໝັ້ນ, ມີນໍ້າຈິດໜຶ່ງໃຈ 2024 ຈົນສຳເລັດ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ການຈັດຕັ້ງມະຫາຊົນ, ລວມທັງ ໂຄງການສະໜັບສະໜູນພໍ່ແມ່ຜູ້ປົກ ຄອງໂດຍຜ່ານສະຫະພັນແມ່ຍິງ ລາວ ແລະ ແນວລາວສ້າງຊາດ ຊຶ່ງ ໄດ້ເຂົ້າເຖິງປະຊາຊົນບ້ານຕ່າງໆ; ສອງຝ່າຍຍັງປຶກສາຫາລືກ່ຽວກັບ ການຮ່ວມມືໃນຂະແໜງສາທາລະ ນະສຸກ ແລະ ການສຶກສາ, ລວມທັງ ການສະໜັບສະໜູນດ້ານໂພຊະນາ ການ, ການສັກຢາປ້ອງກັນພະຍາດ, ການສອນພາສາໃຫ້ເດັກນ້ອຍຢູ່ ເຂດຊົນນະບົດ ແລະ ອື່ນໆ. ໃນໂອກາດນີ້, ທ່ານເອກອັກຄະ ລັດຖະທູດອົດສະຕຣາລີ ໄດ້ກ່າວ ສະແດງຄວາມຊົມເຊີຍຕໍ່ທ່ານປະ ທານ ສູນກາງແນວລາວສ້າງຊາດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳ ແໜ່ງເປັນປະທານສູນກາງແນວ ລາວສ້າງຊາດ ແລະ ຂອບໃຈຢ່າງ ຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການ ພົວພັນຮ່ວມມືໃຫ້ມີທ່າຂະຫຍາຍ ຕົວຂຶ້ນເລື້ອຍໆ, ພ້ອມທັງຈະສືບຕໍ່ ສະໜັບສະໜູນ ສປປ ລາວ ໃນຂອບ ການຮ່ວມມືອາຊຽນ ແລະ ການ ພັດທະນາເສດຖະກິດ-ສັງຄົມ ໃນ ຊຸມປີຕໍ່ໜ້າ. ຂ່າວ-ພາບ: ສຸກສຳລານ-ວັນນາ

RkJQdWJsaXNoZXIy MTc3MTYxMQ==